ພຣະ​ຄຳ​ພີ
ແອວມາ 16


ບົດ​ທີ 16

ຊາວ​ເລມັນ​ທຳ​ລາຍ​ຜູ້​ຄົນ​ຂອງ​ອຳໂມນ​ໄນ​ຮາ—ໂຊຣຳ​ນຳ​ພາ​ຊາວ​ນີໄຟ​ເພື່ອ​ເອົາ​ໄຊ​ຊະນະ​ຊາວ​ເລມັນ—ແອວມາ​ກັບ​ແອມ​ມິວເລັກ ແລະ ຜູ້​ອື່ນໆ​ສັ່ງ​ສອນ​ພຣະ​ຄຳ—ພວກ​ເພິ່ນ​ສິດ​ສອນ​ວ່າ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ແລ້ວ ພຣະ​ຄຣິດ​ຈະ​ມາ​ປະກົດ​ຕໍ່​ຊາວ​ນີໄຟ. ປະ​ມານ 81–77 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໃນ​ວັນທີ​ຫ້າ​ຂອງ​ເດືອນ​ສອງ, ມັນ​ມີ​ສັນ​ຕິ​ສຸກ​ທີ່​ສຸດ​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ, ບໍ່​ມີ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ​ຕັ້ງ​ຫລາຍ​ປີ​ຈົນ​ເຖິງ​ວັນທີ​ຫ້າ​ຂອງ​ເດືອນ​ສອງ, ໃນ​ປີ​ທີ​ສິບ​ເອັດ​ຈຶ່ງ​ມີ​ສຽງ​ຮ້ອງ​ປ່າວ​ເລື່ອງ​ສົງ​ຄາມ​ທີ່​ໄດ້​ຍິນ​ໄປ​ທົ່ວ​ແຜ່ນ​ດິນ.

2 ເພາະ​ຈົ່ງ​ເບິ່ງ, ກອງ​ທັບ​ຂອງ​ຊາວ​ເລມັນ​ໄດ້​ຍົກ​ເຂົ້າ​ມາ​ທາງ​ດ້ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃນ​ຊາຍ​ແດນ​ຂອງ​ແຜ່ນ​ດິນ, ຈົນ​ກະ​ທັ້ງ​ເຂົ້າ​ໄປ​ໃນ​ເມືອງ ອຳໂມນ​ໄນ​ຮາ, ແລະ ເລີ່ມ​ຂ້າ​ຜູ້​ຄົນ ແລະ ທຳ​ລາຍ​ຕົວ​ເມືອງ.

3 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ກ່ອນ​ທີ່​ຊາວ​ນີໄຟ​ຈະ​ລວມ​ກຳ​ລັງ​ທະ​ຫານ​ໃຫ້​ພຽງ​ພໍ​ທີ່​ຈະ​ຂັບ​ໄລ່​ພວກ​ສັດ​ຕູ​ອອກ​ຈາກ​ແຜ່ນ​ດິນ​ໄປ, ພວກ​ສັດ​ຕູ​ກໍ​ໄດ້ ທຳ​ລາຍ​ຜູ້​ຄົນ​ທີ່​ຢູ່​ໃນ​ເມືອງ​ອຳໂມນ​ໄນ​ຮາ​ກ່ອນ​ແລ້ວ, ແລະ ໄດ້​ທຳ​ລາຍ​ບາງ​ຄົນ​ທີ່​ຢູ່​ຮອບ​ຊາຍ​ແດນ​ໂນອາ​ນຳ​ອີກ, ແລະ ໄດ້​ຈັບ​ຄົນ​ອື່ນໆ​ໄປ​ເປັນ​ຊະ​ເລີຍ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

4 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ປາດ​ຖະ​ໜາ​ຈະ​ໄດ້​ຄົນ​ຜູ້​ທີ່​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຂອງ​ພວກ​ເຂົາ​ກັບ​ຄືນ​ມາ.

5 ສະນັ້ນ, ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຫົວ​ໜ້າ​ນາຍ​ທະ​ຫານ​ເບິ່ງ​ແຍງ​ກອງ​ທັບ​ຊາວ​ນີໄຟ, (ແລະ ຊື່​ລາວ​ວ່າ ໂຊຣຳ, ແລະ ລາວ​ມີ​ລູກ​ຊາຍ​ສອງ​ຄົນ, ລີໄຮ ແລະ ເອ​ຮາ)—ບັດ​ນີ້​ໂຊຣຳ​ກັບ​ລູກ​ຊາຍ​ທັງ​ສອງ​ຂອງ​ລາວ​ຮູ້​ຈັກ​ວ່າ ແອວມາ​ເປັນ​ມະຫາ​ປະ​ໂລ​ຫິດ​ດູ​ແລ​ສາດ​ສະ​ໜາ​ຈັກ, ແລະ ໂດຍ​ທີ່​ໄດ້​ຍິນ​ວ່າ ເພິ່ນ​ມີ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ​ຢູ່​ນຳ, ສະນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ໄປ​ຫາ​ເພິ່ນ​ໂດຍ​ປາດ​ຖະ​ໜາ​ຈະ​ໄດ້​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພໍ​ພຣະ​ໄທ​ຫລື​ບໍ່ ທີ່​ເຂົາ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເພື່ອ​ຊອກ​ຫາ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ, ຜູ້​ທີ່​ຖືກ​ຊາວ​ເລມັນ​ຈັບ​ໄປ​ເປັນ​ຊະ​ເລີຍ​ນັ້ນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້ ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້. ແລະ ແອວມາ​ກັບ​ຄືນ​ມາ ແລະ ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ຊາວ​ເລມັນ​ຈະ​ຂ້າມ​ແມ່​ນ້ຳ​ຊີໂດນ​ທາງ​ດ້ານ​ໃຕ້​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຖັດ​ຂຶ້ນ​ໄປ​ທາງ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ແມນທາຍ. ແລະ ຈົ່ງ​ເບິ່ງ, ບ່ອນ​ນັ້ນ​ພວກ​ເຈົ້າ​ຈະ​ເຫັນ​ພວກ​ເຂົາ​ທາງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຊີໂດນ, ແລະ ບ່ອນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົດ​ປ່ອຍ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ ຊຶ່ງ​ຖືກ​ຊາວ​ເລມັນ​ຈັບ​ໄປ​ເປັນ​ຊະ​ເລີຍ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຊຣຳ​ກັບ​ລູກ​ຊາຍ​ຂອງ​ລາວ​ໄດ້​ຂ້າມ​ແມ່​ນ້ຳ​ຊີໂດນ​ໄປ​ພ້ອມ​ກັບ​ກອງ​ທັບ​ທະ​ຫານ​ຂອງ​ລາວ, ແລະ ເດີນ​ທັບ​ກາຍ​ຊາຍ​ແດນ​ແມນທາຍ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ດ້ານ​ໃຕ້ ຊຶ່ງ​ຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຊີໂດນ.

8 ແລະ ພວກ​ເຂົາ​ໄດ້​ເຂົ້າ​ໂຈມ​ຕີ​ກອງ​ທັບ​ຊາວ​ເລມັນ, ແລະ ຊາວ​ເລມັນ​ໄດ້​ກະ​ຈັດ​ກະ​ຈາຍ​ໄປ ແລະ ຖືກ​ຂັບ​ໄລ່​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ພວກ​ເຂົາ​ຈຶ່ງ​ໄດ້​ເອົາ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ທີ່​ຖືກ​ຊາວ​ເລມັນ​ຈັບ​ໄປ​ເປັນ​ຊະ​ເລີຍ​ນັ້ນ​ຄືນ​ມາ, ແລະ ບໍ່​ມີ​ຜູ້​ໃດ​ຫາຍ​ສາບ​ສູນ​ໄປ​ເລີຍ​ສຳ​ລັບ​ຜູ້​ທີ່​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ນັ້ນ. ແລະ ພີ່​ນ້ອງ​ຂອງ​ພວກ​ເຂົາ​ກໍ​ໄດ້​ພາ​ພວກ​ເຂົາ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ຕາມ​ເດີມ.

9 ແລະ ປີ​ທີ​ສິບ​ເອັດ​ຂອງ​ຜູ້​ຕັດສິນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້, ໂດຍ​ທີ່​ຊາວ​ເລມັນ​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນ​ດິນ, ແລະ ຜູ້​ຄົນ​ຂອງ​ອຳໂມນ​ໄນ​ຮາ​ຖືກ ທຳ​ລາຍ; ແທ້​ຈິງ​ແລ້ວ, ຊາວ​ອຳໂມນ​ໄນ​ຮາ​ທຸກ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ຖືກ ທຳ​ລາຍ​ໝົດ, ພ້ອມ​ທັງ​ເມືອງ​ໃຫຍ່​ຂອງ​ພວກ​ເຂົາ​ນຳ​ອີກ, ຊຶ່ງພວກ​ເຂົາ​ໄດ້​ເວົ້າວ່າ ພຣະ​ເຈົ້າຈະ​ທຳ​ລາຍ​ບໍ່​ໄດ້, ເພາະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ມັນ.

10 ແຕ່​ຈົ່ງ​ເບິ່ງ, ໃນ​ມື້ ດຽວ​ເທົ່າ​ນັ້ນ​ກໍ​ເຫລືອ​ພຽງ​ແຕ່​ຄວາມ​ວ່າງ​ເປົ່າ; ແລະ ຊາກ​ສົບ​ຖືກ​ໝາ ແລະ ສັດ​ປ່າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ສີກ​ກິນ.

11 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕໍ່​ມາ​ຫລາຍ​ມື້ ຊາກ​ສົບ​ຂອງ​ພວກ​ເຂົາ​ຍັງ​ກອງ​ກັນ​ຢູ່​ໃນ​ຜືນ​ແຜ່ນດິນ​ໂລກ​ນັ້ນ, ແລະ ຖືກ​ປົກ​ຄຸມ​ໄປ​ດ້ວຍ​ສິ່ງ​ຂອງ​ບາງໆ ແລະ ກິ່ນ​ຂອງ​ມັນ​ຮຸນ​ແຮງ​ທີ່​ສຸດ​ຈົນ​ວ່າ​ຜູ້​ຄົນ​ບໍ່​ສາ​ມາດ​ເຂົ້າ​ໄປ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ອຳໂມນ​ໄນ​ຮາ​ເປັນ​ເວລາ​ຫລາຍ​ປີ. ມັນ​ຈຶ່ງ​ມີ​ຊື່​ວ່າ​ແຜ່ນ​ດິນ​ຮ້າງ​ຂອງ​ຊາວ​ນີຮໍ; ເພາະ​ວ່າ​ຄົນ​ພວກ​ນັ້ນ​ມີ​ອາ​ຊີບ​ດຽວ​ກັນ​ກັບ ນີຮໍ​ຜູ້​ຖືກ​ຂ້າ​ຕາຍ ແລະ ແຜ່ນ​ດິນ​ຂອງ​ພວກ​ເຂົາ​ໄດ້​ຮ້າງ​ເປົ່າ.

12 ແລະ ຊາວ​ເລມັນ​ບໍ່​ໄດ້​ມາ​ກໍ່​ສົງ​ຄາມ​ກັບ​ຊາວ​ນີໄຟ​ອີກ​ຈົນ​ເຖິງ​ປີ​ທີ​ສິບ​ສີ່​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ. ແລະ ຜູ້​ຄົນ​ຂອງ​ນີໄຟ​ມີ​ສັນ​ຕິ​ສຸກ​ຕິດ​ຕໍ່​ກັນ​ທົ່ວ​ແຜ່ນ​ດິນ​ເປັນ​ເວລາ​ສາມ​ປີ​ດັ່ງ​ນີ້.

13 ແລະ ແອວມາ​ກັບ​ແອມ​ມິວເລັກ​ໄດ້​ອອກ​ໄປ​ສັ່ງ​ສອນ​ເລື່ອງ​ການ​ກັບ​ໃຈ​ໃຫ້​ແກ່​ຜູ້​ຄົນ​ໃນ ພຣະ​ວິຫານ, ແລະ ໃນ​ບ່ອນ​ລີ້​ໄພ, ແລະ ໃນ ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ​ນຳ​ອີກ, ຊຶ່ງ​ຖືກ​ສ້າງ​ໄວ້​ຕາມ​ແບບ​ຂອງ​ຊາວ​ຢິວ.

14 ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຍອມ​ຟັງ​ຄຳ​ເວົ້າ​ຂອງ​ພວກ​ເພິ່ນ, ພວກ​ເພິ່ນ​ກໍ​ໄດ້​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ພວກ​ເຂົາ​ຕໍ່​ໄປ​ໂດຍ ບໍ່​ເຫັນ​ແກ່​ຜູ້​ໃດ​ຜູ້​ໜຶ່ງ.

15 ແລະ ແອວມາ​ກັບ​ແອມ​ມິວເລັກ ແລະ ຄົນ​ອີກ​ຫລາຍ​ຄົນ​ທີ່​ໄດ້​ຮັບ​ເລືອກ​ເພື່ອ​ເຮັດ​ວຽກ​ງານ ໄດ້​ອອກ​ໄປ​ດັ່ງ​ນັ້ນ ເພື່ອ​ສັ່ງ​ສອນ​ພຣະ​ຄຳ​ທົ່ວ​ແຜ່ນ​ດິນ. ແລະ ການ​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຈຶ່ງ​ກວ້າງ​ຂວາງ​ທົ່ວ​ແຜ່ນ​ດິນ​ທຸກ​ພາກ​ພື້ນ​ໂດຍ​ອ້ອມ​ຮອບ, ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ຊາວ​ນີໄຟ.

16 ແລະ ບໍ່ມີ​ຄວາມ​ບໍ່​ສະເໝີ​ພາບ​ໃນ​ບັນ​ດາ​ພວກ​ເຂົາ; ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ທົ່ວ​ແຜ່ນ​ດິນ​ເພື່ອ​ຕຽມ​ຈິດ​ໃຈ​ຂອງ​ລູກ​ຫລານ​ມະນຸດ, ຫລື ເພື່ອ​ຕຽມ ໃຈ​ຂອງ​ພວກ​ເຂົາ ເພື່ອ​ຮັບ​ພຣະ​ຄຳ ຊຶ່ງ​ຈະ​ສິດ​ສອນ​ໃນ​ບັນ​ດາ​ພວກ​ເຂົາ​ໃນ​ເວລາ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ—

17 ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ດື້​ດ້ານ​ຕໍ່​ພຣະ​ຄຳ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ຖື, ແລະ ໄປ​ຫາ​ຄວາມ​ພິນາດ, ແຕ່​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ພຣະ​ຄຳ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ, ແລະ ຄື​ກັນ​ກັບ ກິ່ງ​ງ່າ​ທີ່​ຖືກ​ຕໍ່​ເຂົ້າ​ກັບ ແນວ​ອະງຸ່ນ​ແທ້ ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

18 ບັດ​ນີ້ ພວກ​ປະ​ໂລ​ຫິດ​ເຫລົ່າ​ນັ້ນ ຊຶ່ງ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ໄດ້​ສັ່ງ​ສອນ​ໂທດ​ຂອງ​ການ​ເວົ້າ​ຕົວະ, ແລະ ການ​ຫລອກ​ລວງ, ແລະ ການ​ອິດ​ສາ​ບັງ​ບຽດ, ແລະ ການ​ຜິດ​ຖຽງ​ກັນ, ແລະ ການ​ມີ​ເຈດ​ຕະ​ນາ​ຮ້າຍ, ແລະ ການ​ໝິ່ນ​ປະ​ໝາດ, ແລະ ການ​ຂີ້​ລັກ​ມັກ​ສົກ, ການ​ໂຈນ​ລະ​ກຳ, ການ​ປຸ້ນ​ຈີ້, ການ​ຄາດ​ຕະ​ກຳ, ການ​ຫລິ້ນ​ຊູ້, ແລະ ກິ​ເລດ​ຕັນ​ຫາ​ທຸກ​ຢ່າງ, ໂດຍ​ຮ້ອງ​ບອກ​ວ່າ ສິ່ງ​ເຫລົ່າ​ນີ້​ບໍ່​ຄວນ​ມີ​ເລີຍ—

19 ໂດຍ​ສິດ​ສອນ​ເຖິງ​ສິ່ງ​ຈະ​ຕ້ອງ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້; ແທ້​ຈິງ​ແລ້ວ, ໂດຍ​ສິດ​ສອນ​ເຖິງ ການ​ສະ​ເດັດ​ມາ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ການ​ຮັບ​ທຸກ​ທໍ​ລະ​ມານ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ.

20 ແລະ ຫລາຍ​ຄົນ​ໄດ້​ສອບ​ຖາມ​ກ່ຽວ​ກັບ​ສະຖານ​ທີ່ ທີ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ; ແລະ ພວກ​ເຂົາ​ໄດ້​ຖືກ​ສິດ​ສອນ​ວ່າ ພຣະ​ອົງ​ຈະ ປະກົດ​ຕໍ່​ພວກ​ເຂົາ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ; ແລະ ສິ່ງ​ນີ້​ຜູ້​ຄົນ​ກໍ​ໄດ້​ຍິນ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ດີ​ໃຈ​ຫລາຍ​ທີ່​ສຸດ.

21 ແລະ ບັດ​ນີ້​ຫລັງ​ຈາກ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ທົ່ວ​ແຜ່ນ​ດິນ​ແລ້ວ—ໂດຍ​ມີ ໄຊ​ຊະນະ​ເໜືອ​ມານ, ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ສັ່ງ​ສອນ​ໃນ​ຄວາມ​ບໍ​ລິ​ສຸດ​ທົ່ວ​ແຜ່ນ​ດິນ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ພຣະ​ພອນ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຜູ້​ຄົນ—ປີ​ທີ​ສິບ​ສີ່​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.