ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ບົດ​ທີ 26

ອຳ​ໂມນ​ພາກພູມ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ—ສັດທາ​ໄດ້​ເຂັ້ມແຂງ​ຂຶ້ນ​ໂດຍ​ພຣະຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ຄວາມ​ຮູ້—ໂດຍ​ສັດທາມະນຸດ​ຈະ​ຊ່ອຍ​ນຳ​ເອົາ​ຈິດ​ວິນ​ຍານ​ຫລາຍ​ພັນ​ດວງ​ມາ​ສູ່​ການ​ກັບ​ໃຈ—ພຣະ​ເຈົ້າມີ​ອຳນາດ ແລະ ເຂົ້າ​ໃຈ​ທຸກ​ສິ່ງ​ທຸກ​ຢ່າງ. ປະມານ 90–77 ປີ ກ່ອນ ຄ.ສ.

 ແລະ ບັດ​ນີ້, ນີ້​ຄື​ຄຳ​ເວົ້າຂອງ​ອຳ​ໂມນ​ທີ່​ລາວ​ໄດ້​ເວົ້າກັບ​ພີ່ນ້ອງ​ຂອງ​ລາວ, ມີ​ຄວາມ​ວ່າດັ່ງ​ນີ້: ພີ່ນ້ອງ ແລະ ໝູ່​ເພື່ອນ​ຂອງ​ຂ້າພະ​ເຈົ້າ, ຈົ່ງ​ເບິ່ງ ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານວ່າ ພວກ​ເຮົາ​ມີ​ເຫດຜົນ​ທີ່​ຈະ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ​ຂະໜາດ​ໃດ; ເພາະ​ພວກ​ເຮົາ​ຄິດ​ໄດ້​ບໍ່​ວ່າ ເວລາ​ພວກ​ເຮົາ​ໄດ້​ອອກ​ຈາກ​ແຜ່ນດິນ​ເຊລາ​ເຮັມລາມາ ພຣະ​ເຈົ້າຈະ​ປະທານ​ພອນ​ອັນ​ຍິ່ງ​ໃຫຍ່​ແບບ​ນີ້​ໃຫ້​ແກ່​ພວກ​ເຮົາ?

 ແລະ ບັດ​ນີ້, ຂ້າພະ​ເຈົ້າຖາມ​ວ່າ, ພອນ​ອັນ​ຍິ່ງ​ໃຫຍ່​ອັນ​ໃດ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ? ພວກ​ທ່ານບອກ​ໄດ້​ບໍ່?

 ຈົ່ງ​ເບິ່ງ, ຂ້າພະ​ເຈົ້າຈະ​ຕອບ​ແທນ​ພວກ​ທ່ານ, ເພາະວ່າ​ຊາວ​ເລ​ມັນ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກ​ເຮົາ​ໄດ້​ຢູ່​ໃນ​ຄວາມ​ມືດ, ແທ້​ຈິງ​ແລ້ວ, ແມ່ນ​ຢູ່​ໃນ​ເຫວ​ເລິກ​ທີ່​ມືດ​ທີ່​ສຸດ, ແຕ່​ຈົ່ງ​ເບິ່ງ, ມີ​ຫລາຍ​ຄົນ​ປານ​ໃດ​ໃນ​ພວກ​ເຂົາ​ທີ່​ຖືກ​ນຳ​ມາ​ໃຫ້​ເຫັນ​ຄວາມ​ແຈ້ງອັນ​ໜ້າ​ອັດສະຈັນ​ຂອງ​ພຣະ​ເຈົ້າ! ແລະ ນີ້​ຄື​ພອນ​ຊຶ່ງພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ, ຊຶ່ງ​ເຮັດ​ໃຫ້​ພວກ​ເຮົາ​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະ​ເຈົ້າ ເພື່ອ​ນຳ​ເອົາ​ຜົນງານ​ອັນ​ຍິ່ງ​ໃຫຍ່​ນີ້​ມາ.

 ຈົ່ງ​ເບິ່ງ ພວກ​ເຂົາ​ເປັນ​ພັນໆ​ຄົນ​ມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຖືກ​ນຳ​ມາ​ເຂົ້າຄອກ​ຂອງ​ພຣະ​ເຈົ້າ.

 ຈົ່ງ​ເບິ່ງ, ເຂົ້າຢູ່​ໃນ​ທົ່ງ​ສຸກ​ແລ້ວ ແລະ ພວກທ່ານ​ເປັນ​ສຸກ​ແລ້ວ, ເພາະ​ພວກ​ທ່ານໄດ້​ອອກ​ແຮງ​ງານ​ດ້ວຍ​ກ່ຽວ ແລະ ໄດ້​ເກັບ​ກ່ຽວ​ດ້ວຍ​ສຸດ​ກຳລັງ​ຂອງ​ພວກ​ທ່ານ, ແທ້​ຈິງ​ແລ້ວ, ພວກ​ທ່ານໄດ້​ອອກ​ແຮງ​ງານ​ໝົດ​ມື້; ແລະ ຈົ່ງ​ເບິ່ງ, ຈຳນວນ​ຝ່ອນ​ເຂົ້າຂອງ​ພວກ​ທ່ານ! ແລະ ມັນ​ຈະ​ຖືກ​ເກັບ​ກ່ຽວ​ໄວ້​ໃນ​ສາງ​ເພື່ອ​ມັນ​ຈະ​ບໍ່​ເສຍ​ຫາຍ​ໄປ.

 ແທ້​ຈິງ​ແລ້ວ, ມັນ​ຈະ​ບໍ່​ຖືກ​ລົມພາຍຸ​ພັດ​ໄປ​ໃນ​ວັນ​ສຸດ​ທ້າຍ; ແທ້​ຈິງ​ແລ້ວ, ມັນ​ກໍ​ຈະ​ບໍ່​ຖືກ​ລົມ​ບ້າໝູ​ພັດ​ຫອບ​ໄປ, ແຕ່​ເມື່ອ​ລົມພາຍຸ​ມາ ມັນ​ຈະ​ຖືກ​ຮວບ​ຮວມ​ຕົວ​ໄວ້​ນຳ​ກັນ​ຢູ່​ໃນ​ບ່ອນ​ຂອງ​ມັນ, ເພື່ອ​ລົມພາຍຸ​ຈະ​ເຂົ້າ​ເຖິງ​ມັນ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ມັນ​ຈະ​ບໍ່​ຖືກ​ພາຍຸ​ຮ້າຍ​ພັດ​ໄປ​ບ່ອນ​ໃດ​ທີ່​ສັດຕູ​ຕ້ອງການ​ຈະ​ພາ​ມັນ​ໄປ.

 ແຕ່​ຈົ່ງ​ເບິ່ງ, ມັນ​ຢູ່​ໃນ​ພຣະຫັດ​ຂອງ​ພຣະຜູ້​ເປັນ​ເຈົ້າ ແລະ ໃນ​ລະດູ​ຂອງ​ການ​ເກັບ​ກ່ຽວ, ແລະ ມັນ​ເປັນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ຈະ​ຍົກ​ມັນ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

 ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າຂອງ​ພວກ​ເຮົາ​ຈົ່ງ​ຊົງ​ພຣະ​ກະ​ເສີມ​ສຳລານ​ເຖີດ, ຈົ່ງ​ຂໍ​ໃຫ້​ພວກ​ເຮົາ​ຮ້ອງ​ເພງ​ສັນລະ​ເສີນ​ພຣະ​ອົງ​ເຖີດ, ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພວກ​ເຮົາ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະ​ອົງ​ເຖີດ, ເພາະວ່າ​ພຣະ​ອົງ​ໄດ້​ເຮັດວຽກ​ງານອັນ​ຊອບ​ທຳ​ຕະຫລອດ​ການ.

 ຖ້າ​ຫາກ ພວກ​ເຮົາ​ບໍ່​ໄດ້​ຈາກ​ແຜ່ນດິນ​ເຊ​ລາ​ເຮັມ​ລາ​ແລ້ວ, ພີ່ນ້ອງ​ທີ່​ຮັກ​ຂອງ​ພວກ​ເຮົາ​ເຫລົ່າ​ນີ້ ຜູ້​ຊຶ່ງຮັກ​ພວກ​ເຮົາ​ທີ່​ສຸດ ຈະ​ຍັງ​ຄົງ​ທຸກທໍລະມານ​ຢູ່​ດ້ວຍ​ຄວາມ​ກຽດ​ຊັງ​ພວກ​ເຮົາ, ແທ້ຈິງ​ແລ້ວ, ພວກ​ເຂົາ​ຈະ​ເປັນ​ຄົນ​ແປກ​ໜ້າ​ຕໍ່​ພຣະ​ເຈົ້າ.

 10 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ອຳ​ໂມນ​ກ່າວ​ຂໍ້ຄວາມ​ນີ້​ແລ້ວ, ອາ​ໂຣນນ້ອງ​ຊາຍ​ຂອງ​ລາວ​ກໍ​ຕິຕຽນ​ລາວ, ໂດຍ​ເວົ້າວ່າ: ອຳ​ໂມນ, ຂ້ອຍ​ຢ້ານ​ວ່າ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ເຈົ້າ​ໄດ້​ພາ​ໃຫ້​ເຈົ້າ​ໄປ​ຫາ​ການ​ອວດ​ອ້າງ​ເສຍ​ແລ້ວ.

 11 ແຕ່​ອຳ​ໂມນ​ໄດ້​ເວົ້າກັບ​ລາວ​ວ່າ: ຂ້ອຍ​ບໍ່​ໄດ້​ອວດ​ອ້າງ​ໃນ​ພະລັງ​ຂອງ​ຕົນ​ເອງ ຫລື ໃນ​ປັນຍາ​ຂອງ​ຕົນ​ເອງ; ແຕ່​ຈົ່ງ​ເບິ່ງ, ຄວາມສຸກ​ຂອງ​ຂ້ອຍ​ເຕັມ​ປ່ຽມ, ແທ້​ຈິງ​ແລ້ວ, ໃຈ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມສຸກ, ແລະ ຂ້ອຍ​ຈະ​ປິ​ຕິ​ຍິນ​ດີໃນ​ພຣະ​ເຈົ້າຂອງ​ຂ້ອຍ.

 12 ແທ້​ຈິງ​ແລ້ວ, ຂ້ອຍ​ຮູ້​ວ່າ ຂ້ອຍ​ບໍ່​ໄດ້​ມີ​ຄຸນ​ຄ່າ​ຫຍັງ​ໝົດ; ຖ້າ​ອາ​ໄສ​ພະລັງ​ຂອງ​ຂ້ອຍ​ເອງ ຂ້ອຍ​ກໍ​ອ່ອນ​ແອ; ດັ່ງນັ້ນ ຂ້ອຍ​ຈະ​ບໍ່​ອວດ​ອ້າງ​ເຖິງ​ເລື່ອງ​ຕົວ​ເອງ, ແຕ່​ຂ້ອຍ​ຈະ​ອວດ​ອ້າງ​ພຣະ​ເຈົ້າຂອງ​ຂ້ອຍ, ເພາະ​ໃນ​ພະລັງ​ຂອງ​ພຣະ​ອົງ; ຂ້ອຍ​ສາມາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ເຮັດ​ສິ່ງ​ມະ​ຫັດສະ​ຈັນ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ​ມາ​ແລ້ວ​ໃນ​ແຜ່ນດິນ​ນີ້, ຊຶ່ງພວກ​ເຮົາ​ຈະ​ສັນລະ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ​ຕະຫລອດ​ການ.

 13 ຈົ່ງ​ເບິ່ງ, ພີ່ນ້ອງ​ຂອງ​ພວກ​ເຮົາ​ມີ​ຈັກ​ພັນ​ຄົນ​ແລ້ວ​ທີ່​ພຣະ​ອົງ​ໄດ້​ປົດ​ປ່ອຍ​ອອກ​ຈາກ​ຄວາມ​ເຈັບ​ປວດ​ແຫ່ງ​ນະລົກ ແລະ ນຳ​ມາ​ຮ້ອງ​ສັນລະ​ເສີນຕໍ່​ຄວາມ​ຮັກ​ທີ່​ໄຖ່, ແລະ ນີ້​ເປັນ​ເພາະ​ອຳນາດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ ຊຶ່ງຢູ່​ກັບ​ພວກ​ເຮົາ, ດັ່ງນັ້ນ ພວກ​ເຮົາ​ບໍ່​ມີ​ເຫດຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ປິ​ຕິ​ຍິນ​ດີ​ບໍ?

 14 ແທ້​ຈິງ​ແລ້ວ, ພວກ​ເຮົາ​ມີ​ເຫດຜົນ​ທີ່​ຈະ​ສັນລະ​ເສີນ​ພຣະ​ອົງ​ຕະຫລອດ​ໄປ, ເພາະ​ພຣະ​ອົງ​ເປັນ​ພຣະ​ເຈົ້າສູງ​ສຸດ, ແລະ ໄດ້​ປົດ​ປ່ອຍ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ອອກ​ຈາກ​ໂສ້​ແຫ່ງ​ນະລົກ.

 15 ແທ້​ຈິງ​ແລ້ວ, ພວກ​ເຂົາ​ຖືກ​ປິດ​ລ້ອມ​ດ້ວຍ​ຄວາມ​ພິນາດ ແລະ ຄວາມ​ມືດ​ອັນ​ເປັນນິດ; ແຕ່​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ນຳ​ເອົາ​ພວກ​ເຂົາ​ມາ​ຫາ​ຄວາມ​ສະຫວ່າງ​ອັນ​ເປັນນິດ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ, ມາ​ຫາ​ຄວາມ​ລອດ​ອັນ​ເປັນນິດ; ແລະ ພວກ​ເຂົາ​ຖືກ​ປິດ​ລ້ອມ​ດ້ວຍ​ຄວາມ​ຮັກ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ ຊຶ່ງຫາ​ອັນ​ປຽບ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ໄດ້​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະ​ອົງໃນ​ການ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດສະຈັນ​ນີ້.

 16 ດັ່ງນັ້ນ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ປາບ​ປື້​ມເຖີດ, ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ປາບ​ປື້​ມໃນ​ພຣະຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ປິຕິ​ຍິນ​ດີ ເພາະວ່າ​ຄວາມ​ຜາ​ສຸກ​ຂອງ​ພວກ​ເຮົາ​ເຕັມປ່ຽມ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ສັນລະ​ເສີນ​ພຣະ​ເຈົ້າຂອງ​ພວກ​ເຮົາ​ຕະຫລອດ​ໄປ. ຈົ່ງ​ເບິ່ງ, ຜູ້​ໃດ​ຈະ​ປາບ​ປື້​ມໃນ​ພຣະຜູ້​ເປັນ​ເຈົ້າ​ໄດ້​ຫລາຍ​ເກີນໄປ? ແທ້​ຈິງ​ແລ້ວ, ຜູ້​ໃດ​ຈະ​ໄດ້​ເວົ້າຫລາຍ​ເກີນ​ໄປ​ເຖິງ​ອຳນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ແລະ ເຖິງ​ຄວາມເມດຕາ​ປານີ, ແລະ ເຖິງ​ຄວາມ​ອົດ​ກັ້ນຂອງ​ພຣະ​ອົງທີ່​ມີ​ຕໍ່​ລູກ​ຫລານ​ມະນຸດ​ທັງ​ປວງ? ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານວ່າ ຂ້າພະ​ເຈົ້າບໍ່​ສາມາດເວົ້າ​ແມ່ນແຕ່ສ່ວນ​ນ້ອຍໜຶ່ງ​ຂອງ​ຄວາມ​ຮູ້ສຶກ​ຂອງຂ້າ​ພະ​ເຈົ້າ.

 17 ແລະ ຜູ້​ໃດ​ຈະ​ຄິດ​ວ່າ​ພຣະ​ເຈົ້າຂອງ​ພວກ​ເຮົາ​ຈະ​ເມດຕາ​ປານີ​ຫລາຍ​ປານ​ນີ້ ເຖິງ​ກັບວ່າ​ພຣະ​ອົງ​ຍາດ​ເອົາ​ພວກ​ເຮົາ​ອອກ​ຈາກ​ສະພາບ​ອັນ​ເປັນຕາ​ຢ້ານ ແລະ ເຕັມໄປດ້ວຍ​ບາບ ແລະ ຄວາມ​ເປິະ​ເປື້ອນຂອງ​ພວກ​ເຮົາ?

 18 ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ອອກ​ໄປ​ໃນ​ຄວາມ​ໂມ​ໂຫ, ດ້ວຍ​ການ​ຄຸກ​ຄາມ​ຢ່າງ​ໜັກ​ທີ່​ຈະ​ທຳລາຍ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ.

 19 ໂອ້ ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ສົ່ງ​ພວກ​ເຮົາ​ໄປ​ສູ່​ຄວາມ​ພິນາດ​ອັນ​ເປັນຕາ​ຢ້ານ​ນັ້ນ, ແທ້​ຈິງ​ແລ້ວ, ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ປ່ອຍ​ດາບ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ອົງ​ຕົກລົງ​ມາ​ໃສ່​ພວກ​ເຮົາ, ແລະ ກຳນົດ​ໃຫ້​ພວກ​ເຮົາ​ໄປ​ຫາ​ຄວາມ​ໝົດ​ຫວັງ​ຊົ່ວ​ນິລັນ​ດອນ?

 20 ໂອ້ ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ເອີຍ, ມັນ​ເກືອບ​ຈະ​ໜີ​ໄປ​ເມື່ອ​ຄິດ​ໄປ​ແລ້ວ. ຈົ່ງ​ເບິ່ງ, ພຣະ​ອົງ​ບໍ່​ໄດ້​ໃຊ້​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ອົງ​ກັບ​ພວກ​ເຮົາ, ແຕ່​ໃນ​ພຣະ​ເມດຕາ​ປານີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ນຳພາ​ພວກ​ເຮົາ​ອອກ​ຈາກ​ເຫວ​ເລິກ​ແຫ່ງ​ຄວາມ​ຕາຍ, ແລະ ຄວາມທຸກ​ທໍລະມານ​ອັນ​ເປັນນິດ, ຈົນ​ກະທັ້ງມາສູ່​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ.

 21 ແລະ ບັ​ດນີ້​ຈົ່ງ​ເບິ່ງ, ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ, ມີ​ມະນຸດ​ທຳ​ມະ​ດາ​ສາມັນ​ຜູ້​ໃດ​ທີ່​ຈະ​ຮູ້ຈັກ​ເລື່ອງ​ເຫລົ່າ​ນີ້? ຂ້າພະ​ເຈົ້າກ່າວ​ກັບ​ພວກ​ເຈົ້າວ່າ, ບໍ່​ມີ​ເລີຍ, ບໍ່​ມີ​ຜູ້​ໃດ​ທີ່​ຈະ​ຮູ້ຈັກ​ເລື່ອງ​ເຫລົ່າ​ນີ້, ນອກ​ຈາກ​ຄົນ​ທີ່​ສຳນຶກ​ຜິດ​ແລ້ວ.

 22 ແທ້​ຈິງ​ແລ້ວ, ຜູ້​ທີ່​ກັບ​ໃຈ ແລະ ສະ​ແດງ​ສັດທາ, ແລະ ນຳ​ເອົາ​ວຽກ​ງານ​ດີ​ອອກ​ມາ, ແລະ ອະທິຖານ​ສະ​ໝ່ຳສະ​ເໝີ​ຢ່າງ​ບໍ່​ທໍ້ຖອຍ—ແລ້ວ​ພຣະ​ເຈົ້າຈະ​ເຮັດ​ໃຫ້​ຄົນ​ເຊັ່ນ​ນັ້ນຮູ້​ເຖິງ​ຄວາມ​ລຶກລັບ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ມອບ​ການ​ເປີດ​ເຜີຍ​ເຖິງ​ສິ່ງ​ທີ່​ບໍ່​ເຄີຍ​ເປີດ​ເຜີຍ​ມາ​ກ່ອນ​ໃຫ້​ແກ່​ຄົນ​ແບບ​ນັ້ນ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ປະທານ​ໃຫ້​ແກ່​ຄົນ​ແບບ​ນັ້ນ ເພື່ອ​ຈະ​ໄດ້​ນຳພາ​ຄົນ​ເປັນ​ຈຳນວນ​ພັນໆ​ມາສູ່​ການ​ກັບ​ໃຈ, ເໝືອນ​ດັ່ງ​ພຣະ​ອົງ​ເຄີຍ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ​ມາ​ແລ້ວ ເພື່ອນຳພາ​ພີ່ນ້ອງ​ເຫລົ່າ​ນີ້​ຂອງ​ພວກ​ເຮົາ​ມາສູ່​ການ​ກັບ​ໃຈ.

 23 ບັດ​ນີ້ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ​ເອີຍ, ພວກ​ທ່ານຈື່​ໄດ້​ບໍ່​ວ່າ ພວກ​ເຮົາ​ໄດ້​ເວົ້າກັບ​ພີ່ນ້ອງ​ຂອງ​ພວກ​ເຮົາ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ແຜ່ນດິນ​ເຊ​ລາ​ເຮັມລາ​ວ່າ, ພວກ​ເຮົາ​ຈະ​ຂຶ້ນ​ໄປ​ຫາ​ແຜ່ນດິນ​ນີ​ໄຟ ເພື່ອ​ສິດສອນ​ຊາວ​ເລ​ມັນ​ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກ​ເຮົາ​ແລ້ວ ພວກ​ເຂົາ​ກໍ​ຫົວ​ເຍາະ​ເຍີ້ຍ​ພວກ​ເຮົາ?

 24 ພວກ​ເຂົາ​ໄດ້​ເວົ້າກັບ​ພວກ​ເຮົາ​ວ່າ: ພວກ​ເຈົ້າຄິດ​ບໍ່​ວ່າ ພວກ​ເຈົ້າຈະ​ນຳ​ເອົາ​ຊາວ​ເລ​ມັນ​ມາ​ຫາ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ​ໄດ້? ພວກ​ເຈົ້າຄິດ​ບໍ່​ວ່າ​ພວກ​ເຈົ້າຈະ​ເຮັດ​ໃຫ້​ຊາວ​ເລ​ມັນ​ສຳນຶກ​ເຖິງ​ຄວາມ​ບໍ່​ຖືກຕ້ອງ​ຂອງ​ຮີດຄອງ​ປະ​ເພນີ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຂົາ​ໄດ້ ເພາະວ່າ​ພວກ​ເຂົາ​ເປັນຄົນ​ແຂງ​ຄໍ; ຊຶ່ງໃຈຂອງ​ພວກ​ເຂົາຊື່ນ​ຊົມ​ໃນ​ການ​ນອງ​ເລືອດ; ຊຶ່ງເ​ວລາຂອງ​ພວກ​ເຂົາ​ຖືກ​ໃຊ້ມົ້ວສຸມ​ຢູ່​ກັບ​ຄວາມ​ຊົ່ວ​ຮ້າຍ​ທີ່​ສຸດ; ຊຶ່ງທາງ​ຂອງ​ພວກ​ເຂົາ​ເປັນ​ທາງ​ຂອງ​ຄົນ​ລ່ວງ​ລະ​ເມີດ​ມາ​ແຕ່​ຕົ້ນ? ບັດ​ນີ້ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ, ພວກ​ທ່ານຈົ່ງ​ຈື່​ຈຳ​ໄວ້​ວ່າ ນີ້​ຄື​ຄຳ​ເວົ້າຂອງ​ພວກ​ເຂົາ.

 25 ແລະ ຍິ່ງ​ໄປ​ກວ່າ​ນັ້ນ ພວກ​ເຂົາ​ໄດ້​ເວົ້າວ່າ: ໃຫ້​ພວກ​ເຮົາ​ຈັບ​ອາວຸດ​ຂຶ້ນສູ້​ຮົບກັບ​ພວກ​ເຂົາ​ເທາະ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ທຳລາຍ​ພວກ​ເຂົາ ແລະ ທຳລາຍ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ອອກ​ໄປ​ຈາກ​ແຜ່ນດິນ​ນີ້, ຖ້າ​ບໍ່​ດັ່ງນັ້ນ ພວກ​ເຂົາ​ຈະ​ມາ​ຢຽບຍ່ຳ ແລະ ທຳລາຍ​ພວກ​ເຮົາ.

 26 ແຕ່ ຈົ່ງ​ເບິ່ງ, ພີ່ນ້ອງ​ທີ່​ຮັກ​ຂອງ​ຂ້າພະ​ເຈົ້າ​ເອີຍ, ພວກ​ເຮົາ​ໄດ້​ເຂົ້າມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ບໍ່​ແມ່ນ​ມີ​ເຈດ​ຕະນາ​ທີ່​ຈະ​ທຳລາຍ​ພີ່ນ້ອງ​ຂອງ​ພວກ​ເຮົາ, ແຕ່​ມີ​ເຈດ​ຕະນາ​ວ່າ ບາງທີ​ພວກ​ເຮົາ​ອາດ​ຈະ​ໄດ້​ຊ່ອຍ​ເຫລືອ​ຄົນ​ບາງ​ຄົນ​ໃຫ້​ລອດ​ພົ້ນ.

 27 ບັດ​ນີ້​ເມື່ອ​ໃຈ​ຂອງ​ພວກ​ເຮົາ​ທໍ້ຖອຍ ແລະ ພວກ​ເຮົາ​ເກືອບ​ຈະ​ກັບ​ຄືນ​ໄປ, ຈົ່ງ​ເບິ່ງ, ພຣະຜູ້​ເປັນ​ເຈົ້າ ໄດ້​ປອບ​ໃຈ​ພວກ​ເຮົາ, ແລະ ກ່າວ​ວ່າ: ຈົ່ງ​ອອກ​ໄປ​ໃນ​ບັນດາ​ຊາວ​ເລມັນ, ພີ່ນ້ອງ​ຂອງ​ພວກ​ເຂົາ, ຈົ່ງ​ຮັບ​ເອົາ​ຄວາມທຸກ​ທໍລະມາ​ນ​ຂອງ​ພວກ​ເຈົ້າດ້ວຍ​ຄວາມ​ອົດທົນ, ແລະ ເຮົາ​ຈະ​ມອບ​ຄວາມ​ສຳ​ເລັດ​ໃຫ້ແກ່​ພວກ​ເຈົ້າ.

 28 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ມາ ແລະ ອອກ​ໄປ​ຢູ່​ໃນ​ບັນດາ​ພວກ​ເຂົາ ແລະ ພວກ​ເຮົາ​ໄດ້​ອົນ​ທົນ​ໃນ​ຄວາມທຸກ​ທໍລະມາ​ນຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ໄດ້​ອົດທົນ​ຕໍ່​ຄວາມ​ຂາດ​ແຄນ​ທຸກ​ຢ່າງ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ເດີນທາງ​ໄປ​ຫາ​ເຮືອນ​ນີ້​ເຮືອນນັ້ນ, ໄວ້​ວາງ​ໃຈ​ຕາມ​ຄວາມ​ເມດຕາ​ປານີ​ຂອງ​ໂລກ—ບໍ່​ພຽງ​ແຕ່​ຄວາມ​ເມດຕາ​ປານີ​ທາງ​ໂລກ​ເທົ່າ​ນັ້ນ ແຕ່​ໃນ​ພຣະ​ເມດ​ຕາ​ປານີ​ຂອງ​ພຣະ​ເຈົ້ານຳ​ອີກ.

 29 ແລະ ພວກ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ພວກ​ເຂົາ ແລະ ໄດ້​ສິດສອນ​ພວກ​ເຂົາ, ແລະ ພວກ​ເຮົາ​ໄດ້​ສິດສອນ​ພວກ​ເຂົາ​ຕາມ​ຖະໜົນ​ຫົນທາງ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ສິດສອນ​ພວກ​ເຂົາ​ຢູ່​ເທິງ​ເນີນ​ພູ ແລະ ໄດ້​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ ແລະ ທຳ​ມະ​ສາ​ລາ​ເພື່ອ​ສິດ​ສອນ​ພວກ​ເຂົາ; ແລະ ພວກ​ເຮົາ​ໄດ້​ຖືກ​ຂັບ​ໄລ່​ໜີ ແລະ ໄດ້​ຖືກ​ເຍາະ​ເຍີ້ຍ​ຫົວ​ຂວັນ, ແລະ ໄດ້​ຖືກ​ຖົ່ມນ້ຳລາຍ​ໃສ່, ແລະ ໄດ້​ຖືກ​ຕົບ​ໜ້າ, ແລະ ໄດ້​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່, ແລະ​ໄດ້​ຖືກ​ຈັບ, ແລະ ໄດ້​ຖືກ​ມັດ​ດ້ວຍ​ເຊືອກໝັ້ນ, ແລະ ໄດ້​ຖືກ​ເອົາ​ໄປ​ເຂົ້າຄຸກ, ແຕ່​ໂດຍ​ອຳນາດ ແລະ ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ປົດ​ປ່ອຍ.

 30 ພວກ​ເຮົາ​ໄດ້​ຮັບ​ຄວາມທຸກ​ທໍ​ລະ​ມານ​ຕ່າງໆ​ນາໆ, ແລະ ທັງ​ໝົດ​ນີ້​ເພື່ອ​ບາງ​ທີ່​ພວກ​ເຮົາ​ອາດ​ຈະ​ໄດ້​ເປັນ​ຫົນທາງ​ຊ່ອຍ​ເຫລືອ​ຈິດ​ວິນ​ຍານດວງໜຶ່ງໃຫ້​ລອດ; ແລະ ພວກ​ເຂົາ​ຄິດ​ວ່າ​ພວກ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສຸກ ຖ້າ​ຫາກ​ພວກ​ເຮົາ​ສາມາດ​ເປັນ​ຫົນທາງຊ່ອຍ​ເຫລືອ​ຜູ້​ໃດ​ຜູ້​ໜຶ່ງ​ໃຫ້ລອດ​ໄດ້.

 31 ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ສາມາດ​ເບິ່ງ​ໄປ ແລະ ເຫັນ​ຜົນ​ຂອງ​ວຽກ​ງານ​ຂອງ​ພວກ​ເຮົາ​ໄດ້; ແລະ ມັນ​ມີ​ໜ້ອຍ​ບໍ່? ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານວ່າ ບໍ່​ເລີຍ, ມັນ​ມີຫລາຍ; ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ສາມາດ​ເປັນ​ພະຍານ​ໄດ້​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ພວກ​ເຂົາ, ຍ້ອນ​ວ່າ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພີ່ນ້ອງ​ຂອງ​ພວກ​ເຂົາ ແລະ ຄວາມ​ຮັກ​ທີ່​ມີ​ຕໍ່​ພວກ​ເຮົາ​ນຳ​ອີກ.

 32 ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ຍອມ​ເສຍ​ສະລະ​ຊີວິດຕົວ​ເອງ ແທນ​ທີ່​ຈະ​ເອົາ​ຊີວິດ​ຂອງ​ສັດຕູ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ຝັງ​ອາວຸດ​ແຫ່ງ​ສົງຄາມ​ຂອງ​ພວກ​ເຂົາ​ໄວ້​ເລິກ​ໃນ​ດິນ, ຍ້ອນ​ວ່າ​ພວກ​ເຂົາ​ມີ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຂອງ​ພວກ​ເຂົາ.

 33 ແລະ ບັດ​ນີ້​ຈົ່ງ​ເບິ່ງ ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານວ່າ ມັນ​ເຄີຍ​ມີ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ແບບ​ນີ້​ຢູ່​ໃນ​ແຜ່ນດິນ​ທົ່ວ​ໄປ​ບໍ? ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານວ່າ, ບໍ່​ມີ​ເລີຍ, ທັງໆ​ທີ່ຢູ່​ໃນ​ບັນດາ​ຊາວ​ນີ​ໄຟ ກໍ​ບໍ່​ເຄີຍ​ມີ​ເລີຍ.

 34 ເພາະ​ຈົ່ງ​ເບິ່ງ, ຊາວ​ນີ​ໄຟ​ຈະ​ຈັບ​ອາວຸດ​ຂຶ້ນຕໍ່ສູ້​ພີ່ນ້ອງ​ຂອງ​ພວກ​ເຂົາ; ພວກ​ເຂົາ​ຈະ​ບໍ່​ຍອມ​ໃຫ້​ຕົນ​ເອງ​ຖືກ​ຂ້າ​ຕາຍ​ເລີຍ. ແຕ່​ຈົ່ງ​ເບິ່ງ, ມີ​ຫລາຍ​ຄົນ​ໃນ​ພວກ​ນີ້​ທີ່​ຍອມ​ສະລະ​ຊີວິດ​ຂອງ​ຕົນ ແລ​ະ ພວກ​ເຮົາ​ຮູ້​ວ່າ ພວກ​ເຂົາ​ໄປ​ເຝົ້າພຣະ​ເຈົ້າຂອງ​ພວກ​ເຂົາ​ແລ້ວ, ເພາະ​ຄວາມ​ຮັກຂອງ​ພວກ​ເຂົາ ແລະ ຄວາມ​ກຽດຊັງ​ບາບຂອງ​ພວກ​ເຂົາ.

 35 ບັດ​ນີ້ພວກ​ເຮົາ​ມີ​ເຫດຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ​ບໍ? ແທ້​ຈິງ​ແລ້ວ, ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານວ່າ ຕັ້ງ​ແຕ່​ໂລກ​ນີ້​ເລີ່ມ​ຕົ້ນ ບໍ່​ເຄີຍ​ມີ​ຜູ້​ໃດ​ຈະ​ມີ​ເຫດຜົນ​ຫລາຍ​ແບບ​ນີ້​ທີ່​ຈະ​ປິ​ຕິ​ຍິນ​ດີ​ຄື​ກັນ​ກັບ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ຄວາມ​ຜາ​ສຸກ​ຂອງ​ຂ້າພະ​ເຈົ້າຖືກ​ພາ​ໄປ​ຈົນ​ເຖິງ​ການ​ອວດ​ອ້າງ​ພຣະ​ເຈົ້າຂອງ​ຂ້າພະ​ເຈົ້າ; ເພາະ​ພຣະ​ອົງ​ມີ​ອຳນາດ​ທຸກ​ຢ່າງ, ມີ​ຄວາມ​ສະຫລຽວ​ສະຫລາດ​ທຸກ​ຢ່າງ, ແລະ ມີ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ, ແລະ ພຣະ​ອົງ​ເຂົ້າ​ໃຈ ແລະ ມີ​ຄວາມ​ເມດຕາ​ປານີ​ຈົນ​ເຖິງ​ຂັ້ນທີ່​ມອບ​ຄວາມ​ລອດ​ໃຫ້​ແກ່​ຜູ້​ທີ່​ກັບ​ໃຈ ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

 36 ບັດ​ນີ້ຖ້າ​ຫາກ​ສິ່ງ​ນີ້​ເປັນ​ການ​ອວດ​ອ້າງ​ແລ້ວ, ຂ້າພະ​ເຈົ້າຈະ​ອວດ​ອ້າງ​ມັນ; ເພາະວ່າ​ນີ້​ຄື​ຊີວິດ ແລະ ຄວາມ​ສະຫວ່າງ​ຂອງ​ຂ້າພະ​ເຈົ້າ, ຄວາມ​ຜາ​ສຸກ ແລະ ຄວາມ​ລອດ​ຂອງ​ຂ້າພະ​ເຈົ້າ, ແລະ ການ​ໄຖ່​ຂອງ​ຂ້າພະ​ເຈົ້າ​ອອກ​ຈາກ​ຄວາມ​ຈິບຫາຍ​ຕະຫລອດ​ໄປ. ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າພະ​ເຈົ້າ ຈົ່ງ​ພຣະ​ກະ​ເສີມ​ສຳລານ​ເຖີດ, ພຣະ​ຜູ້​ທີ່​ເປັນ​ຫ່ວງ​ຜູ້ຄົນ​ພວກ​ນີ້, ຜູ້​ທີ່​ເປັນ​ກິ່ງ​ງ່າ​ຂອງ​ຕົ້ນ​ອິດ​ສະ​ຣາ​ເອນ, ຊຶ່ງ​ຫລົງ​ຈາກ​ຕົ້ນ​ຂອງ​ມັນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ໃໝ່; ແທ້​ຈິງ​ແລ້ວ, ຂ້າພະ​ເຈົ້າ​ເວົ້າ​ວ່າ, ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳລານ​ເຖີດ, ພຣະ​ອົງ​ເປັນ​ຫ່ວງ​ພວກ​ເຮົາ, ຄົນ​ທີ່​ຊັດ​ເຊ​ພະເນ​ຈອນ​ໄປ​ໃນ​ແຜ່ນດິນ​ໃໝ່.

 37 ບັດ​ນີ້ພີ່ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ ພວກ​ເຮົາ​ເຫັນ​ວ່າ ພຣະ​ເຈົ້າ​ເປັນ​ຫ່ວງ​ນຳ​ທຸກ​ຄົນ ບໍ່​ວ່າ​ພວກ​ເຂົາ​ຈະ​ຢູ່​ໃນ​ແຜ່ນດິນ​ໃດ​ກໍ​ຕາມ; ແທ້​ຈິງ​ແລ້ວ, ພຣະ​ອົງ​ນັບ​ຜູ້ຄົນ​ຂອງ​ພຣະ​ອົງ ແລະ ອຸທອນ​ກ້ອນ​ເລືອດ​ແຫ່ງ​ພຣະ​ເມດຕາ​ປານີ​ຂອງ​ພຣະ​ອົງ​ທີ່​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທັງ​ໝົດ. ບັດ​ນີ້ ນີ້​ຄື​ຄວາມ​ຜາ​ສຸກ​ຂອງ​ຂ້າພະ​ເຈົ້າ, ແລະ ການ​ຖະຫວາຍ​ຂອບ​ພຣະ​ໄທ​ອັນ​ລົ້ນ​ເຫລືອ​ຂອງ​ຂ້າພະ​ເຈົ້າ; ແທ້​ຈິງ​ແລ້ວ, ແລະ ຂ້າພະ​ເຈົ້າຈະຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າຂອງ​ຂ້າພະ​ເຈົ້າຕະຫລອດ​ໄປ. ອາ​ແມນ.