ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ບົດ​ທີ 18

ກະສັດ​ລາ​ໂມ​ໄນ​ຄິດ​ວ່າ​ອຳ​ໂມນ​ເປັນວິນ​ຍານ​ທີ່​ຍິ່ງ​ໃຫຍ່—ອຳ​ໂມນ​ສິດສອນ​ກະສັດ​ເຖິງ​ການ​ສ້າງ, ເຖິງ​ການ​ກະທຳ​ຂອງ​ພຣະ​ເຈົ້າຕໍ່​ມະນຸດ, ແລະ ເຖິງ​ການ​ໄຖ່​ຊຶ່ງມາ​ໂດຍ​ຜ່າ​ນທາງ​ພຣະ​ຄຣິດ—ລາ​ໂມ​ໄນ​ເຊື່ອ ແລະ ລົ້ມລົງ​ຢູ່ກັບ​ພື້ນ​ດິນ​ຄື​ກັບວ່າ​ຕາຍ​ແລ້ວ. ປະມານ 90 ປີ ກ່ອນ ຄ.ສ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ກະສັດ​ລາ​ໂມ​ໄນ​ໄດ້​ສັ່ງ​ໃຫ້​ຂ້າ​ໃຊ້​ຂອງ​ເພິ່ນ​ອອກ​ມາ​ຢືນ ເພື່ອ​ເປັນ​ພະຍານ​ເຖິງ​ເລື່ອງ​ທັງ​ໝົດ​ທີ່​ພວກ​ເຂົາ​ເຫັນ​ມາ​ກ່ຽວ​ກັບ​ເລື່ອງ​ນີ້.

 ແລະ ເວລາ​ພວກ​ເຂົາ​ທຸກ​ຄົນ​ໃຫ້ການ​ເຖິງ​ເລື່ອງ​ທີ່​ໄດ້​ເຫັນ​ມາ ແລະ ພວກ​ເຂົາ​ຈຶ່ງ​ຮູ້ຈັກ​ເຖິງ​ຄວາມ​ສັດ​ຊື່​ຂອງ​ອຳ​ໂມນ​ໃນ​ການ​ປົກ​ປັກ​ຮັກສາຝູງ​ສັດລ້ຽງ​ຂອງ​ເພິ່ນ, ແລະ ຮູ້​ເຖິງ​ອຳນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ລາວ​ໃນ​ການ​ຕໍ່ສູ້​ກັບ​ຄົນ​ພວກ​ນັ້ນ ຊຶ່ງພະຍາຍາມ​ຈະ​ຂ້າ​ລາວ​ອີກ, ເພິ່ນ​ມີ​ຄວາມ​ແປກ​ປະຫລາດ​ໃຈ​ຢ່າງ​ຍິ່ງ, ແລະ ໄດ້​ກ່າວ​ວ່າ: ແນ່ນອນ​ທີ່​ສຸດ, ນີ້​ຍິ່ງ​ໃຫຍ່​ກວ່າ​ມະນຸດ​ທຳ​ມະ​ດາ. ຈົ່ງ​ເບິ່ງ, ນີ້​ບໍ່​ແມ່ນ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ບໍ ທີ່​ໄດ້​ສົ່ງ​ໂທດ​ອັນ​ແສນ​ສາຫັດ​ມາ​ສູ່​ຜູ້ຄົນພວກນີ້ ຍ້ອນ​ວ່າການ​ຄາດ​ຕະ​ກຳ​ຂອງ​ພວກ​ເຂົາ?

 ແລະ ພວກ​ເຂົາ​ຕອບ​ກະສັດ, ແລະ ກ່າວ​ວ່າ: ພວກ​ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ລາວ​ເປັນວິນ​ຍານ​ທີ່​ຍິ່ງ​ໃຫຍ່ ຫລື​ວ່າ​ມະນຸດ​ທຳ​ມະ​ດາ; ແຕ່​ພວກ​ຂ້ານ້ອຍຮູ້ຈັກ​ພຽງ​ແຕ່​ວ່າ​ສັດ​ຕູຂອງ​ກະສັດ​ຈະ​ຂ້າ​ລາວ​ບໍ່​ໄດ້; ທັງ​ພວກ​ເຂົາ​ບໍ່​ສາມາດ​ທຳ​ລາຍ​ຝູງ​ສັດລ້ຽງ​ຂອງ​ກະສັດ​ໃຫ້​ແຕກ​ກະ​ຈັດ​ກະຈາຍ​ໄປ​ໄດ້ ຕາບ​ໃດ​ທີ່​ລາວ​ຍັງ​ຢູ່​ກັບ​ພວກ​ຂ້ານ້ອຍ, ເພາະວ່າ​ຄວາມ​ຊຳນິ​ຊຳ​ນານ ແລະ ພະລັງ​ອັນ​ຍິ່ງ​ໃຫຍ່​ຂອງ​ລາວ; ດັ່ງນັ້ນ, ພວກ​ຂ້ານ້ອຍ​ຈຶ່ງ​ຮູ້​ວ່າ ລາວ​ເປັນ​ເພື່ອນຂອງ​ກະສັດ. ແລະ ບັດ​ນີ້, ໂອ້ ກະ​ສັດ​ເອີຍ, ພວກ​ຂ້ານ້ອຍ​ບໍ່​ເຊື່ອ​ວ່າ​ມະນຸດ​ທຳ​ມະ​ດາ​ຈະ​ມີ​ອຳນາດ​ຍິ່ງ​ໃຫຍ່​ພຽງ​ນີ້, ເພາະ​ພວກ​ຂ້ານ້ອຍ​ຮູ້​ວ່າ​ພວກ​ເຂົາ​ບໍ່​ສາມາດ​ຂ້າ​ລາວ​ໄດ້.

 ແລະ ບັດ​ນີ້, ເມື່ອ​ກະສັດ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ, ເພິ່ນ​ຈຶ່ງ​ເວົ້າກັບ​ພວກ​ເຂົາ​ວ່າ: ບັດ​ນີ້ຂ້າພະ​ເຈົ້າຮູ້​ວ່າ ນີ້​ຄື​ວິນ​ຍານ​ທີ່​ຍິ່ງ​ໃຫຍ່; ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ໃນ​ເວລາ​ນີ້​ເພື່ອ​ປົກ​ປັກ​ຮັກສາ​ຊີວິດ​ຂອງ​ພວກ​ເຈົ້າ, ເພື່ອ​ຂ້າພະ​ເຈົ້າຈະ​ບໍ່​ໄດ້​ຂ້າ​ພວກ​ເຈົ້າຄື​ກັນ​ກັບ​ທີ່​ຂ້າພະ​ເຈົ້າ​ເຄີຍ​ໄດ້​ເຮັດ​ມາ​ແລ້ວ​ກັບ​ພີ່ນ້ອງ​ຂອງ​ພວກ​ເຈົ້າ. ບັດ​ນີ້ ນີ້​ຄື​ວິນ​ຍານ​ທີ່​ຍິ່ງ​ໃຫຍ່ ຊຶ່ງບັນພະບຸລຸດ​ຂອງ​ພວກ​ເຮົາ​ໄດ້​ເວົ້າ​ໄວ້.

 ບັດ​ນີ້ ນີ້​ເປັນ​ປະ​ເພນີ​ຂອງ​ກະສັດ​ລາ​ໂມ​ໄນ, ຊຶ່ງມາ​ຈາກ​ບິດາ​ຂອງ​ເພິ່ນ​ວ່າ ມັນ​ມີ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່, ທັງໆ​ທີ່​ພວກ​ເຂົາ​ເຊື່ອ​ໃນ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່ ພວກ​ເຂົາ​ກໍ​ຍັງ​ຄິດ​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ເຮັດ​ໄປ​ນັ້ນ​ຖືກ​ຕ້ອງ​ແລ້ວ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ກະສັດ​ລາ​ໂມ​ໄນ​ໄດ້​ເລີ່ມ​ມີ​ຄວາມ​ຢ້ານ​ກົວ​ທີ່​ສຸດ, ດ້ວຍ​ຄວາມ​ຢ້ານ​ທີ່​ເພິ່ນ​ເຮັດ​ຜິດ​ໃນ​ການຂ້າ​ພວກ​ຂ້າ​ໃຊ້​ຂອງ​ເພິ່ນ;

 ເພາະວ່າ​ເພິ່ນ​ໄດ້​ຂ້າ​ພວກ​ຂ້າ​ໃຊ້​ຫລາຍ​ຄົນ ເພາະວ່າ​ພີ່ນ້ອງ​ຂອງ​ພວກ​ນີ້​ໄດ້​ເຮັດ​ໃຫ້​ຝູງ​ສັດລ້ຽງ​ຂອງ​ເພິ່ນ​ກະ​ຈັດ​ກະຈາຍ​ໄປ​ບ່ອນ​ທີ່​ມີນ້ຳ; ແລະ ດັ່ງນັ້ນ, ເພາະ​ພວກ​ເຂົາ​ໄດ້​ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ​ກະຈັດກະຈາຍ​ໄປ ພວກ​ເຂົາ​ຈຶ່ງ​ຖືກ​ຂ້າ.

 ບັດ​ນີ້ມັນ​ເປັນ​ການ​ປະຕິບັດ​ຂອງ​ຊາວ​ເລ​ມັນ​ທີ່​ຈະ​ໄປຢືນ​ຢູ່​ໃກ້​ນ້ຳຊີ​ບັດ ເພື່ອ​ໃຫ້​ຝູງ​ສັດລ້ຽງ​ຂອງ​ຜູ້ຄົນ​ກະຈັດກະຈາຍ​ໄປ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ໄລ່​ຕ້ອນ​ເອົາ​ແກະ​ທີ່​ກະຈັດກະຈາຍ​ໄປ​ນັ້ນ​ໄປ​ຫາ​ແຜ່ນດິນ​ຂອງ​ພວກ​ເຂົາ, ມັນ​ເປັນ​ວິທີ​ປຸ້ນ​ຢ່າງ​ໜຶ່ງ​ໃນ​ບັນດາ​ພວກ​ເຂົາ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ກະສັດ​ລາ​ໂມ​ໄນ​ໄດ້​ສອບ​ຖາມ​ຂ້າ​ໃຊ້​ຂອງ​ເພິ່ນ, ໂດຍ​ກ່າວ​ວ່າ: ຄົນ​ຜູ້​ນີ້​ທີ່ມີ​ອຳນາດ​ອັນ​ຍິ່ງ​ໃຫຍ່​ແບບ​ນີ້​ຢູ່​ໃສ?

 ແລະ ພວກ​ເຂົາ​ຕອບ​ວ່າ: ຈົ່ງ​ເບິ່ງ, ລາວ​ກຳລັງ​ເອົາ​ອາຫານ​ໃຫ້​ມ້າ​ຂອງ​ທ່ານ​ກິນ​ຢູ່. ບັດ​ນີ້​ກະສັດ​ໄດ້​ສັ່ງ​ຂ້າ​ໃຊ້​ຂອງ​ເພິ່ນ, ກ່ອນ​ເວລາ​ທີ່​ຈະ​ເອົາ​ຝູງ​ແກະ​ໄປ​ກິນນ້ຳວ່າ, ໃຫ້​ພວກ​ເຂົາ​ຕຽມ​ມ້າ ແລະ ລົດ​ມ້າ​ຂອງ​ເພິ່ນ​ໄວ້, ແລະ ນຳ​ເອົາ​ເພິ່ນ​ໄປ​ຫາ​ແຜ່ນດິນ​ນີ​ໄຟ ເພາະ​ຈະ​ມີ​ການ​ລ້ຽງ​ສະຫລອງ​ກັນ​ຢ່າງ​ໃຫຍ່​ໃນ​ແຜ່ນດິນ​ນີ​ໄຟ ຊຶ່ງຈັດ​ຂຶ້ນ​ໂດຍບິດາ​ຂອງ​ກະສັດ​ລາ​ໂມ​ໄນ​ຜູ້​ຖືກ​ແຕ່ງຕັ້ງ​ໃຫ້​ປົກຄອງ​ທົ່ວ​ແຜ່ນດິນ.

 10 ບັດ​ນີ້​ເວລາ​ກະສັດ​ລາ​ໂມ​ໄນ​ໄດ້​ຍິນ​ວ່າ ອຳ​ໂມນ​ກຳລັງ​ຕຽມ​ມ້າ ແລະ ລົດ​ມ້າ​ຂອງ​ເພິ່ນ​ຢູ່ ເພິ່ນ​ກໍ​ຍິ່ງ​ປະຫລາດ​ໃຈ, ເພາະວ່າ​ຄວາມ​ສັດ​ຊື່​ຂອງ​ອຳ​ໂມນ, ຈຶ່ງ​ກ່າວອອກ​ມາ​ວ່າ: ແນ່ນອນ​ທີ່​ສຸດ ມັນ​ບໍ່​ເຄີຍ​ມີ​ຂ້າ​ໃຊ້ຄົນ​ໃດ​ໃນ​ບັນດາ​ຂ້າ​ໃຊ້​ທັງ​ໝົດ​ຂອງ​ຂ້າພະ​ເຈົ້າທີ່​ສັດ​ຊື່​ເທົ່າ​ກັບ​ຄົນ​ນີ້; ເພາະວ່າ​ລາວ​ຈື່​ຈຳ​ຄຳ​ສັ່ງ​ທັງ​ໝົດ​ຂອງ​ຂ້າພະ​ເຈົ້າ​ເພື່ອ​ປະຕິບັດ.

 11 ບັດ​ນີ້ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ນີ້​ຄື​ວິນ​ຍານ​ທີ່​ຍິ່ງ​ໃຫຍ່, ແລະ ຂ້າພະ​ເຈົ້າ​ປາ​ຖະໜາ​ຢາກ​ໃຫ້​ລາວ​ມາ​ຫາ​ຂ້າພະ​ເຈົ້າ, ແຕ່​ຂ້າພະ​ເຈົ້າບໍ່​ກ້າ.

 12 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ອຳ​ໂມນ​ຕຽມ​ມ້າ ແລະ ລົດ​ມ້າ​ໄວ້​ໃຫ້​ກະສັດ ແລະ ຂ້າ​ໃຊ້​ຄົນ​ອື່ນໆ​ຂອງ​ກະສັດ​ແລ້ວ, ລາວ​ກໍ​ໄປ​ຫາ​ກະສັດ ແລະ ລາວ​ເຫັນ​ສີ​ໜ້າ​ຂອງ​ກະສັດ​ປ່ຽນ​ແປງ​ໄປ; ດັ່ງນັ້ນ ລາວ​ເກືອບ​ຈະ​ກັບ​ຄືນ​ອອກ​ໄປ.

 13 ແລະ ຂ້າ​ໃຊ້​ຜູ້​ໜຶ່ງ​ຂອງ​ກະສັດ​ເວົ້າ​ກັບ​ລາວ​ວ່າ, ຣັບ​ບາ​ນາ, ຊຶ່ງ​ແປ​ວ່າ, ກະສັດ​ຜູ້​ມີ​ອຳນາດ ຫລື ຍິ່ງ​ໃຫຍ່, ຊຶ່ງ​ພວກ​ເຂົາ​ຖື​ວ່າ​ກະສັດ​ຂອງ​ພວກ​ເຂົາ​ມີ​ອຳນາດ ແລະ ພວກ​ເຂົາ​ຈຶ່ງ​ເວົ້າກັບ​ອຳ​ໂມນ​ຕາມ​ນັ້ນວ່າ: ຣັບ​ບາ​ນາ, ກະສັດ​ປາ​ຖະໜາ​ໃຫ້​ເຈົ້າຢູ່​ກ່ອນ.

 14 ດັ່ງນັ້ນ​ອຳ​ໂມນຈຶ່ງ​ໄດ້​ຫັນ​ຕົວ​ໄປ​ຫາ​ກະສັດ, ແລະ ກ່າວ​ກັບ​ກະສັດວ່າ: ໂອ້ ກະສັດ​ເອີຍ ທ່ານ​ປະສົງ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ສິ່ງ​ໃດໃຫ້​ທ່ານ? ແລະ ກະສັດ​ບໍ່​ໄດ້​ຕອບ​ລາວ​ເປັນ​ເວລາ​ເຖິງ​ໜຶ່ງ​ຊົ່ວ​ໂມງ, ຕາມ​ເວລາ​ຂອງ​ພວກ​ເຂົາ, ເພາະວ່າ​ກະສັດ​ບໍ່​ຮູ້ຈັກ​ວ່າ​ຈະ​ເວົ້າຫຍັງ​ກັບ​ລາວ.

 15 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ອຳ​ໂມນ​ເວົ້າກັບ​ເພິ່ນ​ອີກ​ວ່າ: ທ່ານ​ປາ​ຖະໜາ​ອັນ​ໃດ​ຈາກ​ຂ້ານ້ອຍ? ແຕ່​ກະສັດ​ກໍ​ບໍ່​ຕອບ.

 16 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ອຳ​ໂມນໂດຍ​ທີ່​ເຕັມ​ປ່ຽມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ດັ່ງນັ້ນ ລາວ​ຈຶ່ງ​ຮູ້ຈັກ​ຄວາມ​ນຶກ​ຄິດ​ຂອງ​ກະສັດ. ແລະ ລາວ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: ນີ້​ເປັນ​ເພາະວ່າ​ທ່ານ​ໄດ້​ຍິນ​ວ່າ ຂ້ານ້ອຍ​ປົກ​ປັກ​ຮັກສາ​ຂ້າ​ໃຊ້ ແລະ ຝູງ​ສັດລ້ຽງ​ຂອງ​ທ່ານ, ແລະ ໄດ້​ຂ້າພີ່ນ້ອງ​ຂອງ​ພວກ​ນັ້ນ​ເຈັດ​ຄົນ​ດ້ວຍ​ກະຖຸນ ແລະ ດາບ, ແລະ ໄດ້​ຕັດ​ແຂນ​ຄົນ​ອື່ນໆ​ຂາດ, ເພື່ອ​ປົກ​ປັກ​ຮັກສາ​ຝູງ​ສັດລ້ຽງ ແລະ ຂ້າ​ໃຊ້​ຂອງ​ທ່ານ; ຈົ່ງ​ເບິ່ງ, ດ້ວຍ​ເຫດ​ນີ້​ບໍ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ແປກ​ປະຫລາດ​ໃຈ​ແກ່​ທ່ານ?

 17 ຂ້ານ້ອຍ​ເວົ້າກັບ​ທ່ານ​ວ່າ, ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ຄວາມ​ແປກ​ປະຫລາດ​ໃຈ​ຂອງ​ທ່ານ​ໃຫຍ່​ຫລວງ​ເຊັ່ນນີ້? ຈົ່ງ​ເບິ່ງ, ຂ້ານ້ອຍ​ເປັນ​ມະນຸດ​ທຳ​ມະ​ດາ ແລະ ເປັນ​ຂ້າ​ໃຊ້​ຂອງ​ທ່ານ; ດັ່ງນັ້ນ, ແນວ​ໃດ​ກໍ​ຕາມ​ທີ່​ທ່ານ​ປາ​ຖະໜາ ຊຶ່ງ​ຖືກ​ຕ້ອງ, ສິ່ງ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ປະຕິບັດ​ຕາມ.

 18 ບັດ​ນີ້​ເວລາ​ກະສັດ​ໄດ້​ຍິນ​ຂໍ້ຄວາມ​ນີ້, ເພິ່ນ​ກໍ​ແປກ​ປະຫລາດ​ໃຈ​ອີກ, ເພາະ​ເພິ່ນ​ຮູ້​ວ່າ​ອຳ​ໂມນ​ຮູ້ຈັກ​ຄວາມ​ນຶກ​ຄິດ​ຂອງ​ເພິ່ນ​ໄດ້; ແຕ່​ມັນ​ກໍ​ເປັນ​ແນວ​ນີ້, ຄື​ກະສັດ​ລາ​ໂມ​ໄນ​ໄດ້​ເປີດ​ປາກ ແລະ ຖາມ​ລາວ​ວ່າ: ເຈົ້າ​ແມ່ນ​ໃຜ? ເຈົ້າ​ເປັນວິນ​ຍານ​ທີ່​ຍິ່ງ​ໃຫຍ່​ຜູ້​ທີ່​ຮູ້ຈັກ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງບໍ?

 19 ອຳ​ໂມນ​ຕອບ ແລະ ກ່າວ​ກັບ​ກະສັດ​ວ່າ: ຂ້ານ້ອຍ​ບໍ່ໄດ້​ເປັນດອກ.

 20 ແລະ ກະສັດ​ເວົ້າວ່າ: ເຈົ້າຮູ້ຈັກ​ຄວາມ​ນຶກ​ຄິດ​ຂອງໃຈ​ຂອງ​ຂ້າພະ​ເຈົ້າ​ໄດ້​ແນວ​ໃດ? ເຈົ້າຈົ່ງ​ເວົ້າມາ​ຢ່າງ​ອາດ​ຫານ​ເຖີດ ແລະ ເວົ້າ​ໃຫ້​ຂ້າພະ​ເຈົ້າຟັງ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້; ແລະ ບອກ​ຂ້າພະ​ເຈົ້າອີກ​ວ່າ ເປັນ​ດ້ວຍ​ອຳນາດ​ອັນ​ໃດ​ທີ່​ເຈົ້າ​ໄດ້​ຂ້າ ແລະ ຕັດ​ແຂນ​ພວກ​ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າຜູ້​ທີ່​ເຮັດ​ໃຫ້​ຝູງ​ສັດລ້ຽງ​ຂອງ​ຂ້າພະ​ເຈົ້າກະຈັດກະຈາຍ​ໄປ—

 21 ແລະ ບັດ​ນີ້, ຖ້າ​ຫາກ​ເຈົ້າຈະ​ບອກ​ຂ້າພະ​ເຈົ້າກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້​ແລ້ວ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປາ​ຖະໜາ ຂ້າພະ​ເຈົ້າຈະ​ມອບ​ໃຫ້; ແລະ ຖ້າ​ຫາກ​ຈຳ​ເປັນ​ແລ້ວ, ຂ້າພະ​ເຈົ້າຈະ​ຄຸ້ມ​ຄອງ​ເຈົ້າດ້ວຍ​ກອງທັບ​ຂອງ​ຂ້າພະ​ເຈົ້າ; ແຕ່​ຂ້າ​ພະ​ເຈົ້າຮູ້​ວ່າ ເຈົ້າມີ​ອຳນາດ​ຫລາຍ​ກວ່າ​ກອງທັບ​ທັງ​ໝົດ​ນັ້ນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປາ​ຖະໜາ​ຈາກ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຈະ​ມອບ​ໃຫ້.

 22 ແລະ ອຳ​ໂມນ​ເປັນ​ຜູ້​ສະຫລາດ​ຫລັກ​ແຫລມ, ແຕ່​ບໍ່​ມີ​ອັນຕະລາຍ, ລາວ​ເວົ້າກັບ​ລາ​ໂມ​ໄນ​ວ່າ: ທ່ານ​ຈະ​ເຊື່ອ​ຟັງ​ຄຳ​ເວົ້າຂອງ​ຂ້ານ້ອຍ​ບໍ, ຖ້າ​ຫາກ​ຂ້ານ້ອຍ​ບອກ​ທ່ານ​ວ່າ​ໂດຍ​ອຳນາດ​ອັນ​ໃດ​ທີ່​ຂ້ານ້ອຍ​ເຮັດ​ສິ່ງ​ເຫລົ່າ​ນີ້​ໄດ້? ນີ້​ເປັນ​ສິ່ງ​ທີ່​ຂ້ານ້ອຍ​ປາ​ຖະໜາ​ຈາກ​ທ່ານ.

 23 ແລະ ກະສັດ​ໄດ້​ຕອບ​ລາວ, ແລະ ເວົ້າວ່າ: ແທ້​ຈິງ​ແລ້ວ, ຂ້າພະ​ເຈົ້າຈະ​ເຊື່ອ​ໃນ​ຄຳ​ເວົ້າຂອງ​ເຈົ້າທັງ​ໝົດ. ແລະ ດັ່ງນັ້ນ​ເພິ່ນ​ຈຶ່ງ​ເສຍ​ທ່າ​ດ້ວຍ​ອຸບາຍ.

 24 ແລະ ອຳ​ໂມນ​ເລີ່ມ​ເວົ້າກັບ​ກະສັດ​ດ້ວຍ​ຄວາມ​ກ້າຫານ​ວ່າ: ທ່ານ​ເຊື່ອ​ບໍ​ວ່າ ມີ​ພຣະ​ເຈົ້າ?

 25 ແລະ ເພິ່ນ​ໄດ້​ຕອບ ແລະ ເວົ້າກັບ​ລາວ​ວ່າ: ຂ້າພະ​ເຈົ້າບໍ່​ຮູ້ຈັກ​ວ່າ​ນັ້ນໝາຍ​ຄວາມ​ວ່າ​ແນວ​ໃດ.

 26 ແລ້ວ​ອຳ​ໂມນຖາມ​ວ່າ: ທ່ານ​ເຊື່ອບໍ​ວ່າ​ມີ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່?

 27 ແລະ ເພິ່ນ​ຕອບ​ວ່າ, ເຊື່ອ.

 28 ແລະ ອຳ​ໂມນ​ກ່າວ​ວ່າ: ນີ້​ຄື​ພຣະ​ເຈົ້າ. ແລະ ອຳ​ໂມນ​ຖາມ​ເພິ່ນ​ອີກ​ວ່າ: ທ່ານ​ເຊື່ອ​ບໍ່​ວ່າ​ມີ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່ນີ້, ຜູ້​ເປັນພຣະ​ເຈົ້າ, ໄດ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງຊຶ່ງຢູ່​ໃນ​ສະຫວັນ ແລະ ແຜ່ນດິນ​ໂລກ?

 29 ແລະ ເພິ່ນ​ຕອບ​ວ່າ: ແທ້​ຈິງ​ແລ້ວ ຂ້າພະ​ເຈົ້າ​ເຊື່ອ​ວ່າ​ພຣະ​ອົງ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ເທິງ​ແຜ່ນດິນ​ໂລກ; ແຕ່​ຂ້າພະ​ເຈົ້າບໍ່​ຮູ້ຈັກ​ເລື່ອງ​ສະຫວັນ.

 30 ແລະ ອຳ​ໂມນ​ເວົ້າກັບ​ເພິ່ນ​ວ່າ: ສະຫວັນ​ເປັນ​ບ່ອນ​ທີ່​ພຣະ​ເຈົ້າປະ​ທັບ​ຢູ່​ພ້ອມ​ທັງ​ທູດ​ທີ່​ສັກສິດທັງໝົດຂອງ​ພຣະ​ອົງ.

 31 ແລະ ກະສັດ​ລາ​ໂມ​ໄນ​ຖາມ​ວ່າ: ມັນ​ຢູ່​ເໜືອແຜ່ນດິນ​ໂລກ​ບໍ?

 32 ແລະ ອຳ​ໂມນ​ຕອບ​ວ່າ: ແມ່ນ​ແລ້ວ, ແລະ ພຣະ​ອົງ​ຫລຽວ​ລົງ​ມາ​ເບິ່ງ​ລູກ​ຫລານ​ມະນຸດທັງ​ໝົດ; ແລະ ພຣະ​ອົງ​ຮູ້ຈັກ​ຄວາມ​ນຶກ​ຄິດ ແລະ ເຈດ​ຕະນາ; ທັງ​ໝົດ​ຂອງ​ໃຈ; ເພາະວ່າ​ພຣະ​ອົງ​ສ້າງ​ພວກ​ເຂົາ​ທັງ​ໝົດ​ໂດຍ​ພຣະຫັດ​ຂອງ​ພຣະ​ອົງ​ເອງ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ.

 33 ແລະ ກະສັດ​ລາ​ໂມ​ໄນ​ໄດ້​ເວົ້າວ່າ: ຂ້າພະ​ເຈົ້າ​ເຊື່ອ​ເລື່ອງ​ທັງ​ໝົດ​ທີ່​ເຈົ້າ​ເວົ້າມາ. ເຈົ້າ​ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າບໍ?

 34 ອຳ​ໂມນ​ຕອບ​ເພິ່ນ​ວ່າ: ຂ້ານ້ອຍ​ເປັນ​ຄົນ​ທຳ​ມະ​ດາ ແລະ ມະນຸດຄົນ​ທຳ​ອິດ​ໄດ້​ຖືກ​ສ້າງ​ຂຶ້ນຕາມ​ລັກສະນະ​ຂອງ​ພຣະ​ເຈົ້າ, ແລະ ພຣະ​ວິນ​ຍານ​ອັນ​ສັກສິດ​ຂອງ​ພຣະ​ອົງ​ໄດ້​ເອີ້ນ​ຂ້ານ້ອຍ​ໃຫ້​ສັ່ງສອນ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່ຜູ້ຄົນ​ພວກ​ນີ້, ເພື່ອ​ພວກ​ເຂົາ​ຈະ​ຖືກ​ນຳ​ມາ​ໃຫ້​ຮູ້​ເລື່ອງ​ທີ່​ທ່ຽງ​ທຳ ແລະ ເປັນຄວາມ​ຈິງ;

 35 ແລະ ສ່ວນ​ໜຶ່ງ​ຂອງ​ພຣະ​ວິນ​ຍານ​ນັ້ນປະ​ທັບ​ຢູ່​ໃນ​ຕົວ​ຂ້ານ້ອຍ, ເພື່ອ​ໃຫ້​ຄວາມ​ຮູ້ ແລະ ອຳນາດ​ແກ່​ຂ້ານ້ອຍຕາມ​ສັດທາ ແລະ ຄວາມ​ປາ​ຖະໜາ​ຂອງ​ຂ້ານ້ອຍ​ຊຶ່ງມີ​ຢູ່​ໃນ​ພຣະ​ເຈົ້າ.

 36 ບັດ​ນີ້​ເວລາ​ອຳ​ໂມນ​ເວົ້າຂໍ້ຄວາມ​ນີ້​ແລ້ວ, ລາວ​ເລີ່ມ​ເລົ່າ​ຕັ້ງ​ແຕ່​ການ​ສ້າງ​ໂລກ ແລະ ພ້ອມ​ດ້ວຍ​ການ​ສ້າງ​ອາ​ດາມ, ແລະ ບອກ​ເພິ່ນ​ທຸກໆ​ເລື່ອງ​ກ່ຽວ​ກັບ​ການ​ຕົກ​ຂອງ​ມະນຸດ ແລະ ເລົ່າ​ເລື່ອງ​ລາວ​ຕ່າງໆ​ໃຫ້​ຟັງ ແລະ ວາງ​ບັນທຶກ ແລະ ພຣະ​ຄຳ​ພີ​ອັນ​ສັກສິດ​ຂອງ​ຜູ້​ຄົນ ຊຶ່ງ​ສາດສະດາ​ໄດ້​ເລົ່າ, ຄືນ​ໄປ​ຈົນ​ເຖິງ​ເວລາ​ທີ່​ລີ​ໄຮ ບັນພະ​ບຸລຸດ​ຂອງ​ພວກ​ເຂົາ​ອອກ​ຈາກ​ເຢຣູ​ຊາເລັມ.

 37 ແລະ ລາວ​ໄດ້​ເລົ່າ​ໃຫ້​ພວກ​ເພິ່ນ​ຟັງ (ໃຫ້​ກະສັດ ແລະ ຂ້າ​ໃຊ້​ຂອງ​ເພິ່ນ) ເຖິງ​ການ​ເດີນທາງ​ທັງ​ໝົດ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເພິ່ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ, ແລະ ຄວາມທຸກ​ຍາກ​ລຳບາກ​ດ້ວຍ​ຄວາມ​ອຶດຫິວ ແລະ ກະຫາຍ​ນ້ຳທັງ​ໝົດ​ຂອງ​ເຂົາ​ເຈົ້າ, ພ້ອມ​ທັງ​ການ​ເດີນທາງ​ຂອງ​ເຂົາ​ເຈົ້າ ແລະ ອື່ນໆ.

 38 ແລະ ລາວ​ໄດ້​ເລົ່າ​ໃຫ້​ພວກ​ເພິ່ນ​ຟັງ​ກ່ຽວ​ກັບ​ການ​ກະບົດຂອງ​ເລ​ມັນ ແລະ ເລ​ມູ​ເອນ, ແລະ ພວກ​ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ​ນຳ​ອີກ, ແທ້​ຈິງ​ແລ້ວ, ລາວ​ໄດ້​ເລົ່າ​ໃຫ້​ພວກ​ເພິ່ນ​ຟັງ​ເຖິງ​ການ​ກະບົດທັງ​ໝົດ​ຂອງ​ພວກ​ເຂົາ; ແລະ ລາວ​ໄດ້​ຊີ້​ແຈງ​ໃຫ້​ພວກ​ເພິ່ນ​ຟັງ​ເຖິງ​ເລື່ອງ​ບັນທຶກ ແລະ ພຣະ​ຄຳ​ພີ​ທັງ​ໝົດ​ນັບ​ຕັ້ງ​ແຕ່​ເວລາ​ທີ່​ລີ​ໄຮ​ອອກ​ມາ​ຈາກ​ເຢຣູ​ຊາເລັມ​ມາ​ຈົນ​ເຖິງ​ເວລາ​ນີ້.

 39 ແຕ່​ຍັງ​ບໍ່​ທັນ​ໝົດ; ເພາະວ່າ​ລາວ​ໄດ້​ຊີ້​ແຈງ​ແກ່​ພວກ​ເພິ່ນ​ເຖິງ​ແຜນ​ແຫ່ງ​ການ​ໄຖ່, ຊຶ່ງ​ໄດ້​ຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການວາງ​ຮາກ​ຖານ​ຂອງ​ໂລກ; ແລະ ລາວ​ໄດ້​ໃຫ້​ພວກ​ເພິ່ນ​ຮູ້ຈັກ​ອີກ​ກ່ຽວ​ກັບ​ການສະ​ເດັດ​ມາ​ຂອງ​ພຣະ​ຄຣິດ ແລະ ວຽກ​ງານ​ທັງ​ໝົດ​ຂອງ​ພຣະຜູ້​ເປັນ​ເຈົ້າ.

 40 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ລາວ​ໄດ້​ເວົ້າ ແລະ ຊີ້​ແຈງ​ເລື່ອງ​ທັງ​ໝົດ​ນີ້​ແກ່​ກະສັດ​ແລ້ວ, ແລະ ກະສັດ​ກໍ​ເຊື່ອ​ໃນ​ຄຳ​ເວົ້າທັງ​ໝົດ​ຂອງ​ລາວ.

 41 ແລະ ເພິ່ນໄດ້​ເລີ່ມ​ຮ້ອງ​ທູນ​ຕໍ່ພຣະຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍ​ຈົ່ງ​ໂຜດ​ເມດ​ຕາ​ຕາມ​ພຣະ​ເມດ​ຕາ​ອັນ​ອຸດົມສົມບູນ​ຂອງ​ພຣະ​ອົງ ຊຶ່ງ​ເຄີຍ​ມີ​ແກ່​ຜູ້ຄົນ​ຂອງ​ນີ​ໄຟ​ມາ​ແລ້ວ, ຂໍ​ຈົ່ງ​ມີ​ແກ່​ຂ້ານ້ອຍ ແລະ ຜູ້ຄົນ​ຂອງ​ຂ້ານ້ອຍ​ດ້ວຍ​ເຖີດ.

 42 ແລະ ບັດ​ນີ້, ເມື່ອ​ເພິ່ນ​ເວົ້າດັ່ງ​ນີ້​ແລ້ວ, ເພິ່ນ​ກໍລົ້ມລົງ​ຢູ່​ກັບ​ພື້ນ​ດິນ​ຄື​ກັບ​ຕາຍ​ແລ້ວ.

 43 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ຂ້າ​ໃຊ້​ໄດ້​ຫາມ​ກະສັດ​ໄປ​ຫາ​ມະ​ເຫ​ສີ​ຂອງ​ເພິ່ນ, ແລະ ວາງ​ເພິ່ນ​ໄວ້​ເທິງ​ຕຽງ; ແລະ ເພິ່ນ​ໄດ້​ນອນ​ຢູ່​ຄື​ກັບ​ຕາຍ​ແລ້ວ​ເປັນ​ເວລາ​ສອງ​ມື້​ສອງ​ຄືນ; ແລະ ມະເຫສີ, ແລະ ພວກ​ລູກ​ຊາຍ, ແລະ ພວກ​ລູກ​ສາວ​ຂອງ​ເພິ່ນ​ໄດ້​ມາ​ໄວ້ອາ​ໄລນຳ​ເພິ່ນຕາມ​ປະ​ເພນີ​ຂອງ​ຊາວ​ເລ​ມັນ, ແລະ ຮ້ອງ​ໄຫ້​ຢ່າງ​ໃຫຍ່​ຫລວງ​ໃນ​ການ​ສູນ​ເສຍ​ເພິ່ນ​ໄປ.