ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ຄຳ​ສັ່ງ​ຂອງ​ແອວ​ມາ​ແກ່​ຮີ​ລາມັນລູກ​ຊາຍ​ຂອງ​ເພິ່ນ.
ມີ​ຢູ່​ໃນ​ບົດ​ທີ 36 ແລະ 37.

ບົດ​ທີ 36

ແອວ​ມາ​ບອກ​ຮີ​ລາມັນ​ໃຫ້​ຮູ້​ວ່າ ເພິ່ນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລັງ​ຈາກ​ໄດ້​ເຫັນທູດ—ເພິ່ນ​ໄດ້​ທົນ​ຕໍ່​ຄວາມ​ເຈັບ​ປວດ​ຂອງ​ຈິດ​ວິນ​ຍານ​ທີ່​ອັບ​ປະ​ໂຫຍດ; ເພິ່ນ​ໄດ້​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ເຢຊູ ແລະ ໄດ້ເກີດໃໝ່ຈາກ​ພຣະ​ເຈົ້າ—ຈິດ​ວິນ​ຍານ​ຂອງ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ອັນ​ຫວານ​ຊື່ນ—ເພິ່ນ​ໄດ້​ເຫັນ​ເຫລົ່າ​ທູດ​ສັນລະ​ເສີນ​ພຣະ​ເຈົ້າ—ຜູ້ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ຫລວງຫລາຍ​ໄດ້​ຊີມ​ລົດ​ຊາດ ແລະ ໄດ້​ເຫັນ​ຄື​ກັນ​ກັບ​ເພິ່ນ​ໄດ້​ຊີມ ແລະ ໄດ້​ເຫັນ. ປະມານ 74 ປີ ກ່ອນ ຄ.ສ.

 ລູກ​ຂອງ​ພໍ່ ຈົ່ງ​ຟັງ​ຄຳ​ເວົ້າຂອງ​ພໍ່; ເພາະວ່າພໍ່​ຈະ​ສາບານ​ກັບ​ລູກ​ວ່າ, ຕາບ​ໃດ​ທີ່​ລູກ​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ລູກ​ຈະ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນດິນ.

 ພໍ່​ຢາກ​ໃຫ້​ລູກ​ເຮັດ​ຄື​ກັນ​ກັບ​ທີ່ພໍ່​ໄດ້​ໃຫ້​ເຮັດ​ມາ​ແລ້ວ, ໃນ​ການ​ລະນຶກ​ເຖິງ​ການ​ເປັນ​ຊະ​ເລີຍ​ຂອງ​ບັນພະ​ບຸລຸດຂອງ​ພວກ​ເຮົາ; ເພາະ​ພວກ​ເຂົາ​ເຫລົ່ານັ້ນຢູ່​ໃນ​ຄວາມ​ເປັນ​ຂ້າ​ທາດ, ແລະ ບໍ່​ມີ​ຜູ້​ໃດ​ຈະ​ປົດ​ປ່ອຍ​ພວກ​ເຂົາ​ໄດ້ ນອກ​ຈາກ​ພຣະ​ເຈົ້າຂອງ​ອັບ​ຣາ​ຮາມ, ແລະ ພຣະ​ເຈົ້າຂອງ​ອີ​ຊາກ, ແລະ​ ພຣະ​ເຈົ້າຂອງ​ຢາ​ໂຄບ, ແລະ ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ເຫລົ່ານັ້ນອອກ​ຈາກ​ຄວາມທຸກ​ທໍລະມານຂອງ​ພວກ​ເຂົາ​ຢ່າງ​ແນ່ນອນ.

 ແລະ ບັດ​ນີ້, ໂອ້ ຮີ​ລາມັນ​ລູກ​ຂອງ​ພໍ່, ຈົ່ງ​ເບິ່ງ, ລູກ​ຍັງ​ໜຸ່ມ​ແໜ້ນ​ຢູ່, ແລະ ດັ່ງນັ້ນ, ພໍ່​ຈຶ່ງ​ວິງ​ວອນ​ລູກ​ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພໍ່ ແລະ ຮຽນ​ຮູ້​ຈາກ​ພໍ່; ເພາະ​ພໍ່​ຮູ້​ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ອູ້ມຊູ​ໃນ​ເວລາ​ຂັດ​ສົນ​ຂອງ​ພວກ​ເຂົາ, ແລະ ຄວາມ​ຫຍຸ້ງຍາກ​ຂອງ​ພວກ​ເຂົາ, ແລະ ຄວາມ​ທຸກ​ທໍລະມານ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

 ແລະ ພໍ່​ບໍ່​ຢາກ​ໃຫ້​ລູກຄິດ​ວ່າ ພໍ່​ຮູ້ຈັກ​ຈາກ​ຕົນ​ເອງ—ບໍ່​ແມ່ນ​ຈາກ​ທາງ​ໂລກ ແຕ່ຈາກ​ທາງ​ວິນ​ຍານ, ບໍ່​ແມ່ນ​ຈາກ​ຈິດ​ໃຈ​ອັນ​ເປັນ​ກາມ​ມະ​ລົມ ແຕ່​ຈາກ​ພຣະ​ເຈົ້າ.

 ບັດ​ນີ້, ຈົ່ງ​ເບິ່ງ, ພໍ່​ເວົ້າກັບ​ລູກ​ວ່າ, ຖ້າ​ຫາກພໍ່​ບໍ່​ໄດ້​ເກີດ​ຈາກ​ພຣະ​ເຈົ້າ​ແລ້ວ ພໍ່ຈະ​ບໍ່​ຮູ້ຈັກ​ເລື່ອງ​ເຫລົ່າ​ນີ້​ເລີຍ; ແຕ່​ວ່າ​ໂດຍ​ປາກ​ຂອງ​ທູດ​ຜູ້​ບໍລິສຸດ​ຂອງ​ພຣະ​ອົງ, ພຣະ​ເຈົ້າຈຶ່ງ​ເຮັດ​ໃຫ້​ເລື່ອງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້ຈັກ​ແກ່ພໍ່, ບໍ່​ແມ່ນ​ວ່າ​ຈາກ​ຄຸນງາມຄວາມດີ​ອັນ​ໃດ​ຂອງ​ພໍ່;

 ເພາະວ່າພໍ່​ໄດ້​ທ່ອງ​ທ່ຽວ​ໄປ​ມາ​ກັບ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ພະ​ຍາຍາມ​ທີ່​ຈະ​ທຳລາຍ​ສາດສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ; ແຕ່​ຈົ່ງ​ເບິ່ງ, ພຣະ​ເຈົ້າ​ໄດ້​ສົ່ງ​ທູດ​ຜູ້​ບໍລິສຸດ​ຂອງ​ພຣະ​ອົງ​ລົງ​ມາ​ຢັບຢັ້ງ​ພວກພໍ່​ໄວ້​ຕາມ​ທາງ.

 ແລະ ຈົ່ງ​ເບິ່ງ, ທູດ​ໄດ້​ເວົ້າກັບ​ພວກພໍ່, ຄື​ກັນ​ກັບສຽງຟ້າ​ຮ້ອງ ແລະ ທັງ​ແຜ່ນດິນ​ໂລກ​ໄດ້​ສັ່ນ​ສະ​ເທືອນ​ໃຕ້​ຕີນ​ຂອງ​ພວກ​ພໍ່; ແລະ ພວກພໍ່​ໄດ້​ລົ້ມລົງ​ຢູ່​ກັບ​ພື້ນ​ດິນ, ເພາະ​ວ່າ​ຄວາມ​ຢ້ານ​ກົວ​ທີ່​ພວກພໍ່ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

 ແຕ່​ຈົ່ງ​ເບິ່ງ, ສຽງ​ຂອງ​ທູດ​ໄດ້​ເວົ້າກັບ​ພໍ່​ວ່າ: ຈົ່ງ​ລຸກຂຶ້ນ​ເຖີດ. ແລະ ພໍ່​ໄດ້​ລຸກຂຶ້ນ ແລະ ເຫັນ​ທູດ​ອົງ​ນັ້ນ.

 ແລະ ເພິ່ນ​ໄດ້​ເວົ້າກັບພໍ່​ວ່າ: ຖ້າ​ບໍ່​ຢາກ​ໃຫ້​ຕົວ​ຂອງ​ເຈົ້າຖືກ​ທຳລາຍ, ກໍ​ຢ່າ​ພະຍາຍາມ​ທຳລາຍ​ສາດສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າອີກ​ເລີຍ.

 10 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພໍ່​ໄດ້​ລົ້ມລົງ​ຢູ່​ກັບ​ພື້ນ​ດິນ; ແລະ ເປັນ​ເວລາ​ສາມ​ມື້​ກັບ​ສາມ​ຄືນ​ທີ່​ພໍ່​ເປີດ​ປາກ​ບໍ່​ໄດ້, ທັງ​ແຂນ ແລະ ຂາ​ຂອງ​ພໍ່​ກໍ​ເໜັງ​ຕີງ​ບໍ່​ໄດ້.

 11 ແລະ ທູດ​ໄດ້​ເວົ້າກັບພໍ່​ອີກ​ຫລາຍ​ເລື່ອງ ຊຶ່ງອ້າຍ​ນ້ອງ​ຂອງ​ພໍ່​ໄດ້​ຍິນ​ແຕ່​ວ່າ ພໍ່​ບໍ່​ໄດ້​ຍິນ​ເລີຍ; ພໍ່​ພຽງ​ແຕ່​ໄດ້​ຍິນ​ຄຳ​ວ່າ—ຖ້າ​ບໍ່​ຢາກ​ໃຫ້​ຕົວ​ຂອງ​ເຈົ້າຖືກ​ທຳ​ລາຍ, ກໍ​ຢ່າ​ພະ​ຍາຍາມ​ທຳລາຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າອີກ​ເລີຍ—ພໍ່ກໍ​ເກີດ​ມີ​ຄວາມ​ຢ້ານ​ກົວ ແລະ ແປກ​ປະ​ຫລາດ​ໃຈ​ທີ່​ສຸດ ຢ້ານ​ວ່າ​ຕົວ​ເອງ​ຈະ​ຖືກ​ທຳລາຍ, ພໍ່​ກໍລົ້ມລົງ​ຢູ່​ກັບ​ພື້ນ​ດິນ ແລະ ພໍ່​ກໍ​ບໍ່​ໄດ້​ຍິນ​ຫຍັງ​ອີກ​ເລີຍ.

 12 ແຕ່​ວ່າພໍ່​ຖືກ​ທໍລະມານ​ດ້ວຍ​ຄວາມ​ທໍລະມານ​ນິລັນດອນ, ເພາະວ່າ​ຈິດ​ວິນ​ຍານ​ຂອງ​ພໍ່​ເຈັບ​ປວດ​ຈົນ​ສຸດ​ຂີດ ແລະ ຖືກ​ທໍລະມານ​ດ້ວຍ​ບາບ​ທັງ​ໝົດ​ຂອງ​ພໍ່.

 13 ແທ້​ຈິງ​ແລ້ວ, ພໍ່​ໄດ້​ລະນຶກ​ເຖິງ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ພໍ່, ຊຶ່ງພໍ່​ຖືກ​ທໍລະ​ມານ​ດ້ວຍ​ຄວາມ​ເຈັບ​ປວດ​ແຫ່ງ​ນະ​ລົກ; ແທ້​ຈິງ​ແລ້ວ, ພໍ່​ເຫັນ​ວ່າພໍ່​ໄດ້​ທໍລະ​ຍົດ​ຕໍ່​ພຣະ​ເຈົ້າ​ຂອງ​ພໍ່, ແລະ​ວ່າພໍ່​ບໍ່​ໄດ້​ຮັກສາ​ພຣະ​ບັນຍັດ​ອັນ​ສັກສິດ​ຂອງ​ພຣະ​ອົງ.

 14 ແທ້​ຈິງ​ແລ້ວ, ພໍ່​ໄດ້​ຂ້າ​ລູກ​ຫລານ​ຂອງ​ພຣະ​ອົງ​ມາ​ຢ່າງ​ຫລວງຫລາຍ​ແລ້ວ, ຫລື ຊັກ​ນຳ​ພວກ​ເຂົາ​ໄປ​ຫາ​ຄວາມທຸກ​ທໍລະມານ; ແທ້ຈິງ​ແລ້ວ, ແລະ ໂດຍ​ສະ​ຫລຸບ ຄວາມ​ຊົ່ວ​ຮ້າຍ​ຂອງ​ພໍ່​ໃຫຍ່​ຫລວງ​ທີ່​ສຸດ, ພຽງ​ແຕ່​ຄິດ​ທີ່​ຈະ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າຂອງ​ພໍ່, ມັນ​ກໍ​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພໍ່​ຕ້ອງ​ທໍລະມານ​ດ້ວຍ​ຄວາມ​ຢ້ານ​ກົວ​ຢ່າງ​ບໍ່​ອາດ​ສາມາດ​ຈະ​ວັດ​ແທກ​ໄດ້.

 15 ໂອ້, ພໍ່​ຄິດ, ວ່າພໍ່​ຢາກ​ໃຫ້​ຖືກ​ກຳຈັດ​ອອກ​ໄປ​ທັງ​ຈິດ​ວິນ​ຍານ ແລະ ຮ່າງກາຍ​ໃຫ້​ສູນຫາຍ​ໄປ, ເພື່ອພໍ່​ຈະ​ບໍ່​ຖືກ​ນຳ​ມາ​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າຂອງ​ພໍ່, ເພື່ອ​ຮັບ​ການ​ພິພາກສາ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ພໍ່.

 16 ແລະ ບັດ​ນີ້, ພໍ່​ຕ້ອງ​ທົນ​ທຸກທໍລະ​ມານ​ຢູ່​ເປັນ​ເວລາ​ສາມ​ມື້​ສາມ​ຄືນ, ດ້ວຍ​ຄວາມ​ເຈັບ​ປວດ​ຂອງ​ຈິດ​ວິນ​ຍານ​ທີ່​ອັບ​ປະ​ໂຫຍດ.

 17 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາທີ່ພໍ່​ຕ້ອງ​ທົນ​ກັບ​ການ​ທໍລະມານ​ຢູ່​ນັ້ນ, ຂະນະ​ທີ່ພໍ່​ເຈັບ​ປວດ​ຢູ່​ດ້ວຍ​ຄວາມ​ຊົງ​ຈຳ​ເຖິງ​ບາບ​ອັນ​ຫລວງຫລາຍ​ຂອງ​ພໍ່​ຢູ່​ນັ້ນ, ຈົ່ງ​ເບິ່ງ, ພໍ່​ໄດ້​ລະນຶກ​ເຖິງ​ຄຳ​ທຳນາຍ​ຂອງ​ພໍ່​ທີ່​ເພິ່ນ​ໄດ້​ເວົ້າຕໍ່​ຜູ້ຄົນ​ກ່ຽວ​ກັບ​ການສະ​ເດັດ​ມາ​ຂອງ​ພຣະ​ເຢຊູ​ຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ໜຶ່ງ, ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ.

 18 ບັດ​ນີ້, ເວລາພໍ່​ກຳລັງ​ລະນຶກ​ເຖິງ​ຄວາມ​ຄິດ​ເຫລົ່າ​ນີ້, ພໍ່ໄດ້​ຮ້ອງໄຫ້​ຢູ່​ໃນ​ໃຈວ່າ: ໂອ້ ພຣະ​ເຢ​ຊູ​ເຈົ້າ​ເອີຍ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຂໍ​ຊົງ​ມີ​ເມດຕາ​ປານີ​ຕໍ່​ຂ້ານ້ອຍ​ຜູ້​ຢູ່​ໃນ​ນ້ຳບີ​ແຫ່ງ​ຄວາມ​ຂົມ​ຂື່ນ, ແລະ ຖືກ​ປິດ​ລ້ອມ​ດ້ວຍ​ສາຍ​ໂສ້​ແຫ່ງ​ຄວາມ​ຕາຍ​ອັນ​ເປັນນິດ​ດ້ວຍ​ເຖີດ.

 19 ແລະ ບັດ​ນີ້, ຈົ່ງ​ເບິ່ງເວລາ​ທີ່ພໍ່​ຄິດ​ແບບ​ນີ້, ພໍ່​ບໍ່​ຈື່​ຈຳຄວາມ​ເຈັບ​ປວດຂອງ​ພໍ່​ອີກ​ເລີຍ; ແທ້​ຈິງ​ແລ້ວ, ພໍ່​ບໍ່​ໄດ້​ທໍລະມານ​ດ້ວຍ​ຄວາມ​ລະນຶກ​ເຖິງ​ບາບ​ຂອງ​ພໍ່​ອີກ​ຕໍ່​ໄປ.

 20 ແລະ ໂອ້, ພໍ່​ບໍ່​ເຄີຍ​ເຫັນ​ຄວາມສຸກ ແລະ ຄວາມ​ສະຫວ່າງ​ອັນ​ໃດ​ທີ່​ໜ້າ​ອັດສະຈັນ​ເຊັ່ນ​ນີ້; ແທ້​ຈິງ​ແລ້ວ, ຈິດ​ວິນ​ຍານ​ຂອງ​ພໍ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸກທີ່​ສຸດ​ເທົ່າ​ກັບ​ຄວາມ​ເຈັບ​ປວດ​ຂອງ​ພໍ່!

 21 ແທ້​ຈິງ​ແລ້ວ, ພໍ່​ເວົ້າກັບ​ເຈົ້າຜູ້​ເປັນ​ລູກ​ຂອງ​ພໍ່​ວ່າ, ບໍ່​ມີ​ອັນ​ໃດ​ຈະ​ໃຫຍ່​ຫລວງ ແລະ ຂົມ​ຂື່ນ​ໄດ້​ເທົ່າ​ກັບ​ຄວາມ​ເຈັບ​ປວດ​ຂອງ​ພໍ່. ແທ້​ຈິງ​ແລ້ວ, ແລະ ພໍ່​ກ່າວ​ກັບ​ເຈົ້າລູກ​ຂອງ​ພໍ່​ອີກ​ວ່າ, ບໍ່​ມີ​ອັນ​ໃດ​ເລີຍ​ທີ່​ງົດ​ງາມ ແລະ ຫວານ​ຊື່ນ​ເທົ່າ​ກັບ​ຄວາມສຸກ​ຂອງ​ພໍ່.

 22 ແທ້​ຈິງ​ແລ້ວ, ພໍ່​ຄິດ​ວ່າພໍ່​ໄດ້​ເຫັນ​ຄື​ກັນ​ກັບ​ລີ​ໄຮ​ບັນພະບຸລຸດ​ຂອງ​ພວກ​ເຮົາ, ຊຶ່ງ​ໄດ້​ເຫັນ​ພຣະ​ເຈົ້າປະ​ທັບ​ຢູ່​ເທິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ, ຫຸ້ມ​ລ້ອມ​ໄປ​ດ້ວຍ​ເຫລົ່າ​ທູດ​ທັງຫລາຍ​ຈົນ​ນັບ​ບໍ່​ຖ້ວນ, ຢູ່​ໃນ​ທ່າ​ທາງ​ຮ້ອງ​ເພງ ແລະ ສັນລະ​ເສີນ​ພຣະ​ເຈົ້າຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ແລະ ຈິດ​ວິນ​ຍານ​ຂອງ​ພໍ່​ຢາກ​ຈະ​ຢູ່​ບ່ອນ​ນັ້ນ.

 23 ແຕ່​ຈົ່ງ​ເບິ່ງ, ແຂນ​ຂາ​ຂອງ​ພໍ່​ໄດ້​ຮັບ​ກຳລັງ​ຂອງ​ມັນ​ຄືນ​ມາ​ອີກ, ແລະ ພໍ່​ໄດ້​ຢືນ​ຂຶ້ນດ້ວຍ​ຕີນ​ຂອງ​ພໍ່​ເອງ, ແລະ ໄດ້​ສະ​ແດງ​ແກ່​ຜູ້​ຄົນ​ວ່າ ພໍ່​ໄດ້​ເກີດ​ໃໝ່​ແລ້ວ​ຈາກ​ພຣະ​ເຈົ້າ.

 24 ແທ້​ຈິງ​ແລ້ວ, ນັບ​ແຕ່​ເວລາ​ນັ້ນ​ເປັນຕົ້ນມາ​ຈົນ​ເຖິງ​ເວລາ​ນີ້, ພໍ່​ໄດ້​ເຮັດ​ວຽກ​ຢ່າງ​ບໍ່​ທໍ້ຖອຍ, ເພື່ອພໍ່​ຈະ​ໄດ້​ຊັກ​ນຳ​ເອົາ​ຈິດ​ວິນ​ຍານຫລາຍ​ດວງ​ມາ​ຫາ​ການ​ກັບ​ໃຈ; ເພື່ອພໍ່​ຈະ​ໄດ້​ນຳ​ເອົາ​ພວກ​ເຂົາ​ມາ​ຊີມລົດ​ຊາດຂອງ​ຄວາມສຸກ ຊຶ່ງບິດາ​ໄດ້​ຊີມ​ມັນ​ມາ​ແລ້ວ; ເພື່ອ​ພວກ​ເຂົາ​ຈະ​ໄດ້​ເກີດ​ຈາກ​ພຣະ​ເຈົ້າອີກ, ແລະ ເຕັມ​ປ່ຽມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍລິສຸດ.

 25 ແທ້​ຈິງ​ແລ້ວ, ແລະ ບັດ​ນີ້​ຈົ່ງ​ເບິ່ງ, ໂອ້ ລູກ​ຂອງ​ພໍ່, ພຣະຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ຄວາມ​ຊື່ນ​ຊົມຢ່າງ​ຍິ່ງໃຫ້ພໍ່​ໃນ​ຜົນງານ​ຂອງ​ພໍ່;

 26 ເພາະ​ຍ້ອນ​ວ່າ​ພຣະ​ຄຳ​ຊຶ່ງພຣະ​ອົງ​ໃຫ້​ແກ່​ພໍ່, ຈົ່ງ​ເບິ່ງ, ຄົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ເກີດ​ຈາກ​ພຣະ​ເຈົ້າ, ແລະ ໄດ້​ຊີມ​ລົດ​ຊາດ​ຄື​ກັນ​ກັບ​ພໍ່​ໄດ້​ຊີມ​ມາ, ແລະ ເຫັນ​ຄື​ກັນ​ກັບ​ທີ່​ພໍ່​ໄດ້​ເຫັນ​ມາ; ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ຮູ້ຈັກ​ເຖິງ​ເລື່ອງ​ເຫລົ່າ​ນີ້, ຊຶ່ງພໍ່ໄດ້​ເວົ້າ​ໄວ້​ຄື​ກັນ​ກັບ​ທີ່​ພໍ່ໄດ້​ຮູ້ຈັກ; ແລະ ຄວາມ​ຮູ້​ທີ່​ພໍ່ມີນັ້ນ​ເປັນ​ຂອງ​ພຣະ​ເຈົ້າ.

 27 ແລະ ພໍ່​ໄດ້​ຮັບ​ການ​ອູ້ມຊູ​ເວລາ​ມີ​ຄວາມ​ເດືອດຮ້ອນ ແລະ ເວລາ​ມີ​ຄວາມ​ຫຍຸ້ງຍາກ​ທຸກ​ຢ່າງ, ແທ້​ຈິງແລ້ວ, ແລະ ໃນ​ຄວາມທຸກ​ທໍລະມານທຸກ​ຢ່າງ; ແທ້​ຈິງ​ແລ້ວ, ພຣະ​ເຈົ້າ​ໄດ້​ປົດ​ປ່ອຍພໍ່​ອອກ​ຈາກ​ຄຸກ ແລະ ອອກ​ຈາກ​ການ​ຜູກມັດ, ແລະ ອອກຈາກ​ຄວາມ​ຕາຍ; ແທ້​ຈິງ​ແລ້ວ, ພໍ່​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ແລະ ພຣະ​ອົງ​ໄດ້​ປົດ​ປ່ອຍພໍ່​ອອກ​ໄປ.

 28 ແລະ ພໍ່​ຮູ້​ວ່າ ພຣະ​ອົງ​ຈະ​ຍົກພໍ່​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ, ເພື່ອພໍ່​ຈະ​ໄດ້​ຢູ່​ກັບ​ພຣະ​ອົງ​ໃນ​ລັດສະໝີ​ພາບ; ແທ້​ຈິງ​ແລ້ວ, ພໍ່​ຈະ​ສັນລະ​ເສີນ​ພຣະ​ອົງ​ຕະຫລອດ​ໄປ, ເພາະ​ພຣະ​ອົງ​ໄດ້​ນຳພາ​ບັນພະບຸລຸດ​ຂອງ​ພວກ​ເຮົາ​ອອກ​ຈາກ​ເອຢິບ ແລະ ພຣະ​ອົງ​ໄດ້​ກືນ​ຊາວ​ເອຢິບ​ເຂົ້າ​ໃນ​ທະ​ເລ​ແດງ; ແລະ ໂດຍ​ອຳນາດ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ນຳ​ເອົາ​ຄົນ​ເຫລົ່ານັ້ນ​ໄປ​ຫາ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ; ແທ້​ຈິງ​ແລ້ວ, ແລະ ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ອອກ​ຈາກ​ການ​ເປັນ​ຂ້າ​ທາດ ແລະ ການ​ເປັນ​ຊະ​ເລີຍ​ອັນ​ບໍ່​ເລີກ​ບໍ່​ແລ້ວນັ້ນ.

 29 ແທ້​ຈິງ​ແລ້ວ, ແລະ ພຣະ​ອົງ​ໄດ້​ນຳພາ​ບັນພະບຸລຸດ​ຂອງ​ພວກ​ເຮົາ​ອອກ​ຈາກ​ແຜ່ນດິນ​ເຢຣູ​ຊາເລັມ​ມາ; ແລະ ໂດຍ​ອຳນາດ​ອັນ​ເປັນນິດ​ຂອງ​ພຣະ​ອົງ, ໄດ້​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ເປັນ​ຂ້າ​ທາດ ແລະ ຄວາມ​ເປັນ​ຊະ​ເລີຍ​ທີ່​ບໍ່​ເລີກ​ບໍ່​ແລ້ວ, ຈົນ​ລົງ​ມາ​ເຖິງ​ປະຈຸ​ບັນ​ນີ້; ແລະ ພໍ່​ໄດ້​ເກັບ​ກຳ​ເລື່ອງ​ຄວາມ​ເປັນ​ຊະ​ເລີຍ​ຂອງ​ພວກ​ເຂົາ​ໄວ້​ໃນ​ຄວາມ​ຊົງ​ຈຳ​ສະ​ເໝີ; ແທ້​ຈິງ​ແລ້ວ, ແລະ ລູກ​ກໍ​ຄວນ​ເກັບ​ກຳ​ຄວາມ​ເປັນ​ຊະ​ເລີຍ​ຂອງ​ພວກ​ເຂົາ​ໄວ້​ໃນ​ຄວາມ​ຊົງ​ຈຳ​ເໝືອນ​ດັ່ງພໍ່​ໄດ້​ເຮັດ​ມາ.

 30 ແຕ່ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ນີ້​ຍັງ​ບໍ່ໝົດ; ເພາະວ່າ​ລູກ​ຄວນ​ຮູ້ຈັກ​ເໝືອນ​ດັ່ງພໍ່​ໄດ້​ຮູ້​ວ່າ, ຕາບ​ໃດ​ທີ່​ລູກ​ຍັງ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ລູກ​ຈະ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ແຜ່ນດິນ; ແລະ ລູກ​ຄວນ​ຈະ​ຮູ້ຈັກ​ອີກ​ວ່າ ຕາບ​ໃດທີ່​ລູກ​ບໍ່​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ລູກ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ. ບັດ​ນີ້, ນີ້​ເປັນ​ໄປ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ.