ພຣະ​ຄຳ​ພີ
ແອວມາ 11


ບົດ​ທີ 11

ເງິນ​ຫລຽນ ແລະ ການ​ວັດ​ແທກ​ຂອງ​ຊາວ​ນີໄຟ​ຖືກ​ກຳ​ນົດ​ຂຶ້ນ—ແອມ​ມິວເລັກ​ໄດ້​ໂຕ້​ຖຽງ​ກັບ​ຊີເອສ​ຣອມ—ພຣະ​ຄຣິດ​ຈະ​ບໍ່​ຊ່ວຍ​ຄົນ​ໃຫ້​ລອດ​ໃນ​ບາບ​ຂອງ​ເຂົາ—ມີ​ພຽງ​ແຕ່​ຜູ້​ທີ່​ໄດ້​ຮັບ​ອາ​ນາ​ຈັກ​ສະຫວັນ​ເປັນ​ມູນ​ມໍ​ລະ​ດົກ​ເທົ່າ​ນັ້ນ​ທີ່​ຈະ​ລອດ—ມະນຸດ​ທຸກ​ຄົນ​ຈະ​ລຸກ​ຂຶ້ນ​ໃນ​ຄວາມ​ອະ​ມະ​ຕະ—ຈະ​ບໍ່​ມີ​ຄວາມ​ຕາຍ​ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີ​ວິດ. ປະ​ມານ 82 ປີ ກ່ອນ ຄ.ສ.

1 ບັດ​ນີ້​ມີ​ຢູ່​ໃນ​ກົດ​ໝາຍ​ຂອງ​ໂມ​ໄຊ​ຢາ​ວ່າ ທຸກ​ຄົນ​ທີ່​ເປັນ​ຜູ້​ຕັດ​ສິນ​ກົດ​ໝາຍ ຫລື ຜູ້​ໃດ​ທີ່​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຕັດ​ສິນ​ຈະ​ໄດ້​ຮັບ​ຄ່າ​ຈ້າງ​ຕາມ​ເວລາ​ທີ່​ຜູ້​ນັ້ນ​ໃຊ້​ຕັດ​ສິນ​ຄົນ​ທີ່​ຖືກ​ນຳ​ມາ​ຢູ່​ຕໍ່​ໜ້າ​ເຂົາ​ເຈົ້າ​ເພື່ອ​ຮັບ​ການ​ຕັດ​ສິນ.

2 ບັດ​ນີ້​ຖ້າ​ຫາກ​ຜູ້​ໃດ​ເປັນ​ໜີ້​ຜູ້​ອື່ນ ແລະ ລາວ​ບໍ່​ຍອມ​ຈ່າຍ​ເງິນ​ທີ່​ເປັນ​ໜີ້​ນັ້ນ, ເມື່ອ​ເຈົ້າ​ໜີ້​ຟ້ອງ​ຕໍ່​ຜູ້​ຕັດ​ສິນ; ແລະ ຜູ້​ຕັດ​ສິນ​ຍ່ອມ​ປະ​ຕິ​ບັດ​ໄປ​ຕາມ​ສິດ​ອຳນາດ, ແລະ ສົ່ງ​ເຈົ້າ​ໜ້າ​ທີ່​ອອກ​ໄປ​ເອົາ​ຕົວ​ຜູ້​ນັ້ນ​ມາ​ຢູ່​ຕໍ່​ໜ້າ​ເພິ່ນ; ແລະ ຜູ້​ຕັດ​ສິນ​ຈະ​ຕັດ​ສິນ​ຄົນ​ນັ້ນ​ຕາມ​ກົດ​ໝາຍ ແລະ ຕາມ​ຫລັກ​ຖານ​ພະ​ຍານ​ທີ່​ນຳ​ມາ​ຟ້ອງ​ຜູ້​ນັ້ນ, ແລະ ຜູ້​ນັ້ນ​ຍ່ອມ​ຖືກ​ບັງ​ຄັບ​ໃຫ້​ຈ່າຍ​ສິ່ງ​ທີ່​ເປັນ​ໜີ້​ຕາມ​ນັ້ນ, ຫລື ຖືກ​ຍຶດ​ຊັບ​ສິນ​ທັງ​ໝົດ, ຫລື ຖືກ​ຂັບ​ໄລ່​ອອກ​ຈາກ​ບັນ​ດາ​ຜູ້​ຄົນ​ເໝືອນ​ດັ່ງ​ຄົນ​ຂະ​ໂມຍ ແລະ ໂຈນ.

3 ແລະ ຜູ້​ຕັດ​ສິນ​ຈະ​ໄດ້​ຮັບ​ຄ່າ​ຈ້າງ​ຂອງ​ຕົນ​ຕາມ​ເວລາ ແລະ ວຽກ​ງານ​ຂອງ​ຕົນ—ຊຶ່ງ​ເປັນ​ຄຳ​ໜຶ່ງ​ຊີ​ໄນ​ສຳ​ລັບ​ມື້​ໜຶ່ງ, ຫລື ເປັນ​ເງິນ​ໜຶ່ງ​ຊີ​ນຳ, ຊຶ່ງ​ເທົ່າ​ກັບ​ຄຳ​ໜຶ່ງ​ຊີ​ໄນ; ແລະ ນີ້​ເປັນ​ໄປ​ຕາມ​ກົດ​ທີ່​ມີ​ໃຫ້​ໄວ້.

4 ບັດ​ນີ້ ນີ້​ເປັນ​ຊື່​ຄຳ ແລະ ເງິນ​ຊິ້ນ​ຕ່າງໆ​ຂອງ​ພວກ​ເຂົາ​ຕາມ​ຄຸນ​ຄ່າ​ຂອງ​ມັນ. ແລະ ຊື່​ເຫລົ່າ​ນີ້​ແມ່ນ​ຊາວ​ນີໄຟ​ໃຫ້​ໄວ້, ເພາະ​ພວກ​ເຂົາ​ບໍ່​ໄດ້​ຄິດ​ຄ່າ​ຕາມ​ວິ​ທີ​ຂອງ​ຊາວ​ຢິວ​ທີ່​ຢູ່​ໃນ​ເຢຣູ​ຊາເລັມ ທັງ​ພວກ​ເຂົາ​ບໍ່​ໄດ້​ວັດ​ແທກ​ຕາມ​ວິ​ທີ​ຂອງ​ຊາວ​ຢິວ; ແຕ່​ພວກ​ເຂົາ​ປ່ຽນ​ວິ​ທີ​ຄິດ​ຄ່າ ແລະ ວັດ​ແທກ​ຂອງ​ພວກ​ເຂົາ, ຕາມ​ຄວາມ​ນຶກ​ຄິດ ແລະ ສະພາບ​ຂອງ​ຜູ້​ຄົນ​ໃນ​ທຸກ​ລຸ້ນ​ຄົນ, ຈົນ​ເຖິງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ແລະ ສິ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ ສະຖາ​ປະນາ​ຂຶ້ນ​ໂດຍ​ກະສັດ​ໂມ​ໄຊ​ຢາ.

5 ບັດ​ນີ້​ວິ​ທີ​ຄິດ​ຄ່າ​ເປັນ​ດັ່ງ​ນີ້—ຄຳ​ໜຶ່ງ​ຊີ​ໄນ, ຄຳ​ໜຶ່ງ​ຊີ​ອັນ, ຄຳ​ໜຶ່ງ​ຊຳ, ແລະ ຄຳ​ໜຶ່ງ​ລິມ​ນາ.

6 ເງິນ​ໜຶ່ງ​ຊີ​ນຳ, ເງິນ​ໜຶ່ງ​ອາມ​ນໍ, ເງິນ​ໜຶ່ງ​ເອ​ຊະ​ຣອມ, ແລະ ເງິນ​ໜຶ່ງ​ອອນ​ໄທ.

7 ເງິນ​ໜຶ່ງ​ຊີ​ນຳ​ເທົ່າ​ກັບ​ຄຳ​ໜຶ່ງ​ຊີ​ໄນ, ແລະ ທັງ​ມີ​ຄ່າ​ເທົ່າ​ກັບ​ເຂົ້າ​ບາ​ເລ​ໜຶ່ງ​ສ່ວນ, ແລະ ມີ​ຄ່າ​ເທົ່າ​ກັບ​ເມັດ​ພືດ​ທຸກ​ຊະ​ນິດ​ໜຶ່ງ​ສ່ວນ​ຄື​ກັນ.

8 ບັດ​ນີ້​ຄຳ​ໜຶ່ງ​ຊີ​ອັນ ມີຄ່າ​ເທົ່າ​ກັບ​ຄຳ​ຊີ​ໄນ​ສອງ​ເທົ່າ.

9 ແລະ ຄຳ​ໜຶ່ງ​ຊຳ ມີ​ຄ່າ​ເທົ່າ​ກັບ​ຄຳ​ຊີ​ອັນ​ສອງ​ເທົ່າ.

10 ແລະ ຄຳ​ໜຶ່ງ​ລິມ​ນາ ມີຄ່າ​ເທົ່າ​ກັບ​ຄຳ​ທັງ​ໝົດ​ນັ້ນ.

11 ແລະ ເງິນ​ໜຶ່ງ​ອາມ​ນໍ ມີຄ່າ​ເທົ່າ​ກັບ​ເງິນ​ຊີ​ນຳ​ສອງ​ເທົ່າ.

12 ແລະ ເງິນ​ໜຶ່ງ​ເອ​ຊະ​ຣອມ ມີຄ່າ​ເທົ່າ​ກັບ​ເງິນ​ຊີ​ນຳ​ສີ່​ເທົ່າ.

13 ແລະ ເງິນ​ໜຶ່ງ​ອອນ​ໄທ ມີ​ຄ່າ​ເທົ່າ​ກັບ​ເງິນ​ທັງ​ໝົດ​ນັ້ນ.

14 ບັດ​ນີ້ ນີ້​ຄື​ຄຸນ​ຄ່າ​ຈຳນວນ​ນ້ອຍ​ຂອງ​ວິ​ທີ​ການ​ຄິດ​ໄລ່​ຂອງ​ພວກ​ເຂົາ—

15 ໜຶ່ງ​ຊິບລັນ ມີ​ຄ່າ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງ​ຊີນຳ; ສະນັ້ນ, ເງິນ​ໜຶ່ງຊິບລັນ ຈຶ່ງ​ມີ​ຄ່າ​ເທົ່າ​ກັບ​ເຂົ້າ​ບາ​ເລ​ເຄິ່ງ​ສ່ວນ.

16 ແລະ ໜຶ່ງ​ຊິບລຳ ມີ​ຄ່າ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງ​ເງິນຊິບລັນ.

17 ແລະ ໜຶ່ງ​ເລອາ ມີ​ຄ່າ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງ​ເງິນ​ຊິບລຳ.

18 ບັດ​ນີ້ ນີ້​ຄື​ຈຳນວນ​ຕາມ​ວິ​ທີ​ຄິດ​ໄລ່​ຂອງ​ພວກ​ເຂົາ.

19 ບັດ​ນີ້​ຄຳ​ໜຶ່ງ​ອານທຽນ ມີ​ຄ່າ​ເທົ່າ​ກັບ​ເງິນຊິບລັນ​ສາມ​ເທົ່າ.

20 ບັດ​ນີ້, ມັນ​ເປັນ​ໄປ​ເພື່ອ​ຈຸດ​ປະສົງ​ຢ່າງ​ດຽວ​ທີ່​ຈະ​ຫາ​ຜົນ​ປະ​ໂຫຍດ, ເພາະ​ວ່າ​ພວກ​ເຂົາ​ໄດ້​ຮັບ​ຄ່າ​ຈ້າງ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ສະນັ້ນ, ພວກ​ເຂົາ​ໄດ້​ຍຸ​ຍົງ​ໃຫ້​ຜູ້​ຄົນ​ກໍ່​ຄວາມ​ວຸ້ນ​ວາຍ ແລະ ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ວຽກ​ເຮັດ​ຫລາຍ​ຂຶ້ນ ເພື່ອ​ພວກ​ເຂົາ​ຈະ ໄດ້​ຮັບ​ເງິນ​ຕາມ​ຄະ​ດີ​ທີ່​ຖືກ​ນຳ​ມາ​ໃຫ້​ພວກ​ເຂົາ; ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຍຸ​ຍົງ​ໃຫ້​ຜູ້​ຄົນ​ຕໍ່​ຕ້ານ​ແອວມາ ແລະ ແອມ​ມິວເລັກ.

21 ແລະ ຊີເອສ​ຣອມ​ຜູ້​ນີ້​ຕັ້ງ​ຕົ້ນ​ຊັກ​ຖາມ​ແອມ​ມິວເລັກ, ມີ​ຄວາມ​ວ່າ: ທ່ານ​ຈະ​ຕອບ​ຄຳ​ຖາມ​ຂອງ​ຂ້າ​ພະ​ເຈົ້າ​ຈັກ​ສອງ​ສາມ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຖາມ​ທ່ານ​ໄດ້​ບໍ? ບັດ​ນີ້​ຊີເອສ​ຣອມ​ເປັນ​ຄົນ​ທີ່​ຊຳ​ນານ​ໃນ ເລ່ກົນ​ຂອງ​ມານ, ເພື່ອ​ລາວ​ຈະ​ໄດ້​ທຳ​ລາຍ​ສິ່ງ​ທີ່​ດີ; ສະນັ້ນ, ລາວ​ຈຶ່ງ​ກ່າວ​ກັບ​ແອມ​ມິວເລັກ​ວ່າ: ທ່ານ​ຈະ​ຕອບ​ຄຳ​ຖາມ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຖາມ​ທ່ານ​ໄດ້​ບໍ?

22 ແລະ ແອມ​ມິວເລັກ​ກ່າວ​ກັບ​ລາວ​ວ່າ: ຕອບ​ໄດ້, ຖ້າ​ຫາກ​ມັນ​ເປັນ​ໄປ​ຕາມ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ຢູ່​ໃນ​ຂ້າ​ພະ​ເຈົ້າ; ເພາະ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ເວົ້າ​ຫຍັງ​ຊຶ່ງ​ເປັນ​ຄວາມ​ກົງ​ກັນ​ຂ້າມ​ກັບ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ຊີເອສ​ຣອມ​ກ່າວ​ກັບ​ລາວ​ວ່າ: ຈົ່ງ​ເບິ່ງ, ນີ້​ແມ່ນ​ເງິນ​ຫົກ​ອອນ​ໄທ ແລະ ທັງ​ໝົດ​ນີ້ ຂ້າ​ພະ​ເຈົ້າ​ຈະ​ມອບ​ໃຫ້​ທ່ານ​ຖ້າ​ຫາກ​ທ່ານ​ຈະ​ປະ​ຕິ​ເສດ​ການ​ເປັນ​ຢູ່​ຂອງ​ພຣະ​ຜູ້​ສູງ​ສຸດ.

23 ແລະ ແອມ​ມິວເລັກ​ກ່າວ​ວ່າ: ໂອ້ ເຈົ້າ ຜູ້​ເປັນ​ລູກ​ຂອງ​ນະລົກ​ເອີຍ, ເປັນ​ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ຈະ​ມາ ລໍ້​ລວງ​ຂ້າ​ພະ​ເຈົ້າ? ເຈົ້າ​ຮູ້​ບໍ​ວ່າ​ຄົນ​ຊອບ​ທຳ​ບໍ່​ຜ່າຍ​ແພ້​ຕໍ່​ການ​ລໍ້​ລວງ​ເຊັ່ນ​ນັ້ນ​ດອກ?

24 ເຈົ້າ​ເຊື່ອ​ບໍ​ວ່າ​ບໍ່ມີ​ພຣະ​ເຈົ້າ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ເຈົ້າ​ວ່າ, ບໍ່​ເລີຍ, ເຈົ້າ​ຮູ້​ວ່າ​ມີ​ພຣະ​ເຈົ້າ, ແຕ່​ເຈົ້າ​ຮັກ ຊັບ​ສິນ​ນັ້ນ​ຫລາຍ​ກວ່າ​ພຣະ​ອົງ.

25 ແລະ ບັດ​ນີ້​ເຈົ້າ​ເວົ້າ​ຕົວະ​ເຮົາ​ຢູ່​ຕໍ່​ໜ້າ​ພຣະ​ເຈົ້າ. ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ—ຈົ່ງ​ເບິ່ງ ຫົກ​ອອນ​ໄທ​ນີ້ ຊຶ່ງ​ມີ​ຄ່າ​ຫລາຍ ຂ້າ​ພະ​ເຈົ້າ​ຈະ​ມອບ​ໃຫ້​ແກ່​ທ່ານ—ເມື່​ອ​ເຈົ້າ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ໃຫ້​ຂ້າ​ພະ​ເຈົ້າ ແຕ່​ຄວາມ​ປາດ​ຖະ​ໜາ​ຂອງ​ເຈົ້າ​ຄື​ພຽງ​ແຕ່​ໃຫ້​ຂ້າ​ພະ​ເຈົ້າ​ປະ​ຕິ​ເສດ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້, ແລະ ຊົງ​ພຣະ​ຊົນ​ຢູ່ ເພື່ອ​ເຈົ້າ​ຈະ​ໄດ້​ມີ​ເຫດ​ຜົນ​ທີ່​ຈະ​ທຳ​ລາຍ​ຂ້າ​ພະ​ເຈົ້າ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເພາະ​ຄວາມ​ຊົ່ວ​ອັນ​ໃຫຍ່​ຫລວງ​ນີ້ ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ.

26 ແລະ ຊີເອສ​ຣອມ​ຖາມ​ແອມ​ມິວເລັກ​ອີກ​ວ່າ: ທ່ານ​ກ່າວ​ວ່າ​ມີ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່​ແມ່ນ​ບໍ?

27 ແລະ ແອມ​ມິວເລັກ​ຕອບ​ວ່າ: ແມ່ນ​ແລ້ວ, ມີ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່.

28 ບັດ​ນີ້​ຊີເອສ​ຣອມ​ຖາມ​ວ່າ: ມີ​ພຣະ​ເຈົ້າ​ຫລາຍ​ກວ່າ​ອົງ​ໜຶ່ງ​ບໍ?

29 ແລະ ແອມ​ມິວເລັກ​ຕອບ​ວ່າ, ບໍ່.

30 ບັດ​ນີ້​ຊີເອສ​ຣອມ​ຖາມ​ແອມ​ມິວເລັກ​ອີກ​ວ່າ: ທ່ານ​ຮູ້​ເລື່ອງ​ເຫລົ່າ​ນີ້​ໄດ້​ແນວ​ໃດ?

31 ແລະ ລາວ​ຕອບ​ວ່າ: ທູດ​ອົງ​ໜຶ່ງ​ເຮັດ​ໃຫ້ຂ້າພະ​ເຈົ້າ​ຮູ້​ເຖິງ​ເລື່ອງ​ນີ້.

32 ແລະ ຊີເອສ​ຣອມ​ຖາມ​ອີກ​ວ່າ: ຜູ້​ທີ່​ຈະ​ມາ​ນັ້ນ​ແມ່ນ​ໃຜ? ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ບໍ?

33 ແລະ ລາວ​ຕອບ​ຊີເອສ​ຣອມ​ວ່າ, ແມ່ນ​ແລ້ວ.

34 ແລະ ຊີເອສ​ຣອມ​ຖາມ​ອີກ​ວ່າ: ພຣະ​ອົງ​ຈະ​ຊ່ວຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ລອດ ໃນ​ບາບ​ຂອງ​ເຂົາບໍ? ແລະ ແອມ​ມິວເລັກ​ຕອບ ແລະ ກ່າວ​ກັບ​ລາວ​ວ່າ: ຂ້າ​ພະ​ເຈົ້າ​ກ່າວ​ກັບ​ເຈົ້າ​ວ່າ ພຣະ​ອົງ​ຈະ​ບໍ່​ກະ​ທຳ​ເຊັ່ນ​ນັ້ນ, ເພາະ​ເປັນ​ໄປ​ບໍ່​ໄດ້​ທີ່​ພຣະ​ອົງ​ຈະ​ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ອົງ.

35 ບັດ​ນີ້​ຊີເອສ​ຣອມ​ກ່າວ​ກັບ​ຜູ້​ຄົນ​ວ່າ: ໃຫ້​ພວກ​ເຈົ້າ​ຈົດ​ຈຳ​ເລື່ອງ​ເຫລົ່າ​ນີ້​ໄວ້; ເພາະ​ລາວ​ເວົ້າ​ວ່າ ມີ​ພຣະ​ເຈົ້າ​ພຽງ​ອົງ​ດຽວ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ຍັງ​ກ່າວ​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ, ແຕ່​ພຣະ​ອົງ​ຈະ​ບໍ່​ຊ່ວຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ລອດ—ຄື​ກັນ​ກັບ​ວ່າ​ລາວ​ມີ​ສິດ​ອຳນາດ​ບັນ​ຊາ​ພຣະ​ເຈົ້າ.

36 ບັດ​ນີ້​ແອມ​ມິວເລັກ​ກ່າວ​ກັບ​ລາວ​ອີກ​ວ່າ: ຈົ່ງ​ເບິ່ງ ເຈົ້າ​ເວົ້າ​ຕົວະ, ເພາະ​ເຈົ້າ​ກ່າວ​ວ່າ​ຂ້າ​ພະ​ເຈົ້າ​ເວົ້າ​ຄື​ກັນ​ກັບ​ວ່າ ຂ້າ​ພະ​ເຈົ້າ​ມີ​ສິດ​ອຳນາດ​ບັນ​ຊາ​ພຣະ​ເຈົ້າ ເພາະ​ຂ້າ​ພະ​ເຈົ້າ​ກ່າວ​ວ່າ ພຣະ​ອົງ​ຈະ​ບໍ່​ຊ່ວຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ລອດ​ໃນ​ບາບ​ຂອງ​ພວກ​ເຂົາ.

37 ແລະ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ເຈົ້າ​ອີກ​ວ່າ ພຣະ​ອົງ​ບໍ່​ສາ​ມາດ​ຊ່ວຍ​ເຂົາ​ໃຫ້​ລອດ​ໃນ ບາບ​ພວກ​ເຂົາ​ໄດ້; ເພາະ​ຂ້າ​ພະ​ເຈົ້າ​ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ອົງ​ບໍ່​ໄດ້, ແລະ ພຣະ​ອົງ​ໄດ້​ກ່າວ​ໄວ້​ວ່າ ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່​ໄດ້​ຮັບ ອາ​ນາ​ຈັກ​ສະຫວັນ​ເປັນ​ມູນ​ມໍ​ລະ​ດົກ​ໄດ້​ເລີຍ; ສະນັ້ນ, ເຈົ້າ​ຈະ​ລອດ​ໄດ້​ແນວ​ໃດ​ເວັ້ນ​ເສຍ​ແຕ່​ເຈົ້າ​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ສະຫວັນ​ເປັນ​ມູນ​ມໍ​ລະ​ດົກ? ສະນັ້ນ, ເຈົ້າ​ຈະ​ລອດ​ບໍ່​ໄດ້​ໃນ​ບາບ​ຂອງ​ເຈົ້າ.

38 ບັດ​ນີ້​ຊີເອສ​ຣອມ​ຖາມ​ແອມ​ມິວເລັກ​ອີກ​ວ່າ: ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຄື​ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ບໍ?

39 ແລະ ແອມ​ມິວເລັກ​ຕອບ​ລາວ​ວ່າ: ແທ້​ຈິງ​ແລ້ວ, ພຣະ​ອົງ​ຄື ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະ​ອົງ​ເປັນ​ຕົ້ນ ແລະ ທີ່​ສຸດ, ເປັນ​ຜູ້​ທຳ​ອິດ ແລະ ເປັນ​ຜູ້​ສຸດ​ທ້າຍ;

40 ແລະ ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ ໂລກ​ນີ້​ເພື່ອ ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ຈະ ຮັບ​ເອົາ​ການ​ລ່ວງ​ລະເມີດ​ຂອງ​ຄົນ​ເຫລົ່າ​ນັ້ນ ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ແລະ ຄົນ​ເຫລົ່າ​ນັ້ນ​ຄື​ຜູ້​ທີ່​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ, ແລະ ຄວາມ​ລອດ​ຈະ​ບໍ່​ມາ​ຫາ​ໃຜ​ອີກ​ເລີຍ.

41 ສະນັ້ນ ຄົນ​ຊົ່ວ​ຈຶ່ງ​ຄົງ​ຢູ່​ເໝືອນ​ກັບ​ວ່າ ບໍ່​ມີ​ການ​ໄຖ່​ເກີດ​ຂຶ້ນ​ເລີຍ, ເວັ້ນ​ເສຍ​ແຕ່​ຈະ​ເປັນ​ການ​ແກ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ອອກ; ເພາະ​ຈົ່ງ​ເບິ່ງ, ມື້​ນັ້ນ​ຈະ​ມາ​ເຖິງ​ທີ່ ຄົນ​ທັງ​ປວງ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ ແລະ ຢືນ​ຢູ່​ຕໍ່ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ຖືກ ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.

42 ບັດ​ນີ້, ຄວາມ​ຕາຍ​ຢ່າງ​ໜຶ່ງ​ຊຶ່ງ​ເອີ້ນ​ວ່າ​ຄວາມ​ຕາຍ​ທາງ​ໂລກ; ແລະ ຄວາມ​ຕາຍ​ຂອງ​ພຣະ​ຄຣິດ ຈະ​ແກ້ ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ທາງ​ໂລກ​ນີ້ ເພື່ອ​ຈະ​ຍົກ​ຄົນ​ທັງ​ປວງ​ຂຶ້ນ​ຈາກ​ຄວາມ​ຕາຍ​ທາງ​ໂລກ​ນີ້.

43 ວິນ​ຍານ​ກັບ​ຮ່າງ​ກາຍ​ຈະ ຮ່ວມ​ເຂົ້າ​ກັນ​ອີກ​ໃນ​ຮູບ​ລັກ​ສະ​ນະ​ອັນ​ສົມ​ບູນ​ຂອງ​ມັນ; ທັງ​ແຂນ​ຂາ ແລະ ຂໍ້​ຕໍ່​ຈະ​ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ຖືກ​ຕ້ອງ​ຂອງ​ມັນ, ເໝືອນ​ດັ່ງ​ທີ່​ພວກ​ເຮົາ​ເປັນ​ຢູ່​ໃນ​ເວລາ​ນີ້; ແລະ ພວກ​ເຮົາ​ຈະ​ຖືກ​ນຳ​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ໂດຍ​ຮູ້​ຈັກ​ຄື​ກັບ​ທີ່​ພວກ​ເຮົາ​ຮູ້​ຢູ່​ໃນ​ເວລາ​ນີ້, ແລະ ຈະ​ມີ ການ​ຈື່​ຈຳ​ເຖິງ ຄວາມ​ຜິດ​ທັງ​ໝົດ​ຂອງ​ພວກ​ເຮົາ​ໄດ້​ຢ່າງ​ແຈ່ມ​ແຈ້ງ.

44 ບັດ​ນີ້, ການ​ກັບ​ຄືນ​ມາ​ນີ້​ຈະ​ເກີດ​ກັບ​ຄົນ​ທັງ​ປວງ, ທັງ​ແກ່ ແລະ ໜຸ່ມ, ທັງ​ຂ້າ​ທາດ ແລະ ຜູ້​ເປັນ​ອິດສະ​ລະ, ທັງ​ຊາຍ ແລະ ຍິງ, ທັງ​ຄົນ​ຊົ່ວ ແລະ ຄົນ​ຊອບ​ທຳ; ແລະ ເຖິງ​ແມ່ນ​ຜົມ​ໃນ​ຫົວ​ຂອງ​ພວກ​ເຂົາ ເສັ້ນ​ໜຶ່ງ​ກໍ​ຈະ​ບໍ່​ເສຍ​ໄປ; ແຕ່​ທຸກ​ຢ່າງ​ຈະ ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ສົມ​ບູນ​ຂອງ​ມັນ​ດັ່ງ​ທີ່​ເປັນ​ຢູ່​ໃນ​ເວລາ​ນີ້, ຫລື ໃນ​ຮ່າງ​ກາຍ, ແລະ ຈະ​ຖືກ​ນຳ​ມາ​ພິ​ຈາ​ລະ​ນາ​ຢູ່​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ​ອົງ​ເປັນ​ພຣະ​ບຸດ, ແລະ ພຣະ​ເຈົ້າ​ອົງ​ເປັນ ພຣະ​ບິດາ ແລະ ພຣະ​ວິນ​ຍານ​ສັກ​ສິດ, ຊຶ່ງ​ເປັນ ພຣະ​ເຈົ້າ​ອົງ​ດຽວ​ຜູ້​ສະ​ຖິດ​ນິ​ລັນ​ດອນ ເພື່ອ​ຮັບ ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ບໍ່​ວ່າ​ພວກ​ເຂົາ​ຈະ​ດີ ຫລື ຈະ​ຊົ່ວ.

45 ບັດ​ນີ້, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ເຈົ້າ​ແລ້ວ​ກ່ຽວ​ກັບ​ຄວາມ​ຕາຍ​ຂອງ​ຮ່າງ​ກາຍ​ທີ່​ເປັນ​ມະຕະ, ແລະ ກ່ຽວ​ກັບ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຮ່າງ​ກາຍ​ທີ່​ເປັນ​ມະຕະ. ຂ້າພະ​ເຈົ້າ​ກ່າວ​ກັບ​ເຈົ້າ​ວ່າ ຮ່າງ​ກາຍ​ທີ່​ເປັນ​ມະຕະ​ນີ້​ຈະ​ຖືກ ຍົກ​ຂຶ້ນ​ເປັນ​ຮ່າງ​ກາຍ​ທີ່​ເປັນ ອະ​ມະ​ຕະ​ຄື​ຈາກ​ຄວາມ​ຕາຍ, ເຖິງ​ແມ່ນ​ຄວາມ​ຕາຍ​ຄັ້ງ​ທຳ​ອິດ​ມາ​ສູ່​ຊີ​ວິດ, ຄື​ພວກ​ເຂົາ​ຈະ ຕາຍ​ບໍ່​ໄດ້​ອີກ​ຕໍ່​ໄປ; ວິນ​ຍານ​ຂອງ​ພວກ​ເຂົາ​ຮ່ວມ​ເຂົ້າ​ກັບ​ຮ່າງ​ກາຍ​ຂອງ​ພວກ​ເຂົາ, ແລະ ຈະ​ບໍ່​ຖືກ​ແຍກ​ອອກ​ຈາກ​ກັນ​ອີກ​ເລີຍ; ທັງ​ໝົດ​ຈະ​ກັບ​ເປັນ ທາງ​ວິນ​ຍານ ແລະ ອະ​ມະ​ຕະ​ດັ່ງ​ນີ້, ຊຶ່ງ​ພວກ​ເຂົາ​ຈະ​ບໍ່​ເຫັນ​ຄວາມ​ເນົ່າ​ເປື່ອຍ​ອີກ​ຕໍ່​ໄປ.

46 ບັດ​ນີ້​ເມື່ອ​ແອມ​ມິວເລັກ​ຈົບ​ຂໍ້​ຄວາມ​ນີ້​ແລ້ວ ຜູ້​ຄົນ​ເລີ່ມ​ແປກ​ໃຈ​ອີກ, ແລະ ຊີເອສ​ຣອມ​ເລີ່ມ​ສັ່ນ​ສາຍ. ແລະ ຄຳ​ເວົ້າ​ຂອງ​ແອມ​ມິວເລັກ​ໄດ້​ຈົບ​ລົງ​ດັ່ງ​ນີ້, ຫລື ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ໄວ້​ເທົ່າ​ນີ້.