ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ບົດ​ທີ 46

ອະ​ມາ​ລີ​ໄຄ​ຢາ​ກະບົດ​ຢາກ​ຈະ​ເປັນ​ກະ​ສັດ—ໂມ​ໂຣ​ໄນ​ຍົກ​ປ້າຍ​ແຫ່ງ​ເສລີພາບ​ຂຶ້ນ—ເພິ່ນ​ຊຸມນຸມ​ກັບ​ຜູ້ຄົນ​ເພື່ອ​ໃຫ້​ປ້ອງ​ກັນ​ສາ​ດສະ​ໜ​າ​ຂອງ​ພວກ​ເຂົາ—ຜູ້​ເຊື່ອ​ຖື​ຢ່າງ​ຈິງ​ໃຈ​ຖືກ​ເອີ້ນ​ວ່າ​ຄຣິດ​ສະ​ຕຽນ—ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ທີ່​ເຫລືອ​ຢູ່​ຈະຖືກ​ປົກ​ປັກ​ຮັກສາ​ໄວ້—ອະ​ມາ​ລີ​ໄຄ​ຢາ ແລະ ຜູ້​ທີ່​ແຍກ​ອອກ​ໄປ​ນັ້ນ​ໜີ​ໄປ​ຫາ​ແຜ່ນດິນ​ນີ​ໄຟ—ຜູ້​ທີ່​ບໍ່​ອູ້ມຊູ​ອຸດົມ​ການ​ແຫ່ງອິດ​ສະລະ​ພາບ​ຖືກ​ປະຫານ​ຊີວິດ. ປະມານ 73–72 ປີ ກ່ອນ ຄ.ສ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ມັນ​ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ບໍ່​ຟັງ​ຄຳ​ເວົ້າຂອງ​ຮີ​ລາມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ ແລ້ວ​ພວກ​ເຂົາ​ກໍ​ໄດ້​ເຕົ້າ​ໂຮມ​ກັນ ເພື່ອ​ຕໍ່ຕ້ານ​ພີ່ນ້ອງ​ຂອງ​ຕົນ.

 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຜູ້​ຄົນ​ເຫລົ່າ​ນີ້​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຕັ້ງ​ໃຈ​ວ່າ ຈະ​ຂ້າ​ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນຖິ້ມ​ເສຍ.

 ບັດ​ນີ້ຫົວໜ້າ​ຂອງ​ພວກ​ທີ່​ຄຽດ​ແຄ້ນ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເປັນ​ຊາຍ​ທີ່​ມີ​ຮ່າງກາຍ​ສູງ​ໃຫຍ່ ແລະ ແຂງ​ແຮງ​ທີ່​ສຸດ; ແລະ ລາວ​ມີ​ຊື່ວ່າ ອະ​ມາ​ລີ​ໄຄ​ຢາ.

 ແລະ ອະ​ມາ​ລີ​ໄຄ​ຢາ​ປາ​ຖະໜາ​ຈະ​ເປັນ​ກະສັດ; ແລະ ຜູ້ຄົນ​ທີ່​ຄຽດ​ແຄ້ນ​ກໍ​ຢາກ​ໃຫ້​ລາວ​ເປັນ​ກະສັດ​ຂອງ​ຕົນ; ແລະ ພວກ​ເຂົາ​ສ່ວນ​ຫລາຍ​ກໍ​ເປັນ​ຜູ້​ຕັດສິນ​ຊັ້ນຕົ້ນຂອງ​ແຜ່ນດິນ, ແລະ ພວກ​ເຂົາ​ກຳລັງ​ສະ​ແຫວງ​ຫາ​ອຳນາດ.

 ແລະ ພວກ​ເຂົາ​ຖືກ​ຊັກ​ຊວນ​ດ້ວຍ​ຄຳ​ຍົກຍ້ອງ​ຂອງ​ອະ​ມາ​ລີ​ໄຄ​ຢາ, ວ່າ​ຖ້າ​ຫາກ​ພວກ​ເຂົາ​ສະໜັບສະໜູນ​ລາວ ແລະ ຍົກ​ລາວ​ຂຶ້ນ​ເປັນ​ກະສັດ​ແລ້ວ ລາວ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ຜູ້​ປົກຄອງ​ຜູ້ຄົນ.

 ພວກ​ເຂົາຈຶ່ງ​ໄດ້​ຖືກ​ອະ​ມາ​ລີ​ໄຄ​ຢາ​ຊັກ​ຊວນ​ໄປ​ຫາ​ການ​ແຕກ​ແຍກ​ດັ່ງ​ນີ້, ທັງໆ​ທີ່​ມີ​ຄຳ​ສັ່ງສອນ​ຂອງ​ຮີ​ລາມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນຢູ່, ແທ້​ຈິງ​ແລ້ວ, ທັງໆ​ທີ່​ຄົນ​ເຫລົ່າ​ນີ້​ເຄີຍ​ເອົາ​ໃຈ​ໃສ່​ດູ​ແລ​ສາດສະໜາ​ຈັກຫລາຍ​ທີ່​ສຸດ​ມາ​ກ່ອນ, ເພາະວ່າ​ພວກ​ເຂົາ​ເຄີຍ​ເປັນ​ມະຫາ​ປະ​ໂລຫິດ​ດູ​ແລ​ສາດສະໜາ​ຈັກ.

 ແລະ ມີ​ຫລາຍ​ຄົນ​ໃນ​ສາດສະ​ໜາ​ຈັກ​ເຊື່ອ​ໃນ​ຄຳ​ຍົກຍ້ອງ​ຂອງ​ອະ​ມາ​ລີ​ໄຄ​ຢາ, ດັ່ງນັ້ນພວກ​ເຂົາ​ຈຶ່ງ​ໄດ້​ແຍກອອກ​ໄປ​ຈາກ​ສາດສະ​ໜາ​ຈັກ; ແລະ ການງານຂອງ​ຜູ້ຄົນ​ຂອງ​ນີ​ໄຟ​ນັ້ນຈຶ່ງ​ບໍ່​ແນ່ນອນ ແລະ ເປັນ​ອັນຕະລາຍ​ຫລາຍ​ທີ່​ສຸດດັ່ງ​ນີ້, ທັງໆ​ທີ່​ພວກ​ເຂົາ​ໄດ້​ຮັບ​ໄຊຊະນະ​ອັນ​ໃຫຍ່​ຫລວງ​ມາ​ຈາກ​ຊາວ​ເລ​ມັນ, ແລະ ພວກ​ເຂົາ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ໄດ້​ຮັບ​ໄຊຊະນະ ຍ້ອນ​ວ່າ​ພຣະ​ເຈົ້າ​ໄດ້​ປົດ​ປ່ອຍ​ພວກ​ເຂົາ.

 ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ​ລູກ​ຫລານ​ມະນຸດ​ຫລົງ​ລືມ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຂົາ​ໄດ້​ຢ່າງ​ວ່ອງ​ໄວ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ກະທຳ​ຄວາມ​ຊົ່ວ​ຮ້າຍ ແລະ ຖືກຊັກ​ຊວນ​ໄປ​ຫາ​ມານ​ຮ້າຍ​ໄດ້​ຢ່າງ​ວ່ອງ​ໄວ​ພຽງ​ໃດ.

 ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ກໍ​ເຫັນ​ໄດ້​ອີກ​ວ່າ ຄົນ​ຊົ່ວ​ຮ້າຍ​ຄົນ​ໜຶ່ງ​ສາມາດ​ເຮັດ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ເກີດ​ຂຶ້ນ​ໄດ້​ໃນ​ບັນດາ​ລູກ​ຫລານ​ມະນຸດ.

 10 ແທ້​ຈິງ​ແລ້ວ, ພວກ​ເຮົາ​ເຫັນ​ໄດ້​ວ່າອະ​ມາ​ລີ​ໄຄ​ຢາ ເພາະລາວ​ເປັນ​ຄົນ​ທີ່​ມີ​ເລ້​ຫລ່ຽມ​ອັນ​ສະຫລາດ​ແກມ​ໂກງ ແລະ ເປັນ​ຄົນ​ໃຊ້​ຄຳ​ຍົກ​ຍ້ອງ​ຫລາຍ, ເພື່ອ​ລາວ​ຈະ​ໄດ້​ຊັກ​ນຳ​ໃຈ​ຂອງ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໃຫ້​ເຮັດ​ຄວາມ​ຊົ່ວ; ແທ້​ຈິງ​ແລ້ວ, ແລະ ເພື່ອ​ພະຍາ​ຍາມ​ທຳລາຍ​ສາດສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ເພື່ອ​ທຳລາຍ​ຮາກ​ຖານ​ແຫ່ງ​ເສລີພາບ​ຊຶ່ງ​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຂົາ, ຫລື ພອນ​ທີ່​ພຣະ​ເຈົ້າ​ໄດ້​ສົ່ງ​ມາ​ເທິງ​ຜືນ​ແຜ່ນ​ດິນ​ເພື່ອ​ເຫັນ​ແກ່​ຄົນ​ຊອບ​ທຳ.

 11 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື​ເວລາ​ໂມ​ໂຣ​ໄນ, ຜູ້​ຊຶ່ງ​ເປັນ​ຫົວໜ້າ​ບັງຄັບ​ບັນຊາ​ກອງທັບ​ຂອງ​ຊາວ​ນີ​ໄຟໄດ້​ຍິນ​ເຖິງ​ການ​ແຕກ​ແຍກ​ເຫລົ່າ​ນີ້, ເພິ່ນ​ກໍ​ຄຽດ​ແຄ້ນ​ໃຫ້​ອະ​ມາ​ລີ​ໄຄ​ຢາ.

 12 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເພິ່ນ​ໄດ້​ສີກ​ເສື້ອ​ຂອງ​ເພິ່ນ​ອອກ, ແລະ ເພິ່ນ​ໄດ້​ຂຽນ​ໃສ່​ຕ່ອນ​ທີ່​ສີກ​ອອກ​ມາ​ນັ້ນ—ເພື່ອ​ມັນ​ຈະ​ໄດ້​ເປັນ​ທີ່​ລະນຶກ​ເຖິງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ສາດສະໜາ​ຂອງ​ພວກ​ເຮົາ, ແລະ ອິດ​ສະລະ​ພາບ​ຂອງ​ພວກ​ເຮົາ, ແລະ ສັນຕິ​ສຸກ​ຂອງ​ພວກ​ເຮົາ, ແລະ ເມຍ​ຂອງ​ພວກ​ເຮົາ, ແລະ ລູກ​ຂອງ​ພວກ​ເຮົາ—ແລະ ເພິ່ນ​ໄດ້ມັດ​ຜ້າ​ຕ່ອນ​ນັ້ນ​ໄວ້​ເທິງ​ສົ້ນ​ໄມ້.

 13 ແລະ ເພິ່ນ​ໄດ້​ໃສ່​ເຄື່ອງ​ກັນ​ຫົວ​ຂອງ​ເພິ່ນ, ແລະ ແຜ່ນ​ປົກ​ເອິກ​ຂອງ​ເພິ່ນ, ແລະ ເຄື່ອງ​ປ້ອງ​ກັນຂອງເພິ່ນ, ແລະ ເພິ່ນ​ໄດ້​ຮັດ​ເຄື່ອງ​ປ້ອງ​ກັນ​ໄວ້​ຮອບ​ແອວ​ຂອງ​ເພິ່ນ; ແລະ ເພິ່ນ​ໄດ້​ຈັບ​ເອົາ​ໄມ້​ທີ່​ມີ​ໜັງ​ສື​ຂຽນ​ໄວ້​ໃນຕ່ອນ​ເສື້ອ​ທີ່​ສີກ​ອອກ​ນັ້ນ, (ແລະ ເພິ່ນ​ເອີ້ນ​ມັນ​ວ່າ ປ້າຍ​ແຫ່ງ​ເສລີພາບ) ແລະ ເພິ່ນ​ກົ້ມຂາບ​ລົງ​ພື້ນ​ດິນ ແລະ ອະທິຖານ​ຫາ​ພຣະ​ເຈົ້າຂອງ​ເພິ່ນ​ຢ່າງ​ສຸດ​ກຳລັງ ຂໍ​ໃຫ້​ພອນ​ແຫ່ງ​ເສລີພາບ​ມາສະ​ຖິດ​ຢູ່​ກັບ​ພີ່​ນ້ອງ​ຂອງ​ເພິ່ນ, ຕາບ​ໃດ​ທີ່​ກຸ່ມ​ຄຣິດ​ສະ​ຕຽນ​ຍັງ​ເຫລືອ​ຢູ່​ເພື່ອ​ວ່າ​ຈະ​ໄດ້​ເປັນ​ເຈົ້າຂອງ​ແຜ່ນດິນ—

 14 ເພາະ​ຜູ້​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດສະ​ໜາ​ຈັກ​ໄດ້​ເອີ້ນ​ຜູ້​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ເຊື່ອ​ຢ່າງ​ແທ້​ຈິງ​ຂອງ​ພຣະ​ຄຣິດດັ່ງ​ນັ້ນ.

 15 ແລະ ຜູ້​ທີ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ນັ້ນກໍ​ສັດ​ຊື່​ແທ້ໆ; ແທ້​ຈິງ​ແລ້ວ, ທຸກ​ຄົນ​ທີ່​ເຊື່ອ​ຖື​ຢ່າງ​ແທ້​ຈິງ​ໃນ​ພຣະ​ຄຣິດ​ກໍ​ໄດ້​ຍອມຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ດ້ວຍ​ຄວາມ​ຍິນ​ດີ, ແລະ ພວກ​ເຂົາ​ຖືກ​ເອີ້ນ​ວ່າ ຄຣິດ​ສະ​ຕຽນ, ຍ້ອນ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ​ໃນ​ພຣະ​ຄຣິດ​ອົງ​ທີ່​ຈະ​ສະ​ເດັດ​ມາ.

 16 ແລະ ດັ່ງນັ້ນ, ໃນ​ເວລາ​ນີ້, ໂມ​ໂຣ​ໄນ​ໄດ້​ອະທິຖານ​ເພື່ອ​ອຸດົມ​ການ​ຂອງ​ຄຣິດ​ສະ​ຕຽນ, ແລະ ອິດ​ສະລະ​ພາບ​ຂອງ​ແຜ່ນດິນ​ທີ່​ຈະ​ໄດ້​ເປັນ​ທີ່​ຊົງ​ໂຜດ.

 17 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ເພິ່ນ​ທຸ້ມ​ເທຈິດວິນ​ຍານ​ຕໍ່​ພຣະ​ເຈົ້າ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ຕັ້ງຊື່​ແຜ່ນດິນ​ທັງ​ໝົດ ຊຶ່ງຢູ່​ທາງ​ໃຕ້​ຂອງ​ແຜ່ນດິນ​ຮ້າງ, ແທ້​ຈິງ​ແລ້ວ, ແລະ ໂດຍ​ລວມທັງ​ແຜ່ນດິນ​ທັງ​ໝົດ​ທັງ​ທາງ​ເໜືອ ແລະ ທາງ​ໃຕ້—ຊຶ່ງ​ເປັນ​ແຜ່ນດິນ​ທີ່​ຖືກ​ເລືອກ​ໄວ້, ແລະ ເປັນ​ແຜ່ນດິນ​ແຫ່ງ​ເສລີພາບ.

 18 ແລະ ເພິ່ນ​ເວົ້າວ່າ: ແນ່ນອນ​ທີ່​ສຸດ​ພຣະ​ເຈົ້າຈະ​ບໍ່​ຍອມ​ໃຫ້​ພວກ​ເຮົາຜູ້​ຖືກ​ດູ​ໝິ່ນ​ເພາະ​ພວກ​ເຮົາ​ຍອມຮັບ​ເອົາພຣະ​ນາມ​ຂອງ​ພຣະ​ຄຣິດ ຖືກ​ຢຽບ​ຍ່ຳ ແລະ ຖືກ​ທຳລາຍ, ເວັ້ນ​ເສຍ​ແຕ່​ພວກ​ເຮົາ​ຈະ​ນຳ​ມັນ​ມາສູ່​ຕົວ​ພວກ​ເຮົາ​ເອງ ໂດຍ​ການ​ລ່ວງ​ລະ​ເມີດຂອງ​ພວກ​ເຮົາ.

 19 ແລະ ເມື່ອ​ໂມ​ໂຣ​ໄນ​ກ່າວ​ຂໍ້ຄວາມ​ນີ້​ແລ້ວ, ເພິ່ນ​ກໍ​ໄດ້​ອອກ​ໄປ​ໃນ​ບັນດາ​ຜູ້ຄົນ ແລະ ເຍິງ​ໄມ້​ທີ່​ມີ​ຕ່ອນ​ຜ້າ​ທີ່​ສີກ​ອອກ​ຈາກ​ເສື້ອ​ຂອງ​ເພິ່ນ​ຂຶ້ນ​ໃນ​ອາກາດ, ເພື່ອ​ຈະ​ໄດ້​ໃຫ້​ທຸກ​ຄົນ​ເຫັນ​ຂໍ້ຄວາມ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ໃນ​ຜ້າ​ຕ່ອນ​ນັ້ນ, ແລະ ເພິ່ນ​ຮ້ອງ​ອອກ​ມາ​ດ້ວຍ​ສຽງ​ອັນ​ດັງ​ວ່າ:

 20 ຈົ່ງ​ເບິ່ງ, ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ຮັກສາ​ຂໍ້ຄວາມ​ນີ້, ກໍ​ຂໍ​ໃຫ້​ອອກ​ມາ​ດ້ວຍ​ພະລັງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ແລະ ເຂົ້າມາ​ໃນ​ພັນທະ​ສັນຍາ​ວ່າ ຕົນ​ຈະ​ຮັກສາ​ສິດທິ​ໄວ້ ແລະ ຮັກສາ​ສິດທິ​ຂອງ​ສາດສະໜາ​ໄວ້, ເພື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າຈະ​ໄດ້​ປະທານ​ພອນ​ໃຫ້​ແກ່​ຕົນ.

 21 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ໂມ​ໂຣ​ໄນ​ປະກາດ​ຂໍ້ຄວາມ​ນີ້​ແລ້ວ, ຈົ່ງ​ເບິ່ງ, ຜູ້ຄົນ​ໄດ້​ພາກັນ​ແລ່ນ​ອອກ​ມາ​ພ້ອມ​ດ້ວຍ​ເຄື່ອງ​ປ້ອງ​ກັນ​ຕິດ​ຢູ່​ອ້ອມ​ແອວ, ສີກ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ​ອອກ​ມາ​ເປັນ​ເຄື່ອງໝາຍ, ຫລື ເປັນ​ພັນທະ​ສັນຍາ​ວ່າ ພວກ​ເຂົາ​ຈະ​ບໍ່​ປະປ່ອຍ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຂົາ; ຫລື ອີກ​ປະການ​ໜຶ່ງ, ຖ້າຫາກ​ພວກ​ເຂົາ​ລ່ວງ​ລະ​ເມີດ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ຫລື ຕົກ​ໄປ​ສູ່​ການ​ລ່ວງລະ​ເມີດ, ແລະ ລະອາຍ​ໃຈ​ທີ່​ຍອມຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ແລ້ວ, ກໍ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າສີກ​ພວກ​ເຂົາ​ໃຫ້​ຄື​ກັນ​ກັບ​ເສື້ອ​ຜ້າ​ຂອງ​ພວກ​ເຂົາ​ນັ້ນ.

 22 ບັດ​ນີ້ ນີ້​ຄື​ພັນທະ​ສັນຍາ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໄວ້, ແລະ ພວກ​ເຂົາ​ໂຍນ​ເສື້ອ​ຜ້າ​ຂອງ​ພວກ​ເຂົາ​ໄວ້​ທີ່​ຕີນ​ຂອງ ໂມ​ໂຣ​ໄນ, ກ່າວ​ວ່າ: ພວກ​ເຮົາ​ຂໍ​ເຮັດ​ພັນທະ​ສັນຍາ​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ວ່າ​ຖ້າ​ຫາກ​ພວກ​ເຮົາ​ຕົກ​ໄປ​ສູ່​ການ​ລ່ວງ​ລະ​ເມີດ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຖືກ​ທຳລາຍ​ຄື​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ທີ່ຢູ່​ໃນ​ແຜ່ນດິນ​ທາງ​ເໜືອ; ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ເຮົາ​ຕົກ​ໄປ​ສູ່​ການ​ລ່ວງ​ລະ​ເມີດ ກໍ​ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ໂຍນ​ພວກ​ເຮົາ​ລົງ​ຢູ່​ພື້ນ​ຕີນ​ຂອງ​ສັດຕູ​ເໝືອນ​ດັ່ງ​ທີ່​ພວກ​ເຮົາ​ໄດ້​ໂຍນ​ເສື້ອ​ຜ້າ​ຂອງ​ພວກ​ເຮົາ​ລົງ​ທີ່​ຕີນ​ຂອງ​ທ່ານ.

 23 ໂມ​ໂຣ​ໄນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອສາຍ​ຂອງ​ຢາ​ໂຄບ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອສາຍ​ຂອງ​ໂຢ​ເຊັບ, ຊຶ່ງ​ເສື້ອ​ຜ້າ​ຂອງ​ເພິ່ນ​ຖືກ​ອ້າຍ​ນ້ອງ​ຂອງ​ເພິ່ນ​ສີກ​ອອກ​ເປັນ​ຕ່ອນໆ; ແທ້​ຈິງ​ແລ້ວ, ແລະ ບັດນີ້​ຈົ່ງ​ເບິ່ງ, ຂໍ​ໃຫ້​ພວກ​ເຮົາ​ຈື່​ຈຳ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ໄວ້, ຖ້າ​ບໍ່​ດັ່ງນັ້ນ​ເສື້ອ​ຜ້າ​ຂອງ​ພວກ​ເຮົາຈະ​ຖືກ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ສີກ​ຖິ້ມ, ແລະ ພວກ​ເຮົາ​ຈະ​ຖືກ​ເອົາ​ເຂົ້າຄຸກ, ຫລືວ່າ​ຖືກ​ຂາຍ, ຫລື ຖືກ​ຂ້າ​ຕາຍ.

 24 ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ປົກ​ປັກ​ຮັກສາ​ເສລີພາບ​ຂອງ​ພວກ​ເຮົາ​ໄວ້​ໃນ​ຖານະ​ທີ່​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ໂຢ​ເຊັບ; ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຈື່​ຈຳ​ຄຳ​ເວົ້າຂອງ​ຢາ​ໂຄບ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ​ຈາກ​ໄປ, ເພາະ​ຈົ່ງ​ເບິ່ງ, ເພິ່ນ​ໄດ້​ຮັກສາ​ເສື້ອ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ໂຢ​ເຊັບ​ໄວ້​ໂດຍ​ບໍ່​ໃຫ້​ມັນ​ເນົ່າ​ເປື່ອຍ. ແລະ ເພິ່ນ​ໄດ້​ກ່າວ​ວ່າ—​ເສື້ອ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ໄວ້​ສັນ​ໃດ, ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຂອງ​ຂ້າ​ພະ​ເຈົ້າກໍ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ໄວ້​ໂດຍ​ພຣະຫັດ​ຂອງ​ພຣະ​ເຈົ້າສັນນັ້ນ, ແລະ ພວກ​ເຂົາ​ຈະ​ຖືກ​ນຳ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ, ຂະນະ​ທີ່​ສ່ວນ​ໜຶ່ງ​ຂອງ​ລູກ​ຫລານ​ຂອງ​ໂຢ​ເຊັບ​ທີ່​ເຫລືອ​ຢູ່​ນັ້ນຈະ​ຕາຍ, ດັ່ງ​ເຊັ່ນ​ການ​ເນົ່າ​ເປື່ອຍ​ຂອງ​ເສື້ອ​ຜ້າ​ຂອງ​ໂຢ​ເຊັບ​ນັ້ນ.

 25 ບັດ​ນີ້​ຈົ່ງ​ເບິ່ງ, ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ເສົ້າສະຫລົດ​ໃຈຫລາຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າກໍ​ຍັງ​ມີ​ຄວາມສຸກ​ກັບ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ, ຍ້ອນ​ວ່າ​ຜູ້​ສືບ​ເຊື້ອສາຍ​ສ່ວນ​ນັ້ນຂອງ​ລາວ​ຈະ​ຖືກ​ນຳ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ.

 26 ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ເປັນ​ຄຳ​ເວົ້າຂອງ​ຢາ​ໂຄບ.

 27 ແລະ ບັດ​ນີ້ຈະ​ມີ​ຜູ້​ໃດ​ຮູ້​ໄດ້​ວ່າ ຜູ້​ທີ່​ໄດ້​ແຍກ​ອອກ​ໄປ​ຈາກ​ພວກ​ເຮົາ​ນັ້ນ​ແມ່ນ​ຜູ້​ສືບ​ເຊື້ອສາຍ​ທີ່​ເຫລືອ​ຢູ່​ຂອງ​ໂຢ​ເຊັບ, ທີ່​ຈະ​ຕາຍ​ຄື​ກັນ​ກັບ​ການ​ເນົ່າ​ເປື່ອຍ​ຂອງ​ເສື້ອ​ຜ້າ​ຂອງ​ເພິ່ນ? ແທ້​ຈິງ​ແລ້ວ, ແລະ ມັນ​ອາດ​ຈະ​ເປັນ​ຕົວ​ພວກ​ເຮົາ​ເອງ ຖ້າ​ຫາກ​ພວກ​ເຮົາ​ບໍ່​ຍຶດໝັ້ນຢູ່​ໃນສັດທາ​ຂອງພຣະ​ຄຣິດ.

 28 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ໂມ​ໂຣ​ໄນ​ກ່າວ​ຂໍ້ຄວາມ​ນີ້​ແລ້ວ, ເພິ່ນ​ກໍ​ອອກ​ໄປ ແລະ ອອກ​ຄຳ​ສັ່ງ​ໄປ​ຫາ​ທຸກ​ພາກສ່ວນ​ຂອງ​ແຜ່ນດິນ​ທີ່​ມີ​ຄວາມ​ແຕກ​ແຍກກັນ, ແລະ ໃຫ້​ພວກ​ເຂົາ​ເຕົ້າໂຮມ​ຜູ້ຄົນ​ທັງ​ໝົດ​ທີ່​ປາ​ຖະໜາ​ຈະ​ຮັກສາ​ເສລີພາບ​ຂອງ​ຕົນ, ເພື່ອ​ໃຫ້​ຕໍ່ສູ້​ກັບ​ອະ​ມາ​ລີ​ໄຄ​ຢາ ແລະ ພວກ​ທີ່​ໄດ້​ແຍກ​ອອກ​ໄປ​ນັ້ນຖືກ​ເອີ້ນ​ວ່າ​ຊາວ​ອະ​ມາ​ລີ​ໄຄ​ຢາ.

 29 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ອະ​ມາ​ລີ​ໄຄ​ຢາ​ເຫັນ​ວ່າ​ຜູ້ຄົນ​ຂອງ​ໂມ​ໂຣ​ໄນ​ມີ​ຈຳນວນ​ຫລາຍ​ກວ່າ​ຂອງ​ຕົນ—​ແລະ ລາວ​ເຫັນ​ອີກ​ວ່າ​ຜູ້ຄົນ​ຂອງ​ລາວ​ມີ​ຄວາມ​ສົງ​ໃສ​ຢູ່​ກ່ຽວ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ອຸດົມ​ການ​ທີ່​ພວກ​ເຂົາ​ຮັບ​ໄວ້—ດັ່ງນັ້ນ, ເມື່ອ​ອະ​ມາ​ລີ​ໄຄ​ຢາ​ຢ້ານ​ກົວ​ວ່າ​ຕົນ​ຈະ​ເອົາ​ຊະນະ​ຊາວ​ນີ​ໄຟ​ບໍ່​ໄດ້, ລາວ​ຈຶ່ງ​ໄດ້​ນຳ​ເອົາ​ຜູ້ຄົນ​ສ່ວນ​ໜຶ່ງ ແລະ ອອກ​ໄປ​ຫາ​ແຜ່ນດິນ​ນີ​ໄຟ.

 30 ບັດ​ນີ້​ໂມ​ໂຣ​ໄນ​ຄິດ​ວ່າ​ມັນ​ບໍ່​ເປັນ​ການ​ສົມຄວນ​ທີ່​ຊາວ​ເລ​ມັນ​ຈະ​ມີ​ກຳລັງ​ເພີ່ມ​ເຕີມ​ຂຶ້ນ​ອີກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ຄິດ​ຈະ​ຕັດ​ຈຳນວນ​ຄົນ​ຂອງ​ອະ​ມາ​ລີ​ໄຄ​ຢາ​ລົງ, ຫລື ເອົາ​ພວກ​ເຂົາ​ເຫລົ່າ​ນັ້ນ​ກັບ​ຄືນ​ມາ, ແລະ ຂ້າ​ອະ​ມາ​ລີ​ໄຄ​ຢາ​ຖິ້ມ​ເສຍ; ແທ້​ຈິງ​ແລ້ວ, ເພາະ​ໂມ​ໂຣ​ໄນ​ຮູ້​ວ່າ​ອະ​ມາ​ລີ​ໄຄ​ຢາ​ຈະ​ຍຸ​ຍົງ​ໃຫ້​ຊາວ​ເລ​ມັນ​ຄຽດ​ແຄ້ນ​ໃຫ້​ເຂົາ​ເຈົ້າ, ແລະ ເພິ່ນ​ຮູ້​ວ່າ​ອະ​ມາ​ລີ​ໄຄ​ຢາ​ຈະ​ເຮັດ​ໄປ​ເພື່ອ​ລາວ​ຈະ​ໄດ້​ບັນລຸ​ຄວາມ​ມຸ້ງ​ໝາຍ​ຂອງ​ລາວ.

 31 ດັ່ງນັ້ນ ໂມ​ໂຣ​ໄນ​ຄິດ​ວ່າ​ມັນ​ສົມຄວນ​ທີ່​ເພິ່ນ​ຈະ​ນຳ​ເອົາ​ກອງທັບ​ຂອງ​ເພິ່ນ, ຊຶ່ງຕຽມ​ພ້ອມ​ຢູ່​ແລ້ວ, ແລະ ມີ​ອາວຸດ​ຢ່າງພ້ອມພຽງ, ແລະ ເຂົ້າເ​ຮັດ​ພັນທະ​ສັນຍາ​ເພື່ອ​ຈະ​ໄດ້​ຮັກສາ​ສັນຕິພາບ—ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເພິ່ນ​ໄດ້​ນຳ​ກອງທັບ​ຂອງ​ເພິ່ນ ແລະ ໄດ້​ອອກ​ເດີນ​ທັບ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ເພື່ອ​ຕັດ​ທາງ​ຂອງ​ອະ​ມາ​ລີ​ໄຄ​ຢາ​ເສຍ.

 32 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ປາ​ຖະ​ໜາ​ຂອງ​ເພິ່ນ, ແລະ ເດີນ​ທັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ, ແລະ ໄດ້​ສະກັດ​ກອງ​ທັບ​ຂອງ​ອະ​ມາ​ລີ​ໄຄ​ຢາ​ໄວ້.

 33 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ປົບ​ໜີ​ໄປ​ກັບຜູ້​ຄົນສ່ວນ​ໜ້ອຍໜຶ່ງ​ຂອງ​ລາວ, ແລະ ພວກ​ທີ່​ເຫລືອ​ຢູ່​ກໍ​ໄດ້​ມອບ​ຕົວ​ໃຫ້​ຢູ່​ໃນ​ກຳມື​ຂອງ​ໂມ​ໂຣ​ໄນ ແລະ ຖືກ​ນຳ​ກັບ​ຄືນ​ໄປ​ຫາ​ແຜ່ນດິນ​ເຊ​ລາ​ເຮັມລາ.

 34 ບັດ​ນີ້, ໂມ​ໂຣ​ໄນ​ໂດຍ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ຫົວໜ້າ​ຜູ້​ຕັດສິນ ແລະ ໂດຍ​ສຽງ​ຂອງ​ປະ​ຊາຊົນ, ດັ່ງນັ້ນ ເພິ່ນ​ຈຶ່ງ​ມີ​ອຳ​ນາດ​ທີ່​ຈະ​ຈັດການ​ຕາມ​ຄວາມ​ປະສົງ​ຂອງ​ເພິ່ນ​ໃນ​ການຈັດຕັ້ງ ແລະ ປົກຄອງ​ກອງ​ທະຫານ​ຂອງ​ຊາວ​ນີ​ໄຟ​ທັງ​ໝົດ.

 35 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຊາວ​ອະ​ມາ​ລີ​ໄຄ​ຢາ​ທີ່​ບໍ່​ຍອມ​ເຮັດ​ພັນທະ​ສັນຍາ​ເພື່ອ​ສະໜັບສະໜູນ​ອຸດົມ​ການ​ແຫ່ງ​ອິດ​ສະລະ​ພາບ, ເພື່ອ​ຈະ​ໄດ້​ດຳລົງ​ຮັກສາ​ການ​ປົກຄອງ​ອັນ​ເປັນ​ອິດ​ສະລະ​ພາບ​ໄວ້, ເພິ່ນ​ກໍ​ສັ່ງ​ໃຫ້​ຂ້າ​ຄົນ​ນັ້ນຖິ້ມ​ເສຍ; ແລະ ມັນ​ມີ​ຄົນ​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນທີ່​ປະຕິ​ເສດ​ພັນທະ​ສັນຍາ​ແຫ່ງ​ອິດ​ສະລະ​ພາບ​ນີ້.

 36 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນອີກ, ຄື​ໂມ​ໂຣ​ໄນ​ໄດ້​ສັ່ງ​ໃຫ້​ເອົາ​ປ້າຍ​ແຫ່ງ​ເສ​ລີພາບ​ປັກ​ໄວ້​ຢູ່​ເທິງ​ຫໍ​ສູງ​ທຸກ​ບ່ອນ, ໃຫ້​ປັກ​ໄວ້​ທົ່ວ​ແຜ່ນດິນ​ທີ່​ຊາວ​ນີ​ໄຟ​ເປັນ​ເຈົ້າ​ຂອງ; ແລະ ດັ່ງນັ້ນ​ໂມ​ໂຣ​ໄນ​ຈຶ່ງ​ໄດ້​ສ້າງ​ຕັ້ງ​ເສລີພາບ​ຢ່າງ​ມາດ​ຕະຖານ​ຂຶ້ນ​ໃນ​ບັນ​ດາ​ຊາວ​ນີ​ໄຟ.

 37 ແລະ ພວກ​ເຂົາ​ເລີ່ມ​ມີ​ສັນຕິ​ສຸກ​ໃນ​ແຜ່ນດິນ​ອີກ; ແລະ ພວກ​ເຂົາ​ໄດ້​ດຳລົງ​ຮັກສາ​ສັນຕິ​ພາບ​ໄວ້​ໃນ​ແຜ່ນດິນ​ຈົນ​ເຖິງທ້າຍ​ປີ​ທີສິບ​ເກົ້າ​ແຫ່ງ​ການ​ປົກຄອງ​ຂອງ​ຜູ້​ຕັດສິນ.

 38 ແລະ ຮີ​ລາມັນ ແລະ ພວກ​ມະຫາ​ປະ​ໂລຫິດ​ກໍ​ໄດ້​ດຳລົງ​ຮັກສາ​ລະບຽບ​ວິ​ໄນ​ຂອງ​ສາດສະໜາ​ຈັກ​ໄວ້; ແທ້​ຈິງ​ແລ້ວ, ເຂົາ​ເຈົ້າ​ໄດ້​ມີ​ສັນຕິ​ສຸກ ແລະ ມີ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ສຸດ​ໃນ​ສາດສະໜາ​ຈັກ​ເປັນ​ເວລາ​ສີ່​ປີ.

 39 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ມີ​ຜູ້ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕາຍ​ໄປ, ໂດຍ​ເຊື່ອ​ຖື​ຢ່າງ​ໜັກ​ແໜ້ນ​ວ່າ ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ຖືກໄຖ່ ໂດຍ​ອົງ​ພຣະເຢຊູ​ຄຣິດ; ພວກ​ເຂົາ​ຈຶ່ງ​ໄດ້​ລາ​ໂລກ​ນີ້​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ດັ່ງນັ້ນ.

 40 ແລະ ມີ​ບາງ​ຄົນ​ທີ່​ຕາຍ​ໄປ​ຍ້ອນ​ການ​ໄຂ້​ຄີງ​ຮ້ອນ ຊຶ່ງ​ມີ​ຂຶ້ນຢູ່​ເລື້ອຍໆ​ໃນ​ບາງ​ລະດູ—​ແຕ່​ວ່າ​ບໍ່​ມີ​ຄວາມ​ຕາຍ​ຫລາຍ​ຍ້ອນ​ການ​ໄຂ້​ຄີງຮ້ອນ​ເພາະວ່າ​ຄຸນ​ນະ​ພາບ​ຂອງຕົ້ນ​ໄມ້ ແລະ ຮາກ​ໄມ້​ຫລາຍ​ຊະນິດຊຶ່ງພຣະ​ເຈົ້າ​ໄດ້​ຕຽມ​ໄວ້​ໃຫ້​ເພື່ອ​ປິ່ນປົວ​ພະຍາດ​ເຫລົ່ານັ້ນ, ຊຶ່ງມັນ​ຕ້ອງ​ເກີດ​ກັບ​ມະນຸດ​ເພາະວ່າ​ທຳ​ມະ​ຊາດ​ຂອງ​ດິນ​ຟ້າ​ອາ​ກາດ—

 41 ແຕ່​ວ່າ​ມີ​ຫລາຍ​ຄົນ​ທີ່​ໄດ້ຕາຍ​ໄປ​ຍ້ອນ​ຄວາມ​ເຖົ້າ​ແກ່; ແລະ ຜູ້​ທີ່​ຕາຍ​ດ້ວຍ​ສັດທາ​ໃນ​ພຣະ​ຄຣິດ​ຈະ​ເປັນ​ສຸກ​ຢູ່​ກັບ​ພຣະ​ອົງ, ດັ່ງ​ທີ່ພວກ​ເຮົາ​ຄິດ​ໄວ້.