ພຣະ​ຄຳ​ພີ
ແອວມາ 35


ບົດ​ທີ 35

ການ​ສັ່ງ​ສອນ​ພຣະ​ຄຳ​ໄດ້​ທຳ​ລາຍ​ເລ່​ຫລ່ຽມ​ຂອງ​ຊາວ​ໂຊຣຳ—ພວກ​ເຂົາ​ໄດ້​ເນ​ລະ​ເທດ​ຜູ້​ທີ່​ກັບ​ໃຈ, ຜູ້​ຊຶ່ງ​ຈາກ​ນັ້ນ​ໄດ້​ມາ​ຮ່ວມ​ກັບ​ຜູ້​ຄົນ​ຂອງ​ອຳໂມນ​ທີ່​ເຈີຊອນ—ແອວມາ​ເສົ້າ​ສະ​ຫລົດ​ໃຈ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ປະ​ຊາ​ຊົນ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ແອມ​ມິວເລັກ​ກ່າວ​ຂໍ້​ຄວາມ​ນີ້​ຈົບ​ແລ້ວ, ພວກ​ເຂົາ​ກໍ​ໄດ້​ອອກ​ໄປ​ຈາກ​ຝູງ​ຊົນ ແລະ ຂ້າມ​ໄປ​ຫາ​ແຜ່ນ​ດິນ​ເຈີຊອນ.

2 ແທ້​ຈິງ​ແລ້ວ, ຫລັງ​ຈາກ​ລາວ​ໄດ້​ສັ່ງ​ສອນ​ພຣະ​ຄຳ​ແກ່​ຊາວ​ໂຊຣຳ​ແລ້ວ, ພວກ​ອ້າຍ​ນ້ອງ​ທີ່​ໄປ​ນຳ​ກັນ​ກໍ​ໄດ້​ຂ້າມ​ໄປ​ຫາ​ແຜ່ນ​ດິນ​ເຈີຊອນ​ຄື​ກັນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຊາວ​ໂຊຣຳ​ສ່ວນ​ຫລາຍ​ຜູ້​ທີ່​ດີ​ເດັ່ນ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ພຣະ​ຄຳ ຊຶ່ງ​ພວກ​ເຂົາ​ໄດ້​ຮັບ​ການ​ສັ່ງ​ສອນ​ມາ, ແລະ ພວກ​ເຂົາ​ກໍ​ມີ​ຄວາມ​ຄຽດ​ແຄ້ນ​ຍ້ອນ​ວ່າ​ພຣະ​ຄຳ​ໄດ້​ທຳ​ລາຍ ອາ​ຊີບ​ຂອງ​ພວກ​ເຂົາ; ສະນັ້ນພວກ​ເຂົາ​ຈຶ່ງ​ບໍ່​ຍອມ​ເຊື່ອ​ຟັງ​ພຣະ​ຄຳ​ເລີຍ.

4 ແລະ ພວກ​ເຂົາ​ໄດ້​ສົ່ງ​ຄົນ​ໄປ​ເຕົ້າ​ໂຮມ​ຜູ້​ຄົນ​ທັງ​ໝົດ​ທົ່ວ​ແຜ່ນ​ດິນ​ມາ, ແລະ ໄດ້​ປຶກ​ສາ​ກັບ​ຜູ້​ຄົນ​ເຫລົ່າ​ນັ້ນ​ກ່ຽວ​ກັບ​ພຣະ​ຄຳ​ທີ່​ໄດ້​ເວົ້າ​ໄວ້.

5 ບັດ​ນີ້​ຜູ້​ປົກ​ຄອງ ແລະ ພວກ​ປະ​ໂລ​ຫິດ​ທັງ​ຫລາຍ ແລະ ຜູ້​ສອນ​ທັງ​ຫລາຍ​ບໍ່​ຍອມ​ໃຫ້​ຜູ້​ຄົນ​ຮູ້​ຈັກ​ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ຕົນ; ສະນັ້ນ ພວກ​ເຂົາ​ຈຶ່ງ​ຮູ້​ຈັກ​ຄວາມ​ລັບ​ໃນ​ຈິດ​ໃຈ​ຂອງ​ຜູ້​ຄົນ​ທັງ​ໝົດ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ພວກ​ເຂົາ​ຮູ້​ຈັກ​ຈິດ​ໃຈ​ຂອງ​ຜູ້​ຄົນ​ທັງ​ໝົດ​ແລ້ວ, ຜູ້​ທີ່​ເຫັນ​ດີ​ກັບ​ຄຳ​ເວົ້າ​ຂອງ​ແອວມາ ແລະ ອ້າຍ​ນ້ອງ​ຂອງ​ເພິ່ນ​ກໍ​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນ​ດິນ; ແລະ ມັນ​ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ໄດ້​ຂ້າມ​ໄປ​ຫາ​ແຜ່ນ​ດິນ​ເຈີຊອນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ ແລະ ອ້າຍ​ນ້ອງ​ຂອງ​ເພິ່ນ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ​ເຫລົ່າ​ນັ້ນ.

8 ບັດ​ນີ້​ຜູ້​ຄົນ​ທີ່​ເປັນ​ຊາວ​ໂຊຣຳ​ໄດ້​ມີ​ຄວາມ​ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ຂອງ​ອຳໂມນ​ຜູ້​ຢູ່​ໃນ​ເຈີຊອນ, ແລະ ຜູ້​ປົກ​ຄອງ​ທີ່​ເປັນ​ຫົວ​ໜ້າ​ຂອງ​ຊາວ​ໂຊຣຳ, ຊຶ່ງ​ເປັນ​ຄົນ​ຊົ່ວ​ຫລາຍ​ທີ່​ສຸດ​ໄດ້​ສົ່ງ​ຄົນ​ໄປ​ຫາ​ຜູ້​ຄົນ​ຂອງ​ອຳໂມນ ແລະ ແຈ້ງ​ຄວາມ​ປະສົງ​ວ່າ ພວກ​ເຂົາ​ຕ້ອງ​ຂັບ​ໄລ່​ຄົນ​ທັງ​ໝົດ ຊຶ່ງ​ໜີ​ມາ​ຈາກ​ໂຊຣຳ​ອອກ​ຈາກ​ແຜ່ນ​ດິນ​ໄປ.

9 ແລະ ລາວ​ໄດ້​ຂູ່​ເຂັນ​ພວກ​ເຂົາ. ແລະ ບັດ​ນີ້​ຜູ້​ຄົນ​ຂອງ​ອຳໂມນ​ບໍ່​ໄດ້​ຢ້ານ​ກົວ​ຄຳ​ເວົ້າ​ຂອງ​ພວກ​ເຂົາ​ເລີຍ; ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ຍອມ​ຂັບ​ໄລ່​ພວກ​ທີ່​ໜີ​ມາ​ນັ້ນ​ໄປ, ແຕ່​ວ່າ​ພວກ​ເຂົາ​ໄດ້​ຕ້ອນ​ຮັບ​ຊາວ​ໂຊຣຳ​ຜູ້​ທີ່​ທຸກ​ຍາກ​ທັງ​ໝົດ​ທີ່​ຂ້າມ​ມາ​ຫາ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້ ບຳ​ລຸງ​ລ້ຽງ ແລະ ມອບ​ເຄື່ອງ​ນຸ່ງ​ຫົ່ມ​ໃຫ້​ພວກ​ນັ້ນ, ແລະ ໄດ້​ມອບ​ທີ່​ດິນ​ໃຫ້​ແກ່​ພວກ​ນັ້ນ ເພື່ອ​ເປັນ​ມູນ​ມໍ​ລະ​ດົກ; ແລະ ພວກ​ເຂົາ​ໄດ້​ຊ່ວຍ​ເຫລືອ​ຕາມ​ຄວາມ​ຂັດ​ສົນ​ຂອງ​ພວກ​ນັ້ນ.

10 ບັດ​ນີ້​ສິ່ງ​ເຫລົ່າ​ນີ້​ໄດ້​ຍຸ​ຍົງ​ຊາວ​ໂຊຣຳ​ໃຫ້​ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ຂອງ​ອຳໂມນ, ແລະ ພວກ​ເຂົາ​ໄດ້​ເຂົ້າ​ຮ່ວມ​ກັບ​ຊາວ​ເລມັນ ແລະ ຍຸ​ຍົງ​ພວກ​ນັ້ນ​ໃຫ້​ຄຽດ​ແຄ້ນ​ນຳ​ກັນ.

11 ແລະ ດ້ວຍ​ເຫດ​ນີ້ ຊາວ​ໂຊຣຳ ແລະ ຊາວ​ເລມັນ​ຈຶ່ງ​ເລີ່ມ​ກໍ່​ສົງ​ຄາມ​ກັບ​ຜູ້​ຄົນ​ຂອງ​ອຳໂມນ ແລະ ກັບ​ຊາວ​ນີໄຟ​ນຳ​ອີກ.

12 ແລະ ປີ​ທີ​ສິບ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ແບບ​ນີ້.

13 ແລະ ຜູ້ຄົນ​ຂອງ​ອຳໂມນ​ໄດ້​ໜີ​ຈາກ​ແຜ່ນ​ດິນ​ເຈີຊອນ, ແລະ ໄປ​ຫາ​ແຜ່ນ​ດິນ​ມີ​ເລັກ ແລະ ໄດ້​ມອບ​ທີ່​ດິນ​ໃນ​ແຜ່ນ​ດິນ​ເຈີຊອນ​ໃຫ້​ກອງ​ທັບ​ຂອງ​ຊາວ​ນີໄຟ ເພື່ອ​ຈະ​ໄດ້​ຕໍ່​ສູ້​ກັບ​ກອງ​ທັບ​ຂອງ​ຊາວ​ເລມັນ ແລະ ກອງ​ທັບ​ຂອງ​ຊາວ​ໂຊຣຳ; ແລະ ສົງ​ຄາມ​ລະຫວ່າງ​ຊາວ​ເລມັນ​ກັບ​ຊາວ​ນີໄຟ​ກໍ​ເລີ່ມ​ມີ​ຂຶ້ນ​ດັ່ງ​ນີ້, ໃນ​ປີ​ທີ​ສິບ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ; ແລະ ຕໍ່​ໄປ​ນີ້​ຈະ​ເປັນ ເລື່ອງ​ລາວ​ກ່ຽວ​ກັບ​ສົງ​ຄາມ​ຂອງ​ພວກ​ເຂົາ.

14 ແລະ ແອວມາ, ແລະ ອຳໂມນ, ແລະ ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ, ແລະ ພ້ອມ​ດ້ວຍ​ລູກ​ຊາຍ​ສອງ​ຄົນ​ຂອງ​ແອວມາ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ, ຫລັງ​ຈາກ​ທີ່​ໄດ້​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ນຳ​ພາ​ຊາວ​ໂຊຣຳ ຫລາຍ​ຄົນ​ມາ​ຫາ​ການ​ກັບ​ໃຈ; ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຖືກ​ນຳ​ມາ​ຫາ​ການ​ກັບ​ໃຈ​ກໍ​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນ​ດິນ​ຂອງ​ຕົນ; ແຕ່​ວ່າ​ພວກ​ເຂົາ​ໄດ້​ມີ​ທີ່​ດິນ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ຕົນ​ຢູ່​ໃນ​ແຜ່ນ​ດິນ​ເຈີຊອນ, ແລະ ພວກ​ເຂົາ​ກໍ​ໄດ້​ຈັບ​ອາ​ວຸດ​ເພື່ອ​ປ້ອງ​ກັນ​ຕົນ​ເອງ, ແລະ ເມຍ​ຂອງ​ຕົນ, ແລະ ລູກ​ຂອງ​ຕົນ, ແລະ ແຜ່ນ​ດິນ​ຂອງ​ຕົນ.

15 ບັດ​ນີ້​ແອວມາ, ໂດຍ​ມີ​ຄວາມ​ໂສກ​ເສົ້າ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ, ແທ້​ຈິງ​ແລ້ວ, ເພາະ​ສົງ​ຄາມ ແລະ ການ​ຂ້າ​ຟັນ ແລະ ການ​ຂັດ​ແຍ້ງ​ກັນ ຊຶ່ງ​ມີ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ; ແລະ ເພິ່ນ​ໄດ້​ປະ​ກາດ​ພຣະ​ຄຳ, ຫລື ສົ່ງ​ປະ​ກາດ​ພຣະ​ຄຳ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ໃນ​ທຸກ​ຫົວ​ເມືອງ, ໂດຍ​ເຫັນ​ວ່າ​ໃຈ​ຂອງ​ຜູ້​ຄົນ​ເລີ່ມ​ດື້​ດ້ານ​ຂຶ້ນ; ແລະ ພວກ​ເຂົາ ບໍ່​ພໍ​ໃຈ​ຍ້ອນ​ວ່າ​ຄວາມ​ເຄັ່ງ​ຄັດ​ຂອງ​ພຣະ​ຄຳ, ດັ່ງ​ນັ້ນ​ມັນ​ຈຶ່ງ​ເຮັດ​ໃຫ້ໃຈ​ຂອງ​ເພິ່ນ​ເສົ້າ​ໂສກ​ຢ່າງ​ຍິ່ງ.

16 ສະນັ້ນ, ເພິ່ນ​ຈຶ່ງ​ໃຫ້​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຫາ​ເພິ່ນ, ເພື່ອ​ເພິ່ນ​ຈະ​ໄດ້​ມອບ ໜ້າ​ທີ່​ຂອງ​ເພິ່ນ​ໃຫ້​ເຂົາ​ທຸກ​ຄົນ​ເປັນ​ສ່ວນ​ຕົວ, ຊຶ່ງ​ກ່ຽວ​ກັບ​ຄວາມ​ຊອບ​ທຳ. ແລະ ພວກ​ເຮົາ​ມີ​ເລື່ອງ​ລາວ​ກ່ຽວ​ກັບ​ຄຳ​ສັ່ງ​ຂອງ​ແອວມາ ຊຶ່ງ​ໄດ້​ໃຫ້​ແກ່​ພວກ​ລູກ​ຊາຍ​ຂອງ​ເພິ່ນ ຕາມ​ບັນ​ທຶກ​ຂອງ​ເພິ່ນ​ເອງ.