ພຣະ​ຄຳ​ພີ
ແອວມາ 34


ບົດ​ທີ 34

ແອມ​ມິວເລັກ​ໃຫ້​ຖ້ອຍ​ຄຳ​ວ່າ ພຣະ​ຄຳ​ຢູ່​ໃນ​ພຣະ​ຄຣິດ​ນຳ​ໄປ​ສູ່​ຄວາມ​ລອດ—ມະນຸດ​ທຸກ​ຄົນ​ຈະ​ຕ້ອງ​ຕາຍ​ເວັ້ນ​ເສຍ​ແຕ່​ຈະ​ມີ​ການ​ຊົດ​ໃຊ້​ເກີດ​ຂຶ້ນ—ກົດ​ທັງ​ໝົດ​ຂອງ​ໂມເຊ​ຊີ້​ໄປ​ຫາ​ການ​ເສຍ​ສະລະ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ—ແຜນ​ແຫ່ງ​ການ​ໄຖ່​ນິ​ລັນ​ດອນ​ຂຶ້ນ​ຢູ່​ກັບ​ສັດທາ ແລະ ການ​ກັບ​ໃຈ—ຈົ່ງ​ອະ​ທິ​ຖານ​ສຳ​ລັບ​ພອນ​ທາງ​ໂລກ ແລະ ທາງ​ວິນ​ຍານ—ຊີ​ວິດ​ນີ້​ເປັນ​ເວລາ​ຂອງ​ມະນຸດ​ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ—ຈົ່ງ​ທຳ​ງານ​ເພື່ອ​ຄວາມ​ລອດ​ຂອງ​ພວກ​ທ່ານ​ດ້ວຍ​ຄວາມ​ຢ້ານ​ກົວ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ແອວມາ​ໄດ້​ເວົ້າ​ຂໍ້​ຄວາມ​ເຫລົ່າ​ນີ້​ກັບ​ພວກ​ເຂົາ​ແລ້ວ ເພິ່ນ​ກໍ​ນັ່ງ​ລົງ​ເທິງ​ພື້ນ​ດິນ ແລະ ແອມ​ມິວເລັກ​ໄດ້​ລຸກ​ຂຶ້ນ ແລະ ເລີ່ມ​ຕົ້ນ​ສິດ​ສອນ​ພວກ​ເຂົາ, ມີ​ຄວາມ​ວ່າ:

2 ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ຈະ​ເປັນ​ໄປ​ບໍ່​ໄດ້​ທີ່​ພວກ​ທ່ານ​ຈະ​ບໍ່​ຮູ້​ເລື່ອງ ຊຶ່ງ​ໄດ້​ບັນ​ທຶກ​ໄວ້​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ຜູ້​ຊຶ່ງ​ພວກ​ເຮົາ​ສິດ​ສອນ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພວກ​ທ່ານ​ໄດ້​ຮັບ​ການ​ສິດ​ສອນ​ກ່ຽວ​ກັບ ເລື່ອງ​ເຫລົ່າ​ນີ້​ຢ່າງ​ກວ້າງ​ຂວາງ​ກ່ອນ​ພວກ​ທ່ານ​ໄດ້​ແຍກ​ອອກ​ໄປ​ຈາກ​ພວກ​ເຮົາ.

3 ແລະ ໂດຍ​ທີ່​ພວກ​ທ່ານ​ປາດ​ຖະ​ໜາ​ຈາກ​ອ້າຍ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເພິ່ນ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ແກ່​ພວກ​ທ່ານ ພວກ​ທ່ານ​ຄວນ​ເຮັດ​ແນວ​ໃດ, ເພາະ​ຄວາມ​ທຸກ​ຂອງ​ພວກ​ທ່ານ; ແລ້ວ​ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ບາງ​ຢ່າງ​ເພື່ອ​ຕຽມ​ຈິດ​ໃຈ​ຂອງ​ພວກ​ທ່ານ​ໄວ້; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ຊັກ​ຊວນ​ພວກ​ທ່ານ​ໃຫ້​ມີ​ສັດທາ ແລະ ຄວາມ​ອົດ​ທົນ—

4 ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ໃຫ້​ພວກ​ທ່ານ​ມີ​ສັດທາ​ຢ່າງ​ຫລວງ​ຫລາຍ​ຈົນ ຝັງ​ພຣະ​ຄຳ​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ພິ​ສູດ​ການ​ທົດ​ລອງ​ຄວາມ​ດີ​ຂອງ​ມັນ.

5 ແລະ ພວກ​ເຮົາ​ເຫັນ​ຄຳ​ຖາມ​ອັນ​ໃຫຍ່​ຍິ່ງ​ຊຶ່ງ​ຢູ່​ໃນ​ຈິດ​ໃຈ​ຂອງ​ພວກ​ທ່ານ​ຄື​ວ່າ ພຣະ​ຄຳ​ດຳ​ລົງ​ຢູ່​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຫລື​ບໍ່ ຫລື ຈະ​ມີ​ພຣະ​ຄຣິດ​ຫລື​ບໍ່?

6 ແລະ ພວກ​ທ່ານ​ຫລຽວ​ເຫັນ​ອີກ​ວ່າ ອ້າຍ​ຂອງ​ຂ້າພະ​ເຈົ້າ​ໄດ້​ພິ​ສູດ​ຕໍ່​ພວກ​ທ່ານ​ຫລາຍ​ເທື່ອ​ແລ້ວ, ວ່າ ພຣະ​ຄຳ​ຢູ່​ໃນ​ພຣະ​ຄຣິດ​ນຳ​ໄປ​ສູ່​ຄວາມ​ລອດ.

7 ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ເຖິງ​ຄຳ​ເວົ້າ​ຂອງ​ຊີ​ນັດ, ວ່າ​ການ​ໄຖ່​ມາ​ເຖິງ​ໂດຍ​ທາງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ໄດ້​ເວົ້າ​ເຖິງ​ຄຳ​ເວົ້າ​ຂອງ​ຊີ​ໂນກ​ນຳ​ອີກ; ແລະ ເພິ່ນ​ໄດ້​ອ້າງ​ເຖິງ​ໂມເຊ​ນຳ​ອີກ, ເພື່ອ​ພິ​ສູດ​ວ່າ​ເລື່ອງ​ເຫລົ່າ​ນີ້​ຈິງ.

8 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ຈະ ໃຫ້​ຖ້ອຍ​ຄຳ​ແກ່​ພວກ​ທ່ານ​ດ້ວຍ​ຕົວ​ເອງ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ, ວ່າ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ຄຣິດ​ຈະ​ສະ​ເດັດ​ມາ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ເພື່ອ​ຮັບ​ເອົາ​ການ​ລ່ວງ​ລະເມີດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ຈະ ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ; ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້​ດັ່ງ​ນີ້.

9 ເພາະ​ມັນ​ສົມ​ຄວນ​ທີ່​ຈະ​ມີ ການ​ຊົດ​ໃຊ້; ເພາະ​ຕາມ ແຜນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ ແລ້ວ​ມັນ​ຈະ​ຕ້ອງ​ມີ​ການ​ຊົດ​ໃຊ້​ເກີດ​ຂຶ້ນ, ຖ້າ​ບໍ່​ດັ່ງ​ນັ້ນ​ມະນຸດ​ຊາດ​ທັງ​ປວງ​ຕ້ອງ​ຕາຍ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ຄົນ​ທັງ​ປວງ​ມີ​ຈິດ​ໃຈ​ແຂງ​ກະ​ດ້າງ; ແທ້​ຈິງ​ແລ້ວ, ຄົນ​ທັງ​ປວງ ຕົກ ແລະ ຫລົງ​ທາງ​ໄປ, ແລະ ຕ້ອງ​ຕາຍ​ເວັ້ນ​ເສຍ​ແຕ່​ຈະ​ເປັນ​ໂດຍ​ທາງ​ການ​ຊົດ​ໃຊ້ ຊຶ່ງ​ສົມ​ຄວນ​ທີ່​ຈະ​ມີ​ຂຶ້ນ.

10 ເພາະ​ມັນ​ສົມ​ຄວນ​ທີ່​ຈະ​ມີ ການ​ເສຍ​ສະລະ​ຄັ້ງ​ຍິ່ງ​ໃຫຍ່ ແລະ ຄັ້ງ​ສຸດ​ທ້າຍ; ແທ້​ຈິງ​ແລ້ວ, ບໍ່​ແມ່ນ​ການ​ຖວາຍ​ມະນຸດ, ຫລື ສັດ, ຫລື ສັດ​ມີ​ປີກ​ຊະ​ນິດ​ໃດໆ​ເປັນ​ເຄື່ອງ​ບູຊາ; ເພາະ​ຈະ​ບໍ່​ມີ​ການ​ຖວາຍ​ມະນຸດ​ເປັນ​ເຄື່ອງ​ບູຊາ; ແຕ່​ມັນ​ຕ້ອງ​ເປັນ ການ​ເສຍ​ສະລະ​ອັນ ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ.

11 ບັດ​ນີ້ບໍ່​ມີ​ຜູ້​ໃດ​ເລີຍ​ທີ່​ຈະ​ເສຍ​ສະລະ​ເລືອດ​ເນື້ອ​ຂອງ​ຕົນ​ເອງ ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ຄົນ​ອື່ນ. ບັດ​ນີ້, ຖ້າ​ຫາກ​ຜູ້​ໃດ​ເປັນ​ຄາດ​ຕະ​ກອນ, ຈົ່ງ​ເບິ່ງ ກົດ​ໝາຍ​ຂອງ​ພວກ​ເຮົາ, ຊຶ່ງ ທ່ຽງ​ທຳ, ຈະ​ເອົາ​ຊີ​ວິດ​ຂອງ​ນ້ອງ​ຂອງ​ເຂົາ​ບໍ? ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ.

12 ແຕ່​ກົດ​ໝາຍ​ຕ້ອງ​ການ​ຊີ​ວິດ​ຂອງ​ເຂົາ​ຜູ້​ໄດ້ ທຳ​ການ​ຄາດ​ຕະ​ກຳ; ສະນັ້ນ ຈະ​ບໍ່​ມີ​ສິ່ງ​ໃດ​ທີ່​ໜ້ອຍ​ກວ່າ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ ຊຶ່ງ​ຈະ​ມີ​ພຽງ​ພໍ​ສຳ​ລັບ​ບາບ​ຂອງ​ໂລກ.

13 ສະນັ້ນ, ມັນ​ຈຶ່ງ​ສົມ​ຄວນ​ທີ່​ຈະ​ມີ​ການ​ເສຍ​ສະລະ​ຄັ້ງ​ຍິ່ງ​ໃຫຍ່ ແລະ ຄັ້ງ​ສຸດ​ທ້າຍ​ເກີດ​ຂຶ້ນ, ແລະ ເມື່ອ​ນັ້ນ​ມັນ​ຈະ​ມີ ຫລື ມັນ​ສົມ​ຄວນ​ທີ່​ຈະ ຢຸດ​ການ​ຫລັ່ງ​ເລືອດ; ແລ້ວ ກົດ​ຂອງ​ໂມເຊ​ຈະ​ສົມ​ບູນ ແທ້​ຈິງ​ແລ້ວ, ມັນ​ຈະ​ສົມ​ບູນ​ທັງ​ໝົດ​ໃນ​ທຸກ​ຈຸດ ແລະ ທຸກ​ຂີດ, ແລະ ຈະ​ບໍ່​ມີ​ສິ່ງ​ໃດ​ຕົກ​ຫລົ່ນ​ເລີຍ.

14 ແລະ ຈົ່ງ​ເບິ່ງ, ນີ້​ຄື ຄວາມ​ໝາຍ​ທັງ​ໝົດ​ຂອງ ກົດ, ທຸກ​ຂັ້ນ​ທຸກ​ຕອນ​ໄດ້​ຊີ້​ແຈງ​ເຖິງ ການ​ເສຍ​ສະລະ​ຄັ້ງ​ຍິ່ງ​ໃຫຍ່ ແລະ ຄັ້ງ​ສຸດ​ທ້າຍ; ແລະ ການ​ເສຍ​ສະລະ​ຄັ້ງ​ຍິ່ງ​ໃຫຍ່ ແລະ ຄັ້ງ​ສຸດ​ທ້າຍ​ນີ້ ຈະ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ມັນ​ຈະ​ບໍ່​ມີ​ຂອບ​ເຂດ ແລະ ມັນ​ຈະ​ເປັນ​ນິ​ລັນ​ດອນ.

15 ແລະ ພຣະ​ອົງ​ຈະ​ນຳ​ເອົາ ຄວາມ​ລອດ​ມາ​ຫາ​ຄົນ​ທັງ​ປວງ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ນີ້​ຄື​ເຈດ​ຕະ​ນາ​ຂອງ​ການ​ເສຍ​ສະລະ​ຄັ້ງ​ສຸດ​ທ້າຍ, ເພື່ອ​ຈະ​ນຳ​ອຸ​ທອນ​ແຫ່ງ​ຄວາມ​ເມດ​ຕາ​ມາ, ຊຶ່ງ​ມີ​ອຳນາດ​ເໜືອ​ກວ່າ​ຄວາມ​ຍຸດ​ຕິ​ທຳ, ແລະ ນຳ​ຫົນ​ທາງ​ມາ​ໃຫ້​ມະນຸດ ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ.

16 ແລະ ຄວາມ​ເມດ​ຕາ​ສາ​ມາດ​ສະ​ໜອງ​ຂໍ້​ຮຽກ​ຮ້ອງ​ແຫ່ງ ຄວາມ​ຍຸດ​ຕິ​ທຳ​ໄດ້, ແລະ ລ້ອມ​ພວກ​ເຂົາ​ໄວ້​ໃນ​ອ້ອມ​ພຣະ​ພາຫາ​ແຫ່ງ​ຄວາມ​ປອດ​ໄພ, ແຕ່​ຜູ້​ບໍ່​ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ ຈະ​ຕ້ອງ​ຊົດ​ໃຊ້​ດ້ວຍ​ຕົນ​ເອງ​ຕາມ​ກົດ​ຂອງ​ຂໍ້​ຮຽກ​ຮ້ອງ​ແຫ່ງ ຄວາມ​ຍຸດ​ຕິ​ທຳ​ທັງ​ໝົດ; ສະນັ້ນ ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່ ແລະ ນິ​ລັນ​ດອນ​ມາ​ເຖິງ​ພຽງ​ຄົນ​ທີ່​ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ​ເທົ່າ​ນັ້ນ.

17 ສະນັ້ນ ຂໍ​ພຣະ​ເຈົ້າ​ຈົ່ງ​ປະທານ​ໃຫ້​ພວກ​ທ່ານ​ເຖີດ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອ​ພວກ​ທ່ານ​ຈະ​ເລີ່ມ​ໃຊ້ ສັດທາ​ຂອງ​ພວກ​ທ່ານ​ຈົນ​ເຖິງ​ການ​ກັບ​ໃຈ, ເພື່ອ​ພວກ​ທ່ານ​ຈະ​ເລີ່ມ ເອີ້ນ​ຫາ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ມີ​ຄວາມ​ເມດ​ຕາ​ຕໍ່​ພວກ​ທ່ານ;

18 ແທ້​ຈິງ​ແລ້ວ, ຈົ່ງ​ເອີ້ນ​ຫາ​ພຣະ​ອົງ​ເພື່ອ​ຄວາມ​ເມດ​ຕາ; ເພາະ​ພຣະ​ອົງ​ມີ​ອາ​ນຸ​ພາບ​ທີ່​ຈະ​ຊ່ວຍ​ໃຫ້​ລອດ.

19 ແທ້​ຈິງ​ແລ້ວ, ຈົ່ງ​ຖ່ອມ​ຕົວ, ແລະ ອະ​ທິ​ຖານ​ຫາ​ພຣະ​ອົງ​ຢູ່​ສະເໝີ.

20 ຈົ່ງ​ເອີ້ນ​ຫາ​ພຣະ​ອົງ ເມື່ອ​ພວກ​ທ່ານ​ຢູ່​ໃນ​ທົ່ງ​ຂອງ​ພວກ​ທ່ານ, ແທ້​ຈິງ​ແລ້ວ, ເພື່ອ​ຝູງ​ສັດ​ລ້ຽງ​ທັງ​ໝົດ​ຂອງ​ພວກ​ທ່ານ.

21 ຈົ່ງ ເອີ້ນ​ຫາ​ພຣະ​ອົງ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ທ່ານ, ແທ້​ຈິງ​ແລ້ວ, ເພື່ອ​ຄົນ​ທັງ​ໝົດ​ໃນ​ຄອບ​ຄົວ​ຂອງ​ພວກ​ທ່ານ, ທັງ​ຕອນ​ເຊົ້າ, ຕອນ​ບ່າຍ, ແລະ ຕອນ​ແລງ.

22 ແທ້​ຈິງ​ແລ້ວ, ຈົ່ງ​ເອີ້ນ​ຫາ​ພຣະ​ອົງ​ເພື່ອ​ຕໍ່​ຕ້ານ​ອຳນາດ​ຂອງ​ສັດ​ຕູ​ຂອງ​ພວກ​ທ່ານ.

23 ແທ້​ຈິງ​ແລ້ວ, ຈົ່ງ ເອີ້ນ​ຫາ​ພຣະ​ອົງ​ເພື່ອ​ຕໍ່​ຕ້ານ ມານ, ຊຶ່ງ​ເປັນ​ສັດ​ຕູ​ຂອງ ຄວາມ​ຊອບ​ທຳ​ທັງ​ປວງ.

24 ຈົ່ງ​ເອີ້ນ​ຫາ​ພຣະ​ອົງ​ເພື່ອ​ພືດ​ພັນ​ໃນ​ທົ່ງ​ຂອງ​ພວກ​ທ່ານ, ເພື່ອ​ພວກ​ທ່ານ​ຈະ​ມີ​ຢ່າງ​ພຽງ​ພໍ.

25 ຈົ່ງ​ເອີ້ນ​ຫາ​ເພື່ອ​ຝູງ​ສັດ​ລ້ຽງ​ໃນ​ທົ່ງ​ຂອງ​ພວກ​ທ່ານ, ເພື່ອ​ມັນ​ຈະ​ເພີ່ມ​ຫລາຍ​ຂຶ້ນ.

26 ແຕ່​ນີ້​ຍັງ​ບໍ່​ໝົດ; ພວກ​ທ່ານ​ຕ້ອງ​ທຸ້ມ​ເທ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ໃນ ຫ້ອງ​ຂອງ​ພວກ​ທ່ານ, ແລະ ໃນ​ບ່ອນ​ລັບ​ລີ້​ຂອງ​ພວກ​ທ່ານ, ແລະ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຂອງ​ພວກ​ທ່ານ.

27 ແທ້​ຈິງ​ແລ້ວ, ເມື່ອ​ພວກ​ທ່ານ​ບໍ່​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ກໍ​ຂໍ​ໃຫ້ ໃຈ​ຂອງ​ພວກ​ທ່ານ​ຈົ່ງ ອີ່ມ​ເອີບ, ແລະ ອອກ​ມາ​ເປັນ​ການ​ອະ​ທິ​ຖານ​ຫາ​ພຣະ​ອົງ​ຢູ່​ສະເໝີ ເພື່ອ​ຄວາມ​ຜາ​ສຸກ​ຂອງ​ພວກ​ທ່ານ, ແລະ ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ພວກ​ທ່ານ​ນຳ​ອີກ.

28 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ຢ່າ​ຄິດ​ວ່າ​ມັນ​ໝົດ​ເທົ່າ​ນີ້; ເພາະ​ຫລັງ​ຈາກ​ພວກ​ທ່ານ​ເຮັດ​ທັງ​ໝົດ​ນີ້​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ຫັນ​ໜ້າ​ໜີ​ຈາກ ຄົນ​ຂັດ​ສົນ, ແລະ ຄົນ​ເປືອຍ​ເປົ່າ, ແລະ ບໍ່​ໄປ​ຢ້ຽມ​ຢາມ​ຄົນ​ເຈັບ​ປ່ວຍ ແລະ ຄົນ​ເປັນ​ທຸກ, ແລະ ໃຫ້​ເຂົ້າ​ຂອງ ຂອງ​ພວກ​ທ່ານ​ແກ່​ຄົນ​ທີ່​ຢູ່​ໃນ​ຄວາມ​ຕ້ອງ​ການ​ແລ້ວ—ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ເຮັດ​ສິ່ງ​ເຫລົ່າ​ນີ້​ແລ້ວ, ຈົ່ງ​ເບິ່ງ, ການ​ອະ​ທິ​ຖານ​ຂອງ​ພວກ​ທ່ານ ບໍ່​ມີ​ປະ​ໂຫຍດ, ແລະ ບໍ່​ຊ່ວຍ​ອັນ​ໃດ​ໃຫ້​ພວກ​ທ່ານ​ເລີຍ, ແລະ ພວກ​ທ່ານ​ກໍ​ຈະ​ເປັນ​ເໝືອນ​ດັ່ງ​ຄົນ​ໜ້າ​ຊື່​ໃຈ​ຄົດ ຜູ້​ທີ່​ປະ​ຕິ​ເສດ​ສັດທາ.

29 ສະນັ້ນ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ຈົດ​ຈຳ​ທີ່​ຈະ​ມີ ຄວາມ​ໃຈ​ບຸນ, ພວກ​ທ່ານ​ກໍ​ເປັນ​ດັ່ງ​ເສດ​ເຫລືອ, ທີ່​ຊ່າງ​ໄດ້​ໂຍນ​ຖິ້ມ, (ມັນ​ບໍ່​ມີ​ຄຸນ​ຄ່າ) ແລະ ຖືກ​ຢຽບ​ຍ່ຳ​ໄວ້​ໃຕ້​ຕີນ​ຂອງ​ມະນຸດ.

30 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຫລັງ​ຈາກ​ທີ່​ພວກ​ທ່ານ​ມີ​ພະຍານ​ຢ່າງ​ຫລວງ​ຫລາຍ​ເຊັ່ນ​ນີ້​ແລ້ວ, ໂດຍ​ທີ່​ເຫັນ​ວ່າ​ພຣະ​ຄຳ​ພີ​ອັນ​ສັກ​ສິດ​ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ອອກ​ມາ ແລະ ນຳ ຜົນ​ໄປ​ເຖິງ​ການ​ກັບ​ໃຈ.

31 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ອອກ​ມາ ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ອີກ​ຕໍ່​ໄປ; ເພາະ​ຈົ່ງ​ເບິ່ງ, ບັດ​ນີ້​ຄື​ເວລາ ແລະ ວັນ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ທ່ານ; ແລະ ສະນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ກັບ​ໃຈ ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ແລ້ວ, ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່​ນີ້​ຈະ​ຖືກ​ນຳ​ມາ​ຫາ​ພວກ​ທ່ານ​ໂດຍ​ທັນ​ທີ.

32 ເພາະ​ຈົ່ງ​ເບິ່ງ, ຊີ​ວິດ​ນີ້​ເປັນ​ເວລາ​ສຳ​ລັບ​ມະນຸດ​ທີ່​ຈະ ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ວັນ​ແຫ່ງ​ຊີ​ວິດ​ນີ້​ເປັນ​ວັນ​ສຳ​ລັບ​ມະນຸດ​ທີ່​ຈະ​ສະແດງ​ຜົນ​ງານ​ຂອງ​ຕົນ​ເອງ.

33 ແລະ ບັດ​ນີ້, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ມາ​ກ່ອນ​ແລ້ວ, ຄື​ວ່າ​ພວກ​ທ່ານ​ມີ​ພະຍານ​ຢ່າງ​ຫລວງ​ຫລາຍ​ເຊັ່ນ​ນີ້, ສະນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ວິງ​ວອນ​ພວກ​ທ່ານ​ວ່າ​ຢ່າ ຜັດ​ວັນ​ແຫ່ງ ການ​ກັບ​ໃຈ​ຂອງ​ພວກ​ທ່ານ​ໄປ​ຈົນ​ເຖິງ​ວັນ​ສຸດ​ທ້າຍ​ເລີຍ; ເພາະ​ຫລັງ​ຈາກ​ມື້​ແຫ່ງ​ຊີ​ວິດ​ນີ້ ຊຶ່ງ​ພວກ​ເຮົາ​ໄດ້​ຮັບ​ມາ​ເພື່ອ​ຕຽມ​ພ້ອມ​ສຳ​ລັບ​ຊົ່ວ​ນິ​ລັນ​ດອນ, ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ເຮົາ​ບໍ່​ປັບ​ປຸງ​ເວລາ​ຂອງ​ພວກ​ເຮົາ​ຂະນະ​ທີ່​ຢູ່​ໃນ​ຊີ​ວິດ​ນີ້, ເມື່ອ​ນັ້ນ ຄືນ​ແຫ່ງ ຄວາມ​ມືດ​ຈະ​ມາ​ເຖິງ, ໃນ​ນັ້ນ​ຈະ​ມີ​ການ​ທຳ​ງານ​ບໍ່​ໄດ້​ເລີຍ.

34 ພວກ​ທ່ານ​ຈະ​ເວົ້າ​ບໍ່​ໄດ້​ເມື່ອ​ພວກ​ທ່ານ​ຖືກ​ນຳ​ໄປ​ຫາ ວິ​ກິດ​ອັນ​ເປັນ​ຕາ​ຢ້ານ, ວ່າ​ຂ້າ​ພະ​ເຈົ້າ​ຈະ​ກັບ​ໃຈ, ວ່າ​ຂ້າ​ພະ​ເຈົ້າ​ຈະ​ກັບ​ໄປ​ຫາ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ. ບໍ່​ເລີຍ, ພວກ​ທ່ານ​ຈະ​ເວົ້າ​ເຊັ່ນ​ນີ້​ບໍ່​ໄດ້; ເພາະ​ວິນ​ຍານ​ດວງ​ດຽວ​ກັນ​ນັ້ນ ທີ່​ເປັນ​ເຈົ້າ​ຂອງ​ຮ່າງ​ກາຍ​ຂອງ​ພວກ​ທ່ານ​ເມື່ອ​ພວກ​ທ່ານ​ອອກ​ໄປ​ຈາກ​ຊີ​ວິດ​ນີ້ ວິນ​ຍານ​ດວງ​ດຽວ​ກັນ​ນັ້ນ ຈະ​ມີ​ອຳນາດ​ທີ່​ຈະ​ເປັນ​ເຈົ້າ​ຂອງ​ຮ່າງ​ກາຍ​ຂອງ​ພວກ​ທ່ານ​ໃນ​ໂລກ​ນິ​ລັນ​ດອນ​ນັ້ນ.

35 ເພາະ​ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ຜັດ​ວັນ​ແຫ່ງ​ການ​ກັບ​ໃຈ​ຈົນ​ເຖິງ​ວັນ​ຕາຍ, ຈົ່ງ​ເບິ່ງ, ພວກ​ທ່ານ​ຕ້ອງ ຂຶ້ນ​ຢູ່​ກັບ​ວິນ​ຍານ​ຂອງ​ມານ, ແລະ ມັນ​ໄດ້ ຜູກ​ມັດ​ພວກ​ທ່ານ​ໄວ້​ເປັນ​ຂອງ​ມັນ; ສະນັ້ນ, ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ອອກ​ໄປ​ຈາກ​ພວກ​ທ່ານ ແລະ ບໍ່​ປະ​ທັບ​ຢູ່​ໃນ​ພວກ​ທ່ານ; ແລະ ມານ​ຈະ​ມີ​ອຳນາດ​ເໜືອ​ພວກ​ທ່ານ; ແລະ ນີ້​ຄື​ພາວະ​ສຸດ​ທ້າຍ​ຂອງ​ຄົນ​ຊົ່ວ.

36 ແລະ ສິ່ງ​ນີ້​ຂ້າ​ພະ​ເຈົ້າ​ຮູ້, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ​ຈະ​ບໍ່​ປະ​ທັບ​ຢູ່​ໃນ​ວິຫານ​ທີ່ ບໍ່​ບໍ​ລິ​ສຸດ, ແຕ່​ຈະ​ປະ​ທັບ​ຢູ່​ໃນ​ໃຈ​ຂອງ ຄົນ​ຊອບ​ທຳ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ອີກ​ວ່າ ຄົນ​ຊອບ​ທຳ​ຈະ​ສາ​ມາດ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ, ຈະ​ບໍ່​ອອກ​ໄປ​ອີກ; ແຕ່​ເສື້ອ​ຜ້າ​ຂອງ​ພວກ​ເຂົາ​ຕ້ອງ​ຖືກ​ເຮັດ​ໃຫ້​ຂາວ​ສະອາດ​ໂດຍ​ທາງ​ໂລ​ຫິດ​ຂອງ​ພຣະ​ເມສາ​ນ້ອຍ​ເສຍ​ກ່ອນ.

37 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພວກ​ທ່ານ​ຈົດ​ຈຳ​ເລື່ອງ​ເຫລົ່າ​ນີ້​ໄວ້, ແລະ ວ່າ​ພວກ​ທ່ານ​ຈະ ທຳ​ງານ​ເພື່ອ​ຄວາມ​ລອດ​ຂອງ​ພວກ​ທ່ານ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຢ້ານ​ກົວ, ແລະ ວ່າ​ພວກ​ທ່ານ​ຈະ​ບໍ່​ປະ​ຕິ​ເສດ​ເລື່ອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ​ອີກ​ຕໍ່​ໄປ;

38 ວ່າ​ພວກ​ທ່ານ​ຈະ​ບໍ່ ຕໍ່​ຕ້ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ອີກ​ຕໍ່​ໄປ, ແຕ່​ວ່າ​ພວກ​ທ່ານ​ຈະ​ຮັບ​ເອົາ​ພຣະ​ອົງ, ແລະ ຮັບ​ເອົາ ພຣະ​ນາມ​ຂອງ​ພຣະ​ຄຣິດ; ວ່າ​ພວກ​ທ່ານ​ຈະ​ຖ່ອມ​ຕົວ​ລົງ​ຢູ່​ກັບ​ພື້ນ​ດິນ, ແລະ ນະມັດ​ສະການ​ພຣະ​ເຈົ້າ​ດ້ວຍ​ວິນ​ຍານ ແລະ ດ້ວຍ​ຄວາມ​ຈິງ, ບໍ່​ວ່າ​ພວກ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ; ແລະ ວ່າ​ພວກ​ທ່ານ​ຈະ​ໃຊ້​ຊີວິດ​ຢູ່​ໃນ ການ​ຂອບ​ພຣະ​ໄທ​ທຸກໆ​ມື້​ສຳ​ລັບ​ຄວາມ​ເມດ​ຕາ ແລະ ພອນ​ຕ່າງໆ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ທ່ານ.

39 ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ພວກ​ທ່ານ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ອີກ​ວ່າ, ພວກ​ທ່ານ​ຈົ່ງ ເອົາ​ໃຈ​ໃສ່​ຕໍ່​ການ​ອະ​ທິ​ຖານ​ຢູ່​ສະເໝີ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ຖືກ​ຊັກ​ນຳ​ໄປ​ໂດຍ ການ​ລໍ້​ລວງ​ຂອງ​ມານ, ເພື່ອ​ມັນ​ຈະ​ບໍ່​ມີ​ອຳນາດ​ເໜືອ​ພວກ​ທ່ານ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ມັນ​ໃນ​ວັນ​ສຸດ​ທ້າຍ; ເພາະ​ຈົ່ງ​ເບິ່ງ, ມັນ ບໍ່​ໃຫ້​ຂອງ​ດີ​ເປັນ​ລາງ​ວັນ​ແກ່​ພວກ​ທ່ານ​ເລີຍ.

40 ແລະ ບັດ​ນີ້​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ພວກ​ທ່ານ​ໃຫ້​ມີ ຄວາມ​ອົດ​ທົນ​ຕໍ່​ຄວາມ​ທຸກ​ນາໆ​ປະ​ການ; ວ່າ​ບໍ່​ໃຫ້​ພວກ​ທ່ານ ໝິ່ນ​ປະ​ໝາດ​ຜູ້​ທີ່​ຂັບ​ໄລ່​ພວກ​ທ່ານ​ອອກ​ໄປ​ຈາກ​ທີ່​ນະມັດ​ສະການ ເພາະ​ຄວາມ​ຍາກ​ຈົນ​ຂອງ​ພວກ​ທ່ານ, ບໍ່​ດັ່ງ​ນັ້ນ ພວກ​ທ່ານ​ຈະ​ກັບ​ເປັນ​ຄົນ​ບາບ​ຄື​ກັນ​ກັບ​ພວກ​ເຂົາ;

41 ແຕ່​ຂໍ​ໃຫ້​ພວກ​ທ່ານ​ມີ​ຄວາມ​ອົດ​ທົນ, ແລະ ທົນ​ຕໍ່​ຄວາມ​ທຸກ​ເຫລົ່າ​ນີ້, ດ້ວຍ​ຄວາມ​ຫວັງ​ອັນ​ໝັ້ນ​ຄົງ​ວ່າ ມື້​ໃດ​ມື້​ໜຶ່ງ​ພວກ​ທ່ານ​ຈະ​ພົ້ນ​ຈາກ​ຄວາມ​ທຸກ​ທັງ​ໝົດ​ນີ້​ຂອງ​ພວກ​ທ່ານ.