ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ບົດ​ທີ 22

ອາ​ໂຣນ​ສິດສອນ​ບິດາ​ຂອງ​ລາ​ໂມ​ໄນ​ກ່ຽວ​ກັບ​ການ​ສ້າງ, ການ​ຕົກ​ຂອງ​ອາ​ດາມ, ແລະ ແຜນ​ແຫ່ງ​ການ​ໄຖ່​ໂດຍ​ຜ່ານ​ພຣະ​ຄຣິດ—ກະສັດ​ລາ​ໂມ​ໄນ ແລະ ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ—ການ​ອະທິບາຍ​ກ່ຽວ​ກັບ​ແຜ່ນ​ດິນ​ທີ່​ແບ່ງ​ແຍກ​ລະຫວ່າງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ. ປະມານ 90–77 ປີ ກ່ອນ ຄ.ສ.

 ບັດ​ນີ້, ໃນ​ຂະນະ​ທີ່​ອຳ​ໂມນ​ກຳລັງ​ສິດສອນ​ຜູ້ຄົນ​ຂອງ​ລາ​ໂມ​ໄນ​ເປັນ​ປະຈຳ​ຢູ່​ນັ້ນ, ພວກ​ເຮົາ​ຈະ​ກັບ​ໄປ​ເວົ້າ​ເຖິງ​ເລື່ອງ​ລາວ​ຂອງ​ອາ​ໂຣນ ແລະ ອ້າຍ​ນ້ອງ​ຂອງ​ລາວ; ເພາະ​ວ່າ​ຫລັງ​ຈາກ​ລາວ​ໄດ້​ອອກ​ຈາກ​ແຜ່ນດິນ​ມິດ​ໂດ​ໄນ​ໄປ​ແລ້ວ ລາວ​ໄດ້​ຖືກ​ພຣະ​ວິນ​ຍານ​ຊົງ​ນຳ​ໄປ​ຫາ​ແຜ່ນດິນ​ນີ​ໄຟ, ຈົນ​ໄປ​ເຖິງ​ລາຊາ​ວັງ​ຂອງ​ກະສັດ ຊຶ່ງ​ເປັນ​ຜູ້​ປົກຄອງ​ທົ່ວ​ແຜ່ນດິນ ຍົກ​ເວັ້ນ​ແຕ່​ແຜ່ນດິນ​ອິດ​ຊະ​ມາ​ເອນ​ເທົ່າ​ນັ້ນ; ແລະ ເພິ່ນ​ຄື​ບິດາ​ຂອງ​ລາ​ໂມ​ໄນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ລາວ​ໄດ້​ເຂົ້າ​ໄປ​ໃນ​ວັງ​ຂອງ​ກະສັດ ແລະ ກົ້ມຫົວ​ລົງ​ຕໍ່ໜ້າ​ຂອງ​ກະສັດ, ແລະ ກ່າວ​ກັບ​ເພິ່ນ​ວ່າ: ຈົ່ງ​ເບິ່ງ, ໂອ້ ກະສັດ​ເອີຍ ພວກ​ຂ້ານ້ອຍ​ເປັນ​ອ້າຍ​ນ້ອງ​ຂອງ​ອຳ​ໂມນ, ຜູ້​ທີ່​ທ່ານ​ໄດ້​ປົດ​ປ່ອຍ​ອອກ​ຈາກ​ຄຸກ​ນັ້ນ.

 ບັດ​ນີ້, ກະສັດ​ເອີຍ ເມື່ອ​ທ່ານ​ໄວ້​ຊີວິດ​ຂອງ​ພວກ​ຂ້ານ້ອຍ, ແລ້ວ​ພວກ​ຂ້ານ້ອຍ​ຈະ​ຍອມ​ເປັນ​ຂ້າ​ໃຊ້​ຂອງ​ທ່ານ. ແລະ ກະສັດ​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ລຸກຂຶ້ນ​ເຖີດ, ເພາະວ່າ​ຂ້າພະ​ເຈົ້າ​ໄວ້​ຊີວິດ​ຂອງ​ພວກ​ເຈົ້າ​ແລ້ວ, ແລະ ຂ້າພະ​ເຈົ້າຈະ​ບໍ່​ຍອມ​ໃຫ້​ພວກ​ເຈົ້າ​ເປັນ​ຂ້າ​ໃຊ້​ຂອງ​ຂ້າພະ​ເຈົ້າ; ແຕ່​ຂ້າພະ​ເຈົ້າຈະ​ຂໍ​ຮ້ອງ​ໃຫ້​ພວກ​ເຈົ້າປະຕິບັດ​ສາດສະໜາ​ກິດ​ແກ່​ຂ້າພະ​ເຈົ້າ ເພາະ​ຂ້າພະ​ເຈົ້າ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ຈິດ​ໃຈ​ບາງ​ຢ່າງ ຍ້ອນ​ວ່າ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່ ແລະ ຄວາມ​ຍິ່ງ​ໃຫຍ່​ຂອງ​ຄຳ​ເວົ້າ​ຂອງ​ອຳ​ໂມນ ອ້າຍ​ຂອງ​ພວກ​ເຈົ້າ; ແລະ ຂ້າພະ​ເຈົ້າ​ປາ​ຖະໜາ​ຢາກ​ຮູ້​ສາ​ເຫດ​ວ່າ​ເປັນ​ດ້ວຍ​ເຫດ​ໃດ ລາວ​ຈຶ່ງ​ບໍ່​ໄດ້​ຂຶ້ນມາ​ຈາກ​ມິດ​ໂດ​ໄນ​ພ້ອມ​ກັບ​ພວກ​ເຈົ້າ.

 ແລະ ອາ​ໂຣນ​ກ່າວ​ກັບ​ກະສັດ​ວ່າ: ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ລາວໃຫ້​ໄປ​ທາງ​ອື່ນ; ລາວ​ໄດ້​ໄປ​ຫາ​ແຜ່ນດິນ​ອິດ​ຊະ​ມາ​ເອນ, ເພື່ອ​ສິດສອນ​ຜູ້ຄົນ​ຂອງທ່ານ​ລາ​ໂມ​ໄນ.

 ບັດ​ນີ້ກະສັດ​ກ່າວ​ກັບ​ພວກ​ເຂົາ​ວ່າ: ແມ່ນ​ອັນ​ໃດ​ທີ່​ພວກ​ເຈົ້າ​ເວົ້າກ່ຽວ​ກັບ​ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ? ຈົ່ງ​ເບິ່ງ, ນີ້​ຄື​ເລື່ອງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ຫຍຸ້ງຍາກ​ໃນ​ຈິດ​ໃຈ.

 ແລະ ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ອຳ​ໂມນ​ເວົ້າວ່າ—ຖ້າ​ຫາກ​ທ່ານ​ກັບ​ໃຈ​ແລ້ວ ທ່ານ​ຈະ​ລອດ, ແລະ ຖ້າ​ຫາກ​ທ່ານ​ບໍ່​ກັບ​ໃຈ​ແລ້ວ, ທ່ານ​ຈະ​ຖືກ​ປະ​ຖິ້ມ​ໃນ​ວັນ​ສຸດ​ທ້າຍ?

 ແລະ ອາ​ໂຣນ​ໄດ້​ຕອບ ແລະ ກ່າວ​ກັບ​ເພິ່ນ​ວ່າ: ທ່ານ​ເຊື່ອ​ບໍວ່າ​ມີ​ພຣະ​ເຈົ້າ? ແລະ ກະສັດ​ຕອບ​ວ່າ: ຂ້າພະ​ເຈົ້າຮູ້​ວ່າ ຊາວ​ອາ​ມາ​ລະ​ໄຄ​ເວົ້າວ່າ ມີ​ພຣະ​ເຈົ້າ, ແລະ ຂ້າພະ​ເຈົ້າກໍ​ໄດ້​ອະນຸຍາດ​ໃຫ້​ພວກ​ເຂົາ​ສ້າງບ່ອນ​ລີ້​ໄພ ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຊຸມນຸມ​ກັນ ເພື່ອ​ນະມັດສະການ​ພຣະ​ອົງ. ແລະ ບັດ​ນີ້ຖ້າ​ຫາກ​ເຈົ້າ​ເວົ້າວ່າ ມີ​ພຣະ​ເຈົ້າ​ແລ້ວ, ຈົ່ງ​ເບິ່ງ ຂ້າພະ​ເຈົ້າກໍ​ຈະ​ເຊື່ອ.

 ແລະ ບັດ​ນີ້​ເມື່ອ​ອາ​ໂຣນ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ, ໃຈ​ຂອງ​ລາວ​ກໍ​ເລີ່ມ​ປິ​ຕິ​ຍິນ​ດີ, ແລະ ກ່າວ​ວ່າ: ຈົ່ງ​ເບິ່ງ, ແນ່ນອນ​ທີ່​ສຸດ​ຄື​ກັນ​ກັບ​ທ່ານ​ມີ​ຊີວິດ​ຢູ່​ສັນ​ໃດ, ໂອ້ ກະສັດ​ເອີຍ ພຣະ​ເຈົ້າກໍ​ມີ​ຢູ່​ສັນນັ້ນ.

 ແລະ ກະສັດ​ຖາມ​ວ່າ: ພຣະ​ເຈົ້າຄື​ວິນ​ຍານ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ໄດ້​ນຳພາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ອອກ​ມາຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ​ນັ້ນບໍ?

 10 ແລະ ອາ​ໂຣນ​ກ່າວ​ກັບ​ເພິ່ນ​ວ່າ: ແມ່ນ​ແລ້ວ, ພຣະ​ອົງ​ຄື​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ອົງ​ນັ້ນ, ແລະ ພຣະ​ອົງ​ໄດ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນ​ໂລກ. ທ່ານ​ເຊື່ອ​ເລື່ອງ​ນີ້​ບໍ?

 11 ແລະ ເພິ່ນກ່າວ​ວ່າ: ເຊື່ອ​ແລ້ວ, ຂ້າພະ​ເຈົ້າ​ເຊື່ອ​ວ່າ ວິນ​ຍານ​ທີ່​ຍິ່ງ​ໃຫຍ່ອົງນັ້ນ​ໄດ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ ແລະ ຂ້າພະ​ເຈົ້າ​ປາ​ຖະໜາ​ຢາກ​ໃຫ້​ເຈົ້າບອກ​ຂ້າພະ​ເຈົ້າ​ອີກ​ກ່ຽວ​ກັບ​ເລື່ອງ​ທັງ​ໝົດ​ນີ້ ເພື່ອ​ຂ້າພະ​ເຈົ້າ​ຈະ​ເຊື່ອ​ໃນ​ຄຳ​ເວົ້າຂອງ​ເຈົ້າ.

 12 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ອາ​ໂຣນ​ເຫັນ​ວ່າ​ກະສັດ​ເຊື່ອ​ໃນ​ຄຳ​ເວົ້າຂອງ​ລາວ​ແລ້ວ, ລາວ​ຈຶ່ງ​ເລີ່ມ​ຕົ້ນ​ຕັ້ງ​ແຕ່​ການ​ສ້າງ​ຂອງ​ອາ​ດາມ, ໂດຍ​ອ່ານ​ພຣະ​ຄຳ​ພີ​ໃຫ້​ກະສັດ​ຟັງ​ວ່າ ພຣະ​ເຈົ້າ​ໄດ້​ສ້າງ​ມະ​ນຸດ​ຕາມ​ຮູບ​ຮ່າງລັກສະນະ​ຂອງ​ພຣະ​ອົງ​ເອງ, ແລະ​ວ່າ​ພຣະ​ເຈົ້າ​ໄດ້​ປະທານ​ພຣະ​ບັນຍັດ​ຂອງ​ພຣະ​ອົງ​ໃຫ້​ແກ່​ລາວ, ແລະ ຍ້ອນ​ການ​ລ່ວງ​ລະ​ເມີດ​ນັ້ນ ມະນຸດ​ຈຶ່ງ​ຕົກ.

 13 ແລະ ອາ​ໂຣນ​ໄດ້​ຊີ້​ແຈງ​ພຣະ​ຄຳ​ພີ​ໃຫ້​ຟັງ​ຕັ້ງ​ແຕ່​ການ​ສ້າງ​ອາ​ດາມ​ໂດຍ​ບັນ​ລະ​ຍາຍ​ເຖິງ​ການ​ຕົກ​ຂອງ​ມະນຸດ​ໃຫ້​ເພິ່ນ​ຟັງ, ແລະ ສະພາບ​ແຫ່ງ​ກາມ​ມະ​ລົມ ແລະ ແຜນ​ແຫ່ງ​ການ​ໄຖ່​ນຳ​ອີກ, ຊຶ່ງຖືກ​ຕຽມ​ໄວ້​ໂດຍ​ທາງ​ພຣະ​ຄຣິດນັບ​ຕັ້ງ​ແຕ່​ການວາງ​ຮາກ​ຖານ​ຂອງ​ໂລກ​ສຳລັບ​ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

 14 ແລະ ເນື່ອງ​ຈາກ​ວ່າ​ມະນຸດ​ຕົກ ເຂົາ​ຈຶ່ງ​ບໍ່​ມີ​ຫຍັງ​ມາດ້ວຍ​ຕົວ​ເອງ; ແຕ່​ຄວາມທຸກ​ທໍລະມານ ແລະ ການສິ້ນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ມະນຸດ ໂດຍ​ການ​ມີ​ສັດທາ ແລະ ການ​ກັບ​ໃຈ ແລະ ອື່ນໆ ແລະວ່າ​ພຣະ​ອົງ​ເຮັດ​ໃຫ້​ສາຍຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ, ເພື່ອ​ວ່າ​ຫລຸມ​ຝັງ​ສົບ​ຈະ​ບໍ່​ມີ​ໄຊຊະນະ, ແລະ ຄວາມ​ເຈັບ​ປວດ​ແຫ່ງ​ຄວາມຕາຍ​ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ຫວັງ​ແຫ່ງ​ລັດ​ສະໝີ​ພາບ; ແລະ ອາ​ໂຣນ​ໄດ້​ອະທິບາຍ​ເລື່ອງ​ທັງ​ໝົດ​ນີ້​ຕໍ່​ກະສັດ.

 15 ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ຫລັງ​ຈາກ​ອາ​ໂຣນ​ໄດ້​ອະທິບາຍ​ເລື່ອງ​ເຫລົ່າ​ນີ້​ຕໍ່​ເພິ່ນ​ແລ້ວ, ກະສັດ​ໄດ້​ເວົ້າ​ວ່າ: ຂ້າພະເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຂ້າພະ​ເຈົ້າຈະ​ມີ​ຊີວິດ​ນິລັນດອນ ຊຶ່ງ​ເຈົ້າ​ໄດ້​ເວົ້າ​ມາ​ນັ້ນ? ແທ້​ຈິງ​ແລ້ວ, ຂ້າພະ​ເ​ຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ໄດ້​ເກີດ​ຈາກ​ພຣະ​ເຈົ້າ, ໂດຍ​ຂຸດ​ເອົາ​ຮາກ​ຂອງ​ວິນ​ຍານ​ຊົ່ວ​ນີ້​ອອກ​ຈາກ​ໜ້າ​ເອິກ​ຂອງ​ຂ້າພະເຈົ້າ, ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ເພື່ອ​ຂ້າພະ​ຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ບໍ່​ໄດ້​ຖືກ​ປະ​ຖິ້ມ​ໃນ​ວັນ​ສຸດ​ທ້າຍ? ຈົ່ງ​ເບິ່ງ, ກະສັດ​ໄດ້​ເວົ້າ​ວ່າ ຂ້າພະເຈົ້າ​ຈະ​ສະລະ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຂ້າພະເຈົ້າ​ເປັນ​ເຈົ້າ​ຂອງ, ແທ້​ຈິງ​ແລ້ວ, ຂ້າພະເຈົ້າ​ຈະ​ປະ​ຖິ້ມ​ລາຊາ​ອານາຈັກ​ຂອງ​ຂ້າພະເຈົ້າ, ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຜາ​ສຸກ​ອັນ​ຍິ່ງ​ໃຫຍ່​ນີ້.

 16 ແຕ່​ອາ​ໂຣນ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ: ຖ້າ​ຫາ​ກວ່າ​ທ່ານ​ປາ​ຖະ​ໜາ​ສິ່ງ​ເຫລົ່າ​ນີ້ ກໍ​ຂໍ​ໃຫ້​ທ່ານ​ກົ້ມ​ຂາບ​ລົງ​ຕໍ່​ພຣະ​ພັກຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ຂໍ​ໃຫ້​ທ່ານ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ທ່ານ, ແລະ ໃຫ້​ກົ້ມ​ຂາບ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ​ໃນ​ສັດທາ, ໂດຍ​ເຊື່ອ​ວ່າ​ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ, ແລ້ວ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ຫວັງ​ຕາມ​ຄວາມ​ປາ​ຖະ​ໜາ.

 17 ແລະ ເຫດ​ການ​ໄດ້​ບັງເກີດ​ຂຶ້ນ​ຄື ເມື່ອ​ອາ​ໂຣນ​ໄດ້​ເວົ້າ​ຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ກະສັດ​ກໍ​ໄດ້​ຄຸເຂົ່າ​ກົ້ມ​ຂາບ​ລົງ ຕໍ່​ພຣະ​ພັກ​ຂອງ​ພຣະຜູ້ເປັນເຈົ້າ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ຂາບ​ຕົວ​ລົງ​ຈົນ​ເຖິງ​ພື້ນ​ດິນ, ແລະ ສົ່ງ​ສຽງ​ຈົນ​ສຸດ​ກຳລັງ, ກ່າວ​ວ່າ:

 18 ໂອ້ ພຣະ​ອົງ​ເຈົ້າ, ອາ​ໂຣນ​ໄດ້​ບອກ​ຂ້ານ້ອຍ​ວ່າ​ມີ​ພຣະ​ເຈົ້າ; ແລະ ຖ້າ​ຫາ​ກວ່າ​ມີ​ພຣະ​ເຈົ້າ​ແທ້ໆ ແລະ ຖ້າ​ຫາ​ກວ່າ​ພຣະ​ອົງ​ເປັນ​ເຈົ້າ, ແລ້ວ​ຂໍ​ຈົ່ງ​ໂປດ​ສະ​ແດງ​ໃຫ້​ຂ້ານ້ອຍ​ຮູ້ຈັກ​ດ້ວຍ​ເຖີດ, ແລະ ຂ້າ​ນ້ອຍ​ຈະ​ປະ​ຖິ້ມ​ບາບ​ຂອງ​ຂ້ານ້ອຍ​ທັງ​ໝົດ​ເພື່ອ​ຈະ​ໄດ້​ຮູ້ຈັກ​ພຣະ​ອົງ, ແລະ ເພື່ອ​ຂ້ານ້ອຍ​ຈະ​ຖືກ​ຍົກ​ຂຶ້ນ​ຈາກ​ຄວາມ​ຕາຍ, ແລະ ເພື່ອ​ຈະ​ລອດ​ໃນ​ວັນ​ສຸດ​ທ້າຍ. ແລະ ບັດ​ນີ້ເມື່ອ​ກະສັດ​ໄດ້​ກ່າວ​ຂໍ້ຄວາມ​ນີ້​ແລ້ວ, ເພິ່ນ​ກໍ​ໝົດ​ສະຕິ​ໄປ​ຄື​ກັບ​ຕາຍ.

 19 ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ພວກ​ຂ້າ​ໃຊ້​ຂອງ​ເພິ່ນ​ໄດ້​ແລ່ນ​ໄປ​ບອກ​ລາຊິນີໃຫ້​ຮູ້​ເຖິງ​ເລື່ອງ​ທັງ​ໝົດ​ທີ່​ໄດ້​ເກີດ​ກັບ​ກະສັດ. ແລະ ນາງ​ກໍ​ໄດ້​ມາ​ຫາ​ກະສັດ; ແລະ ເມື່ອ​ເຫັນ​ວ່າ​ເພິ່ນ​ນອນ​ຢູ່​ຄື​ກັບ​ຕາຍ​ແລ້ວ, ແລະ ອາ​ໂຣນ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ກໍ​ຢືນ​ຢູ່​ທີ່​ນັ້ນ​ຄື​ກັບ​ວ່າ​ພວກ​ເຂົາ​ເປັນ​ສາເຫດ​ຂອງ​ການ​ລົ້ມ​ລົງ​ຂອງ​ເພິ່ນ, ນາງ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ພວກ​ເຂົາ, ແລະ ໄດ້​ສັ່ງ​ພວກ​ຂ້າ​ໃຊ້​ຂອງ​ຕົນ, ຫລື ພວກ​ຂ້າ​ໃຊ້​ຂອງ​ກະສັດ​ໃຫ້​ເອົາ​ອາ​ໂຣນ ແລະ​ອ້າຍ​ນ້ອງ​ຂອງ​ລາວ​ໄປ​ຂ້າ​ຖິ້ມ​ເສຍ.

 20 ບັດ​ນີ້​ພວກ​ຂ້າ​ໃຊ້​ໄດ້​ເຫັນ​ສາ​ເຫດ​ຂອງ​ການ​ລົ້ມ​ລົງ​ຂອງ​ກະສັດ, ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ກ້າ​ທີ່​ຈະ​ຈັບ​ອາ​ໂຣນ ແລະ ອ້າຍ​ນ້ອງ​ຂອງ​ລາວ; ແລະ ພວກ​ເຂົາ​ໄດ້​ວິງ​ວອນລາຊິນີວ່າ: ດ້ວຍ​ເຫດ​ໃດ ທ່ານ​ຈຶ່ງ​ສັ່ງ​ໃຫ້​ພວກ​ຂ້ານ້ອຍຂ້າ​ຄົນ​ເຫລົ່າ​ນີ້ ໃນ​ເມື່ອ​ຄົນ​ຜູ້​ໜຶ່ງ​ຂອງ​ພວກ​ເຂົາ​ແຂງແຮງ​ກວ່າ​ພວກ​ເຮົາ​ທັງ​ໝົດ? ດັ່ງນັ້ນ ພວກ​ເຮົາ​ກໍ​ຈະ​ລົ້ມ​ລົງ​ຢູ່​ຕໍ່ໜ້າ​ພວກ​ເຂົາ.

 21 ບັດ​ນີ້ເມື່ອລາຊິນີ​​ເຫັນ​ຄວາມ​ຢ້ານ​ກົວ​ຂອງ​ພວກ​ຂ້າ​ໃຊ້ ນາງ​ກໍ​ເລີ່ມ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ຂຶ້ນ, ຢ້ານ​ວ່າ​ສິ່ງ​ບໍ່​ດີ​ຈະ​ເກີດ​ກັບ​ນາງ. ແລະ ນາງ​ຈຶ່ງ​ໄດ້​ສັ່ງ​ໃຫ້​ພວກ​ຂ້າ​ໃຊ້​ຂອງ​ຕົນ​ໄປ​ເອີ້ນ​ໃຫ້​ຜູ້ຄົນ​ມາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຂ້າ​ອາ​ໂຣນ​ພ້ອມ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ເສຍ.

 22 ບັດ​ນີ້ເມື່ອ​ອາ​ໂຣນ​ເຫັນ​ຄວາມ​ຕັ້ງ​ໃຈ​ຂອງ​ລາຊິນີ, ໂດຍ​ຮູ້ຈັກ​ຄວາມ​ແຂງ​ກະດ້າງ​ຂອງ​ໃຈ​ຂອງ​ຜູ້ຄົນ​ນຳ​ອີກ, ຈຶ່ງ​ຢ້ານ​ວ່າ​ຝູງ​ຊົນ​ຈະ​ມາ​ຊຸມນຸມ​ກັນ ແລະ ຈະ​ມີ​ການ​ຂັດ​ແຍ້ງ​ກັນ​ຢ່າງ​ໃຫຍ່​ຫລວງ, ແລະ ຈະ​ມີ​ເລື່ອງ​ຫຍຸ້ງຍາກ​ໃນ​ບັນ​ດາ​ພວກ​ເຂົາ; ດັ່ງນັ້ນ ລາວ​ຈຶ່ງ​ເດ່​ມື​ອອກ​ໄປ​ຍົກ​ເອົາ​ກະສັດ​ຂຶ້ນ​ຈາກ​ພື້ນ​ດິນ, ແລະ ກ່າວ​ກັບ​ເພິ່ນ​ວ່າ: ຈົ່ງ​ຢືນ​ຂຶ້ນ​ເຖີດ, ແລະ ເພິ່ນ​ກໍ​ໄດ້​ລຸກ​ຢືນ​ຂຶ້ນ​ດ້ວຍ​ຕົວ​ເອງ.

 23 ບັດ​ນີ້​ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ລາຊິນີ ແລະ ພວກ​ຂ້າ​ໃຊ້​ຫລາຍ​ຄົນ​ຢູ່​ນຳ. ແລະ ເມື່ອ​ພວກ​ເຂົາ​ໄດ້​ເຫັນ​ເຫດ​ການ​ນີ້, ພວກ​ເຂົາ​ກໍ​ແປກ​ປະຫລາດ​ໃຈ​ຫລາຍ ແລະ ເລີ່ມ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ຂຶ້ນ. ແລະ ກະສັດ​ໄດ້​ກ້າວ​ອອກ​ໄປ ແລະ ເລີ່ມ​ປະຕິບັດ​ສາດສະໜາ​ກິດ​ແກ່​ຄົນ​ເຫລົ່າ​ນັ້ນ. ແລະ ເພິ່ນ​ໄດ້​ປະຕິບັດ​ສາດສະໜາ​ກິດ​ແກ່​ພວກ​ເຂົາ, ເຖິງ​ຂະໜາດ​ທີ່​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ​ທັງ​ໝົດ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້ເປັນເຈົ້າ.

 24 ບັດ​ນີ້ຜູ້ຄົນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢ່າງ​ຫລວງຫລາຍ​ເພາະ​ເປັນ​ຄຳ​ສັ່ງ​ຂອງ​ລາຊິນີ ແລະ ເລີ່ມ​ມີ​ການ​ຈົ່ມ​ວ່າ​ເກີດ​ຂຶ້ນ​ໃນ​ບັນດາ​ພວກ​ເຂົາເພາະ​ອາ​ໂຣນ ແລະ ອ້າຍ​ນ້ອງ​ຂອງ​ລາວ.

 25 ແຕ່​ວ່າ​ກະສັດ​ໄດ້​ກ້າວ​ອອກ​ໄປ​ໃນ​ບັນດາ​ພວກ​ເຂົາ ແລະ ປະຕິບັດ​ສາດສະ​ໜາ​ກິດ​ແກ່​ພວກ​ເຂົາ. ແລະ ພວກ​ເຂົາ​ຈຶ່ງ​ໄດ້​ສະຫງົບ​ລົງ​ຕໍ່ໜ້າ​ອາ​ໂຣນ ແລະ ຜູ້​ທີ່​ຢູ່​ກັບ​ລາວ.

 26 ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ເມື່ອ​ກະສັດ​ເຫັນ​ວ່າ​ຜູ້ຄົນ​ສະຫງົບ​ລົງ​ແລ້ວ, ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ອາ​ໂຣນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ກ້າວ​ອອກ​ໄປ​ຢູ່​ທ່າມກາງ​ຝູງ​ຊົນ ແລະ ໃຫ້​ອາ​ໂຣນ​ສິດສອນ​ພຣະ​ຄຳ​ແກ່​ພວກ​ເຂົາ.

 27 ແລະ ເຫດ​ການ​ໄດ້​ບັງເກີດ​ຂຶ້ນ​ຄື ກະສັດ​ໄດ້​ສົ່ງ​ສານ​ປະກາດ​ໄປ​ທົ່ວ​ແຜ່ນດິນ, ໄປ​ຫາ​ບັນດາ​ຜູ້ຄົນ​ທັງ​ໝົດ​ຂອງ​ເພິ່ນ, ຊຶ່ງ​ຢູ່​ທົ່ວ​ແຜ່ນດິນ​ຂອງ​ເພິ່ນ ຊຶ່ງ​ຢູ່​ຕາມ​ພາກ​ພື້ນ​ຕ່າງໆ​ໂດຍ​ອ້ອມ​ຮອບ, ຊຶ່ງ​ຢູ່​ໃນ​ຊາຍ​ແດນ ຈົນ​ເຖິງ​ທະເລ​ທາງ​ຕາເວັນອອກ, ແລະ ທາງ​ຕາເວັນຕົກ, ແລະ ຊຶ່ງ​ຖືກ​ແບ່ງ​ແຍກ​ອອກ​ຈາກ​ເຊ​ລາ​ເຮັມ​ລາ​ໂດຍ​ເສັ້ນ​ແຄບໆ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ, ຊຶ່ງ​ເລີ່ມ​ຈາກ​ທະເລ​ທາງ​ຕາເວັນອອກ ຈົນ​ເຖິງ​ທະເລ​ທາງ​ຕາເວັນຕົກ, ແລະ ອ້ອມ​ຮອບ​ຊາຍ​ຝັ່ງ​ທະເລ, ແລະ ຊາຍ​ແດນ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ຢູ່​ທາງ​ເໜືອ​ໃກ້​ແຜ່ນດິນ​ເຊ​ລາ​ເຮັມ​ລາ, ຜ່ານ​ຊາຍ​ແດນ​ແມນ​ທາຍ, ໃກ້ໆ​ກັບ​ຫົວ​ແມ່ນ້ຳ​ຊີ​ໂດນ, ຊຶ່ງ​ໄຫລ​ຈາກ​ທາງຕາເວັນອອກ​ໄປ​ຫາ​ທາງຕາເວັນຕົກ—ແລະ ນີ້​ຄື​ການ​ແບ່ງ​ແຍກ​ຂອງ​ຊາວ​ເລ​ມັນ​ກັບ​ຊາວ​ນີ​ໄຟ.

 28 ບັດ​ນີ້, ຊາວ​ເລ​ມັນ​ຜູ້​ທີ່​ຂີ້ຄ້ານ​ມັກງ່າຍ​ອາ​ໄສ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ, ແລະ ຢູ່​ໃນ​ຜ້າ​ເຕັ້ນ; ແລະ ແຜ່​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ທາງ​ຕາ​ເວັນ​ຕົກ, ໃນ​ແ​ຜ່ນດິນ​ນີ​ໄຟ; ແທ້​ຈິງ​ແລ້ວ, ແລະ ທາງ​ຕາ​ເວັນ​ຕົກ​ຂອງ​ແຜ່ນດິນ​ເຊ​ລາ​ເຮັມລາ​ນຳ​ອີກ, ໃນ​ຊາຍ​ແດນ​ໃກ້​ຝັ່ງ​ທະ​ເລ, ແລະ ທາງ​ຕາ​ເວັນ​ຕົກ​ໃນ​ແຜ່ນດິນ​ນີ​ໄຟ, ອັນ​ເປັນ​ມູນ​ມໍລະ​ດົກ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຂົາ, ແລະ ຢູ່​ໃນ​ຊາຍ​ແດນ​ໃກ້​ຝັ່ງ​ທະ​ເລ​ດັ່ງນັ້ນ.

 29 ແລະ ມີ​ຊາວ​ເລ​ມັນ​ເປັນ​ຈຳນວນ​ຫລວງ​ຫລາຍ​ອາ​ໄສ​ຢູ່​ທາງ​ຕາ​ເວັນ​ອອກ​ໃກ້​ຝັ່ງ​ທະ​ເລ​ດັ່ງນັ້ນ, ຊຶ່ງ​ບ່ອນ​ນັ້ນ​ຊາວ​ນີ​ໄຟ​ໄດ້​ຂັບ​ໄລ່​ພວກ​ເຂົາ​ໜີ​ໄປ. ແລະ ຊາວ​ນີ​ໄຟ​ເກືອບ​ຈະ​ຕົກ​ໄປ​ຢູ່​ໃນ​ວົງ​ລ້ອມ​ຂອງ​ຊາວ​ເລ​ມັນ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຊາວ​ນີ​ໄຟ​ຍັງ​ເຂົ້າ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ທາງ​ເໜືອ​ທັງ​ໝົດ​ທີ່​ຢູ່​ໃກ້​ຊາຍ​ແດນ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ທີ່​ຫົວ​ແມ່ນ້ຳ​ຊີ​ໂດນ, ຈາກ​ທາງ​ຕາ​ເວັນ​ອອກ​ໄປ​ຫາ​ທາງຕາ​ເວັນ​ຕົກ, ໂດຍ​ອ້ອມ​ຮອບ​ທາງ​ດ້ານ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ທາງ​ເໜືອ, ຈົນກະທັ້ງ​ພວກ​ເຂົາ​ມາ​ເຖິງ​ແຜ່ນດິນ ຊຶ່ງພວກ​ເຂົາ​ເອີ້ນ​ວ່າ​ແຜ່ນດິນ​ອຸດົມ​ສົມບູນ.

 30 ແລະ ມັນ​ມີ​ຊາຍ​ແດນ​ຕິດ​ກັບ​ແຜ່ນດິນ ຊຶ່ງພວກ​ເຂົາ​ເອີ້ນ​ວ່າ ແຜ່ນດິນ​ຮ້າງ, ຊຶ່ງມັນ​ຢູ່​ໄກ​ໄປ​ທາງ​ເໜືອ​ຈົນ​ໄປ​ເຖິງ​ແຜ່ນດິນ​ຊຶ່ງ​ເຄີຍ​ມີ​ຜູ້​ຄົນ​ອາ​ໄສ​ຢູ່ ແລະ ໄດ້​ຖືກ​ທຳລາຍ​ໄປ​ແລ້ວ, ຊຶ່ງພວກ​ເຮົາ​ໄດ້​ເວົ້າ​ເຖິງ​ກະດູກ​ຂອງ​ຄົນ​ພວກ​ນັ້ນ​ມາ​ແລ້ວ, ຊຶ່ງ​ເປັນ​ບ່ອນ​ທີ່​ຜູ້ຄົນ​ຂອງ​ເຊ​ລາ​ເຮັມລາຄົ້ນພົບ ແລະ ເປັນບ່ອນ​ທຳ​ອິດ​ທີ່​ພວກ​ເຂົາ​ມາ​ຮອດ.

 31 ແລະ ພວກ​ເຂົາ​ໄດ້​ຈາກ​ບ່ອນ​ນັ້ນ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານທາງ​ໃຕ້. ດັ່ງນັ້ນ ແຜ່ນດິນ​ທາງເ​ໜືອ​ຈຶ່ງ​ຖືກ​ເອີ້ນ​ວ່າ ແຜ່ນດິນ​ຮ້າງ, ແລະ ເອີ້ນ​ແຜ່ນດິນ​ທາງ​ໃຕ້​ວ່າ​ອຸດົມສົມບູນ, ເພາະ​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ທີ່​ເຕັມ​ໄປ​ດ້ວຍ​ສັດປ່າ​ທຸກ​ຊະນິດ, ຊຶ່ງ​ສັດ​ສ່ວນ​ໜຶ່ງ​ໄດ້​ມາ​ຈາກ​ແຜ່ນດິນ​ທາງ​ເໜືອ ເພື່ອ​ມາ​ຊອກ​ຫາ​ອາຫານ​ການ​ກິນ.

 32 ແລະ ບັດ​ນີ້, ມັນ​ຈະ​ໃຊ້​ເວລາ​ພຽງ​ແຕ່​ມື້​ເຄິ່ງ​ເທົ່າ​ນັ້ນສຳລັບ​ຊາວ​ນີ​ໄຟ​ທີ່​ຈະ​ເດີນທາງ​ໃນ​ຊາຍ​ແດນລະຫວ່າງ​ແຜ່ນດິນ​ອຸດົມ​ສົມບູນກັບ​ແຜ່ນດິນ​ຮ້າງ, ຈາກ​ທະ​ເລ​ທາງຕາ​ເວັນ​ອອກ​ໄປ​ຫາ​ທາງຕາ​ເວັນ​ຕົກ; ແລະ ແຜ່ນດິນ​ນີ​ໄຟ​ກັບ​ແຜ່ນດິນ​ເຊ​ລາ​ເຮັມລາ​ເກືອບ​ຈະ​ຖືກ​ປິດ​ລ້ອມ​ດ້ວຍ​ນ້ຳ, ເພາະ​ມີ​ແຜ່ນດິນ​ແຄບ​ເຂົ້າຄື​ກັນ​ກັບ​ຄື​ຢູ່​ລະຫວ່າງແຜ່ນດິນ​ທາງ​ເໜືອ​ກັບ​ແຜ່ນດິນ​ທາງ​ໃຕ້.

 33 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຊາວ​ນີ​ໄຟ​ໄດ້​ເປັນ​ເຈົ້າຂອງ​ແຜ່ນດິນ​ອຸດົມສົມບູນຈາກ​ທະ​ເລ​ທາງຕາ​ເວັນ​ອອກ​ຈົນ​ເຖິງ​ທະ​ເລ​ທາງຕາ​ເວັນ​ຕົກ, ແລະ ດັ່ງນັ້ນ ເພາະ​ຄວາມ​ສະຫລາດ​ຂອງ​ຊາວ​ນີ​ໄຟ, ພວກ​ເຂົາ​ພ້ອມ​ດ້ວຍ​ທະຫານ​ຍາມ ແລະ ກອງທັບ​ຂອງ​ພວກ​ເຂົາ​ຈຶ່ງ​ໄດ້​ປິດ​ລ້ອມ​ຊາວ​ເລ​ມັນ​ໄວ້​ຢູ່​ທາງໃຕ້ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ມາ​ເປັນ​ເຈົ້າຂອງ​ແຜ່ນດິນ​ທາງ​ເໜືອ, ແລະ ເພື່ອ​ຊາວ​ເລ​ມັນ​ຈະ​ບໍ່​ໄດ້​ມາ​ຢຽບຍ່ຳ​ແຜ່ນດິນ​ທາງ​ເໜືອ​ອີກ​ຕໍ່​ໄປ.

 34 ດັ່ງນັ້ນ ຊາວ​ເລ​ມັນ​ຈຶ່ງ​ບໍ່​ໄດ້​ເປັນ​ເຈົ້າຂອງ​ອີກ​ຕໍ່​ໄປ ນອກ​ຈາກ​ແຜ່ນດິນ​ນີ​ໄຟ ແລະ ຖິ່ນ​ແຫ້ງ​ແລ້ງ​ກັນດານ ໂດຍ​ອ້ອມ​ຮອບ​ເທົ່າ​ນັ້ນ. ບັດ​ນີ້ມັນ​ເປັນຄວາມ​ສະຫລາດ​ຂອງ​ຊາວ​ນີ​ໄຟ—ໃນ​ຖານະ​ທີ່​ຊາວ​ເລ​ມັນ​ເປັນ​ສັດຕູຕໍ່​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ບໍ່​ຍອມ​ທີ່​ຈະ​ທຸກ​ທໍລະມານໃນ​ທຸກ​ກໍລະນີ, ແລະ ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ບ່ອນຢູ່​ອາ​ໄສ ບ່ອນ​ທີ່ພວກ​ເຂົາ​ຈະ​ສາມາດ​ໜີ​ໄປ​ໄດ້, ຕາມ​ຄວາມ​ປະສົງ​ຂອງ​ພວກ​ເຂົາ.

 35 ແລະ ບັດ​ນີ້, ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ກ່າວ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ຈະຫັນ​ໄປ​ເວົ້າ​ເຖິງ​ເລື່ອງ​ລາວ​ຂອງ ອຳ​ໂມນ, ອາ​ໂຣນ, ອອມ​ເນີ ແລະ ຮິມ​ໄນ, ແລະ ອ້າ​ຍ​ນ້ອງ​ຂອງ​ພວກ​ເຂົາອີກ.