ນີ​ໄຟ​ສະ​ບັບທີ​ສາມ
ໜັງສື​ນີ​ໄຟ​
ລູກ​ຊາຍ​ຂອງ​ນີ​ໄຟ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາມັນ

ບົດ 

ແລະ ຮີ​ລາມັນ​ເປັນ​ລູກ​ຊາຍ​ຂອງ​ຮີ​ລາມັນ, ຜູ້​ເປັນ​ລູກ​ຊາຍ​ຂອງ​ແອວ​ມາ, ຜູ້​ເປັນ​ລູກ​ຊາຍ​ຂອງ​ແອວ​ມາ, ໂດຍ​ເປັນ​ຜູ້​ສືບ​ເຊື້ອສາຍ​ຂອງ​ນີ​ໄຟ ຜູ້​ເປັນ​ລູກ​ຊາຍ​ຂອງ​ລີ​ໄຮ, ຜູ້​ທີ່​ໄດ້​ອອກ​ມາ​ຈາກ​ເຢຣູ​ຊາເລັມ​ໃນ​ປີ​ທຳ​ອິດ​ແຫ່ງ​ການປົກຄອງ​ຂອງ​ເຊ​ເດ​ກີ​ຢາກະສັດ​ຂອງ​ຊາວ​ຢູດາ.
ບົດ​ທີ 1
ນີ​ໄຟຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາມັນ​ອອກ​ຈາກ​ແຜ່ນດິນ​ໄປ, ແລະ ນີ​ໄຟລູກ​ຊາຍ​ຂອງ​ເພິ່ນ​ຮັກສາ​ແຜ່ນ​ຈາ​ລຶກ​ໄວ້—ເຖິງ​ແມ່ນເຄື່ອງໝາຍ ແລະ ການ​ແປ​ກ​ປະ​ຫລາດ​ປະກົດ​ຂຶ້ນຢູ່​ທົ່ວ​ໄປ, ແຕ່​ຄົນ​ຊົ່ວ​ຍັງ​ວາງ​ແຜນ​ທີ່​ຈະ​ຂ້າ​ຄົນຊອບ​ທຳ—ຄືນ​ແຫ່ງ​ການ​ກຳເນີດ​ຂອງ​ພຣະ​ຄຣິດ​ມາ​ເຖິງ—ເຄື່ອງໝາຍຖືກ​ມອບ​ໃຫ້ ແລະ ດາວ​ດວງ​ໃໝ່​ປະກົດ​ຂຶ້ນ—ການ​ເວົ້າຕົວະ ແລະ ການ​ຫລອກ​ລວງ​ເພີ່ມ​ທະວີ​ຂຶ້ນ, ແລະ ພັກ​ແກ​ດີ​ອານ​ທັນ​ໄດ້​ຂ້າ​ຄົນ​ຢ່າງ​ຫລວງຫລາຍ. ປະມານ ຄ.ສ. 1–4.
ບົດ​ທີ 2
ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ເພີ່ມ​ທະວີ​ຂຶ້ນ​ໃນ​ບັນດາ​ຜູ້ຄົນ—ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ຮ່ວມ​ມື​ກັນ​ເພື່ອ​ປົກ​ປ້ອງຕົນ​ເອງ​ຈາກພວກ​ໂຈນ​ແກ​ດີ​ອານ​ທັນ—ຊາວ​ເລ​ມັນ​ທີ່​ເຫລື້ອມ​ໃສ​ກັບ​ເປັນ​ຄົນ​ຜິວ​ຂາວ ແລະ ຖືກ​ເອີ້ນ​ວ່າ​ຊາວ​ນີ​ໄຟ. ປະມານ ຄ.ສ. 5–16.
ບົດ​ທີ 3
ກິດ​ດີ​ອານ​ໄຮ​ຜູ້​ເປັນ​ຫົວໜ້າ​ໂຈນ​ແກ​ດີ​ອານ​ທັນສັ່ງ​ໃຫ້​ເລ​ໂຄ​ນິອັດ ແລະ ຊາວ​ນີ​ໄຟ​ຍອມຈຳນົນ ແລະ ຍອມ​ມອບ​ແຜ່ນ​ດິນ​ໃຫ້​ພວກ​ເຂົາ—ເລ​ໂຄ​ນິອັດ​ແຕ່ງ​ຕັ້ງ​ກິດ​ກິດ​ໂດ​ໄນ​ຂຶ້ນ​ເປັນ​ຫົວໜ້າ​ບັງຄັບ​ບັນຊາ​ກອງທັບ—ຊາວ​ນີ​ໄຟ​ເຕົ້າ​ໂຮມກັນ​ຢູ່​ເຊ​ລາ​ເຮັມລາ ແລະ ແຜ່ນດິນ​ອຸດົມ​ສົມ​ບູນເພື່ອ​ປ້ອງ​ກັນ​ຕົວ​ເອງ. ປະມານ ຄ.ສ. 16–18.
ບົດ​ທີ 4
ກອງທັບ​ນີ​ໄຟ​ເອົາ​ຊະນະ​ພວກ​ໂຈນ​ແກ​ດີ​ອານ​ທັນ—ກິດ​ດີ​ອານ​ໄຮ​ຖືກ​ຂ້າ​ຕາຍ, ແລະ ເຊັມນາ​ໄລ​ຫາ​ຜູ້​ຮັບ​ຕຳ​ແໜ່ງ​ແທນລາວ​ຖືກ​ແຂນ​ຄໍ—ຊາວ​ນີ​ໄຟ​ສັນລະ​ເສີນ​ພຣະຜູ້​ເປັນ​ເຈົ້າສຳລັບ​ໄຊຊະນະ​ຂອງ​ພວກ​ເຂົາ.
ບົດ​ທີ 5
ຊາວ​ນີ​ໄຟ​ກັບ​ໃຈ ແລະ ປະ​ຖິ້ມ​ບາບ​ຂອງ​ພວກ​ເຂົາ—ມໍ​ມອນ​ຂຽນ​ປະຫວັດສາດ​ຂອງ​ຜູ້ຄົນ​ຂອງ​ເພິ່ນ​ໄວ້ ແລະ ປະກາດ​ພຣະ​ຄຳ​ອັນ​ເປັນນິດ​ແກ່​ພວກ​ເຂົາ—ອິດ​ສະ​ຣາ​ເອນ​ຈະ​ເຕົ້າ​ໂຮມ​ຈາກ​ການ​ແຕກ​ກະຈັດກະຈາຍ​ອັນ​ຍາວ​ນານ. ປະມານ ຄ.ສ. 22–26.
ບົດ​ທີ 6
ຊາວ​ນີ​ໄຟ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ—ຄວາມ​ທະ​ນົງ​ຕົວ, ຄວາມ​ຮັ່ງມີ​ເປັນ​ດີ, ແລະ ການ​ແບ່ງ​ຊັ້ນ​ວັນນະ​ເກີດ​ຂຶ້ນ—ສາດສະໜາ​ຈັກ​ແຕກ​ແຍກ​ດ້ວຍ​ຄວາມ​ບໍ່​ລົງ​ລອຍ​ກັນ—ຊາ​ຕານ​ນຳພາ​ຜູ້ຄົນ​ໃນ​ການ​ກະບົດ—ສາດສະດາ​ຫລາຍ​ທ່ານ​ຂໍ​ຮ້ອງ​ໃຫ້​ມີ​ການ​ກັບ​ໃຈ ແລະ ໄດ້​ຖືກ​ຂ້າ—ຜູ້​ຄາດ​ຕະກຳ​ພວກ​ເພິ່ນ​ຄິດ​ກະບົດ​ເພື່ອ​ໂຄ່ນ​ລົ້ມ​ຝ່າຍ​ຜູ້​ປົກຄອງ. ປະມານ ຄ.ສ. 26–30.
ບົດ​ທີ 7
ຫົວໜ້າ​ຜູ້​ຕັດສິນ​ຖືກ​ຂ້າ​ຕາຍ, ຜູ້​ປົກຄອງ​ຖືກ​ໂຄ່ນ​ລົ້ມ, ແລະ ຜູ້ຄົນ​ແບ່ງ​ແຍກ​ກັນ​ອອກ​ເປັນ​ຫລາຍ​ເຜົ່າ—ຢາ​ໂຄບ​ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ​ກາຍ​ເປັນ​ກະສັດ​ຂອງ​ກຸ່ມ​ມົ້ວ​ສຸມ​ລັບ—ນີ​ໄຟ​ສິດ​ສອນ​ເຖິງ​ການ​ກັບ​ໃຈ ແລະ ສັດທາ​ໃນ​ພຣະ​ຄຣິດ—ເຫລົ່າ​ທູດ​ມາ​ປະຕິບັດ​ສາດສະໜາ​ກິດ​ແກ່​ເພິ່ນ​ທຸກໆ​ມື້, ແລະ ເພິ່ນ​ໄດ້​ໂຜດ​ຍົກ​ນ້ອງ​ຊາຍ​ຂອງ​ເພິ່ນ​ຂຶ້ນ​ຈາກ​ຕາຍ—ຫລາຍ​ຄົນ​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ. ປະມານ ຄ.ສ. 30–33.
ບົດ​ທີ 8
ລົມພາຍຸ​ຮ້າຍ, ແຜ່ນດິນ​ໄຫວ, ໄຟ​ໄໝ້, ລົມ​ບ້າໝູ, ແລະ ການ​ພັງ​ທະລາ​ຍ​ເປັນ​ຫລັກ​ຖານ​ເຖິງ​ການ​ຄຶງ​ຂອງພຣະ​ຄຣິດ—ຜູ້​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ຖືກ​ທຳ​ລາຍ—ຄວາມ​ມືດ​ປົກ​ຄຸມ​ແຜ່ນດິນ​ເປັນ​ເວ​ລາ​ສາມ​ມື້​ສາມ​ຄືນ—ຜູ້​ທີ່​ລອດ​ຕາຍ​ໂສກ​ເສົ້າ​ເສຍ​ໃຈ​ຫລາຍ​ສຳລັບ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ. ປະມານ ຄ.ສ. 33–34.
ບົດ​ທີ 9
ຢູ່​ໃນ​ຄວາມ​ມືດ​ນັ້ນ, ສຸລະສຽງ​ຂອງ​ພຣະ​ຄຣິດ​ໄດ້​ປະກາດ​ການ​ທຳລາຍ​ຂອງ​ຜູ້​ຄົນ​ຢ່າງ​ຫລວງຫລາຍ ແລະ ຫລາຍ​ຫົວ​ເມືອງ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ—ພຣະ​ອົງ​ປ່າວ​ປະກາດ​ເຖິງ​ການ​ຖະ​ຫວາຍ​ພຣະ​ອົງ​ເອງ, ປະກາດ​ວ່າ ກົດ​ຂອງ​ໂມ​ເຊ​ສຳ​ເລັດ​ແລ້ວ, ແລະ ເຊື້ອ​ເຊີນ​ມະ​ນຸດ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ລອດ. ປະ​ມານ ຄ.ສ. 34.
ບົດ​ທີ 10
ມັນ​ມີ​ຄວາມ​ງຽບ​ສະຫງັດ​ໃນ​ແຜ່ນດິນ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ—ສຸລະສຽງ​ຂອງ​ພຣະ​ຄຣິດສັນຍາ​ວ່າຈະ​ເຕົ້າໂຮມ​ຜູ້ຄົນ​ຂອງ​ພຣະ​ອົງ​ເໝືອນ​ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ—ຄົນ​ທີ່​ຊອບ​ທຳ​ຫລາຍ​ກວ່າ​ໄດ້​ຖືກຮັກສາ​ໄວ້. ປະມານ ຄ.ສ. 34–35.
ພຣະ​ເຢຊູ​ຄຣິດ​ໄດ້​ມາ​ປະກົດ​ຕົວ​ແກ່​ຜູ້ຄົນ​ຂອງ​ນີ​ໄຟ ໃນ​ຂະນະ​ທີ່​ຝູງ​ຊົນ​ກຳລັງ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ແຜ່ນດິນ​ອຸດົມ​ສົມບູນ, ແລະ ໄດ້​ປະຕິບັດ​ສາດສະໜາ​ກິດ​ແກ່​ພວກ​ເຂົາ; ແລະ ໂດຍ​ວິທີ​ນີ້​ພຣະ​ອົງ​ໄດ້​ປະກົດ​ແກ່​ພວກ​ເຂົາ.
ບົດ​ທີ 11
ພຣະ​ບິດາ​ໃຫ້​ຖ້ອຍ​ຄຳ​ເຖິງ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ—ພຣະ​ຄຣິດ​ມາ​ປະກົດ ແລະ ປະກາດ​ການ​ຊົດໃຊ້​ຂອງ​ພຣະ​ອົງ—ຝູງ​ຊົນ​ໄດ້​ລູບຄຳ​ຮອຍ​ຢູ່​ໃນ​ພຣະຫັດ ແລະ ພຣະ​ບາດ ແລະ ຢູ່​ໃນ​ຂ້າງ​ຂອງ​ພຣະ​ອົງ—ພວກ​ເຂົາ​ຮ້ອງ​ໂຮ ໂຮ​ຊັນ​ນາ—ພຣະ​ອົງ​ຈັດຕັ້ງ​ແບບ​ແຜນ​ບັບຕິ​ສະມາ—ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງ​ກັນ​ມາ​ຈາກ​ມານ—ຄຳ​ສອນ​ຂອງ​ພຣະ​ຄຣິດ​ຄື ມະນຸດ​ຄວນເຊື່ອ ແລະ ຮັບ​ບັບຕິ​ສະມາ ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍລິສຸດ. ປະມານ ຄ.ສ. 34.
ບົດ​ທີ 12
ພຣະ​ເຢຊູ​ເອີ້ນ ແລະ ມອບ​ໝາຍ​ໜ້າ​ທີ່​ໃຫ້​ອັກ​ຄະ​ສາວົກ​ສິບ​ສອງ​ຄົນ—ພຣະ​ອົງ​ສິດສອນ​ຊາວ​ນີ​ໄຟ​ເໝືອນ​ດັ່ງ​ທີ່​ພຣະ​ອົງ​ໄດ້​ເທດ​ສະໜາ​ຢູ່​ຄ້ອຍ​ພູ—ພຣະ​ອົງ​ກ່າວ​ຄຳ​ອວຍພອນ—ຄຳ​ສອນ​ຂອງ​ພຣະ​ອົງ​ຢູ່​ເໜືອ ແລະ ສູງ​ກວ່າ​ກົດ​ຂອງ​ໂມ​ເຊ—ມະນຸດ​ຖືກ​ບັນຊາ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ເໝືອນ​ດັ່ງ​ພຣະ​ອົງ ແລະ ພຣະ​ບິດາຂອງ​ພຣະ​ອົງ​ເປັນ—ປຽບທຽບ​ກັບ ມັດ​ທາຍ 5. ປະມານ ຄ.ສ. 34.
ບົດ​ທີ 13
ພຣະ​ເຢຊູ​ສອນ​ຄຳ​ອະທິຖານ​ຂອງ​ພຣະຜູ້​ເປັນ​ເຈົ້​າ​ໃຫ້​ແກ່​ຊາວ​ນີ​ໄຟ—ພວກເຂົາ​ຄວນ​ຮິບ​ໂຮມ​ຊັບ​ສົມບັດ​ໄວ້​ໃນ​ສະຫວັນ—ອັກຄະ​ສາວົກ​ສິບ​ສອງ​ຖືກ​ບັນຊາ​ໃຫ້​ປະຕິບັດ​ສາດສະໜາ​ກິດ​ໂດຍ​ບໍ່​ຄິດ​ກ່ຽວ​ກັບສິ່ງ​ຂອງ​ທາງ​ໂລກ—ປຽບທຽບ​ກັບ ມັດ​ທາຍ 6. ປະມານ ຄ.ສ. 34.
ບົດ​ທີ 14
ພຣະ​ເຢຊູ​ບັນຊາ​ວ່າ: ຢ່າ​ກ່າວ​ໂທດ​ຜູ້​ອື່ນ; ໃຫ້​ທູນ​ຂໍ​ຈາກ​ພຣະ​ເຈົ້າ; ລະວັງ​ສາດ​ສະ​ດາ​ປອມ—ພຣະ​ອົງ​ສັນຍາວ່າ ຜູ້​ທີ່​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ບິດາ​ຈະ​ໄດ້​ຮັບ​ຄວາມ​ລອດ—ປຽບທຽບ​ກັບ ມັດ​ທາຍ 7. ປະມານ ຄ.ສ. 34.
ບົດ​ທີ 15
ພຣະ​ເຢຊູ​ປະກາດ​ວ່າກົດຂອງ​ໂມ​ເຊ​ສຳ​ເລັດ​ໃນ​ພຣະ​ອົງ—ຊາວ​ນີ​ໄຟ​ແມ່ນ​ແກະ​ອີກ​ຝູງ​ໜຶ່ງ ຊຶ່ງພຣະ​ອົງ​ໄດ້​ກ່າວ​ເຖິງ​ໃນ​ເຢຣູ​ຊາເລັມ—​ເພາະຄວາມ​ຊົ່ວ​ຮ້າຍ, ຜູ້​ຄົນ​ຂອງ​ພຣະຜູ້​ເປັນເຈົ້າໃນ​ເຢຣູ​ຊາເລັມ​ຈຶ່ງ​ບໍ່​ຮູ້ຈັກ​ກ່ຽວ​ກັບ​ແກະ​ຂອງ​ອິດ​ສະ​ຣາ​ເອນ​ທີ່​ແຕກ​ກະຈັດ​ກະຈາຍ​ໄປ. ປະມານ ຄ.ສ. 34.
ບົດ​ທີ 16
ພຣະ​ເຢຊູ​ຈະ​ຢ້ຽມຢາມ​ແກະ​ອື່ນ​ອີກ​ທີ່​ເສຍ​ໄປ​ຂອງ​ອິດ​ສະ​ຣາ​ເອນ—ໃນ​ຍຸກ​ສຸດ​ທ້າຍ ພຣະ​ກິດ​ຕິ​ຄຸນ​ຈະ​ໄປ​ຫາ​ຄົນ​ຕ່າງ​ຊາດ ແລ້ວ​ຈຶ່ງ​ໄປ​ຫາ​ເຊື້ອສາຍ​ອິດ​ສະ​ຣາ​ເອນ—ຜູ້ຄົນຂອງ​ພຣະຜູ້​ເປັນ​ເຈົ້າຈະ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ​ເມື່ອພຣະ​ອົງ​ນຳ​ສີ​ໂອນ​ຄືນ​ມາ​ອີກ. ປະມານ ຄ.ສ. 34.
ບົດ​ທີ 17
ພຣະ​ເຢຊູ​ແນະນຳ​ໃຫ້​ຝູງ​ຊົນ​ໄຕ່ຕອງ​ກ່ຽວ​ກັບ​ຄຳ​ເວົ້າຂອງ​ພຣະ​ອົງ ແລະ ອະທິຖານ​ເພື່ອ​ຄວາມ​ເຂົ້າ​ໃຈ—ພຣະ​ອົງ​ປິ່ນປົວ​ຄົນ​ເຈັບ​ປ່ວຍ—ພຣະ​ອົງ​ອະທິຖານ​ເພື່ອ​ຝູງ​ຊົນໂດຍ​ໃຊ້​ພາສາ​ທີ່​ບໍ່​ສາມາດ​ຈະ​ຂຽນ​ໄວ້​ໄດ້—ເຫລົ່າ​ທູດ​ປະຕິບັດ​ສາດສະໜາ​ກິດ​ແກ່​ເດັກ​ນ້ອຍ ແລະ ໄຟ​ໄດ້​ອ້ອມ​ຮອບ​ລູກໆ​ຂອງ​ພວກ​ເຂົາ​ໄວ້. ປະມານ ຄ.ສ. 34.
ບົດ​ທີ 18
ພຣະ​ເຢຊູ​ຈັດຕັ້ງ​ສິນ​ລະ​ລຶກຂຶ້ນ​ໃນ​ບັນ​ດາ​ຊາວ​ນີ​ໄຟ—ພວກ​ເຂົາ​ຖືກ​ສັ່ງ​ໃຫ້​ອະ​ທິ​ຖານ​ເປັນ​ປະຈຳ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ—ຜູ້​ທີ່​ຮັບ​ເນື້ອ​ໜັງ ແລະ ໂລຫິດ​ຂອງ​ພຣະ​ອົງ​ໂດຍ​ບໍ່​ມີ​ຄ່າ​ຄວນ ຈະ​ອັບ​ປະ​ໂຫຍດ—ສານຸສິດ​ໄດ້​ຮັບ​ອຳນາດ​ເພື່ອ​ມອບ​ພຣະ​ວິນ​ຍານ​ບໍລິສຸດ. ປະມານ ຄ.ສ. 34.
ບົດ​ທີ 19
ສານຸສິດ​ສິບ​ສອງ​ຄົນ​ປະ​ຕິບັດ​ສາດສະ​ໜາ​ກິດ​ແກ່ຝູງ​ຊົນ ແລະ ອະ​ທິ​ຖານ​ເພື່ອ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍລິສຸດ—ພວກ​ເຂົາ​ໄດ້​ຮັບ​ບັບຕິ​ສະມາ ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍລິສຸດ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ສາດສະໜາ​ກິດ​ຈາກ​ເຫລົ່າ​ທູດ—ພຣະ​ເຢຊູ​ອະທິຖານ​ດ້ວຍ​ຖ້ອຍ​ຄຳ​ທີ່​ບໍ່​ສາມາດ​ຂຽນ​ໄວ້​ໄດ້—ພຣະ​ອົງ​ຢືນຢັນ​ເຖິງ​ສັດທາ​ອັນ​ແຮງ​ກ້າ​ຂອງ​ຊາວ​ນີ​ໄຟ​ເຫລົ່າ​ນີ້. ປະມານ ຄ.ສ. 34.
ບົດ​ທີ 20
ພຣະ​ເຢຊູ​ຈັດຫາ​ເຂົ້າຈີ່ ແລະ ເຫລົ້າ​ແວງ​ຢ່າງ​ໜ້າ​ອັດສະຈັນ ແລະ ປະຕິບັດ​ສິນລະ​ລຶກ​ແກ່​ພວກ​ເຂົາຕື່ມ​ອີກ—ຜູ້​ທີ່​ເຫລືອ​ຢູ່​ຂອງ​ຢາ​ໂຄບ​ຈະ​ຮຽນ​ຮູ້​ເລື່ອງພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຂົາ ແລະ ຈະ​ໄດ້​ເປັນ​ເຈົ້າຂອງ​ອາ​ເມຣິ​ກາ—ພຣະ​ເຢຊູ​ເປັນ​ສາດສະດາ​ຄື​ກັນ​ກັບ​ໂມ​ເຊ, ແລະ ຊາວ​ນີ​ໄຟ​ແມ່ນ​ລູກ​ຫລານ​ຂອງ​ສາດສະດາ—ຜູ້ຄົນ​ຂອງ​ພຣະຜູ້​ເປັນເຈົ້າກຸ່ມ​ອື່ນໆຈະ​ໄປ​ເຕົ້າ​ໂຮມ​ກັນ​ທີ່​ເຢຣູ​ຊາເລັມ. ປະມານ ຄ.ສ. 34.
ບົດ​ທີ 21
ຊາວ​ອິດ​ສະ​ຣາ​ເອນ​ຈະ​ເຕົ້າໂຮມ​ກັນ​ເມື່ອພຣະ​ຄຳ​ພີ​ມໍ​ມອນອອກ​ມາ—ຄົນ​ຕ່າງ​ຊາດ​ຈະ​ໄດ້​ຮັບ​ການ​ສະຖາປະນາ​ເປັນ​ຜູ້​ທີ່​ມີ​ອິດ​ສະລະ​ພາບ​ຢູ່​ໃນ​ອາ​ເມ​ຣິກາ—ພວກ​ເຂົາ​ຈະ​ລອດ​ຖ້າ​ຫາກ​ພວກ​ເຂົາ​ເຊື່ອ ແລະ ເຊື່ອ​ຟັງ; ຖ້າ​ບໍ່​ດັ່ງນັ້ນ, ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ ແລະ ຖືກ​ທຳລາຍ—ຊາວ​ອິດ​ສະ​ຣາ​ເອນ​ຈະ​ສ້າງ​ເມືອງ​ເຢຣູ​ຊາເລັມ​ໃໝ່ ຂຶ້ນ, ແລະ ເຜົ່າ​ຕ່າງໆ​ທີ່ຫາຍ​ໄປ​ຈະ​ກັບ​ຄືນ​ມາ. ປະມານ ຄ.ສ. 34.
ບົດ​ທີ 22
ເມືອງ​ສີ​ໂອນ ແລະ ຫລັກ​ຂອງ​ມັນ​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ, ແລະ ຊາວ​ອິດ​ສະ​ຣາ​ເອນ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັນ​ໃນ​ຄວາມ​ເມດ​ຕາ ແລະ ຄວາມ​ອ່ອນ​ໂຍນ—ພວກ​ເຂົາ​ຈະ​ໄຊ​ຊະນະ—ປຽບ​ທຽບ​ກັບ ເອ​ຊາ​ຢາ 54. ປະມານ ຄ.ສ. 34.
ບົດ​ທີ 23
ພຣະ​ເຢຊູ​ເຫັນ​ພ້ອມ​ກັບ​ຄຳ​ຂອງ​ເອຊາ​ຢາ—ພຣະ​ອົງ​ບັນຊາ​ໃຫ້​ຜູ້ຄົນ​ຄົ້ນຫາ​ສາດ​ສະ​ດາ—ຄຳ​ຂອງ​ຊາ​ມູ​ເອນ​ຄົນ​ເລ​ມັນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີວິດ​ຖືກ​ບັນທຶກ​ໄວ້​ໃນ​ແຜ່ນ​ຈາ​ລຶກ. ປະມານ ຄ.ສ. 34.
ບົດ​ທີ 24
​ທູດຂອງ​ພຣະຜູ້ເປັນເຈົ້າ​ຈະ​ຈັດ​ຕຽມ​ທາງ​ສຳລັບ​ການ​ສະເດັດ​ມາ​ຄັ້ງ​ທີ​ສອງ—ພຣະ​ຄຣິດ​ຈະ​ປະ​ທັບ​ນັ່ງ​ເປັນ​ຜູ້ພິພາກສາ—ຊາວ​ອິດ​ສະ​ຣາ​ເອນ​ຖືກ​ບັນຊາ​ໃຫ້​ຈ່າຍ​ສ່ວນ​ສິບ ແລະ ຖະຫວາຍ​ເຄື່ອງ​ບູຊາ—ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ​ຖືກ​ຮັກ​ສາ​ໄວ້—ປຽບທຽບ​ກັບ ມາ​ລາ​ກີ 3. ປະມານ ຄ.ສ. 34.
ບົດ​ທີ 25
ໃນ​ການ​ສະ​ເດັດ​ມາຄັ້ງທີ​ສອງ, ຄົນ​ຊົ່ວ​ຈະ​ຖືກ​ເຜົາ​ດັ່ງ​ເຟືອງ—ເອລີ​ຢາ​ຈະ​ກັບ​ຄືນ​ມາ​ກ່ອນ​ວັນ​ອັນຍິ່ງ​ໃຫຍ່ ແລະ ເປັນຕາ​ຢ້ານ​ນັ້ນ—ປຽບທຽບ​ກັບ ມາ​ລາ​ກີ 4. ປະມານ ຄ.ສ. 34.
ບົດ​ທີ 26
ພຣະ​ເຢຊູ​ຊີ້​ແຈງ​ທັງ​ໝົດ​ນັບ​ຕັ້ງ​ແຕ່​ຕົ້ນ​ຈົນ​ເຖິງ​ມື້​ສຸດ​ທ້າຍ—ທາລົກ ແລະ ເດັກ​ນ້ອຍ​ເວົ້າ​ເລື່ອງ​ມະຫັດ​ສະຈັນ​ທີ່​ບໍ່​ອາດ​ສາມາດ​ຂຽນ​ໄວ້​ໄດ້—ຜູ້​ທີ່​ເຂົ້າ​ຮ່ວມ​ສາດສະໜາ​ຈັກ​ຂອງ​ພຣະ​ຄຣິດ​ຖື​ວ່າ​ສິ່ງ​ຂອງ​ທັງ​ໝົດ​ທີ່​ພວກ​ເຂົາ​ມີ​ເປັນ​ຂອງ​ສ່ວນ​ລວມ. ປະມານ ຄ.ສ. 34.
ບົດ​ທີ 27
ພຣະ​ເຢຊູ​ບັນຊາ​ໃຫ້​ພວກ​ເຂົາ​ເອີ້ນ​ສາດສະໜາ​ຈັກ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ—ພາ​ລະ​ກິດ ແລະ ການ​ເສຍ​ສະລະ​ຊົດ​ໃຊ້ຂອງ​ພຣະ​ອົງປະກອບ​ເປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ—ມະນຸດ​ຖືກ​ບັນ​ຊາ​ໃຫ້​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍ​ລິ​ສຸດ​ໂດຍ​ພຣະ​ວິນ​ຍານ​ບໍລິສຸດ—ພວກ​ເຂົາ​ຄວນ​ເປັນ​ດັ່ງທີ່ພຣະ​ເຢຊູ​ເປັນ. ປະມານ ຄ.ສ. 34–35.
ບົດ​ທີ 28
ເກົ້າ​ຄົນ​ໃນ​ອັກຄະ​ສາວົກ​ສິບ​ສອງ​ປາ​ຖະໜາ ແລະ ໄດ້​ຮັບ​ຄຳ​ສັນຍາ​ວ່າ​ຈະ​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະ​ຄຣິດ​ເວລາ​ພວກ​ເພິ່ນ​ສິ້ນ​ຊີວິດ​ໄປ—ຊາວ​ນີ​ໄຟ​ອີກ​ສາມ​ຄົນ​ປາ​ຖະໜາ ແລະ ໄດ້​ຮັບ​ອຳນາດ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ເພື່ອ​ວ່າ​ພວກ​ເພິ່ນ​ຈະ​ໄດ້​ຢູ່​ໃນ​ແຜ່ນ​ດິນ​ໂລກ​ຈົນ​ກວ່າ​ພຣະ​ເຢຊູ​ຈະ​ສະ​ເດັດ​ມາ​ອີກ—ພວກ​ເພິ່ນ​ໄດ້​ປ່ຽນ​ສະພາບ ແລະ ໄດ້​ເຫັນ​ສິ່ງ​ທີ່​ເອີ່ຍ​ປາກ​ບໍ່​ໄດ້, ແລະ ໃນ​ປະຈຸ​ບັນ​ນີ້​ພວກ​ເພິ່ນ​ກໍ​ຍັງ​ປະຕິບັດ​ສາດສະໜາ​ກິດ​ໃນ​ທ່າມ​ກາງ​ມະນຸດ​ຢູ່. ປະມານ ຄ.ສ. 34–35.
ບົດ​ທີ 29
ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ຈະ​ເປັນ​ການ​ສັນຍານ​ວ່າ ພຣະຜູ້ເປັນເຈົ້າ​ໄດ້​ເລີ່ມ​ຕົ້ນ​ເຕົ້າ​ໂຮມຊາວ​ອິດ​ສະ​ຣາ​ເອນ ແລະ ເຮັດ​ໃຫ້​ພັນທະ​ສັນຍາ​ຂອງ​ພຣະ​ອົງ​ສຳເລັດ—ຜູ້​ທີ່​ປະຕິເສດ​ການ​ເປີດເຜີຍ ແລະ ຂອງ​ປະທານ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍຈະ​ຖືກ​ສາບ​ແຊ່ງ. ປະມານ ຄ.ສ. 34–35.
ບົດ​ທີ 30
ຄົນ​ຕ່າງ​ຊາດ​ໃນຍຸກ​ສຸດ​ທ້າຍຖືກ​ບັນຊາ​ໃຫ້​ກັບ​ໃຈ, ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ນັບ​ເຂົ້າ​ຢູ່​ນຳ​ເຊື້ອສາຍ​ອິດ​ສະຣາ​ເອນ. ປະມານ ຄ.ສ. 34–35.