ພຣະ​ຄຳ​ພີ
3 ນີໄຟ 30


ບົດ​ທີ 30

ຄົນ​ຕ່າງ​ຊາດ​ໃນ​ຍຸກ​ສຸດ​ທ້າຍ​ຖືກ​ບັນ​ຊາ​ໃຫ້​ກັບ​ໃຈ, ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ນັບ​ເຂົ້າ​ຢູ່​ນຳ​ເຊື້ອ​ສາຍ​ອິດສະ​ຣາເອນ. ປະ​ມານ ຄ.ສ. 34–35.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ຄົນ​ຕ່າງ​ຊາດ, ແລະ ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່, ຊຶ່ງ​ພຣະ​ອົງ​ໄດ້ ບັນ​ຊາ​ໃຫ້​ຂ້າ​ພະ​ເຈົ້າ​ກ່າວ​ກ່ຽວ​ກັບ​ທ່ານ, ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ຂຽນ​ໄວ້, ມີ​ຄວາມ​ວ່າ:

2 ຈົ່ງ​ຫັນ​ມາ, ເຈົ້າ ຄົນ​ຕ່າງ​ຊາດ​ທັງ​ປວງ, ຈາກ​ທາງ​ອັນ​ຊົ່ວ​ຮ້າຍ​ຂອງ​ເຈົ້າ; ແລະ ກັບ​ໃຈ​ຈາກ​ການ​ເຮັດ​ຊົ່ວ​ຂອງ​ເຈົ້າ, ຈາກ​ການ​ເວົ້າ​ຕົວະ ແລະ ການ​ຫລອກ​ລວງ​ຂອງ​ເຈົ້າ, ແລະ ຈາກ​ການ​ໂສ​ເພ​ນີ​ຂອງ​ເຈົ້າ, ແລະ ຈາກ​ຄວາມ​ໜ້າ​ກຽດ​ຊັງ​ອັນ​ລີ້​ລັບ​ຂອງ​ເຈົ້າ, ແລະ ການ​ຂາບ​ໄຫວ້​ຮູບ​ບູຊາ​ຂອງ​ເຈົ້າ, ແລະ ການ​ຄາດ​ຕະ​ກຳ​ຂອງ​ເຈົ້າ, ແລະ ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ​ຂອງ​ເຈົ້າ, ແລະ ການ​ອິດ​ສາ​ບັງ​ບຽດ​ຂອງ​ເຈົ້າ, ແລະ ການ​ຜິດ​ຖຽງ​ກັນ​ຂອງ​ເຈົ້າ, ແລະ ຈາກ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ທັງ​ໝົດ​ຂອງ​ເຈົ້າ, ແລະ ມາ​ຫາ​ເຮົາ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ເຈົ້າ, ແລະ ເພື່ອ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພື່ອ​ເຈົ້າ​ຈະ​ຖືກ ນັບ​ເຂົ້າ​ຢູ່​ກັບ​ຜູ້​ຄົນ​ຂອງ​ເຮົາ ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ.