ພຣະ​ຄຳ​ພີ
ແອວມາ 13


ບົດ​ທີ 13

ພວກ​ຜູ້​ຊາຍ​ຖືກ​ເອີ້ນ​ໃຫ້​ເປັນ​ມະຫາ​ປະ​ໂລ​ຫິດ​ຍ້ອນ​ສັດທາ​ອັນ​ຍິ່ງ​ໃຫຍ່ ແລະ ວຽກ​ງານ​ດີ​ຂອງ​ເຂົາ​ເຈົ້າ—ເຂົາ​ເຈົ້າ​ຕ້ອງ​ສິດ​ສອນ​ພຣະ​ບັນ​ຍັດ—ຜ່ານ​ຄວາມ​ຊອບ​ທຳ ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ແລະ ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ເມນ​ຄີ​ເສ​ເດັກ​ເປັນ​ຜູ້​ໜຶ່ງ​ໃນ​ພວກ​ນີ້—ເຫລົ່າ​ທູດ​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ທົ່ວ​ແຜ່ນ​ດິນ—ພວກ​ເພິ່ນ​ຈະ​ປະ​ກາດ​ການ​ສະ​ເດັດ​ມາ​ອັນ​ແທ້​ຈິງ​ຂອງ​ພຣະ​ຄຣິດ. ປະ​ມານ 82 ປີ ກ່ອນ ຄ.ສ.

1 ແລະ ອີກ​ເທື່ອ​ໜຶ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ລະ​ນຶກ​ເຖິງ​ເວລາ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພຣະ​ບັນ​ຍັດ​ເຫລົ່າ​ນີ້​ໃຫ້​ແກ່​ລູກ​ຫລານ​ຂອງ​ພຣະ​ອົງ; ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຈື່​ຈຳ​ໄວ້​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ແຕ່ງ​ຕັ້ງ​ປະ​ໂລ​ຫິດ​ຕາມ​ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ ຊຶ່ງ​ເປັນ​ໄປ​ຕາມ​ລະບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ເພື່ອ​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ຜູ້​ຄົນ.

2 ແລະ ປະ​ໂລ​ຫິດ​ເຫລົ່າ​ນັ້ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຕາມ ລະບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ຕາມ ວິ​ທີ​ນັ້ນ​ຜູ້​ຄົນ​ຈະ​ໄດ້​ຮູ້​ຈັກ​ວ່າ ໂດຍ​ວິ​ທີ​ໃດ​ທີ່​ຈະ​ລະ​ນຶກ​ຫາ​ພຣະ​ບຸດ​ຂອງ​ພຣະ​ອົງ​ເພື່ອ​ການ​ໄຖ່.

3 ແລະ ນີ້​ຄື​ວິ​ທີ​ຕາມ​ທີ່​ພວກ​ເຂົາ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ—​ໂດຍ​ທີ່​ຖືກ ເອີ້ນ ແລະ ຖືກ ຕຽມ​ໄວ້​ນັບ​ຕັ້ງ​ແຕ່ ການ​ວາງ​ຮາກ​ຖານ​ຂອງ​ໂລກ​ຕາມ ຄວາມ​ຮູ້​ລ່ວງ​ໜ້າ​ຂອງ​ພຣະ​ເຈົ້າ, ອັນ​ເນື່ອງ​ມາ​ຈາກ​ສັດທາ​ອັນ​ແຮງ​ກ້າ ແລະ ວຽກ​ງານ​ດີ​ຂອງ​ພວກ​ເຂົາ; ໂດຍ​ທີ່​ໃນ​ຕອນ​ທຳ​ອິດ​ຖືກ​ປະ​ປ່ອຍ​ໄວ້​ໃຫ້ ເລືອກ​ເອົາ​ຄວາມ​ດີ ຫລື ຄວາມ​ຊົ່ວ; ສະນັ້ນ ໂດຍ​ທີ່​ພວກ​ເຂົາ​ເລືອກ​ເອົາ​ຄວາມ​ດີ, ແລະ ໃຊ້ ສັດທາ​ຢ່າງ​ລົ້ນ​ເຫລືອ, ຈຶ່ງ​ໄດ້​ຖືກ ເອີ້ນ​ໃຫ້​ຮັບ​ຕຳ​ແໜ່ງ​ອັນ​ສັກ​ສິດ, ແທ້​ຈິງ​ແລ້ວ, ດ້ວຍ​ຕຳ​ແໜ່ງ​ອັນ​ສັກ​ສິດ​ນັ້ນ​ທີ່​ໄດ້​ຕຽມ​ໄວ້​ພ້ອມ​ກັນ, ແລະ ຕາມ​ການ​ໄຖ່​ທີ່​ໄດ້​ຕຽມ​ໄວ້​ສຳ​ລັບ​ຄົນ​ເຊັ່ນ​ນັ້ນ​ຄື​ກັນ.

4 ແລະ ພວກ​ເຂົາ​ຖືກ ເອີ້ນ​ໃຫ້​ຮັບ​ຕຳ​ແໜ່ງ​ອັນ​ສັກ​ສິດ​ນີ້ ເປັນ​ຍ້ອນ​ສັດທາ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ, ໃນ​ຂະນະ​ທີ່​ຄົນ​ອື່ນ​ບໍ່​ຍອມ​ຮັບ​ເອົາ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ເນື່ອງ​ຈາກ​ວ່າ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ ແລະ ຄວາມ​ມືດ​ດັບ​ຂອງ​ຈິດ​ໃຈ​ຂອງ​ພວກ​ເຂົາ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ເປັນ​ໄປ​ແນວ​ນີ້​ແລ້ວ ພວກ​ເຂົາ​ກໍ​ຈະ ມີ​ສິດ​ຫລາຍ​ຄື​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ.

5 ຫລື ໂດຍ​ສະ​ຫລຸບ, ໃນ​ຕອນ​ທຳ​ອິດ​ພວກ​ເຂົາ​ກໍ​ຢູ່​ໃນ​ຖານະ ດຽວ​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ; ການ​ເອີ້ນ​ທີ່​ສັກ​ສິດ​ນີ້​ຈຶ່ງ​ຖືກ​ຕຽມ​ໄວ້​ດັ່ງ​ນັ້ນ​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ສຳ​ລັບ​ຄົນ​ເຊັ່ນ​ນັ້ນ​ທີ່​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ, ໂດຍ​ໃນ ແລະ ຜ່ານ​ການ​ຊົດ​ໃຊ້​ແທນ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ, ຜູ້​ຊຶ່ງ​ໄດ້​ຖືກ​ຕຽມ​ໄວ້—

6 ແລະ ໂດຍ​ທີ່​ໄດ້​ຮັບ​ການ​ເອີ້ນ​ໂດຍ​ການ​ເອີ້ນ​ອັນ​ສັກ​ສິດ​ນີ້, ແລະ ຖືກ​ແຕ່ງ​ຕັ້ງ​ສູ່​ຖານະ​ປະ​ໂລ​ຫິດ​ສູງ​ແຫ່ງ​ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ ເພື່ອ​ສິດ​ສອນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ໃຫ້​ລູກ​ຫລານ​ມະນຸດ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ພຣະ​ອົງ​ຄື​ກັນ—

7 ຖານະ​ປະ​ໂລ​ຫິດ​ສູງ​ນີ້​ເປັນ​ໄປ​ຕາມ​ລະບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ຊຶ່ງ​ລະບຽບ​ນີ້​ເປັນ​ມາ​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ; ຫລື ອີກ​ຄຳ​ໜຶ່ງ, ບໍ່​ມີ​ການ​ເລີ່ມ​ຕົ້ນຂອງ​ມື້ ຫລື ບ່ອນ​ຈົບ​ຂອງ​ປີ​ເລີຍ, ໂດຍ​ຖືກ​ຕຽມ​ໄວ້​ຈາກ​ຊົ່ວ​ນິ​ລັນ​ດອນ​ເຖິງ​ຕະຫລອດ​ຊົ່ວ​ນິ​ລັນ​ດອນ​ຕາມ ຄວາມ​ຮູ້ລ່ວງ​ໜ້າ​ໃນ​ທຸກ​ສິ່ງ​ທຸກ​ຢ່າງຂອງ​ພຣະ​ອົງ

8 ບັດ​ນີ້​ພວກ​ເຂົາ​ຖືກ ແຕ່ງ​ຕັ້ງ​ຕາມ​ວິ​ທີ​ນີ້—ໂດຍ​ຖືກ​ເອີ້ນ​ໃຫ້​ຮັບ​ຕຳ​ແໜ່ງ​ອັນ​ສັກ​ສິດ, ແລະ ຖືກ​ແຕ່ງ​ຕັ້ງ​ດ້ວຍ​ພິ​ທີ​ການ​ອັນ​ສັກ​ສິດ, ແລະ ຮັບ​ເອົາ​ຖານະ​ປະ​ໂລ​ຫິດ​ສູງ​ແຫ່ງ​ລະບຽບ​ອັນ​ສັກ​ສິດ, ຊຶ່ງ​ຕຳ​ແໜ່ງ, ແລະ ພິ​ທີ​ການ, ແລະ ຖານະ​ປະ​ໂລ​ຫິດ​ສູງ​ນີ້, ບໍ່​ມີ​ການ​ເລີ່ມ​ຕົ້ນ ຫລື ບ່ອນ​ຈົບ—

9 ພວກ​ນີ້​ຈຶ່ງ​ກັບກາຍ​ມາ​ເປັນ ມະຫາ​ປະ​ໂລ​ຫິດ​ຕະຫລອດ​ໄປ​ຕາມ​ລະບຽບ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ, ຜູ້​ທີ່​ບໍ່​ມີ​ການ​ເລີ່ມ​ຕົ້ນ​ຂອງ​ມື້ ຫລື ບ່ອນ​ຈົບ​ຂອງ​ປີ​ຜູ້​ເຕັມ​ປ່ຽມ​ໄປ​ດ້ວຍ ພຣະ​ຄຸນ, ຄວາມ​ສະເໝີ​ພາບ, ແລະ ຄວາມ​ຈິງ. ແລະ ເປັນ​ໄປ​ດັ່ງ​ນັ້ນ. ອາແມນ.

10 ບັດ​ນີ້, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ແລ້ວ​ກ່ຽວ​ກັບ​ຖານະ​ອັນ​ສັກ​ສິດ ຫລື ຖານະ​ປະ​ໂລ​ຫິດ​ສູງ​ນີ້, ໄດ້​ມີ​ຫລາຍ​ຄົນ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ ແລະ ກາຍ​ມາ​ເປັນ​ມະຫາ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ; ແລະ ເປັນ​ຍ້ອນ​ສັດທາ​ອັນ​ຍິ່ງ​ໃຫຍ່ ແລະ ການ​ກັບ​ໃຈ, ແລະ ຄວາມ​ຊອບ​ທຳ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ເຂົາ​ເຈົ້າ​ຈຶ່ງ​ເລືອກ​ທີ່​ຈະ​ກັບ​ໃຈ ແລະ ກະ​ທຳ​ໃນ​ສິ່ງ​ທີ່​ຊອບ​ທຳ ແທນ​ທີ່​ຈະ​ເລືອກ​ເອົາ​ຄວາມ​ຕາຍ;

11 ສະນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ຖືກ​ເອີ້ນ​ຕາມ​ຖານະ​ອັນ​ສັກ​ສິດ​ນີ້ ແລະ ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ, ແລະ ອາພອນ​ຂອງ​ເຂົາ​ເຈົ້າ​ຖືກ​ລ້າງ​ໃຫ້​ຂາວ​ສະອາດ​ແລ້ວ​ໂດຍ​ໂລ​ຫິດ​ຂອງ​ພຣະ​ເມສາ​ນ້ອຍ.

12 ບັດ​ນີ້​ຫລັງ​ຈາກ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້ ຊຳລະ​ເຂົາ​ເຈົ້າ​ໃຫ້​ບໍ​ລິ​ສຸດ​ແລ້ວ, ເຮັດ​ໃຫ້ອາພອນ​ຂອງ​ເຂົາ​ເຈົ້າ​ຂາວ​ສະອາດ ບໍ​ລິ​ສຸດ ແລະ ປາດ​ສະ​ຈາກ​ມົນ​ທິນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ເຂົາ​ເຈົ້າ​ຈຶ່ງ​ເບິ່ງ ບາບ​ບໍ່​ໄດ້ ນອກ​ຈາກ​ຈະ​ມີ​ແຕ່ ຄວາມ​ກຽດ​ຊັງ​ມັນ​ເທົ່າ​ນັ້ນ; ແລະ ມີ​ຄົນ​ຢ່າງ​ຫລວງ​ຫລາຍ ທີ່​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ ແລະ ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

13 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ນຳ ຜົນ​ທີ່​ສົມ​ກັບ​ການ​ກັບ​ໃຈ​ອອກ​ມາ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ເຂົ້າ​ໄປ​ໃນ​ທີ່​ພັກ​ແຫ່ງ​ນັ້ນ.

14 ແທ້​ຈິງ​ແລ້ວ, ຈົ່ງ​ຖ່ອມ​ຕົວ​ຄື​ກັນ​ກັບ​ຜູ້​ຄົນ​ໃນ​ເວລາ​ຂອງ ເມນ​ຄີ​ເສ​ເດັກ, ຜູ້​ເປັນ​ມະຫາ​ປະ​ໂລ​ຫິດ​ຜູ້​ໜຶ່ງ​ຕາມ​ຖານະ​ດຽວ​ກັນ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ເຖິງ, ຜູ້​ທີ່​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ​ສູງ​ໄວ້​ກັບ​ຕົວ​ຕະຫລອດ​ໄປ.

15 ແລະ ແມ່ນ​ເມນ​ຄີ​ເສ​ເດັກ​ຜູ້​ດຽວ​ກັນ​ນີ້​ທີ່ ອັບ​ຣາ​ຮາມ​ຈ່າຍ ສ່ວນ​ສິບ​ໃຫ້; ແທ້​ຈິງ​ແລ້ວ, ອັບ​ຣາ​ຮາມ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ກໍ​ໄດ້​ຈ່າຍ​ສ່ວນ​ສິບ​ໃຫ້ ຊຶ່ງ​ເປັນ​ໜຶ່ງ​ສ່ວນ​ສິບ​ຂອງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເພິ່ນ​ເປັນ​ເຈົ້າ​ຂອງ.

16 ແລະ ພິ​ທີ​ການ​ເຫລົ່າ​ນີ້​ມີ​ກຳ​ນົດ​ໄວ້​ຕາມ​ນີ້, ເພື່ອ​ໂດຍ​ວິ​ທີ​ນີ້​ຜູ້​ຄົນ​ຈະ​ໄດ້​ລະ​ນຶກ​ຫາ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ ແບບ​ໜຶ່ງ​ຂອງ​ຖານະ​ຂອງ​ພຣະ​ອົງ, ຫລື ເປັນ​ຖານະ​ຂອງ​ພຣະ​ອົງ, ແລະ ນີ້​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ລະ​ນຶກ​ຫາ​ພຣະ​ອົງ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

17 ບັດ​ນີ້​ເມນ​ຄີ​ເສ​ເດັກ​ຜູ້​ນີ້ ເປັນ​ກະສັດ​ປົກ​ຄອງ​ແຜ່ນ​ດິນ​ຊາເລັມ; ແລະ ຜູ້​ຄົນ​ຂອງ​ເພິ່ນ​ເກັ່ງ​ກ້າ​ຫລາຍ​ຂຶ້ນ​ໃນ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຫລົງ​ທາງ​ໄປ​ໝົດ; ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ;

18 ແຕ່​ວ່າ​ເມນ​ຄີ​ເສ​ເດັກ​ໄດ້​ສະແດງ​ສັດທາ​ອັນ​ແຮງ​ກ້າ ແລະ ໄດ້​ຮັບ​ໜ້າ​ທີ່​ຂອງ​ຖານະ​ປະ​ໂລ​ຫິດ​ສູງ ຕາມ ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ໄດ້​ສັ່ງສອນ​ເຖິງ​ການ​ກັບ​ໃຈ​ໃຫ້​ແກ່​ຜູ້​ຄົນ​ຂອງ​ເພິ່ນ. ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ກັບ​ໃຈ; ແລະ ເມນ​ຄີ​ເສ​ເດັກ​ໄດ້​ສະຖາ​ປະນາ​ສັນ​ຕິ​ສຸກ​ຂຶ້ນ​ໃນ​ແຜ່ນ​ດິນ​ໃນ​ເວລາ​ຂອງ​ເພິ່ນ; ສະນັ້ນ ເພິ່ນ​ຈຶ່ງ​ຖືກ​ເອີ້ນ​ວ່າ ເຈົ້າ​ສັນ​ຕິ​ລາດ, ເພາະ​ວ່າ​ເພິ່ນ​ເປັນ​ກະສັດ​ຂອງ​ຊາເລັມ; ແລະ ເພິ່ນ​ໄດ້​ປົກ​ຄອງ​ພາຍ​ໃຕ້​ບິດາ​ຂອງ​ເພິ່ນ.

19 ແລ​ະ ບັດ​ນີ້​ມີ ຫລາຍ​ຄົນ​ກ່ອນ​ເພິ່ນ, ແລະ ມີ​ຫລາຍ​ຄົນ​ຫລັງ​ຈາກ​ເພິ່ນ​ນຳ​ອີກ, ແຕ່ ບໍ່​ມີ​ຜູ້​ໃດ​ຍິ່ງ​ໃຫຍ່​ກວ່າ​ເພິ່ນ; ສະນັ້ນ, ຜູ້​ຄົນ​ຈຶ່ງ​ກ່າວ​ເຖິງ​ເພິ່ນ​ເລື້ອຍໆ​ໂດຍ​ສະ​ເພາະ.

20 ບັດ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ຢາກ​ທົບ​ທວນ​ເລື່ອງ​ນີ້​ອີກ; ເພາະ​ສິ່ງ​ທີ່​ຂ້າພະ​ເຈົ້າ​ເວົ້າ​ໄວ້​ນັ້ນ​ພຽງພໍ​ແລ້ວ. ຈົ່ງ​ເບິ່ງ, ພຣະ​ຄຳ​ພີ​ຢູ່​ຕໍ່​ໜ້າ​ພວກ​ທ່ານ; ຖ້າ​ຫາກ​ພວກ​ທ່ານ​ຈະ ບິດ​ເບືອນ​ມັນ; ມັນ​ກໍ​ຈະ​ເປັນ​ໄປ​ເພື່ອ​ຄວາມ​ພິນາດ​ຂອງ​ພວກ​ທ່ານ​ເອງ.

21 ແລະ ບັດນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ແອວມາ​ກ່າວ​ຄຳ​ເວົ້າ​ເຫລົ່າ​ນີ້​ກັບ​ພວກ​ເຂົາ​ແລ້ວ, ເພິ່ນ​ໄດ້​ເດ່​ມື​ອອກ​ໄປ​ຫາ​ພວກ​ເຂົາ ແລະ ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ, ມີ​ຄຳ​ວ່າ: ບັດ​ນີ້​ເຖິງ​ເວລາ​ແລ້ວ​ທີ່​ຈະ ກັບ​ໃຈ, ເພາະ​ວ່າ​ວັນ​ແຫ່ງ​ຄວາມ​ລອດ​ມາ​ໃກ້​ແລ້ວ;

22 ແທ້​ຈິງ​ແລ້ວ, ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ອອກ​ຈາກ ປາກ​ຂອງ​ເຫລົ່າ​ທູດ​ໄດ້​ປະ​ກາດ​ເລື່ອງ​ນີ້​ແກ່​ທຸກ​ປະ​ຊາ​ຊາດ; ແທ້​ຈິງ​ແລ້ວ, ໄດ້​ປະ​ກາດ​ເລື່ອງ​ນີ້​ເພື່ອ​ພວກ​ເຂົາ​ຈະ​ມີ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ສຸກ; ແທ້​ຈິງ​ແລ້ວ ພຣະ​ອົງ​ໄດ້​ແຜ່​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ, ໄປ​ເຖິງ​ຄົນ​ທີ່​ໄດ້​ແຕກ​ພັດ​ພາກ​ຈາກ​ກັນ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ; ດັ່ງ​ນັ້ນ ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ນີ້​ມາ​ຮອດ​ພວກ​ເຮົາ​ແລ້ວ.

23 ແລະ ເລື່ອງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຮົາ​ດ້ວຍ​ຄວາມ​ເວົ້າ​ອັນ ງ່າຍໆ ເພື່ອ​ພວກ​ເຮົາ​ຈະ​ບໍ່​ໄດ້​ເຂົ້າ​ໃຈ​ຜິດ; ເພື່ອ​ພວກ​ເຮົາ​ຈະ​ບໍ່​ເຮັດ​ຜິດ ແລະ ນີ້​ກໍ​ເພາະ​ວ່າ​ການ​ເປັນ ຄົນ​ຊັດ​ເຊ​ພະ​ເນ​ຈອນ​ຂອງ​ພວກ​ເຮົາ​ໄປ​ໃນ​ແຜ່ນ​ດິນ​ແປກໆ; ສະນັ້ນ, ພວກ​ເຮົາ​ຈຶ່ງ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ອົງ, ເພາະ​ວ່າ​ພວກ​ເຮົາ​ມີ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ເຫລົ່າ​ນີ້​ທີ່​ຈະ​ປະ​ກາດ​ຕໍ່​ທຸກ​ຄົນ​ພວກ​ເຮົາ​ທົ່ວ​ທຸກ​ແຫ່ງ​ໃນ​ທຸກ​ສ່ວນ​ຂອງ​ສວນ​ອະງຸ່ນ​ຂອງ​ພວກ​ເຂົາ.

24 ເພາະ​ຈົ່ງ​ເບິ່ງ, ເຫລົ່າ​ທູດ​ກຳ​ລັງ​ປະ​ກາດ​ເລື່ອງ​ນີ້​ຕໍ່​ຫລາຍ​ຄົນ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຮົາ; ແລະ ນີ້​ກໍ​ເພື່ອ​ຈຸດ​ປະສົງ​ໃນ​ການ​ຕຽມ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ທີ່​ຈະ​ຮັບ​ພຣະ​ຄຳ​ຂອງ​ພຣະ​ອົງ​ໃນ​ເວລາ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ.

25 ແລະ ບັດ​ນີ້​ພວກ​ເຮົາ​ພຽງ​ແຕ່​ຄອຍ​ຟັງ​ຂ່າວ​ອັນ​ໜ້າ​ປິ​ຕິ​ຍິນ​ດີ​ເລື່ອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ທີ່​ປະ​ກາດ​ແກ່​ພວກ​ເຮົາ​ໂດຍ​ປາກ​ຂອງ​ທູດ​ເພາະ​ວ່າ​ເວລາ​ຈະ​ມາ​ເຖິງ​ແລ້ວ; ແລະ ພວກ​ເຮົາ ບໍ່​ຮູ້​ຈັກ​ວ່າ​ໄວ​ປານ​ໃດ. ຂໍ​ໃຫ້​ພຣະ​ເຈົ້າ​ເຮັດ​ໃຫ້​ມັນ​ເປັນ​ໄປ​ໃນ​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ​ເຖີດ; ແຕ່​ວ່າ​ມັນ​ຈະ​ຊ້າ ຫລື ໄວ​ພຽງ​ໃດ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ປິ​ຕິ​ຍິນ​ດີ​ໃນ​ເລື່ອງ​ນີ້.

26 ແລະ ມັນ​ຈະ​ເປັນ​ທີ່​ຮູ້​ຈັກ​ແກ່ ຄົນ​ຊອບ​ທຳ ແລະ ຜູ້​ບໍ​ລິ​ສຸດ​ໂດຍ​ປາກ​ຂອງ​ທູດ​ໃນ​ເວລາ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ, ເພື່ອ​ໃຫ້​ຄຳ​ເວົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ສຳ​ເລັດ, ຕາມ​ເລື່ອງ​ທີ່​ເຂົາ​ເຈົ້າ​ເວົ້າ​ໄວ້​ກ່ຽວ​ກັບ​ພຣະ​ອົງ, ຊຶ່ງ​ເປັນ​ໄປ​ຕາມ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ​ຊຶ່ງ​ຢູ່​ກັບ​ພວກ​ເພິ່ນ​ໃນ​ເວລາ​ນັ້ນ.

27 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ ປາດ​ຖະ​ໜາ​ຈາກ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ແທ້​ຈິງ​ແລ້ວ, ດ້ວຍ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່​ຫລວງ​ຈົນ​ເຖິງ​ຄວາມ​ເຈັບ​ປວດ ໃຫ້​ພວກ​ທ່ານ​ເຊື່ອ​ຟັງ​ຄຳ​ຂອງ​ຂ້າ​ພະ​ເຈົ້າ, ແລະ ປະ​ຖິ້ມ​ບາບ​ຂອງ​ພວກ​ທ່ານ​ເຖີດ, ແລະ ຢ່າ​ເລື່ອນ​ວັນ​ແຫ່ງ​ການ​ກັບ​ໃຈ​ຂອງ​ພວກ​ທ່ານ​ເລີຍ;

28 ແຕ່​ໃຫ້​ພວກ​ທ່ານ​ຖ່ອມຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເອີ້ນ​ຫາ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ແລະ ເຝົ້າ​ເບິ່ງ ແລະ ອະ​ທິ​ຖານ​ສະເໝີ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ຖືກ ລໍ້​ລວງ​ຈົນ​ເກີນ​ກວ່າ​ທີ່​ພວກ​ທ່ານ​ຈະ​ອົດ​ທົນ​ໄດ້, ແລະ ຖືກ​ພຣະ​ວິນ​ຍານ​ສັກ​ສິດ​ນຳ​ພາ​ໄປ​ເພື່ອ​ກາຍ​ເປັນ​ຄົນ​ຖ່ອມ​ຕົວ, ອ່ອນ​ໂຍນ, ສອນ​ງ່າຍ, ອົດ​ທົນ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ອົດ​ກັ້ນ;

29 ໂດຍ​ມີ​ສັດທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ມີ​ຄວາມ​ຫວັງ​ວ່າ ພວກ​ທ່ານ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ; ມີ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໃຈ​ຂອງ​ພວກ​ທ່ານ​ສະເໝີ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ ແລະ ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ພຣະ​ອົງ.

30 ແລະ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ປະທານ​ການ​ກັບ​ໃຈ​ໃຫ້​ແກ່​ພວກ​ທ່ານ​ດ້ວຍ​ເຖີດ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ລົງ​ມາ​ເທິງພວກ​ທ່ານ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ຖືກ​ມັດ​ດ້ວຍ​ສາຍ​ໂສ້​ແຫ່ງ ນະລົກ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຈາກ ຄວາມ​ຕາຍ​ເທື່ອ​ທີ​ສອງ.

31 ແລະ ແອວມາ​ໄດ້​ເວົ້າ​ຂໍ້​ຄວາມ​ອື່ນໆ​ອີກ​ຢ່າງ​ຍືດ​ຍາວ​ກັບ​ຜູ້​ຄົນ​ຊຶ່ງ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ໜັງ​ສື​ເຫລັ້ມ​ນີ້.