ພຣະ​ຄຳ​ພີ
ແອວມາ 21


ເລື່ອງ​ລາວ​ຂອງ​ການ​ສັ່ງ​ສອນ​ຂອງ​ອາໂຣນ, ແລະ ມິວ​ໂລ​ໄຄ, ແລະ ອ້າຍ​ນ້ອງ​ຂອງ​ລາວ​ໃຫ້​ແກ່​ຊາວ​ເລມັນ.

ມີ​ຢູ່​ໃນ​ບົດ​ທີ 21 ຈົນ​ເຖິງ​ບົດ​ທີ 25.

ບົດ​ທີ 21

ອາໂຣນ​ສິດ​ສອນ​ຊາວ​ອາມາ​ລະໄຄ​ກ່ຽວ​ກັບ​ພຣະ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ—ອາໂຣນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ຖືກ​ຂັງ​ຄຸກ​ຢູ່​ທີ່​ມິດ​ໂດ​ໄນ—ຫລັງ​ຈາກ​ພວກ​ເຂົາ​ຖືກ​ປົດ​ປ່ອຍ, ພວກ​ເຂົາ​ໄດ້​ສິດ​ສອນ​ໃນ​ທຳ​ມະ​ສາ​ລາ ແລະ ເຮັດ​ໃຫ້​ຫລາຍ​ຄົນ​ປ່ຽນ​ໃຈ​ເຫລື້ອມ​ໃສ—ລາ​ໂມ​ໄນ​ອະ​ນຸ​ຍາດ​ໃຫ້​ຜູ້​ຄົນ​ໃນ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ​ມີ​ອິດສະ​ລະ​ພາບ​ໃນ​ການ​ນັບ​ຖື​ສາດ​ສະ​ໜາ. ປະ​ມານ 90–77 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເມື່ອ​ອຳໂມນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ໄດ້ ແຍກ​ຍ້າຍ​ກັນ​ໄປ​ຫາ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ຊາວ​ເລມັນ, ຈົ່ງ​ເບິ່ງ ອາໂຣນ​ໄດ້​ອອກ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ ຊຶ່ງ​ຊາວ​ເລມັນ​ເອີ້ນ​ວ່າ​ເຢຣູ​ຊາເລັມ, ໂດຍ​ເອີ້ນ​ຕາມ​ແຜ່ນ​ດິນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ; ແລະ ມັນ​ຢູ່​ຫ່າງ​ອອກ​ໄປ​ຕິດ​ກັບ​ຊາຍ​ແດນ​ມໍມອນ.

2 ບັດ​ນີ້​ຊາວ​ເລມັນ ແລະ ຊາວ​ອາມາ​ລະໄຄ ແລະ ຜູ້​ຄົນ​ຂອງ ອະ​ມິວ​ລອນ​ໄດ້​ສ້າງ​ເມືອງ​ໃຫຍ່​ເມືອງ​ໜຶ່ງ​ຂຶ້ນ, ຊຶ່ງ​ມີ​ຊື່​ວ່າ ເຢຣູ​ຊາເລັມ.

3 ບັດ​ນີ້​ຊາວ​ເລມັນ​ກໍ​ແຂງ​ກະ​ດ້າງ​ພຽງ​ພໍ​ຢູ່​ແລ້ວ, ແຕ່​ວ່າ​ຊາວ​ອາມາ​ລະໄຄ​ແລະ ຊາວ​ອະ​ມິວ​ລອນ​ຍິ່ງ​ແຂງ​ກະ​ດ້າງ​ກວ່າ​ນັ້ນ​ອີກ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຍຸ​ຍົງ​ໃຫ້​ຊາວ​ເລມັນ​ເຮັດ​ໃຈ​ແຂງ​ກະ​ດ້າງ, ເພື່ອ​ຈະ​ໃຫ້​ເກັ່ງ​ຫລາຍ​ຂຶ້ນ​ໃນ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ,

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອາໂຣນ​ມາ​ຮອດ​ເມືອງ​ເຢຣູ​ຊາເລັມ, ແລະ ລາວ​ໄດ້​ເລີ່ມ​ຕົ້ນ​ສັ່ງ​ສອນ​ຊາວ​ອາມາ​ລະໄຄ​ກ່ອນ. ແລະ ລາວ​ໄດ້​ສັ່ງ​ສອນ​ພວກ​ເຂົາ​ໃນ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ, ເພາະ​ວ່າ​ພວກ​ເຂົາ​ສ້າງ​ທຳ​ມະ​ສາ​ລາ​ຂຶ້ນ​ຕາມ ລະບຽບ​ຂອງ​ຊາວ​ນີຮໍ; ເພາະ​ວ່າ​ຊາວ​ອາມາ​ລະໄຄ ແລະ ຊາວ​ອະ​ມິວ​ລອນ​ສ່ວນ​ຫລາຍ​ຖື​ລະບຽບ​ຂອງ​ຊາວ​ນີຮໍ.

5 ສະນັ້ນ, ເວລາ​ອາໂຣນ​ເຂົ້າ​ໄປ​ໃນ​ທຳ​ມະ​ສາ​ລາ​ແຫ່ງ​ໜຶ່ງ​ຂອງ​ພວກ​ເຂົາ​ເພື່ອ​ສັ່ງ​ສອນ​ຜູ້​ຄົນ, ແລະ ເວລາ​ທີ່​ລາວ​ກຳ​ລັງ​ເວົ້າ​ກັບ​ພວກ​ເຂົາ​ຢູ່​ນັ້ນ, ຈົ່ງ​ເບິ່ງ ຊາວ​ອາມາ​ລະໄຄ​ຜູ້​ໜຶ່ງ​ລຸກ​ຂຶ້ນ ແລະ ເລີ່ມ​ໂຕ້​ຖຽງ​ລາວ, ໂດຍ​ກ່າວ​ວ່າ: ເຈົ້າ​ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ອັນ​ໃດ? ເຈົ້າ​ເຄີຍ​ເຫັນ ທູດ​ບໍ? ເປັນ​ຫຍັງ​ທູດ​ຈຶ່ງ​ບໍ່​ມາ​ປະກົດ​ຕໍ່​ພວກ​ເຮົາ? ຫລື ຜູ້​ຄົນ​ພວກ​ນີ້​ບໍ່​ດີ​ເທົ່າ​ກັບ​ຜູ້​ຄົນ​ຂອງ​ເຈົ້າ​ບໍ?

6 ແລະ ເຈົ້າ​ໄດ້​ເວົ້າ​ອີກ​ວ່າ, ຖ້າ​ຫາກ​ພວກ​ເຮົາ​ບໍ່​ກັບ​ໃຈ ພວກ​ເຮົາ​ຈະ​ຕາຍ. ເຈົ້າ​ຮູ້​ຈັກ​ຄວາມ​ນຶກ​ຄິດ ແລະ ເຈດ​ຕະ​ນາ​ຂອງ​ໃຈ​ຂອງ​ພວກ​ເຮົາ​ໄດ້​ແນວ​ໃດ? ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ ພວກ​ເຮົາ​ມີ​ເຫດ​ຜົນ​ຈະ​ຕ້ອງ​ກັບ​ໃຈ? ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ ພວກ​ເຮົາ​ບໍ່​ເປັນ​ຄົນ​ຊອບ​ທຳ? ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ສ້າງ​ບ່ອນ​ລີ້​ໄພ, ແລະ ເພື່ອ​ພວກ​ເຮົາ​ຈະ​ໄດ້​ມາ​ຊຸມ​ນຸມ​ກັນ​ເພື່ອ​ນະມັດ​ສະການ​ພຣະ​ເຈົ້າ. ພວກ​ເຮົາ​ເຊື່ອ​ວ່າ​ພຣະ​ເຈົ້າ​ຈະ​ຊ່ວຍ​ມະນຸດ​ທັງ​ປວງ​ໃຫ້​ລອດ.

7 ບັດ​ນີ້​ອາໂຣນ​ໄດ້​ຖາມ​ລາວ​ວ່າ: ເຈົ້າ​ເຊື່ອ​ບໍ່​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ​ໄຖ່​ມະນຸດ​ຊາດ​ຈາກ​ບາບ​ຂອງ​ພວກ​ເຂົາ?

8 ແລະ ຄົນ​ຜູ້​ນັ້ນ​ຕອບ​ລາວ​ວ່າ: ພວກ​ເຮົາ​ບໍ່​ເຊື່ອ​ວ່າ ເຈົ້າ​ຮູ້​ຈັກ​ເລື່ອງ​ແບບ​ນີ້ ແລະ ພວກ​ເຮົາ​ບໍ່​ເຊື່ອ​ໃນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ໂງ່​ຈ້າ​ຫລ້າ​ຫລັງ​ເຫລົ່າ​ນັ້ນ. ພວກ​ເຮົາ​ບໍ່​ເຊື່ອ​ວ່າ ເຈົ້າ​ຮູ້​ຈັກ ສິ່ງ​ທີ່​ຈະ​ມາ​ເຖິງ, ທັງ​ພວກ​ເຮົາ​ບໍ່​ເຊື່ອ​ວ່າ ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ ແລະ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຮູ້​ຈັກ​ສິ່ງ​ທີ່​ພວກ​ເພິ່ນ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ.

9 ບັດ​ນີ້​ອາໂຣນ​ເລີ່ມ​ເປີດ​ພຣະ​ຄຳ​ພີ​ໃຫ້​ພວກ​ເຂົາ​ເບິ່ງ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ແລະ ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ແລະ ວ່າ​ການ​ໄຖ່​ຈະ​ມີ ບໍ່​ໄດ້​ສຳ​ລັບ​ມະນຸດ​ຊາດ​ນອກ​ຈາກ​ໂດຍ​ທາງ​ການ​ສິ້ນ​ພຣະ​ຊົນ ແລະ ການ​ທົນ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຄຣິດ, ແລະ ການ​ຊົດ​ໃຊ້​ໂດຍ​ໂລ​ຫິດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ເມື່ອ​ລາວ​ຊີ້​ແຈງ​ເລື່ອງ​ເຫລົ່າ​ນີ້​ຕໍ່​ພວກ​ເຂົາ​ແລ້ວ ພວກ​ເຂົາ​ກໍ​ຄຽດ​ແຄ້ນ​ໃຫ້ ແລະ ຫົວ​ເຍາະ​ເຍີ້ຍ​ລາວ; ແລະ ພວກ​ເຂົາ​ບໍ່​ຍອມ​ຟັງ​ຄຳ​ເວົ້າ​ຂອງ​ລາວ​ເລີຍ.

11 ສະນັ້ນ, ເມື່ອ​ລາວ​ເຫັນ​ວ່າ​ພວກ​ເຂົາ​ບໍ່​ຍອມ​ຟັງ​ຄຳ​ເວົ້າ​ຂອງ​ລາວ​ແລ້ວ, ລາວ​ຈຶ່ງ​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ​ໄປ, ແລະ ໄປ​ຫາ​ໝູ່​ບ້ານ​ບ່ອນ​ໜຶ່ງ ຊຶ່ງ​ມີ​ຊື່​ວ່າ ອາ​ນີ-​ອານ​ໄທ, ແລະ ບ່ອນ​ນີ້​ລາວ​ໄດ້​ພົບ​ມິວ​ໂລ​ໄຄ ກຳ​ລັງ​ສັ່ງ​ສອນ​ພຣະ​ຄຳ​ຕໍ່​ພວກ​ເຂົາ; ແລະ ອາມ​ມາ ແລະ ອ້າຍ​ນ້ອງ​ຂອງ​ລາວ​ຢູ່​ຄື​ກັນ. ແລະ ພວກ​ເຂົາ​ໄດ້​ໂຕ້​ຖຽງ​ກັບ​ຫລາຍ​ຄົນ​ກ່ຽວ​ກັບ​ພຣະ​ຄຳ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ເຫັນ​ວ່າ​ຜູ້​ຄົນ​ເຮັດ​ໃຈ​ແຂງ​ກະ​ດ້າງ, ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ໜີ​ຈາກ​ທີ່​ນັ້ນ ແລະ ໄປ​ຫາ​ແຜ່ນ​ດິນ​ມິດ​ໂດ​ໄນ. ແລະ ພວກ​ເຂົາ​ໄດ້​ສັ່ງ​ສອນ​ພຣະ​ຄຳ​ໃຫ້​ແກ່​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ, ແຕ່​ມີ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ​ທີ່​ເຊື່ອ​ໃນ​ຄຳ​ສອນ ຊຶ່ງ​ພວກ​ເຂົາ​ໄດ້​ສິດ​ສອນ​ນັ້ນ.

13 ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາໂຣນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ຈຳນວນ​ໜຶ່ງ​ໄດ້​ຖືກ​ຈັບ ແລະ ເອົາ​ເຂົ້າ​ຄຸກ, ແລະ ພວກ​ທີ່​ເຫລືອ​ຢູ່​ກໍ​ໜີ​ອອກ​ຈາກ​ແຜ່ນ​ດິນ​ມິດ​ໂດ​ໄນ​ໄປ​ສູ່​ພາກ​ພື້ນ​ຕ່າງໆ​ໂດຍ​ອ້ອມ​ຮອບ.

14 ແລະ ພວກ​ທີ່​ຖືກ​ເອົາ​ເຂົ້າ​ຄຸກ​ໄດ້​ຮັບ​ຄວາມ ທຸກ​ທໍ​ລະ​ມານ​ຫລາຍ​ຢ່າງ, ແລະ ພວກ​ເຂົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ດ້ວຍ​ມື​ຂອງ​ລາ​ໂມ​ໄນ​ກັບ​ອຳໂມນ, ແລະ ພວກ​ເຂົາ​ໄດ້​ກິນ​ເຂົ້າ ແລະ ໄດ້​ເຄື່ອງ​ນຸ່ງ​ໃໝ່.

15 ແລະ ພວກ​ເຂົາ​ໄດ້​ອອກ​ໄປ​ອີກ​ເພື່ອ​ປະ​ກາດ​ພຣະ​ຄຳ, ແລະ ພວກ​ເຂົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ອອກ​ຈາກ​ຄຸກ​ເປັນ​ເທື່ອ​ທຳ​ອິດ​ເຊັ່ນ​ນີ້; ແລະ ພວກ​ເຂົາ​ໄດ້​ຮັບ​ທຸກ​ແບບ​ນີ້.

16 ແລະ ພວກ​ເຂົາ​ໄດ້​ອອກ​ໄປ​ບ່ອນ​ໃດ​ກໍ​ຕາມ ສຸດ​ແລ້ວ​ແຕ່ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ, ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ທຳ​ມະ​ສາ​ລາ​ທຸກ​ແຫ່ງ​ຂອງ​ຊາວ​ອາມາ​ລະໄຄ, ຫລື ໃນ​ບ່ອນ​ຊຸມ​ນຸມ​ທຸກ​ແຫ່ງ​ຂອງ​ຊາວ​ເລມັນ​ທີ່​ພວກ​ເຂົາ​ສາ​ມາດ​ເຂົ້າ​ໄປ​ໄດ້.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ​ປະທານ​ພອນ​ໃຫ້​ແກ່​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຊັກ​ນຳ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເປັນ​ຢ່າງ​ຫລວງ​ຫລາຍ ສຳ​ນຶກ​ເຖິງ​ບາບ​ຂອງ​ພວກ​ເຂົາ, ແລະ ເຖິງ​ເລື່ອງ​ຮີດ​ຄອງ​ປະ​ເພ​ນີ​ອັນ​ບໍ່​ຖືກ​ຕ້ອງ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳໂມນ​ກັບ​ລາ​ໂມ​ໄນ​ໄດ້​ອອກ​ຈາກ​ແຜ່ນ​ດິນ​ມິດ​ໂດ​ໄນ​ໄປ​ຫາ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ, ຊຶ່ງ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເພິ່ນ.

19 ແລະ ກະສັດ​ລາ​ໂມ​ໄນ​ບໍ່​ຍອມ​ໃຫ້​ອຳໂມນ​ຮັບ​ໃຊ້, ຫລື ເປັນ​ຂ້າ​ໃຊ້​ຂອງ​ເພິ່ນ​ອີກ​ຕໍ່​ໄປ.

20 ແຕ່​ເພິ່ນ​ໄດ້​ສັ່ງ​ໃຫ້​ສ້າງ​ທຳ​ມະ​ສາ​ລາ​ຂຶ້ນ​ໃນ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ; ແລະ ເພິ່ນ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ ຫລື ຜູ້​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ເພິ່ນ​ມາ​ຊຸມ​ນຸມ​ກັນ.

21 ແລະ ເພິ່ນ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ​ກັບ​ຜູ້​ຄົນ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ​ຫລາຍ​ເລື່ອງ. ແລະ ເພິ່ນ​ໄດ້​ປະ​ກາດ​ແກ່​ຜູ້​ຄົນ​ວ່າ, ພວກ​ເຂົາ​ຢູ່​ພາຍ​ໃຕ້​ອຳນາດ​ຂອງ​ເພິ່ນ, ແລະ ວ່າ​ພວກ​ເຂົາ​ເປັນ​ອິດສະ​ລະ​ແລ້ວ, ວ່າ​ພວກ​ເຂົາ​ມີ​ອິດສະ​ລະ​ຈາກ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຂອງ​ກະສັດ​ຜູ້​ເປັນ​ບິດາ​ຂອງ​ເພິ່ນ; ເພາະ​ບິດາ​ຂອງ​ເພິ່ນ​ໄດ້​ອະ​ນຸ​ຍາດ​ໃຫ້​ເພິ່ນ​ປົກ​ຄອງ​ດູ​ແລ​ຜູ້​ຄົນ​ທີ່​ຢູ່​ໃນ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ, ແລະ ໃນ​ແຜ່ນ​ດິນ​ທັງ​ໝົດ​ອ້ອມ​ແອ້ມ​ນັ້ນ.

22 ແລະ ເພິ່ນ​ໄດ້​ປະ​ກາດ​ແກ່​ຜູ້​ຄົນ​ອີກ​ວ່າ ພວກ​ເຂົາ​ມີ​ສິດ ເສ​ລີ​ພາບ​ໃນ​ການ​ນະມັດ​ສະການ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ແລ້ວ​ແຕ່​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ, ໃນ​ສະຖານ​ທີ່​ບ່ອນ​ໃດ​ກໍ​ຕາມ​ແລ້ວ​ແຕ່​ທີ່​ພວກ​ເຂົາ​ຢູ່, ຖ້າ​ຫາກ​ມັນ​ຢູ່​ໃນ​ແຜ່ນ​ດິນ​ຊຶ່ງ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ກະສັດ​ລາ​ໂມ​ໄນ.

23 ແລະ ອຳໂມນ​ໄດ້​ສັ່ງ​ສອນ​ຜູ້​ຄົນ​ຂອງ​ກະສັດ​ລາ​ໂມ​ໄນ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ສິດ​ສອນ​ທຸກໆ​ເລື່ອງ​ເຖິງ​ສິ່ງ​ທີ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ ແລະ ລາວ​ໄດ້​ແນະນຳ​ພວກ​ເຂົາ​ທຸກໆ​ມື້​ດ້ວຍ​ຄວາມ​ພາກ​ພຽນ, ແລະ ພວກ​ເຂົາ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ຄຳ​ເວົ້າ​ຂອງ​ລາວ ແລະ ພວກ​ເຂົາ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.