ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ບົດ​ທີ 41

ໃນ​ການ​ຟື້ນ​ຄືນ​ຊີວິດ​ນີ້ ມະນຸດ​ຈະ​ມາ​ສູ່​ສະພາບ​ຂອງ​ຄວາມ​ສຸກ ຫລື ຄວາມ​ທຸກ​ທໍລະມານ​ຕະຫລອດ​ການ—ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ​ຄວາມ​ສຸກ—ມະນຸດ​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ​ຈະ​ດຳ​ເນີນ​ຊີວິດ​ຢູ່​ໃນ​ໂລກ​ນີ້​ໂດຍ​ປາ​ດສະ​ຈາກ​ພຣະ​ເຈົ້າ—ທຸກໆ​ຄົນ​ຈະ​ໄດ້​ຮັບ​ບຸກ​ຄະ​ລິກ​ລັກສະນະ ແລະ ຄຸນ​ສົມບັດ​ທີ່​ເຄີຍ​ມີ​ໃນ​ຊີວິດ​ມະຕະ​ຄືນ​ອີກ. ປະມານ 74 ປີ ກ່ອນ ຄ.ສ.

 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ມີ​ສິ່ງ​ໜຶ່ງ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ການ​ນຳ​ຄືນ​ມາ​ຂອງ​ສິ່ງ​ທີ່​ໄດ້​ເວົ້າ​ເຖິງ; ເພາະ​ຈົ່ງ​ເບິ່ງ, ບາງ​ຄົນ​ໄດ້​ບິດ​ເບືອນ​ຄວາມ​ໝາຍ​ຂອງ​ພຣະ​ຄຳ​ພີ, ແລະ ຫລົງ​ໄປ​ໄກ​ເພາະ​ສິ່ງ​ນີ້. ແລະ ພໍ່​ມອງ​ເຫັນ​ວ່າ​ຈິດ​ໃຈ​ຂອງ​ລູກ​ກັງວົນ​ກ່ຽວ​ກັບ​ເລື່ອງ​ນີ້​ນຳ​ອີກ. ແຕ່​ຈົ່ງ​ເບິ່ງ, ພໍ່​ຈະ​ອະທິບາຍ​ໃຫ້​ລູກ​ຟັງ.

 ພໍ່​ເວົ້າກັບ​ເຈົ້າ, ລູກ​ຂອງ​ພໍ່, ວ່າ​ແຜນການ​ນຳ​ກັບ​ຄືນ​ມາ​ຈຳ​ເປັນ​ຕໍ່​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ; ເພາະ​ມັນ​ຈຳ​ເປັນ​ທີ່​ຈະ​ນຳ​ທຸກ​ຢ່າງ​ກັບ​ຄືນ​ມາ​ຫາ​ສະພາບ​ອັນ​ຖືກຕ້ອງ​ຂອງ​ມັນ. ຈົ່ງ​ເບິ່ງ, ມັນ​ຈຳ​ເປັນ ແລະ ທ່ຽງ​ທຳ, ຕາມ​ອຳນາດ ແລະ ຕາມ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ຄຣິດ, ຄື​ຈິດ​ວິນ​ຍານ​ຂອງ​ມະນຸດ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ຮ່າງ​ກາຍ​ຂອງ​ມັນ, ແລະ ຄື​ທຸກ​ສ່ວນ​ຂອງ​ຮ່າງກາຍ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ຕົວ.

 ແລະ ມັນ​ຈຳ​ເປັນ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ຄື ມະນຸດ​ຈະ​ຖືກ​ພິພາກສາ​ຕາມ​ວຽກ​ງານ​ຂອງ​ຕົນ​ເອງ; ແລະ ຖ້າ​ຫາກ​ວຽກ​ງານ​ຂອງ​ພວກ​ເຂົາ​ດີ​ໃນ​ຊີວິດ​ນີ້, ແລະ ຄວາມ​ປາ​ຖະໜາ​ຂອງ​ໃຈ​ຂອງ​ພວກ​ເຂົາ​ດີ, ວ່າ​ໃນ​ວັນ​ສຸດ​ທ້າຍ​ພວກ​ເຂົາ​ກໍ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ສິ່ງ​ທີ່​ດີ​ນັ້ນ.

 ແລະ ຖ້າ​ຫາກ​ວຽກ​ງານ​ຂອງ​ພວກ​ເຂົາ​ຊົ່ວ ມັນ​ກໍ​ຈະ​ຖືກ​ນຳ​ກັບ​ຄືນ​ມາ​ຫາ​ເຂົາ​ໃນ​ທາງ​ຄວາມ​ຊົ່ວ. ສະນັ້ນ, ທຸກ​ຢ່າງ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ສະພາບ​ອັນ​ຖືກຕ້ອງ​ຂອງ​ມັນ, ທຸກ​ຢ່າງ​ຈະ​ມາ​ຫາ​ໂຄງ​ຮ່າງ​ໂດຍ​ທຳ​ມະ​ຊາດ​ຂອງ​ມັນ—ຄວາມ​ເປັນ​ມະ​ຕະຈະ​ຖືກ​ຍົກ​ຂຶ້ນ​ຫາ​ຄວາມ​ເປັນ​ອະ​ມະຕະ, ຄວາມ​ເນົ່າ​ເປື່ອຍ​ຫາ​ຄວາມ​ບໍ່​ເນົ່າ​ເປື່ອຍ—ຂຶ້ນ​ຫາ​ຄວາມ​ສຸກ​ອັນ​ບໍ່​ມີ​ບ່ອນ​ສຸດ ເພື່ອ​ຮັບ​ເອົາ​ອານາຈັກ​ຂອງ​ພຣະ​ເຈົ້າມາ​ເປັນ​ມູນ​ມໍລະດົກ, ຫລື ຂຶ້ນ​ຫາ​ຄວາມ​ທຸກທໍລະມານ​ອັນ​ບໍ່​ມີ​ບ່ອນ​ສຸດ ເພື່ອ​ຮັບ​ເອົາ​ອານາຈັກ​ຂອງ​ມານ​ມາ​ເປັນ​ມູນ​ມໍລະດົກ, ພວກ​ໜຶ່ງ​ຈະ​ຢູ່​ທາງ​ໜຶ່ງ, ແລະ ອີກ​ພວກ​ໜຶ່ງ​ຈະ​ຢູ່​ອີກ​ທາງ​ໜຶ່ງ—

 ພວກ​ໜຶ່ງ​ຈະ​ຖືກ​ຍົກ​ຂຶ້ນຫາ​ຄວາມ​ສຸກ​ຕາມ​ການ​ສະ​ແຫວງ​ຫາ​ຄວາມສຸກ​ຂອງ​ຕົນ, ຫລື ຄວາມ​ດີ​ຕາມ​ການ​ສະ​ແຫວງ​ຫາ​ຄວາມ​ດີຂອງ​ຕົນ; ແລະ ອີກ​ພວກ​ໜຶ່ງ​ຫາ​ຄວາມ​ຊົ່ວ​ຕາມ​ການ​ສະ​ແຫວງ​ຫາ​ຄວາມ​ຊົ່ວຂອງ​ຕົນ; ເພາະ​ຖ້າ​ຜູ້​ໃດ​ສະ​ແຫວງ​ຫາ​ຄວາມ​ຊົ່ວ​ຕະຫລອດ​ທັງ​ວັນ ຜູ້ນັ້ນກໍ​ຈະ​ໄດ້​ຮັບ​ລາງວັນ​ທີ່​ເປັນຄວາມຊົ່ວ​ຂອງ​ເຂົາ​ເມື່ອ​ກາງຄືນ​ມາ​ເຖິງ.

 ແລະ ເປັນ​ດັ່ງນັ້ນກັບ​ອີກ​ພວກ​ໜຶ່ງ. ຖ້າ​ຫາກ​ເຂົາ​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ແລະ ສະ​ແຫວງ​ຫາ​ຄວາມ​ຊອບ​ທຳ​ຈົນ​ເຖິງ​ທີ່​ສຸດ​ຂອງ​ວັນ​ເວລາ​ຂອງ​ເຂົາ, ແລ້ວ​ເຂົາ​ຈະ​ໄດ້​ຮັບ​ລາງວັນ​ອັນ​ໄປ​ສູ່​ຄວາມ​ຊອບ​ທຳ.

 ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຖືກ​ໄຖ່​ໂດຍ​ພຣະຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຄົນ​ເຫລົ່າ​ນີ້​ຄື​ຄົນ​ທີ່​ໄດ້​ຮັບ​ການ​ນຳ​ອອກ​ມາ, ແລະ ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ຄືນ​ແຫ່ງ​ຄວາມ​ມືດ​ອັນ​ບໍ່​ມີ​ບ່ອນ​ສຸດ; ແລະ ພວກ​ເຂົາ​ຈຶ່ງ​ຢືນ​ຢູ່ ຫລື ຕົກ​ໄປ​ດັ່ງນີ້; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ເປັນ​ຜູ້​ພິພາກສາ​ຂອງ​ຕົນ​ເອງ, ບໍ່​ວ່າ​ຈະ​ກະທຳ​ຄວາມ​ດີ ຫລື ຄວາມ​ຊົ່ວ.

 ບັດ​ນີ້, ຄຳ​ສັ່ງ​ຂອງ​ພຣະ​ເຈົ້າປ່ຽນ​ແປງ​ບໍ່​ໄດ້; ສະນັ້ນ, ຈຶ່ງ​ມີ​ທາງ​ຕຽມ​ໄວ້​ເພື່ອ​ຜູ້​ໃດ​ກໍ​ຕາມ​ທີ່ມີ​ເຈດ​ຕະນາ​ຈະ​ເດີນທາງ​ນັ້ນ ແລະ ຈະ​ລອດ.

 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ຢ່າ​ສ່ຽງ​ເຮັດ​ຄວາມ​ຜິດ​ຕໍ່​ພຣະ​ເຈົ້າຂອງ​ລູກ​ຕາມ​ຫລັກ​ຄຳ​ສອນ​ເຫລົ່ານັ້ນອີກ​ເລີຍ, ຊຶ່ງ​ເຖິງ​ບັດ​ນີ້​ລູກ​ກໍ​ສ່ຽງ​ກະທຳ​ບາບ​ມາ​ແລ້ວ.

 10 ຢ່າ​ຄິດ​ຂຶ້ນ​ມາ​ເອງ, ເພາະ​ມັນ​ມີ​ເວົ້າ​ໄວ້​ກ່ຽວ​ກັບ​ການ​ນຳ​ກັບ​ຄືນ, ວ່າ​ລູກ​ຈະ​ຖືກ​ນຳ​ກັບ​ຄືນ​ຈາກ​ບາບ​ໄປ​ຫາ​ຄວາມ​ສຸກ. ຈົ່ງ​ເບິ່ງ, ພໍ່​ເວົ້າກັບ​ລູກ​ວ່າ ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນຄວາມ​ສຸກ​ເລີຍ.

 11 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ມະນຸດ​ທັງ​ປວງ​ທີ່ຢູ່​ໃນ​ສະພາບ​ແຫ່ງ​ທຳ​ມະ​ຊາດ, ຫລື ພໍ່​ຢາກ​ເວົ້າ, ຢູ່​ໃນ​ສະພາບ​ແຫ່ງ​ກາມ​ມະ​ລົມ, ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ​ອັນ​ຂົມ​ຂື່ນ ແລະ ຖືກ​ລ່າມ​ໄວ້​ດ້ວຍ​ໂສ້​ແຫ່ງ​ຄວາມ​ອະທຳ; ພວກ​ເຂົາ​ຢູ່​ໃນ​ໂລກ​ໂດຍ​ບໍ່​ມີ​ພຣະ​ເຈົ້າ, ແລະ ພວກ​ເຂົາ​ໄປ​ໃນ​ທາງ​ກົງກັນຂ້າມ​ກັບ​ທຳ​ມະ​ຊາດ​ຂອງ​ພຣະ​ເຈົ້າ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ຢູ່​ໃນ​ສະພາບ​ກົງກັນຂ້າມ​ກັບ​ທຳ​ມະ​ຊາດ​ຂອງ​ຄວາມສຸກ.

 12 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຄວາມ​ໝາຍ​ຂອງ​ຄຳ​ວ່າການ​ນຳ​ກັບ​ຄືນ​ມາ​ຄື​ການ​ນຳ​ເອົາ​ສິ່ງ​ທີ່ຢູ່​ໃນ​ສະພາບ​ທຳ​ມະ​ຊາດ​ມາ ແລະ ວາງ​ໄວ້​ໃນ​ສະພາບ​ທີ່​ບໍ່​ເປັນ​ທຳມະ​ຊາດ, ຫລື ວາງ​ໄວ້​ໃນ​ສະພາບ​ກົງກັນຂ້າມ​ກັບ​ທຳ​ມະ​ຊາດ​ຂອງ​ມັນ​ບໍ?

 13 ໂອ້, ລູກ​ຂອງ​ພໍ່, ມັນ​ບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ; ແຕ່​ຄວາມ​ໝາຍ​ຂອງ​ຄຳ​ວ່າການ​ນຳ​ກັບ​ຄືນ​ມານັ້ນຄື​ການ​ນຳ​ເອົາ​ຄວາມ​ຊົ່ວ​ກັບ​ມາ​ຫາ​ຄວາມ​ຊົ່ວ, ຫລື ກາມ​ມະ​ລົມ​ມາ​ຫາ​ກາມ​ມະ​ລົມ, ຫລື ຄວາມ​ຕ່ຳຊ້າ​ມາ​ຫາ​ຄວາມ​ຕ່ຳຊ້າ—ຄວາມ​ດີ​ມາ​ຫາ​ສິ່ງ​ທີ່​ດີ; ຄວາມ​ຊອບ​ທຳ​ມາ​ຫາ​ສິ່ງ​ທີ່ຊອບ​ທຳ; ຄວາມ​ທ່ຽງ​ທຳ​ມາ​ຫາ​ສິ່ງ​ທີ່​ທ່ຽງ​ທຳ; ຄວາມ​ເມດ​ຕາ​ມາ​ຫາ​ສິ່ງ​ທີ່ມີ​ຄວາມ​ເມດ​ຕາ.

 14 ສະນັ້ນ, ລູກ​ຂອງ​ພໍ່, ຈົ່ງ​ເບິ່ງວ່າ​ລູກ​ມີ​ຄວາມ​ເມດ​ຕາ​ຕໍ່​ພີ່​ນ້ອງ​ຂອງ​ລູກ; ປະຕິບັດ​ໂດຍ​ທ່ຽງ​ທຳ, ຕັດສິນ​ໂດຍ​ຊອບ​ທຳ, ແລະ ກະທຳ​ຄວາມ​ດີ​ຕະຫລອດ​ເວລາ; ແລະ ຖ້າ​ຫາກ​ລູກ​ເຮັດ​ສິ່ງ​ທັງ​ໝົດ​ນີ້ ແລ້ວ​ລູກ​ຈະ​ໄດ້​ຮັບ​ລາງວັນ​ຂອງ​ລູກ; ແທ້​ຈິງ​ແລ້ວ, ຄວາມ​ເມດ​ຕາ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ຄວາມ​ຍຸດ​ຕິ​ທຳ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ການ​ພິພາກສາ​ອັນ​ຊອບ​ທຳ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ແລະ ລູກ​ຈະ​ມີ​ຄວາມ​ດີ​ເປັນ​ລາງວັນ​ແກ່​ລູກ​ອີກ.

 15 ເພາະ​ສິ່ງ​ທີ່​ລູກ​ໄດ້​ສົ່ງ​ອອກ​ໄປ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ, ແລະ ຈະ​ຖືກ​ນຳກັບ​ຄືນ​ມາຫາ; ດັ່ງນັ້ນ, ຄຳ​ວ່າການ​ກັບ​ຄືນ​ມາ​ຈຶ່ງ​ກ່າວ​ໂທດ​ຄົນ​ບາບ​ໂດຍ​ຄົບ​ຖ້ວນ, ແລະ ບໍ່​ໄດ້​ເຮັດ​ໃຫ້​ຜູ້ນັ້ນ​ເປັນ​ຄົນ​ຖືກຕ້ອງ​ໄດ້​ເລີຍ.