ພຣະ​ຄຳ​ພີ
ແອວມາ 45


ເລື່ອງ​ລາວ​ຂອງ​ຜູ້​ຄົນ​ຂອງ​ນີໄຟ, ແລະ ລາຍ​ລະ​ອຽດ​ຂອງ​ສົງ​ຄາມ ແລະ ການ​ແຕກ​ແຍກ​ກັນ​ຂອງ​ພວກ​ເຂົາ, ໃນ​ວັນ​ເວລາ​ຂອງ​ຮີ​ລາ​ມັນ, ອີງ​ຕາມ​ບັນ​ທຶກ​ຂອງ​ຮີ​ລາ​ມັນ, ຊຶ່ງ​ເພິ່ນ​ໄດ້​ເຮັດ​ໄວ້​ໃນ​ວັນ​ເວລາ​ຂອງ​ເພິ່ນ.

ມີ​ຢູ່​ໃນ​ບົດ​ທີ 45 ຈົນ​ເຖິງ​ບົດ​ທີ 62.

ບົດ​ທີ 45

ຮີ​ລາ​ມັນ​ເຊື່ອ​ຄຳ​ເວົ້າ​ຂອງ​ແອວມາ—ແອວມາ​ທຳ​ນາຍ​ເຖິງ​ການ​ທຳ​ລາຍ​ທີ່​ຈະ​ມາ​ເຖິງ​ຊາວ​ນີໄຟ—ເພິ່ນ​ໃຫ້​ພອນ ແລະ ສາບ​ແຊ່ງ​ແຜ່ນ​ດິນ—ແອວມາ​ອາດ​ຖືກ​ພຣະ​ວິນ​ຍານ​ພາ​ຂຶ້ນ​ໄປ​ເໝືອນ​ກັນ​ກັບ​ໂມເຊ—ການ​ແຕກ​ແຍກ​ເຕີບ​ໂຕ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ. ປະ​ມານ 73 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ນີໄຟ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ, ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຖວາຍ​ຄວາມ​ຂອບ​ພຣະ​ໄທ​ຕໍ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້ ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຫລາຍ​ທີ່​ສຸດ, ແລະ ພວກ​ເຂົາ​ໄດ້​ນະມັດ​ສະການ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ຄື ແອວມາ​ໄດ້​ມາ​ຫາ​ຮີ​ລາ​ມັນ​ລູກ​ຊາຍ​ຂອງ​ເພິ່ນ ແລະ ເວົ້າ​ກັບ​ເພິ່ນ​ວ່າ: ລູກ​ເຊື່ອ​ຄຳ​ເວົ້າ​ຊຶ່ງ​ພໍ່​ໄດ້​ເວົ້າ​ກັບ​ລູກ​ກ່ຽວ​ກັບ ບັນ​ທຶກ​ເຫລົ່າ​ນັ້ນ ຊຶ່ງ​ໄດ້​ຖືກ​ຮັກ​ສາ​ໄວ້​ຕໍ່ໆ​ກັນ​ມາ​ຫລື​ບໍ່?

3 ແລະ ຮີ​ລາ​ມັນ​ຕອບ​ວ່າ: ແທ້​ຈິງ​ແລ້ວ, ລູກ​ເຊື່ອ.

4 ແລະ ແອວມາ​ຖາມ​ອີກ​ວ່າ: ລູກ​ເຊື່ອ​ໃນ​ພຣະ​ເຢຊູ​ຄຣິດ​ຜູ້​ຈະ​ສະ​ເດັດ​ມາ​ບໍ?

5 ແລະ ເພິ່ນ​ຕອບ​ວ່າ: ແທ້​ຈິງ​ແລ້ວ, ລູກ​ເຊື່ອ​ຄຳ​ເວົ້າ​ທັງ​ໝົດ​ທີ່​ພໍ່​ໄດ້​ເວົ້າ​ໄວ້.

6 ແລະ ແອວມາ​ຖາມ​ເພິ່ນ​ອີກ​ວ່າ: ລູກ​ຈະ ຮັກ​ສາ​ຄຳ​ສັ່ງ​ຂອງ​ພໍ່​ໄດ້​ບໍ?

7 ແລະ ເພິ່ນ​ຕອບ​ວ່າ: ແທ້​ຈິງ​ແລ້ວ, ລູກ​ຈະ​ຮັກ​ສາ​ຄຳ​ສັ່ງ​ຂອງ​ພໍ່​ດ້ວຍ​ສຸດ​ໃຈ​ຂອງ​ລູກ.

8 ຈາກ​ນັ້ນ ແອວມາ​ໄດ້​ເວົ້າ​ກັບ​ເພິ່ນ​ອີກ​ວ່າ: ລູກ​ເປັນ​ສຸກ​ແລ້ວ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ລູກ ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນີ້.

9 ແລະ ຈົ່ງ​ເບິ່ງ, ພໍ່​ມີ​ບາງ​ຢ່າງ​ທີ່​ຈະ ທຳ​ນາຍ​ໃຫ້​ລູກ; ແຕ່​ອັນ​ໃດ​ກໍ​ຕາມ​ທີ່​ພໍ່​ທຳ​ນາຍ​ໄວ້​ຈະ​ຕ້ອງ​ບໍ່​ໃຫ້​ຜູ້​ໃດ​ຮູ້​ຈັກ; ແທ້​ຈິງ​ແລ້ວ, ເລື່ອງ​ທີ່​ພໍ່​ທຳ​ນາຍ​ໃຫ້​ລູກ​ນີ້​ຈະ​ຕ້ອງ​ບໍ່​ໃຫ້​ຜູ້​ໃດ​ຮູ້​ຈັກ, ຈົນ​ກວ່າ​ຄຳ​ທຳ​ນາຍ​ນັ້ນ​ຈະ​ເກີດ​ເປັນ​ຈິງ​ເສຍ​ກ່ອນ; ສະນັ້ນ ຈົ່ງ​ຂຽນ​ສິ່ງ​ທີ່​ພໍ່​ຈະ​ເວົ້າ​ຕໍ່​ໄປ​ນີ້.

10 ແລະ ນີ້​ຄື​ຂໍ້​ຄວາມ​ຕ່າງໆ: ຈົ່ງ​ເບິ່ງ, ຕາມ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ​ອັນ​ມີ​ຢູ່​ກັບ​ພໍ່, ພໍ່​ຈຶ່ງ​ຫລິງ​ເຫັນ​ວ່າ​ພາຍ​ໃນ ສີ່​ຮ້ອຍ​ປີ​ຫລັງ​ຈາກ​ເວລາ​ທີ່​ພຣະ​ເຢຊູ​ຄຣິດ​ໄດ້​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ຊາວ​ນີໄຟ, ຜູ້​ຄົນ​ເຫລົ່າ​ນີ້​ຈະ​ເສື່ອມ​ໂຊ​ມ​ຢູ່​ໃນ​ຄວາມ ບໍ່​ເຊື່ອ​ຖື.

11 ແທ້​ຈິງ​ແລ້ວ, ແລະ ເວລາ​ນັ້ນ ພວກ​ເຂົາ​ຈະ​ປະ​ສົບ​ກັບ​ສົງ​ຄາມ ແລະ ພະ​ຍາດ​ໂລ​ຄາ, ແທ້​ຈິງ​ແລ້ວ, ມັນ​ຈະ​ມີ​ຄວາມ​ອຶດ​ຢາກ ແລະ ການ​ນອງ​ເລືອດ​ເກີດ​ຂຶ້ນ, ຈົນ​ວ່າ​ຜູ້​ຄົນ​ຂອງ​ນີໄຟ​ຈະ ສູນ​ສິ້ນ​ໄປ​ໝົດ—

12 ແທ້​ຈິງ​ແລ້ວ, ແລະ ມັນ​ເປັນ​ເຊັ່ນ​ນີ້​ກໍ​ຍ້ອນ​ວ່າ​ພວກ​ເຂົາ​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື ແລະ ຕົກ​ໄປ​ສູ່​ວຽກ​ງານ​ແຫ່ງ​ຄວາມ​ມືດ, ແລະ ກິ​ເລດ​ຕັນ​ຫາ, ແລະ ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ; ແທ້​ຈິງ​ແລ້ວ, ພໍ່​ກ່າວ​ກັບ​ລູກ ຍ້ອນ​ວ່າ​ພວກ​ເຂົາ​ຈະ​ເຮັດ​ບາບ​ຂັດ​ກັບ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່, ແທ້​ຈິງ​ແລ້ວ, ພໍ່​ກ່າວ​ກັບ​ລູກ, ວ່າ​ນັບ​ແຕ່​ມື້​ນັ້ນ​ໄປ, ແມ່ນ​ແຕ່​ຄົນ​ລຸ້ນ​ທີ​ສີ່​ຈະ​ຍັງ​ບໍ່​ຜ່ານ​ໄປ​ໝົດ ກ່ອນ​ທີ່​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ຈະ​ມາ​ເຖິງ.

13 ແລະ ເມື່ອ​ມື້​ສຳ​ຄັນ​ມາ​ເຖິງ, ຈົ່ງ​ເບິ່ງ, ມັນ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ສຳ​ລັບ​ຄົນ​ມີ​ຊີ​ວິດ​ຢູ່​ໃນ​ປະ​ຈຸ​ບັນ​ນີ້, ຫລື ວ່າ​ລູກ​ຫລານ​ຂອງ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ປະ​ຈຸ​ບັນ​ນີ້ ເພາະ​ຜູ້​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ, ຈະ​ບໍ່​ຖືກ​ນັບ​ເຂົ້າ​ເປັນ​ຜູ້​ຄົນ​ຂອງ​ນີໄຟ ອີກ​ເລີຍ.

14 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຍັງ​ເຫລືອ​ຢູ່ ຊຶ່ງ​ບໍ່​ໄດ້​ຖືກ​ທຳ​ລາຍ​ໃນ​ມື້​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ນັ້ນ ພວກ​ນັ້ນ​ກໍ​ຈະ​ຖືກ ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຊາວ​ເລມັນ, ແລະ ຈະ​ກາຍ​ມາ​ເປັນ​ຊາວ​ເລມັນ​ທັງ​ໝົດ ນອກ​ຈາກ​ບໍ່​ເທົ່າ​ໃດ​ຄົນ​ຜູ້​ທີ່​ຈະ​ຖືກ​ເອີ້ນ​ວ່າ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຊາວ​ເລມັນ​ຈະ​ໄລ່​ຕາມ​ລ້າ ຈົນ​ວ່າ​ພວກ​ເຂົາ​ສາບ​ສູນ​ໄປ. ແລະ ບັດ​ນີ້, ເປັນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ນີ້, ມັນ​ຈຶ່ງ​ຈະ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ສຳ​ເລັດ.

15 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ແອວມາ​ໄດ້​ກ່າວ​ເລື່ອງ​ເຫລົ່າ​ນີ້​ກັບ​ຮີ​ລາ​ມັນ​ແລ້ວ, ເພິ່ນ​ໄດ້​ໃຫ້​ພອນ​ແກ່​ຮີ​ລາ​ມັນ, ແລະ ລູກ​ຊາຍ​ຄົນ​ອື່ນໆ​ຂອງ​ເພິ່ນ; ແລະ ເພິ່ນ​ໄດ້​ໃຫ້​ພອນ​ແກ່​ໂລກ​ນີ້​ອີກ ເພື່ອ​ເຫັນ​ແກ່ ຄົນ​ຊອບ​ທຳ.

16 ແລະ ເພິ່ນ​ໄດ້​ກ່າວ​ວ່າ: ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້—ແຜ່ນ​ດິນ​ຈະ​ຖືກ ສາບ​ແຊ່ງ, ແທ້​ຈິງ​ແລ້ວ, ແຜ່ນ​ດິນ​ນີ້, ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ​ຊຶ່ງ​ເຮັດ​ຄວາມ​ຊົ່ວ​ໃຫ້​ໄປ​ສູ່​ຄວາມ​ພິນາດ, ເມື່ອ​ພວກ​ເຂົາ​ສຸກ​ເຕັມ​ທີ່; ແລະ ມັນ​ຈະ​ເປັນ​ໄປ​ດັ່ງ​ນັ້ນ ດັ່ງ​ທີ່​ພໍ່​ເວົ້າ​ໄວ້; ເພາະ​ວ່າ​ມັນ​ເປັນ​ການ​ສາບ​ແຊ່ງ ແລະ ເປັນ​ພອນ​ຂອງ​ພຣະ​ເຈົ້າ​ເທິງ​ແຜ່ນ​ດິນ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ສາ​ມາດ​ເບິ່ງ​ບາບ​ດ້ວຍ​ລະ​ດັບ​ການ​ຍິນ​ຍອມ​ແມ່ນ​ແຕ່ ໜ້ອຍ​ທີ່​ສຸດ.

17 ແລະ ບັດ​ນີ້, ເມື່ອ​ແອວມາ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ ເພິ່ນ​ກໍ​ໃຫ້​ພອນ​ແກ່ ສາດ​ສະ​ໜາ​ຈັກ, ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ໃຫ້​ພອນ​ແກ່​ຄົນ​ທັງ​ໝົດ​ຜູ້​ທີ່​ຍຶດ​ໝັ້ນ​ຢູ່​ໃນ​ສັດທາ ນັບ​ແຕ່​ເວລາ​ນັ້ນ​ເປັນ​ຕົ້ນ​ໄປ.

18 ແລະ ເມື່ອ​ແອວມາ​ເຮັດ​ສິ່ງ​ນີ້​ແລ້ວ ເພິ່ນ​ກໍ​ໄດ້​ອອກ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ​ໄປ, ຄ້າຍ​ຄື​ກັບ​ວ່າ​ເພິ່ນ​ຈະ​ໄປ​ຫາ​ແຜ່ນ​ດິນ​ມີ​ເລັກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບໍ່​ມີ​ຜູ້​ໃດ​ໄດ້​ຍິນ​ເລື່ອງ​ຂອງ​ເພິ່ນ​ອີກ​ຕໍ່​ໄປ​ເລີຍ; ແລະ ພວກ​ເຮົາ​ບໍ່​ຮູ້​ກ່ຽວ​ກັບ​ການ​ຕາຍ ຫລື ການ​ຝັງ​ສົບ​ຂອງ​ເພິ່ນ​ເລີຍ.

19 ຈົ່ງ​ເບິ່ງ, ພວກ​ເຮົາ​ຮູ້ຈັກ​ວ່າ ເພິ່ນ​ເປັນ​ຄົນ​ຊອບ​ທຳ; ແລະ ມີ​ຂ່າວ​ລື​ໄປ​ທົ່ວ​ສາດ​ສະ​ໜາ​ຈັກ​ວ່າ ພຣະ​ວິນ​ຍານ​ໄດ້​ຮັບ​ເອົາ​ເພິ່ນ​ຂຶ້ນ​ໄປ ຫລື ຖືກ​ຝັງ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເໝືອນ​ດັ່ງ​ໂມເຊ. ແຕ່​ຈົ່ງ​ເບິ່ງ, ພຣະ​ຄຳ​ພີ​ໄດ້​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອົາ​ໂມເຊ​ໄປ​ຢູ່​ກັບ​ພຣະ​ອົງ; ແລະ ພວກ​ເຮົາ​ຄິດ​ວ່າ​ພຣະ​ອົງ​ໄດ້​ຮັບ​ເອົາ​ແອວມາ ໄປ​ໃນ​ວິນ​ຍານ​ໄວ້​ກັບ​ພຣະ​ອົງ​ຄື​ກັນ; ສະນັ້ນ ເພາະ​ເຫດ​ນີ້, ພວກ​ເຮົາ​ຈຶ່ງ​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ການ​ຕາຍ ແລະ ການ​ຝັງ​ຂອງ​ເພິ່ນ.

20 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ຮີ​ລາ​ມັນ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ເພື່ອ​ປະ​ກາດ​ພຣະ​ຄຳ​ຕໍ່​ພວກ​ເຂົາ.

21 ເພາະ​ຈົ່ງ​ເບິ່ງ, ເນື່ອງ​ຈາກ​ວ່າ​ພວກ​ເຂົາ​ໄດ້​ມີ​ສົງ​ຄາມ​ກັບ​ຊາວ​ເລມັນ ແລະ ມີ​ຄວາມ​ຫຍຸ້ງ​ຍາກ​ເລັກ​ໜ້ອຍ​ຫລາຍ​ເທື່ອ ແລະ ມີ​ການ​ແຕກ​ແຍກ​ກັນ​ໃນ​ບັນ​ດາ​ຜູ້​ຄົນ, ມັນ​ຈຶ່ງ​ສົມ​ຄວນ​ທີ່​ຈະ​ປະ​ກາດ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕໍ່​ພວກ​ເຂົາ, ແທ້​ຈິງ​ແລ້ວ, ມັນ​ສົມ​ຄວນ​ທີ່​ຈະ​ຈັດ​ຕັ້ງ​ຂໍ້​ບັງ​ຄັບ​ຂຶ້ນ​ທົ່ວ​ສາດ​ສະ​ໜາ​ຈັກ.

22 ສະນັ້ນ, ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ ຈຶ່ງ​ໄດ້​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ເພື່ອ​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃໝ່, ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃນ​ທຸກ​ຫົວ​ເມືອງ​ຕະຫລອດ​ແຜ່ນ​ດິນ ຊຶ່ງ​ຜູ້​ຄົນ​ຂອງ​ນີໄຟ​ເປັນ​ເຈົ້າ​ຂອງ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ເຫລົ່າ​ນັ້ນ​ໄດ້​ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຜູ້​ສອນ​ໄວ້​ທົ່ວ​ແຜ່ນ​ດິນ, ເພື່ອ​ດູ​ແລ​ສາດ​ສະ​ໜາ​ຈັກ​ທຸກ​ບ່ອນ.

23 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ໄດ້​ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຜູ້​ສອນ​ເພື່ອ​ດູ​ແລ​ສາດ​ສະ​ໜາ​ຈັກ​ແລ້ວ, ມັນ​ມີ ການ​ແຕກ​ແຍກ​ກັນ​ໃນ​ບັນ​ດາ​ຜູ້​ຄົນ ແລະ ພວກ​ເຂົາ​ບໍ່​ຍອມ​ເອົາ​ໃຈ​ໃສ່​ໃນ​ຄຳ​ເວົ້າ​ຂອງ​ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ເລີຍ;

24 ແຕ່​ພວກ​ເຂົາ​ກັບ​ມາ​ອວດ​ດີ, ໂດຍ​ທີ່​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ໃຈ, ເພາະ ຄວາມ​ຮັ່ງ​ມີ​ເປັນ​ດີຢ່າງ​ຍິ່ງ​ຂອງ​ພວກ​ເຂົາ; ສະນັ້ນ ພວກ​ເຂົາ​ຈຶ່ງ​ຮັ່ງ​ມີ​ເປັນ​ດີ​ຢ່າງ​ຍິ່ງ​ໃນ​ສາຍ​ຕາ ຂອງ​ຕົນ​ເອງ, ແລະ ບໍ່​ຍອມ​ເອົາ​ໃຈ​ໃສ່​ຄຳ​ເວົ້າ​ຂອງ​ພວກ​ເພິ່ນ, ເພື່ອ​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.