ພຣະ​ຄຳ​ພີ
3 ນີໄຟ 9


ບົດ​ທີ 9

ຢູ່​ໃນ​ຄວາມ​ມືດ​ນັ້ນ, ສຸ​ລະ​ສຽງ​ຂອງ​ພຣະ​ຄຣິດ​ໄດ້​ປະ​ກາດ​ການ​ທຳ​ລາຍ​ຂອງ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ ແລະ ຫລາຍ​ຫົວ​ເມືອງ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ—ພຣະ​ອົງ​ປ່າວ​ປະ​ກາດ​ເຖິງ​ການ​ຖວາຍ​ພຣະ​ອົງ​ເອງ, ປະ​ກາດ​ວ່າ ກົດ​ຂອງ​ໂມເຊ​ສຳ​ເລັດ​ແລ້ວ, ແລະ ເຊື້ອ​ເຊີນ​ມະນຸດ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ລອດ. ປະ​ມານ ຄ.ສ. 34.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ມີ ສຽງ​ທີ່​ໄດ້​ຍິນ​ທົ່ວ​ກັນ​ໄປ ໃນ​ບັນ​ດາ​ຄົນ​ທັງ​ໝົດ​ຜູ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ທົ່ວ​ຜືນ​ແຜ່ນ​ດິນ​ນີ້, ມີ​ຄວາມ​ວ່າ:

2 ວິບັດ, ວິບັດ, ວິບັດ​ແກ່​ຜູ້​ຄົນ​ພວກ​ນີ້; ວິບັດ​ແກ່​ຜູ້​ອາ​ໄສ​ຂອງ​ທັງ​ແຜ່ນ​ດິນ​ໂລກ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ; ເພາະ​ວ່າ​ມານ​ໄດ້ ຫົວ​ເຍາະ​ເຍີ້ຍ, ແລະ ບໍ​ລິ​ວານ​ຂອງ​ມັນ​ປິ​ຕິ​ຍິນ​ດີ, ເພາະ​ພວກ​ລູກ​ສາວ ແລະ ພວກ​ລູກ​ຊາຍ​ຜູ້​ທີ່​ໜ້າ​ຮັກ​ຂອງ​ຜູ້​ຄົນ​ຂອງ​ພວກ​ເຮົາ​ຖືກ​ຂ້າ​ຕາຍ; ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ເອງ ພວກ​ເຂົາ​ຈຶ່ງ​ລົ້ມ​ຕາຍ​ໄປ.

3 ຈົ່ງ​ເບິ່ງ, ເຮົາ​ໄດ້​ເຜົາ​ເມືອງ​ເຊຣາ​ເຮັມລາ​ເມືອງ​ໃຫຍ່​ນັ້ນ ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ດ້ວຍ​ໄຟ.

4 ແລະ ຈົ່ງ​ເບິ່ງ, ເຮົາ​ໄດ້​ເຮັດ​ໃຫ້​ເມືອງ​ໂມ​ໂຣ​ໄນ​ເມືອງ​ໃຫຍ່​ນັ້ນ ຈົມ​ລົງ​ໄປ​ໃນ​ຄວາມ​ເລິກ​ຂອງ​ທະເລ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ກໍ​ຈົມ​ລົງ​ໃນ​ນ້ຳ​ຄື​ກັນ.

5 ແລະ ຈົ່ງ​ເບິ່ງ, ເຮົາ​ໄດ້​ຝັງ​ເມືອງ​ໂມ​ໂຣ​ໄນ​ຮາ​ເມືອງ​ໃຫຍ່​ນັ້ນ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ດ້ວຍ​ດິນ, ເພື່ອ​ເຊື່ອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ໜ້າ​ເຮົາ, ເພື່ອ​ເລືອດ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ ແລະ ໄພ່​ພົນ​ຂອງ​ເຮົາ​ທັງ​ຫລາຍ​ຈະ​ບໍ່​ໄດ້​ຂຶ້ນ​ມາ​ຫາ​ເຮົາ​ເພື່ອ​ຟ້ອງ​ພວກ​ເຂົາ​ອີກ​ຕໍ່​ໄປ.

6 ແລະ ຈົ່ງ​ເບິ່ງ, ເຮົາ​ໄດ້​ເຮັດ​ໃຫ້​ເມືອງ​ກິນ​ການ​ຈົມ​ລົງ​ໄປ ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ກໍ​ໄດ້​ຖືກ​ຝັງ​ຢູ່​ກັບ​ຄວາມ​ເລິກ​ຂອງ​ແຜ່ນ​ດິນ​ໂລກ;

7 ແລະ ເມືອງ​ໂອ​ໄນ​ຮາ ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ແລະ ເມືອງ​ໂມ​ຄຳ ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ ແລະ ເມືອງ​ເຢຣູ​ຊາເລັມ ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ຊຶ່ງ​ເຮົາ​ໄດ້​ເຮັດ​ໃຫ້ ນ້ຳ​ມາ​ຖ້ວມ​ເມືອງ​ທັງ​ໝົດ​ນີ້ ເພື່ອ​ເຊື່ອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ໜ້າ​ເຮົາ, ເພື່ອ​ເລືອດ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ ແລະ ໄພ່​ພົນ​ຂອງ​ເຮົາ​ທັງ​ຫລາຍ​ຈະ​ບໍ່​ໄດ້​ຂຶ້ນ​ມາ​ຫາ​ເຮົາ​ເພື່ອ​ຟ້ອງ​ພວກ​ເຂົາ​ອີກ​ຕໍ່​ໄປ.

8 ແລະ ຈົ່ງ​ເບິ່ງ, ເມືອງ​ແກ​ດີ​ອານ​ໄດ, ແລະ ເມືອງ​ແກ​ດີ​ອອມ​ນາ, ແລະ ເມືອງ​ຢາໂຄບ, ແລະ ເມືອງ​ກິມ​ກິມ​ໂນ, ຊຶ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເມືອງ​ເຫລົ່າ​ນີ້​ຈົມ​ລົງ​ໄປ; ແລະ ເຮົາ​ໄດ້​ເຮັດ​ໃຫ້​ມີ ເນີນ​ພູ​ເກີດ​ຂຶ້ນ ແລະ ເຮັດ​ໃຫ້​ຮ່ອມ​ພູ​ຂຶ້ນ​ມາ​ແທນ​ບ່ອນ, ແລະ ເຮົາ​ໄດ້​ຝັງ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ໄວ້​ໃນ​ຄວາມ​ເລິກ​ຂອງ​ແຜ່ນ​ດິນ​ໂລກ, ເພື່ອ​ເຊື່ອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ໜ້າ​ເຮົາ, ເພື່ອ​ເລືອດ​ຂອງ​ສາດ​ສະ​ດາ ແລະ ໄພ່​ພົນ​ຂອງ​ເຮົາ​ທັງ​ຫລາຍ​ຈະ​ບໍ່​ໄດ້​ຂຶ້ນ​ມາ​ຫາ​ເຮົາ​ເພື່ອ​ຟ້ອງ​ພວກ​ເຂົາ​ອີກ​ຕໍ່​ໄປ.

9 ແລະ ຈົ່ງ​ເບິ່ງ, ເຮົາ​ໄດ້​ເຮັດ​ໃຫ້​ໄຟ​ມາ​ໄໝ້​ຢາໂຄບ​ບູ​ກາດ​ເມືອງ​ໃຫຍ່​ນັ້ນ ຊຶ່ງ​ເປັນ​ທີ່​ຢູ່​ອາ​ໄສ​ຂອງ​ຜູ້​ຄົນ​ຂອງ​ກະສັດ​ຢາໂຄບ, ຍ້ອນ​ວ່າ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ຊຶ່ງ​ມັນ​ຊົ່ວ​ຮ້າຍ​ເກີນ​ກວ່າ​ຄວາມ​ຊົ່ວ​ຮ້າຍ​ທັງ​ປວງ​ໃນ​ທົ່ວ​ແຜ່ນ​ດິນ​ໂລກ ຍ້ອນ​ວ່າ​ການ​ຄາດ​ຕະ​ກຳ ແລະ ການ​ມົ້ວ​ສຸມ ລັບ​ຂອງ​ພວກ​ເຂົາ; ເພາະວ່າ​ພວກ​ເຂົາ​ໄດ້​ທຳ​ລາຍ​ສັນ​ຕິ​ສຸກ​ຂອງ​ຜູ້​ຄົນ​ຂອງ​ເຮົາ ແລະ ທຳ​ລາຍ​ການ​ປົກ​ຄອງ​ຂອງ​ແຜ່ນ​ດິນ; ສະນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ຖືກ​ເຜົາ​ໄໝ້​ໄປ ເພື່ອ​ຈະ​ໄດ້ ທຳ​ລາຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ໜ້າ​ເຮົາ, ເພື່ອ​ເລືອດ​ຂອງ​ສາດ​ສະ​ດາ ແລະ ໄພ່​ພົນ​ຂອງ​ເຮົາ​ທັງ​ຫລາຍ​ຈະ​ບໍ່​ໄດ້​ຂຶ້ນ​ມາ​ຫາ​ເຮົາ​ເພື່ອ​ຟ້ອງ​ພວກ​ເຂົາ​ອີກ​ຕໍ່​ໄປ.

10 ແລະ ຈົ່ງ​ເບິ່ງ, ເຮົາ​ໄດ້​ເຮັດ​ໃຫ້​ໄຟ​ມາ​ໄໝ້​ເມືອງ​ເລມັນ, ແລະ ເມືອງ​ຈອດ, ແລະ ເມືອງ​ກາດ, ແລະ ເມືອງ​ຄິດ​ຄຸ​ເມັນ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ທີ່​ພວກ​ເຂົາ​ໄດ້​ຂັບ​ໄລ່​ສາດ​ສະ​ດາ ແລະ ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ຜູ້​ທີ່​ເຮົາ​ສົ່ງ​ໄປ​ເພື່ອ​ປະ​ກາດ​ແກ່​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ນັ້ນ.

11 ແລະ ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ຂັບ​ໄລ່​ພວກ​ເພິ່ນ​ອອກ​ໄປ, ມັນ​ຈຶ່ງ​ບໍ່​ມີ​ຜູ້​ໃດ​ເປັນ​ຄົນ​ຊອບ​ທຳ​ເລີຍ​ໃນ​ບັນ​ດາ​ພວກ​ເຂົາ, ເຮົາ​ຈຶ່ງ​ໄດ້​ສົ່ງ ໄຟ​ລົງ​ມາ​ທຳ​ລາຍ​ພວກ​ເຂົາ, ເພື່ອ​ເຊື່ອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ໜ້າ​ເຮົາ, ເພື່ອ​ເລືອດ​ຂອງ​ສາດ​ສະ​ດາ ແລະ ໄພ່​ພົນ​ຂອງ​ເຮົາ​ທັງ​ຫລາຍ​ທີ່​ເຮົາ​ໄດ້​ສົ່ງ​ໄປ​ໃນ​ບັນ​ດາ​ພວກ​ເຂົາ ຈະ​ບໍ່​ໄດ້​ຂຶ້ນ​ມາ​ຫາ​ເຮົາ ຈາກ​ພື້ນ​ດິນ​ເພື່ອ​ຟ້ອງ​ພວກ​ເຂົາ​ອີກ​ຕໍ່​ໄປ.

12 ແລະ ເຮົາ​ໄດ້​ໃຫ້​ການ​ທຳ​ລາຍ​ອັນ​ໃຫຍ່​ຫລວງ ຫລາຍ​ຢ່າງ​ເກີດ​ຂຶ້ນ​ກັບ​ແຜ່ນ​ດິນ​ນີ້, ແລະ ກັບ​ຜູ້​ຄົນ​ພວກ​ນີ້, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ.

13 ໂອ້ ພວກ​ເຈົ້າ​ທຸກ​ຄົນ​ໄດ້​ຮັບ​ການ ໄວ້​ຊີ​ວິດ​ກໍ​ຍ້ອນ​ວ່າ ພວກ​ເຈົ້າ​ເປັນ​ຄົນ​ຊອບ​ທຳ​ຫລາຍ​ກວ່າພວກ​ເຂົາ, ບັດ​ນີ້ພວກ​ເຈົ້າ​ຍັງ​ຈະ​ບໍ່​ຫັນ​ກັບ​ມາ​ຫາ​ເຮົາ​ບໍ, ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຈົ້າ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ, ເພື່ອ​ເຮົາ​ຈະ​ໄດ້ ປິ່ນ​ປົວ​ພວກ​ເຈົ້າ?

14 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ​ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ຖ້າ​ຫາກ​ພວກ​ເຈົ້າ​ເຂົ້າ ມາ​ຫາ​ເຮົາ ພວກ​ເຈົ້າ​ຈະ​ມີ ຊີ​ວິດ​ນິ​ລັນ​ດອນ. ຈົ່ງ​ເບິ່ງ, ແຂນ​ແຫ່ງ​ຄວາມ​ເມດ​ຕາ​ສົງ​ສານ​ຂອງ​ເຮົາ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຈົ້າ​ແລ້ວ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າ​ມາ​ຫາ​ເຮົາ, ເຮົາ​ຈະ​ຮັບ​ເອົາ​ໄວ້; ແລະ ຄົນ​ທີ່​ມາ​ຫາ​ເຮົາ​ຈະ​ເປັນ​ສຸກ.

15 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ເຮົາ​ໄດ້ ສ້າງ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ລວມ​ທັງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນ. ເຮົາ​ໄດ້​ຢູ່​ກັບ​ພຣະ​ບິດາ​ຕັ້ງ​ແຕ່​ຕົ້ນ. ເຮົາ​ຢູ່​ໃນ​ພຣະ​ບິດາ ແລະ ພຣະ​ບິດາ​ຢູ່​ໃນ​ເຮົາ, ແລະ ໃນ​ເຮົາ​ພຣະ​ບິດາ​ແຜ່​ບາ​ລະ​ມີ​ພຣະ​ນາມ​ຂອງ​ພຣະ​ອົງ.

16 ເຮົາ​ໄດ້​ມາ​ຫາ​ຄົນ​ຂອງ​ເຮົາ​ເອງ, ແລະ ຄົນ​ຂອງ​ເຮົາ ບໍ່​ໄດ້​ຕ້ອນ​ຮັບ​ເຮົາ. ແລະ ຂໍ້​ຄວາມ​ພຣະ​ຄຳ​ພີ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ເຮົາ​ໄດ້​ສຳ​ເລັດ​ແລ້ວ.

17 ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຕ້ອນ​ຮັບ​ເຮົາ, ເຮົາ​ຈະ ໃຫ້​ພວກ​ເຂົາ​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ແລະ ແມ່ນ​ແຕ່​ເຊັ່ນ​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ເຊື່ອ​ໃນ​ນາມ​ຂອງ​ເຮົາ, ເພາະ​ຈົ່ງ​ເບິ່ງ, ການ​ໄຖ່​ມາ​ເຖິງ​ໂດຍ​ທາງ​ເຮົາ, ແລະ ໃນ​ເຮົາ ກົດ​ຂອງ​ໂມເຊ​ຈຶ່ງ​ສົມ​ບູນ.

18 ເຮົາ​ເປັນ ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ. ເຮົາ​ຄື ອາລະ​ຟາ ແລະ ໂອ​ເມຄາ, ເປັນ​ຕົ້ນ ແລະ ທີ່​ສຸດ.

19 ແລະ ພວກ​ເຈົ້າ​ຢ່າ​ໄດ້​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ການ​ຫລັ່ງ​ເລືອດ​ແກ່​ເຮົາ ອີກ​ຕໍ່​ໄປ; ແທ້​ຈິງ​ແລ້ວ, ເຄື່ອງ​ບູຊາ ແລະ ເຄື່ອງ​ເຜົາ​ຂອງ​ພວກ​ເຈົ້າ​ໝົດ​ສິ້ນ​ໄປ​ແລ້ວ, ເພາະ​ເຮົາ​ບໍ່​ຮັບ​ເອົາ​ເຄື່ອງ​ບູຊາ ແລະ ເຄື່ອງ​ເຜົາ​ຂອງ​ພວກ​ເຈົ້າ​ອີກ​ແລ້ວ.

20 ແລະ ໃຫ້​ພວກ​ເຈົ້າ ຖວາຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ​ຂອງ​ພວກ​ເຈົ້າ​ແກ່​ເຮົາ​ເປັນ​ເຄື່ອງ​ບູຊາ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ມາ​ຫາ​ເຮົາ​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ເຮົາ​ຈະ​ໃຫ້ ບັບຕິ​ສະມາ​ແກ່​ຜູ້​ນັ້ນ​ດ້ວຍ​ໄຟ, ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເຖິງ​ແມ່ນ​ຈະ​ເປັນ​ຊາວ​ເລມັນ​ກໍ​ຕາມ, ເພາະ​ສັດທາ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ເຮົາ​ໃນ​ເວລາ​ທີ່​ພວກ​ເຂົາ​ປ່ຽນ​ໃຈ​ເຫລື້ອມ​ໃສ, ໄດ້​ຮັບ​ບັບຕິ​ສະມາ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ພວກ​ເຂົາ​ບໍ່​ຮູ້​ຈັກ​ມັນ.

21 ຈົ່ງ​ເບິ່ງ, ເຮົາ​ໄດ້​ມາ​ສູ່​ໂລກ​ເພື່ອ​ນຳ​ເອົາ​ການ​ໄຖ່​ມາ​ສູ່​ໂລກ, ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດ​ຈາກ​ບາບ.

22 ສະນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່ ກັບ​ໃຈ ແລະ ມາ​ຫາ​ເຮົາ​ຄື​ກັນ​ກັບ ເດັກ​ນ້ອຍ, ເຮົາ​ຈະ​ຮັບ​ຜູ້​ນັ້ນ​ໄວ້ ເພາະ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ປະກອບ​ດ້ວຍ​ຄົນ​ເຊັ່ນ​ນັ້ນ. ຈົ່ງ​ເບິ່ງ, ເພາະ​ຄົນ​ເຊັ່ນ​ນັ້ນ​ທີ່​ເຮົາ​ໄດ້ ສະ​ລະ​ຊີ​ວິດ​ຂອງ​ເຮົາ​ແທນ, ແລະ ຮັບ​ເອົາ​ຊີ​ວິດ​ນັ້ນ​ຄືນ​ອີກ; ສະນັ້ນ ຈົ່ງ​ກັບ​ໃຈ, ແລະ ມາ​ຫາ​ເຮົາ ເຈົ້າ​ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ລອດ.