ພຣະ​ຄຳ​ພີ
ແອວມາ 48


ບົດ​ທີ 48

ອະ​ມາ​ລີ​ໄຄ​ຢາ​ຍຸ​ຍົງ​ໃຫ້​ຊາວ​ເລມັນ​ຕໍ່​ສູ້​ກັບ​ຊາວ​ນີໄຟ—ໂມ​ໂຣ​ໄນ​ຕຽມ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ປ້ອງ​ກັນ​ອຸ​ດົມ​ການ​ແຫ່ງ​ຄຣິດ​ສະ​ຕຽນ—ເພິ່ນ​ປິ​ຕິ​ຍິນ​ດີ​ໃນ​ເສ​ລີ​ພາບ ແລະ ອິດສະ​ລະ​ພາບ ແລະ ເປັນ​ຜູ້​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ. ປະ​ມານ 72 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື, ທັນ​ທີ​ທີ່​ອະ​ມາ​ລີ​ໄຄ​ຢາ​ໄດ້​ຂຶ້ນ​ຄອງ​ອາ​ນາ​ຈັກ ລາວ​ກໍ​ໄດ້​ປຸກ​ລະ​ດົມ​ໃຈ​ຂອງ​ຊາວ​ເລມັນ​ໃຫ້​ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ຂອງ​ນີໄຟ; ແທ້​ຈິງ​ແລ້ວ, ລາວ​ໄດ້​ແຕ່ງ​ຕັ້ງ​ໃຫ້​ມີ​ຜູ້​ເວົ້າ​ກັບ​ຊາວ​ເລມັນ​ຈາກ​ຫໍ​ສູງ, ຕ້ານ​ກັບ​ຊາວ​ນີໄຟ.

2 ແລະ ລາວ​ໄດ້​ປຸກ​ລະ​ດົມ​ໃຈ​ຂອງ​ພວກ​ເຂົາ​ໃຫ້​ເປັນ​ສັດ​ຕູ​ກັບ​ຊາວ​ນີໄຟ​ດັ່ງ​ນີ້, ເຖິງ​ຂະ​ໜາດ​ທີ່​ໃນ​ທ້າຍ​ປີ​ທີ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ລາວ​ໄດ້​ສຳ​ເລັດ​ແຜນ​ການ​ຂອງ​ລາວ​ມາ​ເຖິງ​ບັດ​ນີ້, ແທ້​ຈິງ​ແລ້ວ, ເມື່ອ​ລາວ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ປົກ​ຄອງ​ຊາວ​ເລມັນ, ລາວ​ຈຶ່ງ​ພະ​ຍາ​ຍາມ​ທີ່​ຈະ​ປົກ​ຄອງ​ທົ່ວ​ແຜ່ນ​ດິນ, ແທ້​ຈິງ​ແລ້ວ, ລາວ​ຢາກ​ປົກ​ຄອງ​ຜູ້​ຄົນ​ທັງ​ໝົດ​ໃນ​ທົ່ວ​ແຜ່ນ​ດິນ, ທັງ​ຊາວ​ເລມັນ ແລະ ຊາວ​ນີໄຟ​ນຳ​ກັນ.

3 ສະນັ້ນ ລາວ​ຈຶ່ງ​ສຳ​ເລັດ​ແລ້ວ​ຕາມ​ແຜນ​ການ​ຂອງ​ລາວ, ເພາະ​ວ່າ​ລາວ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ຊາວ​ເລມັນ​ແຂງ​ກະ​ດ້າງ ແລະ ເຮັດ​ໃຫ້​ຈິດ​ໃຈ​ຂອງ​ພວກ​ເຂົາ​ມືດ​ມົນ, ແລະ ລາວ​ໄດ້​ຍຸ​ຍົງ​ໃຫ້​ພວກ​ເຂົາ​ຄຽດ​ແຄ້ນ, ເຖິງ​ຂະ​ໜາດ​ທີ່​ລາວ​ໄດ້​ເຕົ້າ​ໂຮມ​ທະ​ຫານ​ໄດ້​ຢ່າງ​ຫລວງ​ຫລາຍ​ເພື່ອ​ຈະ​ໄດ້​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ.

4 ຍ້ອນ​ວ່າ​ຈຳນວນ​ທະ​ຫານ​ຢ່າງ​ຫລວງ​ຫລາຍ​ຂອງ​ລາວ, ລາວ​ຈຶ່ງ​ໄດ້​ຕັ້ງ​ໃຈ​ໄວ້​ວ່າ ລາວ​ຈະ​ເອົາ​ຊະນະ​ຊາວ​ນີໄຟ ແລະ ຈະ​ເອົາ​ພວກ​ເຂົາ​ມາ​ສູ່​ຄວາມ​ເປັນ​ທາດ.

5 ແລະ ລາວ​ໄດ້​ແຕ່ງ​ຕັ້ງ​ຊາວ​ໂຊຣຳ​ໃຫ້​ເປັນ ຫົວ​ໜ້າ​ນາຍ​ທະ​ຫານ, ເພາະ​ວ່າ​ພວກ​ເຂົາ​ມີ​ຄວາມ​ຮູ້​ດີ​ທີ່​ສຸດ​ກ່ຽວ​ກັບ​ກຳ​ລັງ​ພົນ​ຂອງ​ຊາວ​ນີໄຟ, ແລະ ບ່ອນ​ຕັ້ງ​ກຳ​ລັງ​ຂອງ​ພວກ​ເຂົາ, ແລະ ເມືອງ​ໃດ​ທີ່​ບໍ່​ມີ​ກຳ​ລັງ​ພຽງ​ພໍ; ສະນັ້ນ ລາວ​ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ພວກ​ເຂົາ​ໃຫ້​ເປັນ​ນາຍ​ທະ​ຫານ​ຊັ້ນ​ຫົວ​ໜ້າ​ເພື່ອ​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ທະ​ຫານ​ຂອງ​ລາວ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເຄື່ອນ​ຍ້າຍ​ກອງ​ທັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ.

7 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂະນະ​ທີ່​ອະ​ມາ​ລີ​ໄຄ​ຢາ​ໄດ້​ອຳນາດ​ມາ​ດ້ວຍ​ກົນ​ອຸ​ບາຍ ແລະ ດ້ວຍ​ຄຳ​ຫລອກ​ລວງ​ຕ່າງໆ, ກົງ​ກັນ​ຂ້າມ, ໂມ​ໂຣ​ໄນ​ໄດ້ ຕຽມ​ຈິດ​ໃຈ​ຂອງ​ຜູ້​ຄົນ​ໃຫ້​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

8 ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ສົ່ງ​ເສີມ​ກຳ​ລັງ​ກອງ​ທັບ​ຂອງ​ຊາວ​ນີໄຟ, ແລະ ໄດ້​ສ້າງ​ປ້ອມ​ຍາມ​ນ້ອຍ ຫລື ບ່ອນ​ສະ​ສົມ​ກຳ​ລັງ​ຂຶ້ນ​ຫລາຍ​ແຫ່ງ; ໂດຍ​ຄູນ​ດິນ​ຂຶ້ນ​ອ້ອມ​ຮອບ​ເປັນ​ຄູ​ລ້ອມ​ກອງ​ທັບ​ຂອງ​ເພິ່ນ​ໄວ້, ແລະ ສ້າງ​ກຳ​ແພງ​ຫີນ​ຂຶ້ນ​ອ້ອມ​ພວກ​ທະ​ຫານ​ໄວ້, ພ້ອມ​ທັງ​ຮອບ​ເມືອງ ແລະ ຊາຍ​ແດນ​ຂອງ​ແຜ່ນ​ດິນ​ນຳ​ອີກ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ສ້າງ​ກຳ​ແພງ​ຂຶ້ນ​ໃຫ້​ຮອບ​ທົ່ວ​ແຜ່ນ​ດິນ.

9 ແລະ ຄ້າຍ​ໃດ​ທີ່​ມີ​ກຳ​ລັງ​ບໍ່​ພຽງ​ພໍ ເພິ່ນ​ກໍ​ໄດ້​ວາງ​ຈຳນວນ​ທະ​ຫານ​ໄວ້​ຢ່າງ​ຫລວງ​ຫລາຍ; ແລະ ເພິ່ນ​ໄດ້​ເສີມ​ກຳ​ລັງ ແລະ ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ຊຶ່ງ​ຊາວ​ນີໄຟ​ເປັນ​ເຈົ້າ​ຂອງ​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ.

10 ແລະ ເພິ່ນ​ໄດ້​ຕຽມ​ພ້ອມ​ຢູ່​ສະເໝີ​ເພື່ອ​ວ່າ​ຈະ​ໄດ້ ສະ​ໜັບ​ສະ​ໜູນ​ເສ​ລີ​ພາບ​ຂອງ​ພວກ​ເຂົາ, ແຜ່ນ​ດິນ​ຂອງ​ພວກ​ເຂົາ, ເມຍ​ຂອງ​ພວກ​ເຂົາ, ແລະ ລູກ​ຂອງ​ພວກ​ເຂົາ, ແລະ ສັນ​ຕິ​ສຸກ​ຂອງ​ພວກ​ເຂົາ, ແລະ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ມີ​ຊີ​ວິດ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັກ​ສາ​ສິ່ງ​ທີ່​ສັດ​ຕູ​ຂອງ​ພວກ​ເຂົາ​ເອີ້ນ​ວ່າ ອຸ​ດົມ​ການ​ແຫ່ງ​ຄຣິດ​ສະ​ຕຽນ.

11 ແລະ ໂມ​ໂຣ​ໄນ​ເປັນ​ຄົນ​ແຂງ​ແຮງ ແລະ ມີ​ກຳລັງ​ຫລາຍ; ແລະ ເພິ່ນ​ເປັນ​ຄົນ ສະຫລຽວ​ສະຫລາດ; ແທ້​ຈິງ​ແລ້ວ, ເພິ່ນ​ເປັນ​ຄົນ​ທີ່​ບໍ່​ປິ​ຕິ​ຍິນ​ດີ​ໃນ​ການ​ນອງ​ເລືອດ; ແຕ່​ເປັນ​ຄົນ​ທີ່​ປິ​ຕິ​ຍິນ​ດີ​ໃນ​ເສ​ລີ​ພາບ ແລະ ອິດສະ​ລະ​ພາບ​ຂອງ​ປະເທດ​ຊາດ​ຂອງ​ຕົນ, ແລະ ເພື່ອ​ວ່າ​ພີ່​ນ້ອງ​ຂອງ​ເພິ່ນ​ຈະ​ໄດ້​ຫລີກ​ເວັ້ນ​ຈາກ​ຄວາມ​ເປັນ​ທາດ ແລະ ຂ້ອຍ​ຂ້າ;

12 ແທ້​ຈິງ​ແລ້ວ, ເພິ່ນ​ເປັນ​ຄົນ​ທີ່​ມີ​ໃຈ​ຊຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ຂອງ​ເພິ່ນ, ສຳ​ລັບ​ສິດ​ທິ​ພິ​ເສດ ແລະ ພອນ​ຕ່າງໆ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ຜູ້​ຄົນ​ຂອງ​ເພິ່ນ; ແລະ ເພິ່ນ​ເປັນ​ຄົນ​ທີ່​ອອກ​ແຮງ​ງານ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ ເພື່ອ ຄວາມ​ຜາ​ສຸກ ແລະ ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ.

13 ແທ້​ຈິງ​ແລ້ວ, ແລະ ເພິ່ນ​ເປັນ​ຄົນ​ທີ່​ໝັ້ນ​ຄົງ​ຢູ່​ນຳ​ສັດທາໃນ​ພຣະ​ຄຣິດ, ແລະ ເພິ່ນ​ໄດ້​ກ່າວ ຄຳ​ສາບານ​ໄວ້​ວ່າ ເພິ່ນ​ຈະ​ປ້ອງ​ກັນ​ຜູ້​ຄົນ​ຂອງ​ເພິ່ນ, ສິດ​ຂອງ​ເພິ່ນ, ແລະ ປະເທດ​ຊາດ​ຂອງ​ເພິ່ນ, ແລະ ສາດ​ສະ​ໜາ​ຂອງ​ເພິ່ນ, ເຖິງ​ແມ່ນ​ວ່າ​ເພິ່ນ​ຈະ​ສູນ​ເສຍ​ເລືອດ​ເນື້ອ​ຂອງ​ເພິ່ນ​ກໍ​ຕາມ.

14 ບັດ​ນີ້​ຊາວ​ນີໄຟ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້​ປ້ອງ​ກັນ​ຕົວ​ເອງ​ຈາກ​ສັດ​ຕູ, ຈົນ​ເຖິງ​ການ​ນອງ​ເລືອດ​ຖ້າ​ຫາກ​ຈຳ​ເປັນ; ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ວ່າ ບໍ່​ໃຫ້​ຮຸກ​ຮານ​ຜູ້​ໃດ, ແທ້​ຈິງ​ແລ້ວ, ບໍ່​ໃຫ້​ຍົກ​ດາບ​ຂຶ້ນ​ເລີຍ​ເວັ້ນ​ເສຍ​ແຕ່​ຈະ​ເປັນ​ການ​ຕໍ່​ສູ້​ສັດ​ຕູ, ຍົກ​ເວັ້ນ​ແຕ່​ຈະ​ເປັນ​ໄປ​ເພື່ອ​ປົກ​ປ້ອງ​ຊີ​ວິດ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ.

15 ແລະ ນີ້​ຄື​ສັດທາ​ຂອງ​ພວກ​ເຂົາ, ໂດຍ​ການ​ປະ​ຕິ​ບັດ​ແບບ​ນີ້ ພຣະ​ເຈົ້າ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ, ຫລື ອີກ​ຄຳ​ໜຶ່ງ, ຖ້າ​ພວກ​ເຂົາ​ຊື່​ສັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແລ້ວ ພຣະ​ອົງ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ; ແທ້​ຈິງ​ແລ້ວ, ຈະ​ເຕືອນ​ພວກ​ເຂົາ​ໃຫ້​ອອກ​ໜີ​ໄປ, ຫລື ວ່າ​ໃຫ້​ຕຽມ​ເພື່ອ​ສົງ​ຄາມ, ອີງ​ຕາມ​ຄວາມ​ອັນ​ຕະ​ລາຍ​ຂອງ​ພວກ​ເຂົາ;

16 ແລະ ພຣະ​ເຈົ້າ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຂົາ​ອີກ​ວ່າ ພວກ​ເຂົາ​ຄວນ​ຈະ​ໄປ​ທາງ​ໃດ​ເພື່ອ​ຕໍ່​ສູ້​ກັບ​ສັດ​ຕູ​ຂອງ​ພວກ​ເຂົາ, ແລະ ໂດຍ​ການ​ກະ​ທຳ​ດັ່ງ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ປົດ​ປ່ອຍ​ພວກ​ເຂົາ; ແລະ ນີ້​ຄື​ສັດທາ​ຂອງ​ໂມ​ໂຣ​ໄນ ແລະ ໃຈ​ຂອງ​ເພິ່ນ​ປາບ​ປື້ມ​ໃນ​ສິ່ງ​ເຫລົ່າ​ນັ້ນ; ບໍ່​ແມ່ນ​ໃນ​ການ​ນອງ​ເລືອດ, ແຕ່​ໃນ​ການ​ເຮັດ​ຄວາມ​ດີ, ໃນ​ການ​ປ້ອງ​ກັນ​ຜູ້​ຄົນ​ຂອງ​ເພິ່ນ, ແທ້​ຈິງ​ແລ້ວ, ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ແລະ ໃນ​ການ​ຕ້ານ​ທານ​ກັບ​ຄວາມ​ຊົ່ວ​ຮ້າຍ.

17 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ກ່າວ​ຕາມ​ຄວາມ​ຈິງ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ຄົນ​ທັງ​ປວງ​ໄດ້​ເປັນ​ມາ​ແລ້ວ ແລະ ເປັນ​ຢູ່, ແລະ ຈະ​ເປັນ​ຢູ່, ຄື​ກັນ​ກັບ​ໂມ​ໂຣ​ໄນ, ຈົ່ງ​ເບິ່ງ, ອຳນາດ​ຂອງ​ນະລົກ​ນັ້ນ​ຈະ​ສັ່ນ​ສະ​ເທືອນ​ຕະຫລອດ​ການ; ແທ້​ຈິງ​ແລ້ວ, ມານ​ຈະ​ບໍ່​ມີ​ອຳນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ເລີຍ.

18 ຈົ່ງ​ເບິ່ງ, ເພິ່ນ​ເປັນ​ຄົນ​ຄື​ກັນ​ກັບ​ອຳໂມນ, ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ແທ້​ຈິງ​ແລ້ວ, ຄື​ກັນ​ກັບ​ລູກ​ຊາຍ​ຜູ້​ອື່ນໆ​ຂອງ​ໂມ​ໄຊ​ຢາ, ແທ້​ຈິງ​ແລ້ວ, ແລະ ຄື​ກັນ​ກັບ​ແອວມາ ແລະ ພວກ​ລູກ​ຊາຍ​ຂອງ​ເພິ່ນ​ນຳ​ອີກ, ເພາະ​ວ່າ​ເຂົາ​ເຈົ້າ​ເຫລົ່າ​ນັ້ນ​ລ້ວນ​ແລ້ວ​ແຕ່​ເປັນ​ຄົນ​ຂອງ​ພຣະ​ເຈົ້າ​ທັງ​ນັ້ນ.

19 ບັດ​ນີ້​ຈົ່ງ​ເບິ່ງ, ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ກໍ​ບໍ່​ໄດ້​ຮັບ​ໃຊ້​ຜູ້​ຄົນ​ໜ້ອຍ​ໄປ​ກວ່າ​ໂມ​ໂຣ​ໄນ​ເລີຍ; ເພາະ​ເຂົາ​ເຈົ້າ​ໄດ້​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ເຂົາ​ເຈົ້າ​ໄດ້​ໃຫ້​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ ແກ່​ຄົນ​ທັງ​ປວງ​ທີ່​ຍອມ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ເຂົາ​ເຈົ້າ.

20 ແລະ ເຂົາ​ເຈົ້າ​ໄດ້​ອອກ​ໄປ​ດັ່ງ​ນີ້, ແລະ ຜູ້​ຄົນ​ໄດ້ ຖ່ອມ​ຕົວ​ຍ້ອນ​ຄຳ​ເວົ້າ​ຂອງ​ເຂົາ​ເຈົ້າ, ເຖິງ​ຂະ​ໜາດ​ທີ່​ເຂົາ​ເຈົ້າ​ໄດ້​ເປັນ​ທີ່​ຊົງ ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ເປັນ​ອິດສະ​ລະ​ຈາກ​ສົງ​ຄາມ ແລະ ຈາກ​ການ​ຂັດ​ແຍ້ງ​ໃນ​ບັນ​ດາ​ພວກ​ເຂົາ​ເອງ, ແທ້​ຈິງ​ແລ້ວ, ເປັນ​ເວລາ​ເຖິງ​ສີ່​ປີ.

21 ແຕ່​ວ່າ​ຄື​ກັນ​ກັບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ໃນ​ຕອນ​ທ້າຍ​ປີ​ທີ​ສິບ​ເກົ້າ​ນັ້ນ, ແທ້​ຈິງ​ແລ້ວ, ມັນ​ມີ​ສັນ​ຕິ​ສຸກ​ໃນ​ບັນ​ດາ​ພວກ​ເຂົາ​ເອງ, ພວກ​ເຂົາ​ໄດ້​ຖືກ​ບັງ​ຄັບ​ຢ່າງ​ບໍ່​ເຕັມ​ໃຈ​ໃຫ້​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ​ພີ່​ນ້ອງ​ຂອງ​ພວກ​ເຂົາ.

22 ແທ້​ຈິງ​ແລ້ວ, ແລະ ໂດຍ​ສະ​ຫລຸບ, ສົງ​ຄາມ​ຂອງ​ພວກ​ເຂົາ​ທີ່​ເຮັດ​ກັບ​ຊາວ​ເລມັນ​ບໍ່​ເຄີຍ​ຢຸດ​ລົງ​ເລີຍ​ເປັນ​ເວລາ​ຫລາຍ​ປີ, ທັງ​ທີ່​ພວກ​ເຂົາ​ບໍ່​ເຕັມ​ໃຈ​ຢາກ​ເຮັດ.

23 ບັດ​ນີ້, ພວກ​ເຂົາ ເສຍ​ໃຈ​ທີ່​ຕ້ອງ​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ກັບ​ຊາວ​ເລມັນ​ອີກ, ເພາະ​ວ່າ​ພວກ​ເຂົາ​ບໍ່​ພໍ​ໃຈ​ກັບ​ການ​ນອງ​ເລືອດ​ເລີຍ; ແທ້​ຈິງ​ແລ້ວ, ແລະ ນີ້​ຍັງ​ບໍ່​ໝົດ—ພວກ​ເຂົາ​ເສຍ​ໃຈ​ທີ່​ໄດ້​ເປັນ​ທາງ​ສົ່ງ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຢ່າງ​ຫລວງ​ຫລາຍ​ອອກ​ຈາກ​ໂລກ​ນີ້​ໄປ​ສູ່​ໂລກ​ນິ​ລັນ​ດອນ, ໂດຍ​ບໍ່​ໄດ້​ຕຽມ​ພ້ອມ​ທີ່​ຈະ​ພົບ​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ເລີຍ.

24 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຈະ​ບໍ່​ຍອມ​ເດັດ​ຂາດ​ທີ່​ຈະສະລະ​ຊີ​ວິດ​ຂອງ​ຕົນ​ໄປ​ລ້າໆ, ແລະ ປ່ອຍ​ໃຫ້ ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ​ຖືກ​ຂ້າ​ດ້ວຍ​ຄວາມ​ຮ້າຍ​ກາດ ແລະ ຄວາມ​ປ່າ​ເຖື່ອນ​ຂອງ​ຄົນ ຊຶ່ງ​ເຄີຍ​ເປັນ​ພີ່​ນ້ອງ​ກັນ​ມາ​ກ່ອນ, ແທ້​ຈິງ​ແລ້ວ, ຊຶ່ງ​ເປັນ​ຜູ້​ທີ່​ໄດ້ ແຍກ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ, ແລະ ໜີ​ຈາກ​ພວກ​ເຂົາ​ໄປ​ເພື່ອ​ຈະ​ໄດ້​ກັບ​ມາ​ທຳ​ລາຍ​ພີ່​ນ້ອງ​ຂອງ​ຕົນ ໂດຍ​ການ​ເຂົ້າ​ຮ່ວມ​ກັບ​ຊາວ​ເລມັນ.

25 ແທ້​ຈິງ​ແລ້ວ, ພວກ​ເຂົາ​ທົນ​ບໍ່​ໄດ້​ທີ່​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຈະ​ປິ​ຕິ​ຍິນ​ດີ​ຢູ່​ກັບ​ເລືອດ​ຂອງ​ຊາວ​ນີໄຟ ເພາະ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຢູ່​ວ່າ ຕາບ​ໃດ​ທີ່​ຍັງ​ມີ​ຄົນ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຢູ່ ເພາະ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ວ່າ ຖ້າ​ຫາກ​ພວກ​ເຂົາ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ພວກ​ເຂົາ​ຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ.