ພຣະ​ຄຳ​ພີ
ແອວມາ 30


ບົດ​ທີ 30

ໂຄ​ຣິ​ຫໍ, ການ​ຕໍ່​ຕ້ານ​ພຣະ​ຄຣິດ, ການ​ຫົວ​ເຍາະ​ເຍີ້ຍ​ພຣະ​ຄຣິດ, ການ​ຊົດ​ໃຊ້, ແລະ ວິນ​ຍານ​ແຫ່ງ​ການ​ທຳ​ນາຍ—ລາວ​ສິດ​ສອນ​ວ່າ​ມັນ​ບໍ່​ມີ​ພຣະ​ເຈົ້າ, ບໍ່​ມີ​ການ​ຕົກ​ຂອງ​ມະນຸດ, ບໍ່​ມີ​ການ​ລົງ​ໂທດ​ສຳ​ລັບ​ບາບ, ແລະ ບໍ່​ມີ​ພຣະ​ຄຣິດ—ແອວມາ​ໃຫ້​ຖ້ອຍ​ຄຳ​ວ່າ​ພຣະ​ຄຣິດ​ຈະ​ສະ​ເດັດ​ມາ ແລະ ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຊີ້​ໃຫ້​ເຫັນ​ວ່າ​ມີ​ພຣະ​ເຈົ້າ—ໂຄ​ຣິ​ຫໍ​ຂົ່ມ​ຂູ່​ເພື່ອ​ຢາກ​ເຫັນ​ເຄື່ອງ​ໝາຍ ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ໄບ້—ມານ​ມາ​ປະກົດ​ຕໍ່​ໂຄ​ຣິ​ຫໍ​ໃນ​ລັກ​ສະ​ນະ​ຂອງ​ທູດ ແລະ ໄດ້​ສິດ​ສອນ​ລາວ​ວິ​ທີ​ທີ່​ຈະ​ເວົ້າ—ໂຄ​ຣິ​ຫໍ​ໄດ້​ຖືກ​ຢຽບ​ຍ່ຳ ແລະ ໄດ້​ຕາຍ​ໄປ. ປະ​ມານ 76–74 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ ຜູ້​ຄົນ​ຂອງ​ອຳໂມນ​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ແຜ່ນ​ດິນ​ເຈີຊອນ​ແລ້ວ, ແທ້​ຈິງ​ແລ້ວ, ແລະ ຫລັງ​ຈາກ​ທີ່​ຊາວ​ເລມັນ​ຖືກ ຂັບ​ໄລ່​ອອກ​ໄປ​ຈາກ​ແຜ່ນ​ດິນ​ແລ້ວ, ແລະ ຊາກ​ສົບ​ຂອງ​ພວກ​ເຂົາ​ໄດ້​ຖືກ​ເອົາ​ໄປ​ຝັງ​ໂດຍ​ຜູ້​ຄົນ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ນັ້ນ—

2 ບັດ​ນີ້​ພວກ​ເຂົາ​ບໍ່​ໄດ້​ນັບ​ຈຳນວນ​ຊາກ​ສົບ​ຂອງ​ຊາວ​ເລມັນ ຍ້ອນ​ວ່າ​ຄວາມ​ຫລວງ​ຫລາຍ​ຂອງ​ມັນ; ທັງ​ບໍ່​ໄດ້​ນັບ​ຈຳນວນ​ຊາກ​ສົບ​ຂອງ​ຊາວ​ນີໄຟ​ຄື​ກັນ—​ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ຫລັງ​ຈາກ​ທີ່​ພວກ​ເຂົາ​ໄດ້​ຝັງ​ສົບ​ຂອງ​ຜູ້​ຕາຍ​ແລ້ວ, ແລະ ຫລັງ​ຈາກ​ມື້​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ໄວ້​ທຸກ, ແລະ ການ​ອະ​ທິ​ຖານ​ລ່ວງ​ໄປ​ແລ້ວ, ມັນ​ຈຶ່ງ​ເລີ່ມ​ມີ​ສັນ​ຕິ​ສຸກ​ທົ່ວ​ແຜ່ນ​ດິນ (ແລະ ມັນ​ເປັນ​ໄປ​ໃນ​ປີ​ທີ​ສິບ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ).

3 ແທ້​ຈິງ​ແລ້ວ, ແລະ ຜູ້ຄົນ​ໄດ້​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເຂົາ​ໄດ້​ເຄັ່ງ​ຄັດ​ໃນ​ການ​ຍຶດ​ຖື ພິ​ທີ​ການ​ຂອງ​ພຣະ​ເຈົ້າ​ຕາມ​ກົດ​ຂອງ​ໂມເຊ; ເພາະ​ວ່າ​ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້ ຮັກ​ສາ​ກົດ​ຂອງ​ໂມເຊ​ໄປ​ຈົນ​ກວ່າ​ມັນ​ຈະ​ສົມ​ບູນ.

4 ແລະ ດັ່ງ​ນັ້ນ​ຜູ້​ຄົນ​ຈຶ່ງ​ບໍ່​ມີ​ຄວາມ​ຫຍຸ້ງ​ຍາກ​ຕະຫລອດ​ປີ​ທີ​ສິບ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ສິບ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ ມັນ​ກໍ​ຍັງ​ມີ​ສັນ​ຕິ​ສຸກ​ຢູ່​ເລື້ອຍໆ​ໄປ.

6 ແຕ່ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ທ້າຍ​ປີ​ທີ​ສິບ​ເຈັດ ມີ​ຄົນ​ຜູ້​ໜຶ່ງ​ໄດ້​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ລາວ​ເປັນ ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ, ແລະ ລາວ​ໄດ້​ເລີ່ມ​ສັ່ງ​ສອນ​ຜູ້​ຄົນ​ບໍ່​ໃຫ້​ເຫັນ​ດີ​ກັບ​ຄຳ​ທຳ​ນາຍ ຊຶ່ງ​ສາດ​ສະ​ດາ​ໄດ້​ທຳ​ນາຍ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

7 ບັດ​ນີ້​ມັນ​ບໍ່​ມີ​ກົດ​ໝາຍ​ທີ່​ຈະ​ຂັດ​ຂວາງ ຄວາມ​ເຊື່ອ​ຖື​ຂອງ​ຄົນ, ເພາະ​ມັນ​ເປັນ​ສິ່ງ​ກົງ​ກັນ​ຂ້າມ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ມີ​ກົດ​ຊຶ່ງ​ນຳ​ພາ​ມະນຸດ​ໄປ​ສູ່​ພື້ນ​ຖານ​ທີ່​ບໍ່​ສະເໝີ​ພາບ​ກັນ.

8 ເພາະ​ຂໍ້​ຄວາມ​ພຣະ​ຄຳ​ພີ​ໄດ້​ກ່າວ​ດັ່ງ​ນີ້: ເຈົ້າ​ຈົ່ງ ເລືອກ​ເອົາ​ໃນ​ມື້​ນີ້​ວ່າ, ເຈົ້າ​ຈະ​ຮັບ​ໃຊ້​ຜູ້​ໃດ.

9 ບັດ​ນີ້​ຖ້າ​ຫາກ​ຜູ້​ໃດ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ, ມັນ​ກໍ​ເປັນ​ສິດ​ທິ​ຂອງ​ເຂົາ; ຫລື ຖ້າ​ຫາກ​ເຂົາ​ຈະ​ເຊື່ອ​ຟັງ​ພຣະ​ເຈົ້າ, ມັນ​ກໍ​ເປັນ​ສິດ​ທິ​ຂອງ​ເຂົາ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ; ແຕ່​ຖ້າ​ຫາກ​ເຂົາ​ບໍ່​ເຊື່ອ​ໃນ​ພຣະ​ອົງ ມັນ​ກໍ​ບໍ່​ມີ​ກົດ​ອັນ​ໃດ​ທີ່​ຈະ​ມາ​ລົງ​ໂທດ​ເຂົາ​ໄດ້.

10 ແຕ່​ຖ້າ​ຫາກ​ເຂົາ​ເຮັດ​ການ​ຄາດ​ຕະ​ກຳ ເຂົາ​ກໍ​ຈະ​ຖືກ​ລົງ​ໂທດ​ຈົນ​ເຖິງ​ແກ່ ຄວາມ​ຕາຍ; ແລະ ຖ້າ​ຫາກ​ເຂົາ​ປຸ້ນ​ຈີ້​ຄົນ ເຂົາ​ກໍ​ຈະ​ຖືກ​ລົງ​ໂທດ; ແລະ ຖ້າ​ຫາກ​ເຂົາ​ລັກ ເຂົາ​ກໍ​ຈະ​ຖືກ​ລົງ​ໂທດ; ແລະ ຖ້າ​ຫາກ​ເຂົາ​ຫລິ້ນ​ຊູ້ ເຂົາ​ກໍ​ຈະ​ຖືກ​ລົງ​ໂທດ​ຄື​ກັນ; ແທ້​ຈິງ​ແລ້ວ, ເພາະ​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ນີ້ ພວກ​ເຂົາ​ຈຶ່ງ​ຖືກ​ລົງ​ໂທດ.

11 ເພາະ​ວ່າ​ກົດ​ໝາຍ​ມີ​ຢູ່​ວ່າ ມະນຸດ​ຈະ​ຕ້ອງ​ຖືກ​ຕັດ​ສິນ​ຕາມ​ຄວາມ​ຜິດ​ຂອງ​ຕົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ກໍ​ບໍ່​ມີ​ກົດ​ໝາຍ​ທີ່​ຈະ​ຫ້າມ​ຄວາມ​ເຊື່ອ​ຖື​ຂອງ​ຄົນ; ສະນັ້ນ, ມະນຸດ​ຈະ​ຖືກ​ລົງ​ໂທດ​ຕາມ​ຄວາມ​ຜິດ ຊຶ່ງ​ພວກ​ເຂົາ​ໄດ້​ເຮັດ​ໄປ​ເທົ່າ​ນັ້ນ; ສະນັ້ນ ຄົນ​ທັງ​ປວງ​ຈຶ່ງ​ຢູ່​ໃນ​ພື້ນ​ຖານ​ທີ່ ສະເໝີ​ພາບ​ກັນ.

12 ແລະ ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ​ຜູ້​ນີ້​ມີ​ຊື່​ວ່າ ໂຄ​ຣິ​ຫໍ (ແລະ ກົດ​ບໍ່​ມີ​ອຳນາດ​ກັບ​ລາວ​ໄດ້) ລາວ​ເລີ່ມ​ສັ່ງ​ສອນ​ຜູ້​ຄົນ​ວ່າ ມັນ​ຈະ​ບໍ່​ມີ​ພຣະ​ຄຣິດ. ແລະ ລາວ​ໄດ້​ສັ່ງ​ສອນ​ຕາມ​ວິ​ທີ​ນີ້, ໂດຍ​ກ່າວ​ວ່າ:

13 ໂອ້ ພວກ​ທ່ານ​ຜູ້​ຖືກ​ມັດ​ໄວ້​ຢູ່​ໃຕ້​ຄວາມ​ຫວັງ​ອັນ​ໂງ່​ຈ້າ ແລະ ບໍ່​ມີ​ປະ​ໂຫຍດ, ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ແບກ​ເອົາ​ຄວາມ​ໂງ່​ຈ້າ​ໄວ້​ກັບ​ຕົນ​ເອງ? ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຊອກ​ຫາ​ພຣະ​ຄຣິດ? ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ທີ່​ຈະ​ຮູ້​ຈັກ​ສິ່ງ​ທີ່​ຈະ​ມາ​ເຖິງ.

14 ຈົ່ງ​ເບິ່ງ, ສິ່ງ​ເຫລົ່າ​ນີ້​ທີ່​ພວກ​ທ່ານ​ເອີ້ນ​ວ່າ​ຄຳ​ທຳ​ນາຍ, ຊຶ່ງ​ພວກ​ທ່ານ​ກ່າວ​ວ່າ​ມັນ​ຖືກ​ມອບ​ຕໍ່ໆ​ກັນ​ມາ​ໂດຍ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ, ຈົ່ງ​ເບິ່ງ, ມັນ​ເປັນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ໂງ່​ຈ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ.

15 ພວກ​ທ່ານ​ຮູ້​ຈັກ​ຄວາມ​ແນ່​ນອນ​ຂອງ​ມັນ​ໄດ້​ແນວ​ໃດ? ຈົ່ງ​ເບິ່ງ, ພວກ​ທ່ານ​ບໍ່​ສາ​ມາດ​ຮູ້​ຈັກ​ສິ່ງ​ທີ່​ພວກ​ທ່ານ​ບໍ່ ເຫັນ; ສະນັ້ນ ພວກ​ທ່ານ​ຈຶ່ງ​ບໍ່​ສາ​ມາດ​ຮູ້​ໄດ້​ວ່າ ມັນ​ຈະ​ມີ​ພຣະ​ຄຣິດ.

16 ພວກ​ທ່ານ​ຫວັງ ແລະ ກ່າວ​ວ່າ​ພວກ​ທ່ານ​ເຫັນ​ການ​ປົດ​ບາບ​ຂອງ​ພວກ​ທ່ານ​ເອງ. ແຕ່​ຈົ່ງ​ເບິ່ງ, ມັນ​ເປັນ​ຄວາມ​ຄິດ​ທີ່​ບ້າໆ ແລະ ຄວາມ​ຜິດ​ປົກ​ກະ​ຕິ​ຂອງ​ຈິດ​ໃຈ​ຂອງ​ພວກ​ທ່ານ; ແລະ ເກີດ​ຂຶ້ນ​ຍ້ອນ​ວ່າ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ, ຊຶ່ງ​ນຳ​ພາ​ພວກ​ທ່ານ​ໄປ​ເຊື່ອ​ຖື​ໃນ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້.

17 ແລະ ລາວ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ອີກ​ຫລາຍ​ເລື່ອງ​ໃນ​ລັກ​ສະ​ນະ​ດຽວ​ກັນ​ນີ້​ໂດຍ​ບອກ​ພວກ​ເຂົາ​ວ່າ ມັນ​ຈະ​ບໍ່​ມີ​ການ​ຊົດ​ໃຊ້​ແທນ​ບາບ​ຂອງ​ມະນຸດ​ເກີດ​ຂຶ້ນ​ຢ່າງ​ເດັດ​ຂາດ, ແຕ່​ວ່າ​ມະນຸດ​ແຕ່​ລະ​ຄົນ​ເປັນ​ຢູ່​ໃນ​ຊີ​ວິດ​ນີ້ ຕາມ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ຕົນ​ເອງ; ສະນັ້ນ ມະນຸດ​ແຕ່​ລະ​ຄົນ​ມີ​ຄວາມ​ຮຸ່ງ​ເຮືອງ​ຕາມ​ຄວາມ​ສະຫລາດ​ຂອງ​ຕົນ​ເອງ, ແລະ ວ່າ​ທຸກ​ຄົນ​ຊະນະ​ຕາມ​ກຳ​ລັງ​ຂອງ​ຕົນ​ເອງ; ແລະ ແມ່ນ​ຫຍັງ​ກໍ​ຕາມ​ທີ່​ຕົນ​ເອງ​ກະ​ທຳ​ໄປ​ນັ້ນ ຈະ​ບໍ່​ມີ​ຄວາມ​ຜິດ​ເລີຍ.

18 ແລະ ລາວ​ໄດ້​ສັ່ງ​ສອນ​ພວກ​ເຂົາ​ແບບ​ນີ້, ແລະ ໄດ້​ຊັກ​ຈູງ​ໃຈ​ຫລາຍ​ດວງ​ໄປ, ເຮັດ​ໃຫ້​ພວກ​ເຂົາ​ເບີກ​ບານ​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ໄດ້​ຊັກ​ຈູງ​ພວກ​ຜູ້​ຍິງ ແລະ ພວກ​ຜູ້​ຊາຍ​ເປັນ​ຈຳນວນ​ຫລວງ​ຫລາຍ​ນຳ​ອີກ​ໃຫ້​ທຳ​ການ​ໂສ​ເພ​ນີ—​ບອກ​ພວກ​ເຂົາ​ວ່າ ເວລາ​ຄົນ​ຕາຍ​ໄປ ມັນ​ເປັນ​ທີ່​ສຸດ​ຂອງ​ຊີ​ວິດ.

19 ບັດ​ນີ້​ຄົນ​ຜູ້​ນີ້​ໄດ້​ໄປ​ຫາ​ແຜ່ນ​ດິນ​ເຈີຊອນ ເພື່ອ​ສັ່ງ​ສອນ​ເລື່ອງ​ເຫລົ່າ​ນີ້​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ອຳໂມນ​ນຳ​ອີກ, ຊຶ່ງ​ເຄີຍ​ເປັນ​ຜູ້​ຄົນ​ຂອງ​ຊາວ​ເລມັນ​ມາ​ກ່ອນ.

20 ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ສະຫລາດ​ກວ່າ​ຊາວ​ນີໄຟ​ເປັນ​ຈຳນວນ​ຫລວງ​ຫລາຍ; ເພາະ​ວ່າ​ພວກ​ເຂົາ​ໄດ້​ຈັບ ແລະ ມັດ​ລາວ, ແລະ ໄດ້​ພາ​ລາວ​ໄປ​ຢູ່​ຕໍ່​ໜ້າ​ອຳໂມນ​ຜູ້​ເປັນ​ມະຫາ​ປະ​ໂລ​ຫິດ​ປົກ​ຄອງ​ຜູ້​ຄົນ​ພວກ​ນັ້ນ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ສັ່ງ​ໃຫ້​ລາວ​ອອກ​ຈາກ​ແຜ່ນ​ດິນ​ໄປ. ແລະ ລາວ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ກີເດໂອນ ແລະ ເລີ່ມ​ສັ່ງ​ສອນ​ພວກ​ເຂົາ​ນຳ​ອີກ, ແລະ ບ່ອນ​ນີ້​ລາວ​ບໍ່​ໄດ້​ຮັບ​ຄວາມ​ສຳ​ເລັດ​ເລີຍ, ເພາະ​ວ່າ​ລາວ​ຖືກ​ຈັບ ແລະ ມັດ​ໄວ້, ແລະ ຖືກ​ພາ​ໄປ​ຢູ່​ຕໍ່​ໜ້າ​ມະຫາ​ປະ​ໂລ​ຫິດ ແລະ ຫົວ​ໜ້າ​ຜູ້​ຕັດ​ສິນ​ປົກ​ຄອງ​ແຜ່ນ​ດິນ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມະຫາ​ປະ​ໂລ​ຫິດ​ໄດ້​ຖາມ​ລາວ​ວ່າ: ເປັນ​ຫຍັງ​ເຈົ້າ​ຈຶ່ງ​ທ່ຽວ​ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ສິດ​ສອນ​ຜູ້​ຄົນ​ພວກ​ນີ້​ວ່າ​ມັນ​ຈະ​ບໍ່​ມີ​ພຣະ​ຄຣິດ​ເພື່ອ​ຂັດ​ຂວາງ​ຄວາມ​ຊື່ນ​ຊົມ​ຂອງ​ພວກ​ເຂົາ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ຂັດ​ກັບ​ການ​ທຳ​ນາຍ​ທັງ​ໝົດ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ?

23 ບັດ​ນີ້​ຊື່​ຂອງ​ມະຫາ​ປະ​ໂລ​ຫິດ​ຜູ້​ນັ້ນ​ຄື ກິດ​ໂດ​ນາ. ແລະ ໂຄ​ຣິ​ຫໍ​ຕອບ​ເພິ່ນ​ວ່າ: ຍ້ອນ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສິດ​ສອນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ໂງ່​ຈ້າ​ຫລ້າ​ຫລັງ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ, ແລະ ຍ້ອນ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສິດ​ສອນ​ຜູ້​ຄົນ​ພວກ​ນີ້​ໃຫ້​ຜູກ​ມັດ​ຕົວ​ເອງ​ພາຍ​ໃຕ້​ພິ​ທີ​ການ ແລະ ການ​ປະ​ຕິ​ບັດ​ອັນ​ໂງ່​ຈ້າ​ຫລ້າ​ຫລັງ ຊຶ່ງ​ປະ​ໂລ​ຫິດ​ສະ​ໄໝ​ບູຮານ​ກຳ​ນົດ​ໄວ້ ເພື່ອ​ແຍ້ງ​ຊີງ​ເອົາ​ອຳນາດ ແລະ ສິດ​ອຳນາດ​ປົກ​ຄອງ​ຂອງ​ພວກ​ເຂົາ, ເພື່ອ​ເກັບ​ກຳ​ພວກ​ເຂົາ​ໄວ້​ໃນ​ຄວາມ​ໂງ່​ຈ້າ​ຫລ້າ​ຫລັງ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ເງີຍ​ໜ້າ​ຂຶ້ນ, ແຕ່​ຖືກ​ນຳ​ເອົາ​ລົງ​ໄປ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ.

24 ທ່ານ​ເວົ້າ​ວ່າ ຜູ້​ຄົນ​ພວກ​ນີ້​ເປັນ​ຄົນ​ມີ​ອິດສະ​ລະ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ວ່າ ພວກ​ເຂົາ​ຢູ່​ໃນ​ຄວາມ​ເປັນ​ທາດ. ທ່ານ​ກ່າວ​ວ່າ​ຄຳ​ທຳ​ນາຍ​ເຫລົ່າ​ນັ້ນ​ຂອງ​ສະ​ໄໝ​ບູຮານ​ເປັນ​ຄວາມ​ຈິງ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ວ່າ ທ່ານ​ບໍ່​ຮູ້​ຈັກ​ດອກ​ວ່າ ມັນ​ເປັນ​ຄວາມ​ຈິງ.

25 ທ່ານ​ເວົ້າ​ວ່າ ຜູ້​ຄົນ​ພວກ​ນີ້​ເປັນ​ຄົນ​ທີ່​ມີ​ຄວາມ​ຜິດ ແລະ ຕົກ​ໄປ​ເພາະ​ການ​ລ່ວງ​ລະເມີດ​ຂອງ​ພໍ່​ແມ່. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ວ່າ​ລູກ​ຈະ​ບໍ່​ມີ​ຄວາມ​ຜິດ​ເພາະ​ພໍ່​ແມ່.

26 ແລະ ທ່ານ​ເວົ້າ​ອີກ​ວ່າ ພຣະ​ຄຣິດ​ຈະ​ສະ​ເດັດ​ມາ. ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ທ່ານ​ບໍ່​ຮູ້​ຈັກ​ດອກ​ວ່າ ມັນ​ຈະ​ມີ​ພຣະ​ຄຣິດ. ແລະ ທ່ານ​ເວົ້າ​ວ່າ ພຣະ​ອົງ​ຈະ​ຖືກ​ປະ​ຫານ​ເພື່ອ ບາບ​ຂອງ​ໂລກ—

27 ແລະ ທ່ານ​ນຳ​ພາ​ຜູ້​ຄົນ​ພວກ​ນີ້​ໄປ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ອັນ​ໂງ່​ຈ້າ​ຫລ້າ​ຫລັງ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ, ແລະ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ເອງ; ແລະ ທ່ານ​ເຮັດ​ໃຫ້​ພວກ​ເຂົາ​ຕ່ຳ​ຕ້ອຍ​ລົງ, ເຖິງ​ແມ່ນ​ຄື​ກັບ​ວ່າ ພວກ​ເຂົາ​ຢູ່​ໃນ​ຄວາມ​ເປັນ​ທາດ, ເພື່ອ​ທ່ານ​ຈະ​ອີ່ມ​ໜຳ​ສຳ​ລານ​ດ້ວຍ​ແຮງ​ງານ​ຈາກ​ມື​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ເງີຍ​ໜ້າ​ຂຶ້ນ​ບໍ່​ໄດ້​ດ້ວຍ​ຄວາມ​ອົງ​ອາດ, ແລະ ເພື່ອ​ພວກ​ເຂົາ​ຈະ​ບໍ່​ກ້າ​ຊື່ນ​ຊົມ​ໃນ​ສິດ ແລະ ສິດ​ທິ​ພິ​ເສດ​ຂອງ​ພວກ​ເຂົາ.

28 ແທ້​ຈິງ​ແລ້ວ, ພວກ​ເຂົາ​ບໍ່​ກ້າ​ໃຊ້​ສິ່ງ​ທີ່​ເປັນ​ຂອງ​ຕົນ​ເອງ ໂດຍ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ປະ​ໂລ​ຫິດ​ຂອງ​ພວກ​ເຂົາ​ບໍ່​ພໍ​ໃຈ, ພວກ​ເຂົາ​ໄດ້​ເປັນ​ແອກ​ໃຫ້​ປະ​ໂລ​ຫິດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ໂລ​ຫິດ, ແລະ ນຳ​ພາ​ພວກ​ເຂົາ​ໃຫ້​ເຊື່ອ​ຖື​ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຕົນ, ຕາມ​ຄວາມ​ໄຝ່​ຝັນ​ຂອງ​ຕົນ ແລະ ຕາມ​ອາ​ລົມ​ຂອງ​ຕົນ ແລະ ພາບ​ນິມິດ​ນັ້ນ, ແລະ ຄວາມ​ລຶກ​ລັບ​ທີ່​ເຮັດ​ຂຶ້ນ​ມາ​ຂອງ​ຕົນ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ເຮັດ​ຕາມ​ຄຳ​ເວົ້າ​ຂອງ​ຕົນ, ພວກ​ເຂົາ​ກໍ​ເຮັດ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ ຊຶ່ງ​ບໍ່​ເປັນ​ທີ່​ຮູ້​ຈັກ​ຂຸ່ນ​ເຄືອງ ຜູ້​ຊຶ່ງ​ພວກ​ເຂົາ​ກ່າວ​ວ່າ ເປັນ​ພຣະ​ເຈົ້າ—ຊຶ່ງ​ເປັນຜູ້​ທີ່​ບໍ່​ເຄີຍ​ຮູ້ ແລະ ບໍ່​ເຄີຍ​ເຫັນ, ແລະ ເປັນ​ຜູ້​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ ແລະ ຈະ​ບໍ່​ມີ​ວັນ​ເປັນ​ໄປ​ໄດ້.

29 ບັດ​ນີ້​ເວລາ​ມະຫາ​ປະ​ໂລ​ຫິດ ແລະ ຫົວ​ໜ້າ​ຜູ້​ຕັດ​ສິນ​ເຫັນ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ລາວ, ແທ້​ຈິງ​ແລ້ວ, ເມື່ອ​ພວກ​ເພິ່ນ​ເຫັນ​ລາວ​ໝິ່ນ​ປະ​ໝາດ​ພຣະ​ເຈົ້າ, ພວກ​ເພິ່ນ​ຈຶ່ງ​ບໍ່​ຍອມ​ຕອບ​ຄຳ​ເວົ້າ​ຂອງ​ລາວ; ແຕ່​ພວກ​ເພິ່ນ​ສັ່ງ​ໃຫ້​ມັດ​ລາວ; ແລະ ພວກ​ເພິ່ນ​ໄດ້​ສົ່ງ​ລາວ​ໄປ​ຫາ​ເຈົ້າ​ໜ້າ​ທີ່ ແລະ ສົ່ງ​ລາວ​ຕໍ່​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ​ເພື່ອ​ຈະ​ໄດ້​ນຳ​ໄປ​ຢູ່​ຕໍ່​ໜ້າ​ຂອງ​ແອວມາ ແລະ ຫົວ​ໜ້າ​ຜູ້​ຕັດ​ສິນ​ຊຶ່ງ​ເປັນ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ທັງ​ໝົດ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ລາວ​ຖືກ​ນຳ​ມາ​ຢູ່​ຕໍ່​ໜ້າ​ແອວມາ ແລະ ຫົວ​ໜ້າ​ຜູ້​ຕັດ​ສິນ, ລາວ​ກໍ​ເຮັດ​ແບບ​ດຽວ​ກັນ​ກັບ​ທີ່​ລາວ​ໄດ້​ເຮັດ​ໃນ​ແຜ່ນ​ດິນ​ກີເດໂອນ​ນັ້ນ; ແທ້​ຈິງ​ແລ້ວ, ລາວໄດ້ ໝິ່ນ​ປະ​ໝາດ​ຕື່ມ​ອີກ.

31 ແລະ ລາວ​ໄດ້​ໃຊ້​ຄຳ​ເວົ້າ​ທີ່ ຮຸນ​ແຮງ​ຫລາຍ​ຂຶ້ນ​ຕໍ່​ໜ້າ​ແອວມາ, ແລະ ໝິ່ນ​ປະ​ໝາດ​ພວກ​ປະ​ໂລ​ຫິດ ແລະ ຜູ້​ສິດ​ສອນ​ໂດຍ​ກ່າວ​ຫາ​ວ່າ​ພວກ​ເພິ່ນ​ໄດ້​ຊັກ​ນຳ​ຜູ້​ຄົນ​ໃຫ້​ເຮັດ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ອັນ​ໂງ່​ຈ້າ​ຫລ້າ​ຫລັງ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ ເພື່ອ​ເຫັນ​ແກ່​ຄວາມ​ອີ່ມ​ໜຳ​ສຳ​ລານ​ຈາກ​ແຮງ​ງານ​ຂອງ​ປະ​ຊາ​ຊົນ.

32 ບັດ​ນີ້​ແອວມາ​ໄດ້​ກ່າວ​ກັບ​ລາວ​ວ່າ: ເຈົ້າ​ຮູ້​ຢູ່​ແລ້ວ​ວ່າ ພວກ​ເຮົາ​ບໍ່​ໄດ້​ອີ່ມ​ໜຳ​ສຳ​ລານ​ຈາກ​ແຮງ​ງານ​ຂອງ​ຜູ້​ຄົນ​ພວກ​ນີ້; ເພາະ​ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ໄດ້​ອອກ​ແຮງ​ງານ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ມາ​ຈົນ​ເຖິງ​ບັດ​ນີ້​ດ້ວຍ​ມື​ຂອງ​ຂ້າ​ພະ​ເຈົ້າ​ເອງ​ເພື່ອ​ຫາ​ລ້ຽງ​ຕົນ​ເອງ, ທັງໆ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ຫລາຍ​ເທື່ອ​ໄປ​ມາ​ທົ່ວ​ແຜ່ນ​ດິນ​ເພື່ອ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

33 ແລະ ທັງໆ​ທີ່​ມັນ​ເປັນ​ວຽກ​ງານ​ຢ່າງ​ຫລວງ​ຫລາຍ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໄປ​ໃນ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ຮັບ​ພຽງ​ແຕ່​ໜຶ່ງ ຊີ​ໄນ​ເພື່ອ​ແຮງ​ງານ​ຂອງ​ຂ້າ​ພະ​ເຈົ້າ​ເລີຍ; ທັງ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ຮັບ​ຫຍັງ​ເລີຍ​ນອກ​ຈາກ​ເວລາ​ທີ່​ຢູ່​ໃນ​ບັນ​ລັງ​ຕັດ​ສິນ; ແລະ ເມື່ອ​ນັ້ນ​ພວກ​ເຮົາ​ຈະ​ໄດ້​ຮັບ​ຕາມ​ກົດ​ໝາຍ​ສຳ​ລັບ​ເວລາ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ.

34 ແລະ ບັດ​ນີ້, ຖ້າ​ຫາກ​ພວກ​ເຮົາ​ບໍ່​ໄດ້​ຮັບ​ສິ່ງ​ຕອບ​ແທນ​ແຮງ​ງານ​ຂອງ​ພວກ​ເຮົາ​ໃນ​ສາດ​ສະ​ໜາ​ຈັກ​ແລ້ວ, ມັນ​ຈະ​ເປັນ​ປະ​ໂຫຍດ​ອັນ​ໃດ​ແກ່​ພວກ​ເຮົາ​ທີ່​ຈະ​ເຮັດ​ການ​ໃນ​ສາດ​ສະ​ໜາ​ຈັກ​ນອກ​ຈາກ​ເພື່ອ​ປະ​ກາດ​ຄວາມ​ຈິງ ເພື່ອ​ພວກ​ເຮົາ​ຈະ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ ຄວາມ​ສຸກ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ?

35 ແລ້ວ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ ພວກ​ເຮົາ​ສັ່ງ​ສອນ​ຜູ້​ຄົນ​ພວກ​ນີ້​ເພື່ອ​ຫາ​ຜົນ​ປະ​ໂຫຍດ, ໃນ​ເມື່ອ​ຕົວ​ເຈົ້າ​ເອງ​ກໍ​ຮູ້​ຈັກ​ຢູ່​ແລ້ວ​ວ່າ ພວກ​ເຮົາ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ອັນ​ໃດ​ເລີຍ? ແລະ ບັດ​ນີ້, ເຈົ້າ​ເຊື່ອ​ບໍ​ວ່າ ພວກ​ເຮົາ​ຫລອກ​ລວງ​ຜູ້​ຄົນ​ພວກ​ນີ້ ທີ່​ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມ​ສຸກ​ເຊັ່ນ​ນີ້​ໃນ​ໃຈ​ຂອງ​ພວກ​ເຂົາ?

36 ແລະ ໂຄ​ຣິ​ຫໍ​ຕອບ​ເພິ່ນ​ວ່າ, ຖືກ​ແລ້ວ.

37 ແລະ ແລ້ວ​ແອວມາ​ຖາມ​ລາວ​ວ່າ: ເຈົ້າ​ເຊື່ອ​ບໍ​ວ່າ ມັນ​ມີ​ພຣະ​ເຈົ້າ?

38 ແລະ ລາວ​ຕອບ​ວ່າ, ບໍ່​ເຊື່ອ.

39 ບັດ​ນີ້​ແອວມາ​ເວົ້າ​ກັບ​ລາວ​ວ່າ: ເຈົ້າ​ຈະ​ປະ​ຕິ​ເສດ​ອີກ​ບໍ​ວ່າ ມັນ​ບໍ່​ມີ​ພຣະ​ເຈົ້າ, ແລະ ປະ​ຕິ​ເສດ​ພຣະ​ຄຣິດ​ອີກ​ບໍ? ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ເຈົ້າ​ວ່າ, ຂ້າ​ພະ​ເຈົ້າ​ຮູ້​ຈັກ​ວ່າ ມັນ​ມີ​ພຣະ​ເຈົ້າ ແລະ ວ່າ​ພຣະ​ຄຣິດ​ຈະ​ສະ​ເດັດ​ມາ.

40 ແລະ ບັດ​ນີ້​ເຈົ້າ​ມີ​ຫລັກ​ຖານ​ແນວ​ໃດ​ທີ່​ວ່າ​ມັນ​ບໍ່​ມີ ພຣະ​ເຈົ້າ, ຫລື ວ່າ​ພຣະ​ຄຣິດ​ຈະ​ບໍ່​ສະ​ເດັດ​ມາ? ຂ້າ​ພະ​ເຈົ້າ​ກ່າວ​ວ່າ ເຈົ້າ​ບໍ່​ມີ​ເລີຍ, ນອກ​ຈາກ​ຄຳ​ເວົ້າ​ຂອງ​ເຈົ້າ​ເທົ່າ​ນັ້ນ.

41 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມີ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເປັນ ປະຈັກ​ພະຍານ​ວ່າ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ; ແລະ ເຈົ້າ​ກໍ​ມີ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈະ​ໃຫ້​ເປັນ​ປະຈັກ​ພະຍານ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ; ແລະ ເຈົ້າ​ຈະ​ປະ​ຕິ​ເສດ​ມັນ​ບໍ? ເຈົ້າ​ເຊື່ອ​ບໍ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ?

42 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ເຈົ້າ​ເຊື່ອ, ແຕ່​ເຈົ້າ​ຖືກ​ຄອບ​ງຳ​ດ້ວຍ​ວິນ​ຍານ​ທີ່​ຕົວະ, ແລະ ເຈົ້າ​ບໍ່​ເອົາ​ໃຈ​ໃສ່​ຕໍ່​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ຈົນ​ວ່າ​ມັນ​ບໍ່​ມີ​ບ່ອນ​ຢູ່​ໃນ​ຕົວ​ເຈົ້າ; ແຕ່​ເວລາ​ນີ້​ມານ​ມີ​ອຳນາດ​ເໜືອ​ເຈົ້າ, ແລະ ມານ​ໄດ້​ພາ​ເຈົ້າ​ໄປ​ເຮັດ​ກົນ​ອຸ​ບາຍ​ຢູ່​ທົ່ວ​ທີບ, ເພື່ອ​ມັນ​ຈະ​ໄດ້​ທຳ​ລາຍ​ລູກ​ຫລານ​ຂອງ​ພຣະ​ເຈົ້າ.

43 ແລະ ບັດ​ນີ້​ໂຄ​ຣິ​ຫໍ​ໄດ້ກ່າວ​ກັບ​ແອວມາ​ວ່າ: ຖ້າ​ຫາກ​ທ່ານ​ຈະ​ສະແດງ ເຄື່ອງ​ໝາຍ​ແກ່​ຂ້າ​ພະ​ເຈົ້າ, ບາງ​ທີ​ຂ້າ​ພະ​ເຈົ້າ​ອາດ​ຈະ​ຍອມ​ຮັບ​ວ່າ​ມັນ​ມີ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ຈົ່ງ​ສະແດງ​ແກ່​ຂ້າ​ພະ​ເຈົ້າ​ວ່າ ພຣະ​ອົງ​ມີ​ອຳນາດ ແລະ ເມື່ອ​ນັ້ນ​ຂ້າ​ພະ​ເຈົ້າ​ຈະ​ຍອມ​ຮັບ​ຄຳ​ເວົ້າ​ຂອງ​ທ່ານ​ວ່າ​ເປັນ​ຄວາມ​ຈິງ.

44 ແຕ່​ແອວມາ​ກ່າວ​ກັບ​ລາວ​ວ່າ: ເຈົ້າ​ມີ​ເຄື່ອງ​ໝາຍ​ຢູ່​ພຽງ​ພໍ​ແລ້ວ; ເຈົ້າ​ຈະ​ທົດ​ລອງ​ພຣະ​ເຈົ້າ​ຂອງ​ເຈົ້າ​ບໍ? ເຈົ້າ​ຈະ​ເວົ້າ​ວ່າ ຈົ່ງ​ສະແດງ​ເຄື່ອງ​ໝາຍ​ແກ່​ຂ້າ​ພະ​ເຈົ້າ​ຢູ່​ບໍ ໃນ​ເມື່ອ​ເຈົ້າ​ເອງ​ມີ​ປະຈັກ​ພະຍານ​ເຫລົ່າ​ນີ້ ທັງ​ໝົດ​ຈາກ​ພີ່​ນ້ອງ​ຂອງ​ເຈົ້າ, ແລະ ຈາກ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ໝົດ​ນຳ​ອີກ? ພຣະ​ຄຳ​ພີ​ວາງ​ຢູ່​ຕໍ່​ໜ້າ​ຂອງ​ເຈົ້າ, ແທ້​ຈິງ​ແລ້ວ, ແລະ ທຸກ​ສິ່ງ​ທຸກ​ຢ່າງ​ຊີ້​ໃຫ້​ເຫັນວ່າ ມັນ​ມີ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ ແຜ່ນ​ດິນ​ໂລກ ແລະ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ໃນ​ຜືນ​ແຜ່ນ​ດິນ​ນີ້, ແທ້​ຈິງ​ແລ້ວ, ແລະ ການ​ເຄື່ອນ​ໄຫວ​ຂອງ​ມັນ, ແທ້​ຈິງ​ແລ້ວ, ແລະ ພ້ອມ​ທັງ ດາວ​ພະ​ເຄາະ​ທັງ​ໝົດ​ນຳ​ອີກ ຊຶ່ງ​ເຄື່ອນ​ໄຫວ​ໃນ​ລັກ​ສະ​ນະ​ຂອງ​ມັນ ຊຶ່ງ​ເປັນ​ພະຍານ​ວ່າ​ມີ​ພຣະ​ຜູ້​ສ້າງ​ສູງ​ສຸດ.

45 ແລ້ວ​ເຈົ້າ​ຍັງ​ໄປ​ທົ່ວ​ທີບ​ເພື່ອ​ຊັກ​ນຳ​ໃຈ​ຂອງ​ຜູ້​ຄົນ​ພວກ​ນີ້​ໄປ, ໃຫ້​ຖ້ອຍ​ຄຳ​ແກ່​ພວກ​ເຂົາ​ວ່າ ບໍ່​ມີ​ພຣະ​ເຈົ້າ​ອີກ​ບໍ? ແລະ ເຈົ້າ​ຍັງ​ປະ​ຕິ​ເສດ​ພະຍານ​ທັງ​ໝົດ​ເຫລົ່າ​ນີ້​ບໍ? ແລະ ລາວ​ຕອບ​ວ່າ: ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ປະ​ຕິ​ເສດ​ເວັ້ນ​ເສຍ​ແຕ່​ທ່ານ​ຈະ​ສະແດງ​ເຄື່ອງ​ໝາຍ​ແກ່​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ.

46 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ເວົ້າ​ກັບ​ລາວ​ວ່າ: ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ຍ້ອນ​ວ່າ ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ເຈົ້າ, ແທ້​ຈິງ​ແລ້ວ, ຄື​ເຈົ້າ​ຍັງ​ຈະ​ຕໍ່​ຕ້ານ​ວິນ​ຍານ​ແຫ່ງ​ຄວາມ​ຈິງ​ຢູ່​ຈົນ​ວ່າ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ຖືກ​ທຳ​ລາຍ​ໄປ.

47 ແຕ່​ຈົ່ງ​ເບິ່ງ, ມັນ​ເປັນ​ການ ດີ​ກວ່າ​ທີ່​ຈິດ​ວິນ​ຍານ​ຂອງ​ເຈົ້າ​ຈະ​ຖືກ​ທຳ​ລາຍ​ໄປ ແທນ​ທີ່​ເຈົ້າ​ຈະ​ເປັນ​ຄົນ​ນຳ​ພາ​ຈິດ​ວິນ​ຍານ​ຫລາຍ​ດວງ​ລົງ​ໄປ​ສູ່​ຄວາມ​ພິນາດ​ດ້ວຍ​ການ​ເວົ້າ​ຕົວະ ແລະ ດ້ວຍ​ຄວາມ​ຍົກ​ຍ້ອງ​ຂອງ​ເຈົ້າ; ສະນັ້ນ ຖ້າ​ຫາກ​ເຈົ້າ​ປະ​ຕິ​ເສດ​ອີກ, ຈົ່ງ​ເບິ່ງ ພຣະ​ເຈົ້າ​ຈະ​ລົງ​ໂທດ​ເຈົ້າ, ເພື່ອ​ເຈົ້າ​ຈະ​ກາຍ​ເປັນ​ຄົນ​ໄບ້, ເພື່ອ​ເຈົ້າ​ຈະ​ເປີດ​ປາກ​ຂອງ​ຕົນ​ບໍ່​ໄດ້​ອີກ​ເລີຍ, ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ຫລອກ​ລວງ​ຜູ້​ຄົນ​ພວກ​ນີ້​ອີກ​ຕໍ່​ໄປ.

48 ບັດ​ນີ້​ໂຄ​ຣິ​ຫໍ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ: ຂ້າ​ພະ​ເຈົ້າ​ບໍ່​ໄດ້​ປະ​ຕິ​ເສດ​ການ​ດຳລົງ​ຢູ່​ຂອງ​ພຣະ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ວ່າ ມັນ​ມີ​ພຣະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ເວົ້າ​ອີກ​ວ່າ, ທ່ານ​ກໍ​ບໍ່​ຮູ້​ຄື​ກັນ​ວ່າ​ມີ​ພຣະ​ເຈົ້າ; ແລະ ຖ້າ​ຫາກ​ທ່ານ​ບໍ່​ສະແດງ​ເຄື່ອງ​ໝາຍ​ແກ່​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຊື່ອ.

49 ແລະ ບັດ​ນີ້​ແອວມາ​ໄດ້​ເວົ້າ​ກັບ​ລາວ​ວ່າ: ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໃຫ້​ແກ່​ເຈົ້າ​ເພື່ອ​ເປັນ​ເຄື່ອງ​ໝາຍ​ຄື ເຈົ້າ​ຈະ​ເກີດ​ເປັນ ຄົນ​ໄບ້​ຕາມ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ, ເຈົ້າ​ຈະ​ເກີດ​ເປັນ​ຄົນ​ໄບ້​ເພື່ອ​ເຈົ້າ​ຈະ​ເວົ້າ​ບໍ່​ໄດ້​ອີກ​ຕໍ່​ໄປ.

50 ບັດ​ນີ້​ເມື່ອ​ແອວມາ​ໄດ້​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ ໂຄ​ຣິ​ຫໍ​ກໍ​ເກີດ​ເປັນ​ຄົນ​ໄບ້, ຈົນ​ວ່າ​ລາວ​ເປັ່ງ​ສຽງ​ບໍ່​ໄດ້​ຕາມ​ຄຳ​ເວົ້າ​ຂອງ​ແອວມາ.

51 ແລະ ບັດ​ນີ້​ເວລາ​ຫົວ​ໜ້າ​ຜູ້​ຕັດ​ສິນ​ເຫັນ​ເຫດ​ການ​ນີ້​ແລ້ວ, ເພິ່ນ​ຈຶ່ງ​ເດ່​ມື​ຂອງ​ເພິ່ນ​ອອກ​ໄປ​ຂຽນ​ໜັງ​ສື​ໃຫ້​ໂຄ​ຣິ​ຫໍ, ມີ​ຄວາມ​ວ່າ: ເຈົ້າ​ຍອມ​ຮັບ​ເຖິງ​ອຳນາດ​ຂອງ​ພຣະ​ເຈົ້າ​ແລ້ວ​ບໍ? ແລ້ວ​ເຈົ້າ​ຈະ​ໃຫ້​ແອວມາ​ສະແດງ​ເຄື່ອງ​ໝາຍ​ນີ້​ກັບ​ຜູ້​ໃດ​ອີກ? ເຈົ້າ​ຢາກ​ໃຫ້​ເພິ່ນ​ເຮັດ​ໃຫ້​ຜູ້​ອື່ນ​ຕ້ອງ​ທຸກ​ທໍ​ລະ​ມານ​ນຳ​ອີກ​ບໍ ເພື່ອ​ການ​ສະແດງ​ໃຫ້​ແກ່​ເຈົ້າ​ເຫັນ? ຈົ່ງ​ເບິ່ງ, ເພິ່ນ​ໄດ້​ສະແດງ​ເຄື່ອງ​ໝາຍ​ແກ່​ເຈົ້າ​ແລ້ວ; ແລະ ບັດ​ນີ້​ເຈົ້າ​ຈະ​ໂຕ້​ຖຽງ​ຕໍ່​ໄປ​ອີກ​ບໍ?

52 ແລະ ໂຄ​ຣິ​ຫໍ​ໄດ້​ເດ່​ມື​ຂອງ​ລາວ​ອອກ​ໄປ, ຂຽນ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ຈັກ​ແລ້ວ​ວ່າ ຂ້າ​ພະ​ເຈົ້າ​ເປັນ​ຄົນ​ໄບ້​ເພາະ​ຂ້າ​ພະ​ເຈົ້າ​ເວົ້າ​ບໍ່​ໄດ້; ແລະ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ແລ້ວ​ວ່າ ບໍ່​ມີ​ສິ່ງ​ໃດ​ອີກ​ແລ້ວ​ນອກ​ຈາກ​ຈະ​ເປັນ​ອຳນາດ​ຂອງ​ພຣະ​ເຈົ້າ​ທີ່​ນຳ​ເອົາ​ສິ່ງ​ນີ້​ມາ​ສູ່​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ ຮູ້​ຢູ່​ຕະຫລອດ​ວ່າ ມັນ​ມີ​ພຣະ​ເຈົ້າ.

53 ແຕ່​ຈົ່ງ​ເບິ່ງ, ມານ​ໄດ້ ຫລອກ​ລວງ​ຂ້າ​ພະ​ເຈົ້າ; ເພາະ​ມັນ​ໄດ້​ມາ ປະກົດ​ຕໍ່​ຂ້າ​ພະ​ເຈົ້າ​ໃນ​ລັກ​ສະ​ນະ​ຂອງ​ທູດ ແລະ ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ໄປ​ເອີ້ນ​ຜູ້​ຄົນ​ເຫລົ່າ​ນີ້​ກັບ​ຄືນ​ມາ ເພາະ​ວ່າ​ພວກ​ເຂົາ​ທັງ​ໝົດ​ຫລົງ​ທາງ ຕາມ​ພຣະ​ເຈົ້າ ທີ່​ບໍ່​ຮູ້​ຈັກ. ແລະ ມັນ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ບໍ່​ມີ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ແລະ ມັນ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ເວົ້າ. ແລະ ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ຄຳ​ເວົ້າ​ຂອງ​ມັນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໄປ ເພາະ​ວ່າ​ມັນ​ເປັນ​ທີ່​ພໍ​ໃຈ​ໃຫ້​ແກ່​ຈິດ​ໃຈ​ແຫ່ງ ກາມ​ມະ​ລົມ; ແລະ ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ມັນ​ຈົນ​ໄດ້​ຮັບ​ຄວາມ​ສຳ​ເລັດ​ຢ່າງ​ຫລວງ​ຫລາຍ, ເຖິງ​ຂະ​ໜາດ​ທີ່​ຂ້າ​ພະ​ເຈົ້າ​ເຊື່ອ​ແທ້​ວ່າ ມັນ​ເປັນ​ຄວາມ​ຈິງ; ແລະ ດ້ວຍ​ເຫດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຄັດ​ຄ້ານ​ຄວາມ​ຈິງ, ຈົນ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ​ການ​ສາບ​ແຊ່ງ​ອັນ​ຍິ່ງ​ໃຫຍ່​ນີ້​ມາ​ສູ່​ຂ້າ​ພະ​ເຈົ້າ​ເອງ.

54 ບັດ​ນີ້​ເມື່ອ​ລາວ​ກ່າວ​ເລື່ອງ​ນີ້​ແລ້ວ, ລາວ​ໄດ້​ວິງ​ວອນ​ແອວມາ​ໃຫ້​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ເພື່ອ​ເອົາ​ການ​ສາບ​ແຊ່ງ​ອອກ​ໄປ​ຈາກ​ລາວ.

55 ແຕ່​ແອວມາ​ເວົ້າ​ກັບ​ລາວ​ວ່າ: ຖ້າ​ຫາກ​ພຣະ​ອົງ​ເອົາ​ການ​ສາບ​ແຊ່ງ​ນີ້​ອອກ​ໄປ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຈະ​ຊັກ​ຊວນ​ໃຈ​ຂອງ​ຜູ້​ຄົນ​ພວກ​ນີ້​ໄປ​ນຳ​ອີກ; ສະນັ້ນ, ມັນ​ຈຶ່ງ​ຈະ​ຢູ່​ກັບ​ເຈົ້າ ເພາະ​ນີ້​ເປັນ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

56 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ການ​ສາບ​ແຊ່ງ​ນັ້ນ​ບໍ່​ໄດ້​ຖືກ​ເອົາ​ໄປ​ຈາກ​ໂຄ​ຣິ​ຫໍ; ແຕ່​ລາວ​ໄດ້​ຖືກ​ຂັບ​ໄລ່​ອອກ​ໄປ ແລະ ໄດ້​ທ່ອງ​ທ່ຽວ​ໄປ​ຈາກ​ເຮືອນ​ຫລັງ​ໜຶ່ງ​ຫາ​ເຮືອນ​ອີກ​ຫລັງ​ໜຶ່ງ​ເພື່ອ​ຂໍ​ທານ​ກິນ.

57 ແລະ ບັດ​ນີ້​ຄວາມ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂຄ​ຣິ​ຫໍ​ຖືກ​ປະ​ກາດ​ໄປ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ໂດຍ​ທັນ​ທີ; ແທ້​ຈິງ​ແລ້ວ, ຫົວ​ໜ້າ​ຜູ້​ຕັດ​ສິນ​ໄດ້​ສົ່ງ​ຂ່າວ​ສານ​ອອກ​ໄປ​ຫາ​ຜູ້​ຄົນ​ທັງ​ໝົດ​ໃນ​ແຜ່ນ​ດິນ, ປະ​ກາດ​ແກ່​ຜູ້​ທີ່​ເຊື່ອ​ຖື​ໃນ​ຄຳ​ເວົ້າ​ຂອງ​ໂຄ​ຣິ​ຫໍ​ວ່າ ພວກ​ເຂົາ​ຕ້ອງ​ກັບ​ໃຈ​ໂດຍ​ໄວ, ຖ້າ​ບໍ່​ດັ່ງ​ນັ້ນ ການ​ພິ​ພາກ​ສາ​ແບບ​ດຽວ​ກັນ​ຈະ​ມາ​ສູ່​ພວກ​ເຂົາ.

58 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທຸກ​ຄົນ​ໄດ້​ຍອມ​ຮັບ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ໂຄ​ຣິ​ຫໍ. ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ອີກ; ແລະ ນີ້​ເຮັດ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ຕາມ​ແບບ​ຢ່າງ​ຂອງ​ໂຄ​ຣິ​ຫໍ​ສິ້ນ​ສຸດ​ລົງ ແລະ ໂຄ​ຣິ​ຫໍ​ໄດ້​ທ່ອງ​ທ່ຽວ​ໄປ​ມາ​ຈາກ​ເຮືອນ​ຫລັງ​ໜຶ່ງ​ຫາ​ເຮືອນ​ອີກ​ຫລັງ​ໜຶ່ງ​ເພື່ອ​ຂໍ​ທານ​ລ້ຽງ​ຕົນ​ເອງ.

59 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະນະ​ທີ່​ລາວ​ເຂົ້າ​ໄປ​ຫາ​ບັນ​ດາ​ຜູ້​ຄົນ, ແທ້​ຈິງ​ແລ້ວ, ໄປ​ຫາ​ຜູ້​ຄົນ​ພວກ​ໜຶ່ງ​ທີ່​ແຍກ​ຕົວ​ອອກ​ຈາກ​ຊາວ​ນີໄຟ ແລະ ເອີ້ນ​ຕົວ​ເອງ​ວ່າ​ຊາວ​ໂຊຣຳ, ໂດຍ​ມີ​ຄົນ​ຜູ້​ໜຶ່ງ​ຊື່​ວ່າ ໂຊຣຳ ນຳ​ພາ​ໄປ—ແລະ ໃນ​ຂະນະ​ທີ່​ລາວ​ເຂົ້າ​ໄປ​ຫາ​ບັນ​ດາ​ຜູ້​ຄົນ, ຈົ່ງ​ເບິ່ງ, ລາວ​ໄດ້​ຖືກ​ຢຽບ​ຍ່ຳ​ຈົນ​ເຖິງ​ແກ່​ຄວາມ​ຕາຍ.

60 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ບ່ອນ​ຈົບ​ຂອງ​ລາວ ຜູ້​ທີ່​ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ນັ້ນ; ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ວ່າ ມານ​ຈະ​ບໍ່ ຄ້ຳ​ຊູ​ລູກ​ຫລານ​ຂອງ​ມັນ​ໃນ​ວັນ​ສຸດ​ທ້າຍ​ດັ່ງ​ນັ້ນ, ແຕ່​ມັນ​ຈະ​ລາກ​ພວກ​ເຂົາ​ລົງ​ໄປ ນະລົກ​ຢ່າງ​ວ່ອງ​ໄວ.