ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ບົດ​ທີ 53

ຊະ​ເລີຍ​ເສິກ​ຊາວ​ເລ​ມັນ​ຖືກ​ໃຊ້​ໃຫ້​ສ້າງ​ຄ້າຍ​ປ້ອງ​ກັນ​ເມືອງ​ອຸດົມ​ສົມບູນ—ການ​ແຕກ​ແຍກ​ໃນ​ບັນດາ​ຊາວ​ນີ​ໄຟ​ໄດ້​ເຮັດ​ໃຫ້​ຊາວ​ເລ​ມັນ​ໄດ້​ຮັບ​ໄຊຊະນະ—ຮີ​ລາມັນ​ບັງຄັບ​ບັນຊາ​ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ຜູ້​ທີ່ເປັນ​ພວກ​ລູກ​ຊາຍ​ຂອງ​ຜູ້ຄົນ​ຂອງ​ອຳ​ໂມນ. ປະມານ 64–63 ປີ ກ່ອນ ຄ.ສ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ໄດ້​ຈັດ​ຄົນ​ໄວ້​ເພື່ອ​ເຝົ້າຍາມ​ຊະ​ເລີຍ​ເສິກ​ຊາວ​ເລ​ມັນ, ແລະ ໄດ້​ບັງຄັບ​ໃຫ້​ພວກ​ເຂົາ​ອອກ​ໄປ​ຝັງ​ສົບ​ຜູ້​ຄົນ​ຂອງ​ພວກ​ເຂົາ​ຜູ້​ທີ່​ຖືກ​ຂ້າ​ຕາຍ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຝັງ​ສົບ​ຂອງ​ຊາວ​ນີ​ໄຟ​ນຳ​ອີກ; ແລະ ໂມ​ໂຣ​ໄນ​ໄດ້​ຈັດ​ຄົນ​ໄວ້​ເພື່ອ​ເຝົ້າຍາມ​ພວກ​ເຂົາ​ໃນ​ຂະນະ​ທີ່​ພວກ​ເຂົາ​ກຳລັງ​ອອກ​ແຮງ​ງານ​ຢູ່​ນັ້ນ.

 ແລະ ໂມ​ໂຣ​ໄນໄດ້​ໄປ​ຫາ​ເມືອງ​ມິວ​ເລັກ​ກັບ​ລີ​ໄຮ, ແລະ ເຂົ້າ​ຍຶດ​ເອົາ​ເມືອງ​ນີ້ ແລະ ມອບ​ເມືອງ​ໃຫ້​ລີ​ໄຮ​ປົກ​ຄອງ. ບັດ​ນີ້​ຈົ່ງ​ເບິ່ງ, ລີ​ໄຮ​ຜູ້​ນີ້​ຄື​ຜູ້​ທີ່​ສູ້​ຮົບ​ຢູ່​ຮ່ວມ​ກັບ​ໂມ​ໂຣ​ໄນ​ຕະຫລອດ​ມາ​ໃນ​ສະໜາມ​ຮົບ​ທັງ​ໝົດ​ຂອງ​ລາວ; ແລະ ລາວ​ກໍ​ເປັນ​ຄົນ​ເໝືອນ​ດັ່ງ​ໂມ​ໂຣ​ໄນ ແລະ ທັງ​ສອງ​ຄົນ​ນີ້​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ປອດ​ໄພ​ຂອງ​ກັນ​ແລະ​ກັນ; ແທ້​ຈິງ​ແລ້ວ, ຄົນ​ທັງ​ສອງ​ກໍ​ຮັກ​ແພງ​ກັນ​ຫລາຍ, ແລະ ເປັນ​ທີ່​ຮັກ​ຫອມ​ຂອງ​ຜູ້​ຄົນ​ຂອງ​ນີ​ໄຟ​ທັງ​ໝົດ​ນຳ​ອີກ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຊາວ​ເລ​ມັນ​ສຳ​ເລັດ​ການ​ຝັງ​ສົບ​ຄົນ​ຕາຍ​ຂອງ​ພວກ​ເຂົາ ແລະ ຂອງ​ຊາວ​ນີ​ໄຟ​ແລ້ວ, ພວກ​ເຂົາ​ໄດ້​ຖືກ​ສົ່ງ​ໄປ​ຫາ​ແຜ່ນ​ດິນ​ອຸດົມ​ສົມບູນ; ແລະ ທີ​ອານ​ຄຳ, ໂດຍ​ຄຳ​ສັ່ງ​ຂອງ​ໂມ​ໂຣ​ໄນ, ຈຶ່ງ​ໃຫ້​ພວກ​ເຂົາ​ເລີ່ມ​ອອກ​ແຮງ​ງານ​ເຮັດ​ຄັນ​ຄູ​ຮອບ​ແຜ່ນ​ດິນ ຫລື ຮອບ​ເມືອງ​ອຸດົມ​ສົມບູນ.

 ແລະ ລາວ​ໄດ້​ສັ່ງ​ໃຫ້​ພວກ​ເຂົາ​ສ້າງ​ກຳ​ແພງ​ທີ່​ເຮັດ​ດ້ວຍ​ທ່ອນ​ໄມ້​ຂຶ້ນຂ້າງ​ໃນ​ຂອງ​ຄັນ​ຄູ; ແລະ ພວກ​ເຂົາ​ໄດ້​ຂຸດ​ດິນ​ທາ​ໃສ່​ກຳ​ແພງ​ທີ່​ເຮັດ​ດ້ວຍ​ໄມ້​ນັ້ນ; ແລະ ພວກ​ເຂົາ​ໄດ້​ໃຫ້​ຊາວ​ເລ​ມັນ​ອອກ​ແຮງ​ງານ​ໄປ​ແບບ​ນີ້ ຈົນ​ວ່າ​ພວກ​ເຂົາ​ໄດ້​ເຮັດ​ກຳ​ແພງ​ອ້ອມ​ເມືອງ​ອຸດົມ​ສົມບູນໄວ້​ໂດຍ​ຮອບ ແລະ ມັນ​ສູງ​ຂຶ້ນຫລາຍ​ດ້ວຍ​ກຳ​ແພງ​ອັນ​ແຂງ​ແກ່ນ​ທີ່​ເຮັດ​ດ້ວຍ​ໄມ້ທ່ອນ ແລະ ດິນ.

 ແລະ ເມືອງ​ນີ້​ຈຶ່ງ​ກາຍ​ມາ​ເປັນ​ທີ່​ໝັ້ນອັນ​ແຂງ​ແກ່ນ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ເວລາ​ນັ້ນ​ມາ; ແລະ ພວກ​ເຂົາ​ໄດ້​ກັກ​ຂັງ​ພວກ​ຊະ​ເລີຍ​ເສິກ​ຊາວ​ເລ​ມັນໄວ້​ໃນ​ເຂດ​ກຳ​ແພງ​ເມືອງ​ນີ້; ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ໃນ​ເຂດ​ກຳ​ແພງ​ເມືອງ​ຊຶ່ງຊາວ​ນີ​ໄຟ​ໄດ້​ໃຫ້​ຊາວ​ເລ​ມັນ​ສ້າງ​ຂຶ້ນດ້ວຍ​ມື​ຂອງ​ພວກ​ເຂົາ​ເອງ. ບັດ​ນີ້​ໂມ​ໂຣ​ໄນ​ຈຳ​ຕ້ອງ​ໃຫ້​ຊາວ​ເລ​ມັນ​ອອກ​ແຮງງານ, ເພາະວ່າ​ມັນ​ງ່າຍ​ທີ່​ຈະ​ຮັກສາ​ພວກ​ຊະ​ເລີຍ​ເສິກ​ນັ້ນຂະນະ​ທີ່​ພວກ​ເຂົາ​ອອກ​ແຮງ​ງານ; ແລະ ເພິ່ນ​ໃຫ້​ກຳລັງ​ທັບ​ທັງ​ໝົດ​ຂອງ​ເພິ່ນ​ຕຽມ​ພ້ອມ​ຢູ່​ເມື່ອ​ເຖິງ​ເວລາ​ທີ່​ເພິ່ນ​ຈະ​ເຂົ້າ​ໄປ​ໂຈມ​ຕີ​ຊາວ​ເລ​ມັນ.

 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ເອົາ​ຊະນະ​ກອງ​ທັບ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ກອງ​ໜຶ່ງ​ຂອງ​ຊາວ​ເລ​ມັນ, ແລະ ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ມິວ​ເລັກ ຊຶ່ງ​ເປັນ​ທີ່​ໝັ້ນ​ອັນ​ແຂງ​ແກ່ນ​ທີ່​ສຸດ​ບ່ອນ​ໜຶ່ງ​ຂອງ​ຊາວ​ເລ​ມັນ​ໃນ​ແຜ່ນ​ດິນ​ນີ​ໄຟ; ແລະ ເພິ່ນ​ໄດ້​ສ້າງ​ຄຸກ​ຂຶ້ນ​ສຳລັບ​ເປັນ​ບ່ອນ​ກັກ​ຂັງ​ຊະ​ເລີຍ​ເສິກ​ຂອງ​ເພິ່ນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເພິ່ນ​ບໍ່​ພະຍາຍາມ​ທີ່​ຈະ​ສູ້ຮົບ​ກັບ​ຊາວ​ເລ​ມັນ​ອີກ​ຕໍ່​ໄປ​ໃນ​ປີນັ້ນ, ແຕ່​ເພິ່ນ​ໃຫ້​ທະຫານ​ຂອງ​ເພິ່ນ​ຕຽມ​ພ້ອມ​ທີ່​ຈະ​ເຮັດ​ເສິກ, ແທ້​ຈິງ​ແລ້ວ, ແລະ ໄດ້​ໃຫ້​ສ້າງ​ບ່ອນ​ປ້ອງ​ກັນ​ເພື່ອ​ຕ້ານທານ​ກັບ​ຊາວ​ເລ​ມັນ, ແທ້​ຈິງ​ແລ້ວ, ແລະ ກໍ​ໄດ້​ໃຫ້​ພວກ​ຜູ້​ຊາຍ​ຊ່ອຍ​ເຫລືອ​ພວກ​ແມ່ຍິງ​ຂອງ​ພວກ​ເຂົາ ແລະ ເດັກນ້ອຍ​ຂອງ​ພວກ​ເຂົາ​ໃຫ້​ພົ້ນຈາກ​ຄວາມ​ອຶດ​ຢາກ ແລະ ຄວາມທຸກ​ທໍລະມານ, ແລະ ໃຫ້​ຜູ້ຄົນ​ຈັດ​ຫາ​ອາຫານ​ໃຫ້​ແກ່​ກອງທັບ​ຂອງ​ຊາວ​ນີ​ໄຟ​ນຳ​ອີກ.

 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໃນ​ຂະນະ​ທີ່​ໂມ​ໂຣ​ໄນ​ບໍ່​ໄດ້​ຢູ່​ນຳ​ພວກ​ເຂົາ​ນັ້ນ, ມັນ​ໄດ້​ມີ​ການ​ສວມ​ຮູ້ຮ່ວມ​ຄິດ​ກັນ​ຂຶ້ນ​ໃນ​ບັນດາ​ຊາວ​ນີ​ໄຟ ຊຶ່ງພາ​ໃຫ້​ເກີດ​ການ​ແຕກ​ແຍກ​ກັນ​ຂຶ້ນ, ດັ່ງນັ້ນ ກອງທັບ​ຂອງ​ຊາວ​ເລ​ມັນ​ຈຶ່ງ​ໄດ້​ປຽບ​ຊາວ​ນີ​ໄຟ​ຂຶ້ນມາ, ແທ້​ຈິງ​ແລ້ວ, ເຖິງ​ຂະໜາດ​ທີ່​ພວ​ກ​ເຂົາ​ໄດ້​ເຂົ້າຄອບ​ຄອງ​ຫົວ​ເມືອງ​ຕ່າງໆ​ທີ່ຢູ່​ໃນ​ແຜ່ນດິນ​ທາງ​ໃຕ້ໃກ້​ທະ​ເລ​ທາງຕາ​ເວັນ​ຕົກ.

 ແລະ ນີ້​ກໍ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ໃນ​ບັນດາ​ພວກ​ເຂົາ​ເອງ, ແທ້​ຈິງ​ແລ້ວ, ຍ້ອນ​ວ່າ​ມັນ​ໄດ້​ມີ​ການ​ແຕກ​ແຍກ ແລະ ມີ​ການ​ສວມ​ຮູ້​ຮ່ວມ​ຄິດ​ກັນ​ໃນ​ບັນດາ​ພວກ​ເຂົາ​ເອງ ພວກ​ເຂົາ​ຈຶ່ງ​ຕົກ​ຢູ່​ໃນ​ສະພາບ​ທີ່​ເປັນ​ອັນຕະລາຍ​ທີ່​ສຸດ.

 10 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າພະ​ເຈົ້າມີ​ບາງ​ຢ່າງ​ທີ່​ຈະ​ເວົ້າກ່ຽວ​ກັບ​ຜູ້ຄົນ​ຂອງ​ອຳ​ໂມນ, ຊຶ່ງ​ແຕ່​ກ່ອນ​ຜູ້​ຄົນ​ເຫລົ່າ​ນີ້​ເຄີຍ​ເປັນ​ຊາວ​ເລ​ມັນ; ແຕ່​ໂດຍ​ອຳ​ໂມນ ແລະ ພີ່​ນ້ອງ​ຂອງ​ເພິ່ນ, ຫລື ຈະ​ເວົ້າວ່າ​ໂດຍ​ອຳນາດ ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ພວກ​ເຂົາ​ຈຶ່ງປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເຂົາ​ຖືກ​ນຳພາ​ລົງ​ມາ​ຫາ​ແຜ່ນດິນ​ເຊ​ລາ​ເຮັມລາ ແລະ ໄດ້​ຮັບ​ການ​ຄຸ້ມ​ຄອງ​ຈາກ​ຊາວ​ນີ​ໄຟ​ນັບ​ແຕ່​ເວລາ​ນັ້ນ​ມາ.

 11 ແລະ ເປັນ​ຍ້ອນ​ຄຳ​ສາບານ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ໄດ້​ເວັ້ນຈາກ​ການ​ຈັບ​ອາວຸດ​ທີ່​ຈະ​ຕໍ່ສູ້​ກັບ​ພີ່ນ້ອງ​ຂອງ​ຕົນ; ເພາະ​ພວກ​ເຂົາເຮັດ​ຄຳ​ສາບານ​ໄວ້​ວ່າ​ຈະ​ບໍ່​ຂ້າ​ຟັນ​ອີກ​ເລີຍ; ແລະ ເພາະ​ຕາມ​ຄຳ​ສາບານ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ຍອມ​ຕາຍ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ຍອມ​ຕົວ​ໃຫ້​ຕົກ​ຢູ່​ໃນມື​ຂອງ​ພີ່ນ້ອງ​ຂອງ​ພວກ​ເຂົາ​ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ຄວາມ​ສົງສານ ແລະ ຄວາມ​ຮັກ​ອັນ​ລົ້ນ​ເຫລືອ​ຊຶ່ງ​ອຳ​ໂມນ ແລະ ພີ່ນ້ອງ​ຂອງ​ເພິ່ນ​ມີ​ເພື່ອ​ພວກ​ເຂົາ.

 12 ແລະ ເພາະ​ເປັນ​ດ້ວຍ​ເຫດ​ນີ້ ພວກ​ເຂົາ​ຈຶ່ງ​ຖືກ​ເອົາ​ລົງ​ມາ​ຫາ​ແຜ່ນດິນ​ເຊ​ລາ​ເຮັມລາ; ແລະ ພວກ​ເຂົາ​ຈຶ່ງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຈາກ​ຊາວ​ນີ​ໄຟ​ຕັ້ງ​ແຕ່​ນັ້ນ​ມາ.

 13 ແຕ່​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ພວກ​ເຂົາ​ເຫັນ​ອັນຕະລາຍ, ແລະ ຄວາມທຸກ​ທໍລະມານ ແລະ ຄວາມ​ທຸກ​ຍາກ​ລຳບາກຕ່າງໆ​ນາໆຊຶ່ງຊາວ​ນີ​ໄຟ​ຕ້ອງ​ຮັບ​ແທນ​ຕົນ ພວກ​ເຂົາ​ກໍ​ເກີດ​ມີ​ຄວາມ​ເມດ​ຕາ​ສົງສານ​ຂຶ້ນມາ ແລະ ປາ​ຖະ​ໜາ​ທີ່​ຈະ​ຈັບ​ອາວຸດ​ເພື່ອ​ປ້ອງ​ກັນ​ປະ​ເທດ​ຊາດ​ຂອງ​ຕົນ.

 14 ແຕ່​ຈົ່ງ​ເບິ່ງ, ເວລາ​ພວກ​ເຂົາ​ກຳລັງ​ຈະ​ຈັບ​ອາວຸດ​ແຫ່ງ​ສົງຄາມ​ຂອງ​ພວກ​ເຂົາ​ຂຶ້ນ, ພວກ​ເຂົາ​ກໍ​ຖືກ​ຮີ​ລາມັນ ແລະ ພີ່ນ້ອງ​ຂອງ​ເພິ່ນຊັກ​ຊວນ​ບໍ່​ໃຫ້​ເຮັດ​ເຊັ່ນນັ້ນ, ເພາະວ່າ​ພວກ​ເຂົາ​ກຳລັງ​ຈະ​ເຮັດ​ຜິດ​ຄຳ​ສາບານ​ຂອງ​ພວກ​ເຂົາທີ່​ໄດ້​ເຮັດ​ໄວ້.

 15 ແລະ ຮີ​ລາມັນ​ຢ້ານ​ວ່າ ຖ້າ​ຂືນເຮັດ, ພວກ​ເຂົາ​ຈະ​ສູນ​ເສຍ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ໄປ; ດັ່ງນັ້ນ ທຸກ​ຄົນ​ທີ່​ໄດ້​ເຂົ້າຢູ່ໃນ​ພັນ​ທະ​ສັນຍາ​ນີ້​ຈຶ່ງ​ຕ້ອງ​ທົນ​ເບິ່ງ​ພີ່ນ້ອງ​ຂອງ​ຕົນ​ລຸຍໄປ​ກັບ​ຄວາມ​ທຸກ​ທໍລະ​ມານ​ຂອງ​ພວກ​ເຂົາ, ໃນ​ສະພາບ​ທີ່​ເປັນ​ອັນຕະ​ລາຍ​ຢູ່​ໃນ​ຂະນະ​ນີ້.

 16 ແຕ່​ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນ ພວກ​ເຂົາ​ມີ​ລູກ​ຊາຍ​ຫລາຍ​ຄົນ, ຜູ້​ຊຶ່ງບໍ່​ໄດ້​ເຂົ້າຢູ່​ໃນ​ພັນທະ​ສັນຍາ​ວ່າ​ຈະ​ບໍ່ຍອມ​ຈັບ​ອາວຸດ​ແຫ່ງ​ສົງຄາມ​ເພື່ອ​ປ້ອງ​ກັນ​ຕົນ​ໃຫ້​ພົ້ນຈາກ​ສັດຕູ; ດັ່ງນັ້ນ ພວກ​ເຂົາຈຶ່ງ​ໄດ້​ຈັບ​ອາວຸດ, ແລະ ມາ​ເຕົ້າ​ໂຮມ​ກັນ​ໃນ​ຕອນ​ນີ້, ແລະ ພວກ​ເຂົາ​ເອີ້ນ​ຕົວ​ເອງ​ວ່າ ຊາວ​ນີ​ໄຟ.

 17 ແລະ ພວກ​ເຂົາ​ໄດ້​ໃຫ້​ພັນທະ​ສັນຍາ​ວ່າ ພວກ​ເຂົາ​ຈະ​ຕໍ່ສູ້​ເພື່ອ​ເສລີພາບ​ຂອງ​ຊາວ​ນີ​ໄຟ, ແທ້​ຈິງ​ແລ້ວ, ເພື່ອ​ປ້ອງ​ກັນ​ແຜ່ນດິນ​ເຖິງ​ແມ່ນ​ວ່າ​ພວກ​ເຂົາຈະ​ຕາຍ​ກໍ​ຕາມ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ໃຫ້​ພັນທະ​ສັນຍາ​ວ່າ ພວກ​ເຂົາ​ຈະ​ບໍ່​ຍອມ​ເສຍ​ເສລີພາບ​ຂອງ​ພວກ​ເຂົາ​ໄປ, ແຕ່​ວ່າ​ຈະ​ຕໍ່ສູ້​ທຸກ​ວິທີ​ທາງ​ເພື່ອ​ຈະ​ໄດ້​ປ້ອງ​ກັນຊາວ​ນີ​ໄຟ ແລະ ປ້ອງ​ກັນ​ຕົວ​ເອງ​ໃຫ້​ພົ້ນຈາກ​ຄວາມ​ເປັນ​ຂ້າ​ທາດ.

 18 ບັດ​ນີ້​ຈົ່ງ​ເບິ່ງ, ມີ​ຊາຍ​ໜຸ່ມ​ທັງ​ໝົດ​ນຳ​ກັນ​ສອງ​ພັນ​ຄົນ, ຊຶ່ງ​ໄດ້​ເຂົ້າຢູ່​ໃນ​ພັນທະ​ສັນຍາ​ນີ້ ແລະ ຈັບ​ອາວຸດ​ແຫ່ງ​ສົງຄາມ​ຂຶ້ນ​ເພື່ອ​ປ້ອງ​ກັນ​ປະ​ເທດ​ຊາດ​ຂອງ​ຕົນ.

 19 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຂົາ​ບໍ່​ເຄີຍ​ເຮັດ​ໃຫ້​ຊາວ​ນີ​ໄຟ​ເສຍ​ຫາຍ​ມາ​ກ່ອນ​ເລີຍ, ແລະ ໃນ​ເວລາ​ນີ້ ພວກ​ເຂົາ​ກໍ​ມາ​ເປັນ​ຝ່າຍ​ສະໜັບສະໜູນ​ອັນ​ກວ້າງຂວາງ​ອີກ. ເພາະ​ພວກ​ເຂົາ​ໄດ້​ຈັບ​ອາວຸດ​ແຫ່ງ​ສົງຄາມ ແລະ ພວກ​ເຂົາ​ຢາກ​ໃຫ້​ຮີ​ລາມັນ​ເປັນ​ຜູ້ນຳ​ຂອງ​ພວກ​ເຂົາ.

 20 ແລະ ພວກ​ເຂົາ​ເປັນ​ຊາຍ​ໜຸ່ມ​ທຸກ​ຄົນ, ແລະ ພວກ​ເຂົາ​ເປັນ​ຄົນ​ກ້າຫານ​ທີ່​ສຸດ, ທັງ​ດ້ານ​ກຳລັງ ແລະ ຄວາມ​ວ່ອງ​ໄວ; ແຕ່​ຈົ່ງ​ເບິ່ງ, ນີ້​ຍັງ​ບໍ່​ໝົດ—ພວກ​ເຂົາ​ເປັນ​ຄົນ​ທີ່​ເອົາ​ການ​ເອົາ​ງານ​ຢູ່​ຕະຫລອດ​ວັນ​ເວລາ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ໄດ້​ຮັບ​ມອບ​ໝາຍ.

 21 ແທ້​ຈິງ​ແລ້ວ, ພວກ​ເຂົາ​ເປັນ​ຄົນ​ຊື່ສັດ ແລະ ມີ​ສະຕິ​ປັນຍາ​ຫລາຍ, ເພາະວ່າ​ພວກ​ເຂົາ​ໄດ້​ຮັບ​ການ​ສິດສອນ​ໃຫ້​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ແລະ ໃຫ້​ເດີນ​ໄປ​ຢ່າງ​ພາກພູມ​ຕໍ່​ພຣະ​ພັກຂອງ​ພຣະ​ອົງ.

 22 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຮີ​ລາມັນ​ໄດ້​ເດີນ​ທັບ​ເປັນ​ຜູ້ນຳ​ກອງ​ທະຫານ​ໜຸ່ມ​ສອງ​ພັນ​ຄົນ​ຂອງ​ເພິ່ນໄປ​ຊ່ອຍ​ຜູ້ຄົນ​ທີ່​ຊາຍ​ແດນ​ຂອງ​ແຜ່ນດິນ​ທາງ​ໃຕ້​ໃກ້​ທະ​ເລ​ທາງຕາ​ເວັນຕົກ.

 23 ແລະ ປີ​ທີ​ຊາວ​ແປ​ດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດສິນ​ດູ​ແລ​ຜູ້ຄົນ​ຂອງ​ນີ​ໄຟ​ໄດ້ສິ້ນ​ສຸດ​ລົງ​ດັ່ງ​ນີ້.