ພຣະ​ຄຳ​ພີ
ແອວມາ 5


ຄຳ​ເວົ້າ​ຂອງ​ແອວມາ​ຜູ້​ເປັນ​ມະຫາ​ປະ​ໂລ​ຫິດ​ຕາມ​ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ໄດ້​ປະ​ກາດ​ຕໍ່​ຜູ້​ຄົນ​ຢູ່​ໃນ​ເມືອງ ແລະ ໝູ່​ບ້ານ​ຕ່າງໆ​ທົ່ວ​ແຜ່ນ​ດິນ.

ເລີ່ມ​ຕົ້ນ​ດ້ວຍ​ບົດ​ທີ 5.

ບົດ​ທີ 5

ກ່ອນ​ຈະ​ໄດ້​ຮັບ​ຄວາມ​ລອດ, ມະນຸດ​ຕ້ອງ​ກັບ​ໃຈ ແລະ ຮັກ​ສາ​ພຣະ​ບັນ​ຍັດ, ເກີດ​ໃໝ່, ຊຳລະອາພອນ​ໃຫ້​ສະອາດ​ໂດຍ​ໂລ​ຫິດ​ຂອງ​ພຣະ​ຄຣິດ, ເປັນ​ຄົນ​ຖ່ອມ​ຕົວ ແລະ ຖອດ​ຄວາມ​ທະນົງ​ຕົວ ແລະ ຄວາມ​ອິດ​ສາ​ບັງ​ບຽດ ອອກ​ຈາກ​ຕົນ, ແລະ ກະ​ທຳ​ໃນ​ສິ່ງ​ທີ່​ຊອບ​ທຳ—ຜູ້​ລ້ຽງ​ທີ່​ດີ​ຮ້ອງ​ຫາ​ຜູ້​ຄົນ​ຂອງ​ພຣະ​ອົງ—ຜູ້​ທີ່​ເຮັດ​ຄວາມ​ຊົ່ວ​ເປັນ​ລູກ​ຫລານ​ຂອງ​ມານ—ແອວມາ​ໃຫ້​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ຄຳ​ສອນ​ຂອງ​ເພິ່ນ ແລະ ສັ່ງ​ໃຫ້​ຜູ້​ຄົນ​ກັບ​ໃຈ—ຊື່​ຂອງ​ຜູ້​ທີ່​ຊອບ​ທຳ​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ທະ​ບຽນ​ແຫ່ງ​ຊີ​ວິດ. ປະ​ມານ 83 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ເລີ່ມ ປະກາດ​ພຣະ​ຄຳ​ຂອງ ພຣະ​ເຈົ້າ​ແກ່​ຜູ້​ຄົນ, ທຳ​ອິດ​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ຫລັງ​ຈາກ​ນັ້ນ​ໄປ​ຕະຫລອດ​ທົ່ວ​ແຜ່ນ​ດິນ.

2 ແລະ ນີ້​ຄື​ຄຳ​ຊຶ່ງ​ແອວມາ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ໃນ​ສາດ​ສະ​ໜາ​ຈັກ ຊຶ່ງ​ສະຖາ​ປະນາ​ຂຶ້ນ​ຢູ່​ໃນ​ເມືອງ​ເຊຣາ​ເຮັມລາ, ຕາມ​ບັນ​ທຶກ​ຂອງ​ເພິ່ນ​ເອງ, ມີ​ຄວາມ​ວ່າ:

3 ຂ້າ​ພະ​ເຈົ້າ​ແອວມາ​ໄດ້​ຮັບ ແຕ່ງ​ຕັ້ງ​ໂດຍ​ແອວມາ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ ມະຫາ​ປະ​ໂລ​ຫິດ​ດູ​ແລ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ໂດຍ​ທີ່​ເພິ່ນ​ມີ​ອຳນາດ ແລະ ສິດ​ອຳນາດ​ຈາກ​ພຣະ​ເຈົ້າ​ຊຶ່ງ​ໃຫ້​ເຮັດ​ວຽກ​ງານ​ເຫລົ່າ​ນີ້, ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເພິ່ນ​ໄດ້​ເລີ່ມ​ຕົ້ນ​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ໃນ ແຜ່ນ​ດິນ ຊຶ່ງ​ຢູ່​ໃນ​ຊາຍ​ແດນ​ນີໄຟ; ແທ້​ຈິງ​ແລ້ວ, ແຜ່ນ​ດິນ​ທີ່​ມີ​ຊື່​ວ່າ​ແຜ່ນ​ດິນ​ມໍມອນ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ໃຫ້​ບັບຕິ​ສະມາ​ແກ່​ພີ່​ນ້ອງ​ຂອງ​ເພິ່ນ​ໃນ​ນ້ຳ​ມໍມອນ.

4 ແລະ ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເຂົາ​ເຈົ້າ​ຖືກ ປົດ​ປ່ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ຜູ້​ຄົນ​ຂອງ​ກະສັດ​ໂນອາ​ໂດຍ​ພຣະ​ເມດ​ຕາ ແລະ ອຳນາດ​ຂອງ​ພຣະ​ເຈົ້າ.

5 ແລະ ຈົ່ງ​ເບິ່ງ, ຫລັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ຖືກ​ນຳ​ໄປ​ສູ່ ຄວາມ​ເປັນ​ທາດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ດ້ວຍ​ມື​ຂອງ​ຊາວ​ເລມັນ; ແທ້​ຈິງ​ແລ້ວ, ຂ້າພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ເຂົາ​ເຈົ້າ​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ ຄວາມ​ເປັນ​ທາດ​ອີກ​ໂດຍ​ອຳນາດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ, ແລະ ພວກ​ເຮົາ​ຈຶ່ງ​ຖືກ​ນຳ​ມາ​ຫາ​ແຜ່ນ​ດິນ​ນີ້, ແລະ ໃນ​ບ່ອນ​ນີ້​ຊຶ່ງ​ພວກ​ເຮົາ​ເລີ່ມ​ສະ​ຖະ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ຂຶ້ນ​ທົ່ວ​ແຜ່ນ​ດິນ​ນຳ​ອີກ.

6 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ທີ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ພວກ​ທ່ານ​ໄດ້​ເກັບ​ຄວາມ​ເປັນ​ຊະ​ເລີຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ​ໄວ້​ພຽງ​ພໍ​ຫລື​ບໍ່​ໃນ​ຄວາມ​ຊົງ​ຈຳ? ແທ້​ຈິງ​ແລ້ວ, ແລະ ໄດ້​ເກັບ​ພຣະ​ເມດ​ຕາ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຂົາ​ເຈົ້າ​ໄວ້​ພຽງ​ພໍ​ຫລື​ບໍ່​ໃນ​ຄວາມ​ຊົງ​ຈຳ? ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ພວກ​ທ່ານ​ໄດ້​ເກັບ​ກຳ​ໄວ້​ພຽງ​ພໍ​ຫລື​ບໍ່​ໃນ​ຄວາມ​ຊົງ​ຈຳ ວ່າ​ພຣະ​ອົງ​ໄດ້​ປົດ​ປ່ອຍ​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ນະລົກ​ແລ້ວ?

7 ຈົ່ງເບິ່ງ, ພຣະ​ອົງ​ໄດ້​ປ່ຽນ​ໃຈ​ຂອງ​ເຂົາ​ເຈົ້າ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ປຸກ​ໃຫ້​ເຂົາ​ເຈົ້າ​ຕື່ນ​ຈາກ​ການ​ນອນ​ຫລັບ​ສະ​ໜິດ, ແລະ ເຂົາ​ເຈົ້າ​ໄດ້​ຕື່ນ​ຂຶ້ນ​ມາ​ຫາ​ພຣະ​ເຈົ້າ. ຈົ່ງ​ເບິ່ງ, ເຂົາ​ເຈົ້າ​ຢູ່​ໃນ​ທ່າມ​ກາງ​ຄວາມ​ມືດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ຍັງ​ສະ​ຫວ່າງ​ສະ​ໄຫວ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຳ​ອັນ​ເປັນ​ນິດ; ແທ້​ຈິງ​ແລ້ວ, ເຂົາ​ເຈົ້າ​ໄດ້​ຖືກ​ລ້ອມ​ໄວ້​ດ້ວຍ ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ ແລະ ສາຍ​ໂສ້​ແຫ່ງ​ນະລົກ, ແລະ ຄວາມ​ພິນາດ​ອັນ​ເປັນ​ນິດ​ໄດ້​ຄອຍ​ຖ້າ​ເຂົາ​ເຈົ້າ​ຢູ່.

8 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຖາມ​ພວກ​ທ່ານ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ເຂົາ​ເຈົ້າ​ໄດ້​ຖືກ​ທຳ​ລາຍ​ບໍ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ, ເຂົາ​ເຈົ້າ​ບໍ່​ໄດ້​ຖືກ​ທຳ​ລາຍ.

9 ແລະ ຂ້າ​ພະ​ເຈົ້າ​ຂໍ​ຖາມ​ອີກ​ວ່າ ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ​ແລ້ວ​ບໍ, ແລະ ສາຍ​ໂສ້​ແຫ່ງ​ນະລົກ ຊຶ່ງ​ລ້ອມ​ເຂົາ​ເຈົ້າ​ໄວ້​ນັ້ນ​ຫລຸດ​ອອກ​ແລ້ວ​ບໍ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ແທ້​ຈິງ​ແລ້ວ, ມັນ​ໄດ້​ຫລຸດ​ອອກ​ແລ້ວ, ແລະ ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ໄດ້​ຂະ​ຫຍາຍ​ຂຶ້ນ, ແລະ ເຂົາ​ເຈົ້າ​ໄດ້​ຮ້ອງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່. ແລະ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເຂົາ​ເຈົ້າ​ລອດ​ແລ້ວ.

10 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າຂໍ​ຖາມ​ພວກ​ທ່ານ​ວ່າ ເຂົາ​ເຈົ້າ ລອດ​ດ້ວຍ​ເງື່ອນ​ໄຂ​ອັນ​ໃດ? ແທ້​ຈິງ​ແລ້ວ, ເຂົາ​ເຈົ້າ​ມີ​ເຫດ​ຜົນ​ອັນ​ໃດ​ທີ່​ຈະ​ຫວັງ​ໃນ​ຄວາມ​ລອດ? ແມ່ນ​ຫຍັງ​ທີ່​ເປັນ​ເຫດ​ໃຫ້​ເຂົາ​ເຈົ້າ​ຫລຸດ​ພົ້ນ​ຈາກ​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ, ແທ້​ຈິງ​ແລ້ວ, ແລະ ຈາກ​ສາຍ​ໂສ້​ແຫ່ງ​ນະລົກ​ນັ້ນ?

11 ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ບອກ​ພວກ​ທ່ານ​ວ່າ—ແອວມາ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຊື່ອ​ໃນ​ຄຳ ຊຶ່ງ​ປະ​ກາດ​ໂດຍ​ປາກ​ຂອງ ອະ​ບີ​ນາ​ໄດ​ບໍ? ແລະ ເພິ່ນບໍ່​ແມ່ນ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ບໍ? ເພິ່ນ​ບໍ່​ໄດ້​ເວົ້າ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ບໍ, ແລະ ແອວມາ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຊື່ອ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ບໍ?

12 ແລະ ຕາມ​ສັດທາ​ຂອງ​ເພິ່ນ, ຈຶ່ງ​ມີ ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເພິ່ນ. ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ທັງ​ໝົດ​ນີ້​ເປັນ​ຄວາມ​ຈິງ.

13 ແລະ ຈົ່ງ​ເບິ່ງ, ເພິ່ນ​ໄດ້ ສັ່ງ​ສອນ​ພຣະ​ຄຳ​ໃຫ້​ແກ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ, ແລະ ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ກໍ​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຂົາ​ເຈົ້າ​ຄື​ກັນ, ແລະ ເຂົາ​ເຈົ້າ​ໄດ້​ຖ່ອມ​ຕົວ ແລະ ໄວ້​ວາງ​ໃຈ​ໃນ ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່. ແລະ ຈົ່ງ​ເບິ່ງ, ເຂົາ​ເຈົ້າ​ຊື່​ສັດ​ຈົນ​ເຖິງ ວັນ​ຕາຍ; ສະນັ້ນ​ເຂົາ​ເຈົ້າ​ຈຶ່ງ​ລອດ.

14 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ຖາມ​ພວກ​ທ່ານ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ​ວ່າ ພວກ​ທ່ານ​ໄດ້ ເກີດ​ຈາກ​ພຣະ​ເຈົ້າ​ທາງ​ວິນ​ຍານ​ແລ້ວ​ບໍ? ພວກ​ທ່ານ​ໄດ້​ຮັບ​ເງົາ​ຂອງ​ພຣະ​ອົງ​ໄວ້​ໃນ​ໃບ​ໜ້າ​ຂອງ​ພວກ​ທ່ານ​ແລ້ວ​ບໍ? ພວກ​ທ່ານ​ເຄີຍ​ປະ​ສົບ ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?

15 ພວກ​ທ່ານ​ໃຊ້​ສັດທາ​ໃນ​ການ​ໄຖ່​ຂອງ​ພຣະ​ອົງ​ຜູ້ ສ້າງ​ພວກ​ທ່ານບໍ? ພວກ​ທ່ານ​ໄດ້​ຄອຍ​ຖ້າ​ດ້ວຍ​ຕາ​ແຫ່ງ​ສັດທາ​ບໍ່ ແລະ ຫລຽວ​ເບິ່ງ​ຮ່າງ​ກາຍ​ທີ່​ເປັນ​ມະຕະ​ນີ້​ຖືກ ຍົກ​ຂຶ້ນ​ໄປ​ຫາ​ຄວາມ​ເປັນ​ອະ​ມະ​ຕະ, ແລະ ຄວາມ​ເນົ່າ​ເປື່ອຍ​ນີ້​ຖືກ​ຍົກ​ຂຶ້ນ​ໄປ​ຫາ​ຄວາມ​ບໍ່​ເນົ່າ​ເປື່ອຍ​ເພື່ອ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັບ ການ​ພິ​ພາກ​ສາ​ຕາມ​ການ​ກະທຳ​ຊຶ່ງ​ເຮັດ​ໄວ້​ເມື່ອ​ຢູ່​ໃນ​ຮ່າງ​ກາຍ​ທີ່​ເປັນ​ມະຕະ​ນີ້?

16 ຂ້າພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ພວກ​ທ່ານ​ຄິດ​ເອງ​ໄດ້​ບໍ​ວ່າ ພວກ​ທ່ານ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ໃນ​ມື້​ນັ້ນ​ວ່າ: ຈົ່ງ​ມາ​ຫາ​ເຮົາ​ເຖີດ ເຈົ້າ ເປັນ​ສຸກ​ແລ້ວ, ເພາະ​ຈົ່ງ​ເບິ່ງ, ວຽກ​ງານ​ຂອງ​ເຈົ້າ​ເປັນ​ວຽກ​ງານ​ທີ່​ຊອບ​ທຳ​ໃນ​ຜືນ​ແຜ່ນ​ດິນ​ໂລກ?

17 ຫລື ພວກ​ທ່ານ​ຄິດ​ເອງ​ໄດ້​ບໍ​ວ່າ ພວກ​ທ່ານ​ຈະ​ເວົ້າ​ຕົວະ​ຕໍ່​ພຣະ​ເຈົ້າ​ໄດ້​ໃນ​ມື້​ນັ້ນ, ແລະ ທູນ​ວ່າ—ພຣະ​ອົງ​ເຈົ້າ​ເອີຍ, ວຽກ​ງານ​ຂອງ​ຂ້າ​ນ້ອຍ​ເປັນ​ວຽກ​ງານ​ທີ່​ຊອບ​ທຳ​ໃນ​ຜືນ​ແຜ່ນ​ດິນ​ໂລກ—ແລະ ວ່າ​ພຣະ​ອົງຈະ​ຊ່ວຍ​ພວກ​ທ່ານ​ໃຫ້​ລອດ?

18 ຫລື ອີກ​ປະ​ການ​ໜຶ່ງ, ພວກ​ທ່ານ​ເຫັນ​ຕົວ​ເອງ​ໄດ້​ບໍ​ວ່າ ພວກ​ທ່ານ​ຖືກ​ນຳ​ມາ​ຢູ່​ໜ້າ​ສານ​ຂອງ​ພຣະ​ເຈົ້າ ຊຶ່ງຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກຜິດ ແລະ ຄວາມ​ສຳ​ນຶກ​ຜິດ, ໂດຍ​ມີ​ຄວາມ​ຊົງ​ຈຳ​ເຖິງ​ຄວາມ​ຜິດ​ທັງ​ໝົດ​ຂອງ​ພວກ​ທ່ານ, ແທ້​ຈິງ​ແລ້ວ, ຄວາມ​ຊົງ​ຈຳ​ເປັນ​ຢ່າງ​ດີ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ພວກ​ທ່ານ, ແທ້​ຈິງ​ແລ້ວ, ຄວາມ​ຊົງ​ຈຳ​ທີ່​ພວກ​ທ່ານ​ໄດ້​ຕໍ່ຕ້ານ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ?

19 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ທ່ານ​ຈະ​ເງີຍ​ໜ້າ​ເບິ່ງ​ພຣະ​ເຈົ້າ​ໃນ​ມື້​ນັ້ນ​ດ້ວຍ​ໃຈ​ອັນ​ບໍ​ລິ​ສຸດ ແລະ ດ້ວຍ​ມື​ທີ່​ສະອາດ​ໄດ້​ບໍ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ທ່ານ​ຈະ​ເງີຍ​ຂຶ້ນ​ດ້ວຍ​ໃບ​ໜ້າ​ທີ່​ມີ ເງົາ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຈາລຶກ​ໄວ້​ໃນ​ໃບ​ໜ້າ​ຂອງ​ພວກ​ທ່ານ​ໄດ້​ບໍ?

20 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ທ່ານ​ຄິດ​ເຖິງ​ຄວາມ​ລອດ​ໄດ້​ບໍ ເມື່ອ​ພວກ​ທ່ານ ຍອມ​ຕົນ​ຂຶ້ນ​ຢູ່​ກັບ​ມານ?

21 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ທ່ານ​ຈະ​ຮູ້​ໃນ​ມື້​ນັ້ນ​ວ່າ ພວກ​ທ່ານ​ຈະ ລອດ​ບໍ່​ໄດ້ ເພາະວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ທີ່​ຈະ​ລອດ​ໄດ້ ຖ້າ​ບໍ່​ຊຳລະ ອາ​ພອນ​ຂອງ​ເຂົາ​ໃຫ້​ຂາວ​ສະອາດ​ເສຍ​ກ່ອນ; ແທ້​ຈິງ​ແລ້ວ, ຕ້ອງ​ເຮັດ​ໃຫ້ອາພອນ​ຂອງ​ເຂົາ ບໍ​ລິ​ສຸດ​ຈົນ​ມັນ​ສະອາດ​ຈາກ​ຮອຍ​ເປື້ອນ​ທັງ​ໝົດ​ໂດຍ​ໂລ​ຫິດ​ຂອງ​ພຣະ​ອົງ, ຜູ້​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ເວົ້າ​ເຖິງ, ຜູ້​ທີ່​ຈະ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ​ຈາກ​ບາບ​ຂອງ​ພວກ​ເຂົາ.

22 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຖາມ​ພວກ​ທ່ານ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພວກ​ທ່ານ​ຈະ​ຮູ້​ສຶກ​ແນວ​ໃດ​ຖ້າ​ຫາກ​ພວກ​ທ່ານ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ ແລະ ອາ​ພອນ​ຂອງ​ພວກ​ທ່ານ​ເປື້ອນ ເລືອດ ແລະ ເຕັມ​ໄປ​ດ້ວຍ ຄວາມ​ສົກ​ກະ​ປົກ​ຕ່າງໆ​ນາໆ? ຈົ່ງ​ເບິ່ງ, ສິ່ງ​ເຫລົ່າ​ນີ້​ຈະ​ເປັນ​ຫລັກ​ຖານ​ຟ້ອງ​ຫຍັງ​ແດ່​ຕໍ່​ຕ້ານ​ພວກ​ທ່ານ?

23 ຈົ່ງ​ເບິ່ງ, ມັນ​ຈະ​ບໍ່ ເປັນ​ຫລັກ​ຖານ​ບໍ​ວ່າ ພວກ​ທ່ານ​ເປັນ​ຄາດ​ຕະ​ກອນ, ແທ້​ຈິງ​ແລ້ວ, ແລະ ວ່າ​ພວກ​ທ່ານ​ມີ​ຄວາມ​ຜິດ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຕ່າງໆ​ນຳ​ອີກ​ບໍ?

24 ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ຄິດ​ບໍວ່າ​ຄົນ​ເຊັ່ນ​ນັ້ນຈະ​ມີ​ບ່ອນ​ນັ່ງ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຮ່ວມ​ກັບ ອັບ​ຣາຮາມ, ຮ່ວມ​ກັບ​ອີ​ຊາກ, ແລະ ຮ່ວມ​ກັບ​ຢາໂຄບ, ແລະ ຮ່ວມ​ກັບ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ຫລາຍ, ຊຶ່ງອາພອນ​ຂອງ​ຄົນ​ເຫລົ່າ​ນັ້ນ​ສະອາດ ແລະ ບໍ່​ມີ​ມົນ​ທິນ, ບໍ​ລິ​ສຸດ ແລະ ຂາວ​ສະອາດ?

25 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ເວັ້ນ​ເສຍ​ແຕ່​ພວກ​ທ່ານ​ຈະ​ເຮັດ​ໃຫ້​ພຣະ​ຜູ້​ສ້າງ​ຂອງ​ພວກ​ເຮົາ​ເປັນ​ຜູ້​ເວົ້າ​ຕົວະ​ນັບ​ຕັ້ງ​ແຕ່​ຕົ້ນ, ຫລື ຄິດ​ວ່າ​ພຣະ​ອົງ​ເປັນ​ຜູ້​ເວົ້າ​ຕົວະ​ນັບ​ຕັ້ງ​ແຕ່​ຕົ້ນ, ພວກ​ທ່ານ​ຈະ​ບໍ່​ຄິດ​ວ່າ​ຄົນ​ເຊັ່ນ​ນັ້ນ​ຈະ​ມີ​ບ່ອນ​ອາ​ໄສ​ໃນ​ອາ​ນາ​ຈັກ​ສະຫວັນ​ໄດ້; ແຕ່​ພວກ​ເຂົາ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ​ເພາະ​ວ່າ​ພວກ​ເຂົາ​ເປັນ ລູກ​ຫລານ​ຂອງ​ອາ​ນາ​ຈັກ​ຂອງ​ມານ.

26 ແລະ ບັດນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ທ່ານ​ເຄີຍ​ປະ​ສົບ​ກັບ ການ​ປ່ຽນ​ແປງ​ໃນ​ໃຈ ແລະ ຖ້າ​ຫາກ​ພວກ​ທ່ານ​ຮູ້​ສຶກ​ຢາກ​ຮ້ອງ ເພງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່, ຂ້າ​ພະ​ເຈົ້າຈະ​ຖາມ​ວ່າ ພວກ​ທ່ານ ສາ​ມາດ​ຮູ້​ສຶກ​ເຊັ່ນ​ນັ້ນ​ບໍ່​ໃນ​ຂະນະ​ນີ້?

27 ພວກ​ທ່ານ​ໄດ້ເດີນ​ໄປ​ໂດຍ​ການ​ຮັກ​ສາ​ຕົນ​ເອງ ບໍ່​ໃຫ້​ມີ​ຂໍ້ຕຳ​ນິ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ບໍ? ຖ້າ​ຫາກ​ພວກ​ທ່ານ​ຖືກ​ເອີ້ນ​ໃຫ້​ຕາຍ​ໃນ​ເວລາ​ນີ້, ພວກ​ທ່ານ​ຈະ​ກ່າວ​ໄດ້​ບໍ​ພາຍ​ໃນ​ຕົວ​ຂອງ​ພວກ​ທ່ານ​ວ່າ ພວກ​ທ່ານ ຖ່ອມ​ຕົວ​ພຽງພໍ​ແລ້ວ? ວ່າອາພອນ​ຂອງ​ພວກ​ທ່ານ​ນັ້ນ​ສະອາດ ແລະ ຂາວ​ແລ້ວ​ດ້ວຍ​ໂລ​ຫິດ​ຂອງ​ພຣະ​ຄຣິດ​ຜູ້​ຈະ​ສະ​ເດັດ​ມາ ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ​ຈາກ​ບາບ​ຂອງ​ພວກ​ເຂົາ?

28 ຈົ່ງ​ເບິ່ງ, ພວກ​ທ່ານ​ຖອດ ຄວາມ​ທະນົງ​ຕົວ​ອອກ​ແລ້ວ​ບໍ? ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຍັງ​ບໍ່​ໄດ້​ຖອດ​ມັນ​ອອກ, ພວກ​ທ່ານ​ກໍ​ຍັງ​ບໍ່​ພ້ອມ​ທີ່​ຈະ​ພົບ​ກັບ​ພຣະ​ເຈົ້າ​ເທື່ອ. ຈົ່ງ​ເບິ່ງ ພວກ​ທ່ານ​ຕ້ອງ​ຕຽມ​ຢ່າງ​ໄວ ເພາະ​ອາ​ນາ​ຈັກ​ສະຫວັນ​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້ ແລະ ຄົນ​ເຊັ່ນ​ນັ້ນ​ຈະ​ບໍ່​ມີ​ຊີ​ວິດ​ນິ​ລັນ​ດອນ.

29 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ວ່າ, ມີ​ໃຜ​ແດ່​ໃນ​ບັນ​ດາ​ພວກ​ທ່ານ​ທີ່​ຍັງ​ບໍ່​ໄດ້​ຖອດ ຄວາມ​ອິດ​ສາ​ອອກ​ເທື່ອ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຄົນ​ເຊັ່ນ​ນັ້ນ​ຍັງ​ບໍ່​ຕຽມ​ພ້ອມ​ເທື່ອ; ແລະ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ເຂົາ​ຕຽມ​ຕົວ​ຢ່າງ​ໄວ​ເພາະ​ຊົ່ວ​ໂມງ​ໃກ້​ເຂົ້າ​ມາ​ແລ້ວ, ແລະ ເຂົາ​ບໍ່​ຮູ້​ວ່າ​ເມື່ອ​ໃດ​ເວລາ​ນັ້ນ​ຈະ​ມາ​ເຖິງ; ເພາະ​ຄົນ​ເຊັ່ນ​ນັ້ນ​ຈະ​ບໍ່​ຖືກ​ພົບ​ວ່າ​ປາດ​ສະ​ຈາກ​ຄວາມ​ຜິດ.

30 ແລະ ອີກ​ຢ່າງ​ໜຶ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ມີ​ໃຜ​ແດ່​ໃນ​ບັນ​ດາ​ພວກ​ທ່ານ​ທີ່​ກະ​ທຳ​ໃຫ້​ພີ່​ນ້ອງ​ຂອງ​ຕົນ​ເປັນ​ທີ່ ເຍາະ​ເຍີ້ຍ, ຫລື ທຸ້ມ​ເທ​ການ​ຂົ່ມ​ເຫັງ​ລົງ​ໃສ່​ເຂົາ?

31 ວິບັດ​ແກ່​ຄົນ​ເຊັ່ນ​ນັ້ນ, ເພາະ​ເຂົາ​ຍັງ​ບໍ່​ຕຽມ​ພ້ອມ​ເທື່ອ, ແລະ ເວລາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ​ທີ່​ພວກ​ເຂົາ​ຈະ​ຕ້ອງ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ລອດ​ບໍ່​ໄດ້!

32 ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ວິບັດ​ແກ່​ທຸກ​ຄົນ ຜູ້​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ; ຈົ່ງ​ກັບ​ໃຈ, ຈົ່ງ​ກັບ​ໃຈ​ເຖີດ, ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ເລື່ອງ​ນີ້!

33 ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ສົ່ງ​ຄຳ​ເຊີນ​ມາ​ຫາ​ມະນຸດ ທັງ​ປວງ, ເພາະ ພຣະ​ພາຫາ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຂົາ, ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ​ກັບ​ໃຈ​ເຖີດ, ແລະ ເຮົາ​ຈະ​ຮັບ​ເຈົ້າ​ໄວ້.

34 ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ ມາ​ຫາ​ເຮົາ ແລະ ເຈົ້າ​ຈະ​ຮັບ ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ; ແທ້​ຈິງ​ແລ້ວ, ເຈົ້າ​ຈະ​ກິນ ເຂົ້າ ແລະ ດື່ມ​ນ້ຳ​ແຫ່ງ​ຊີ​ວິດ​ຢ່າງ​ມີ ອິດສະ​ລະ;

35 ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ເຮົາ ແລະ ຈົ່ງ​ນຳ​ເອົາ​ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ​ມາ, ແລະ ເຈົ້າ​ຈະ​ບໍ່​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ—

36 ເພາະ​ຈົ່ງ​ເບິ່ງ, ເວລາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ​ຖ້າ​ຜູ້​ໃດ​ກໍ​ຕາມ​ທີ່​ບໍ່ ນຳ​ເອົາ​ຜົນ​ດີ​ອອກ​ມາ, ຫລື ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ທຳ​ງານ​ແຫ່ງ​ຄວາມ​ຊອບ​ທຳ, ຜູ້​ນັ້ນ​ຍ່ອມ​ມີ​ເຫດ​ຜົນ​ທີ່​ຈະ​ຮ້ອງ​ໄຫ້ ແລະ ເປັນ​ທຸກ.

37 ໂອ້ ທ່ານ​ຜູ້​ສ້າງ​ຄວາມ​ຊົ່ວ​ຮ້າຍ​ເອີຍ; ທ່ານ​ທັງ​ຫລາຍ​ທີ່​ອວດ​ອົ່ງ​ກັບ ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ, ທ່ານ​ທັງ​ຫລາຍ​ທີ່​ບອກ​ວ່າ​ຕົວ​ເອງ​ຮູ້​ທາງ​ແຫ່ງ​ຄວາມ​ຊອບ​ທຳ, ປານ​ນັ້ນ​ຍັງ ຫລົງ​ທາງ​ໄປ​ເໝືອນ ໂຕ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ, ທັງ​ທີ່​ຜູ້​ລ້ຽງ​ໄດ້ ເອີ້ນ​ຫາ​ພວກ​ທ່ານ ແລະ ຍັງ​ເອີ້ນ​ຫາ​ພວກ​ທ່ານ​ຢູ່, ແຕ່​ພວກ​ທ່ານ​ບໍ່​ຍອມ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເລີຍ!

38 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຜູ້​ລ້ຽງ​ທີ່​ດີ​ຄົນ​ນັ້ນ​ໄດ້​ເອີ້ນ​ຫາ​ພວກ​ທ່ານ​ຢູ່; ແທ້​ຈິງ​ແລ້ວ, ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ເອງ​ທີ່​ພຣະ​ອົງ​ເອີ້ນ​ຫາ​ພວກ​ທ່ານ, ຊຶ່ງ​ຄື​ພຣະ​ນາມ​ຂອງ​ພຣະ​ຄຣິດ; ແລະ ຖ້າ​ຫາກ ພວກ​ທ່ານ​ບໍ່ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ ຜູ້​ລ້ຽງ​ທີ່​ດີ​ຕາມ ຊື່​ທີ່​ໃຊ້​ເອີ້ນ​ພວກ​ທ່ານ​ນັ້ນ, ຈົ່ງ​ເບິ່ງ, ພວກ​ທ່ານ​ກໍ​ບໍ່​ແມ່ນ​ແກະ​ຂອງ​ຜູ້​ລ້ຽງ​ທີ່​ດີ​ຄົນ​ນັ້ນ.

39 ແລະ ບັດ​ນີ້​ຖ້າ​ຫາກ​ພວກ​ທ່ານ​ບໍ່​ແມ່ນ​ແກະ​ຂອງ​ຜູ້​ລ້ຽງ​ທີ່​ດີ​ຄົນ​ນັ້ນ, ພວກ​ທ່ານ​ເປັນ​ແກະ​ຂອງ ຝູງ​ໃດ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ມານ​ຄື​ຜູ້​ລ້ຽງ​ຂອງ​ພວກ​ທ່ານ, ແລະ ພວກ​ທ່ານ​ເປັນ​ແກະ​ຂອງ​ມັນ; ແລະ ບັດນີ້, ໃຜ​ຈະ​ປະ​ຕິ​ເສດ​ເລື່ອງ​ນີ້​ໄດ້? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ປະ​ຕິ​ເສດ​ເລື່ອງ​ນີ້ ຍ່ອມ​ເປັນ ຄົນ​ເວົ້າ​ຕົວະ ແລະ ເປັນ ລູກ​ຂອງ​ມານ.

40 ເພາະ​ຂ້າພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ອັນ​ໃດ​ກໍ​ຕາມ​ທີ່ ດີ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ, ແລະ ອັນ​ໃດ​ກໍ​ຕາມ​ທີ່​ຊົ່ວ​ແມ່ນ​ມາ​ຈາກ​ມານ.

41 ສະນັ້ນ, ຖ້າ​ຫາກ​ຄົນ​ໜຶ່ງ​ນຳ​ເອົາ ວຽກ​ງານ​ດີ​ອອກ​ມາ ເຂົາ​ຍ່ອມ​ເຊື່ອ​ຟັງ​ສຽງ​ຂອງ​ຜູ້​ລ້ຽງ​ທີ່​ດີ​ຄົນ​ນັ້ນ ແລະ ເຂົາ​ຍ່ອມ​ຕິດ​ຕາມ​ຄົນ​ນັ້ນ; ແຕ່​ຜູ້​ໃດ​ກໍ​ຕາມ​ທີ່​ນຳ​ເອົາ​ວຽກ​ງານ​ຊົ່ວ​ອອກ​ມາ, ຜູ້​ນັ້ນ​ກໍ​ກາຍ​ເປັນ ລູກ​ຂອງ​ມານ ເພາະ​ເຊື່ອ​ຟັງ​ສຽງ​ຂອງ​ມັນ ແລະ ຕິດ​ຕາມ​ມັນ​ໄປ.

42 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ແບບ​ນີ້​ຕ້ອງ​ໄດ້​ຮັບ ຄ່າ​ຈ້າງ​ຂອງ​ຕົນ; ສະນັ້ນ, ສຳ​ລັບ ຄ່າ​ຈ້າງ​ຂອງ​ເຂົາ, ເຂົາ​ຈຶ່ງ​ໄດ້​ຮັບ ຄວາມ​ຕາຍ​ໃນ​ເລື່ອງ​ທີ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ, ໂດຍ​ທີ່​ຕາຍ​ຈາກວຽກ​ງານ​ດີ​ທັງ​ໝົດ.

43 ແລະ ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຟັງ​ຂ້າ​ພະ​ເຈົ້າ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເວົ້າ​ດ້ວຍ​ພະ​ລັງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ; ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ຢ່າງ​ແຈ່ມ​ແຈ້ງ ເພື່ອ​ພວກ​ທ່ານ​ຈະ​ບໍ່​ເຂົ້າ​ໃຈ​ຜິດ, ຫລື ໄດ້​ເວົ້າ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

44 ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ເວົ້າ​ຕາມ​ນີ້, ຕາມ ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ມີ​ຢູ່​ໃນ​ພຣະ​ຄຣິດ​ພຣະ​ເຢຊູ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ບັນ​ຊາ​ໃຫ້​ມາ​ຢືນ​ຢັນ ແລະ ໃຫ້​ຖ້ອຍ​ຄຳ​ແກ່​ຜູ້​ຄົນ​ພວກ​ນີ້​ເຖິງ​ເລື່ອງ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ກ່າວ​ໄວ້​ກ່ຽວ​ກັບ​ເລື່ອງ​ທີ່​ຈະ​ມາ​ເຖິງ.

45 ແລະ ນີ້​ຍັງ​ບໍ່​ໝົດ. ພວກ​ທ່ານ​ບໍ່​ຄິດ​ບໍ​ວ່າ ຂ້າ​ພະ​ເຈົ້າ​ເອງ​ກໍ ຮູ້​ຈັກ​ເຖິງ​ເລື່ອງ​ເຫລົ່າ​ນີ້​ໂດຍ​ຕົວ​ຂອງຂ້າ​ພະ​ເຈົ້າ​ເອງ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະຍານ​ຕໍ່​ພວກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ເລື່ອງ​ເຫລົ່າ​ນີ້​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ມາ​ແລ້ວ​ວ່າ​ເປັນ​ຄວາມ​ຈິງ. ແລະ ພວກ​ທ່ານ​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ຄວາມ​ແນ່​ນອນ​ຂອງ​ເລື່ອງ​ເຫລົ່າ​ນີ້​ໄດ້​ແນວ​ໃດ?

46 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເລື່ອງ​ນີ້​ເປັນ​ທີ່ ຮູ້​ແກ່​ຂ້າ​ພະ​ເຈົ້າ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ເຈົ້າ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້ ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ມາ​ຫລາຍ​ມື້ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮູ້​ເລື່ອງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ. ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ໄດ້​ດ້ວຍ​ຕົວ​ເອງ​ວ່າ ເລື່ອງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ມັນ​ໃຫ້​ປະຈັກ​ແກ່​ຂ້າ​ພະ​ເຈົ້າ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ; ແລະ ນີ້​ຄື​ວິນ​ຍານ​ແຫ່ງ ການ​ເປີດ​ເຜີຍ ຊຶ່ງ​ຢູ່​ໃນ​ຂ້າ​ພະ​ເຈົ້າ.

47 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເປີດ​ເຜີຍ​ດັ່ງ​ນີ້​ວ່າ ຄຳ​ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ເວົ້າ​ໄວ້​ນັ້ນ​ເປັນ​ຄວາມ​ຈິງ ແມ່ນ​ແຕ່​ຕາມ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ​ຊຶ່ງ​ມີ​ຢູ່​ໃນ​ຂ້າ​ພະ​ເຈົ້າ, ຊຶ່ງ​ເປັນ​ໄປ​ໂດຍ​ການ​ສະແດງ​ໃຫ້​ປະຈັກ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

48 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ດ້ວຍ​ຕົວ​ເອງ​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ກັບ​ພວກ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ​ນັ້ນ ເປັນ​ຄວາມ​ຈິງ; ແລະ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ ວ່າ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຢຊູ​ຄຣິດ​ຈະ​ສະ​ເດັດ​ມາ, ແທ້​ຈິງ​ແລ້ວ, ແມ່ນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ, ເຕັມ​ໄປ​ດ້ວຍ​ພຣະ​ຄຸນ ແລະ ພຣະ​ເມດ​ຕາ ແລະ ຄວາມ​ຈິງ. ແລະ ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ເພື່ອ​ເອົາ​ບາບ​ຂອງ​ໂລກ​ໄປ, ແທ້​ຈິງ​ແລ້ວ, ບາບ​ຂອງ​ທຸກ​ຄົນ​ທີ່​ເຊື່ອ​ຢ່າງ​ແນ່ວ​ແນ່​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

49 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ນີ້​ຄື ຖານະ​ຊຶ່ງ​ຂ້າ​ພະ​ເຈົ້າ​ຖືກ​ເອີ້ນ​ມາ, ແທ້​ຈິງ​ແລ້ວ, ເພື່ອ​ສັ່ງ​ສອນ​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ທຸກ​ຄົນ​ທີ່​ຢູ່​ໃນ​ແຜ່ນ​ດິນ ເພື່ອ​ສັ່ງ​ສອນ​ຄົນ​ທັງ​ປວງ, ທັງ​ແກ່ ແລະ ໜຸ່ມ, ທັງ​ຂ້າ​ທາດ ແລະ ຜູ້​ເປັນ​ອິດສະ​ລະ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ຜູ້​ມີ​ອາ​ຍຸ​ສູງ ແລະ ຜູ້​ທີ່​ມີ​ອາ​ຍຸ​ປານ​ກາງ, ແລະ ຄົນ​ລຸ້ນ​ໃໝ່; ແທ້​ຈິງ​ແລ້ວ, ເພື່ອ​ອ້ອນ​ວອນ​ຕໍ່​ພວກ​ເຂົາ​ວ່າ ພວກ​ເຂົາ​ຕ້ອງ​ກັບ​ໃຈ ແລະ ເກີດ​ໃໝ່.

50 ແທ້​ຈິງ​ແລ້ວ, ພຣະ​ວິນ​ຍານ​ໄດ້​ກ່າວ​ດັ່ງ​ນີ້: ຈົ່ງ​ກັບ​ໃຈ, ເຈົ້າ​ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ເພາະ​ອາ​ນາ​ຈັກ​ສະຫວັນ​ໃກ້​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້; ແທ້​ຈິງ​ແລ້ວ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ ດ້ວຍ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ດ້ວຍ​ລິດ​ເດດ, ເດ​ຊາ​ນຸ​ພາບ, ອຳນາດ ແລະ ການ​ຄອບ​ຄອງ​ຂອງ​ພຣະ​ອົງ. ແທ້​ຈິງ​ແລ້ວ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພຣະ​ວິນ​ຍານ​ໄດ້​ກ່າວ​ໄວ້​ວ່າ: ຈົ່ງ​ເບິ່ງ ລັດ​ສະ​ໝີ​ພາບ​ຂອງ ອົງ​ກະສັດ​ແຫ່ງ​ແຜ່ນ​ດິນ​ໂລກ​ທັງ​ໝົດ; ແລະ ໃນ​ໄວໆ​ນີ້​ອົງ​ກະສັດ​ແຫ່ງ​ສະຫວັນ​ຈະ​ສ່ອງ​ຄວາມ​ສະ​ຫວ່າງ​ລົງ​ມາ​ເທິງ​ບັນ​ດາ​ລູກ​ຫລານ​ມະນຸດ​ທັງ​ປວງ​ນຳ​ອີກ.

51 ແລະ ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ, ແທ້​ຈິງ​ແລ້ວ, ໄດ້​ຮ້ອງ​ຂໍ​ຂ້າ​ພະ​ເຈົ້າ​ດ້ວຍ​ສຽງ​ອັນ​ມີ​ລິດ​ເດດ, ມີ​ຄວາມ​ວ່າ: ຈົ່ງ​ອອກ​ໄປ ແລະ ກ່າວ​ກັບ​ຜູ້​ຄົນ​ພວກ​ນີ້—ຈົ່ງ​ກັບ​ໃຈ, ເພາະ​ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ ພວກ​ທ່ານ​ກໍ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ຮັບ​ອາ​ນາ​ຈັກ ສະຫວັນ​ມາ​ເປັນ​ມູນ​ມໍ​ລະ​ດົກ​ໄດ້.

52 ແລະ ອີກ​ຢ່າງ​ໜຶ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພຣະ​ວິນ​ຍານ​ໄດ້​ກ່າວ​ໄວ້​ວ່າ: ຈົ່ງ​ເບິ່ງ, ຂວານ​ລໍ​ຢູ່​ທີ່​ຮາກ​ຕົ້ນ​ໄມ້; ສະນັ້ນ ຕົ້ນ​ໃດ​ທີ່​ບໍ່​ເປັນ​ໝາກ​ດີ​ຈະ​ຖືກ ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ, ແທ້​ຈິງ​ແລ້ວ, ເປັນ​ໄຟ​ທີ່​ຈະ​ມອດ​ບໍ່​ໄດ້, ເຖິງ​ແມ່ນ​ເປັນ​ໄຟ​ທີ່​ບໍ່​ຮູ້​ມອດ. ຈົ່ງ​ເບິ່ງ, ແລະ ຈົ່ງ​ຈຳ​ໄວ້​ວ່າ ພຣະ​ຜູ້​ບໍ​ລິ​ສຸດ​ໄດ້​ຮັບ​ສັ່ງ​ເລື່ອງ​ນີ້.

53 ແລະ ບັດ​ນີ້​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ພວກ​ທ່ານ​ຈະ​ຕໍ່​ຕ້ານ​ຂໍ້​ຄວາມ​ນີ້​ໄດ້​ບໍ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ​ປະ​ຖິ້ມ​ເລື່ອງ​ເຫລົ່າ​ນີ້​ໄດ້​ບໍ, ແລະ ຢຽບ​ຍ່ຳ​ພຣະ​ຜູ້​ບໍ​ລິ​ສຸດ​ໄວ້​ໃຕ້​ຕີນ​ຂອງ​ພວກ​ທ່ານ​ໄດ້​ບໍ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ​ອວດ​ອົ່ງ​ໃນ ຄວາມ​ທະນົງ​ໃຈ​ຂອງ​ພວກ​ທ່ານ​ໄດ້​ບໍ; ແທ້​ຈິງ​ແລ້ວ, ທ່ານ​ຍັງ​ຈະ​ຂືນ​ນຸ່ງ​ເສື້ອ​ຜ້າ ລາຄາ​ແພງ ແລະ ໝົກ​ໝຸ້ນ​ຢູ່​ກັບສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ, ກັບ ຂອງ​ມີ​ຄ່າ​ຂອງ​ພວກ​ທ່ານ​ຢູ່​ບໍ?

54 ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ​ຝືນ​ຄິດ​ຢູ່​ບໍ​ວ່າ ພວກ​ທ່ານ​ເປັນ​ຄົນ​ດີ​ກວ່າ​ຄົນ​ອື່ນ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ​ຝືນ​ຂົ່ມ​ເຫັງ​ພີ່​ນ້ອງ​ຂອງ​ພວກ​ທ່ານ​ຜູ້​ທີ່​ຖ່ອມ​ຕົວ ແລະ ເດີນ​ໄປ​ຕາມ​ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ໂດຍ​ຖານະ​ນີ້​ພວກ​ເຂົາ​ໄດ້​ຖືກ​ນຳ​ມາ​ສູ່​ສາດ​ສະ​ໜາ​ຈັກ, ໂດຍ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ, ແລະ ພວກ​ເຂົາ​ໄດ້​ນຳ​ວຽກ​ງານ​ຊຶ່ງ​ສົມ​ຄວນ​ກັບ​ການ​ກັບ​ໃຈ​ອອກ​ມາ—

55 ແທ້​ຈິງ​ແລ້ວ, ແລະ ພວກ​ທ່ານ​ຈະ​ຂືນ​ຫັນ​ຫລັງ​ໃຫ້ ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ແລະ ກີດ​ກັນ​ເຂົ້າ​ຂອງ ຂອງ​ພວກ​ທ່ານ​ຈາກ​ພວກ​ເຂົາ​ຢູ່​ບໍ?

56 ແລະ ສຸດ​ທ້າຍ, ທຸກ​ຄົນ​ທີ່​ຈະ​ຂືນ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຄົນ​ເຫລົ່າ​ນີ້​ຄື​ຄົນ​ທີ່​ຈະ​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ​ຢ່າງ​ໄວ.

57 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ທຸກ​ຄົນ​ທີ່​ປາດ​ຖະ​ໜາ​ຈະ​ຕິດ​ຕາມ​ສຽງ​ຂອງ ຜູ້​ລ້ຽງ​ທີ່​ດີ, ຈົ່ງ​ອອກ​ມາ​ຈາກ​ຄົນ​ຊົ່ວ​ເຖີດ, ແລະ ຈົ່ງ ແຍກ​ຍ້າຍ​ກັນ​ຢູ່, ແລະ ຈົ່ງ​ຢ່າ​ແຕະ​ຕ້ອງ​ສິ່ງ​ທີ່​ບໍ່​ສະອາດ​ຂອງ​ພວກ​ເຂົາ; ແລະ ຈົ່ງ​ເບິ່ງ​ຊື່​ຂອງ​ພວກ​ເຂົາ​ຈະ​ຖືກ ລຶບ​ໄປ, ເພື່ອ​ວ່າ​ຊື່​ຂອງ​ຄົນ​ຊົ່ວ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຊື່​ຂອງ​ຄົນ​ຊອບ​ທຳ, ເພື່ອ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ສຳ​ເລັດ ຊຶ່ງ​ກ່າວ​ໄວ້​ວ່າ: ຊື່​ຂອງ​ຄົນ​ຊົ່ວ​ຈະ​ບໍ່​ປະ​ປົນ​ຢູ່​ກັບ​ຊື່​ຂອງ​ຜູ້​ຄົນ​ຂອງ​ເຮົາ;

58 ເພາະວ່າ​ເຮົາ​ຈະ​ຂຽນ​ຊື່​ຂອງ​ຄົນ​ຊອບ​ທຳ​ໄວ້​ໃນ ທະ​ບຽນ​ແຫ່ງ​ຊີ​ວິດ, ແລະ ເຮົາ​ຈະ​ມອບ​ມູນ​ມໍ​ລະ​ດົກ​ໃຫ້​ແກ່​ພວກ​ເຂົາ​ທາງ​ຂວາ​ມື​ຂອງ​ເຮົາ. ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ມີ​ອັນ​ໃດ​ແດ່​ທີ່​ຈະ​ກ່າວ​ຄັດ​ຄ້ານ​ໃນ​ເລື່ອງ​ນີ້? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ພວກ​ທ່ານ​ເວົ້າ​ຄັດ​ຄ້ານ, ມັນ​ກໍ​ບໍ່​ເປັນ​ປະ​ໂຫຍດ​ຫຍັງ, ເພາະ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕ້ອງ​ສຳ​ເລັດ​ຢ່າງ​ແນ່​ນອນ.

59 ເພາະ​ມີ​ຜູ້​ລ້ຽງ​ຄົນ​ໃດ​ແດ່​ໃນ​ບັນ​ດາ​ພວກ​ທ່ານ​ທີ່​ມີ​ແກະ​ຫລາຍ​ໂຕ ແຕ່​ບໍ່​ຄອຍ​ເຝົ້າ​ມັນ, ເພື່ອ​ໝາ​ປ່າ​ຈະ​ບໍ່​ເຂົ້າ​ມາ​ກິນ​ຝູງ​ແກະ​ຂອງ​ລາວ? ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ໝາ​ປ່າ​ເຂົ້າ​ມາ​ຫາ​ຝູງ​ແກະ​ຂອງ​ລາວ, ລາວ​ຈະ​ບໍ່​ໄລ່​ມັນ​ອອກ​ໄປ​ບໍ? ແທ້​ຈິງ​ແລ້ວ, ແລະ ໃນ​ທີ່​ສຸດ, ຖ້າ​ຫາກ​ລາວ​ເຮັດ​ໄດ້, ລາວ​ກໍ​ຈະ​ທຳ​ລາຍ​ມັນ​ເສຍ.

60 ແລະ ບັດ​ນີ້ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຜູ້​ລ້ຽງ​ທີ່​ດີ​ໄດ້​ເອີ້ນ​ຫາ​ພວກ​ທ່ານ​ຢູ່; ແລະ ຖ້າ​ຫາກ​ພວກ​ທ່ານ​ຈະ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ນຳ​ພວກ​ທ່ານ​ເຂົ້າ​ຝູງ​ຂອງ​ພຣະ​ອົງ, ແລະ ພວກ​ທ່ານ​ຈະ​ເປັນ​ແກະ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ຈະ​ກ່າວ​ກັບ​ພວກ​ທ່ານ​ວ່າ ໝາ​ປ່າ​ທີ່​ຫິວ​ໂຫຍ​ຈະ​ບໍ່​ສາ​ມາດ​ເຂົ້າ​ມາ​ທຳ​ຮ້າຍ​ພວກ​ທ່ານ​ໄດ້​ເລີຍ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ຖືກ​ທຳ​ລາຍ.

61 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ແອວມາ​ຂໍ​ສັ່ງ​ພວກ​ທ່ານ​ດ້ວຍ​ພາ​ສາ​ຂອງ ພຣະ​ອົງ​ຜູ້​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ, ໃຫ້​ພວກ​ທ່ານ​ຍຶດ​ຖື​ປະ​ຕິ​ບັດ​ຕາມ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ທ່ານ.

62 ຂ້າ​ພະ​ເຈົ້າ​ເວົ້າ​ເປັນ​ຄຳ​ສັ່ງ​ກັບ​ພວກ​ທ່ານ​ຜູ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ; ແລະ ກັບ​ຜູ້​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ ຂ້າ​ພະ​ເຈົ້າ​ເວົ້າ​ເປັນ​ການ​ເຊື້ອ​ເຊີນ, ມີ​ຄວາມ​ວ່າ: ຈົ່ງ​ມາ ແລະ ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ເປັນ​ຜູ້​ຮັບ​ສ່ວນ​ໝາກ​ໄມ້​ຈາກ ຕົ້ນ​ໄມ້​ແຫ່ງ​ຊີວິດ.