ພຣະ​ຄຳ​ພີ
ແອວມາ 50


ບົດ​ທີ 50

ໂມ​ໂຣ​ໄນ​ສ້າງ​ປ້ອມ​ຍາມ​ປ້ອງ​ກັນ​ແຜ່ນ​ດິນ​ຂອງ​ຊາວ​ນີໄຟ—ພວກ​ເຂົາ​ໄດ້​ສ້າງ​ເມືອງ​ໃໝ່​ຂຶ້ນ​ຫລາຍ​ເມືອງ—ສົງ​ຄາມ ແລະ ການ​ທຳ​ລາຍ​ໄດ້​ເກີດ​ຂຶ້ນ​ກັບ​ຊາວ​ນີໄຟ​ໃນ​ວັນ​ເວລາ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ—ໂມ​ຣິ​ອານ​ທັນ ແລະ ຜູ້​ທີ່​ແຍກ​ອອກ​ໄປ​ເຂົ້າ​ຮ່ວມ​ກັບ​ລາວ​ໄດ້​ເສຍ​ໄຊ​ໃຫ້​ທີ​ອານ​ຄຳ—ນີໄຟ​ຮາ​ໄດ້​ສິ້ນ​ຊີ​ວິດ​ໄປ, ແລະ ເພ​ໂຮຣັນ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ຮັບ​ຕຳ​ແໜ່ງ​ຂຶ້ນ​ນັ່ງ​ບັນ​ລັງ​ຕັດ​ສິນ​ແທນ. ປະ​ມານ 72–67 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ບໍ່​ໄດ້​ຢຸດ​ຢັ້ງ​ການ​ຕຽມ​ສົງ​ຄາມ​ເພື່ອ​ປ້ອງ​ກັນ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ພົ້ນ​ຈາກ​ຊາວ​ເລມັນ, ເພາະ​ເພິ່ນ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ຂອງ​ເພິ່ນ​ເລີ່ມ​ເຮັດ​ວຽກ​ໃນ​ຕົ້ນ​ປີ​ທີ​ຊາວ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຄື​ພວກ​ທະ​ຫານ​ຄວນ​ຂຸດ​ດິນ​ເຮັດ​ເປັນ​ຄັນ​ຄູ​ໄວ້​ຮອບ​ເມືອງ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ທີ່​ຊາວ​ນີໄຟ​ເປັນ​ເຈົ້າ​ຂອງ.

2 ແລະ ເທິງ​ຄັນ​ຄູ​ເຫລົ່າ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ປັກ​ຫລັກ​ໄມ້​ຂຶ້ນ, ແທ້​ຈິງ​ແລ້ວ, ຫລັກ​ໄມ້​ເຫລົ່າ​ນັ້ນ​ໃຫ້​ສູງ​ເທົ່າ​ກັບ​ຄົນ​ໄວ້​ຮອບ​ເມືອງ.

3 ແລະ ເພິ່ນ​ສັ່ງ​ວ່າ ພວກ​ເຂົາ​ຄວນ​ເຮັດ​ຂອບ​ເປັນ​ໄມ້​ແຫລມ​ປັກ​ໄວ້​ເທິງ​ຫລັກ​ໄມ້​ເຫລົ່າ​ນັ້ນ ແລະ ເຮັດ​ໃຫ້​ມັນ​ສູງ​ແຂງ​ແກ່ນ​ທີ່​ສຸດ.

4 ແລະ ເພິ່ນ​ໃຫ້​ສ້າງ​ຫໍ​ສູງ​ເພື່ອ​ຈະ​ໄດ້​ຫລຽວ​ເຫັນ​ຂ້າມ​ໄມ້​ແຫລມ​ເຫລົ່າ​ນັ້ນ​ໄດ້, ແລະ ເພິ່ນ​ໃຫ້​ສ້າງ​ບ່ອນ​ຫລົບ​ໄພ​ໄວ້​ເທິງ​ຫໍ​ສູງ​ເຫລົ່າ​ນັ້ນ, ເພື່ອ​ວ່າ​ກ້ອນ​ຫີນ ແລະ ລູກ​ທະ​ນູ​ຂອງ​ຊາວ​ເລມັນ​ຈະ​ເຮັດ​ອັນ​ຕະ​ລາຍ​ໃຫ້​ພວກ​ເຂົາ​ບໍ່​ໄດ້.

5 ແລະ ພວກ​ເຂົາ​ກໍ​ຕຽມ​ພ້ອມ​ທີ່​ຈະ​ແກວ່ງ​ກ້ອນ​ຫີນ​ຈາກ​ຫໍ​ສູງ​ນັ້ນ​ຕາມ​ຄວາມ​ພໍ​ໃຈ ແລະ ຕາມ​ກຳ​ລັງ​ຂອງ​ພວກ​ເຂົາ, ເພື່ອ​ຈະ​ໄດ້​ຂ້າ​ຜູ້​ທີ່​ພະ​ຍາ​ຍາມ​ເຂົ້າ​ມາ​ໃກ້​ກຳ​ແພງ​ເມືອງ.

6 ໂມ​ໂຣ​ໄນ​ໄດ້​ຕຽມ​ທີ່​ໝັ້ນ​ໄວ້​ຮອບ​ເມືອງ​ທົ່ວ​ແຜ່ນ​ດິນ​ຕາມ​ນີ້ ເພື່ອ​ຕ້ານ​ທານ​ການ​ມາ​ຮຸກ​ຮານ​ຂອງ​ສັດ​ຕູ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ສັ່ງ​ໃຫ້​ທະ​ຫານ​ຂອງ​ເພິ່ນ​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ອອກ; ແທ້​ຈິງ​ແລ້ວ, ກອງ​ທັບ​ເຫລົ່າ​ນີ້​ໄດ້​ອອກ​ໄປ​ຂັບ​ໄລ່​ຊາວ​ເລມັນ​ທັງ​ໝົດ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ອອກ​ໃຫ້​ກັບ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ, ຊຶ່ງ​ຢູ່​ທາງ​ໃຕ້​ຂອງ​ແຜ່ນ​ດິນ​ເຊຣາ​ເຮັມລາ.

8 ແລະ ແຜ່ນ​ດິນ​ນີໄຟ​ໄດ້​ຍາວ​ຢຽດ​ຊື່​ໄປ​ຈາກ​ທະເລ​ທາງ​ຕາ​ເວັນ​ອອກ​ເຖິງ​ທາງ​ຕາ​ເວັນ​ຕົກ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ໂມ​ໂຣ​ໄນ​ໄດ້​ຂັບ​ໄລ່​ຊາວ​ເລມັນ​ທັງ​ໝົດ​ອອກ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ອອກ ຊຶ່ງ​ຢູ່​ທາງ​ເໜືອ​ຂອງ​ແຜ່ນ​ດິນ​ຕ່າງໆ ຊຶ່ງ​ເປັນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ​ແລ້ວ, ເພິ່ນ​ໄດ້​ໃຫ້​ຜູ້​ອາ​ໄສ​ທີ່​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ ແລະ ທີ່​ຢູ່​ໃນ​ແຜ່ນ​ດິນ​ອ້ອມ​ແອ້ມ​ນັ້ນ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ອອກ​ຈົນ​ເຖິງ​ຊາຍ​ແດນ​ໃກ້​ຝັ່ງ​ທະເລ ແລະ ເຂົ້າ​ໄປ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ນັ້ນ.

10 ແລະ ເພິ່ນ​ໄດ້​ວາງ​ກອງ​ທັບ​ໄວ້​ທາງ​ໃຕ້​ໃນ​ຊາຍ​ແດນ​ຂອງ​ພວກ​ເຂົາ​ນຳ​ອີກ, ແລະ ໃຫ້​ພວກ​ເຂົາ​ສ້າງ ບ່ອນ​ປ້ອງ​ກັນ​ຂຶ້ນ ເພື່ອ​ຈະ​ໄດ້​ເຮັດ​ໃຫ້​ກອງ​ທັບ ແລະ ຜູ້​ຄົນ​ຂອງ​ພວກ​ເຂົາ​ປອດ​ໄພ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ.

11 ແລະ ເພິ່ນ​ໄດ້​ຕັດ​ທີ່​ໝັ້ນ​ທັງ​ໝົດ​ຂອງ​ຊາວ​ເລມັນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ອອກ​ດັ່ງ​ນີ້, ແທ້​ຈິງ​ແລ້ວ, ທັງ​ທາງ​ຕາ​ເວັນ​ຕົກ​ນຳ​ອີກ, ໂດຍ​ການ​ເສີມ​ກຳ​ລັງ​ແຍກ​ທາງ​ໄວ້​ລະຫວ່າງ​ຊາວ​ນີໄຟ ແລະ ຊາວ​ເລມັນ, ລະຫວ່າງ​ແຜ່ນ​ດິນ​ເຊຣາ​ເຮັມລາ ແລະ ແຜ່ນ​ດິນ​ນີໄຟ, ຈາກ​ທະເລ​ທາງ​ຕາ​ເວັນ​ຕົກ​ໄປ​ເຖິງ​ຫົວ​ແມ່​ນ້ຳ​ຊີໂດນ—ຊາວ​ນີໄຟ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ທັງ​ໝົດ​ທາງ​ເໜືອ​ໄດ້​ຕາມ​ໃຈ​ຊອບ, ແທ້​ຈິງ​ແລ້ວ, ລວມ​ທັງ​ແຜ່ນ​ດິນ​ທັງ​ໝົດ ຊຶ່ງ​ຢູ່​ທາງ​ເໜືອ​ຂອງ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ.

12 ດ້ວຍ​ເຫດ​ນີ້ ໂມ​ໂຣ​ໄນ​ພ້ອມ​ກຳ​ລັງ​ກອງ​ທັບ​ຂອງ​ເພິ່ນ​ຈຶ່ງ​ມີ​ກຳ​ລັງ​ເພີ່ມ​ຂຶ້ນ​ທຸກໆ​ມື້ ເພາະ​ວ່າ​ຄວາມ​ໝັ້ນ​ໃຈ​ໃນ​ການ​ຄຸ້ມ​ກັນ ຊຶ່ງ​ຜົນ​ງານ​ຂອງ​ເພິ່ນ​ໄດ້​ນຳ​ອອກ​ມາ​ໃຫ້​ພວກ​ເຂົາ​ເຫັນ​ໄດ້​ວ່າ​ເພິ່ນ​ກຳ​ລັງ​ຕັດ​ກຳ​ລັງ ແລະ ອຳນາດ​ຂອງ​ຊາວ​ເລມັນ​ອອກ​ຈາກ​ແຜ່ນ​ດິນ​ຊຶ່ງ​ເປັນ​ຂອງ​ພວກ​ເຂົາ, ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ມີ​ອຳນາດ​ປົກ​ຄອງ​ແຜ່ນ​ດິນ​ຂອງ​ພວກ​ເຂົາ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ໄດ້​ເລີ່ມ​ສ້າງ​ເມືອງ​ໜຶ່ງ​ຂຶ້ນ, ແລະ ພວກ​ເຂົາ​ເອີ້ນ​ເມືອງ​ນັ້ນ​ວ່າ ໂມ​ໂຣ​ໄນ; ແລະ ມັນ​ຕັ້ງ​ຢູ່​ໃກ້​ທະເລ​ທາງ​ຕາ​ເວັນ​ອອກ; ແລະ ມັນ​ຢູ່​ທາງ​ໃຕ້​ໃກ້​ກັບ​ເສັ້ນ​ເຂດ​ແດນ​ແຜ່ນ​ດິນ​ຂອງ​ຊາວ​ເລມັນ.

14 ແລະ ພວກ​ເຂົາ​ໄດ້​ເລີ່ມ​ສ້າງ​ເມືອງ​ໜຶ່ງ​ຂຶ້ນ​ອີກ ຊຶ່ງ​ຕັ້ງ​ຢູ່​ລະຫວ່າງ​ເມືອງ​ໂມ​ໂຣ​ໄນ​ກັບ​ເມືອງ​ອາໂຣນ, ໂດຍ​ເຊື່ອມ​ໂຍງ​ຊາຍ​ແດນ​ເມືອງ​ອາໂຣນ​ກັບ​ເມືອງ​ໂມ​ໂຣ​ໄນ​ເຂົ້າ​ກັນ; ແລະ ພວກ​ເຂົາ​ເອີ້ນ​ຊື່​ເມືອງ ຫລື ແຜ່ນ​ດິນ​ນີ້​ວ່າ ນີໄຟ​ຮາ.

15 ແລະ ໃນ​ປີ​ດຽວ​ກັນ​ນັ້ນ ພວກ​ເຂົາ​ກໍ​ໄດ້​ເລີ່ມ​ສ້າງ​ເມືອງ​ຂຶ້ນ​ຫລາຍ​ແຫ່ງ​ທາງ​ເໜືອ​ນຳ​ອີກ, ແລະ ເມືອງ​ໜຶ່ງ​ຖືກ​ສ້າງ​ຂຶ້ນ​ດ້ວຍ​ວິ​ທີ​ພິ​ເສດ ຊຶ່ງ​ເອີ້ນ​ວ່າ ລີໄຮ, ຊຶ່ງ​ຢູ່​ທາງ​ເໜືອ​ໃກ້​ກັບ​ຝັ່ງ​ທະເລ.

16 ແລະ ປີ​ທີ​ຊາວ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

17 ແລະ ຜູ້​ຄົນ​ຂອງ​ນີໄຟ​ຢູ່​ໃນ​ສະພາບ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ຕົ້ນ​ປີ​ທີ​ຊາວ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ນີໄຟ.

18 ແລະ ພວກ​ເຂົາ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ ແລະ ກາຍ​ເປັນ​ຄົນ​ຮັ່ງ​ມີ​ຢ່າງ​ຍິ່ງ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ມີ​ຄົນ​ເພີ່ມ​ທະ​ວີ​ຂຶ້ນ ແລະ ໄດ້​ພັດ​ທະ​ນາ​ຫລາຍ​ຂຶ້ນ​ໃນ​ແຜ່ນ​ດິນ.

19 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມີ​ຄວາມ​ເມດ​ຕາ​ປາ​ນີ ແລະ ມີ​ຄວາມ​ຍຸດ​ຕິ​ທຳ​ຫລາຍ​ປານ​ໃດ ເພື່ອ​ພຣະ​ອົງ​ຈະ​ໄດ້​ສຳ​ເລັດ​ໃນ​ພຣະ​ຄຳ​ທັງ​ໝົດ​ຂອງ​ພຣະ​ອົງ ຊຶ່ງ​ໄດ້​ສັນ​ຍາ​ໄວ້​ກັບ​ລູກ​ຫລານ​ມະນຸດ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ເຫັນ​ໄດ້​ວ່າ ໃນ​ເວລາ​ນີ້​ພຣະ​ຄຳ​ຂອງ​ພຣະ​ອົງ​ປະກົດ​ເປັນ​ຈິງ​ຂຶ້ນ​ແລ້ວ, ຊຶ່ງ​ພຣະ​ອົງ​ໄດ້​ກ່າວ​ໄວ້​ກັບ​ລີໄຮ​ວ່າ:

20 ເຈົ້າ ແລະ ລູກ​ຫລານ​ຂອງ​ເຈົ້າ​ເປັນ​ສຸກ​ແລ້ວ; ແລະ ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ, ຕາບ​ໃດ​ທີ່​ພວກ​ເຂົາ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ພວກ​ເຂົາ​ຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ. ແຕ່​ຈົ່ງ​ຈຳ​ໄວ້​ວ່າ, ຕາບ​ໃດ​ທີ່​ພວກ​ເຂົາ​ຈະ​ບໍ່​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ພວກ​ເຂົາ​ຈະ​ຖືກ ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

21 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ ຄຳ​ສັນ​ຍາ​ເຫລົ່າ​ນີ້​ປະກົດ​ເປັນ​ຈິງ​ກັບ​ຜູ້​ຄົນ​ຂອງ​ນີໄຟ​ແລ້ວ; ເພາະ​ວ່າ​ເປັນ​ການ​ຜິດ​ພາດ ແລະ ການ​ຂັດ​ແຍ້ງ​ກັນ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ການ​ຄາດ​ຕະ​ກຳ​ຂອງ​ພວກ​ເຂົາ, ການ​ປຸ້ນ​ຈີ້​ຂອງ​ພວກ​ເຂົາ, ການ​ນັບ​ຖື​ຮູບ​ບູຊາ​ຂອງ​ພວກ​ເຂົາ, ການ​ໂສ​ເພ​ນີ​ຂອງ​ພວກ​ເຂົາ, ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ, ທີ່​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ​ເອງ, ຊຶ່ງ​ມັນ​ໄດ້​ນຳ​ເອົາ​ສົງ​ຄາມ ແລະ ຄວາມ​ພິນາດ​ມາ​ສູ່​ຕົນ.

22 ແລະ ຄົນ​ທີ່​ຊື່​ສັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ປົດ​ປ່ອຍ​ຢູ່​ສະເໝີ, ຂະນະ​ທີ່​ພີ່​ນ້ອງ​ທີ່​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເປັນ​ພັນໆ​ຄົນ​ຖືກ​ສົ່ງ​ໄປ​ສູ່​ຄວາມ​ເປັນ​ທາດ, ຫລື ຕາຍ​ດ້ວຍ​ດາບ, ຫລື ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແລະ ເຂົ້າ​ໄປ​ສົມ​ທົບ​ກັບ​ຊາວ​ເລມັນ.

23 ແຕ່​ຈົ່ງ​ເບິ່ງ ນັບ​ຕັ້ງ​ແຕ່​ວັນ​ເວລາ​ຂອງ​ນີໄຟ​ເປັນ​ຕົ້ນ​ມາ, ມັນ​ບໍ່​ເຄີຍ​ມີ​ເວລາ​ໃດ​ເລີຍ​ທີ່ ສະຫງົບ​ສຸກ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ​ເກີນ​ກວ່າ​ໃນ​ວັນ​ເວລາ​ຂອງ​ໂມ​ໂຣ​ໄນ, ແທ້​ຈິງ​ແລ້ວ, ເວລາ​ນີ້​ເປັນ​ປີ​ທີ​ຊາວ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ຊາວ​ສອງ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ສັນ​ຕິ​ສຸກ ແລະ ປີ​ທີ​ຊາວ​ສາມ​ກໍ​ຄື​ກັນ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຕົ້ນ​ປີ​ທີ​ຊາວ​ສີ່​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ມັນ​ມີ​ສັນ​ຕິ​ສຸກ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ​ອີກ ຖ້າ​ຫາກ​ມັນ​ບໍ່​ໄດ້​ມີ ການ​ຂັດ​ແຍ້ງ​ກັນ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຢູ່​ໃນ​ແຜ່ນ​ດິນ​ລີໄຮ, ແລະ ຜູ້​ຄົນ​ຢູ່​ໃນ​ແຜ່ນ​ດິນ​ໂມ​ຣິ​ອານ​ທັນ, ຊຶ່ງ​ຢູ່​ຕິດ​ຊາຍ​ແດນ​ລີໄຮ; ຊຶ່ງ​ແຜ່ນ​ດິນ​ທັງ​ສອງ​ນີ້​ມີ​ຊາຍ​ແດນ​ຕິດ​ກັບ​ຝັ່ງ​ທະເລ.

26 ເພາະ​ຈົ່ງ​ເບິ່ງ, ຜູ້​ຄົນ​ທີ່​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂມ​ຣິ​ອານ​ທັນ​ໄດ້​ຮຽກ​ຮ້ອງ​ເອົາ​ສິດ​ທິ​ສ່ວນ​ໜຶ່ງ​ຂອງ​ແຜ່ນ​ດິນ​ລີໄຮ; ສະນັ້ນ ມັນ​ຈຶ່ງ​ເລີ່ມ​ມີ​ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ຫລາຍ​ພໍ​ສົມ​ຄວນ​ລະຫວ່າງ​ພວກ​ເຂົາ​ເອງ, ເຖິງ​ຂະ​ໜາດ​ທີ່​ຜູ້​ຄົນ​ຂອງ​ໂມ​ຣິ​ອານ​ທັນ​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເອງ, ແລະ ຕັ້ງ​ໃຈ​ຈະ​ຂ້າ​ພວກ​ເຂົາ​ຖິ້ມ​ດ້ວຍ​ດາບ.

27 ແຕ່​ຈົ່ງ​ເບິ່ງ, ຜູ້​ຄົນ​ຊຶ່ງ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ລີໄຮ​ໄດ້​ໜີ​ໄປ​ເຂົ້າ​ຄ້າຍ​ຂອງ​ໂມ​ໂຣ​ໄນ, ແລະ ວິງ​ວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ເພິ່ນ; ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ເປັນ​ຝ່າຍ​ຜິດ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຜູ້​ຄົນ​ຂອງ​ໂມ​ຣິ​ອານ​ທັນ, ຊຶ່ງ​ຜູ້​ນຳ​ຊື່​ວ່າ ໂມ​ຣິ​ອານ​ທັນ​ໄດ້​ຍິນ​ວ່າ​ຜູ້​ຄົນ​ຂອງ​ລີໄຮ​ໄດ້​ໜີ​ເຂົ້າ​ໄປ​ຄ້າຍ​ຂອງ​ໂມ​ໂຣ​ໄນ, ພວກ​ເຂົາ​ຈຶ່ງ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ເພາະ​ຢ້ານ​ວ່າ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ຈະ​ມາ​ໂຈມ​ຕີ​ພວກ​ເຂົາ ແລະ ທຳ​ລາຍ​ພວກ​ເຂົາ.

29 ສະນັ້ນ, ໂມ​ຣິ​ອານ​ທັນ​ຈຶ່ງ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຈຳ​ໃສ່​ໃຈ​ວ່າ​ຕ້ອງ​ໜີ​ໄປ​ຫາ​ແຜ່ນ​ດິນ​ທີ່​ຢູ່​ທາງ​ເໜືອ, ຊຶ່ງ​ມັນ​ມີ​ແມ່​ນ້ຳ​ອັນ​ກວ້າງ​ໃຫຍ່​ປົກ​ຄຸມ​ຢູ່, ເພື່ອ​ຈະ​ໄດ້​ເຂົ້າ​ໄປ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຊຶ່ງ​ຢູ່​ທາງ​ເໜືອ​ນັ້ນ.

30 ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ເຮັດ​ໃຫ້​ແຜນ​ການ​ນີ້​ເປັນ​ຜົນ​ສຳ​ເລັດ, (ຊຶ່ງ​ເປັນ​ເຫດ​ໃຫ້​ມີ​ການ​ເສົ້າ​ສະ​ຫລົດ​ໃຈ​ເກີດ​ຂຶ້ນ) ແຕ່​ຈົ່ງ​ເບິ່ງ, ໂມ​ຣິ​ອານ​ທັນ​ໂດຍ​ທີ່​ເປັນ​ຄົນ​ທະ​ເຍີ​ທະ​ຍານ, ສະນັ້ນ​ລາວ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ຂ້າ​ໃຊ້​ຜູ້​ຍິງ​ຄົນ​ໜຶ່ງ​ຂອງ​ລາວ, ແລະ ໄດ້​ທຸບ​ຕີ​ນາງ​ຢ່າງ​ສາ​ຫັດ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນາງ​ໄດ້​ລັກ​ໜີ, ແລະ ຂ້າມ​ໄປ​ຫາ​ຄ້າຍ​ຂອງ​ໂມ​ໂຣ​ໄນ, ແລະ ບອກ​ໃຫ້​ໂມ​ໂຣ​ໄນ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ, ແລະ ເຈດ​ຕະ​ນາ​ຂອງ​ພວກ​ເຂົາ​ວ່າ ພວກ​ເຂົາ​ຈະ​ໜີ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ.

32 ບັດ​ນີ້​ຈົ່ງ​ເບິ່ງ, ຜູ້​ຄົນ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ຫລື ຄວາມ​ຈິງ​ແລ້ວ​ໂມ​ໂຣ​ໄນ​ຢ້ານ​ວ່າ​ຜູ້​ຄົນ​ຈະ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ໂມ​ຣິ​ອານ​ທັນ ແລະ ຈະ​ເຂົ້າ​ໄປ​ຮ່ວມ​ກັບ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ແຫ່ງ​ຕ່າງໆ, ເພາະ​ມັນ​ອາດ​ຈະ​ເປັນ​ພື້ນ​ຖານ​ໃຫ້​ເກີດ​ຜົນ​ຮ້າຍ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ, ດັ່ງ​ນັ້ນ, ຜົນ​ຮ້າຍ​ນັ້ນ​ຈະ​ນຳ​ໄປ​ຫາ​ການ​ລົບ​ລ້າງ ເສ​ລີ​ພາບ​ຂອງ​ພວກ​ເຂົາ.

33 ສະນັ້ນ ໂມ​ໂຣ​ໄນ​ຈຶ່ງ​ໄດ້​ສົ່ງ​ກອງ​ທັບ​ຂອງ​ພວກ​ເຂົາ​ໄປ, ເພື່ອ​ສະ​ກັດ​ຜູ້​ຄົນ​ຂອງ​ໂມ​ຣິ​ອານ​ທັນ​ໃຫ້​ຢຸດ​ການ​ໜີ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ທະ​ຫານ​ບໍ່​ໄດ້​ສະ​ກັດ​ພວກ​ເຂົາ ຈົນ​ວ່າ​ພວກ​ເຂົາ​ມາ​ເຖິງ​ຊາຍ​ແດນ​ຂອງ​ແຜ່ນ​ດິນ ຮ້າງ; ແລະ ບ່ອນ​ນັ້ນ​ພວກ​ທະ​ຫານ​ໄດ້​ສະ​ກັດ​ພວກ​ເຂົາ​ໃກ້​ທາງ​ແຄບ​ບ່ອນ​ໜຶ່ງ ຊຶ່ງ​ຢູ່​ລຽບ​ຝັ່ງ​ທະເລ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ, ແທ້​ຈິງ​ແລ້ວ, ໃກ້​ທະເລ​ທາງ​ຕາ​ເວັນ​ຕົກ ແລະ ທາງ​ຕາ​ເວັນ​ອອກ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທັບ​ທີ່​ໂມ​ໂຣ​ໄນ​ສົ່ງ​ໄປ​ນັ້ນ​ໄດ້​ຖືກ​ນຳ​ພາ​ໂດຍ​ຄົນ​ຜູ້​ໜຶ່ງ​ຊື່​ວ່າ ທີ​ອານ​ຄຳ, ແລະ ໄດ້​ພົບ​ກັບ​ຜູ້​ຄົນ​ຂອງ​ໂມ​ຣິ​ອານ​ທັນ; ແລະ ຜູ້​ຄົນ​ຂອງ​ໂມ​ຣິ​ອານ​ທັນ​ນີ້​ເປັນ​ຄົນ​ດື້​ດ້ານ​ຫລາຍ​ທີ່​ສຸດ, (ໂດຍ​ຖືກ​ຈູງ​ໃຈ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ ແລະ ຄຳ​ຍົກ​ຍ້ອງ​ຂອງ​ລາວ) ຈົນ​ວ່າ​ມີ​ການ​ສູ້​ຮົບ​ເກີດ​ຂຶ້ນ​ລະຫວ່າງ​ຄົນ​ເຫລົ່າ​ນີ້, ຈຶ່ງ​ເປັນ​ເຫດ​ໃຫ້​ທີ​ອານ​ຄຳ​ຂ້າ​ໂມ​ຣິ​ອານ​ທັນ, ແລະ ທີ​ອານ​ຄຳ​ໄດ້​ນຳ​ເອົາ​ພວກ​ເຂົາ​ມາ​ເປັນ​ຊະ​ເລີຍ ແລະ ກັບ​ຄືນ​ໄປ​ຄ້າຍ​ຂອງ​ໂມ​ໂຣ​ໄນ. ແລະ ປີ​ທີ​ຊາວ​ສີ່​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

36 ແລະ ຜູ້​ຄົນ​ຂອງ​ໂມ​ຣິ​ອານ​ທັນ​ໄດ້​ຖືກ​ນຳ​ເອົາ​ກັບ​ຄືນ​ມາ​ດັ່ງ​ນີ້. ແລະ ພວກ​ເຂົາ​ໃຫ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ພວກ​ເຂົາ​ໄວ້ ແລະ ພວກ​ເຂົາ​ຖືກ​ນຳ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ໂມ​ຣິ​ອານ​ທັນ​ຄື​ເກົ່າ, ແລະ ການ​ຮ່ວມ​ກັນ​ລະຫວ່າງ​ພວກ​ເຂົາ​ກັບ​ຜູ້​ຄົນ​ຂອງ​ລີໄຮ​ກໍ​ເກີດ​ຂຶ້ນ; ແລະ ພວກ​ເຂົາ​ກໍ​ຖືກ​ນຳ​ກັບ​ຄືນ​ສູ່​ແຜ່ນ​ດິນ​ຂອງ​ຕົນ​ຄື​ເກົ່າ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ດຽວ​ກັນ​ນີ້​ຜູ້​ຄົນ​ຂອງ​ນີໄຟ​ກໍ​ໄດ້​ມີ​ສັນ​ຕິ​ສຸກ​ກັບ​ຄືນ​ມາ​ຫາ​ຕົນ​ເອງ​ເໝືອນ​ເດີມ, ຄື​ນີໄຟ​ຮາ​ຜູ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຄົນ​ທີ​ສອງ​ໄດ້​ສິ້ນ​ຊີ​ວິດ​ໄປ, ໂດຍ​ໄດ້​ກະ​ທຳ​ໜ້າ​ທີ່​ໃນ​ບັນ​ລັງ​ຕັດ​ສິນ​ດ້ວຍ​ຄວາມ​ຮອບ​ຄອບ​ຢ່າງ​ສົມ​ບູນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

38 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຮັບ​ເອົາ​ບັນ​ທຶກ​ເຫລົ່າ​ນັ້ນ​ຈາກ​ແອວມາ ແລະ ສິ່ງ​ເຫລົ່າ​ນັ້ນ ຊຶ່ງ​ແອວມາ ແລະ ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ​ຖື​ວ່າ​ສັກ​ສິດ​ທີ່​ສຸດ; ສະນັ້ນ ແອວມາ​ຈຶ່ງ​ໄດ້​ມອບ​ມັນ​ໄວ້​ກັບ​ຮີ​ລາ​ມັນ​ລູກ​ຊາຍ​ຂອງ​ເພິ່ນ.

39 ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລູກ​ຊາຍ​ຂອງ​ນີໄຟ​ຮາ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ຮັບ​ໜ້າ​ທີ່​ນັ່ງ​ບັນ​ລັງ​ຕັດ​ສິນ​ແທນ​ພໍ່​ຂອງ​ເພິ່ນ; ແທ້​ຈິງ​ແລ້ວ, ເພິ່ນ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ຜູ້​ປົກ​ຄອງ​ຜູ້​ຄົນ​ດ້ວຍ​ຄຳ​ສາບານ ແລະ ພິ​ທີ​ການ​ອັນ​ສັກ​ສິດ​ທີ່​ຈະ​ຕັດ​ສິນ​ໂດຍ​ຄວາມ​ຊອບ​ທຳ, ແລະ ຈະ​ຮັກ​ສາ​ສັນ​ຕິ​ພາບ ແລະ ອິດສະ​ລະ​ພາບ​ຂອງ​ຜູ້​ຄົນ, ແລະ ຈະ​ໃຫ້​ສິດ​ທິ​ອັນ​ສັກ​ສິດ​ຂອງ​ພວກ​ເຂົາ​ໃນ​ການ​ນະມັດ​ສະການ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ໃນ​ການ​ສະ​ໜັບ​ສະ​ໜູນ ແລະ ດຳ​ລົງ​ຮັກ​ສາ​ອຸ​ດົມ​ການ​ຂອງ​ພຣະ​ເຈົ້າ​ຕະຫລອດ​ວັນ​ເວລາ​ຂອງ​ເພິ່ນ, ແລະ ໃນ​ການ​ນຳ​ຄົນ​ຊົ່ວ​ມາ​ສູ່​ຄວາມ​ຍຸດ​ຕິ​ທຳ​ຕາມ​ການ​ກະ​ທຳ​ຄວາມ​ຜິດ​ຂອງ​ພວກ​ເຂົາ.

40 ບັດ​ນີ້​ຈົ່ງ​ເບິ່ງ, ເພິ່ນ​ມີ​ຊື່​ວ່າ ເພ​ໂຮ​ຣັນ. ແລະ ເພ​ໂຮ​ຣັນ​ກໍ​ໄດ້​ຮັບ​ເອົາ​ຕຳ​ແໜ່ງ​ຈາກ​ບິດາ​ຂອງ​ເພິ່ນ ແລະ ໄດ້​ເລີ່ມ​ການ​ປົກ​ຄອງ​ຂອງ​ເພິ່ນ​ໃນ​ທ້າຍ​ປີ​ທີ​ຊາວ​ສີ່​ເພື່ອ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ.