ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ເລື່ອງ​ລາວ​ຂອງ​ແອວ​ມາ, ຜູ້​ເປັນ​ລູກ​ຊາຍ​ຂອງ​ແອວມາ, ຜູ້​ເປັນ​ຫົວໜ້າ​ຜູ້​ຕັດສິນ​ຄົນ​ທຳ​ອິດ​ຂອງ​ຜູ້ຄົນ​ຂອງ​ນີ​ໄຟ, ແລະ ທັງ​ເປັນ​ມະຫາ​ປະ​ໂລຫິດ​ດູ​ແລ​ສາດສະໜາ​ຈັກ​ນຳ​ອີກ. ເລື່ອງ​ລາວ​ກ່ຽວ​ກັບ​ການ​ປົກຄອງ​ຂອງ​ຜູ້​ຕັດສິນ, ແລະ ສົງຄາມ ແລະ ການ​ຂັດ​ແຍ້ງ​ໃນ​ບັນດາ​ຜູ້ຄົນ. ແລະ ເລື່ອງລາວ​ຕ່າງໆ​ກ່ຽວ​ກັບ​ສົງຄາມ​ລະຫວ່າງ​ຊາວ​ນີ​ໄຟ​ກັບ​ຊາວ​ເລ​ມັນ​ນຳ​ອີກ, ຊຶ່ງ​ເປັນ​ໄປ​ຕາມ​ບັນທຶກ​ຂອງ​ແອວ​ມາ, ຜູ້​ເປັນ​ຫົວໜ້າ​ຜູ້​ຕັດສິນ​ຄົນ​ທຳ​ອິດ.

ບົດ​ທີ 1

ນີຮໍ​ສິດສອນ​ຄຳ​ສອນ​ທີ່​ຜິດ, ສ້າງ​ຕັ້ງ​ສາດສະໜາ​ຈັກ​ຂຶ້ນ, ແນະນຳ​ອຳນາດ​ຈອມ​ປອມ, ແລະ ຂ້າ​ກີ​ເດ​ໂອນ—ລາວຖືກ​ປະຫານ​ຊີວິດ​ຕາມ​ໂທດ​ຂອງ​ຄວາມ​ຜິດ​ລາວ—ອຳນາດ​ຈອມ​ປອມ ແລະ ການ​ກົດ​ຂີ່​ຂົ່ມ​ເຫັງ​ແຜ່​ຂະຫຍາຍ​ອອກ​ໄປ​ໃນ​ບັນດາ​ຜູ້ຄົນ—ພວກ​ປະ​ໂລຫິດ​ທັງ​ຫລາຍ​ທຳ​ງານ​ຫາ​ລ້ຽງ​ຕົນ​ເອງ, ຜູ້ຄົນ​ເບິ່ງ​ແຍງ​ຄົນ​ຍາກ​ຈົນ, ແລະ ສາດສະໜາ​ຈັກ​ຈະເລີນ​ຮຸ່ງ​ເຮືອງ​ຂຶ້ນ. ປະມານ 91–88 ປີ ກ່ອນ ຄ.ສ.

 ​ບັດນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໃນ​ປີ​ທຳ​ອິດ​ແຫ່ງ​ການ​ປົກຄອງ​ຂອງ​ຜູ້​ຕັດສິນ​ດູ​ແລ​ຜູ້ຄົນ​ຂອງນີ​ໄຟ, ນັບ​ຈາກ​ເວລາ​ນີ້​ໄປ​ກະສັດ​ໂມ​ໄຊ​ຢາ​ໄດ້​ຈາກ​ໄປ​ຕາມ​ທາງ​ຂອງ​ໂລກ​ແລ້ວ, ຊຶ່ງ​ເພິ່ນ​ໄດ້​ຕໍ່ສູ້​ມາ​ຢ່າງ​ອົດທົນ, ເດີນ​ໄປ​ຢ່າງ​ພາກພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ບໍ່​ມີ​ຜູ້​ໃດ​ຈະ​ຂຶ້ນປົກຄອງ​ແທນ​ເພິ່ນ​ເລີຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ ເພິ່ນ​ຍັງ​ໄດ້​ຕັ້ງກົດ ແລະ ຜູ້ຄົນ​ກໍ​ຍອມຮັບ​ເອົາ​ກົດ​ເຫລົ່ານັ້ນ; ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ຕ້ອງ​ປະຕິບັດ​ຕາມ​ກົດຊຶ່ງ​ເພິ່ນ​ໄດ້​ຕັ້ງ​ໄວ້​ໃຫ້.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໃນ​ປີ​ທຳ​ອິດ​ຂອງ​ການ​ປົກຄອງ​ຂອງ​ແອວ​ມາ​ໃນ​ບັນລັງ​ຂອງ​ຜູ້​ຕັດສິນ​ນັ້ນ, ມີ​ຄົນ​ຜູ້​ໜຶ່ງ​ຖືກ​ນຳ​ເອົາ​ມາ​ຢູ່​ຕໍ່ໜ້າ​ເພິ່ນ​ເພື່ອ​ຮັບ​ການ​ຕັດສິນ, ຊາຍ​ຄົນ​ນີ້​ເປັນ​ຄົນ​ທີ່​ມີ​ຮ່າງກາຍ​ສູງ​ໃຫຍ່ ແລະ ມີ​ຊື່​ສຽງ​ເພາະ​ຄວາມ​ແຂງ​ແຮງ​ຂອງ​ລາວ.

 ແລະ ລາວ​ໄດ້​ທ່ອງ​ທ່ຽວ​ໄປ​ໃນ​ບັນດາ​ຜູ້ຄົນ ແລະ ໄດ້​ສັ່ງສອນ​ຄົນ​ທັງຫລາຍ​ເຖິງ​ເລື່ອງ​ທີ່​ລາວ​ຖື​ວ່າ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ກ່າວ​ຄຳ​ຕໍ່ຕ້ານ​ສາດສະໜາ​ຈັກ; ປະກາດ​ແກ່​ຜູ້ຄົນ​ວ່າ ປະ​ໂລຫິດ​ກັບ​ຜູ້​ສອນ​ທຸກ​ຄົນ​ຄວນ​ເປັນ​ທີ່​ເຄົາລົບ​ນັບຖື ແລະ ພວກ​ເພິ່ນ​ບໍ່​ຄວນ​ອອກ​ແຮງ​ງານ​ດ້ວຍ​ມື​ຂອງ​ຕົນ​ເອງ, ແຕ່​ວ່າ​ພວກ​ເພິ່ນ​ຄວນ​ໄດ້​ຮັບ​ການຄ້ຳຊູ​ຈາກ​ຜູ້ຄົນ.

 ແລະ ລາວ​ໄດ້​ສະ​ແດງ​ຫລັກ​ຖານ​ຕໍ່​ຜູ້ຄົນ​ອີກ​ວ່າ ມະນຸດຊາດ​ທັງ​ປວງ​ຈະ​ລອດ​ໃນ​ວັນ​ສຸດ​ທ້າຍ, ແລະວ່າ​ພວກ​ເຂົາ​ບໍ່ຕ້ອງ​ຢ້ານ​ກົວ ຫລື ຕົວ​ສັ່ນ, ແຕ່​ວ່າ​ໃຫ້​ພວກ​ເຂົາ​ເງີຍໜ້າຂຶ້ນ ແລະ ປິ​ຕິ​ຍິນ​ດີ, ເພາະວ່າ​ພຣະຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ມະນຸດ​ທັງ​ປວງ​ຂຶ້ນມາ ແລະ ໄດ້​ໄຖ່​ຄົນ​ທັງ​ປວງ​ນຳ​ອີກ, ແລະ ໃນ​ຕອນ​ສຸດ​ທ້າຍ​ມະນຸດ​ທັງ​ປວງ​ຈະ​ມີ​ຊີວິດ​ນິລັນດອນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ລາວ​ໄດ້​ສິດສອນ​ເລື່ອງ​ເຫລົ່າ​ນີ້ ຈົນ​ວ່າ​ຜູ້ຄົນ​ຫລາຍ​ຄົນ​ໄດ້​ເຊື່ອ​ຖື​ໃນ​ຄຳ​ເວົ້າຂອງ​ລາວ, ຈົນ​ວ່າ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ເລີ່ມ​ຄ້ຳຊູ ແລະ ເອົາ​ເງິນ​ໃຫ້​ລາວ.

 ແລະ ລາວ​ເລີ່ມ​ມີ​ຄວາມ​ທະ​ນົງ​ໃຈ ແລະ ນຸ່ງ​ຫົ່ມ​ດ້ວຍ​ເສື້ອ​ຜ້າ​ທີ່​ມີ​ລາ​ຄາ​ແພງ, ແທ້​ຈິງ​ແລ້ວ, ລາວ​ໄດ້​ເລີ່ມ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກຂຶ້ນຕາມ​ວິທີ​ການສັ່ງ​ສອນ​ຂອງ​ລາວ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໃນ​ຂະນະ​ທີ່​ລາວ​ກຳລັງ​ຈະ​ໄປສັ່ງ​ສອນ​ຜູ້​ທີ່​ເຊື່ອ​ຖື​ໃນ​ຄຳ​ເວົ້າຂອງ​ລາວ​ຢູ່​ນັ້ນ, ລາວ​ໄດ້​ພົບ​ພໍ້​ກັບ​ຄົນ​ຜູ້​ໜຶ່ງ​ຊຶ່ງ​ເປັນ​ສະມາຊິກ​ຂອງ​ສາດສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ເປັນ​ຜູ້​ໜຶ່ງ​ຂອງ​ພວກ​ຜູ້​ສອນ ແລະ ລາວ​ໄດ້​ເລີ່ມ​ກ່າວ​ຄຳ​ຫຍາບ​ຄາຍ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້ນັ້ນວ່າ ລາວ​ຈະ​ຊັກ​ຈູງ​ຜູ້ຄົນຂອງ​ສາດສະ​ໜາ​ຈັກ​ໄປ; ແຕ່​ວ່າ​ຊາຍ​ຄົນ​ນັ້ນ​ໄດ້​ຕໍ່ຕ້ານ​ລາວ​ໂດຍ​ໄດ້​ຕັກ​ເຕືອນ​ລາວ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

 ບັດ​ນີ້​ຊື່ຂອງ​ຊາຍ​ຄົນ​ນັ້ນ​ຄື ກີ​ເດ​ໂອນ; ແລະ ລາວ​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ປົດ​ປ່ອຍປະ​ຊາ​ຊົນ​ຂອງ​ລິ​ມ​ໄຮ​ອອກ​ຈາກ​ຄວາມ​ເປັນ​ຂ້າ​ທາດ.

 ບັດ​ນີ້ຍ້ອນ​ວ່າ​ກີ​ເດ​ໂອນ​ໄດ້​ຕໍ່ຕ້ານ​ລາວ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ລາວ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ກີ​ເດ​ໂອນ ແລ້ວ​ໄດ້​ຖອດ​ດາບ​ອອກ​ມາ ແລະ ເລີ່ມ​ຟັນ​ກີ​ເດ​ໂອນ​ເສຍ. ບັດ​ນີ້​ກີ​ເດ​ໂອນ​ໂດຍ​ທີ່​ມີ​ອາຍຸ​ແກ່​ແລ້ວ, ດັ່ງນັ້ນ ລາວ​ຈຶ່ງ​ບໍ່​ສາມາດ​ຕ້ານທານ​ໄດ້, ດັ່ງນັ້ນ ກີ​ເດ​ໂອນຈຶ່ງ​ຖືກ​ຂ້າ​ດ້ວຍ​ດາບ.

 10 ແລະ ຜູ້​ທີ່​ຂ້າ​ກີ​ເດ​ໂອນ​ໄດ້​ຖືກ​ຜູ້​ຄົນຂອງ​ສາດສະ​ໜາ​ຈັກ​ຈັບ​ໄປ ແລະ ນຳ​ເອົາ​ມາ​ຢູ່​ຕໍ່ໜ້າ​ຂອງ​ແອວ​ມາ​ເພື່ອ​ຮັບ​ການ​ຕັດສິນ​ຕາມ​ຄວາມ​ຜິດ​ທີ່​ລາ​ວ​ໄດ້​ກະ​ທຳ​ໄວ້.

 11 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ລາວ​ຢືນ​ຢູ່​ຕໍ່ໜ້າ​ແອວ​ມາ ແລະ ແກ້​ຂໍ້​ກ່າວ​ຫາ​ຢ່າງ​ອາດ​ຫານ​ເພື່ອ​ຕົວ​ເອງ.

 12 ແຕ່​ແອວ​ມາ​ກ່າວ​ກັບ​ລາວ​ວ່າ: ຈົ່ງ​ເບິ່ງ, ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ການ​ປະຕິບັດ​ໂດຍ​ອຳນາດ​ຈອມ​ປອມ ຖືກ​ເອົາ​ມາ​ໃຫ້​ເປັນ​ທີ່​ຮູ້ຈັກ​ໃນ​ບັນດາ​ຜູ້ຄົນພວກ​ນີ້. ແລະ ຈົ່ງ​ເບິ່ງ, ເຈົ້າບໍ່​ພຽງ​ແຕ່​ຜິດ​ເພາະ​ການ​ປະຕິບັດ​ໂດຍ​ອຳນາດ​ຈອມ​ປອມ​ເທົ່າ​ນັ້ນ, ແຕ່​ຍັງ​ພະຍາ​ຍາມ​ບັງຄັບ​ຜູ້ຄົນ​ດ້ວຍ​ດາບ; ແລະ ຖ້າ​ຫາກ​ການ​ປະຕິບັດ​ໂດຍ​ອຳນາດ​ຈອມ​ປອມ​ຖືກ​ບັງຄັບ​ໃຊ້​ໃນ​ບັນດາຜູ້ຄົນ​ແລ້ວ ກໍ​ໝາຍ​ຄວາມ​ວ່າ​ຄວາມ​ພິນາດ​ທັງ​ໝົດ​ກໍຈະ​ເກີດ​ຂຶ້ນ​ແກ່​ພວກ​ເຂົາ.

 13 ແລະ ເຈົ້າ​ເຮັດ​ໃຫ້​ຄົນ​ສັດ​ຊື່​ຜູ້​ໜຶ່ງ​ຕ້ອງ​ຕາຍ​ໄປ, ແທ້​ຈິງ​ແລ້ວ, ຊຶ່ງ​ເປັນ​ຜູ້​ທີ່​ໄດ້​ສ້າງ​ຄວາມ​ດີ​ໄວ້​ຫລາຍ​ທີ່​ສຸດ​ໃນ​ບັນດາ​ຜູ້ຄົນ​ເຫລົ່າ​ນີ້; ແລະ ຖ້າ​ຫາກ​ພວກ​ເຮົາ​ໄວ້​ຊີວິດ​ຂອງ​ເຈົ້າ ແລ້ວ​ເລືອດ​ຂອງ​ລາວ​ກໍ​ຈະ​ມາ​ຟ້ອງ​ພວກ​ເຮົາ​ເພື່ອ​ແກ້​ແຄ້ນ.

 14 ດັ່ງນັ້ນ ເຈົ້າຈຶ່ງ​ຕ້ອງ​ໄດ້​ຮັບ​ໂທດ​ປະ​ຫານ​ຊີວິດ​ຕາມ​ກົດ​ຂອງ​ໂມ​ໄຊ​ຢາກະສັດ​ຄົນສຸດ​ທ້າຍ​ຂອງ​ພວກ​ເຮົາ​ທີ່​ໄດ້​ໃຫ້​ໄວ້, ແລະ ມັນ​ເປັນ​ທີ່​ຍອມຮັບ​ກັນ​ໂດຍ​ຜູ້ຄົນພວກ​ນີ້; ດັ່ງນັ້ນ ຜູ້ຄົນພວກນີ້ຕ້ອງ​ປະຕິບັດ​ຕາມ​ກົດ​ນັ້ນ.

 15 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ໄດ້​ເອົາ​ລາວ​ໄປ ແລະ ຊື່​ຂອງ​ລາວ​ແມ່ນ​ນີຮໍ; ແລະ ພວກ​ເຂົາ​ໄດ້​ພາ​ລາວ​ຂຶ້ນ​ໄປ​ຈອມ​ເນີນ​ພູ​ແມນ​ທາຍ, ແລະ ບ່ອນ​ນັ້ນ​ເປັນ​ລະຫວ່າງ​ສະຫວັນ​ກັບ​ແຜ່ນດິນ​ໂລກ ບ່ອນ​ທີ່​ລາວ​ຍອມຮັບ​ວ່າ ເລື່ອງ​ທີ່​ລາວ​ໄດ້​ສອນ​ຜູ້ຄົນ​ນັ້ນ​ກົງກັນ​ຂ້າມ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ບ່ອນ​ທີ່​ລາວ​ໄດ້​ທົນ​ທຸກ​ທໍລະມານ ແລະ ຕາຍ​ຢ່າງ​ໜ້າ​ອັບອາຍ.

 16 ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ນີ້​ຍັງ​ບໍ່​ໄດ້​ເຮັດ​ໃຫ້ການ​ຂະຫຍາຍ​ຕົວ​ຂອງ​ການ​ປະຕິບັດ​ໂດຍ​ອຳນາດ​ຈອມ​ປອມ​ໃນ​ທົ່ວ​ແຜ່ນດິນ​ຢຸດ​ລົງ​ໄດ້ ເພາະ​ມີ​ຫລາຍ​ຄົນ​ທີ່ຮັກ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ, ແລະ ພວກ​ເຂົາ​ໄດ້ອອກ​ໄປ​ສັ່ງສອນ​ຄຳ​ສອນ​ທີ່​ບໍ່​ຖືກຕ້ອງ; ແລະ ນີ້​ພວກ​ເຂົາ​ໄດ້​ກະທຳ​ໄປ​ເພື່ອ​ເຫັນ​ແກ່​ຄວາມ​ຮັ່ງມີ ແລະ ກຽດ​ສັກ​ສີ​ຂອງ​ຕົນ​ເອງ.

 17 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ບໍ່​ກ້າ​ເວົ້າຕົວະ​ເພາະ​ຢ້ານ​ກົວ​ກົດ​ໝາຍ, ເພາະວ່າ​ຜູ້​ທີ່ເວົ້າຕົວະຍ່ອມ​ຖືກ​ລົງ​ໂທດ; ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ທຳທ່າ​ເປັນ​ຜູ້​ສັ່ງ​ສອນ​ຕາມ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ; ແລະ ບັດ​ນີ້ກົດໝາຍ​ບໍ່​ມີ​ອຳນາດ​ກັບ​ຜູ້​ໃດ​ໄດ້​ຕາມ​ຄວາມ​ເຊື່ອ​ຖື​ຂອງ​ເຂົາ.

 18 ແລະ ພວກ​ເຂົາ​ບໍ່​ກ້າ​ລັກ​ເພາະ​ຢ້ານ​ກົວ​ກົດ​ໝາຍ, ເພາະ​ວ່າ​ການ​ກະທຳ​ແບບ​ນີ້​ຈະ​ໄດ້​ຮັບ​ການ​ລົງ​ໂທດ; ພວກ​ເຂົາ​ກໍ​ບໍ່​ກ້າ​ປຸ້ນ​ສະດົມ, ຫລື ຄາດ​ຕະກຳ, ເພາະວ່າ​ຄົນ​ທີ່​ເຮັດ​ຄາດ​ຕະກຳ​ຈະ​ຖືກ​ລົງ​ໂທດ​ເຖິງ​ແກ່​ຄວາມ​ຕາຍ.

 19 ແຕ່​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຜູ້​ໃດ​ທີ່​ບໍ່​ໄດ້​ເຂົ້າຮ່ວມ​ສາດສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້​ເລີ່ມ​ຂົ່ມ​ເຫັງ​ຜູ້​ທີ່​ເຂົ້າຮ່ວມ​ສາດສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ຜູ້​ທີ່​ຍອມ​ຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ.

 20 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຂົ່ມ​ເຫັງ​ຄົນ​ພວກ​ເຂົາ, ແລະ ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ທຸກ​ທໍລະ​ມານ​ດ້ວຍ​ຄຳ​ເວົ້າ​ຕ່າງໆ​ນາໆ, ແລະ ນີ້​ເພາະ​ວ່າ​ຄວາມຖ່ອມ​ຕົວ​ຂອງ​ພວກ​ເຂົາ; ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ອວດດີ​ໃນ​ສາຍຕາ​ຂອງ​ຕົນ​ເອງ, ແລະ ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕໍ່​ກັນ​ແລະ​ກັນ​ໂດຍ​ບໍ່​ໄດ້​ຄິດ​ເປັນ​ເງິນ ຫລື ຄຸນຄ່າ​ລາ​ຄາ​ແຕ່​ຢ່າງ​ໃດ.

 21 ບັດ​ນີ້​ມັນ​ມີ​ກົດ​ເຄັ່ງ​ຄັດຂໍ້ໜຶ່ງ​ໃນ​ບັນດາ​ຜູ້ຄົນຂອງ​ສາດສະ​ໜາ​ຈັກ, ຄື​ຈະ​ບໍ່​ມີ​ຜູ້​ໃດ​ທີ່​ເປັນ​ສະ​ມາຊິກ​ໃນ​ສາດສະ​ໜາ​ຈັກ​ອອກ​ໄປ​ຂົ່ມ​ເຫັງ​ຜູ້​ທີ່​ບໍ່​ໄດ້​ເຂົ້າຮ່ວມ​ສາດສະ​ໜາ​ຈັກ, ແລະ ຈະ​ບໍ່​ມີ​ການ​ຂົ່ມ​ເຫັງ​ຊຶ່ງກັນ​ແລະ​ກັນ​ໃນ​ບັນດາ​ພວກ​ເຂົາ​ເອງ.

 22 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ຄົນ​ຫລາຍ​ຄົນ​ໃນ​ບັນດາ​ພວກ​ເຂົາ​ທີ່​ເລີ່ມ​ອວດ​ດີ ແລະ ຜິດ​ຖຽງ​ກັນ​ຢ່າງ​ຮຸນ​ແຮງ​ຕໍ່​ສັດຕູ​ຂອງ​ຕົນ​ຈົນ​ວ່າ​ມີ​ການ​ຕ່ອຍ​ຕີ​ກັນ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຕ່ອຍ​ຕີກັນ​ດ້ວຍ​ກຳປັ້ນ.

 23 ແລະ ບັດ​ນີ້​ມັນ​ເປັນ​ປີ​ທີ​ສອງ​ຂອງ​ການ​ປົກຄອງ​ຂອງ​ແອວ​ມາ, ແລະ ເປັນ​ສາ​ເຫດ​ທີ່​ເຮັດ​ໃຫ້​ສາດສະ​ໜາ​ຈັກ​ມີ​ຄວາມ​ທຸກທໍລະ​ມານ​ຫລາຍ; ແທ້​ຈິງ​ແລ້ວ, ເປັນ​ສາ​ເຫດ​ໃຫ້​ສາດສະ​ໜາ​ຈັກ​ຕ້ອງ​ມີ​ຄວາມ​ຫຍຸ້ງຍາກ.

 24 ເພາະວ່າ​ໃຈ​ຂອງ​ຫລາຍ​ຄົນ​ແຂງ​ກະດ້າງ, ແລະ ຊື່​ຂອງ​ພວກ​ເຂົາ​ໄດ້​ຖືກ​ລຶບ, ເພື່ອ​ບໍ່​ໃຫ້​ເປັນ​ທີ່​ຈື່​ຈຳ​ຕໍ່​ໄປ​ໃນ​ບັນດາ​ຜູ້ຄົນ​ຂອງ​ພຣະ​ເຈົ້າ. ແລະ ມີ​ຫລາຍ​ຄົນ​ໄດ້​ຖອນ​ຕົວ​ອອກ​ໄປ​ຈາກ​ບັນດາ​ພວກ​ເຂົາ.

 25 ບັດ​ນີ້ ນີ້​ເປັນ​ເລື່ອງ​ຫຍຸ້ງ​ຍາກ​ອັນ​ໃຫຍ່​ຫລວງ​ກັບ​ຜູ້​ທີ່​ໝັ້ນ​ຄົງ​ຢູ່​ໃນ​ສັດທາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ແນ່ວແນ່ ແລະ ບໍ່ຫວັ່ນໄຫວໃນ​ການ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ແລະ ພວກ​ເຂົາ​ໄດ້​ຮັບ​ເອົາ​ການ​ຂົ່ມ​ເຫັງ​ທີ່​ກອບ​ໂກຍ​ໃສ່​ພວກເຂົາ​ດ້ວຍ​ຄວາມ​ອົດທົນ.

 26 ແລະ ເວລາ​ທີ່​ປະ​ໂລຫິດ​ປະລະ​ວຽກ​ງານ​ເພື່ອ​ອອກ​ໄປ​ແຈ້ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າຕໍ່​ຜູ້ຄົນ, ຜູ້ຄົນ​ກໍ​ຕ້ອງ​ປະລະ​ວຽກ​ງານ​ຂອງ​ຕົນ​ເພື່ອ​ໄປ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າຄື​ກັນ. ແລະ ເມື່ອ​ປະ​ໂລຫິດ​ແຈ້ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າຕໍ່​ຜູ້ຄົນ​ແລ້ວ ພວກ​ເຂົາ​ກໍ​ກັບ​ຄືນ​ໄປ​ເຮັດ​ວຽກ​ຢ່າງ​ພາກ​ພຽນ​ອີກ; ແລະ ຜູ້​ສອນ​ບໍ່​ໄດ້​ຖື​ຕົວວ່າ​ຕົນ​ເອງ​ສູງ​ກວ່າ​ຜູ້​ຟັງ, ເພາະ​ຜູ້​ສອນ​ບໍ່​ໄດ້​ດີ​ກວ່າ​ຜູ້ຟັງ, ທັງ​ຜູ້​ສອນ​ບໍ່​ໄດ້​ດີ​ກວ່າ​ຜູ້​ຮຽນ​ເລີຍ; ແລະ ດັ່ງນັ້ນ ຄົນ​ທັງຫລາຍ​ຈຶ່ງ​ເທົ່າ​ທຽມ​ກັນ, ແລະ ພວກ​ເຂົາ​ທັງ​ໝົດ​ທຳ​ງານ, ທຸກ​ຄົນ​ຕາມ​ກຳລັງ​ຂອງ​ຕົນ.

 27 ແລະ ພວກ​ເຂົາ​ໃຫ້​ເຂົ້າຂອງຂອງ​ພວກ​ເຂົາ, ທຸກ​ຄົນ​ຕາມ​ທີ່​ພວກ​ເຂົາ​ມີ, ໃຫ້​ແກ່​ຄົນ​ຍາກຈົນ, ແລະ ຄົນ​ຂັດ​ສົນ, ແລະ ຄົນ​ເຈັບ​ປ່ວຍ, ແລະ ຄົນ​ທີ່​ເປັນ​ທຸກ; ແລະ ພວກ​ເຂົາ​ບໍ່​ໄດ້​ໃສ່​ເສື້ອ​ຜ້າ​ທີ່​ມີ​ລາຄາ​ແພງ, ແຕ່ພວກ​ເຂົາ​ກໍ​ຍັງຮຽບຮ້ອຍ ແລະ ໜ້າ​ຊົມ.

 28 ແລະ ພວກ​ເຂົາ​ໄດ້​ສ້າງ​ຕັ້ງ​ການ​ງານ​ຂອງ​ສາດສະ​ໜາ​ຈັກ​ຂຶ້ນ​ແບບ​ນີ້; ແລະ ເຖິງ​ແມ່ນ​ການ​ຂົ່ມ​ເຫັງ​ທັງ​ໝົດ​ຂອງ​ພວກ​ເຂົາ, ແຕ່​ພວກ​ເຂົາ​ເລີ່ມ​ມີ​ຄວາມ​ສັນຕິ​ຕິດ​ຕໍ່​ກັນ​ອີກ​ດັ່ງ​ນີ້.

 29 ແລະ ບັດ​ນີ້​ເພາະວ່າ​ຄວາມ​ໝັ້ນຄົງ​ຂອງ​ສາດສະໜາ​ຈັກ ພວກ​ເຂົາ​ຈຶ່ງ​ເປັນ​ຄົນ​ຮັ່ງມີຢ່າງ​ຍິ່ງ, ໂດຍມີ​ທຸກ​ສິ່ງຢ່າງ​ຫລວງຫລາຍບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ຕ້ອງການ—ແລະ ມີ​ຝູງ​ສັດລ້ຽງ ແລະ ຝູງ​ສັດໃຊ້​ແຮງ​ງານ, ແລະ ລູກ​ສັດລ້ຽງ​ທຸກ​ຊະນິດ, ແລະ ພືດພັນ​ຢ່າງ​ຫລວງຫລາຍ, ພ້ອມ​ທັງ​ຄຳ, ແລະ ພ້ອມ​ທັງ​ເງິນ, ແລະ ຂອງ​ມີຄ່າ, ແລະ ຜ້າ​ໄໝ ແລະ ຜ້າ​ລີ​ນິນ​ຕ່ຳຢ່າງ​ດີ​ຫລວງ​ຫລາຍ, ແລະ ຜ້າ​ຢ່າງ​ດີ​ທຸກ​ຊະນິດ​ທີ່ໃຊ້​ໃນ​ບ້ານ.

 30 ແລະ ໃນ​ສະ​ພາບ​ອັນ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພວກ​ເຂົາ​ແບບ​ນີ້, ພວກ​ເຂົາ​ບໍ່​ໄດ້​ປະ​ໃຫ້​ຜູ້​ໃດ​ເປືອຍ​ເປົ່າ, ຫລື ຫິວ​ໂຫຍ, ຫລື ກະ​ຫາຍ​ນ້ຳ, ຫລື ເຈັບ​ປວດ, ຫລື ຂາດ​ການ​ບຳລຸງ​ລ້ຽງ; ແລະ ພວກ​ເຂົາ​ບໍ່​ໄດ້​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ; ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ແຈກ​ຢາຍ​ໃຫ້​ແກ່​ທຸກ​ຄົນ​ທັງ​ຜູ້​ເຖົ້າ ແລະ ຜູ້​ໜຸ່ມ, ທັງ​ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ທັງ​ຊາຍ ແລະ ຍິງ, ບໍ່​ວ່າ​ຈະ​ຢູ່​ນອກ​ສາດສະ​ໜາ​ຈັກ, ຫລື ຢູ່​ໃນ​ສາດສະ​ໜາ​ຈັກ​ກໍ​ຕາມ ໂດຍ​ບໍ່​ໄດ້​ເຫັນ​ແກ່​ຜູ້​ໃດ​ຜູ້​ໜຶ່ງ​ເມື່ອ​ຄົນ​ເຫລົ່າ​ນັ້ນ​ຢູ່​ໃນ​ຄວາມ​ຕ້ອງ​ການ.

 31 ແລະ ພວກ​ເຂົາ​ໄດ້​ຈະ​ເລີນຮຸ່ງ​ເຮືອງ ແລະ ຮັ່ງມີ​ເປັນ​ດີກວ່າ​ຜູ້​ທີ່​ບໍ່​ໄດ້​ເປັນຂອງ​ສາດສະ​ໜາ​ຈັກ​ຂອງ​ພວກ​ເຂົາ​ດັ່ງນັ້ນ.

 32 ເພາະວ່າ​ຜູ້​ທີ່​ບໍ່​ໄດ້​ເປັນຂອງ​ສາດສະ​ໜາ​ຈັກ​ຂອງ​ພວກ​ເຂົາ​ໄດ້​ເອົາ​ໃຈ​ໃສ່​ກັບ​ເວດມົນ​ຄາຖາ, ແລະ ກັບ​ການ​ນັບຖື​ຮູບ​ບູຊາ, ແລະ ຄວາມ​ຂີ້ຄ້ານ​ມັກງ່າຍ; ແລະ ການ​ເວົ້າບໍ່​ມີ​ສາລະ, ແລະ ການ​ອິດສາ​ບັງ​ບຽດ ແລະ ການ​ຜິດ​ຖຽງ​ກັນ, ນຸ່ງ​ຖື​ເສື້ອ​ຜ້າ​ທີ່​ມີ​ລາຄາ​ແພງ; ເພີ້​ຝັນ​ດ້ວຍ​ຄວາມ​ທະ​ນົງ​ຕົວໃນ​ສາຍຕາ​ຂອງ​ຕົນ​ເອງ; ຂົ່ມ​ເຫັງ, ເວົ້າຕົວະ, ຂີ້ລັກ​ມັກ​ສົກ, ການ​ໂສເພນີ, ແລະ ການ​ຄາດ​ຕະ​ກຳ, ແລະ ກະທຳ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ກົດໝາຍ​ຍັງ​ໄດ້​ບັງຄັບ​ຜູ້​ທີ່​ລ່ວງ​ລະ​ເມີດ​ມັນ​ເທົ່າ​ທີ່​ຈະ​ເຮັດ​ໄດ້.

 33 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໂດຍ​ການ​ໃຊ້​ກົດ​ໝາຍ​ກັບ​ຜູ້ຄົນ, ດັ່ງນັ້ນ ທຸກ​ຄົນ​ຈຶ່ງ​ຕ້ອງ​ໄດ້​ຮັບ​ໂທດ​ຕາມ​ຄວາມ​ຜິດ​ຂອງ​ຕົນ, ມັນ​ຈຶ່ງ​ມີ​ຄວາມ​ສະຫງົບ​ລົງ, ແລະ ບໍ່​ມີ​ຜູ້​ໃດ​ກ້າ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ໃດໆ ດັ່ງ​ທີ່​ຮູ້ຈັກກັນ; ດັ່ງນັ້ນ, ຈຶ່ງ​ມີ​ສັນຕິ​ສຸກຫລາຍ​ໃນ​ບັນດາ​ຜູ້ຄົນຂອງ​ນີ​ໄຟ​ຈົນ​ເຖິງ​ປີ​ທີ​ຫ້າ​ແຫ່ງ​ການ​ປົກຄອງ​ຂອງ​ຜູ້​ຕັດ​ສິນ.