ພຣະ​ຄຳ​ພີ
ແອວມາ 33


ບົດ​ທີ 33

ຊີ​ນັດ​ໄດ້​ສິດ​ສອນ​ວ່າ​ມະນຸດ​ຄວນ​ອະ​ທິ​ຖານ ແລະ ນະມັດ​ສະການ​ໃນ​ທຸກ​ສະຖານ​ທີ່, ແລະ ເປັນ​ຍ້ອນ​ພຣະ​ບຸດ ການ​ພິ​ພາກ​ສາ​ຈະ​ຖືກ​ເອົາ​ໜີ​ໄປ—ຊີ​ໂນກ​ໄດ້​ສິດ​ສອນ​ວ່າ ເປັນ​ຍ້ອນ​ພຣະ​ບຸດ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ເມດ​ຕາ—ໂມເຊ​ໄດ້​ຍົກ​ແບບ​ສະບັບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຂຶ້ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ບັດ​ນີ້​ຫລັງ​ຈາກ​ແອວມາ​ໄດ້​ເວົ້າ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ຄົນ​ທັງຫລາຍ​ໄດ້​ສົ່ງ​ຄຳ​ຖາມ​ມາ​ຫາ​ເພິ່ນ ໂດຍ​ປາດ​ຖະ​ໜາ​ຢາກ​ຮູ້​ຈັກ​ວ່າ ພວກ​ເຂົາ​ຄວນ​ເຊື່ອ​ຖື​ໃນ ພຣະ​ເຈົ້າ​ອົງ​ດຽວ​ຫລື​ບໍ່, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ​ໝາກ​ຜົນ​ຈາກ​ສິ່ງ​ທີ່​ເພິ່ນ​ເວົ້າ​ໄປ​ນັ້ນ, ຫລື ວ່າ​ພວກ​ເຂົາ​ຈະ​ປູກ ເມັດ​ພືດ​ໄດ້​ດ້ວຍ​ວິທີ​ໃດ, ຫລື ວ່າ​ພຣະ​ຄຳ​ຈາກ​ສິ່ງ​ທີ່​ເພິ່ນ​ໄດ້​ເວົ້າ​ເຖິງ​ນັ້ນ​ຈະ​ຕ້ອງ​ປູກ​ໄວ້​ໃນ​ໃຈ​ຂອງ​ພວກ​ເຂົາ​ດ້ວຍ​ວິ​ທີ​ໃດ; ຫລື ວ່າ​ພວກ​ເຂົາ​ຈະ​ເລີ່ມ​ສະແດງ​ສັດທາ​ຂອງ​ພວກ​ເຂົາ​ດ້ວຍ​ວິ​ທີ​ໃດ.

2 ແລະ ແອວມາ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ພວກ​ທ່ານ​ເວົ້າ​ວ່າ ພວກ​ທ່ານ ບໍ່​ສາ​ມາດ​ນະມັດ​ສະການ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ ເພາະ​ວ່າ​ພວກ​ທ່ານ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ທ່ານ. ແຕ່​ວ່າ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຄິດ​ວ່າ ພວກ​ທ່ານ​ນະມັດ​ສະການ​ພຣະ​ເຈົ້າ​ບໍ່​ໄດ້, ແລ້ວ​ພວກ​ທ່ານ​ກໍ​ເຮັດ​ຜິດ​ຢ່າງ​ໃຫຍ່​ຫລວງ, ແລະ ພວກ​ທ່ານ​ຄວນ​ຈະ​ຄົ້ນ​ຄວ້າ ພຣະ​ຄຳ​ພີ; ຖ້າ​ຫາກ​ມັນ​ສິດ​ສອນ​ພວກ​ທ່ານ​ໃນ​ເລື່ອງ​ນີ້, ພວກ​ທ່ານ​ກໍ​ບໍ່​ເຂົ້າ​ໃຈ​ມັນ.

3 ພວກ​ທ່ານ​ຈື່​ຈຳ​ໄດ້​ບໍ ຊຶ່ງພວກ​ທ່ານ​ໄດ້​ອ່ານ​ເລື່ອງ​ທີ່ ຊີ​ນັດ, ຜູ້​ປະ​ກາດ​ພຣະ​ທຳ​ໃນ​ສະ​ໄໝ​ບູຮານ, ກ່ຽວ​ກັບ​ການ​ອະ​ທິ​ຖານ ຫລື ການ​ນະມັດ​ສະການ?

4 ເພາະ​ເພິ່ນ​ໄດ້​ເວົ້າ​ວ່າ: ພຣະ​ອົງ​ເມດ​ຕາ​ປາ​ນີ, ໂອ້ ພຣະ​ອົງ​ເຈົ້າ, ເພາະ​ວ່າ​ພຣະ​ອົງ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ ເຖິງ​ແມ່ນ​ເວລາ​ຂ້າ​ນ້ອຍ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແທ້​ຈິງ​ແລ້ວ, ພຣະ​ອົງ​ເມດ​ຕາ​ປາ​ນີ​ເວລາ​ຂ້າ​ນ້ອຍ​ອະ​ທິ​ຖານ​ກ່ຽວ​ກັບ​ຜູ້​ທີ່​ເປັນ ສັດ​ຕູ​ຂອງ​ຂ້າ​ນ້ອຍ, ແລະ ພຣະ​ອົງ​ໄດ້​ສົ່ງ​ພວກ​ເຂົາ​ມາ​ໃຫ້​ຂ້າ​ນ້ອຍ.

5 ແທ້​ຈິງ​ແລ້ວ, ໂອ້ ພຣະ​ອົງ​ເຈົ້າ, ແລະ ພຣະ​ອົງ​ເມດ​ຕາ​ປາ​ນີ​ຂ້າ​ນ້ອຍ ເວລາ​ຂ້າ​ນ້ອຍ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ອົງ​ໃນ ທົ່ງ​ຂອງ​ຂ້າ​ນ້ອຍ; ເວລາ​ຂ້າ​ນ້ອຍ​ຮ້ອງ​ທູນ​ຕໍ່​ພຣະ​ອົງ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ແລະ ພຣະ​ອົງ​ກໍ​ໄດ້​ຍິນ​ຂ້າ​ນ້ອຍ​ສະເໝີ.

6 ແລະ ອີກ​ເທື່ອ​ໜຶ່ງ, ໂອ້ ພຣະ​ອົງ​ເຈົ້າ, ເວລາ​ທີ່​ຂ້າ​ນ້ອຍ​ໄດ້​ກັບ​ບ້ານ​ຂອງ​ຂ້າ​ນ້ອຍ ພຣະ​ອົງ​ກໍ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ.

7 ແລະ ເວລາ​ຂ້າ​ນ້ອຍ​ເຂົ້າ​ໄປ​ໃນ ຫ້ອງ​ຂອງ​ຂ້າ​ນ້ອຍ, ໂອ້ ພຣະຜູ້​ເປັນເຈົ້າ, ແລະ ອະ​ທິ​ຖານ​ຫາ​ພຣະ​ອົງ, ພຣະ​ອົງ​ກໍ​ໄດ້​ຍິນ​ສຽງ​ຂອງ​ຂ້າ​ນ້ອຍ.

8 ແທ້​ຈິງ​ແລ້ວ, ພຣະ​ອົງ​ເມດ​ຕາ​ປາ​ນີ​ລູກ​ຫລານ​ຂອງ​ພຣະ​ອົງ ເວລາ​ທີ່​ພວກ​ເຂົາ​ຮ້ອງ​ທູນ​ຕໍ່​ພຣະ​ອົງ, ເພື່ອ​ຈະ​ໄດ້​ຍິນ​ຈາກ​ພຣະ​ອົງ ແລະ ບໍ່​ແມ່ນ​ຈາກ​ມະນຸດ, ແລະ ພຣະ​ອົງ​ຈະ​ໄດ້​ຍິນ​ພວກ​ເຂົາ.

9 ແທ້​ຈິງ​ແລ້ວ, ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ເມດ​ຕາ​ປາ​ນີ​ຂ້າ​ນ້ອຍ​ມາ​ຕະຫລອດ, ແລະ ໄດ້​ຍິນ​ສຽງ​ເອີ້ນ​ຫາ​ຂອງ​ຂ້າ​ນ້ອຍ​ໃນ​ທ່າມ​ກາງ​ບ່ອນ​ຊຸມ​ນຸມ​ຂອງ​ພຣະ​ອົງ.

10 ແທ້​ຈິງ​ແລ້ວ, ແລະ ພຣະ​ອົງ​ໄດ້​ຍິນ​ຂ້າ​ນ້ອຍ​ອີກ ເວລາ​ທີ່​ຂ້າ​ນ້ອຍ​ຖືກ ຂັບ​ໄລ່​ອອກ​ໄປ ແລະ ຖືກ​ສັດ​ຕູ​ຂອງ​ຂ້າ​ນ້ອຍ​ໝິ່ນ​ປະ​ໝາດ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ຍິນ​ສຽງ​ເອີ້ນ​ຫາ​ຂອງ​ຂ້າ​ນ້ອຍ, ແລະ ພຣະ​ພິ​ໂລດ​ກັບ​ສັດ​ຕູ​ຂອງ​ຂ້າ​ນ້ອຍ, ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ໃນ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ ດ້ວຍ​ຄວາມ​ພິນາດ​ຢ່າງ​ວ່ອງ​ໄວ.

11 ແລະ ພຣະ​ອົງ​ໄດ້​ຍິນ​ຂ້າ​ນ້ອຍ​ຍ້ອນ​ວ່າ ຄວາມ​ທຸກ ແລະ ຄວາມ​ຈິງ​ໃຈ​ຂອງ​ຂ້າ​ນ້ອຍ; ແລະ ເປັນ​ຍ້ອນ​ພຣະ​ບຸດ​ຂອງ​ພຣະ​ອົງ​ທີ່​ເມດ​ຕາ​ປາ​ນີ​ຂ້າ​ນ້ອຍ​ມາ​ດັ່ງ​ນີ້, ສະນັ້ນ​ຂ້າ​ນ້ອຍ​ຈະ​ເອີ້ນ​ຫາ​ພຣະ​ອົງ​ໃນ​ຄວາມ​ທຸກ​ທັງ​ໝົດ​ຂອງ​ຂ້າ​ນ້ອຍ, ເພາະ​ວ່າ​ຄວາມ​ສຸກ​ຂອງ​ຂ້າ​ນ້ອຍ​ຢູ່​ໃນ​ພຣະ​ອົງ, ເພາະ​ພຣະ​ອົງ​ຫັນ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ ເພາະ​ພຣະ​ບຸດ​ຂອງ​ພຣະ​ອົງ.

12 ແລະ ບັດ​ນີ້​ແອວມາ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ພວກ​ທ່ານ​ເຊື່ອ​ຖື ພຣະ​ຄຳ​ພີ​ເຫລົ່າ​ນັ້ນ ຊຶ່ງ​ຄົນ​ສະ​ໄໝ​ກ່ອນ​ໄດ້​ຂຽນ​ໄວ້​ບໍ?

13 ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ເຊື່ອ, ພວກ​ທ່ານ​ຄວນ​ເຊື່ອ​ເລື່ອງ​ທີ່ ຊີ​ນັດ​ໄດ້​ເວົ້າ​ໄວ້; ເພາະ​ຈົ່ງ​ເບິ່ງ ເພິ່ນ​ໄດ້​ເວົ້າ​ວ່າ: ພຣະ​ອົງ​ໄດ້​ເອົາ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ໄປ ເພາະ​ພຣະ​ບຸດ​ຂອງ​ພຣະ​ອົງ.

14 ບັດ​ນີ້​ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ຖາມ​ພວກ​ທ່ານ​ວ່າ ພວກ​ທ່ານ​ອ່ານ​ພຣະ​ຄຳ​ພີ​ບໍ? ຖ້າ​ຫາກ​ພວກ​ທ່ານ​ອ່ານ, ແລ້ວ​ພວກ​ທ່ານ​ບໍ່​ເຊື່ອ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ?

15 ເພາະວ່າ​ມັນ ບໍ່​ໄດ້​ຂຽນ​ວ່າ​ຊີ​ນັດ​ຜູ້​ດຽວ​ທີ່​ເວົ້າ​ເຖິງ​ເລື່ອງ​ເຫລົ່າ​ນີ້, ແຕ່​ວ່າ ຊີ​ໂນກ​ກໍ​ໄດ້​ເວົ້າ​ເຖິງ​ເລື່ອງ​ເຫລົ່າ​ນີ້​ຄື​ກັນ—

16 ເພາະ​ຈົ່ງ​ເບິ່ງ, ເພິ່ນ​ໄດ້​ເວົ້າ​ວ່າ: ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ພຣະ​ພິ​ໂລດ​ຜູ້​ຄົນ​ພວກ​ນີ້, ຍ້ອນ​ວ່າ​ພວກ​ເຂົາ​ບໍ່​ຍອມ​ເຂົ້າ​ໃຈ​ໃນ​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຂົາ ເພາະ​ພຣະ​ບຸດ​ຂອງ​ພຣະ​ອົງ.

17 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ເຫັນ​ວ່າ ສາດ​ສະ​ດາ​ຜູ້​ທີ​ສອງ​ໃນ​ສະ​ໄໝ​ກ່ອນ​ໄດ້​ໃຫ້​ຖ້ອຍ​ຄຳ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ຍ້ອນ​ວ່າ​ຜູ້​ຄົນ​ບໍ່​ຍອມ​ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ເພິ່ນ, ພວກ​ເຂົາ​ຈຶ່ງ ແກວ່ງ​ກ້ອນ​ຫີນ​ໃສ່​ເພິ່ນ​ຈົນ​ເຖິງ​ແກ່​ຄວາມ​ຕາຍ.

18 ແຕ່ ຈົ່ງ​ເບິ່ງ, ນີ້​ຍັງ​ບໍ່​ທັນ​ໝົດ; ບໍ່​ມີ​ແຕ່​ພວກ​ເພິ່ນ​ເທົ່າ​ນັ້ນ​ທີ່​ໄດ້​ເວົ້າ​ກ່ຽວ​ກັບ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

19 ຈົ່ງ​ເບິ່ງ, ໂມເຊ​ກໍ​ໄດ້​ເວົ້າ​ເຖິງ​ພຣະ​ອົງ; ແທ້​ຈິງ​ແລ້ວ, ແລະ ຈົ່ງ​ເບິ່ງ ແບບ​ສະບັບ​ຖືກ ຍົກ​ຂຶ້ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ຫລຽວ​ເບິ່ງ​ມັນ​ຈະ​ໄດ້​ມີ​ຊີ​ວິດ. ແລະ ມີ​ຫລາຍ​ຄົນ​ໄດ້​ຫລຽວ​ເບິ່ງ ແລະ ມີ​ຊີ​ວິດ.

20 ແຕ່​ວ່າ​ມີ​ຄົນ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ​ທີ່​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​ຂອງ​ສິ່ງ​ເຫລົ່າ​ນັ້ນ, ແລະ ນີ້​ກໍ​ຍ້ອນ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ. ແຕ່​ມີ​ຫລາຍ​ຄົນ​ທີ່​ໃຈ​ແຂງ​ກະ​ດ້າງ​ຫລາຍ​ຈົນ​ວ່າ​ພວກ​ເຂົາ​ບໍ່​ຫລຽວ​ເບິ່ງ, ສະນັ້ນ ພວກ​ເຂົາ​ຈຶ່ງ​ຕາຍ. ບັດ​ນີ້​ເຫດ​ຜົນ​ທີ່​ພວກ​ເຂົາ​ບໍ່​ຫລຽວ​ເບິ່ງ​ກໍ​ຄື ພວກ​ເຂົາ​ບໍ່​ເຊື່ອ​ວ່າ​ມັນ​ຈະ ປິ່ນ​ປົວ​ພວກ​ເຂົາ​ໄດ້.

21 ໂອ້ ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ຫາກ​ພວກ​ທ່ານ​ຈະ​ຖືກ​ປິ່ນ​ປົວ​ໄດ້ ໂດຍ​ພຽງ​ແຕ່​ຫລຽວ​ເບິ່ງ ພວກ​ທ່ານ​ກໍ​ຖືກ​ປິ່ນ​ປົວ​ແລ້ວ, ພວກ​ທ່ານ​ຈະ​ບໍ່​ຫລຽວ​ເບິ່ງ​ໂລດ​ບໍ, ຫລື ວ່າ​ພວກ​ທ່ານ​ຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແລະ ເມີນ​ເສີຍ​ບໍ່​ຍອມ​ຫລຽວ​ໄປ​ເບິ່ງ​ເລີຍ, ຈົນ​ວ່າ​ພວກ​ທ່ານ​ຕາຍ​ໄປ?

22 ຖ້າ​ຫາກ​ເປັນ​ດັ່ງ​ນັ້ນ​ວິບັດ​ຈະ​ມາ​ເຖິງ​ພວກ​ທ່ານ; ແຕ່​ຖ້າ​ຫາກ​ບໍ່​ເປັນ​ດັ່ງ​ນັ້ນ ກໍ​ຈົ່ງ​ຫລຽວ​ເບິ່ງ, ແລະ ເລີ່ມ​ເຊື່ອ​ຖື​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ສິ້ນ​ພຣະ​ຊົນ​ເພື່ອ ຊົດ​ໃຊ້​ແທນ​ບາບ​ຂອງ​ພວກເຂົາ, ແລະ ວ່າ​ພຣະ​ອົງ​ຈະ ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ອີກ, ຊຶ່ງ​ຈະເຮັດ​ໃຫ້​ເກີດ ການ​ຟື້ນ​ຄືນ​ຊີວິດ, ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ເພື່ອ​ຮັບ​ການ​ພິ​ພາກ​ສາ​ໃນ​ມື້​ສຸດ​ທ້າຍ ແລະ ເປັນ​ມື້​ພິ​ພາກ​ສາ, ຕາມ ວຽກ​ງານ​ຂອງ​ພວກ​ເຂົາ.

23 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພວກ​ທ່ານ ປູກ​ພຣະ​ຄຳ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ, ເພື່ອ​ມັນ​ຈະ​ໄດ້ ງອກ​ງາມ​ຂຶ້ນ​ມາ ແລະ ຈົ່ງ​ບຳ​ລຸງ​ມັນ​ດ້ວຍ​ສັດທາ​ຂອງ​ພວກ​ທ່ານ. ແລະ ຈົ່ງ​ເບິ່ງ, ມັນ​ຈະ​ກັບ​ກາຍ​ເປັນ​ຕົ້ນ​ງອກ​ງາມ​ຂຶ້ນ​ໃນ​ພວກ​ທ່ານ​ຈົນ​ເຖິງ​ຊີ​ວິດ​ອັນ​ເປັນ​ນິດ. ແລະ ເມື່ອ​ນັ້ນ ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ໂປດ​ປະທານ​ໃຫ້ ພາ​ລະ​ຂອງ​ພວກ​ທ່ານ​ເບົາ​ບາງ​ລົງ, ໂດຍ​ທາງ​ຄວາມ​ສຸກ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ. ແລະ ພວກ​ທ່ານ​ສາ​ມາດ​ເຮັດ​ສິ່ງ​ທັງ​ໝົດ​ນີ້​ໄດ້​ຖ້າ​ຫາກ​ພວກ​ທ່ານ​ຕັ້ງ​ໃຈ​ຈະ​ເຮັດ​ມັນ. ອາແມນ.