ພຣະ​ຄຳ​ພີ
ແອວມາ 26


ບົດ​ທີ 26

ອຳໂມນ​ພາກ​ພູມ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ—ສັດທາ​ໄດ້​ເຂັ້ມ​ແຂງ​ຂຶ້ນ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ຄວາມ​ຮູ້—ໂດຍ​ສັດທາ​ມະນຸດ​ຈະ​ຊ່ວຍ​ນຳ​ເອົາ​ຈິດ​ວິນ​ຍານ​ຫລາຍ​ພັນ​ດວງ​ມາ​ສູ່​ການ​ກັບ​ໃຈ—ພຣະ​ເຈົ້າ​ມີ​ອຳນາດ ແລະ ເຂົ້າ​ໃຈ​ທຸກ​ສິ່ງ​ທຸກ​ຢ່າງ. ປະ​ມານ 90–77 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ນີ້​ຄື​ຄຳ​ເວົ້າ​ຂອງ​ອຳໂມນ​ທີ່​ລາວ​ໄດ້​ເວົ້າ​ກັບ​ພີ່​ນ້ອງ​ຂອງ​ລາວ, ມີ​ຄວາມ​ວ່າ​ດັ່ງ​ນີ້: ພີ່​ນ້ອງ ແລະ ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ເຮົາ​ມີ​ເຫດ​ຜົນ​ທີ່​ຈະ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ​ຂະ​ໜາດ​ໃດ; ເພາະ​ພວກ​ເຮົາ​ຄິດ​ໄດ້​ບໍ​ວ່າ ເວລາ​ພວກ​ເຮົາ ໄດ້​ອອກ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ​ມາ ພຣະ​ເຈົ້າ​ຈະ​ປະທານ​ພອນ​ອັນ​ຍິ່ງ​ໃຫຍ່​ແບບ​ນີ້​ໃຫ້​ແກ່​ພວກ​ເຮົາ?

2 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຖາມ​ວ່າ, ພອນ​ອັນ​ຍິ່ງ​ໃຫຍ່​ອັນ​ໃດ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ? ພວກ​ທ່ານ​ບອກ​ໄດ້​ບໍ່?

3 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ຕອບ​ແທນ​ພວກ​ທ່ານ, ເພາະ​ວ່າ​ຊາວ​ເລມັນ ຜູ້​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ໄດ້​ຢູ່​ໃນ​ຄວາມ​ມືດ, ແທ້​ຈິງ​ແລ້ວ, ແມ່ນ​ຢູ່​ໃນ​ເຫວ​ເລິກ​ທີ່​ມືດທີ່​ສຸດ, ແຕ່​ຈົ່ງ​ເບິ່ງ, ມີ ຫລາຍ​ຄົນ​ປານ​ໃດ​ໃນ​ພວກ​ເຂົາ​ທີ່​ຖືກ​ນຳ​ມາ​ໃຫ້​ເຫັນ​ຄວາມ​ແຈ້ງ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ! ແລະ ນີ້​ຄື​ພອນ​ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ, ຊຶ່ງ​ເຮັດ​ໃຫ້​ພວກ​ເຮົາ​ເປັນ ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ເພື່ອ​ນຳ​ເອົາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ນີ້​ມາ.

4 ຈົ່ງ​ເບິ່ງ ພວກ​ເຂົາ​ເປັນ ພັນໆ​ຄົນ​ມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຖືກ​ນຳ​ມາ​ເຂົ້າ​ຝູງ​ຂອງ​ພຣະ​ເຈົ້າ.

5 ຈົ່ງ​ເບິ່ງ, ເຂົ້າ​ຢູ່​ໃນ ທົ່ງ​ສຸກ​ແລ້ວ ແລະ ພວກ​ທ່ານ​ເປັນ​ສຸກ​ແລ້ວ, ເພາະ​ພວກ​ທ່ານ​ໄດ້​ອອກ​ແຮງ​ງານ​ດ້ວຍ ກ່ຽວ ແລະ ໄດ້​ເກັບ​ກ່ຽວ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ພວກ​ທ່ານ, ແທ້​ຈິງ​ແລ້ວ, ພວກ​ທ່ານ​ໄດ້​ອອກ​ແຮງ​ງານ​ຕະຫລອດ​ທັງ​ວັນ; ແລະ ຈົ່ງ​ເບິ່ງ, ຈຳນວນ ມັດ​ເຂົ້າ​ຂອງ​ພວກ​ທ່ານ! ແລະ ມັນ​ຈະ​ຖືກ​ເກັບ​ໄວ້​ໃນ​ສາງ​ເພື່ອ​ມັນ​ຈະ​ບໍ່​ເສຍ​ຫາຍ​ໄປ.

6 ແທ້​ຈິງ​ແລ້ວ, ມັນ​ຈະ​ບໍ່​ຖືກ​ລົມ​ພະ​ຍຸ​ພັດ​ໄປ​ໃນ​ວັນ​ສຸດ​ທ້າຍ; ແທ້​ຈິງ​ແລ້ວ, ມັນ​ກໍ​ຈະ​ບໍ່​ຖືກ​ລົມ​ບ້າ​ໝູ​ພັດ​ຫອບ​ໄປ, ແຕ່​ເມື່ອ ລົມ​ພະ​ຍຸ​ມາ ມັນ​ຈະ​ຖືກ​ຮວບ​ຮວມ​ຕົວ​ໄວ້​ນຳ​ກັນ​ຢູ່​ໃນ​ບ່ອນ​ຂອງ​ມັນ, ເພື່ອ​ລົມ​ພະ​ຍຸ​ຈະ​ເຂົ້າ​ເຖິງ​ມັນ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ມັນ​ຈະ​ບໍ່​ຖືກ​ພະ​ຍຸ​ຮ້າຍ​ພັດ​ໄປ​ບ່ອນ​ໃດ​ທີ່​ສັດ​ຕູ​ຕ້ອງ​ການ​ຈະ​ພາ​ມັນ​ໄປ.

7 ແຕ່​ຈົ່ງ​ເບິ່ງ, ມັນ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ ລະ​ດູ​ຂອງ​ການ​ເກັບ​ກ່ຽວ, ແລະ ມັນ​ເປັນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ຈະ ຍົກ​ມັນ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

8 ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ, ຈົ່ງ​ຂໍ​ໃຫ້​ພວກ​ເຮົາ ຮ້ອງ​ເພງ​ສັນ​ລະ​ເສີນ​ພຣະ​ອົງ​ເຖີດ, ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພວກ​ເຮົາ​ຖວາຍ ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ເຖີດ, ເພາະ​ວ່າ​ພຣະ​ອົງ​ໄດ້​ເຮັດ​ວຽກ​ງານ​ອັນ​ຊອບ​ທຳ​ຕະຫລອດ​ການ.

9 ຖ້າ​ຫາກ ພວກ​ເຮົາ​ບໍ່​ໄດ້​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ​ແລ້ວ, ພີ່​ນ້ອງ​ທີ່​ຮັກ​ຂອງ​ພວກ​ເຮົາ​ເຫລົ່າ​ນີ້ ຜູ້​ຊຶ່ງ​ຮັກ​ພວກ​ເຮົາ​ທີ່​ສຸດ ຈະ​ຍັງ​ຄົງ​ທໍ​ລະ​ມານ​ຢູ່​ດ້ວຍ ຄວາມ​ກຽດ​ຊັງ​ພວກ​ເຮົາ, ແທ້ຈິງ​ແລ້ວ, ພວກ​ເຂົາ​ຈະ​ເປັນ​ຄົນ​ແປກ​ໜ້າ​ຕໍ່​ພຣະ​ເຈົ້າ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອຳໂມນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ອາໂຣນ​ນ້ອງ​ຊາຍ​ຂອງ​ລາວ​ກໍ​ຕິ​ຕຽນ​ລາວ, ໂດຍ​ເວົ້າ​ວ່າ: ອຳໂມນ, ຂ້ອຍ​ຢ້ານ​ວ່າ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ເຈົ້າ​ໄດ້​ພາ​ໃຫ້​ເຈົ້າ​ໄປ​ຫາ​ການ​ອວດ​ອ້າງ​ເສຍ​ແລ້ວ.

11 ແຕ່​ອຳໂມນ​ໄດ້​ເວົ້າ​ກັບ​ລາວ​ວ່າ: ຂ້ອຍ​ບໍ່​ໄດ້ ອວດ​ອ້າງ​ໃນ​ພະ​ລັງ​ຂອງ​ຕົນ​ເອງ ຫລື ໃນ​ປັນ​ຍາ​ຂອງ​ຕົນ​ເອງ; ແຕ່​ຈົ່ງ​ເບິ່ງ, ຄວາມ​ສຸກ​ຂອງ​ຂ້ອຍ​ເຕັມ​ປ່ຽມ, ແທ້​ຈິງ​ແລ້ວ, ໃຈ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ, ແລະ ຂ້ອຍ​ຈະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ເຈົ້າ​ຂອງ​ຂ້ອຍ.

12 ແທ້​ຈິງ​ແລ້ວ, ຂ້ອຍ​ຮູ້​ວ່າ ຂ້ອຍ​ບໍ່​ມີຄ່າ​ອັນ​ໃດ​ເລີຍ; ຖ້າ​ອາ​ໄສ​ພະ​ລັງ​ຂອງ​ຂ້ອຍ​ເອງ ຂ້ອຍ​ກໍ​ອ່ອນ​ແອ; ສະນັ້ນ ຂ້ອຍ​ຈະ​ບໍ່ ອວດ​ອ້າງ​ເຖິງ​ເລື່ອງ​ຕົວ​ເອງ, ແຕ່​ຂ້ອຍ​ຈະ​ອວດ​ອ້າງ​ພຣະ​ເຈົ້າຂອງ​ຂ້ອຍ, ເພາະ​ໃນ ພະລັງ​ຂອງ​ພຣະ​ອົງ; ຂ້ອຍ​ສາ​ມາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ກະ​ທຳ​ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ​ມາ​ແລ້ວ​ໃນ​ແຜ່ນ​ດິນ​ນີ້, ຊຶ່ງ​ພວກ​ເຮົາ​ຈະ​ສັນ​ລະ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ​ຕະຫລອດ​ການ.

13 ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ພວກ​ເຮົາ​ມີ​ຈັກ​ພັນ​ຄົນ​ແລ້ວ​ທີ່​ພຣະ​ອົງ​ໄດ້​ປົດ​ປ່ອຍ​ອອກ​ຈາກ​ຄວາມ​ເຈັບ​ປວດ​ແຫ່ງ ນະລົກ ແລະ ນຳ​ມາ ຮ້ອງ​ສັນ​ລະ​ເສີນ​ຕໍ່​ຄວາມ​ຮັກ​ທີ່​ໄຖ່, ແລະ ນີ້​ເປັນ​ເພາະ​ອຳນາດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ ຊຶ່ງ​ຢູ່​ກັບ​ພວກ​ເຮົາ, ສະນັ້ນ ພວກ​ເຮົາ​ບໍ່​ມີ​ເຫດ​ຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ປິ​ຕິ​ຍິນ​ດີ​ບໍ?

14 ແທ້​ຈິງ​ແລ້ວ, ພວກ​ເຮົາ​ມີ​ເຫດ​ຜົນ​ທີ່​ຈະ​ສັນ​ລະ​ເສີນ​ພຣະ​ອົງ​ຕະຫລອດ​ໄປ, ເພາະ​ພຣະ​ອົງ​ເປັນ​ພຣະ​ເຈົ້າ​ສູງ​ສຸດ, ແລະ ໄດ້​ປົດ​ປ່ອຍ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ອອກ​ຈາກ ໂສ້​ແຫ່ງ​ນະລົກ.

15 ແທ້​ຈິງ​ແລ້ວ, ພວກ​ເຂົາ​ຖືກ​ປິດ​ລ້ອມ​ດ້ວຍ​ຄວາມ​ພິນາດ ແລະ ຄວາມ​ມືດ​ອັນ​ເປັນ​ນິດ; ແຕ່​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ນຳ​ເອົາ​ພວກ​ເຂົາ​ມາ​ຫາ ຄວາມ​ສະ​ຫວ່າງ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ, ມາ​ຫາ​ຄວາມ​ລອດ​ອັນ​ເປັນ​ນິດ; ແລະ ພວກ​ເຂົາ​ຖືກ​ປິດ​ລ້ອມ​ດ້ວຍ​ຄວາມ​ຮັກ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ ອັນ​ຫາ​ທີ່​ປຽບ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ໄດ້​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃນ​ການ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ນີ້.

16 ສະນັ້ນ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ ປາບ​ປື້ມ​ເຖີດ, ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ ປາບ​ປື້ມ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ປິ​ຕິ​ຍິນ​ດີ ເພາະ​ວ່າ​ຄວາມ​ຜາ​ສຸກ​ຂອງ​ພວກ​ເຮົາ​ເຕັມ​ປ່ຽມ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ສັນ​ລະ​ເສີນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຕະຫລອດ​ໄປ. ຈົ່ງ​ເບິ່ງ, ຜູ້​ໃດ​ຈະ​ປາບ​ປື້ມ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຫລາຍ​ເກີນ​ໄປ? ແທ້​ຈິງ​ແລ້ວ, ຜູ້​ໃດ​ຈະ​ໄດ້​ເວົ້າ​ຫລາຍ​ເກີນ​ໄປ​ເຖິງ​ອຳນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ແລະ ເຖິງ ຄວາມ​ເມດ​ຕາ, ແລະ ເຖິງ​ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ລູກ​ຫລານ​ມະນຸດ​ທັງ​ປວງ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເວົ້າ​ແມ່ນ​ແຕ່​ສ່ວນ​ໜ້ອຍ​ໜຶ່ງ​ຂອງ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ.

17 ແລະ ຜູ້​ໃດ​ຈະ​ຄິດ​ວ່າ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຈະ​ເມດ​ຕາ​ປາ​ນີ​ຫລາຍ​ປານ​ນີ້ ເຖິງ​ກັບ​ວ່າ​ພຣະ​ອົງ​ຍາດ​ເອົາ​ພວກ​ເຮົາ​ອອກ​ຈາກ​ສະພາບ​ອັນ​ເປັນ​ຕາ​ຢ້ານ ແລະ ເຕັມ​ໄປ​ດ້ວຍ​ບາບ ແລະ ຄວາມ​ເປິ​ເປື້ອນ​ຂອງ​ພວກ​ເຮົາ?

18 ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ອອກ​ໄປ​ໃນ​ຄວາມ​ໂມ​ໂຫ, ດ້ວຍ​ການ​ຄຸກ​ຄາມ​ຢ່າງ​ໜັກ​ທີ່​ຈະ ທຳ​ລາຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

19 ໂອ້ ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ສົ່ງ​ພວກ​ເຮົາ​ໄປ​ສູ່​ຄວາມ​ພິນາດ​ອັນ​ເປັນ​ຕາ​ຢ້ານ​ນັ້ນ, ແທ້​ຈິງ​ແລ້ວ, ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ປ່ອຍ​ດາບ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ອົງ​ຕົກ​ລົງ​ມາ​ໃສ່​ພວກ​ເຮົາ, ແລະ ກຳ​ນົດ​ໃຫ້​ພວກ​ເຮົາ​ໄປ​ຫາ​ຄວາມ​ໝົດ​ຫວັງ​ຊົ່ວ​ນິ​ລັນ​ດອນ?

20 ໂອ້ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ເກືອບ​ຄື​ກັບ​ວ່າ ມັນ​ຈະ​ໜີ​ໄປ​ເມື່ອ​ຄິດ​ໄປ​ແລ້ວ. ຈົ່ງ​ເບິ່ງ, ພຣະ​ອົງ​ບໍ່​ໄດ້​ໃຊ້​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ອົງ​ກັບ​ພວກ​ເຮົາ, ແຕ່​ໃນ​ພຣະ​ເມດ​ຕາ​ປາ​ນີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ນຳ​ພາ​ພວກ​ເຮົາ​ອອກ​ຈາກ ເຫວ​ເລິກ​ແຫ່ງ​ຄວາມ​ຕາຍ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ອັນ​ເປັນ​ນິດ, ຈົນ​ກະ​ທັ້ງ​ມາ​ສູ່​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ.

21 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ມີ ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ຜູ້​ໃດ​ທີ່​ຈະ​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ບໍ່​ມີ​ເລີຍ, ບໍ່​ມີ​ຜູ້​ໃດ​ທີ່​ຈະ ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້, ນອກ​ຈາກ​ຄົນ​ທີ່​ສຳ​ນຶກ​ຜິດ​ແລ້ວ.

22 ແທ້​ຈິງ​ແລ້ວ, ຜູ້​ທີ່ ກັບ​ໃຈ ແລະ ສະແດງ ສັດທາ, ແລະ ນຳ​ເອົາ​ວຽກ​ງານ​ດີ​ອອກ​ມາ, ແລະ ອະ​ທິ​ຖານສະໝ່ຳ​ສະເໝີ​ຢ່າງ​ບໍ່​ທໍ້​ຖອຍ—ແລ້ວ​ພຣະ​ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ເຊັ່ນ​ນັ້ນ​ຮູ້​ເຖິງ ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ມອບ​ການ​ເປີດ​ເຜີຍ​ເຖິງ​ສິ່ງ​ທີ່​ບໍ່​ເຄີຍ​ເປີດ​ເຜີຍ​ມາ​ກ່ອນ​ໃຫ້​ແກ່​ຄົນ​ແບບ​ນັ້ນ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ປະທານ​ໃຫ້​ແກ່​ຄົນ​ແບບ​ນັ້ນ ເພື່ອ​ຈະ​ໄດ້​ນຳ​ພາ​ຄົນ​ເປັນ​ຈຳນວນ​ພັນໆ​ມາ​ສູ່​ການ​ກັບ​ໃຈ, ເໝືອນ​ດັ່ງ​ພຣະ​ອົງ​ເຄີຍ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ​ມາ​ແລ້ວ ເພື່ອ​ນຳ​ພາ​ພີ່​ນ້ອງ​ເຫລົ່າ​ນີ້​ຂອງ​ພວກ​ເຮົາ​ມາ​ສູ່​ການ​ກັບ​ໃຈ.

23 ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ພວກ​ທ່ານ​ຈື່​ໄດ້​ບໍ​ວ່າ ພວກ​ເຮົາ​ໄດ້​ເວົ້າ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ​ວ່າ, ພວກ​ເຮົາ​ຈະ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ ເພື່ອ​ສັ່ງ​ສອນ​ຊາວ​ເລມັນ​ຜູ້​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ແລ້ວ ພວກ​ເຂົາ​ກໍ​ຫົວ​ເຍາະ​ເຍີ້ຍ​ພວກ​ເຮົາ?

24 ພວກ​ເຂົາ​ໄດ້​ເວົ້າ​ກັບ​ພວກ​ເຮົາ​ວ່າ: ພວກ​ເຈົ້າ​ຄິດ​ບໍ​ວ່າ ພວກ​ເຈົ້າ​ຈະ​ນຳ​ເອົາ​ຊາວ​ເລມັນ​ມາ​ຫາ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ​ໄດ້? ພວກ​ເຈົ້າ​ຄິດ​ບໍ​ວ່າ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ຊາວ​ເລມັນ​ສຳ​ນຶກ​ເຖິງ​ຄວາມ​ບໍ່​ຖືກ​ຕ້ອງ​ຂອງ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ໄດ້ ເພາະ​ວ່າ​ພວກ​ເຂົາ​ເປັນ​ຄົນ ແຂງ​ຄໍ; ຊຶ່ງ​ໃຈ​ຂອງ​ພວກ​ເຂົາ​ຊື່ນ​ຊົມ​ໃນ​ການ​ນອງ​ເລືອດ; ຊຶ່ງ​ເວລາ​ຂອງ​ພວກ​ເຂົາ​ຖືກ​ໃຊ້​ມົ້ວ​ສຸມ​ຢູ່​ກັບ​ຄວາມ​ຊົ່ວ​ຮ້າຍ​ທີ່​ສຸດ; ຊຶ່ງ​ທາງ​ຂອງ​ພວກ​ເຂົາ​ເປັນ​ທາງ​ຂອງ​ຄົນ​ລ່ວງ​ລະເມີດ​ມາ​ຕັ້ງ​ແຕ່​ຕົ້ນ? ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ຈົ່ງ​ຈື່​ຈຳ​ໄວ້​ວ່າ ນີ້​ຄື​ຄຳ​ເວົ້າ​ຂອງ​ພວກ​ເຂົາ.

25 ແລະ ຍິ່ງ​ໄປ​ກວ່າ​ນັ້ນ ພວກ​ເຂົາ​ໄດ້​ເວົ້າ​ວ່າ: ໃຫ້​ພວກ​ເຮົາ​ຈັບ​ອາ​ວຸດ​ຂຶ້ນ​ສູ້​ຮົບ​ກັບ​ພວກ​ເຂົາ​ເທາະ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ທຳ​ລາຍ​ພວກ​ເຂົາ ແລະ ທຳ​ລາຍ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ອອກ​ໄປ​ຈາກ​ແຜ່ນ​ດິນ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ມາ​ຢຽບ​ຍ່ຳ ແລະ ທຳ​ລາຍ​ພວກ​ເຮົາ.

26 ແຕ່ ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ພວກ​ເຮົາ​ໄດ້​ເຂົ້າ​ມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ບໍ່​ແມ່ນ​ມີ​ເຈດ​ຕະ​ນາ​ທີ່​ຈະ​ທຳ​ລາຍ​ພີ່​ນ້ອງ​ຂອງ​ພວກ​ເຮົາ, ແຕ່​ມີ​ເຈດ​ຕະ​ນາ​ວ່າ ບາງ​ທີ​ພວກ​ເຮົາ​ອາດ​ຈະ​ໄດ້​ຊ່ວຍ​ເຫລືອ​ຄົນ​ບາງ​ຄົນ​ໃຫ້​ລອດ​ພົ້ນ.

27 ບັດ​ນີ້​ເມື່ອ​ໃຈ​ຂອງ​ພວກ​ເຮົາ​ທໍ້​ຖອຍ ແລະ ພວກ​ເຮົາ​ເກືອບ​ຈະ​ກັບ​ຄືນ​ໄປ, ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ ໄດ້ ປອບ​ໃຈ​ພວກ​ເຮົາ, ແລະ ກ່າວ​ວ່າ: ຈົ່ງ​ອອກ​ໄປ​ໃນ​ບັນ​ດາ​ຊາວ​ເລມັນ, ພີ່​ນ້ອງ​ຂອງ​ພວກ​ເຈົ້າ, ຈົ່ງ​ຮັບ​ເອົາ ຄວາມ​ທຸກ​ຂອງ​ພວກ​ເຈົ້າ​ດ້ວຍ ຄວາມ​ອົດ​ທົນ, ແລະ ເຮົາ​ຈະ​ມອບ​ຄວາມ​ສຳ​ເລັດ​ໃຫ້​ແກ່​ພວກ​ເຈົ້າ.

28 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ມາ ແລະ ອອກ​ໄປ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ ແລະ ພວກ​ເຮົາ​ໄດ້​ອົດ​ທົນ​ໃນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ໄດ້​ອົດ​ທົນ​ຕໍ່​ຄວາມ​ຂາດ​ແຄນ​ທຸກ​ຢ່າງ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ເດີນ​ທາງ​ໄປ​ຫາ​ເຮືອນ​ນີ້​ເຮືອນ​ນັ້ນ, ໄວ້​ວາງ​ໃຈ​ຕາມ​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ໂລກ—ບໍ່​ພຽງ​ແຕ່​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ໂລກ​ເທົ່າ​ນັ້ນ ແຕ່​ໃນ​ພຣະ​ເມດ​ຕາ​ປາ​ນີ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

29 ແລະ ພວກ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ພວກ​ເຂົາ ແລະ ໄດ້​ສິດ​ສອນ​ພວກ​ເຂົາ, ແລະ ພວກ​ເຮົາ​ໄດ້​ສິດ​ສອນ​ພວກ​ເຂົາ​ຕາມ​ຖະ​ໜົນ​ຫົນ​ທາງ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ສິດ​ສອນ​ພວກ​ເຂົາ​ຢູ່​ເທິງ​ເນີນ​ພູ ແລະ ໄດ້​ເຂົ້າ​ໄປ​ໃນ​ພຣະ​ວິຫານ ແລະ ທຳ​ມະ​ສາ​ລາ​ເພື່ອ​ສິດ​ສອນ​ພວກ​ເຂົາ; ແລະ ພວກ​ເຮົາ​ໄດ້​ຖືກ​ຂັບ​ໄລ່​ໜີ ແລະ ໄດ້​ຖືກ​ເຍາະ​ເຍີ້ຍ​ຫົວ​ຂວັນ, ແລະ ໄດ້​ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່, ແລະ ໄດ້​ຖືກ​ຕົບ​ໜ້າ, ແລະ ໄດ້​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່, ແລະ ໄດ້​ຖືກ​ຈັບ, ແລະ ໄດ້​ຖືກ​ມັດ​ດ້ວຍ​ເຊືອກ​ໝັ້ນ, ແລະ ໄດ້​ຖືກ​ເອົາ​ໄປ​ເຂົ້າ​ຄຸກ, ແຕ່​ໂດຍ​ອຳນາດ ແລະ ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ປົດ​ປ່ອຍ.

30 ພວກ​ເຮົາ​ໄດ້​ຮັບ​ຄວາມ​ທຸກ​ນາໆ​ປະ​ການ, ແລະ ທັງ​ໝົດ​ນີ້​ເພື່ອ​ບາງ​ທີ​ພວກ​ເຮົາ​ອາດ​ຈະ​ໄດ້​ເປັນ​ຫົນ​ທາງ​ຊ່ວຍ​ເຫລືອ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ໃຫ້​ລອດ; ແລະ ພວກ​ເຮົາ​ຄິດ​ວ່າ​ພວກ​ເຮົາ​ຈະ​ເຕັມ​ໄປດ້ວຍ ຄວາມ​ສຸກ ຖ້າ​ຫາກ​ພວກ​ເຮົາ​ສາ​ມາດ​ເປັນ​ຫົນ​ທາງ​ຊ່ວຍ​ເຫລືອ​ຜູ້​ໃດ​ຜູ້​ໜຶ່ງ​ໃຫ້​ລອດ​ໄດ້.

31 ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ສາມາດ​ເບິ່ງ​ໄປ ແລະ ເຫັນ​ຜົນ​ຂອງ​ວຽກ​ງານ​ຂອງ​ພວກ​ເຮົາ​ໄດ້; ແລະ ມັນ​ມີ​ໜ້ອຍ​ບໍ່? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ບໍ່​ເລີຍ, ມັນ​ມີ ຫລາຍ; ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ສາ​ມາດ​ເປັນ​ພະຍານ​ໄດ້​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ພວກ​ເຂົາ, ຍ້ອນ​ວ່າ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພີ່​ນ້ອງ​ຂອ​ງ​ພວກ​ເຂົາ ແລະ ຄວາມ​ຮັກ​ທີ່​ມີ​ຕໍ່​ພວກ​ເຮົາ​ນຳ​ອີກ.

32 ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ຍອມ ເສຍ​ສະລະ​ຊີ​ວິດ​ຕົວ​ເອງ ແທນ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້ ຝັງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ​ໄວ້​ເລິກ​ໃນ​ດິນ, ຍ້ອນ​ວ່າ​ພວກ​ເຂົາ​ມີ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຂອງ​ພວກ​ເຂົາ.

33 ແລະ ບັດ​ນີ້​ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ມັນ​ເຄີຍ​ມີ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ແບບ​ນີ້​ຢູ່​ໃນ​ແຜ່ນ​ດິນ​ທົ່ວ​ໄປ​ບໍ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່​ມີ​ເລີຍ, ທັງໆ​ທີ່​ຢູ່​ໃນ​ບັນ​ດາ​ຊາວ​ນີໄຟ ກໍ​ບໍ່​ເຄີຍ​ມີ​ເລີຍ.

34 ເພາະ​ຈົ່ງ​ເບິ່ງ, ຊາວ​ນີໄຟ​ຈະ​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ພີ່​ນ້ອງ​ຂອງ​ພວກ​ເຂົາ; ພວກ​ເຂົາ​ຈະ​ບໍ່​ຍອມ​ໃຫ້​ຕົນ​ເອງ​ຖືກ​ຂ້າ​ຕາຍ​ເລີຍ. ແຕ່​ຈົ່ງ​ເບິ່ງ, ມີ​ຫລາຍ​ຄົນ​ໃນ​ພວກ​ນີ້​ທີ່​ຍອມສະລະ​ຊີ​ວິດ​ຂອງ​ຕົນ ແລະ ພວກ​ເຮົາ​ຮູ້​ວ່າ ພວກ​ເຂົາ​ໄປ​ເຝົ້າ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ແລ້ວ, ເພາະ​ຄວາມ​ຮັກ​ຂອງ​ພວກ​ເຂົາ ແລະ ຄວາມ​ກຽດ​ຊັງ​ບາບ​ຂອງ​ພວກ​ເຂົາ.

35 ບັດ​ນີ້ພວກ​ເຮົາ​ມີ​ເຫດ​ຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ​ບໍ? ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ ບໍ່​ເຄີຍ​ມີ​ຜູ້​ໃດ​ຈະ​ມີ​ເຫດ​ຜົນ​ຫລາຍ​ແບບ​ນີ້​ທີ່​ຈະ​ປິ​ຕິ​ຍິນ​ດີ​ຄື​ກັນ​ກັບ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ຄວາມ​ຜາ​ສຸກ​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ພາ​ໄປ​ຈົນ​ເຖິງ​ການ​ອວດ​ອ້າງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ພຣະ​ອົງ​ມີ ອຳນາດ​ທຸກ​ຢ່າງ, ມີ​ຄວາມ​ສະຫລຽວ​ສະຫລາດ​ທຸກ​ຢ່າງ, ແລະ ມີ ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ, ແລະ ພຣະ​ອົງ​ເຂົ້າ​ໃຈ ແລະ ມີ ຄວາມ​ເມດ​ຕາ​ຈົນ​ເຖິງ​ຂັ້ນ​ທີ່​ມອບ​ຄວາມ​ລອດ​ໃຫ້​ແກ່​ຜູ້​ທີ່​ກັບ​ໃຈ ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

36 ບັດ​ນີ້​ຖ້າ​ຫາກ​ສິ່ງ​ນີ້​ເປັນ​ການ​ອວດ​ອ້າງ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ອວດ​ອ້າງ​ມັນ; ເພາະ​ວ່າ​ນີ້​ຄື​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ຜາ​ສຸກ ແລະ ຄວາມ​ລອດ​ຂອງ​ຂ້າ​ພະ​ເຈົ້າ, ແລະ ການ​ໄຖ່​ຂອງ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ຄວາມ​ຈິບ​ຫາຍ​ອັນ​ເປັນ​ນິດ. ແທ້​ຈິງ​ແລ້ວ, ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ, ພຣະ​ຜູ້​ທີ່​ເປັນ​ຫ່ວງ​ຜູ້​ຄົນ​ພວກ​ນີ້, ຜູ້​ທີ່​ເປັນ ກິ່ງ​ງ່າ​ຂອງ​ຕົ້ນ​ອິດສະ​ຣາເອນ, ຊຶ່ງ​ຫລົງ​ຈາກ​ຕົ້ນ​ຂອງ​ມັນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ໃໝ່; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ, ພຣະ​ອົງ​ເປັນ​ຫ່ວງ​ພວກ​ເຮົາ, ຄົນ​ທີ່​ຊັດ​ເຊ​ພະ​ເນ​ຈອນ​ໄປ​ໃນ​ແຜ່ນ​ດິນ​ໃໝ່.

37 ບັດ​ນີ້​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ ພວກ​ເຮົາ​ເຫັນ​ວ່າ ພຣະ​ເຈົ້າ​ເປັນ​ຫ່ວງ​ນຳ ທຸກ​ຄົນ ບໍ່​ວ່າ​ພວກ​ເຂົາ​ຈະ​ຢູ່​ໃນ​ແຜ່ນ​ດິນ​ໃດ​ກໍ​ຕາມ; ແທ້​ຈິງ​ແລ້ວ, ພຣະ​ອົງ​ນັບ​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ອຸ​ທອນ​ກ້ອນ​ເລືອດ​ແຫ່ງ​ພຣະ​ເມດ​ຕາ​ປາ​ນີ​ຂອງ​ພຣະ​ອົງ​ທີ່​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທັງ​ໝົດ. ບັດ​ນີ້ ນີ້​ຄື​ຄວາມ​ຜາ​ສຸກ​ຂອງ​ຂ້າ​ພະ​ເຈົ້າ, ແລະ ການ​ຖວາຍ​ຂອບ​ພຣະ​ໄທ​ອັນ​ລົ້ນ​ເຫລືອ​ຂອງ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ຈະ​ຖວາຍ​ການ​ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຕະຫລອດ​ໄປ. ອາແມນ.