ພຣະ​ຄຳ​ພີ
3 ນີໄຟ 4


ບົດ​ທີ 4

ກອງ​ທັບ​ນີໄຟ​ເອົາ​ຊະນະ​ພວກ​ໂຈນ​ແກ​ດີ​ອານ​ທັນ—ກິດ​ດີ​ອານ​ໄຮ​ຖືກ​ຂ້າ​ຕາຍ, ແລະ ເຊັມ​ນາ​ໄຣ​ຫາ​ຜູ້​ຮັບ​ຕຳ​ແໜ່ງ​ແທນ​ລາວ​ຖືກ​ແຂນ​ຄໍ—ຊາວ​ນີໄຟ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ໄຊ​ຊະນະ​ຂອງ​ພວກ​ເຂົາ. ປະ​ມານ ຄ.ສ. 19–22.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ທ້າຍ​ປີ​ທີ​ສິບ​ແປດ ກອງ​ທັບ​ຂອງ​ໂຈນ​ເຫລົ່າ​ນັ້ນ​ໄດ້​ຕຽມ​ສູ້​ຮົບ ແລະ ເລີ່ມ​ລົງ​ມາ​ຈູ່​ໂຈມ​ຈາກ​ເນີນ​ພູ, ແລະ ອອກ​ມາ​ຈາກ​ຫົວ​ພູ ແລະ ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ຈາກ​ທີ່​ໝັ້ນ​ຕ່າງໆ ແລະ ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ເຂົາ, ແລະ ເລີ່ມ​ເຂົ້າ​ຄອບ​ຄອງ​ແຜ່ນ​ດິນ ທັງ​ບ່ອນ​ທາງ​ໃຕ້ ແລະ ທັງ​ບ່ອນ​ທາງ​ເໜືອ, ແລະ ເລີ່ມ​ເຂົ້າ​ຄອບ​ຄອງ​ແຜ່ນ​ດິນ​ທັງ​ໝົດ​ຊຶ່ງ​ຊາວ​ນີໄຟ ປະ​ຖິ້ມ​ໄວ້, ແລະ ຫົວ​ເມືອງ​ຕ່າງໆ​ຊຶ່ງ​ຊາວ​ນີໄຟ​ໄດ້​ປະ​ຖິ້ມ​ໄວ້​ໃຫ້​ຮົກ​ຮ້າງ.

2 ແຕ່​ຈົ່ງ​ເບິ່ງ, ມັນ​ບໍ່​ມີ​ສັດ​ປ່າ​ສຳ​ລັບ​ທີ່​ຈະ​ລ່າ​ເນື້ອ​ໃນ​ແຜ່ນ​ດິນ​ເຫລົ່າ​ນັ້ນ​ຊຶ່ງ​ຊາວ​ນີໄຟ​ໄດ້​ປະ​ຖິ້ມ, ແລະ ມັນ​ບໍ່​ມີ​ສັດ​ປ່າ​ທີ່​ຈະ​ໃຫ້​ພວກ​ໂຈນ​ລ່າ​ເລີຍ ນອກ​ຈາກ​ມີ​ແຕ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເທົ່າ​ນັ້ນ.

3 ແລະ ພວກ​ໂຈນ​ບໍ່​ສາ​ມາດ​ດຳ​ລົງ​ຊີ​ວິດ ນອກ​ຈາກ​ຈະ​ເຂົ້າ​ໄປ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພາະ​ຄວາມ​ອຶດ​ຫິວ ຍ້ອນ​ວ່າ​ຊາວ​ນີໄຟ​ໄດ້​ປະ​ຖິ້ມ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ໄວ້​ໃຫ້​ຮົກ​ຮ້າງ ແລະ ໄດ້​ເຕົ້າ​ໂຮມ​ເອົາ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ ແລະ ເຂົ້າ​ຂອງ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຢູ່​ເປັນ​ກຸ່ມ​ດຽວ.

4 ສະນັ້ນ, ຈຶ່ງ​ບໍ່​ມີ​ໂອ​ກາດ​ສຳ​ລັບ​ພວກ​ໂຈນ​ທີ່​ຈະ​ປຸ້ນ ແລະ ຈະ​ຊອກ​ຫາ​ອາຫານ​ໄດ້, ນອກ​ຈາກ​ຈະ​ຍົກ​ມາ​ສູ້​ຮົບ​ຢ່າງ​ເປີດ​ເຜີຍ​ກັບ​ຊາວ​ນີໄຟ​ເທົ່າ​ນັ້ນ; ແລະ ຊາວ​ນີໄຟ​ໂດຍ​ທີ່​ໄດ້​ຢູ່​ເປັນ​ກຸ່ມ​ດຽວ, ແລະ ມີ​ຈຳນວນ​ຢ່າງ​ຫລວງ​ຫລາຍ, ແລະ ໂດຍ​ທີ່​ໄດ້​ເກັບ​ມ້ຽນ​ສະ​ບຽງ​ອາຫານ, ລວມ​ທັງ​ມ້າ ແລະ ງົວ, ແລະ ຝູງ​ສັດ​ທຸກ​ຊະ​ນິດ​ໄວ້​ສຳ​ລັບ​ພວກ​ເຂົາ​ເອງ, ເພື່ອ​ພວກ​ເຂົາ​ຈະ​ຢູ່​ລອດ​ໄດ້​ເປັນ​ເວລາ​ເຈັດ​ປີ, ຊຶ່ງ​ໃນ​ໄລ​ຍະ​ເວລາ​ນັ້ນ ພວກ​ເຂົາ​ມີ​ຄວາມ​ຫວັງ​ວ່າ ພວກ​ເຂົາ​ຈະ​ໄດ້​ທຳ​ລາຍ​ພວກ​ໂຈນ​ໃຫ້​ໝົດ​ສິ້ນ​ໄປ​ຈາກ​ຜືນ​ແຜ່ນ​ດິນ; ແລະ ປີ​ທີ​ສິບ​ແປດ​ໄດ້​ຜ່ານ​ໄປ​ດັ່ງ​ນີ້.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ສິບ​ເກົ້າ ກິດ​ດີ​ອານ​ໄຮ​ເຫັນ​ວ່າ​ມັນ​ສົມ​ຄວນ​ທີ່​ລາວ​ຈະ​ຍົກ​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ, ເພາະ​ວ່າ​ມັນ​ບໍ່​ມີ​ທາງ​ອື່ນ​ທີ່​ພວກ​ເຂົາ​ຈະ​ຢູ່​ລອດ​ໄດ້ ນອກ​ຈາກ​ຈະ​ປຸ້ນ ແລະ ລັກ ແລະ ຂ້າ​ເທົ່າ​ນັ້ນ.

6 ແລະ ພວກ​ເຂົາ​ບໍ່​ກ້າ​ທີ່​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ແຜ່ນ​ດິນ​ເທົ່າ​ທີ່​ຄວນ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ປູກ​ເມັດ​ພືດ, ເພາະ​ຢ້ານ​ວ່າ​ຊາວ​ນີໄຟ​ຈະ​ຍົກ​ທັບ​ມາ ແລະ ຂ້າ​ພວກ​ເຂົາ​ເສຍ; ສະນັ້ນ ກິດ​ດີ​ອານ​ໄຮ​ຈຶ່ງ​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທັບ​ຂອງ​ລາວ​ວ່າ ໃນ​ປີ​ນີ້​ພວກ​ເຂົາ​ຈະ​ຍົກ​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຍົກ​ທັບ​ມາ​ສູ້​ຮົບ; ແລະ ມັນ​ເປັນ​ໄປ​ໃນ​ເດືອນ​ທີ​ຫົກ; ແລະ ຈົ່ງ​ເບິ່ງ, ມື້​ທີ່​ພວກ​ເຂົາ​ຍົກ​ທັບ​ມາ​ສູ້​ຮົບ​ນັ້ນ​ເປັນ​ມື້​ທີ່​ຍິ່ງ​ໃຫຍ່ ແລະ ເປັນ​ໜ້າ​ຢ້ານ​ກົວ​ຫລາຍ​ທີ່​ສຸດ; ແລະ ພວກ​ເຂົາ​ໄດ້​ແຕ່ງ​ຕົວ​ຕາມ​ແບບ​ຢ່າງ​ຂອງ​ພວກ​ໂຈນ; ແລະ ພວກ​ເຂົາ​ຄຽນ​ໜັງ​ແກະ​ຮອບ​ແອວ ຊຶ່ງ​ຍ້ອມ​ດ້ວຍ​ເລືອດ, ແລະ ຫົວ​ຂອງ​ພວກ​ເຂົາ​ໂລ້ນ, ແລະ ມີ​ເຄື່ອງ​ປ້ອງ​ກັນ​ຫົວ, ແລະ ການ​ປະກົດ​ຂອງ​ກອງ​ທັບ​ຂອງ​ກິດ​ດີ​ອານ​ໄຮ​ນັ້ນ​ມີ​ຈຳນວນ​ພົນ​ຢ່າງ​ຫລວງ​ຫລາຍ ແລະ ເປັນ​ໜ້າ​ຢ້ານ​ກົວ​ຫລາຍ, ຍ້ອນ​ວ່າ​ເຄື່ອງ​ປ້ອງ​ກັນ​ຂອງ​ພວກ​ເຂົາ​ທີ່​ຍ້ອມ​ດ້ວຍ​ເລືອດ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ກອງ​ທັບ​ຊາວ​ນີໄຟ​ເຫັນ​ການ​ປະກົດ​ຂອງ​ກອງ​ທັບ​ຂອງ​ກິດ​ດີ​ອານ​ໄຮ​ແລ້ວ, ກໍ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ, ແລະ ໄດ້​ເປັ່ງ​ສຽງ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ເພື່ອ​ພຣະ​ອົງ​ຈະ​ໄດ້​ໄວ້​ຊີ​ວິດ ແລະ ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ພວກ​ສັດ​ຕູ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ກອງ​ທັບ​ຂອງ​ກິດ​ດີ​ອານ​ໄຮ​ເຫັນ​ດັ່ງ​ນີ້ ພວກ​ເຂົາ​ຈຶ່ງ​ມີ​ຄວາມ​ປິ​ຕິ​ຍິນ​ດີ, ແລະ ກໍ​ເລີ່ມ​ຮ້ອງ​ໂຮ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ ເພາະ​ວ່າ​ພວກ​ເຂົາ​ຄິດ​ວ່າ ຊາວ​ນີໄຟ​ໄດ້​ລົ້ມ​ລົງ​ເພາະ​ຄວາມ​ຢ້ານ​ກົວ​ກອງ​ທັບ​ຂອງ​ພວກ​ເຂົາ.

10 ແຕ່​ວ່າ​ໃນ​ເລື່ອງ​ນີ້ ພວກ​ເຂົາ​ໄດ້​ຜິດ​ຫວັງ ເພາະ​ຊາວ​ນີໄຟ​ບໍ່​ໄດ້ ຢ້ານ​ກົວ​ພວກ​ເຂົາ​ເລີຍ; ແຕ່​ພວກ​ເຂົາ​ຢ້ານ​ກົວ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ແລະ ໄດ້​ອ້ອນ​ວອນ​ຫາ​ພຣະ​ອົງ​ເພື່ອ​ຂໍ​ຄວາມ​ຄຸ້ມ​ຄອງ; ສະນັ້ນ, ເວລາ​ກອງ​ທັບ​ຂອງ​ກິດ​ດີ​ອານ​ໄຮ​ແລ່ນ​ເຂົ້າ​ມາ​ໃສ່​ພວກ​ເຂົາ, ພວກ​ເຂົາ​ກໍ​ຕຽມ​ພ້ອມ​ຢູ່​ແລ້ວ​ທີ່​ຈະ​ພົບ​ກັບ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຕ້ອນ​ຮັບ​ພວກ​ເຂົາ​ດ້ວຍ​ກຳ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

11 ແລະ ການ​ສູ້​ຮົບ​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ທີ​ຫົກ; ແລະ ການ​ສູ້​ຮົບ​ເທື່ອ​ນີ້​ຍິ່ງ​ໃຫຍ່ ແລະ ໂຫດ​ຮ້າຍ​ທີ່​ສຸດ, ແທ້​ຈິງ​ແລ້ວ, ການ​ຂ້າ​ຟັນ​ເທື່ອ​ນີ້​ໃຫຍ່​ຫລວງ ແລະ ໂຫດ​ຮ້າຍ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ມັນ​ບໍ່​ເຄີຍ​ມີ​ການ​ຂ້າ​ຟັນ​ທີ່​ໃຫຍ່​ຫລວງ​ເຊັ່ນ​ນີ້​ມາ​ກ່ອນ​ເລີຍ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ລີໄຮ ນັບ​ຕັ້ງ​ແຕ່​ເພິ່ນ​ໄດ້​ອອກ​ມາ​ຈາກ​ເຢຣູ​ຊາເລັມ.

12 ແລະ ເຖິງ​ແມ່ນ​ວ່າ​ກິດ​ດີ​ອານ​ໄຮ​ໄດ້ ນາບ​ຂູ່ ແລະ ກ່າວ​ຄຳ​ສາບານ​ໄວ້​ກໍ​ຕາມ, ຈົ່ງ​ເບິ່ງ, ຊາວ​ນີໄຟ​ຍັງ​ໄດ້​ໄຊ​ຊະນະ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ແຕກ​ຜ່າຍ​ໄປ​ຕໍ່​ໜ້າ​ພວກ​ເຂົາ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກິດ​ກິດ​ໂດ​ໄນ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ຂອງ​ເພິ່ນ​ໄລ່​ຕາມ​ພວກ​ເຂົາ​ໄປ​ໃຫ້​ຮອດ​ຊາຍ​ແດນ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ວ່າ​ບໍ່​ໃຫ້​ໄວ້​ຊີ​ວິດ​ຜູ້​ໃດ​ເລີຍ​ທີ່​ພວກ​ເຂົາ​ພົບ​ເຫັນ​ໃນ​ລະຫວ່າງ​ທາງ; ແລະ ພວກ​ເຂົາ​ໄດ້​ຕິດ​ຕາມ​ພວກ​ເຂົາ​ໄປ​ດັ່ງ​ນັ້ນ, ແລະ ໄດ້​ຂ້າ​ພວກ​ເຂົາ​ໄປ​ຈົນ​ຮອດ​ຊາຍ​ແດນ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຈົນ​ວ່າ​ໄດ້​ເຮັ​ດ​ໃຫ້​ຄຳ​ສັ່ງ​ຂອງ​ກິດ​ກິດ​ໂດ​ໄນ​ສຳ​ເລັດ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກິດ​ດີ​ອານ​ໄຮ, ຜູ້​ທີ່​ຢືນ​ຕໍ່​ສູ້​ດ້ວຍ​ຄວາມ​ອົງ​ອາດ​ກ້າ​ຫານ​ໄດ້​ຖືກ​ໄລ່​ຕາມ​ໃນ​ຂະນະ​ທີ່​ລາວ​ໜີ​ໄປ; ແລະ ໂດຍ​ທີ່​ມີ​ຄວາມ​ອິດ​ເມື່ອຍ​ເພາະ​ການ​ຕໍ່​ສູ້​ອັນ​ຍືດ​ຍາວ​ຂອງ​ລາວ, ລາວ​ຈຶ່ງ​ຖືກ​ຕາມ​ທັນ ແລະ ຖືກ​ຂ້າ​ຕາຍ. ແລະ ນີ້​ຄື​ທີ່​ສຸດ​ຂອງ​ໂຈນ​ກິດ​ດີ​ອານ​ໄຮ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທັບ​ຊາວ​ນີໄຟ​ໄດ້​ກັບ​ຄືນ​ມາ​ຫາ​ບ່ອນ​ປອດ​ໄພ​ຂອງ​ພວກ​ເຂົາ​ອີກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ສິບ​ເກົ້າ​ໄດ້​ຜ່ານ​ໄປ, ແລະ ພວກ​ໂຈນ​ບໍ່​ໄດ້​ຍົກ​ມາ​ສູ້​ຮົບ​ອີກ; ທັງ​ບໍ່​ໄດ້​ຍົກ​ມາ​ໃນ​ປີ​ທີ​ຊາວ​ຄື​ກັນ.

16 ແລະ ໃນ​ປີ​ທີ​ຊາວ​ເອັດ ພວກ​ເຂົາ​ກໍ​ບໍ່​ໄດ້​ຍົກ​ມາ​ສູ້​ຮົບ, ແຕ່​ວ່າ​ພວກ​ເຂົາ​ໄດ້​ຍົກ​ມາ​ລ້ອມ​ຜູ້​ຄົນ​ຂອງ​ນີໄຟ​ໄວ້​ໂດຍ​ຮອບ; ເພາະ​ພວກ​ເຂົາ​ຄິດ​ວ່າ ຖ້າ​ຫາກ​ພວກ​ເຂົາ​ກັນ​ຜູ້​ຄົນ​ຂອງ​ນີໄຟ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ແລະ ລ້ອມ​ໄວ້​ທຸກ​ດ້ານ, ແລະ ຖ້າ​ຫາກ​ພວກ​ເຂົາ​ກັນ​ພວກ​ເຂົາ​ຈາກ​ຜົນ​ປະ​ໂຫຍດ​ພາຍ​ນອກ​ຂອງ​ພວກ​ເຂົາ, ແລ້ວ​ພວກ​ເຂົາ​ອາດ​ຈະ​ເຮັດ​ໃຫ້​ຄົນ​ພວກ​ເຂົາ​ຕ້ອງ​ຍອມ​ມອບ​ຕົວ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ.

17 ບັດ​ນີ້​ພວກ​ເຂົາ​ໄດ້​ແຕ່ງ​ຕັ້ງ​ຫົວ​ໜ້າ​ອີກ​ຄົນ​ໜຶ່ງ, ຊຶ່ງ​ມີ​ຊື່​ວ່າ ເຊັມ​ນາ​ໄຣ​ຫາ; ສະນັ້ນ ເຊັມ​ນາ​ໄຣ​ຫາ​ຜູ້​ນີ້​ເອງ​ທີ່​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ປິດ​ລ້ອມ​ເທື່ອ​ນີ້.

18 ແຕ່​ຈົ່ງ​ເບິ່ງ, ສິ່ງ​ນີ້​ຈຶ່ງ​ເປັນ​ການ​ໄດ້​ປຽບ​ແກ່​ຊາວ​ນີໄຟ; ເພາະ​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ພວກ​ໂຈນ​ຈະ​ປິດ​ລ້ອມ​ໄດ້​ຢ່າງ​ດົນ​ນານ​ພໍ​ທີ່​ຈະ​ໄດ້​ຮັບ​ຜົນ​ອັນ​ໃດ​ຈາກ​ຊາວ​ນີໄຟ ເພາະ​ສະ​ບຽງ​ອາຫານ​ຂອງ​ພວກ​ເຂົາ​ທີ່​ພວກ​ເຂົາ​ໄດ້​ສະ​ສົມ​ໄວ້​ຢ່າງ​ຫລວງ​ຫລາຍ,

19 ແລະ ເປັນ​ຍ້ອນ​ການ​ຂາດ​ເຂີນ​ສະ​ບຽງ​ອາຫານ​ໃນ​ບັນ​ດາ​ພວກ​ໂຈນ; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ບໍ່​ມີ​ອັນ​ໃດ​ກິນ​ເລີຍ​ນອກ​ຈາກ​ຊີ້ນ​ເທົ່າ​ນັ້ນ, ເພື່ອ​ພວກ​ເຂົາ​ຈະ​ຢູ່​ລອດ​ໄດ້ ຊຶ່ງ​ເປັນ​ຊີ້ນ​ທີ່​ພວກ​ເຂົາ​ໄດ້​ເອົາ​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ;

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສັດ ປ່າ​ທີ່​ເຄີຍ​ຫາ​ມາ​ໄດ້​ກໍ​ກັບ​ຫາ​ຍາກ​ຫລາຍ​ຂຶ້ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເຖິງ​ຂະ​ໜາດ​ທີ່​ພວກ​ໂຈນ​ກຳ​ລັງ​ຈະ​ຕາຍ​ດ້ວຍ​ຄວາມ​ອຶດ​ຫິວ.

21 ແລະ ຊາວ​ນີໄຟ​ໄດ້​ເລີ່ມ​ເດີນ​ທັບ​ຕະຫລອດ​ທັງ​ກາງ​ເວັນ ແລະ ກາງ​ຄືນ, ແລະ ໄດ້​ເຂົ້າ​ໂຈມ​ຕີ​ກອງ​ທັບ​ຂອງ​ພວກ​ເຂົາ ແລະ ໄດ້​ຟາດ​ຟັນ​ພວກ​ເຂົາ​ລົງ​ເປັນ​ພັນໆ​ເປັນ​ໝື່ນໆ​ຄົນ.

22 ແລະ ມັນ​ຈຶ່ງ​ເປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ຜູ້​ຄົນ​ຂອງ​ເຊັມ​ນາ​ໄຣ​ຫາ​ທີ່​ຈະ​ລົ້ມ​ເລີກ​ແຜນ​ການ​ຂອງ​ພວກ​ເຂົາ​ດັ່ງ​ນີ້, ເພາະ​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ ຊຶ່ງ​ເກີດ​ກັບ​ພວກ​ເຂົາ​ທັງ​ກາງ​ເວັນ ແລະ ກາງ​ຄືນ,

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຊັມ​ນາ​ໄຣ​ຫາ​ຈຶ່ງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ລາວ​ຖອນ​ຕົວ​ອອກ​ຈາກ​ການ​ປິດ​ລ້ອມ, ແລະ ເດີນ​ທັບ​ຂຶ້ນ​ໄປ​ຫາ​ຂົງ​ເຂດ​ທີ່​ຢູ່​ເໜືອ​ສຸດ​ຂອງ​ແຜ່ນ​ດິນ​ທາງ​ເໜືອ.

24 ແລະ ບັດ​ນີ້, ກິດ​ກິດ​ໂດ​ໄນ​ໂດຍ​ທີ່​ຮູ້​ຈັກ​ແຜນ​ການ​ຂອງ​ພວກ​ເຂົາ, ແລະ ໂດຍ​ທີ່​ຮູ້​ຈັກ​ເຖິງ​ຄວາມ​ອ່ອນ​ແອ​ຂອງ​ພວກ​ເຂົາ ເພາະ​ຄວາມ​ຕ້ອງ​ການ​ອາຫານ​ຂອງ​ພວກ​ເຂົາ, ແລະ ການ​ຂ້າ​ຟັນ​ຢ່າງ​ຫລວງ​ຫລາຍ​ຊຶ່ງ​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ, ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ຂອງ​ເພິ່ນ​ອອກ​ໄປ​ໃນ​ເວລາ​ກາງ​ຄືນ ແລະ ໄດ້​ດັກ​ສະ​ກັດ​ທາງ​ໜີ​ຂອງ​ພວກ​ເຂົາ ແລະ ໄດ້​ວາງ​ກຳ​ລັງ​ໄວ້​ຕາມ​ເສັ້ນ​ທາງ​ທີ່​ພວກ​ເຂົາ​ຈະ​ໜີ​ໄປ.

25 ແລະ ພວກ​ເຂົາ​ໄດ້​ເຮັດ​ແບບ​ນີ້​ໃນ​ເວລາ​ກາງ​ຄືນ, ແລະ ໄດ້​ເດີນ​ທັບ​ເລີຍ​ໄປ​ທາງ​ໜ້າ​ຂອງ​ພວກ​ໂຈນ, ສະນັ້ນ ໃນ​ມື້​ຕໍ່​ມາ ເວລາ​ພວກ​ໂຈນ​ເລີ່ມ​ເດີນ​ທັບ​ຂອງ​ພວກ​ເຂົາ​ໄປ, ພວກ​ເຂົາ​ຈຶ່ງ​ໄດ້​ພົບ​ກັບ​ກອງ​ທັບ​ຂອງ​ຊາວ​ນີໄຟ ທັງ​ທາງ​ດ້ານ​ໜ້າ​ຂອງ​ພວກ​ເຂົາ ແລະ ທາງ​ດ້ານ​ຫລັງ​ຂອງ​ພວກ​ເຂົາ.

26 ແລະ ພວກ​ໂຈນ​ຜູ້​ຢູ່​ທາງ​ໃຕ້​ກໍ​ໄດ້​ຖືກ​ສະ​ກັດ​ກັ້ນ​ໃນ​ບ່ອນ​ທີ່​ພວກ​ເຂົາ​ໜີ​ມາ. ແລະ ທັງ​ໝົດ​ນີ້​ເປັນ​ໄປ​ຕາມ​ຄຳ​ສັ່ງ​ຂອງ​ກິດ​ກິດ​ໂດ​ໄນ.

27 ແລະ ມີ​ຫລາຍ​ພັນ​ຄົນ​ທີ່​ໄດ້​ຍອມ​ມອບ​ຕົວ​ເປັນ​ຊະ​ເລີຍ​ເສິກ​ຕໍ່​ຊາວ​ນີໄຟ, ແລະ ພວກ​ທີ່​ເຫລືອ​ຢູ່​ກໍ​ຖືກ​ຂ້າ.

28 ແລະ ເຊັມ​ນາ​ໄຣ​ຫາ​ຜູ້​ນຳ​ຂອງ​ພວກ​ເຂົາ​ຖືກ​ຈັບ​ແຂວນ​ຄໍ​ຢູ່​ເທິງ​ຕົ້ນ​ໄມ້, ແທ້​ຈິງ​ແລ້ວ, ຖືກ​ແຂວນ​ໄວ້​ຢູ່​ຍອດ​ຕົ້ນ​ໄມ້​ຈົນ​ເຖິງ​ແກ່​ຄວາມ​ຕາຍ. ແລະ ເວລາ​ພວກ​ເຂົາ​ໄດ້​ແຂວນ​ລາວ​ໄວ້​ຈົນ​ເຖິງ​ຕາຍ​ແລ້ວ, ພວກ​ເຂົາ​ກໍ​ໄດ້​ປ້ຳ​ຕົ້ນ​ໄມ້​ນັ້ນ​ລົງ, ແລະ ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ, ມີ​ຄວາມ​ວ່າ:

29 ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ປົກ​ປັກ​ຮັກ​ສາ​ຜູ້​ຄົນ​ຂອງ​ພຣະ​ອົງ​ດ້ວຍ​ເຖີດ ໃນ​ຄວາມ​ຊອບ​ທຳ ແລະ ໃນ​ໃຈ​ອັນ​ບໍ​ລິ​ສຸດ​ຂອງ​ພວກ​ເຂົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຮັດ​ໃຫ້​ພວກ​ທີ່​ພະ​ຍາ​ຍາມ​ຂ້າ​ພວກ​ເຂົາ​ດ້ວຍ​ອຳນາດ, ແລະ ການ​ມົ້ວ​ສຸມ​ລັບ​ຖືກ​ໂຄ່ນ​ລົງ​ກັບ​ພື້ນ​ດິນ​ຄື​ກັນ​ກັບ​ຊາຍ​ຜູ້​ນີ້​ຖືກ​ໂຄ່ນ​ລົງ​ກັບ​ພື້ນ​ດິນ.

30 ແລະ ພວກ​ເຂົາ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຮ້ອງ​ຂຶ້ນ​ອີກ​ເປັນ​ສຽງ​ດຽວ​ກັນ, ມີ​ຄວາມ​ວ່າ: ຂໍ ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ແລະ ພຣະເຈົ້າ​ຂອງ​ອີ​ຊາກ, ແລະ ພຣະ​ເຈົ້າ​ຂອງ​ຢາໂຄບ, ຈົ່ງ​ໂປດ​ຄຸ້ມ​ຄອງ​ຜູ້​ຄົນ​ພວກ​ນີ້​ດ້ວຍ​ເຖີດ, ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຢູ່​ເພື່ອ​ຂໍ​ຄວາມ​ຄຸ້ມ​ຄອງ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ທັງ​ໝົດ​ໄດ້​ເປັ່ງ​ສຽງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ​ໃນ​ການ​ຮ້ອງ​ເພງ, ແລະ ສັນ​ລະ​ເສີນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ສຳ​ລັບ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຊຶ່ງ​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ພວກ​ເຂົາ, ໃນ​ການ​ປົກ​ປ້ອງ​ພວກ​ເຂົາ​ບໍ່​ໃຫ້​ຕົກ​ໄປ​ສູ່​ກຳ​ມື​ຂອງ​ພວກ​ສັດ​ຕູ​ຂອງ​ພວກ​ເຂົາ.

32 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮ້ອງ​ອອກ​ມາ​ວ່າ: ໂຮ​ຊັນ​ນາ​ແດ່​ອົງ​ພຣະ​ເຈົ້າ​ສູງ​ສຸດ. ແລະ ພວກ​ເຂົາ​ໄດ້​ຮ້ອງ​ອອກ​ມາ​ວ່າ: ຂໍ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ພຣະ​ເຈົ້າ​ສູງ​ສຸດ, ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ.

33 ແລະ ໃຈ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ຈົນ​ຫລັ່ງ​ນ້ຳ​ຕາ​ອອກ​ມາ​ຢ່າງ​ຫລວງ​ຫລາຍ ເພາະ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ໃນ​ການ​ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ຮູ້​ວ່າ​ເປັນ​ຍ້ອນ​ການ​ກັບ​ໃຈ ແລະ ການ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ພິນາດ​ອັນ​ເປັນ​ນິດ.