ພຣະ​ຄຳ​ພີ
3 ນີໄຟ 6


ບົດ​ທີ 6

ຊາວ​ນີໄຟ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ—ຄວາມ​ທະນົງ​ຕົວ, ຄວາມ​ຮັ່ງ​ມີ​ເປັນ​ດີ, ແລະ ການ​ແບ່ງ​ຊັ້ນ​ວັນ​ນະ​ເກີດ​ຂຶ້ນ—ສາດ​ສະ​ໜາ​ຈັກ​ແຕກ​ແຍກ​ດ້ວຍ​ຄວາມ​ບໍ່​ລົງ​ລອຍ​ກັນ—ຊາຕານ​ນຳ​ພາ​ຜູ້​ຄົນ​ໃນ​ການ​ກະ​ບົດ​ຢ່າງ​ເປີດ​ເຜີຍ—ສາດ​ສະ​ດາ​ຫລາຍ​ທ່ານ​ຂໍ​ຮ້ອງ​ໃຫ້​ມີ​ການ​ກັບ​ໃຈ ແລະ ໄດ້​ຖືກ​ຂ້າ—ຜູ້​ຄາດ​ຕະ​ກຳ​ພວກ​ເພິ່ນ​ສົມ​ຄົບ​ຄິດ​ກະ​ບົດ​ເພື່ອ​ໂຄ່ນ​ລົ້ມ​ຝ່າຍ​ຜູ້​ປົກ​ຄອງ. ປະ​ມານ ຄ.ສ. 26–30.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ນີໄຟ​ທັງ​ໝົດ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ​ໃນ​ປີ​ທີ​ຊາວ​ຫົກ, ຜູ້​ຊາຍ​ທຸກ​ຄົນ, ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ພວກ​ເຂົາ, ພ້ອມ​ທັງ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ, ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ, ມ້າ​ຂອງ​ພວກ​ເຂົາ ແລະ ງົວ​ຂອງ​ພວກ​ເຂົາ, ແລະ ທຸກ​ສິ່ງ​ທຸກ​ຢ່າງ​ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເປັນ​ຂອງ​ພວກ​ເຂົາ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຍັງ​ບໍ່​ໄດ້​ກິນ​ສະ​ບຽງ​ອາຫານ​ຂອງ​ພວກ​ເຂົາ​ທັງ​ໝົດ​ເທື່ອ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ເອົາ​ສິ່ງ​ຂອງ​ທີ່​ຍັງ​ບໍ່​ທັນ​ໄດ້​ໃຊ້​ທັງ​ໝົດ​ໄປ​ກັບ​ພວກ​ເຂົາ, ຊຶ່ງ​ມີ​ເມັດ​ພືດ​ທຸກ​ຊະ​ນິດ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ຄຳ​ຂອງ​ພວກ​ເຂົາ, ແລະ ເງິນ​ຂອງ​ພວກ​ເຂົາ, ແລະ ຂອງ​ມີ​ຄ່າ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ, ແລະ ສິ່ງ​ຂອງ ຂອງ​ພວກ​ເຂົາ​ເອງ, ທັງ​ຢູ່​ທາງ​ເໜືອ ແລະ ຢູ່​ທາງ​ໃຕ້, ທັງ​ໃນ​ແຜ່ນ​ດິນ​ທາງ​ເໜືອ ແລະ ໃນ​ແຜ່ນ​ດິນ​ທາງ​ໃຕ້.

3 ແລະ ພວກ​ເຂົາ​ໄດ້​ແບ່ງ​ປັນ​ທີ່​ດິນ​ໃຫ້​ແກ່​ພວກ​ໂຈນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ວ່າ​ຈະ​ຮັກ​ສາ​ສັນ​ຕິ​ສຸກ​ໃນ​ແຜ່ນ​ດິນ, ຜູ້​ປາດ​ຖະ​ໜາ​ເປັນ​ຊາວ​ເລມັນ​ຢູ່​ຕໍ່​ໄປ, ຕາມ​ຈຳນວນ​ໜ້ອຍ​ຫລາຍ​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ບ່ອນ​ທຳ​ມາ​ຫາ​ກິນ, ແລະ ພວກ​ເຂົາ​ໄດ້​ສະຖາ​ປະນາ​ສັນ​ຕິ​ສຸກ​ຂຶ້ນ​ໃນ​ທົ່ວ​ແຜ່ນ​ດິນ​ດັ່ງ​ນັ້ນ.

4 ແລະ ພວກ​ເຂົາ​ເລີ່ມ​ຮຸ່ງ​ເຮືອງ ແລະ ໃຫຍ່​ຍິ່ງ​ຂຶ້ນ​ອີກ; ແລະ ປີ​ທີ​ຊາວ​ຫົກ ແລະ ຊາວ​ເຈັດ​ໄດ້​ຜ່ານ​ໄປ, ແລະ ມັນ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຫລາຍ​ໃນ​ແຜ່ນ​ດິນ; ແລະ ພວກ​ເຂົາ​ໄດ້​ຕັ້ງ​ກົດ​ຂຶ້ນ​ຕາມ​ຄວາມ​ເປັນ​ທຳ ແລະ ຄວາມ​ຍຸດ​ຕິ​ທຳ.

5 ແລະ ບັດ​ນີ້​ບໍ່​ມີ​ສິ່ງ​ໃດ​ໃນ​ທົ່ວ​ແຜ່ນ​ດິນ​ທີ່​ຈະ​ຂັດ​ຂວາງ​ບໍ່​ໃຫ້​ຜູ້​ຄົນ​ຈະ​ເລີນ​ຮຸ່ງ​ເຮືອງ​ຕະຫລອດ​ໄປ​ໄດ້, ເວັ້ນ​ເສຍ​ແຕ່​ພວກ​ເຂົາ​ຈະ​ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ​ເທົ່າ​ນັ້ນ.

6 ແລະ ບັດ​ນີ້​ແມ່ນ​ກິດ​ກິດ​ໂດ​ໄນ ແລະ ຜູ້​ຕັດ​ສິນ​ເລ​ໂຄ​ນິ​ອັດ, ແລະ ພວກ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ນຳ ເປັນ​ຜູ້​ສະຖາ​ປະນາ​ສັນ​ຕິ​ສຸກ​ອັນ​ຍິ່ງ​ໃຫຍ່​ຂຶ້ນ​ໃນ​ແຜ່ນ​ດິນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ມີ​ຫລາຍ​ເມືອງ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່, ແລະ ຫລາຍ​ເມືອງ​ທີ່​ເກົ່າ​ແກ່​ກໍ​ໄດ້​ຮັບ​ການ​ສ້ອມ​ແຊມ.

8 ແລະ ມັນ​ມີ​ການ​ສ້າງ​ທາງ​ຫລວງ​ຫລາຍ​ສາຍ, ແລະ ຖະ​ໜົນ​ຫົນ​ທາງ​ຫລາຍ​ສາຍ ຊຶ່ງ​ນຳ​ໄປ​ຈາກ​ເມືອງ​ໜຶ່ງ​ຫາ​ອີກ​ເມືອງ​ໜຶ່ງ, ແລະ ຈາກ​ແຜ່ນ​ດິນ​ໜຶ່ງ​ໄປ​ຫາ​ອີກ​ແຜ່ນ​ດິນ​ໜຶ່ງ, ແລະ ຈາກ​ບ່ອນ​ໜຶ່ງ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ.

9 ແລະ ປີ​ທີ​ຊາວ​ແປດ​ໄດ້​ຜ່ານ​ໄປ, ແລະ ຜູ້​ຄົນ​ກໍ​ມີ​ສັນ​ຕິ​ສຸກ​ຕະຫລອດ​ເວລາ.

10 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຊາວ​ເກົ້າ ມັນ​ໄດ້​ເລີ່ມ​ມີ​ການ​ໂຕ້​ຖຽງ​ກັນ​ເລັກ​ໜ້ອຍ​ໃນ​ບັນ​ດາ​ຜູ້​ຄົນ; ແລະ ມີ​ບາງ​ຄົນ​ລະ​ເມີ​ເພີ້​ຝັນ​ດ້ວຍ ຄວາມ​ທະນົງ​ຕົວ ແລະ ການ​ອວດ​ອ້າງ​ເພາະ​ຂອງ​ມີຄ່າ​ຢ່າງ​ຫລວງ​ຫລາຍ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ຈົນ​ນຳ​ໄປ​ສູ່​ການ​ຂົ່ມ​ເຫັງ​ອັນ​ໃຫຍ່​ຫລວງ.

11 ເພາະ​ວ່າ​ມັນ​ໄດ້​ມີ​ພໍ່​ຄ້າ​ຢ່າງ​ຫລວງ​ຫລາຍ​ໃນ​ແຜ່ນ​ດິນ, ແລະ ທະນາຍ​ຄວາມ​ຢ່າງ​ຫລວງ​ຫລາຍ, ແລະ ເຈົ້າ​ໜ້າ​ທີ່​ຢ່າງ​ຫລວງ​ຫລາຍ​ນຳ​ອີກ.

12 ແລະ ຜູ້​ຄົນ​ເລີ່ມ​ມີ​ການ​ແບ່ງ​ຊັ້ນ​ວັນ​ນະ​ກັນ​ຂຶ້ນ​ຕາມ ຄວາມ​ຮັ່ງ​ມີ​ຂອງ​ຕົນ, ແລະ ຕາມ​ໂອ​ກາດ​ຂອງ​ພວກ​ເຂົາ​ທີ່​ໄດ້​ຮຽນ​ຮູ້; ແທ້​ຈິງ​ແລ້ວ, ບາງ​ຄົນ​ຂາດ​ຄວາມ​ຮູ້ ເພາະ​ຄວາມ​ຍາກ​ຈົນ​ຂອງ​ພວກ​ເຂົາ, ແລະ ຄົນ​ອື່ນໆ​ໄດ້​ຮັບ​ການ​ສຶກ​ສາ​ຢ່າງ​ກວ້າງ​ຂວາງ​ເພາະ​ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ.

13 ບາງ​ຄົນ​ໄດ້​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ຕົວ, ແລະ ບາງ​ຄົນ​ເປັນ​ຄົນ​ຖ່ອມ​ຕົວ​ທີ່​ສຸດ; ບາງ​ຄົນ​ກໍ​ໄດ້​ໂຕ້​ຖຽງ​ກັນ​ດ້ວຍ​ສຽງ​ປ້ອຍ​ດ່າ, ໃນ​ຂະນະ​ທີ່​ບາງ​ຄົນ​ຍອມ​ຮັບ​ການ​ປ້ອຍ​ດ່າ ແລະ ຍອມ​ຮັບ ການ​ຂົ່ມ​ເຫັງ ແລະ ຄວາມ​ທຸກ​ນາໆ​ປະ​ການ, ແລະ ບໍ່​ຍອມ​ໂຕ້​ຕອບ ແລະ ໝິ່ນ​ປະ​ໝາດ​ຄືນ, ມີ​ແຕ່​ຖ່ອມຕົວ ແລະ ສຳ​ນຶກ​ຜິດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

14 ແລະ ມັນ​ຈຶ່ງ​ມີ​ຄວາມ​ບໍ່​ສະເໝີ​ພາບ​ກັນ​ໃນ​ທົ່ວ​ແຜ່ນ​ດິນ, ເຖິງ​ຂະ​ໜາດ​ທີ່​ສາດ​ສະ​ໜາ​ຈັກ​ເລີ່ມ​ແຕກ​ແຍກ; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ສາດ​ສະ​ໜາ​ຈັກ​ໃນ​ທົ່ວ​ແຜ່ນ​ດິນ​ໄດ້​ເລີ່ມ​ຕົ້ນ​ແຕກ​ແຍກ​ກັນ​ໃນ​ປີ​ທີ​ສາມ​ສິບ ນອກ​ຈາກ​ໃນ​ບັນ​ດາ​ຊາວ​ເລມັນ​ຈຳນວນ​ໜ້ອຍ​ໜຶ່ງ​ຜູ້​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ມາ​ສູ່​ສັດທາ​ທີ່​ແທ້​ຈິງ; ແລະ ພວກ​ເຂົາ​ຈະ​ບໍ່​ຖິ້ມ​ມັນ​ໄປ ເພາະ​ພວກ​ເຂົາ​ໝັ້ນ​ຄົງ, ແລະ ແນ່ວ​ແນ່, ແລະ ບໍ່​ຫວັ່ນ​ໄຫວ, ເຕັມ​ໃຈ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ ຄວາມ​ພາກ​ພຽນ.

15 ບັດ​ນີ້​ສາ​ເຫດ​ຂອງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ແມ່ນ​ຄື​ແນວ​ນີ້—ຊາຕານ​ໄດ້​ມີ​ອຳນາດ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ຍຸ​ຍົງ​ໃຫ້​ຜູ້​ຄົນ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ, ແລະ ເຮັດ​ໃຫ້​ພວກ​ເຂົາ​ຫລົງ​ໄຫລ​ດ້ວຍ​ຄວາມ​ທະນົງ​ຕົວ, ລໍ້​ລວງ​ພວກ​ເຂົາ​ໃຫ້​ສະແຫວງ​ຫາ​ອຳນາດ ແລະ ສິດ​ອຳນາດ, ແລະ ຂອງ​ມີ​ຄ່າ, ແລະ ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ.

16 ແລະ ຊາຕານ​ໄດ້​ຊັກ​ນຳ​ໃຈ​ຂອງ​ຜູ້​ຄົນ​ໃຫ້​ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ດັ່ງ​ນີ້; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຊື່ນ​ຊົມ​ຢູ່​ກັບ​ສັນ​ຕິ​ສຸກ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ປີ​ເທົ່າ​ນັ້ນ.

17 ແລະ ດ້ວຍ​ເຫດ​ນີ້, ໃນ​ຕົ້ນ​ປີ​ທີ​ສາມ​ສິບ—ຜູ້​ຄົນ​ໄດ້​ຖືກ​ປະ​ປ່ອຍ​ໄວ້​ເປັນ​ເວລາ​ດົນ​ນານ​ຢູ່​ນຳ ການ​ລໍ້​ລວງ​ຂອງ​ມານ​ຕາມ​ແຕ່​ມັນ​ປາດ​ຖະ​ໜາ​ທີ່​ຈະ​ພາ​ພວກ​ເຂົາ​ໄປ, ແລະ ໃຫ້​ເຮັດ​ຄວາມ​ຊົ່ວ​ຮ້າຍ​ຕາມ​ແຕ່​ມັນ​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ພວກ​ເຂົາ​ເຮັດ—​ແລະ ຕົ້ນ​ປີ​ທີ​ສາມ​ສິບ​ນີ້, ຜູ້​ຄົນ​ຈຶ່ງ​ໄດ້​ຕົກ​ຢູ່​ໃນ​ສະພາບ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ​ອັນ​ເປັນ​ຕາ​ຢ້ານ​ດັ່ງ​ນີ້.

18 ບັດ​ນີ້ພວກ​ເຂົາ​ບໍ່​ໄດ້​ເຮັດ​ບາບ​ໂດຍ ບໍ່​ຮູ້​ເທົ່າ​ເຖິງ​ການ, ເພາະ​ພວກ​ເຂົາ​ຮູ້​ຈັກ​ເຖິງ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ພວກ​ເຂົາ, ເພາະ​ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ມາ​ແລ້ວ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້ ກະ​ບົດ​ຕໍ່​ພຣະ​ເຈົ້າ​ໂດຍ​ເຈດ​ຕະ​ນາ.

19 ແລະ ບັດ​ນີ້​ມັນ​ເປັນ​ໄປ​ໃນ​ວັນ​ເວລາ​ຂອງ​ເລ​ໂຄ​ນິ​ອັດ​ຜູ້​ເປັນ​ລູກ​ຊາຍ​ຂອງ​ເລ​ໂຄ​ນິ​ອັດ, ເພາະ​ວ່າ​ເລ​ໂຄ​ນິ​ອັດ​ໄດ້​ຮັບ​ຕຳ​ແໜ່ງ​ແທນ​ບິດາ​ຂອງ​ເພິ່ນ ແລະ ໄດ້​ປົກ​ຄອງ​ຜູ້​ຄົນ​ໃນ​ປີ​ນັ້ນ.

20 ແລະ ມັນ​ເລີ່ມ​ມີ​ຄົນ​ໄດ້​ຮັບ ການ​ດົນ​ໃຈ​ຈາກ​ສະຫວັນ ແລະ ຖືກ​ສົ່ງ​ໄປ​ຫາ​ບັນ​ດາ​ຜູ້​ຄົນ​ໃນ​ທົ່ວ​ແຜ່ນ​ດິນ​ເພື່ອ​ສັ່ງ​ສອນ ແລະ ໃຫ້​ຖ້ອຍ​ຄຳ​ຢ່າງ​ອາດ​ຫານ​ເຖິງ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ, ແລະ ໄດ້​ໃຫ້​ຖ້ອຍ​ຄຳ​ແກ່​ພວກ​ເຂົາ​ກ່ຽວ​ກັບ​ການ​ໄຖ່, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະ​ທຳ​ເພື່ອ​ຜູ້​ຄົນ​ຂອງ​ພຣະ​ອົງ, ຫລື ອີກ​ຄຳ​ໜຶ່ງ​ຄື ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ; ແລະ ເຂົາ​ເຈົ້າ​ໄດ້​ໃຫ້​ຖ້ອຍ​ຄຳ​ຢ່າງ​ອາດ​ຫານ​ເຖິງ ການ​ສິ້ນ​ພຣະ​ຊົນ ແລະ ການ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ.

21 ບັດ​ນີ້ມັນ​ໄດ້​ມີ​ຜູ້​ຄົນ​ຈຳນວນ​ຫລວງ​ຫລາຍ​ທີ່​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ​ໃຫ້​ແກ່​ຜູ້​ທີ່​ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ເຫລົ່າ​ນີ້; ແລະ ຜູ້​ທີ່​ຄຽດ​ແຄ້ນ​ນັ້ນ​ສ່ວນ​ຫລາຍ​ເປັນ​ພວກ​ຫົວ​ໜ້າ​ຜູ້​ຕັດ​ສິນ, ແລະ ພວກ​ທີ່ ໄດ້​ເປັນ​ມະຫາ​ປະ​ໂລ​ຫິດ ແລະ ພວກ​ທະນາຍ​ຄວາມ; ແທ້​ຈິງ​ແລ້ວ, ພວກ​ທະນາຍ​ຄວາມ​ທັງ​ໝົດ​ໄດ້​ຄຽດ​ແຄ້ນ​ໃຫ້​ແກ່​ຜູ້​ທີ່​ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ເຫລົ່າ​ນີ້.

22 ບັດ​ນີ້​ບໍ່​ມີ​ທະນາຍ​ຄວາມ ຫລື ວ່າ​ຜູ້​ຕັດ​ສິນ ຫລື ວ່າ​ມະຫາ​ປະ​ໂລ​ຫິດ​ຄົນ​ໃດ​ທີ່​ຈະ​ມີ​ອຳນາດ​ກ່າວ​ໂທດ​ຜູ້​ໃດ​ເຖິງ​ຕາຍ​ໄດ້ ນອກ​ຈາກ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ຈະ​ເປັນ​ຜູ້​ລົງ​ຊື່​ໃນ​ການ​ກ່າວ​ໂທດ​ນັ້ນ​ເທົ່າ​ນັ້ນ.

23 ບັດ​ນີ້​ມີ​ຫລາຍ​ຄົນ​ໃນ​ພວກ​ທີ່​ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ທີ່​ກ່ຽວ​ກັບ​ພຣະ​ຄຣິດ ຜູ້​ທີ່​ໄດ້​ໃຫ້​ຖ້ອຍ​ຄຳ​ຢ່າງ​ອາດ​ຫານ​ໄດ້​ຖືກ​ພວກ​ຜູ້​ຕັດ​ສິນ​ຈັບ​ໄປ ແລະ ຂ້າ​ຢ່າງ​ລັບໆ ເພື່ອ​ການ​ຕາຍ​ຂອງ​ພວກ​ເພິ່ນ​ຈະ​ບໍ່​ໄດ້​ຮູ້​ໄປ​ເຖິງ​ຜູ້​ປົກ​ຄອງ​ແຜ່ນ​ດິນ ຈົນ​ກວ່າ​ຫລັງ​ຈາກ​ພວກ​ເພິ່ນ​ຕາຍ​ໄປ​ແລ້ວ.

24 ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ເປັນ​ສິ່ງ​ກົງ​ກັນ​ຂ້າມ​ກັບ​ກົດ​ໝາຍ​ຂອງ​ບ້ານ​ເມືອງ​ທີ່​ຈະ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ຄົນ​ໃດ​ຕາມ​ໃຈ​ຊອບ ເວັ້ນ​ໄວ້​ແຕ່​ພວກ​ເຂົາ​ຈະ​ໄດ້​ຮັບ​ອຳນາດ​ຈາກ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ເສຍ​ກ່ອນ—

25 ສະນັ້ນ ມັນ​ຈຶ່ງ​ມີ​ໃບ​ຄຳ​ຮ້ອງ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ, ເຖິງ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ເພື່ອ​ກ່າວ​ຟ້ອງ​ຜູ້​ຕັດ​ສິນ​ເຫລົ່າ​ນີ້​ທີ່​ໄດ້​ກ່າວ​ໂທດ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົນ​ເຖິງ​ແກ່​ຄວາມ​ຕາຍ, ຊຶ່ງ​ມັນ​ບໍ່​ເປັນ​ໄປ​ຕາມ​ກົດ​ໝາຍ.

26 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ຈັບ ແລະ ຖືກ​ນຳ​ໄປ​ຢູ່​ຕໍ່​ໜ້າ​ຜູ້​ຕັດ​ສິນ, ເພື່ອ​ຮັບ​ການ​ຕັດ​ສິນ​ຕາມ​ຄວາມ​ຜິດ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໄປ​ນັ້ນ​ຕາມ ກົດ​ໝາຍ​ຊຶ່ງ​ຜູ້​ຄົນ​ໄດ້​ຕັ້ງ​ໄວ້.

27 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຕັດ​ສິນ​ເຫລົ່າ​ນີ້ ມີ​ເພື່ອນ​ຝູງ ແລະ ຍາດ​ພີ່​ນ້ອງ​ຫລາຍ​ຄົນ; ແລະ ພວກ​ທີ່​ເຫລືອ​ຢູ່, ແທ້​ຈິງ​ແລ້ວ, ພວກ​ທະນາຍ​ຄວາມ ແລະ ພວກ​ມະຫາ​ປະ​ໂລ​ຫິດ​ເກືອບ​ໝົດ​ທຸກ​ຄົນ​ໄດ້​ຮ່ວມ​ມື​ເຂົ້າ​ກັບ​ຍາດ​ພີ່​ນ້ອງ​ຂອງ​ພວກ​ຜູ້​ຕັດ​ສິນ​ເຫລົ່າ​ນັ້ນ ຜູ້​ທີ່​ໄດ້​ຖືກ​ພິ​ຈາ​ລະ​ນາ​ໂທດ​ຕາມ​ກົດ​ໝາຍ.

28 ແລະ ພວກ​ເຂົາ​ໄດ້​ເຂົ້າ​ເຮັດ ພັນທະ​ສັນ​ຍາ​ຮ່ວມ​ກັນ, ແທ້​ຈິງ​ແລ້ວ, ເປັນ​ພັນທະ​ສັນ​ຍາ ຊຶ່ງ​ຄົນ​ແຕ່​ເກົ່າ​ກ່ອນ​ໃຫ້​ໄວ້ ຊຶ່ງ​ພັນທະ​ສັນ​ຍາ​ນັ້ນ ມານ​ໄດ້​ໃຫ້​ໄວ້, ເພື່ອ​ຈະ​ໄດ້​ຮ່ວມ​ຫົວ​ກັນ​ຕໍ່​ສູ້​ກັບ​ຄວາມ​ຊອບ​ທຳ​ທັງ​ມວນ.

29 ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຮ່ວມ​ຫົວ​ກັນ​ຕໍ່​ສູ້​ກັບ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ເພື່ອ​ຈະ​ໄດ້​ທຳ​ລາຍ​ຜູ້​ຄົນ​ທີ່​ຊອບ​ທຳ​ເຫລົ່າ​ນັ້ນ, ເພື່ອ​ຊ່ວຍ​ເຫລືອ​ພວກ​ທີ່​ມີ​ຄວາມ​ຜິດ​ຖານ​ຄາດ​ຕະ​ກຳ ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ຄວາມ​ຍຸດ​ຕິ​ທຳ, ຊຶ່ງ​ກຳ​ລັງ​ຈະ​ອອກ​ໃຊ້​ຕາມ​ກົດ​ໝາຍ.

30 ແລະ ພວກ​ເຂົາ​ໄດ້​ຕໍ່​ຕ້ານ​ກົດ​ໝາຍ ແລະ ສິດ​ທິ​ຂອງ​ປະເທດ​ຊາດ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ເຮັດ​ພັນທະ​ສັນ​ຍາ​ຮ່ວມ​ກັນ​ເພື່ອ​ທຳ​ລາຍ​ຜູ້​ປົກ​ຄອງ​ແຜ່ນ​ດິນ, ແລະ ເພື່ອ​ແຕ່ງ​ຕັ້ງ ກະສັດ​ຂຶ້ນ​ປົກ​ຄອງ​ແຜ່ນ​ດິນ, ເພື່ອ​ແຜ່ນ​ດິນ​ຈະ​ບໍ່​ໄດ້​ມີ​ເສ​ລີ​ພາບ​ອີກ​ຕໍ່​ໄປ ແຕ່​ຈະ​ຂຶ້ນ​ກັບ​ກະສັດ.