ພຣະ​ຄຳ​ພີ
4 ນີໄຟ 1


ນີໄຟ​ສະບັບ​ທີ​ສີ່

ໜັງ​ສື​ນີໄຟ
ຜູ້​ເປັນ​ລູກ​ຊາຍ​ຂອງ​ນີໄຟ—ຊຶ່ງ​ເປັນ​ສາ​ນຸ​ສິດ​ຜູ້​ໜຶ່ງ​ຂອງ​ພຣະ​ເຢຊູ​ຄຣິດ

ເລື່ອງ​ລາວ​ຂອງ​ຜູ້​ຄົນ​ຂອງ​ນີໄຟ​ຕາມ​ບັນ​ທຶກ​ຂອງ​ເພິ່ນ.

ບົດ​ທີ 1

ຊາວ​ນີໄຟ ແລະ ຊາວ​ເລມັນ​ທັງ​ໝົດ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ພວກ​ເຂົາ​ມີ​ເຂົ້າ​ຂອງ​ທັງ​ໝົດ​ນຳ​ກັນ​ເປັນ​ສ່ວນ​ລວມ, ເຮັດ​ສິ່ງ​ມະຫັດ​ສະຈັນ, ແລະ ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ—ຫລັງ​ຈາກ​ສອງ​ສັດ​ຕະ​ວັດ, ການ​ແຕກ​ແຍກ, ຄວາມ​ຊົ່ວ​ຮ້າຍ, ສາດ​ສະ​ໜາ​ຈັກ​ທີ່​ບໍ່​ຖືກ​ຕ້ອງ, ແລະ ການ​ຂົ່ມ​ເຫັງ​ເລີ່ມ​ເກີດ​ຂຶ້ນ—ຫລັງ​ຈາກ​ສາມ​ຮ້ອຍ​ປີ, ທັງ​ຊາວ​ນີໄຟ ແລະ ຊາວ​ເລມັນ​ກາຍ​ເປັນ​ຄົນ​ຊົ່ວ—ອາມ​ມາ​ຣອນ​ເຊື່ອງ​ແຜ່ນ​ຈາລຶກ​ທີ່​ສັກ​ສິດ​ໄວ້. ປະ​ມານ ຄ.ສ. 35–321.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ສາມ​ສິບ​ສີ່​ຜ່ານ​ໄປ, ແລະ ປີ​ທີ​ສາມ​ສິບ​ຫ້າ​ນຳ​ອີກ, ແລະ ຈົ່ງ​ເບິ່ງ ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ຂຶ້ນ​ໃນ​ແຜ່ນ​ດິນ​ທັງ​ໝົດ​ໂດຍ​ຮອບ. ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ໄດ້​ມາ​ຫາ​ພວກ​ເພິ່ນ, ແລະ ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ​ຢ່າງ​ແທ້​ຈິງ, ໄດ້​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ; ແລະ ພວກ​ເຂົາ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ສິບ​ຫົກ​ຄື, ຜູ້​ຄົນ​ທັງ​ໝົດ​ທົ່ວ​ຜືນ​ແຜ່ນ​ດິນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ທັງ​ຊາວ​ນີໄຟ ແລະ ຊາວ​ເລມັນ, ແລະ ບໍ່​ມີ​ການ​ຂັດ​ແຍ້ງ ແລະ ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຂົາ, ແລະ ທຸກ​ຄົນ​ກໍ​ໄດ້​ປະ​ຕິ​ບັດ​ຕໍ່​ກັນ​ໂດຍ​ທ່ຽງ​ທຳ.

3 ແລະ ພວກ​ເຂົາ​ມີ​ເຂົ້າ​ຂອງ ທັງ​ໝົດ​ນຳ​ກັນ​ເປັນ​ສ່ວນ​ລວມ; ສະນັ້ນ ຈຶ່ງ​ບໍ່​ມີ​ຄົນ​ຮັ່ງ​ມີ ຫລື ຄົນ​ຍາກ​ຈົນ, ຂ້າ​ທາດ ຫລື ຜູ້​ເປັນ​ອິດສະ​ລະ, ແຕ່​ພວກ​ເຂົາ​ທຸກ​ຄົນ​ເປັນ​ອິດສະ​ລະ, ແລະ ເປັນ​ຜູ້​ມີ​ສ່ວນ​ໃນ​ຂອງ​ປະທານ​ຈາກ​ສະຫວັນ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ສາມ​ສິບ​ເຈັດ​ກໍ​ໄດ້​ຜ່ານ​ໄປ​ອີກ, ແລະ ມັນ​ກໍ​ຍັງ​ມີ​ສັນ​ຕິ​ສຸກ​ຢູ່​ຕໍ່​ໄປ​ໃນ​ແຜ່ນ​ດິນ.

5 ແລະ ມີ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ ທີ່​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ເຮັດ​ຂຶ້ນ, ເຖິງ​ຂະ​ໜາດ​ທີ່​ພວກ​ເພິ່ນ​ໄດ້ ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ, ແລະ ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີ​ວິດ​ອີກ, ແລະ ເຮັດ​ໃຫ້​ຄົນ​ເປ້ຍ​ລ່ອຍ​ຍ່າງ​ໄດ້, ແລະ ຄົນ​ຕາ​ບອດ​ເຫັນ​ຮຸ່ງ, ແລະ ຄົນ​ຫູ​ໜວກ​ໄດ້​ຍິນ; ແລະ ພວກ​ເພິ່ນ​ໄດ້​ເຮັດ​ສິ່ງ ມະຫັດ​ສະຈັນ​ນາໆ​ປະ​ການ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ; ແລະ ພວກ​ເພິ່ນ​ບໍ່​ໄດ້​ເຮັດ​ສິ່ງ​ມະຫັດ​ສະຈັນ​ໂດຍ​ວິ​ທີ​ອື່ນ ນອກ​ຈາກ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ເທົ່າ​ນັ້ນ.

6 ແລະ ປີ​ທີ​ສາມ​ສິບ​ແປດ​ໄດ້​ຜ່ານ​ໄປ​ດັ່ງ​ນີ້, ແລະ ປີ​ທີ​ສາມ​ສິບ​ເກົ້າ ແລະ ປີ​ທີ​ສີ່​ສິບ​ເອັດ, ແລະ ປີ​ທີ​ສີ່​ສິບ​ສອງ​ນຳ​ອີກ, ແທ້​ຈິງ​ແລ້ວ, ຈົນ​ເຖິງ​ປີ​ທີ​ສີ່​ສິບ​ເກົ້າ​ຜ່ານ​ໄປ, ແລະ ປີ​ທີ​ຫ້າ​ສິບ​ເອັດ​ອີກ, ແລະ ປີ​ທີ​ຫ້າ​ສິບ​ສອງ; ແທ້​ຈິງ​ແລ້ວ, ຈົນ​ປີ​ທີ​ຫ້າ​ສິບ​ເກົ້າ​ຜ່ານ​ໄປ​ນຳ​ອີກ.

7 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ໃນ​ແຜ່ນ​ດິນ; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ສ້າງ​ເມືອງ​ຂຶ້ນ​ອີກ​ໃນ​ບ່ອນ ຊຶ່ງ​ເຄີຍ​ເປັນ​ເມື່ອງ​ທີ່​ຖືກ​ເຜົາ​ໄໝ້​ໄປ​ແລ້ວ.

8 ແທ້​ຈິງ​ແລ້ວ, ເຖິງ​ແມ່ນ ເມືອງ​ເຊຣາ​ເຮັມລາ ຊຶ່ງ​ເປັນ​ເມືອງ​ທີ່​ຍິ່ງ​ໃຫຍ່​ນັ້ນ ກໍ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່​ອີກ.

9 ແຕ່​ວ່າ ມີ​ຫລາຍ​ເມືອງ ຊຶ່ງ​ໄດ້ ຈົມ​ລົງ, ແລະ ນ້ຳ​ເຂົ້າ​ມາ​ແທນ​ທີ່; ສະນັ້ນ ຈຶ່ງ​ສ້າງ​ເມືອງ​ເຫລົ່າ​ນັ້ນ​ຂຶ້ນ​ໃໝ່​ບໍ່​ໄດ້.

10 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ນີໄຟ​ໄດ້​ເຂັ້ມ​ແຂງ​ຂຶ້ນ, ແລະ ມີ​ຄົນ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ໄວ, ແລະ ກັບ​ເປັນ​ຜູ້​ຄົນ​ທີ່ ຈົບ​ງາມ ແລະ ໜ້າ​ຊົມ​ທີ່​ສຸດ.

11 ແລະ ພວກ​ເຂົາ​ໄດ້​ແຕ່ງ​ງານ​ກັນ, ແລະ ຍົກ​ໃຫ້​ແຕ່ງ​ງານ​ກັນ, ແລະ ໄດ້​ຮັບ​ພອນ​ຫລາຍ​ປະ​ການ​ຕາມ​ຄຳ​ສັນ​ຍາ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ໄວ້​ກັບ​ພວກ​ເຂົາ.

12 ແລະ ພວກ​ເຂົາ​ບໍ່​ໄດ້​ເດີນ​ໄປ​ຕາມ ການ​ປະ​ຕິ​ບັດ ແລະ ພິ​ທີ​ການ​ຂອງ ກົດ​ຂອງ​ໂມເຊ​ອີກ​ຕໍ່​ໄປ; ແຕ່​ວ່າ​ພວກ​ເຂົາ​ໄດ້​ເດີນ​ໄປ​ຕາມ​ພຣະ​ບັນ​ຍັດ ຊຶ່ງ​ພວກ​ເຂົາ​ໄດ້​ຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ໂດຍ ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ, ແລະ ການ​ຊຸມ​ນຸມ​ກັນ​ເລື້ອຍໆ​ເພື່ອ​ອະ​ທິ​ຖານ ແລະ ເພື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບໍ່​ມີ​ການ​ຂັດ​ແຍ້ງ​ກັນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ໃນ​ທົ່ວ​ແຜ່ນ​ດິນ, ແຕ່​ມີ​ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ຕ່າງໆ​ທີ່​ເຮັດ​ຂຶ້ນ​ໃນ​ບັນ​ດາ​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ເຈັດ​ສິບ​ເອັດ​ຜ່ານ​ໄປ ແລະ ປີ​ທີ​ເຈັດ​ສິບ​ສອງ​ອີກ, ແທ້​ຈິງ​ແລ້ວ, ແລະ ໂດຍ​ສະ​ຫລຸບ, ຈົນ​ຮອດ​ປີ​ທີ​ເຈັດ​ສິບ​ເກົ້າ​ໄດ້​ຜ່ານ​ໄປ; ແທ້​ຈິງ​ແລ້ວ ຈົນ​ຮອດ​ໜຶ່ງ​ຮ້ອຍ​ປີ​ຜ່ານ​ໄປ, ແລະ ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ຜູ້​ທີ່​ພຣະ​ອົງ​ໄດ້​ເລືອກ​ໄວ້​ກໍ​ໄດ້​ຈາ​ກ​ໄປ​ຫາ ທີ່​ສຸ​ຂະ​ເສີມ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ແລ້ວ ເວັ້ນ​ເສຍ​ແຕ່ ສາມ​ຄົນ​ທີ່​ຈະ​ຍັງ​ຄົງ​ຢູ່​ຕໍ່​ໄປ; ແລະ ມີ ສາ​ນຸ​ສິດ​ຜູ້​ອື່ນໆ​ໄດ້​ຮັບ ແຕ່ງ​ຕັ້ງ​ແທນ; ແລະ ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໃນ​ລຸ້ນ​ນັ້ນ​ກໍ​ໄດ້​ຈາກ​ໄປ​ເໝືອນ​ກັນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ ບໍ່​ມີ​ການ​ຂັດ​ແຍ້ງ​ກັນ​ໃນ​ແຜ່ນ​ດິນ, ຍ້ອນ​ວ່າ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ມີ​ຢູ່​ໃນ​ໃຈ​ຂອງ​ຜູ້​ຄົນ.

16 ແລະ ມັນ ບໍ່​ມີ​ການ​ອິດ​ສາ​ບັງ​ບຽດ, ບໍ່​ມີ​ການ​ຜິດ​ຖຽງ​ກັນ, ບໍ່​ມີ​ການ​ວຸ້ນ​ວາຍ, ບໍ່​ມີ​ການ​ໂສ​ເພ​ນີ, ບໍ່​ມີ​ການ​ເວົ້າ​ຕົວະ, ບໍ່​ມີ​ການ​ຄາດ​ຕະ​ກຳ, ບໍ່​ມີ​ກິ​ເລດ​ຕັນ​ຫາ​ຢ່າງ​ໃດ​ເລີຍ; ແລະ ໂດຍ​ແນ່​ນອນ​ແລ້ວ ຄົງ​ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ນີ້​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ​ທີ່​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ.

17 ມັນ​ບໍ່​ມີ​ໂຈນ, ຫລື ຄາດ​ຕະ​ກອນ, ທັງ​ບໍ່​ມີ​ຊາວ​ເລມັນ ຫລື ຊາວ​ໃດໆ​ເລີຍ; ແຕ່​ຄົນ​ທັງ​ໝົດ​ຢູ່​ເປັນ ພວກ​ດຽວ​ກັນ, ເປັນ​ລູກ​ຂອງ​ພຣະ​ຄຣິດ, ແລະ ທາ​ຍາດ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

18 ແລະ ພວກ​ເຂົາ​ໄດ້​ເປັນ​ສຸກ​ຫລາຍ​ແທ້ໆ! ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພອນ​ໃຫ້​ພວກ​ເຂົາ​ສຳ​ລັບ​ການ​ກະ​ທຳ​ຂອງ​ພວກ​ເຂົາ​ທັງ​ໝົດ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮັບ​ພອນ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ເຖິງ​ແມ່ນ​ໜຶ່ງ​ຮ້ອຍ​ສິບ​ປີ​ຜ່ານ​ໄປ; ແລະ ຄົນ​ລຸ້ນ​ທຳ​ອິດ​ນັບ​ແຕ່​ພຣະ​ຄຣິດ​ກໍ​ໄດ້​ຈາກ​ໄປ, ແລະ ມັນ​ກໍ​ບໍ່​ໄດ້​ມີ​ການ​ຂັດ​ແຍ້ງ​ກັນ​ໃນ​ທົ່ວ​ແຜ່ນ​ດິນ​ເລີຍ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື​ນີໄຟ, ຜູ້​ທີ່​ເຮັດ​ບັນ​ທຶກ​ອັນ​ສຸດ​ທ້າຍ​ນີ້​ໄດ້​ສິ້ນ​ຊີ​ວິດ​ໄປ, (ຊຶ່ງ​ເພິ່ນ​ໄດ້​ເຮັດ​ບັນ​ທຶກ​ໄວ້​ໃນ ແຜ່ນ​ຈາລຶກ​ຂອງ​ນີໄຟ) ແລະ ອາ​ໂມ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ເຮັດ​ບັນ​ທຶກ​ນີ້​ແທນ; ແລະ ລາວ​ກໍ​ໄດ້​ເຮັດ​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ນຳ​ອີກ.

20 ແລະ ລາວ​ໄດ້​ຮັກ​ສາ​ບັນ​ທຶກ​ຢູ່​ແປດ​ສິບ​ສີ່​ປີ, ແລະ ສັນ​ຕິ​ສຸກ​ກໍ​ຍັງ​ມີ​ຢູ່​ໃນ​ແຜ່ນ​ດິນ, ນອກ​ຈາກ​ຜູ້​ຄົນ​ສ່ວນ​ໜ້ອຍ​ໜຶ່ງ​ທີ່​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ ແລະ ເອີ້ນ​ຊື່​ຕົນ​ວ່າ ຊາວ​ເລມັນ; ສະນັ້ນ ມັນ​ຈຶ່ງ​ເລີ່ມ​ມີ​ຊາວ​ເລມັນ​ຢູ່​ໃນ​ແຜ່ນ​ດິນ​ອີກ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອາ​ໂມ​ໄດ້​ສິ້ນ​ຊີ​ວິດ​ໄປ​ຄື​ກັນ, (ແລະ ມັນ​ເປັນ​ໜຶ່ງ​ຮ້ອຍ​ເກົ້າ​ສິບ​ສີ່​ປີ​ນັບ​ແຕ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ) ແລະ ອາ​ໂມ​ລູກ​ຊາຍ​ຂອງ​ລາວ​ໄດ້​ຮັກ​ສາ​ບັນ​ທຶກ​ແທນ; ແລະ ລາວ​ກໍ​ໄດ້​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ຄື​ກັນ; ແລະ ມັນ​ມີ​ຂຽນ​ໄວ້​ໃນ​ໜັງ​ສື​ນີໄຟ​ນຳ​ອີກ ຊຶ່ງ​ແມ່ນ​ໜັງ​ສື​ເຫລັ້ມ​ນີ້.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສອງ​ຮ້ອຍ​ປີ​ໄດ້​ຜ່ານ​ໄປ; ແລະ ຄົນ​ລຸ້ນ​ທີ​ສອງ​ໄດ້​ຜ່ານ​ໄປ​ໝົດ ນອກ​ຈາກ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ.

23 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ມໍມອນ​ຢາກ​ໃຫ້​ທ່ານ​ຮູ້​ວ່າ ຜູ້​ຄົນ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ, ແລະ ວ່າ​ພວກ​ເຂົາ​ກັບ​ເປັນ​ຄົນ​ຮັ່ງ​ມີ​ຢ່າງ​ຍິ່ງ, ເພາະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພວກ​ເຂົາ​ໃນ​ພຣະ​ຄຣິດ.

24 ແລະ ບັດ​ນີ້, ໃນ​ປີ​ທີ​ສອງ​ຮ້ອຍ​ໜຶ່ງ​ໄດ້​ເລີ່ມ​ມີ​ບາງ​ຄົນ​ໃນ​ບັນດາ​ພວກ​ເຂົາ​ທີ່​ລະ​ເມີ​ເພີ້​ຝັນ​ດ້ວຍ ຄວາມ​ທະນົງ​ຕົວ ເຊັ່ນ ການ​ນຸ່ງ​ຖື​ເສື້ອ​ຜ້າ​ທີ່​ມີ​ລາ​ຄາ​ແພງ, ແລະ ໃສ່​ເຄື່ອງ​ປະ​ດັບ​ຢ່າງ​ດີ​ນາໆ​ຊະນິດ ແລະ ໃຊ້​ຂອງ​ດີໆ​ຂອງ​ໂລກ.

25 ແລະ ນັບ​ແຕ່​ເວລາ​ນັ້ນ​ໄປ​ພວກ​ເຂົາ​ບໍ່​ໄດ້​ມີ​ສິ່ງ​ຂອງ ແລະ ເຂົ້າ​ຂອງ​ຮວມ​ກັນ ເປັນ​ສ່ວນ​ລວມ​ໃນ​ບັນ​ດາ​ພວກ​ເຂົາ​ອີກ​ຕໍ່​ໄປ.

26 ແລະ ພວກ​ເຂົາ​ເລີ່ມ​ແບ່ງ​ຊັ້ນ​ວັນ​ນະ​ກັນ; ແລະ ພວກ​ເຂົາ​ເລີ່ມ​ສ້າງ ສາດ​ສະ​ໜາ​ຈັກ​ຂອງ​ຕົນ​ເອງ​ຂຶ້ນ ເພື່ອ​ຫາ ຜົນ​ປະ​ໂຫຍດ, ແລະ ເລີ່ມ​ປະ​ຕິ​ເສດ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຣິດ.

27 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ສອງ​ຮ້ອຍ​ສິບ​ປີ​ຜ່ານ​ໄປ ກໍ​ໄດ້​ມີ​ສາດ​ສະ​ໜາ​ຈັກ​ຢູ່​ຫລາຍ​ແຫ່ງ​ໃນ​ແຜ່ນ​ດິນ; ແທ້​ຈິງ​ແລ້ວ, ມີ​ຫລາຍ​ສາດ​ສະ​ໜາ​ຈັກ​ຊຶ່ງ​ອ້າງ​ວ່າ​ຕົນ​ຮູ້​ຈັກ​ພຣະ​ຄຣິດ, ແຕ່​ພວກ​ເຂົາ​ໄດ້ ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ​ສ່ວນ​ໃຫຍ່​ຂອງ​ພຣະ​ອົງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຍອມ​ຮັບ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ, ແລະ ໄດ້​ປະ​ຕິ​ບັດ​ສິ່ງ​ທີ່​ສັກ​ສິດ​ແກ່​ຄົນ​ທີ່​ຖືກ ຫ້າມ​ເພາະ​ຄວາມ​ບໍ່​ມີ​ຄ່າ​ຄວນ.

28 ແລະ ສາດ​ສະ​ໜາ​ຈັກ​ແຫ່ງ​ນີ້​ໄດ້​ມີ​ສະມາ​ຊິກ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຫລວງ​ຫລາຍ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ, ແລະ ຍ້ອນ​ວ່າ​ອຳນາດ​ຂອງ​ຊາຕານ​ຜູ້​ຊຶ່ງ​ມີ​ອຳນາດ​ເໜືອ​ໃຈ​ຂອງ​ພວກ​ເຂົາ.

29 ແລະ ອີກ​ອັນ​ໜຶ່ງ, ມັນ​ມີ​ສາດ​ສະ​ໜາ​ຈັກ​ອີກ​ແຫ່ງ​ໜຶ່ງ​ທີ່​ປະ​ຕິ​ເສດ​ພຣະ​ຄຣິດ; ແລະ ພວກ​ເຂົາ​ໄດ້ ຂົ່ມ​ເຫັງ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຣິດ, ຍ້ອນ​ວ່າ​ຄວາມ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ ແລະ ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ໃນ​ພຣະ​ຄຣິດ; ແລະ ພວກ​ເຂົາ​ໄດ້​ໝິ່ນ​ປະ​ໝາດ​ພວກ​ເຂົາ​ຍ້ອນ​ວ່າ​ສິ່ງ​ມະຫັດ​ສະຈັນ​ຫລາຍ​ຢ່າງ​ຊຶ່ງ​ກະ​ທຳ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ.

30 ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ໃຊ້​ອຳນາດ ແລະ ສິດ​ອຳນາດ​ຂົ່ມ​ຂູ່​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ຜູ້​ທີ່​ຢູ່​ກັບ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ເອົາ​ພວກ​ເພິ່ນ​ເຂົ້າ ຄຸກ; ແຕ່​ໂດຍ​ອຳນາດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຢູ່​ກັບ​ພວກ​ເພິ່ນ, ຄຸກ​ຈຶ່ງ​ແຍກ​ອອກ​ເປັນ​ສອງ, ແລະ ພວກ​ເພິ່ນ​ກໍ​ໄດ້​ອອກ​ໄປ​ເຮັດ​ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ໃນ​ບັນ​ດາ​ພວກ​ເຂົາ.

31 ເຖິງ​ຢ່າງ​ໃດ​ກໍ​ຕາມ, ແລະ ທັງໆ​ທີ່​ສິ່ງ​ມະຫັດ​ສະຈັນ​ທັງ​ໝົດ​ນີ້​ໄດ້​ເກີດ​ຂຶ້ນ​ຢູ່​ກໍ​ຕາມ, ແຕ່​ຜູ້​ຄົນ​ກໍ​ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່, ແລະ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຂ້າ​ພວກ​ເພິ່ນ​ເໝືອນ​ດັ່ງ​ຊາວ​ຢິວ​ທີ່​ຢູ່​ເຢຣູ​ຊາເລັມ​ພະ​ຍາ​ຍາມ​ຂ້າ​ພຣະ​ເຢຊູ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ.

32 ແລະ ເຂົາ​ໄດ້​ໂຍນ​ພວກ​ເພິ່ນ​ເຂົ້າ ເຕົາ ໄຟ, ແຕ່ພວກ​ເພິ່ນ​ໄດ້​ອອກ​ມາ​ໂດຍ​ບໍ່​ໄດ້​ຮັບ​ອັນ​ຕະ​ລາຍ​ຢ່າງ​ໃດ.

33 ແລະ ເຂົາ​ໄດ້​ໂຍນ​ພວກ​ເພິ່ນ​ເຂົ້າ​ໃນ ຖ້ຳ​ສັດ​ຮ້າຍ​ອີກ, ແລະ ພວກ​ເພິ່ນ​ໄດ້​ຫລິ້ນ​ຢູ່​ກັບ​ສັດ​ຮ້າຍ​ເຫລົ່າ​ນັ້ນ​ຄື​ກັນ​ກັບ​ເດັກ​ນ້ອຍ​ຫລິ້ນ​ຢູ່​ນຳ​ລູກ​ແກະ; ແລະ ພວກ​ເພິ່ນ​ໄດ້​ອອກ​ມາ​ຈາກ​ສັດ​ເຫລົ່າ​ນັ້ນ​ໂດຍ​ບໍ່​ໄດ້​ຮັບ​ອັນ​ຕະ​ລາຍ​ເລີຍ.

34 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ຄົນ​ກໍ​ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່, ເພາະ​ວ່າ​ພວກ​ເຂົາ​ໄດ້​ຖືກ​ຊັກ​ນຳ​ໄປ​ໂດຍ​ພວກ​ນັກ​ທຳ ແລະ ໂດຍ​ສາດ​ສະ​ດາ​ປອມ​ຫລາຍ​ຄົນ ເພື່ອ​ໃຫ້​ສ້າງ​ສາດ​ສະ​ໜາ​ຈັກ​ຫລາຍ​ບ່ອນ​ຂຶ້ນ, ແລະ ໃຫ້​ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ. ແລະ ພວກ​ເຂົາ​ໄດ້ ທຸບ​ຕີ​ຜູ້​ຄົນ​ຂອງ​ພຣະ​ເຢຊູ; ແຕ່​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຢຊູ​ບໍ່​ໄດ້​ໂຕ້​ຕອບ​ເລີຍ. ແລະ ພວກ​ເຂົາ​ໄດ້​ເສື່ອມ​ໂຊມ​ລົງ​ດັ່ງ​ນັ້ນ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື​ໄປ​ແຕ່​ລະ​ປີ ແລະ ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຈົນ​ວ່າ​ສອງ​ຮ້ອຍ​ສາມ​ສິບ​ປີ​ຜ່ານ​ໄປ.

35 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ນີ້, ແທ້​ຈິງ​ແລ້ວ, ໃນ​ປີ​ສອງ​ຮ້ອຍ​ສາມ​ສິບ​ເອັດ, ມັນ​ເກີດ​ມີ​ການ​ແບ່ງ​ແຍກ​ກັນ​ຢ່າງ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຜູ້​ຄົນ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ນີ້ ມັນ​ໄດ້​ເກີດ​ມີ​ຜູ້​ຄົນ​ກຸ່ມ​ໜຶ່ງ ຊຶ່ງ​ມີ​ຊື່​ວ່າ ຊາວ​ນີໄຟ, ແລະ ພວກ​ເຂົາ​ເປັນ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ຢ່າງ​ແທ້​ຈິງ​ໃນ​ພຣະ​ຄຣິດ; ແລະ ໃນ​ບັນ​ດາ​ພວກ​ເຂົາ​ມີ​ພວກ​ອື່ນ​ອີກ​ທີ່​ຊາວ​ເລມັນ​ເອີ້ນ​ວ່າ—ຊາວ​ຢາໂຄບ, ຊາວ​ໂຢເຊັບ, ແລະ ຊາວ​ໂຊ​ຣຳ;

37 ສະນັ້ນ ຜູ້​ທີ່​ເຊື່ອ​ໃນ​ພຣະ​ຄຣິດ​ຢ່າງ​ແທ້​ຈິງ, ແລະ ຜູ້​ນະມັດ​ສະການ​ຢ່າງ​ແທ້​ຈິງ​ຂອງ​ພຣະ​ຄຣິດ, (ລວມ​ທັງ ສາ​ນຸ​ສິດ​ສາມ​ຄົນ​ຂອງ​ພຣະ​ເຢຊູ ຊຶ່ງ​ຈະ​ຄົງ​ຢູ່​ຕໍ່​ໄປ) ຖືກ​ເອີ້ນ​ວ່າ ຊາວ​ນີໄຟ, ແລະ ຊາວ​ຢາໂຄບ, ແລະ ຊາວ​ໂຢເຊັບ, ແລະ ຊາວ​ໂຊຣຳ.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ທີ່​ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ​ຖືກ​ເອີ້ນ​ວ່າ ຊາວ​ເລມັນ, ຊາວ​ເລ​ມູ​ເອນ, ແລະ ຊາວ​ອິດ​ຊະ​ມາ​ເອນ; ແລະ ພວກ​ເຂົາ​ບໍ່​ໄດ້​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແຕ່​ພວກ​ເຂົາ​ໄດ້ ກະ​ບົດ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ໂດຍ​ເຈດ​ຕະ​ນາ; ແລະ ພວກ​ເຂົາ​ໄດ້​ສິດ​ສອນ​ລູກ​ຫລານ​ຂອງ​ພວກ​ເຂົາ​ບໍ່​ໃຫ້​ເຊື່ອ, ເໝືອນ​ດັ່ງ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ທີ່​ບໍ່​ໄດ້​ເຊື່ອ​ຕັ້ງ​ແຕ່​ຕົ້ນ​ມາ.

39 ແລະ ເປັນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາຄື​ກັນ​ກັບ​ທີ່​ເປັນ​ມາ​ແລ້ວ​ນັບ​ຕັ້ງ​ແຕ່​ຕົ້ນ​ມາ. ແລະ ພວກ​ເຂົາ​ຈຶ່ງ​ຖືກ ສິດ​ສອນ​ໃຫ້​ກຽດ​ຊັງ​ລູກ​ຂອງ​ພຣະ​ເຈົ້າ, ຄື​ກັນ​ກັບ​ຊາວ​ເລມັນ​ຖືກ​ສິດ​ສອນ​ໃຫ້​ກຽດ​ຊັງ​ລູກ​ຫລານ​ຊາວ​ນີໄຟ​ນັບ​ຕັ້ງ​ແຕ່​ຕົ້ນ​ມາ.

40 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສອງ​ຮ້ອຍ​ສີ່​ສິບ​ສີ່​ປີ​ຜ່ານ​ໄປ ແລະ ການ​ງານ​ຂອງ​ຜູ້​ຄົນ​ເປັນ​ໄປ​ດັ່ງ​ນັ້ນ. ແລະ ຜູ້​ຄົນ​ສ່ວນ​ທີ່​ຊົ່ວ​ຫລາຍ​ກວ່າ​ກໍ​ເຂັ້ມ​ແຂງ​ຂຶ້ນ, ແລະ ກັບ​ມີ​ຈຳນວນ​ຫລາຍ​ກວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ.

41 ແລະ ພວກ​ເຂົາ​ຍັງ​ຄົງ​ສ້າງ​ສາດ​ສະ​ໜາ​ຈັກ​ໃຫ້​ຕົນ​ເອງ​ຢູ່​ຕໍ່​ໄປ, ແລະ ຕົກ​ແຕ່ງ​ມັນ​ດ້ວຍ​ຂອງ​ມີ​ຄ່າ​ນາໆ​ຊະ​ນິດ. ແລະ ສອງ​ຮ້ອຍ​ຫ້າ​ສິບ​ປີ​ໄດ້​ຜ່ານ​ໄປ​ດັ່ງ​ນີ້, ແລະ ສອງ​ຮ້ອຍ​ຫົກ​ສິບ​ປີ​ກໍ​ຜ່ານ​ໄປ​ອີກ.

42 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ກຸ່ມ​ທີ່​ຊົ່ວ​ເລີ່ມ​ເຮັດ​ຄຳ​ສາບານ ແລະ ເຮັດ ການ​ມົ້ວ​ສຸມ​ລັບ​ຂອງ​ແກ​ດີ​ອານ​ທັນ​ຂຶ້ນ​ອີກ.

43 ແລະ ຜູ້​ຄົນ​ຜູ້​ມີ​ຊື່​ວ່າ ຜູ້​ຄົນ​ຂອງ​ນີໄຟ​ເລີ່ມ​ອວດ​ດີ​ໃນ​ໃຈ, ຍ້ອນ​ວ່າ​ຂອງ​ມີ​ຄ່າ​ຢ່າງ​ຫລວງ​ຫລາຍ​ຂອງ​ພວກ​ເຂົາ, ແລະ ກັບ​ມາ​ຖື​ຕົວ​ຄື​ກັນ​ກັບ​ຊາວ​ເລມັນ​ພີ່​ນ້ອງ​ຂອງ​ພວກ​ເຂົາ.

44 ແລະ ນັບ​ແຕ່​ເວລາ​ນີ້​ໄປ ສາ​ນຸ​ສິດ​ກໍ​ເລີ່ມ​ເສົ້າ​ສະ​ຫລົດ​ໃຈ​ເພາະ ບາບ​ຂອງ​ໂລກ.

45 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ສາມ​ຮ້ອຍ​ປີ​ຜ່ານ​ໄປ, ທັງ​ຜູ້​ຄົນ​ຂອງ​ນີໄຟ ແລະ ຜູ້​ຄົນ​ຂອງ​ເລມັນ​ກັບ​ມາ​ເປັນ​ຄົນ​ຊົ່ວ​ຫລາຍ​ຂຶ້ນ​ເທົ່າໆ​ກັນ.

46 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຈນ​ແກ​ດີ​ອານ​ທັນ​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ; ແລະ ບໍ່​ມີ​ຜູ້​ໃດ​ຈັກ​ຄົນ​ທີ່​ຊອບ​ທຳ​ນອກ​ຈາກ​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ເທົ່າ​ນັ້ນ. ແລະ ພວກ​ເຂົາ​ໄດ້​ຄ້າ​ຂາຍ​ຄຳ ແລະ ເງິນ ຢູ່​ໃນ​ຮ້ານ​ຄ້າ​ຢ່າງ​ຫລວງ​ຫລາຍ, ແລະ ໄດ້​ເຮັດ​ການ​ຄ້າ​ຂາຍ​ອື່ນໆ​ນຳ​ອີກ.

47 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ສາມ​ຮ້ອຍ​ຫ້າ​ປີ​ຜ່ານ​ໄປ, (ແລະ ຜູ້​ຄົນ​ຍັງ​ຄົງ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຢູ່) ອາ​ໂມ​ໄດ້​ສິ້ນ​ຊີ​ວິດ​ໄປ; ແລະ ອາມ​ມາ​ຣອນ​ນ້ອງ​ຊາຍ​ຂອງ​ລາວ​ໄດ້​ຮັກ​ສາ​ບັນ​ທຶກ​ແທນ.

48 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ສາມ​ຮ້ອຍ​ຊາວ​ປີ​ຜ່ານ​ໄປ, ອາມ​ມາ​ຣອນ​ໂດຍ​ຖືກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊົງ​ນຳ​ໄດ້​ເຊື່ອງ ບັນ​ທຶກ​ທີ່​ສັກ​ສິດ​ໄວ້—ແທ້​ຈິງ​ແລ້ວ, ແມ່ນ​ບັນ​ທຶກ​ສັກ​ສິດ​ທັງ​ໝົດ ຊຶ່ງ​ຖືກ​ມອບ​ຕໍ່ໆ​ກັນ​ມາ​ຈາກ​ລຸ້ນ​ສູ່​ລຸ້ນ—ຈົນ​ເຖິງ​ປີ​ທີ​ສາມ​ຮ້ອຍ​ຊາວ​ນັບ​ຕັ້ງ​ແຕ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

49 ແລະ ລາວ​ໄດ້​ເຊື່ອງ​ມັນ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ມັນ​ຈະ​ຖືກ ນຳ​ອອກ​ມາ​ຫາ​ເຊື້ອ​ສາຍ​ຂອງ​ຢາໂຄບ​ຜູ້​ທີ່​ເຫລືອ​ຢູ່​ອີກ, ຕາມ​ຄຳ​ທຳ​ນາຍ ແລະ ຕາມ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ບັນ​ທຶກ​ຂອງ​ອາມ​ມາ​ຣອນ​ຈົບ​ລົງ​ດັ່ງ​ນີ້.