ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ບົດ​ທີ 31

ແອວ​ມາ​ນຳພາ​ການ​ສອນ​ສາດສະໜາ​ເພື່ອ​ກູ້​ຊາວ​ໂຊ​ລຳ​ທີ່​ຫລົງ​ຜິດ​ກັບ​ຄືນ​ມາ—ຊາວ​ໂຊ​ລຳ​ປະຕິ​ເສດ​ພຣະຄຣິດ, ເຊື່ອ​ໃນ​ການ​ເລືອກ ແລະ ອະທິຖານ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ—ຜູ້​ສອນ​ສາດສະໜາ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍລິສຸດ—ຄວາມທຸກ​ທໍລະມານ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ຄຣິດ. ປະມານ 74 ປີ ກ່ອນ ຄ.ສ.

 ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ໂຄ​ຣິ​ຫໍ​ໄດ້​ຕາຍ​ໄປ​ແລ້ວ, ແອວ​ມາ​ໂດຍ​ທີ່ໄດ້​ຮັບຂ່າວ​ວ່າ ຊາວ​ໂຊ​ລຳ​ກຳ​ລັງ​ບິດ​ເບືອນຕໍ່​ເສັ້ນທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະວ່າ​ໂຊ​ລຳຊຶ່ງ​ເປັນ​ຜູ້ນຳ​ຂອງ​ພວກ​ເຂົາ​ກຳລັງ​ຊັກຈູງ​ໃຈ​ຂອງ​ຜູ້​ຄົນ​ໃຫ້​ກາບ​ໄຫວ້ຮູບ​ບູຊາ, ໃຈ​ຂອງ​ເພິ່ນ​ກໍ​ເລີ່ມ​ໂສກ​ເສົ້າ​ອີກ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້ຄົນ.

 ເພາະວ່າ​ມັນ​ເປັນສາ​ເຫດ​ຂອງ​ຄວາມ​ເສົ້າສະຫລົດ​ໃຈ​ຫລາຍ​ທີ່​ສຸດ​ແກ່​ແອວ​ມາ​ທີ່​ໄດ້​ຮູ້ຈັກ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ໃນ​ບັນດາ​ຜູ້ຄົນ​ຂອງ​ເພິ່ນ; ດັ່ງນັ້ນ ໃຈ​ຂອງ​ເພິ່ນ​ຈຶ່ງ​ເສົ້າສະຫລົດ​ຫລາຍ​ທີ່​ສຸດ​ເພາະ​ການ​ແບ່ງ​ແຍກ​ຂອງ​ຊາວ​ໂຊ​ລຳ​ທີ່​ອອກ​ໄປ​ຈາກ​ຊາວ​ນີ​ໄຟ.

 ບັດ​ນີ້ຊາວ​ໂຊ​ລຳ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ໃນ​ແຜ່ນດິນ​ຊຶ່ງພວກ​ເຂົາ​ເອີ້ນ​ວ່າ ອານ​ທິ​ໂອ​ນຳ, ຊຶ່ງຢູ່ທາງ​ຕາ​ເວັນ​ອອກ​ຂອງ​ແຜ່ນດິນ​ເຊ​ລາ​ເຮັມລາ, ຊຶ່ງຢູ່​ໃກ້​ຊາຍ​ແດນ​ໃກ້​ຝັ່ງ​ທະ​ເລ, ຊຶ່ງ​ຢູ່​ທາງ​ໃຕ້​ຂອງ​ແຜ່ນດິນ​ເຈີ​ຊອນ, ຊຶ່ງຊາຍ​ແດນ​ຂອງ​ມັນ​ຕິດ​ກັບ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ທາງ​ໃຕ້, ຊຶ່ງ​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ທີ່​ເຕັມ​ໄປ​ດ້ວຍ​ຊາວ​ເລ​ມັນ.

 ບັດ​ນີ້ຊາວ​ນີ​ໄຟ​ຢ້ານ​ທີ່​ສຸດ​ວ່າ ຊາວ​ໂຊ​ລຳ​ຈະ​ເຂົ້າ​ໄປ​ຕິດ​ຕໍ່​ກັບ​ຊາວ​ເລ​ມັນ, ແລະວ່າ​ມັນ​ອາດ​ຈະ​ເປັນ​ທາງ​ແຫ່ງ​ການ​ສູນ​ເສຍ​ອັນ​ໃຫຍ່​ຫລວງ​ແກ່​ຊາວ​ນີ​ໄຟ.

 ແລະ ບັດ​ນີ້, ເມື່ອ​ການ​ສິດສອນ​ພຣະ​ຄຳ​ອັນ​ຍິ່ງ​ໃຫຍ່​ນີ້​ໄດ້​ນຳພາ​ຜູ້​ຄົນ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ—​ແທ້​ຈິງ​ແລ້ວ, ມັນ​ໄດ້​ໃຫ້​ຜົນ​ທີ່​ມີ​ອຳນາດ​ແກ່​ຈິດ​ໃຈ​ຂອງ​ຜູ້​ຄົນ​ຍິ່ງ​ກວ່າ​ດາບ, ຫລື ເໜືອ​ກວ່າ​ສິ່ງ​ໃດໆ​ທີ່​ໄດ້​ເກີດ​ຂຶ້ນກັບ​ພວກ​ເຂົາ—ດັ່ງນັ້ນ ແອວ​ມາ​ຈຶ່ງ​ຄິດ​ວ່າ ມັນ​ສົມຄວນ​ແລ້ວ ທີ່​ພວກ​ເພິ່ນ​ຈະ​ທົດ​ລອງ​ຄຸນງາມຄວາມດີ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

 ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ພາ​ອຳ​ໂມນ, ແລະ ອາ​ໂຣນ, ແລະ ອອມ​ເນີ​ໄປ​ນຳ; ແລະ ເພິ່ນ​ໄດ້​ປະ​ຮິມ​ໄນ​ໄວ້​ກັບ​ສາດສະໜາ​ຈັກ​ໃນ​ເຊ​ລາ​ເຮັມລາ; ແຕ່​ເພິ່ນ​ໄດ້​ພາສາ​ມຄົນ​ນີ້, ແລະ ພ້ອມ​ທັງ​ແອມ​ມິວ​ເລັກ ແລະ ຊີ​ເອ​ສຣອມ ຜູ້​ທີ່​ມາ​ຈາກ​ມີ​ເລັກ; ແລະ ລູກ​ຊາຍ​ຂອງ​ເພິ່ນ​ສອງ​ຄົນ​ໄປ​ນຳ.

 ບັດ​ນີ້​ເພິ່ນ​ບໍ່​ໄດ້​ເອົາ​ລູກ​ຊາຍ​ກົກ​ຂອງ​ເພິ່ນ​ໄປ​ນຳ, ແລະ ຊື່​ຂອງ​ລາວ​ແມ່ນ ຮີ​ລາມັນ; ແລະ ຊື່​ຂອງ​ຜູ້​ທີ່​ເພິ່ນ​ເອົາ​ໄປ​ນຳ​ແມ່ນ ຊິບ​ລັນ ແລະ ໂຄ​ຣິ​ອານ​ທັນ; ແລະ ນີ້​ຄື​ຊື່​ຂອງ​ຜູ້​ທີ່​ໄດ້​ໄປ​ຫາ​ຊາວ​ໂຊ​ລຳ​ກັບ​ເພິ່ນ ເພື່ອ​ໄປ​ສິດສອນ​ພຣະ​ຄຳ​ໃຫ້​ແກ່​ພວກ​ເຂົາ.

 ບັດ​ນີ້ຊາວ​ໂຊ​ລຳ​ເປັນ​ພວກ​ທີ່​ໄດ້​ແຍກ​ອອກ​ໄປ​ຈາກ​ຊາວ​ນີ​ໄຟ; ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ເຄີຍ​ໄດ້​ຮັບ​ການ​ສິດສອນ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າມາ​ກ່ອນ​ແລ້ວ.

 ແຕ່​ວ່າ ພວກ​ເຂົາ​ໄດ້​ຕົກ​ໄປ​ສູ່​ຄວາມ​ຜິດພາດ​ອັນ​ໃຫຍ່​ຫລວງ ເພາະວ່າ​ພວກ​ເຂົາ​ບໍ່​ຕັ້ງ​ໃຈ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ແລະ ກົດ​ຂອງ​ພຣະ​ອົງຕາມ​ກົດ​ຂອງ​ໂມ​ເຊ.

 10 ທັງ​ພວກ​ເຂົາ​ບໍ່​ຍອມ​ປະຕິບັດ​ຕາມ​ພິທີການ​ຂອງ​ສາດສະໜາ​ຈັກ, ໃນ​ການ​ອະທິຖານ ແລະ ວິງວອນ​ຕໍ່​ພຣະ​ເຈົ້າທຸກໆ​ວັນ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ສູ່​ການ​ຫລອກ​ລວງ.

 11 ແທ້​ຈິງ​ແລ້ວ, ໂດຍ​ສະຫລຸບ​ແລ້ວ, ພວກ​ເຂົາ​ໄດ້​ບິດ​ເບືອນ​ເສັ້ນທາງ​ຂອງ​ພຣະຜູ້​ເປັນ​ເຈົ້າຫລາຍ​ຕໍ່​ຫລາຍ​ຢ່າງ; ດັ່ງນັ້ນ, ດ້ວຍ​ເຫດ​ນີ້, ແອວ​ມາ ແລະ ອ້າຍ​ນ້ອງ​ຂອງ​ເພິ່ນຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ເພື່ອ​ສິດສອນ​ພຣະ​ຄຳ​ໃຫ້​ແກ່​ພວກ​ເຂົາ.

 12 ບັດ​ນີ້​ເວລາ​ພວກ​ເພິ່ນ​ໄດ້​ມາ​ຮອດ​ແຜ່ນດິນ​ນີ້​ແລ້ວ, ຈົ່ງ​ເບິ່ງ, ມັນ​ເຮັດ​ໃຫ້​ພວກ​ເພິ່ນ​ປະຫລາດ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ວ່າ​ຊາວ​ໂຊ​ລຳ​ໄດ້​ສ້າງ​ທຳ​ມະ​ສາ​ລາ​ໄວ້, ແລະ​ວ່າ​ພວກ​ເຂົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ອາທິດ​ລະ​ເທື່ອ, ເພາະ​ມັນ​ເປັນ​ມື້​ທີ່​ພວກ​ເຂົາ​ເອີ້ນ​ວ່າ​ມື້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເຂົາ​ໄດ້​ນະມັດສະການ​ຕາມ​ແບບຢ່າງ​ຂອງ​ພວກ​ເຂົາ ຊຶ່ງ​ແອວ​ມາ ແລະ ອ້າຍ​ນ້ອງ​ຂອງ​ລາວ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ;

 13 ພວກ​ເຂົາ​ມີ​ບ່ອນ​ໜຶ່ງຊຶ່ງ​ໄດ້​ສ້າງ​ຂຶ້ນ​ໄວ້​ກາງ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ, ຊຶ່ງ​ເປັນ​ບ່ອນ​ສຳລັບ​ໃຫ້ຄົນ​ຢືນ ຊຶ່ງສູງ​ກວ່າ​ຫົວ​ຄົນ; ແລະ ຂ້າງ​ເທິງ​ນັ້ນຄົນ​ໜຶ່ງ​ສາມາດ​ຂຶ້ນ​ໄປ​ໄດ້​ເທົ່າ​ນັ້ນ.

 14 ດັ່ງນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ປາ​ຖະໜາ​ຈະ​ມານະ​ມັດ​ສະການ​ກໍ​ຕ້ອງ​ອອກ​ໄປ​ຢືນ​ຢູ່​ເທິງ​ນັ້ນ, ແລະ ເດ່​ມື​ຂຶ້ນ​ເທິງຟ້າ, ແລະ ຮ້ອງ​ອອກ​ມາ​ດ້ວນ​ສຽງ​ອັນ​ດັງ​ວ່າ:

 15 ບໍລິສຸດ, ພຣະ​ເຈົ້າຜູ້​ບໍລິສຸດ; ພວກ​ຂ້ານ້ອຍ​ເຊື່ອ​ວ່າ ພຣະ​ອົງ​ຄື​ພຣະ​ເຈົ້າ, ແລະ ພວກ​ຂ້ານ້ອຍ​ເຊື່ອ​ວ່າ​ພຣະ​ອົງ​ບໍລິສຸດ, ແລະວ່າ​ພຣະ​ອົງ​ເປັນວິນ​ຍານ​ມາ​ແລ້ວ, ແລະວ່າ​ພຣະ​ອົງ​ເປັນວິນ​ຍານ​ຢູ່, ແລະ​ວ່າ​ພຣະ​ອົງ​ຈະ​ເປັນວິນ​ຍານ​ຕະຫລອດ​ໄປ.

 16 ພຣະ​ເຈົ້າຜູ້​ບໍລິສຸດ​ເອີຍ, ພວກ​ຂ້ານ້ອຍ​ເຊື່ອ​ວ່າ ພຣະ​ອົງ​ໄດ້​ແຍກ​ພວກ​ຂ້າ​ນ້ອຍ​ອອກ​ຈາກ​ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ; ແລະ ພວກ​ຂ້ານ້ອຍ​ບໍ່​ເຊື່ອຖື​ຮີດຄອງ​ປະ​ເພນີ​ຂອງ​ພີ່​ນ້ອງ​ຂອງ​ພວກ​ຂ້ານ້ອຍ, ທີ່​ຖືກ​ມອບ​ໃຫ້​ຕໍ່ໆ​ກັນ​ມາ ຍ້ອນ​ປັນຍາ​ທີ່​ອ່ອນ​ແອ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຂົາ; ແຕ່​ພວກ​ຂ້ານ້ອຍ​ເຊື່ອ​ວ່າ ພຣະ​ອົງ​ໄດ້​ເລືອກ​ພວກ​ຂ້ານ້ອຍ​ໃຫ້​ເປັນ​ລູກ​ຜູ້​ບໍລິສຸດ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ຮູ້ຈັກ​ອີກ​ວ່າມັນ​ຈະ​ບໍ່​ມີ​ພຣະ​ຄຣິດ.

 17 ແຕ່​ວ່າ​ພຣະ​ອົງ​ເປັນ​ເໝືອນ​ກັບ​ເຊັ່ນ​ມື້ວານ​ນີ້, ມື້​ນີ້, ແລະ ຕະຫລອດ​ການ; ແລະ ພຣະ​ອົງ​ເລືອກ​ພວກ​ຂ້ານ້ອຍ​ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄດ້​ລອດ, ໃນ​ຂະນະ​ທີ່​ທຸກ​ຄົນ​ທີ່ຢູ່​ອ້ອມ​ຂ້າງ​ພວກ​ຂ້ານ້ອຍ​ໄດ້​ຖືກ​ເລືອກ​ເພື່ອ​ເອົາ​ລົງ​ໄປ​ນະລົກ​ໂດຍ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ; ເພາະ​ຄວາມ​ສັກສິດ​ອັນ​ນີ້, ໂອ້ ພຣະ​ອົງ​ເຈົ້າ, ພວກ​ຂ້ານ້ອຍ​ຂອບ​ພຣະ​ໄທ​ພຣະ​ອົງ; ແລະ ພວກ​ຂ້ານ້ອຍ​ຂອບ​ພຣະ​ໄທ​ພຣະ​ອົງ​ອີກທີ່​ເລືອກ​ພວກ​ຂ້ານ້ອຍ ເພື່ອ​ພວກ​ຂ້ານ້ອຍ​ຈະ​ບໍ່​ໄດ້​ຖືກຊັກ​ນຳ​ໄປ​ຕາມ​ຮີດ​ຄອງ​ປະ​ເພນີ​ອັນ​ໂງ່​ຈ້າ​ຫລ້າຫລັງ​ຂອງ​ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ, ຊຶ່ງ​ໄດ້​ມັດ​ພວກ​ເຂົາ​ລົງ​ສູ່​ຄວາມ​ເຊື່ອ​ຖື​ກ່ຽວ​ກັບ​ພຣະ​ຄຣິດ, ຊຶ່ງ​ໄດ້​ຊັກ​ນຳ​ໃຈ​ຂອງ​ພວກ​ເຂົາ​ໃຫ້​ເຫີນ​ຫ່າງ​ໄປ​ຈາກ​ພຣະ​ອົງ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ຂ້ານ້ອຍ.

 18 ແລະ ພວກ​ຂ້ານ້ອຍ​ຂອບ​ພຣະ​ໄທ​ພຣະ​ອົງ​ອີກ​ເທື່ອ​ໜຶ່ງ, ໂອ້ ພຣະອົງ​ເຈົ້າ, ທີ່​ພວກ​ຂ້ານ້ອຍ​ໄດ້​ເປັນ​ຜູ້​ຖືກ​ເລືອກ ແລະ ເປັນ​ຜູ້​ບໍລິສຸດ. ອາ​ແມນ.

 19 ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ແອວ​ມາ ແລະ ພີ່ນ້ອງຂອງ​ເພິ່ນ ແລະ ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ຍິນ​ຄຳ​ອະທິຖານເຫລົ່າ​ນີ້​ແລ້ວ, ພວກ​ເພິ່ນ​ກໍ​ແປກ​ປະຫລາດ​ໃຈ​ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້.

 20 ເພາະ​ຈົ່ງ​ເບິ່ງ, ທຸກ​ຄົນ​ໄດ້​ອອກ​ໄປ ແລະ ຖະຫວາຍ​ການ​ອະທິຖານ​ແບບ​ດຽວ​ກັນ.

 21 ບັດ​ນີ້ພວກ​ເຂົາ​ເອີ້ນ​ບ່ອນ​ນັ້ນວ່າ ແຣ​ມີ​ອຳ​ທຳ, ຊຶ່ງ​ແປ​ວ່າ ແທ່ນ​ສັກສິດ.

 22 ບັດ​ນີ້ຈາກ​ແທ່ນ​ສັກສິດ​ນີ້ ຜູ້​ຊາຍ​ທຸກ​ຄົນ​ໄດ້​ຖະຫວາຍ​ການ​ອະທິຖານ​ແບບ​ດຽວ​ກັນ​ຕໍ່​ພຣະ​ເຈົ້າ ຂອບ​ພຣະ​ໄທ​ພຣະ​ເຈົ້າຂອງ​ພວກ​ເຂົາ ທີ່​ພວກ​ເຂົາ​ໄດ້​ຖືກ​ເລືອກ​ຈາກ​ພຣະ​ອົງ, ແລະ​ວ່າ​ພຣະ​ອົງ​ບໍ່​ໄດ້​ຊັກ​ນຳ​ພວກ​ເຂົາ​ໄປ​ຕາມ​ຮີດຄອງ​ປະ​ເພນີຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແລະວ່າ​ໃຈ​ຂອງ​ພວກ​ເຂົາ​ບໍ່​ໄດ້​ຖືກ​ລັກພາ​ໄປ​ໃຫ້​ເຊື່ອຖື​ໃນ​ສິ່ງ​ທີ່​ຈະ​ມາ​ເຖິງ, ຊຶ່ງພວກ​ເຂົາ​ບໍ່​ຮູ້ຈັກ​ເລື່ອງ​ເຫລົ່າ​ນີ້​ເລີຍ.

 23 ບັດ​ນີ້, ຫລັງ​ຈາກ​ທີ່​ຜູ້ຄົນ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ຕາມ​ວິທີ​ນີ້​ແລ້ວ, ພວກ​ເຂົາ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ເຮືອນ​ຊານ​ຂອງ​ຕົນ, ແລະ ພວກ​ເຂົາ​ບໍ່​ເວົ້າ​ເຖິງພຣະ​ເຈົ້າຂອງ​ພວກ​ເຂົາ​ອີກ​ຈົນ​ກວ່າ​ຈະ​ໄດ້​ມາ​ຊຸມນຸມ​ກັນ​ອີກ​ເທື່ອ​ໃໝ່ທີ່​ແທ່ນ​ສັກສິດ, ເພື່ອ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ຕາມ​ວິທີ​ຂອງ​ພວກ​ເຂົາ.

 24 ບັດ​ນີ້​ເມື່ອ​ແອວ​ມາ​ເຫັນ​ສິ່ງ​ເຫລົ່າ​ນີ້​ແລ້ວ ໃຈ​ຂອງ​ເພິ່ນ​ໂສກ​ເສົ້າ; ເພາະວ່າ​ເພິ່ນ​ເຫັນ​ວ່າ​ພວກ​ເຂົາ​ເປັນ​ຄົນ​ຊົ່ວ ແລະ ເສຍ​ຄົນ​ໄປ​ແລ້ວ; ແທ້​ຈິງ​ແລ້ວ, ເພິ່ນ​ເຫັນ​ວ່າ​ໃຈ​ຂອງ​ພວກ​ເຂົາ​ໝົກ​ໝຸ້ນຢູ່​ກັບ​ຄຳ ແລະ ຢູ່​ກັບເງິນ, ແລະ ຢູ່​ກັບ​ສິ່ງຂອງ​ອັນ​ສວຍ​ງາມ​ນາໆ​ຊະນິດ.

 25 ແທ້​ຈິງ​ແລ້ວ, ແລະ ເພິ່ນ​ເຫັນ​ອີກ​ວ່າໃຈ​ຂອງ​ພວກ​ເຂົາ​ໄຝ່ຝັນ​ໃນ​ການ​ອວດ​ອ້າງ, ແລະ ໃນ​ຄວາມ​ທະ​ນົງ​ຕົວຂອງ​ພວກ​ເຂົາ.

 26 ແລະ ເພິ່ນ​ໄດ້​ເປັ່ງສຽງ​ຂອງ​ເພິ່ນ​ຂຶ້ນຫາ​ທ້ອງຟ້າ​ສະຫວັນ, ທູນ​ວ່າ: ໂອ້, ຍັງ​ອີກ​ດົນ​ປານ​ໃດ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ທີ່​ພຣະ​ອົງ​ຈະ​ຍອມ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຜູ້​ຢູ່​ທາງ​ລຸ່ມ​ໃນ​ເນື້ອ​ໜັງ​ໃຫ້​ເຫັນ​ຄວາມ​ຊົ່ວ​ຮ້າຍ​ອັນ​ຮຸນ​ແຮງ​ແບບ​ນີ້​ໃນ​ບັນດາ​ລູກ​ຫລານ​ມະນຸດ?

 27 ຈົ່ງ​ເບິ່ງ, ໂອ້ ພຣະ​ອົງ​ເຈົ້າ, ພວກ​ເຂົາ​ຮ້ອງ​ທູນ​ຕໍ່​ພຣະ​ອົງ, ແຕ່​ໃຈ​ຂອງ​ພວກ​ເຂົາ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ທະ​ນົງ​ຕົວຂອງ​ພວກ​ເຂົາ. ຈົ່ງ​ທອດ​ພຣະ​ເນດ​ເຖີດ, ໂອ້ ພຣະ​ອົງ​ເຈົ້າ, ພວກ​ເຂົາ​ຮ້ອງ​ທູນ​ຕໍ່​ພຣະ​ອົງ​ແຕ່​ປາກ ຂະນະ​ທີ່​ພວກ​ເຂົາ​ທະ​ເຍີ​ທະຍານ​ໃນ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ​ແມ່ນ​ເຖິງ​ຄວາມ​ໃຫຍ່​ຫລວງ.

 28 ຈົ່ງ​ເບິ່ງ, ໂອ້ ພຣະ​ອົງ​ເຈົ້າຂອງ​ຂ້າ​ນ້ອຍ, ຈົ່ງ​ທອ​ດ​ພຣະ​ເນດ​ເບິ່ງ​ເຄື່ອງ​ນຸ່ງ​ທີ່​ມີ​ລາຄາ​ແພງ ແລະ ແຫວນ​ຂໍ້​ມື ແລະ ສາຍ​ແຂນ​ຂອງ​ພວກ​ເຂົາ, ແລະ ເຄື່ອງ​ເອ້​ເປັນ​ຄຳ​ຂອງ​ພວກ​ເຂົາ, ແລະ ຂອງ​ທີ່​ມີ​ຄຸນຄ່າ​ທັງ​ໝົດ​ຂອງ​ພວກ​ເຂົາ; ຊຶ່ງພວກ​ເຂົາ​ໃຊ້​ປະດັບ​ປະດາ, ແລະ ຈົ່ງ​ເບິ່ງ, ໃຈ​ຂອງ​ພວກ​ເຂົາໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ຂອງ​ເຫລົ່າ​ນີ້ ແຕ່​ພວກ​ເຂົາ​ຍັງ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ແລະ ກ່າວ​ວ່າ—ພວກ​ຂ້າ​ນ້ອຍ​ຂອບ​ພຣະ​ໄທ​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ເພາະ​ພວກ​ຂ້ານ້ອຍ​ເປັນ​ພວກ​ທີ່​ຖືກ​ເລືອກ​ໄວ້​ໃນ​ຂະນະ​ທີ່​ຄົນ​ອື່ນໆ​ຕ້ອງ​ຕາຍ.

 29 ແທ້​ຈິງ​ແລ້ວ, ພວກ​ເຂົາ​ກ່າວ​ວ່າ ພຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ວ່າ ມັນ​ຈະ​ບໍ່​ມີ​ພຣະ​ຄຣິດ.

 30 ໂອ້ ອົງ​ພຣະຜູ້​ເປັນ​ເຈົ້າ, ຍັງ​ອີກ​ດົນ​ປານ​ໃດ​ທີ່​ພຣະ​ອົງ​ຈະ​ຍອມ​ໃຫ້​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ບໍ່​ຊື່​ສັດ​ເຫລົ່າ​ນີ້​ຢູ່​ໃນ​ບັນດາ​ຜູ້ຄົນ​ພວກ​ນີ້? ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍພຣະ​ອົງ​ຈົ່ງ​ໂປດ​ປະທານ​ພະລັງ​ໃຫ້​ຂ້ານ້ອຍ​ດ້ວຍ​ເຖີດ, ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ທົນ​ຕໍ່​ຄວາມ​ບົກພ່ອງ​ຂອງ​ຂ້ານ້ອຍ. ເພາະວ່າ​ຂ້ານ້ອຍ​ອ່ອນ​ແອ ແລະ ຄວາມ​ຊົ່ວຮ້າຍ​ເຊັ່ນ​ນີ້ໃນ​ບັນດາ​ຜູ້ຄົນພວກນີ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້ານ້ອຍ​ເຈັບ​ປວດ​ຫລາຍ.

 31 ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ໃຈ​ຂອງ​ຂ້ານ້ອຍ​ເສົ້າສະຫລົດ​ຫລາຍ; ຂໍພຣະ​ອົງ​ຈົ່ງ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້ານ້ອຍ​ສະບາຍ​ໃຈ​ໃນ​ພຣະ​ຄຣິດ​ດ້ວຍ​ເຖີດ. ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍພຣະ​ອົງ​ຈົ່ງ​ໂປດ​ປະທານ​ແກ່​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ມີ​ພະລັງ​ດ້ວຍ​ເຖີດ, ເພື່ອ​ຂ້ານ້ອຍ​ຈະ​ໄດ້​ຮັບ​ຄວາມທຸກ​ທໍລະມານ​ເຫລົ່າ​ນີ້​ດ້ວຍ​ຄວາມ​ອົດ​ທົນ ຊຶ່ງມັນ​ຈະ​ເກີດ​ຂຶ້ນກັບ​ຂ້ານ້ອຍຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້ຄົນ​ພວກ​ນີ້.

 32 ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍ​ພຣະ​ອົງ​ຈົ່ງ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້ານ້ອຍ​ສະ​ບາຍ​ຂຶ້ນດ້ວຍ​ເຖີດ, ແລະ ປະທານ​ຄວາມ​ສຳ​ເລັດ​ໃຫ້​ແກ່​ຂ້ານ້ອຍ, ແລະ ເພື່ອນ​ຮ່ວມ​ງານ​ຂອງ​ຂ້ານ້ອຍ​ຜູ້​ຊຶ່ງ​ຢູ່​ນຳ​ຂ້າ​ນ້ອຍ​ດ້ວຍ​ເຖີດ—​ຄື ອຳ​ໂມນ, ແລະ ອາ​ໂຣນ, ແລະ ອອມ​ເນີ, ແລະ ແອມ​ມິວ​ເລັກ​ກັບ​ຊີ​ເອ​ສຣອມ​ນຳ​ອີກ, ພ້ອມ​ດ້ວຍ​ລູກ​ຊາຍ​ສອງ​ຄົນ​ຂອງ​ຂ້ານ້ອຍ​ນຳ​ອີກ—ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ເຮັດ​ໃຫ້​ເຂົາ​ເຈົ້າທັງ​ໝົດ​ສະບາຍ​ໃຈ​ດ້ວຍ​ເຖີດ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ. ແທ້​ຈິງ​ແລ້ວ, ຂໍພຣະ​ອົງ​ຈົ່ງ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ສະບາຍ​ໃຈ​ໃນ​ພຣະ​ຄຣິດ​ດ້ວຍ​ເຖີດ.

 33 ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ປະທານ​ໃຫ້​ເຂົາ​ເຈົ້າ ເພື່ອ​ເຂົາ​ເຈົ້າຈະ​ໄດ້​ມີ​ພະລັງ, ເພື່ອ​ເຂົາ​ເຈົ້າຈະ​ໄດ້​ທົນ​ຕໍ່​ຄວາມທຸກ​ທໍ​ລະ​ມານຂອງ​ເຂົາ​ເຈົ້າ ຊຶ່ງມັນ​ຈະ​ເກີດ​ກັບ​ເຂົາ​ເຈົ້າຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ພວກນີ້.

 34 ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍພຣະ​ອົງ​ຈົ່ງ​ປະທານ​ໃຫ້​ພວກ​ຂ້ານ້ອຍ ເພື່ອ​ພວກ​ຂ້ານ້ອຍ​ຈະ​ມີ​ຄວາມ​ສຳ​ເລັດ​ໃນ​ການ​ນຳພາ​ຜູ້​ຄົນ​ເຫລົ່າ​ນີ້​ມາ​ຫາ​ພຣະ​ອົງ​ໃນ​ພຣະ​ຄຣິດ​ອີກ.

 35 ຂໍ​ຈົ່ງ​ທອດ​ພຣະ​ເນດ​ເຖີດ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ປະ​ເສີດ ແລະ ຫລາຍ​ຄົນ​ໃນ​ບັນດາ​ພວກ​ເຂົາ​ເປັນ​ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ; ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍ​ຈົ່ງ​ໂປດ​ປະ​ທານ​ພະລັງ ແລະ ປັນຍາ​ໃຫ້​ແກ່​ພວກ​ຂ້ານ້ອຍດ້ວຍ​ເຖີດ, ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄດ້​ນຳ​ພວກ​ເຂົາ​ເຫລົ່ານີ້ມາ​ຫາ​ພຣະ​ອົງ​ອີກ.

 36 ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ແອວ​ມາ​ກ່າວ​ຂໍ້ຄວາມ​ນີ້​ແລ້ວ, ຄື​ເພິ່ນ​ໄດ້​ວາງ​ມື​ຂອງ​ເພິ່ນ​ໃສ່​ທຸກ​ຄົນ​ທີ່ຢູ່​ກັບ​ເພິ່ນ. ແລະ ຈົ່ງ​ເບິ່ງ, ເວລາ​ທີ່​ເພິ່ນ​ວາງ​ມື​ຂອງ​ເພິ່ນ​ໃສ່​ພວກ​ເພິ່ນ, ພວກ​ເພິ່ນກໍ​ເຕັມ​ປ່ຽມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍລິສຸດ.

 37 ແລະ ຫລັງ​ຈາກ​ນັ້ນ ພວກ​ເພິ່ນໄດ້​ແຍກ​ຍ້າຍ​ກັນ​ໄປ​ໂດຍ​ບໍ່​ໄດ້​ຄິດ​ວ່າ​ພວກ​ເພິ່ນຈະ​ກິນ​ຫຍັງ, ຫລື ພວກ​ເພິ່ນຈະ​ດື່ມ​ຫຍັງ, ຫລື ພວກ​ເພິ່ນຈະ​ນຸ່ງ​ຫົ່ມ​ຫຍັງ.

 38 ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕຽມ​ໄວ້​ໃຫ້​ພວກ​ເພິ່ນ ເພື່ອ​ພວກ​ເພິ່ນຈະ​ບໍ່​ໄດ້​ຫິວ​ເຂົ້າ ແລະ ບໍ່​ກະຫາຍນ້ຳ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ປະທານ​ພະລັງ​ໃຫ້​ແກ່​ພວກ​ເພິ່ນ ເພື່ອ​ພວກ​ເພິ່ນຈະ​ບໍ່​ຕ້ອງ​ຮັບ​ທຸກ​ທໍລະມານ​ອັນ​ໃດ​ເລີຍ ນອກ​ຈາກ​ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມສຸກ​ຂອງ​ພຣະ​ຄຣິດ. ບັດ​ນີ້ມັນ​ກໍ​ເປັນ​ໄປ​ຕາມ​ຄຳ​ອະທິຖານ​ຂອງ​ແອວ​ມາ; ແລະ ມັນ​ໄດ້​ເປັນ​ໄປ​ເຊັ່ນນີ້ຍ້ອນ​ວ່າ​ເພິ່ນ​ໄດ້​ອະທິຖານ​ດ້ວຍ​ສັດທາ.