ພຣະ​ຄຳ​ພີ
ແອວມາ 24


ບົດ​ທີ 24

ຊາວ​ເລມັນ​ມາ​ຕໍ່​ສູ້​ກັບ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ—ຊາວ​ອານ​ໄທ-ນີໄຟ​-ລີໄຮ ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ ແລະ ເຫລົ່າ​ທູດ​ໄດ້​ມາ​ຢ້ຽມ​ຢາມ​ພວກ​ເຂົາ—ພວກ​ເຂົາ​ເລືອກ​ເອົາ​ຄວາມ​ຕາຍ​ແທນ​ທີ່​ຈະ​ປົກ​ປ້ອງ​ຕົນ​ເອງ—ຊາວ​ເລມັນ​ຫລາຍ​ຄົນ​ຕື່ມ​ອີກ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ປະ​ມານ 90–77 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ອາມາ​ລະໄຄ ແລະ ຊາວ​ອະ​ມິວ​ລອນ ແລະ ຊາວ​ເລມັນ​ທີ່​ຢູ່​ໃນ​ແຜ່ນ​ດິນ​ອະ​ມິວ​ລອນ, ແລະ ແຜ່ນ​ດິນ​ເຮ​ລາມ, ແລະ ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ ເຢຣູ​ຊາເລັມ​ນຳ​ອີກ, ແລະ ໂດຍ​ສະ​ຫລຸບ, ໃນ​ແຜ່ນ​ດິນ​ທັງ​ໝົດ​ໂດຍ​ອ້ອມ​ຮອບ​ທີ່​ຍັງ​ບໍ່​ທັນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ບໍ່​ໄດ້​ຮັບ​ຊື່​ວ່າ ອານ​ໄທ-ນີໄຟ-ລີໄຮ ຖືກ​ຊາວ​ອາມາ​ລະໄຄ ແລະ ຊາວ​ອະ​ມິວ​ລອນ ຍຸ​ຍົງ​ໃຫ້​ຄຽດ​ແຄ້ນ​ໃຫ້​ພີ່​ນ້ອງ​ຂອງ​ຕົນ.

2 ແລະ ຄວາມ​ກຽດ​ຊັງ​ຂອງ​ພວກ​ເຂົາ​ຕໍ່​ຄົນ​ພວກ​ນັ້ນ​ຮຸນ​ແຮງ​ຫລາຍ​ຂຶ້ນ, ແມ່ນ​ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ເລີ່ມ​ກໍ່​ການ​ກະ​ບົດ​ຕໍ່​ກະສັດ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ບໍ່​ຢາກ​ໃຫ້​ເພິ່ນ​ເປັນ​ກະສັດ​ຂອງ​ພວກ​ເຂົາ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ຈັບ​ອາ​ວຸດ​ຂຶ້ນ​ມາ​ຕໍ່​ສູ້​ກັບ​ຊາວ​ອານ​ໄທ-ນີໄຟ​-ລີໄຮ.

3 ບັດ​ນີ້​ກະສັດ​ໄດ້​ມອບ​ລາ​ຊາ​ອາ​ນາ​ຈັກ​ໃຫ້​ແກ່​ລູກ​ຊາຍ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ເອີ້ນ​ລູກ​ຊາຍ​ຄົນ​ນັ້ນ​ຂອງ​ເພິ່ນ​ວ່າ ອານ​ໄທ-ນີໄຟ​-ລີໄຮ.

4 ແລະ ກະສັດ​ໄດ້​ສິ້ນ​ຊີ​ວິດ​ໄປ​ໃນ​ປີ​ດຽວ​ກັນ​ນັ້ນ​ຕອນ​ຊາວ​ເລມັນ​ເລີ່ມ​ຕຽມ​ການ​ສູ້​ຮົບ​ກັບ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ.

5 ແລະ ບັດນີ້​ເມື່ອ​ອຳໂມນ ແລະ ພີ່​ນ້ອງ​ຂອງ​ລາວ ແລະ ຄົນ​ທັງ​ໝົດ​ທີ່​ຂຶ້ນ​ມາ​ຢູ່​ກັບ​ລາວ​ເຫັນ​ການ​ຕຽມ​ພ້ອມ​ຂອງ​ຊາວ​ເລມັນ ເພື່ອ​ຈະ​ທຳ​ລາຍ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ໄດ້​ພາ​ກັນ​ອອກ​ມາ​ຫາ​ແຜ່ນ​ດິນ​ມີ​ດີ​ອານ, ແລະ ບ່ອນ​ນັ້ນ​ອຳໂມນ​ໄດ້​ພົບ​ພໍ້​ກັບ​ພີ່​ນ້ອງ​ຂອງ​ລາວ​ທັງ​ໝົດ; ແລະ ຈາກ​ບ່ອນ​ນັ້ນ​ພວກ​ເຂົາ​ໄດ້​ໄປ​ຫາ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ ເພື່ອ​ຈະ​ໄດ້​ມີ​ການ​ປະ​ຊຸມ ປຶກສາ​ຫາລື​ກັບ​ລາ​ໂມ​ໄນ ແລະ ກັບ​ອານ​ໄທ-ນີໄຟ-ລີໄຮ ນ້ອງ​ຊາຍ​ຂອງ​ເພິ່ນ​ວ່າ ຄວນ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ປ້ອງ​ກັນ​ຕົນ​ເອງ​ຈາກ​ຊາວ​ເລມັນ.

6 ບັດ​ນີ້​ບໍ່​ມີ​ຈັກ​ຄົນ​ເລີຍ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ອອກ​ມາ​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ກັບ​ພີ່​ນ້ອງ​ຂອງ​ຕົນ; ແທ້​ຈິງ​ແລ້ວ, ບໍ່​ມີ​ຈັກ​ຄົນ​ເລີຍ​ທີ່​ຍອມ​ຕຽມ​ພ້ອມ​ເພື່ອ​ກໍ່​ສົງ​ຄາມ; ແທ້​ຈິງ​ແລ້ວ, ກະສັດ​ຂອງ​ພວກ​ເຂົາ​ກໍ​ໄດ້​ສັ່ງ​ພວກ​ເຂົາ​ວ່າ​ບໍ່​ໃຫ້​ເຮັດ​ອີກ.

7 ບັດ​ນີ້, ນີ້​ຄື​ຄຳ​ເວົ້າ​ທີ່​ກະສັດ​ກ່າວ​ກັບ​ຜູ້​ຄົນ​ກ່ຽວ​ກັບ​ເລື່ອງ​ນີ້: ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ພຣະ​ເຈົ້າ ແລະ ຜູ້​ຄົນ​ທີ່​ແສນ​ດີ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ພຣະ​ເຈົ້າ​ຊົງ​ຍິ່ງ​ໃຫຍ່​ໃນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ທີ່​ໄດ້​ສົ່ງ​ຊາວ​ນີໄຟ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ມາ​ຫາ​ພວກ​ເຮົາ ເພື່ອ​ສັ່ງ​ສອນ​ພວກ​ເຮົາ ເພື່ອ​ເຮັດ​ໃຫ້​ພວກ​ເຮົາ​ສຳ​ນຶກ​ເຖິງ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ທີ່​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ​ນັ້ນ.

8 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ຜູ້​ຍິ່ງ​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ພຣະ​ອົງ​ໄດ້​ປະທານ​ສ່ວນ​ໜຶ່ງ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໃຫ້​ແກ່​ພວກ​ເຮົາ ເພື່ອ​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຮົາ​ອ່ອນ​ລົງ​ຈົນ​ວ່າ​ພວກ​ເຮົາ​ໄດ້​ເປີດ​ການ​ສື່​ສານ​ກັບ​ຊາວ​ນີໄຟ​ຜູ້​ທີ່​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຮົາ.

9 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ໄດ້​ເປີດ​ການ​ສື່​ສານ​ນີ້ ມັນ​ເຮັດ​ໃຫ້​ພວກ​ເຮົາ​ສຳ​ນຶກ​ເຖິງ ບາບ​ຂອງ​ພວກ​ເຮົາ, ແລະ ເຖິງ​ການ​ຄາດ​ຕະ​ກຳ​ອັນ​ຫລວງ​ຫລາຍ​ທີ່​ພວກ​ເຮົາ​ໄດ້​ກະ​ທຳ​ໄປ.

10 ແລະ ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ນຳ​ອີກ, ແທ້​ຈິງ​ແລ້ວ, ພຣະ​ເຈົ້າ​ຜູ້​ຊົງ​ຍິ່ງ​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ພຣະ​ອົງ​ໄດ້​ອະ​ນຸ​ຍາດ​ໃຫ້​ພວກ​ເຮົາ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ກັບ​ໃຈ​ຈາກ​ສິ່ງ​ເຫລົ່າ​ນີ້, ແລະ ທີ່​ພຣະ​ອົງ​ໄດ້​ໃຫ້ ອະ​ໄພ​ແກ່​ພວກ​ເຮົາ ໃນ​ບາບ ແລະ ການ​ຄາດ​ຕະ​ກຳ​ອັນ​ຫລວງ​ຫລາຍ ຊຶ່ງ​ພວກ​ເຮົາ​ໄດ້​ກະ​ທຳ​ໄປ​ແລ້ວ, ແລະ ເອົາ ຄວາມ​ຮູ້​ສຶກ​ຜິດ​ອອກ​ຈາກ​ໃຈ​ຂອງ​ພວກ​ເຮົາ​ໄປ​ໂດຍ​ທາງ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ.

11 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ອ້າຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ເນື່ອງ​ດ້ວຍ​ວ່າ ພວກ​ເຮົາ​ໄດ້​ກະ​ທຳ​ທຸກ​ສິ່ງ​ທີ່​ພວກ​ເຮົາ​ສາ​ມາດ (ໃນ​ຖານະ​ທີ່​ພວກ​ເຮົາ​ເປັນ​ພວກ​ທີ່​ຫລົງ​ທາງ​ໃນ​ບັນ​ດາ​ມະນຸດ​ຊາດ) ທີ່​ໄດ້​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ພວກ​ເຮົາ, ແລະ ຈາກ​ການ​ຄາດ​ຕະ​ກຳ​ອັນ​ຫລວງ​ຫລາຍ​ທີ່​ພວກ​ເຮົາ​ໄດ້​ກະ​ທຳ​ໄປ, ແລະ ໃຫ້​ພຣະ​ເຈົ້າ​ເອົາ​ມັນ ອອກ​ຈາກ​ໃຈ​ຂອງ​ພວກ​ເຮົາ ຫລື ວ່າ​ສິ່ງ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້​ນັ້ນ​ພຽງ​ແຕ່​ກັບ​ໃຈ​ຢ່າງ​ແນ່​ນອນ​ຕໍ່​ພຣະ​ເຈົ້າ ເພື່ອ​ພຣະ​ອົງ​ຈະ​ເອົາ​ຮອຍ​ເປື້ອນ​ຂອງ​ພວກ​ເຮົາ​ອອກ​ໄປ—

12 ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເນື່ອງ​ຈາກ​ວ່າ​ພຣະ​ເຈົ້າ​ໄດ້​ເອົາ​ຮອຍ​ເປື້ອນ​ຂອງ​ພວກ​ເຮົາ​ອອກ​ໄປ, ແລະ ດາບ​ຂອງ​ພວກ​ເຮົາ​ກັບ​ມາ​ສົດ​ໃສ, ແລ້ວ​ພວກ​ເຮົາ​ຢ່າ​ໄດ້​ເຮັດ​ໃຫ້​ດາບ​ຂອງ​ພວກ​ເຮົາ​ເປິ​ເປື້ອນ​ໄປ​ດ້ວຍ​ເລືອດ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ອີກ​ເລີຍ.

13 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຢ່າ​ເລີຍ ຂໍ​ໃຫ້​ພວກ​ເຮົາ​ເກັບ​ດາບ​ຂອງ​ພວກ​ເຮົາ​ໄວ້​ເພື່ອ​ມັນ ຈະ​ບໍ່​ເປິ​ເປື້ອນ​ດ້ວຍ​ເລືອດ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ອີກ; ເພາະ​ວ່າ​ຖ້າ​ຫາກ​ພວກ​ເຮົາ​ເຮັດ​ໃຫ້​ດາບ​ຂອງ​ພວກ​ເຮົາ​ເປິ​ເປື້ອນ​ອີກ ພວກ​ເຮົາ​ຈະ ລ້າງ​ມັນ​ໃຫ້​ສົດ​ໃສ​ບໍ່​ໄດ້​ໂດຍ​ທາງ​ໂລ​ຫິດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ ຊຶ່ງ​ຈະ​ຫລັ່ງ​ໄຫລ​ເພື່ອ​ການ​ຊົດ​ໃຊ້​ແທນ​ບາບ​ຂອງ​ພວກ​ເຮົາ.

14 ແລະ ພຣະ​ເຈົ້າຜູ້​ຍິ່ງ​ໃຫຍ່​ມີ​ຄວາມ​ເມດ​ຕາ​ຕໍ່​ພວກ​ເຮົາ, ແລະ ກະທຳ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຮົາ ເພື່ອ​ພວກ​ເຮົາ​ຈະ​ບໍ່​ຕາຍ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຮົາ​ລ່ວງ​ໜ້າ ເພາະ​ວ່າ​ພຣະ​ອົງ​ຮັກ ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ເຊັ່ນ​ດຽວ​ກັນ​ກັບ​ທີ່​ພຣະ​ອົງ​ຮັກ​ລູກ​ຫລານ​ຂອງ​ພວກ​ເຮົາ; ສະນັ້ນ, ຍ້ອນ​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຢ້ຽມ​ຢາມ​ພວກ​ເຮົາ​ໂດຍ​ທູດ​ຂອງ​ພຣະ​ອົງ, ເພື່ອ​ຈະ​ໄດ້​ເຮັດ​ໃຫ້ ແຜນ​ແຫ່ງ​ຄວາມ​ລອດ​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຮົາ​ເຊັ່ນ​ດຽວ​ກັນ​ກັບ​ຄົນ​ລຸ້ນ​ຫລັງ.

15 ໂອ້, ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ເມດ​ຕາ​ປາ​ນີ​ພວກ​ເຮົາ​ຊ່ຳ​ໃດ! ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເນື່ອງ​ຈາກ​ວ່າ​ສິ່ງ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້​ຄື​ເອົາ​ຮອຍ​ເປື້ອນ​ຂອງ​ພວກ​ເຮົາ​ອອກ​ຈາກ​ພວກ​ເຮົາ​ໄປ, ເພື່ອ​ເຮັດ​ໃຫ້​ດາບ​ຂອງ​ພວກ​ເຮົາ​ສົດ​ໃສ, ຂໍ​ໃຫ້​ພວກ​ເຮົາ​ເຊື່ອງ​ມັນ​ໄວ້​ເພື່ອ​ມັນ​ຈະ​ສົດ​ໃສ, ເພື່ອ​ເປັນ​ປະຈັກ​ພະຍານ​ຕໍ່​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ໃນ​ວັນ​ສຸດ​ທ້າຍ, ຫລື ໃນ​ມື້​ທີ່​ພວກ​ເຮົາ​ຈະ​ຖືກ​ນຳ​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ເພື່ອ​ຮັບ​ການ​ພິ​ພາກ​ສາ, ວ່າ​ພວກ​ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ດາບ​ຂອງ​ພວກ​ເຮົາ​ເປິ​ເປື້ອນ​ດ້ວຍ​ເລືອດ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ນັບ​ຕັ້ງ​ແຕ່​ພຣະ​ອົງ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ແກ່​ພວກ​ເຮົາ ແລະ ເຮັດ​ໃຫ້​ພວກ​ເຮົາ​ຂາວ​ສະອາດ​ຕາມ​ນັ້ນ.

16 ແລະ ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ຫາກ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຍັງ​ພະ​ຍາ​ຍາມ​ຈະ​ທຳ​ລາຍ​ພວກ​ເຮົາ​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຮົາ​ຈົ່ງ​ເຊື່ອງ​ດາບ​ຂອງ​ພວກ​ເຮົາ​ໄວ້, ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ຝັງ​ມັນ​ໃຫ້​ເລິກ​ລົງ​ໃນ​ແຜ່ນ​ດິນ, ເພື່ອ​ມັນ​ຈະ​ສົດ​ໃສ, ແລະ ເພື່ອ​ເປັນ​ປະຈັກ​ພະຍານ​ໃນ​ວັນ​ສຸດ​ທ້າຍ​ວ່າ, ພວກ​ເຮົາ​ບໍ່​ໄດ້​ໃຊ້​ມັນ ແລະ ຖ້າ​ຫາກ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ທຳ​ລາຍ​ພວກ​ເຮົາ, ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ ໄປ​ເຝົ້າ​ພຣະ​ເຈົ້າຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ຈະ​ລອດ.

17 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ກະສັດ​ຈົບ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ຜູ້​ຄົນ​ທັງ​ໝົດ​ທີ່​ໄດ້​ມາ​ຊຸມ​ນຸມ​ກັນ​ກໍ​ໄດ້​ເອົາ​ດາບ ແລະ ອາ​ວຸດ​ທັງ​ໝົດ​ຂອງ​ພວກ​ເຂົາ​ທີ່​ໃຊ້​ໃນ​ການ​ນອງ​ເລືອດ​ມະນຸດ​ດ້ວຍ​ກັນ​ນັ້ນ​ມາ, ແລະ ພວກ​ເຂົາ​ໄດ້ ຝັງ​ມັນ​ໄວ້​ໃຫ້​ເລິກ​ລົງ​ໃນ​ແຜ່ນ​ດິນ.

18 ແລະ ພວກ​ເຂົາ​ເຮັດ​ແບບ​ນີ້​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ພວກ​ເຂົາ​ວ່າ ມັນ​ຈະ​ເປັນ​ປະຈັກ​ພະຍານ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ມະນຸດ​ຊາດ​ດ້ວຍ​ກັນ​ວ່າ ພວກ​ເຂົາ ບໍ່​ໄດ້​ໃຊ້​ອາ​ວຸດ​ເພື່ອ​ການ​ນອງ​ເລືອດ​ກັນ​ອີກ​ເລີຍ; ແລະ ພວກ​ເຂົາ​ໄດ້​ເຮັດ​ແບບ​ນີ້​ໂດຍ​ຖວາຍ​ການ​ຢືນ​ຢັນ ແລະ ຄຳ​ໝັ້ນ​ສັນ​ຍາ​ໄວ້​ກັບ​ພຣະ​ເຈົ້າ​ວ່າ ແທນ​ທີ່​ຈະ​ນອງ​ເລືອດ​ກັນ ພວກ​ເຂົາ​ຈະ​ຍອມ ເສຍ​ສະລະ​ຊີ​ວິດ​ຂອງ​ພວກ​ເຂົາ​ເອງ; ແລະ ແທນ​ທີ່​ຈະ​ເອົາ​ສິ່ງ​ຂອງ​ຈາກ​ພີ່​ນ້ອງ​ໄປ ພວກ​ເຂົາ​ຈະ​ເປັນ​ຜູ້​ທີ່​ເອົາ​ໃຫ້; ແລະ ແທນ​ທີ່​ຈະ​ໃຊ້​ເວລາ​ຂອງ​ພວກ​ເຂົາ​ໄປ​ໃນ​ຄວາມ​ຂີ້​ຄ້ານ​ມັກ​ງ່າຍ ພວກ​ເຂົາ​ຈະ​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ​ດ້ວຍ​ມື​ຂອງ​ພວກ​ເຂົາ​ເອງ.

19 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນວ່າ, ເມື່ອ​ຊາວ​ເລມັນ​ຖືກ​ນຳ​ມາ​ສູ່​ຄວາມ​ເຊື່ອ, ແລະ ມີ​ຄວາມ​ຮູ້​ເຖິງ​ເລື່ອງ​ຂອງ​ຄວາມ​ຈິງ, ແລະ ພວກ​ເຂົາ ໝັ້ນ​ຄົງ​ຖາ​ວອນ ແລະ ຈະ​ຍອມ​ແພ້​ຈົນ​ເຖິງ​ຄວາມ​ຕາຍ​ແທນ​ທີ່​ຈະ​ກະ​ທຳ​ບາບ; ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ພວກ​ເຂົາ​ໄດ້​ຝັງ​ອາ​ວຸດ​ແຫ່ງ​ສັນ​ຕິ​ສຸກ​ຂອງ​ພວກ​ເຂົາ​ໄວ້, ຫລື ພວກ​ເຂົາ​ໄດ້​ຝັງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ເພື່ອ​ສັນ​ຕິ​ສຸກ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ຜູ້​ທີ່​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໄດ້​ຕຽມ​ພ້ອມ​ເພື່ອ​ກໍ່​ສົງ​ຄາມ ໄດ້​ຍົກ​ທັບ​ຂຶ້ນ​ມາ​ເຖິງ​ແຜ່ນ​ດິນ​ນີໄຟ ດ້ວຍ​ຈຸດ​ປະສົງ​ຈະ​ປະ​ຫານ​ຊີ​ວິດ​ຂອງ​ກະສັດ, ແລະ ຈະ​ໄດ້​ແຕ່ງ​ຕັ້ງ​ຄົນ​ອື່ນ​ຂຶ້ນ​ແທນ, ແລະ ເພື່ອ​ຈະ​ທຳ​ລາຍ​ຜູ້​ຄົນ​ຂອງ​ອານ​ໄທ-ນີໄຟ​-ລີໄຮ ອອກ​ໄປ​ຈາກ​ແຜ່ນ​ດິນ​ນຳ​ອີກ.

21 ແລະ ບັດ​ນີ້​ເມື່ອ​ຜູ້​ຄົນ​ເຫັນ​ວ່າ ພວກ​ນັ້ນ​ກຳ​ລັງ​ມາ​ໂຈມ​ຕີ​ພວກ​ຕົນ, ພວກ​ເຂົາ​ຈຶ່ງ​ໄດ້​ອອກ​ໄປ​ພົບ​ກັບ​ພວກ​ນັ້ນ ແລະ ນອນ​ລົງ​ກັບ​ພື້ນ​ດິນ​ຕໍ່ໜ້າ​ພວກ​ນັ້ນ, ແລະ ເລີ່ມ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ພວກ​ເຂົາ​ໄດ້​ຢູ່​ໃນ​ທ່າ​ທີ​ນີ້ ເວລາ​ຊາວ​ເລມັນ​ເລີ່ມ​ເຂົ້າ​ໂຈມ​ຕີ ແລະ ເລີ່ມ​ຂ້າ​ພວກ​ເຂົາ​ດ້ວຍ​ດາບ.

22 ແລະ ເຖິງ​ແມ່ນ​ວ່າ​ບໍ່​ມີ​ຜູ້​ໃດ​ຕໍ່​ຕ້ານ​ເລີຍ, ແຕ່​ຊາວ​ເລມັນ​ກໍ​ຍັງ​ໄດ້​ຂ້າ​ພວກ​ເຂົາ ຊຶ່ງ​ເປັນ​ຈຳນວນ​ໜຶ່ງ​ພັນ​ຫ້າ​ຄົນ, ແລະ ພວກ​ເຮົາ​ຮູ້​ວ່າ ພວກ​ເຂົາ​ໄດ້​ຮັບ​ພອນ, ເພາະ​ວ່າ​ພວກ​ເຂົາ​ໄດ້​ໄປ​ຢູ່​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ແລ້ວ.

23 ບັດ​ນີ້​ເມື່ອ​ຊາວ​ເລມັນ​ເຫັນ​ວ່າ ພີ່​ນ້ອງ​ຂອງ​ຕົນ​ບໍ່​ຍອມ​ໜີ​ຈາກ​ດາບ, ທັງ​ບໍ່​ຍອມ​ຫັນ​ໜີ​ໄປ​ທາງ​ຂວາ ຫລື ຊ້າຍ​ມື, ມີ​ແຕ່​ນອນ​ຢູ່ ແລະ ຕາຍ​ໄປ, ແລະ ພວກ​ເຂົາ​ສັນ​ລະ​ເສີນ​ພຣະ​ເຈົ້າ​ໃນ​ຂະນະ​ທີ່​ກຳ​ລັງ​ຈະ​ຕາຍ​ຢູ່​ພາຍ​ໃຕ້​ຄົມ​ດາບ—

24 ບັດ​ນີ້​ເມື່ອ​ຊາວ​ເລມັນ​ເຫັນ​ເຊັ່ນ​ນີ້ ພວກ​ເຂົາ​ຈຶ່ງ​ໄດ້ ຢຸດ​ການ​ຂ້າ​ຂອງ​ພວກ​ເຂົາ; ແລະ ມີ​ຢູ່​ເປັນ​ຈຳນວນ​ຫລວງ​ຫລາຍ ຊຶ່ງ​ໃຈ​ຂອງ​ພວກ​ເຂົາ ພອງ​ຂຶ້ນ​ຢູ່​ພາຍ​ໃນ ເພາະວ່າ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ລົ້ມ​ຕາຍ​ຢູ່​ພາຍ​ໃຕ້​ດາບ​ຂອງ​ພວກ​ເຂົາ, ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ກັບ​ໃຈ​ຈາກ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ກະ​ທຳ​ໄປ​ນັ້ນ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ໂຍນ​ອາ​ວຸດ​ແຫ່ງ​ສົງ​ຄາມ​ລົງ, ແລະ ພວກ​ເຂົາ​ບໍ່​ຍອມ​ຈັບ​ມັນ​ອີກ ເພາະ​ການ​ສັງ​ເວດ​ຢ່າງ​ຮ້າຍ​ແຮງ​ຈາກ​ການ​ຄາດ​ຕະ​ກຳ​ທີ່​ຕົນ​ໄດ້​ກະ​ທຳ​ໄປ​ນັ້ນ ແລະ ພວກ​ເຂົາ​ຈຶ່ງ​ໄດ້​ນອນ​ລົງ​ຄື​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ໂດຍ​ຫວັງ​ໃນ​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ຊາວ​ເລມັນ ຊຶ່ງ​ຍົກ​ດາບ​ຂຶ້ນ​ເພື່ອ​ຈະ​ຂ້າ​ພວກ​ເຂົາ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ທ້ອນ​ໂຮມ​ກັນ​ໃນ​ມື້​ນັ້ນ​ເປັນ​ຈຳນວນ​ຫລາຍ​ກວ່າ​ຄົນ​ທີ່​ຖືກ​ຂ້າ​ຕາຍ; ແລະ ພວກ​ທີ່​ຖືກ​ຂ້າ​ຕາຍ​ນັ້ນ​ເປັນ​ຄົນ​ຊອບ​ທຳ, ສະນັ້ນ ພວກ​ເຮົາ​ຈຶ່ງ​ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ສົງ​ໃສ​ວ່າ ພວກ​ເຂົາ​ຈະ ລອດ​ຫລື​ບໍ່.

27 ແລະ ບໍ່​ມີຄົນ​ຊົ່ວ​ຈັກ​ຄົນ​ທີ່​ຖືກ​ຂ້າ​ຕາຍ​ໃນ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ; ແຕ່​ມີ​ຈຳນວນ​ຫລາຍ​ພັນ​ຄົນ​ທີ່​ຖືກ​ນຳ​ມາ​ສູ່​ເລື່ອງ​ຄວາມ​ຈິງ; ພວກ​ເຮົາ​ຈຶ່ງ​ເຫັນ​ວ່າ​ພຣະ​ເຈົ້າ​ກະ​ທຳ​ໃນ​ຫລາຍ​ວິ​ທີ ທາງ​ເພື່ອ​ຄວາມ​ລອດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ.

28 ບັດ​ນີ້ຊາວ​ເລມັນ​ເປັນ​ຈຳນວນ​ຫລວງ​ຫລາຍ​ຜູ້​ທີ່​ໄດ້​ຂ້າ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ນັ້ນ​ຄື ຊາວ​ອາມາ​ລະໄຄ ແລະ ຊາວ​ອະ​ມິວ​ລອນ ຊຶ່ງ​ພວກ​ເຂົາ​ເຮັດ​ຕາມ ລະບຽບ​ຂອງ ຊາວ​ນີຮໍ.

29 ບັດ​ນີ້, ໃນ​ບັນ​ດາ​ຜູ້​ທີ່​ມາ​ຮ່ວມ​ກັບ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ, ບໍ່​ມີ​ຈັກ​ຄົນ​ເລີຍ​ທີ່​ເປັນ​ຊາວ​ອາມາ​ລະໄຄ ຫລື ຊາວ​ອະ​ມິວ​ລອນ ຫລື ຜູ້​ທີ່​ເຮັດ​ຕາມ​ລະບຽບ​ຂອງ​ຊາວ​ນີຮໍ, ມີ​ແຕ່​ຜູ້​ສືບ​ຕະ​ກຸນ​ໂດຍ​ແທ້​ຈິງ​ຂອງ​ເລມັນ ແລະ ເລ​ມູ​ເອນ.

30 ແລະ ພວກ​ເຮົາ​ຈຶ່ງ​ຫລິງ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ຫລັງ​ຈາກ​ພວກ​ໃດ​ພວກ​ໜຶ່ງ​ທີ່​ເຄີຍ​ໄດ້​ຮັບ ຄວາມ​ສະຫວ່າງ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າມາ​ແລ້ວ, ແລະ ມີ ຄວາມ​ຮູ້​ຢ່າງ​ກວ້າງ​ຂວາງ​ເຖິງ​ສິ່ງ​ທີ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ ແລະ ຕົກ​ເຂົ້າໄປ​ສູ່​ບາບ ແລະ ການ​ລ່ວງ​ລະເມີດ, ພວກ​ເຂົາ​ຈຶ່ງ​ກັບ​ມາ​ເປັນ​ຄົນ​ແຂງ​ກະ​ດ້າງ​ຫລາຍ​ຂຶ້ນ, ແລະ ສະພາບ​ຂອງພວກ​ເຂົາ​ຈຶ່ງ​ກັບ​ມາ ຊົ່ວ​ຮ້າຍ​ກວ່າ​ຜູ້​ທີ່​ບໍ່​ເຄີຍ​ຮູ້​ເລື່ອງ​ເຫລົ່າ​ນີ້​ມາ​ກ່ອນ​ຊ້ຳ​ອີກ.