ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ຄຳ​ສັ່ງ​ຂອງ​ແອວ​ມາ​ໃຫ້​ແກ່​ຊິບ​ລັນລູກ​ຊາຍ​ຂອງ​ເພິ່ນ.
ມີ​ບັນທຶກ​ໄວ້​ໃນ​ບົດ​ທີ 38.

ບົດ​ທີ 38

ຊິບລັນ​ຖືກ​ຂົ່ມ​ເຫັງ​ເພາະ​ເຫັນ​ແກ່​ຄວາມ​ຊອບ​ທຳ—ຄວາມ​ລອດ​ມາ​ຈາກ​ພຣະ​ຄຣິດ, ຜູ້​ຊຶ່ງ​ເປັນ​ຊີວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ໂລກ—ຄວບ​ຄຸມ​ກິ​ເລດ​ຕັນ​ຫາ​ທັງ​ໝົດ. ປະມານ 74 ປີ ກ່ອນ ຄ.ສ.

 ລູກ​ຂອງ​ພໍ່, ຈົ່ງ​ຟັງ​ຄຳ​ເວົ້າຂອງ​ພໍ່, ເພາະວ່າພໍ່​ເວົ້າກັບ​ລູກ​ຄື​ກັນ​ກັບ​ທີ່ພໍ່​ໄດ້​ເວົ້າກັບ​ຮີ​ລາມັນ​ວ່າ, ຕາບ​ໃດ​ທີ່​ລູກ​ຈະຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ລູກ​ຈະ​ຈະ​ເລີນຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນດິນ; ແລະ ຕາບ​ໃດ​ທີ່​ລູກ​ຈະ​ບໍ່​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ແລ້ວ​ລູກ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.

 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ໄວ້​ວາງ​ໃຈ​ວ່າ ພໍ່​ຈະ​ມີ​ຄວາມສຸກ​ຫລາຍ​ທີ່​ສຸດ​ກັບ​ລູກ, ຍ້ອນ​ຄວາມ​ສະ​ໝ່ຳ​ສະ​ເໝີ​ຂອງ​ລູກ; ແລະ ຄວາມ​ຊື່ສັດ​ຂອງ​ລູກ​ທີ່​ມີ​ຕໍ່​ພຣະ​ເຈົ້າ; ເພາະວ່າ​ໃນ​ເວລາ​ໄວ​ໜຸ່ມຂອງ​ລູກ, ລູກ​ເລີ່ມ​ເຊື່ອ​ຟັງ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າ​ຂອງ​ລູກ, ສະນັ້ນພໍ່​ຈຶ່ງ​ຫວັງ​ວ່າ ລູກ​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ​ຕໍ່​ໄປ; ເພາະວ່າ​ຜູ້​ທີ່​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ຍ່ອມ​ເປັນ​ສຸກ.

 ພໍ່​ເວົ້າກັບ​ເຈົ້າ, ລູກ​ຂອງ​ພໍ່, ວ່າພໍ່​ມີ​ຄວາມສຸກ​ທີ່​ສຸດ​ກັບ​ລູກ​ມາ​ຢູ່​ແລ້ວ, ຍ້ອນ​ວ່າ​ຄວາມ​ຊື່ສັດ ແລະ ຄວາມ​ພາກ​ພຽນ​ຂອງ​ລູກ, ແລະ ຄວາມ​ອົດທົນ​ຂອງ​ລູກ ແລະ ຄວາມ​ອົດ​ກັ້ນ​ຂອງ​ລູກ​ໃນ​ບັນດາ​ຜູ້ຄົນ​ຂອງ​ຊາວ​ໂຊ​ລຳ.

 ເພາະພໍ່​ຮູ້​ວ່າ ລູກ​ຢູ່​ໃນຂໍ້​ຜູກ​ມັດ; ແທ້​ຈິງ​ແລ້ວ, ແລ​ະ ພໍ່​ຮູ້​ອີກ​ວ່າ ລູກ​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່​ເພື່ອ​ເຫັນ​ແກ່​ພຣະ​ຄຳ; ແລະ ລູກ​ໄດ້​ຮັບ​ເອົາ​ສິ່ງ​ເຫລົ່າ​ນີ້​ໄວ້​ທັງ​ໝົດ​ດ້ວຍ​ຄວາມ​ອົດທົນ ຍ້ອນ​ວ່າ​ພຣະຜູ້​ເປັນ​ເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ລູກ; ແລະ ບັດ​ນີ້ລູກ​ຮູ້ຈັກ​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ລູກ​ແລ້ວ.

 ແລະ ບັດ​ນີ້​ຊິບ​ລັນ, ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ຈື່​ຈຳ​ໄວ້​ວ່າ, ຕາບ​ໃດ​ທີ່​ລູກ​ຈະໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ລູກກໍ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ຄວາມ​ເດືອດ​ຮ້ອນ, ຈາກ​ຄວາມ​ຫຍຸ້ງຍາກ, ແລະ ຈາກ​ຄວາມ​ທຸກ​ທໍລະມານຂອງ​ລູກ, ແລະ ລູກ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

 ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ບໍ່​ຢາກ​ໃຫ້​ລູກຄິດ​ວ່າ ພໍ່​ຮູ້ຈັກ​ເລື່ອງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ, ແຕ່​ເປັນ​ຍ້ອນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າທີ່​ສະຖິດ​ຢູ່​ກັບພໍ່ ຊຶ່ງ​ໄດ້​ເຮັດ​ໃຫ້​ເລື່ອງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້ຈັກ​ແກ່ພໍ່; ເພາະວ່າ​ຖ້າ​ຫາກ​ພໍ່​ບໍ່​ໄດ້​ເກີດ​ຈາກ​ພຣະ​ເຈົ້າ​ແລ້ວ ພໍ່​ກໍ​ຈະ​ບໍ່​ຮູ້ຈັກ​ເລື່ອງ​ເຫລົ່າ​ນີ້​ເລີຍ.

 ແຕ່​ຈົ່ງ​ເບິ່ງ, ໃນ​ພຣະ​ເມດຕາ​ປານີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ໄດ້​ສົ່ງ​ທູດ​ອົງ​ໜຶ່ງ​ຂອງ​ພຣະ​ອົງ​ລົງ​ມາ​ປະກາດ​ແກ່ພໍ່​ວ່າ ພໍ່​ຕ້ອງ​ຢຸດ​ການ​ທຳລາຍ​ໃນ​ບັນດາ​ຜູ້ຄົນຂອງ​ພຣະ​ອົງ; ແທ້​ຈິງ​ແລ້ວ, ພໍ່​ໄດ້​ເຫັນ​ທູດ​ໜ້າຕໍ່ໜ້າ, ແລະ ເພິ່ນ​ໄດ້​ກ່າວ​ກັບພໍ່, ແລະ ສຽງ​ຂອງ​ເພິ່ນ​ດັງ​ຄື​ກັບ​ຟ້າຮ້ອງ, ແລະ ມັນ​ເຮັດ​ໃຫ້​ທັງແຜ່ນດິນ​ໂລກ​ສັ່ນ​ສະເທືອນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພໍ່​ໄດ້​ຢູ່​ໃນ​ຄວາມ​ເຈັບ​ປວດ​ຢ່າງ​ຂົມ​ຂື່ນ​ທີ່​ສຸດ​ຂອງ​ຈິດ​ວິນ​ຍານ​ເປັນ​ເວລາ​ສາມ​ມື້​ສາມ​ຄືນ; ແລະ ພໍ່​ບໍ່​ເຄີຍ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ພໍ່​ເລີຍ​ຈົນກະທັ້ງພໍ່​ໄດ້​ຮ້ອງ​ທູນ​ຂໍ​ຄວາມ​ເມດ​ຕາ​ຈາກ​ພຣະ​ເຢຊູ​ຄຣິດ​ເຈົ້າ. ແຕ່​ຈົ່ງ​ເບິ່ງ, ພໍ່​ໄດ້​ຮ້ອງຫາ​ພຣະ​ອົງ ແລະ ພໍ່​ໄດ້​ພົບ​ສັນຕິ​ສຸກ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ພໍ່.

 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ເລົ່າ​ເລື່ອງ​ເຫລົ່າ​ນີ້​ໃຫ້​ລູກ​ຟັງ ເພື່ອ​ລູກ​ຈະ​ໄດ້​ຮຽນ​ຮູ້​ປັນຍາ, ເພື່ອ​ລູກ​ຈະ​ໄດ້​ຮຽນ​ຮູ້​ຈາກພໍ່​ວ່າ ບໍ່​ມີ​ທາງ​ອື່ນ ຫລື ວິທີ​ອື່ນ​ໃດ​ທີ່​ມະນຸດ​ຈະ​ລອດ​ໄດ້, ມີ​ແຕ່​ໃນ ແລະ ໂດຍ​ທາງ​ພຣະ​ຄຣິດ​ເທົ່າ​ນັ້ນ. ຈົ່ງ​ເບິ່ງ, ພຣະ​ອົງ​ເປັນ​ຊີວິດ ແລະ ຄວາມ​ສະຫວ່າງ​ຂອງ​ໂລກ. ຈົ່ງ​ເບິ່ງ, ພຣະ​ອົງ​ເປັນ​ພຣະ​ຄຳ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ.

 10 ແລະ ບັດ​ນີ້, ເມື່ອ​ລູກ​ໄດ້​ສິດສອນ​ພຣະ​ຄຳ​ຄື​ກັນ​ກັບພໍ່, ພໍ່​ກໍ​ຢາກ​ໃຫ້​ລູກ​ສິດ​ສອນ​ຕໍ່​ໄປ; ແລະ ພໍ່​ຢາກ​ໃຫ້​ລູກ​ພາກ​ພຽນ ແລະ ຮູ້ຈັກ​ຫ້າມ​ຕົນ​ເອງ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ.

 11 ຈົ່ງ​ເບິ່ງ​ວ່າ ລູກ​ຈະ​ບໍ່​ໄຝ່ຝັນ​ໃນ​ຄວາມ​ທະ​ນົງ​ຕົວ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ​ວ່າ​ລູກ​ຈະ​ບໍ່​ອວດ​ອ້າງ​ໃນ​ປັນຍາ​ຂອງ​ຕົນ, ຫລື ພະລັງ​ອັນ​ມະຫາສານ​ຂອງ​ລູກ​ເອງ.

 12 ຈົ່ງ​ໃຊ້​ຄວາມ​ກ້າຫານ, ແຕ່​ບໍ່​ແມ່ນ​ຄວາມ​ອວດ​ເກັ່ງ; ແລະ ຈົ່ງ​ເບິ່ງ​ອີກ​ວ່າ ລູກ​ຕ້ອງຄວບ​ຄຸມ​ກິ​ເລດ​ຕັນຫາ​ທັງ​ໝົດ​ຂອງ​ລູກ, ເພື່ອ​ລູກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ; ຈົ່ງ​ເບິ່ງ​ວ່າລູກ​ລະ​ເວັ້ນຈາກ​ຄວາມ​ຂີ້ຄ້ານ​ມັກງ່າຍ​ຂອງ​ລູກ.

 13 ຢ່າ​ໄດ້​ອະທິຖານ​ເໝືອນ​ດັ່ງ​ຊາວ​ໂຊ​ລຳ, ເພາະ​ລູກ​ເຫັນ​ແລ້ວ​ວ່າ ພວກ​ເຂົາ​ອະທິຖານ​ເພື່ອ​ຢາ​ກ​ໃຫ້​ຄົນ​ອື່ນ​ໄດ້​ຍິນ, ແລະ ໄດ້​ຮັບ​ການ​ສັນລະ​ເສີນ ເພາະ​ປັນຍາ​ຂອງ​ພວກ​ເຂົາ​ເອງ.

 14 ຢ່າ​ໄດ້​ເວົ້າວ່າ: ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂ້ານ້ອຍ​ຂອບ​ພຣະ​ໄທ​ພຣະ​ອົງ​ທີ່​ພວກຂ້ານ້ອຍ​ດີ​ເດັ່ນ​ກວ່າ​ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ; ແຕ່​ຄວນ​ຈະ​ເວົ້າວ່າ: ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍ​ຈົ່ງ​ໃຫ້​ອະ​ໄພ​ຄວາມ​ບໍ່​ມີ​ຄຸນຄ່າ​ຂອງ​ຂ້ານ້ອຍ​ດ້ວຍ​ເຖີດ, ແລະ ຂໍ​ຈົ່ງລະນຶກ​ເຖິງ​ພີ່ນ້ອງ​ຂອງ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ປານີ​ດ້ວຍ​ເຖີດ—ແທ້​ຈິງ​ແລ້ວ, ລູກ​ຈົ່ງ​ຍອມຮັບ​ຄວາມ​ບໍ່​ມີ​ຄຸນຄ່າ​ຂອງ​ລູກ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າຕະຫລອດ​ເວລາ.

 15 ແລະ ຂໍ​ພຣະຜູ້​ເປັນ​ເຈົ້າຈົ່ງ​ໃຫ້​ພອນ​ແກ່​ຈິດ​ວິນ​ຍານ​ຂອງ​ລູກ, ແລະ ຮັບ​ເອົາ​ລູກ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ອົງ​ໃນ​ວັນ​ສຸດ​ທ້າຍ, ເພື່ອ​ນັ່ງ​ລົງ​ໃນ​ຄວາມ​ສັນຕິ​ສຸກ. ບັດ​ນີ້​ຈົ່ງ​ໄປ​ເຖີດ, ລູກ​ຂອງ​ພໍ່, ແລະ ຈົ່ງ​ສິດສອນ​ພຣະ​ຄຳ​ແກ່​ຜູ້ຄົນພວກນີ້. ຈົ່ງ​ມີ​ຄວາມ​ເອົາ​ໃຈ​ໃສ່. ລາກ່ອນ, ລູກ​ຂອງ​ພໍ່.