ພຣະ​ຄຳ​ພີ
ແອວມາ 53


ບົດ​ທີ 53

ຊະ​ເລີຍ​ເສິກ​ຊາວ​ເລມັນ​ຖືກ​ໃຊ້​ໃຫ້​ສ້າງ​ຄ້າຍ​ປ້ອງ​ກັນ​ເມືອງ​ອຸ​ດົມ​ສົມ​ບູນ—ການ​ແຕກ​ແຍກ​ໃນ​ບັນ​ດາ​ຊາວ​ນີໄຟ​ໄດ້​ເຮັດ​ໃຫ້​ຊາວ​ເລມັນ​ໄດ້​ຮັບ​ໄຊ​ຊະນະ—ຮີ​ລາ​ມັນ​ບັງ​ຄັບ​ບັນ​ຊາ​ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ຜູ້​ທີ່​ເປັນ​ພວກ​ລູກ​ຊາຍ​ຂອງ​ຜູ້​ຄົນ​ຂອງ​ອຳໂມນ. ປະ​ມານ 64–63 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຈັດ​ຄົນ​ໄວ້​ເພື່ອ​ເຝົ້າ​ຍາມ​ຊະ​ເລີຍ​ເສິກ​ຊາວ​ເລມັນ, ແລະ ໄດ້​ບັງ​ຄັບ​ໃຫ້​ພວກ​ເຂົາ​ອອກ​ໄປ​ຝັງ​ສົບ​ຜູ້​ຄົນ​ຂອງ​ພວກ​ເຂົາ​ຜູ້​ທີ່​ຖືກ​ຂ້າ​ຕາຍ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຝັງ​ສົບ​ຂອງ​ຊາວ​ນີໄຟ​ນຳ​ອີກ; ແລະ ໂມ​ໂຣ​ໄນ​ໄດ້​ຈັດ​ຄົນ​ໄວ້​ເພື່ອ​ເຝົ້າ​ຍາມ​ພວກ​ເຂົາ​ໃນ​ຂະນະ​ທີ່​ພວກ​ເຂົາ​ກຳ​ລັງ​ອອກ​ແຮງ​ງານ​ຢູ່​ນັ້ນ.

2 ແລະ ໂມ​ໂຣ​ໄນ​ໄດ້​ໄປ​ຫາ​ເມືອງ​ມິວ​ເລັກ​ກັບ​ລີໄຮ, ແລະ ເຂົ້າ​ຍຶດ​ເອົາ​ເມືອງ​ນີ້ ແລະ ມອບ​ເມືອງ​ໃຫ້​ລີໄຮ​ປົກ​ຄອງ. ບັດ​ນີ້​ຈົ່ງ​ເບິ່ງ, ລີໄຮ​ຜູ້​ນີ້​ຄື​ຜູ້​ທີ່​ສູ້​ຮົບ​ຢູ່​ຮ່ວມ​ກັບ​ໂມ​ໂຣ​ໄນ​ຕະຫລອດ​ມາ​ໃນ​ສະ​ໜາມ​ຮົບ​ທັງ​ໝົດ​ຂອງ​ລາວ; ແລະ ລາວ​ກໍ​ເປັນ​ຄົນ ເໝືອນ​ດັ່ງ​ໂມ​ໂຣ​ໄນ ແລະ ທັງ​ສອງ​ຄົນ​ນີ້​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ປອດ​ໄພ​ຂອງ​ກັນ​ແລະ​ກັນ; ແທ້​ຈິງ​ແລ້ວ, ຄົນ​ທັງ​ສອງ​ກໍ​ຮັກ​ແພງ​ກັນ​ຫລາຍ, ແລະ ເປັນ​ທີ່​ຮັກ​ຫອມ​ຂອງ​ຜູ້​ຄົນ​ຂອງ​ນີໄຟ​ທັງ​ໝົດ​ນຳ​ອີກ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຊາວ​ເລມັນ​ສຳ​ເລັດ​ການ​ຝັງ​ສົບ​ຄົນ​ຕາຍ​ຂອງ​ພວກ​ເຂົາ ແລະ ຂອງ​ຊາວ​ນີໄຟ​ແລ້ວ, ພວກ​ເຂົາ​ໄດ້​ຖືກ​ສົ່ງ​ໄປ​ຫາ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ; ແລະ ທີ​ອານ​ຄຳ, ໂດຍ​ຄຳ​ສັ່ງ​ຂອງ​ໂມ​ໂຣ​ໄນ, ຈຶ່ງ​ໃຫ້​ພວກ​ເຂົາ​ເລີ່ມ​ອອກ​ແຮງ​ງານ​ເຮັດ​ຄັນ​ຄູ​ຮອບ​ແຜ່ນ​ດິນ ຫລື ຮອບ​ເມືອງ​ອຸ​ດົມ​ສົມ​ບູນ.

4 ແລະ ລາວ​ໄດ້​ສັ່ງ​ໃຫ້​ພວກ​ເຂົາ​ສ້າງ ກຳ​ແພງ​ທີ່​ເຮັດ​ດ້ວຍ​ທ່ອນ​ໄມ້​ຂຶ້ນ​ຂ້າງ​ໃນ​ຂອງ​ຄັນ​ຄູ; ແລະ ພວກ​ເຂົາ​ໄດ້​ຂຸດ​ດິນ​ຄູນ​ໃສ່​ກຳ​ແພງ​ທີ່​ເຮັດ​ດ້ວຍ​ໄມ້​ນັ້ນ; ແລະ ພວກ​ເຂົາ​ໄດ້​ໃຫ້​ຊາວ​ເລມັນ​ອອກ​ແຮງ​ງານ​ໄປ​ແບບ​ນີ້ ຈົນ​ວ່າ​ພວກ​ເຂົາ​ໄດ້​ເຮັດ​ກຳ​ແພງ​ອ້ອມ​ເມືອງ​ອຸ​ດົມ​ສົມ​ບູນ​ໄວ້​ໂດຍ​ຮອບ ແລະ ມັນ​ສູງ​ຂຶ້ນ​ຫລາຍ​ດ້ວຍ​ກຳ​ແພງ​ອັນ​ແຂງ​ແກ່ນ​ທີ່​ເຮັດ​ດ້ວຍ​ໄມ້​ທ່ອນ ແລະ ດິນ.

5 ແລະ ເມືອງ​ນີ້​ຈຶ່ງ​ກາຍ​ມາ​ເປັນ​ທີ່​ໝັ້ນ​ອັນ​ແຂງ​ແກ່ນ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ເວລາ​ນັ້ນ​ມາ; ແລະ ພວກ​ເຂົາ​ໄດ້​ກັກ​ຂັງ​ພວກ​ຊະ​ເລີຍ​ເສິກ​ຊາວ​ເລມັນ​ໄວ້​ໃນ​ເຂດ​ກຳ​ແພງ​ເມືອງ​ນີ້; ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ໃນ​ເຂດ​ກຳ​ແພງ​ເມືອງ​ຊຶ່ງ​ຊາວ​ນີໄຟ​ໄດ້​ໃຫ້​ຊາວ​ເລມັນ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ພວກ​ເຂົາ​ເອງ. ບັດ​ນີ້​ໂມ​ໂຣ​ໄນ​ຈຳ​ຕ້ອງ​ໃຫ້​ຊາວ​ເລມັນ​ອອກ​ແຮງ​ງານ, ເພາະ​ວ່າ​ມັນ​ງ່າຍ​ທີ່​ຈະ​ຮັກ​ສາ​ພວກ​ຊະ​ເລີຍ​ເສິກ​ນັ້ນ​ຂະນະ​ທີ່​ພວກ​ເຂົາ​ອອກ​ແຮງ​ງານ; ແລະ ເພິ່ນ​ໃຫ້​ກຳ​ລັງ​ທັບ​ທັງ​ໝົດ​ຂອງ​ເພິ່ນ​ຕຽມ​ພ້ອມ​ຢູ່​ເມື່ອ​ເຖິງ​ເວລາ​ທີ່​ເພິ່ນ​ຈະ​ເຂົ້າ​ໄປ​ໂຈມ​ຕີ​ຊາວ​ເລມັນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ເອົາ​ຊະນະ​ກອງ​ທັບ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ກອງ​ໜຶ່ງ​ຂອງ​ຊາວ​ເລມັນ, ແລະ ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ມິວ​ເລັກ ຊຶ່ງ​ເປັນ​ທີ່​ໝັ້ນ​ອັນ​ແຂງ​ແກ່ນ​ທີ່​ສຸດ​ບ່ອນ​ໜຶ່ງ​ຂອງ​ຊາວ​ເລມັນ​ໃນ​ແຜ່ນ​ດິນ​ນີໄຟ; ແລະ ເພິ່ນ​ໄດ້​ສ້າງ​ຄຸກ​ຂຶ້ນ​ສຳ​ລັບ​ເປັນ​ບ່ອນ​ກັກ​ຂັງ​ຊະ​ເລີຍ​ເສິກ​ຂອງ​ເພິ່ນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ບໍ່​ພະ​ຍາ​ຍາມ​ທີ່​ຈະ​ສູ້​ຮົບ​ກັບ​ຊາວ​ເລມັນ​ອີກ​ຕໍ່​ໄປ​ໃນ​ປີ​ນັ້ນ, ແຕ່​ເພິ່ນ​ໃຫ້​ທະ​ຫານ​ຂອງ​ເພິ່ນ​ຕຽມ​ພ້ອມ​ທີ່​ຈະ​ເຮັດ​ເສິກ, ແທ້​ຈິງ​ແລ້ວ, ແລະ ໄດ້​ໃຫ້​ສ້າງ​ບ່ອນ​ປ້ອງ​ກັນ​ເພື່ອ​ຕ້ານ​ທານ​ກັບ​ຊາວ​ເລມັນ, ແທ້​ຈິງ​ແລ້ວ, ແລະ ກໍ​ໄດ້​ໃຫ້​ພວກ​ຜູ້​ຊາຍ​ຊ່ວຍ​ເຫລືອ​ພວກ​ແມ່​ຍິງ​ຂອງ​ພວກ​ເຂົາ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ອຶດ​ຢາກ ແລະ ຄວາມ​ທຸກ, ແລະ ໃຫ້​ຜູ້​ຄົນ​ຈັດ​ຫາ​ອາຫານ​ໃຫ້​ແກ່​ກອງ​ທັບ​ຂອງ​ຊາວ​ນີໄຟ​ນຳ​ອີກ.

8 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະນະ​ທີ່​ໂມ​ໂຣ​ໄນ​ບໍ່​ໄດ້​ຢູ່​ນຳ​ພວກ​ເຂົາ​ນັ້ນ, ມັນ​ໄດ້​ມີ​ການ​ສວມ​ຮູ້​ຮ່ວມ​ຄິດ​ກັນ​ຂຶ້ນ​ໃນ​ບັນ​ດາ​ຊາວ​ນີໄຟ ຊຶ່ງ​ພາ​ໃຫ້​ເກີດ​ການ​ແຕກ​ແຍກ​ກັນ​ຂຶ້ນ, ດັ່ງ​ນັ້ນ ກອງ​ທັບ​ຂອງ​ຊາວ​ເລມັນ​ຈຶ່ງ​ໄດ້​ປຽບ​ຊາວ​ນີໄຟ​ຂຶ້ນ​ມາ, ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ເຂົ້າ​ຄອບ​ຄອງ​ຫົວ​ເມືອງ​ຕ່າງໆ​ທີ່​ຢູ່​ໃນ​ແຜ່ນ​ດິນ​ທາງ​ໃຕ້​ໃກ້​ທະເລ​ທາງ​ຕາ​ເວັນ​ຕົກ.

9 ແລະ ນີ້​ກໍ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ໃນ​ບັນ​ດາ​ພວກ​ເຂົາ​ເອງ, ແທ້​ຈິງ​ແລ້ວ, ຍ້ອນ​ວ່າ​ມັນ​ໄດ້​ມີ​ການ​ແຕກ​ແຍກ ແລະ ມີ​ການ​ສວມ​ຮູ້​ຮ່ວມ​ຄິດ​ກັນ​ໃນ​ບັນ​ດາ​ພວກ​ເຂົາ​ເອງ ພວກ​ເຂົາ​ຈຶ່ງ​ຕົກ​ຢູ່​ໃນ​ສະພາບ​ທີ່​ເປັນ​ອັນ​ຕະ​ລາຍ​ທີ່​ສຸດ.

10 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມີ​ບາງ​ຢ່າງ​ທີ່​ຈະ​ເວົ້າ​ກ່ຽວ​ກັບ ຜູ້​ຄົນ​ຂອງ​ອຳໂມນ, ຊຶ່ງ​ແຕ່​ກ່ອນ​ຜູ້​ຄົນ​ເຫລົ່າ​ນີ້​ເຄີຍ​ເປັນ​ຊາວ​ເລມັນ; ແຕ່​ໂດຍ​ອຳໂມນ ແລະ ພີ່​ນ້ອງ​ຂອງ​ເພິ່ນ, ຫລື ຈະ​ເວົ້າ​ວ່າ​ໂດຍ​ອຳນາດ ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ພວກ​ເຂົາ​ຈຶ່ງ ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເຂົາ​ຖືກ​ນຳພາ​ລົງ​ມາ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ ແລະ ໄດ້​ຮັບ​ການ​ຄຸ້ມ​ຄອງ​ຈາກ​ຊາວ​ນີໄຟ​ນັບ​ແຕ່​ເວລາ​ນັ້ນ​ມາ.

11 ແລະ ເປັນ​ຍ້ອນ​ຄຳ​ສາບານ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ໄດ້​ເວັ້ນ​ຈາກ​ການ​ຈັບ​ອາ​ວຸດ​ທີ່​ຈະ​ຕໍ່​ສູ້​ກັບ​ພີ່​ນ້ອງ​ຂອງ​ຕົນ; ເພາະ​ພວກ​ເຂົາ​ເຮັດ​ຄຳ​ສາບານ​ໄວ້​ວ່າ​ຈະ​ບໍ່​ຂ້າ​ຟັນ ອີກ​ເລີຍ; ແລະ ເພາະ​ຕາມ​ຄຳ​ສາບານ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ຍອມ​ຕາຍ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ຍອມ​ຕົວ​ໃຫ້​ຕົກ​ຢູ່​ໃນ​ມື​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ຄວາມ​ສົງ​ສານ ແລະ ຄວາມ​ຮັກ​ອັນ​ລົ້ນ​ເຫລືອ​ຊຶ່ງ​ອຳໂມນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ມີ​ເພື່ອ​ພວກ​ເຂົາ.

12 ແລະ ເພາະ​ເປັນ​ດ້ວຍ​ເຫດ​ນີ້ ພວກ​ເຂົາ​ຈຶ່ງ​ຖືກ​ເອົາ​ລົງ​ມາ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ; ແລະ ພວກ​ເຂົາ​ຈຶ່ງ​ໄດ້​ຮັບ ການ​ຄຸ້ມ​ຄອງ​ຈາກ​ຊາວ​ນີໄຟ​ຕັ້ງ​ແຕ່​ນັ້ນ​ມາ.

13 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ເຫັນ​ອັນ​ຕະ​ລາຍ, ແລະ ຄວາມ​ທຸກ ແລະ ຄວາມ​ຍາກ​ລຳ​ບາກ​ຕ່າງໆ​ນາໆ​ຊຶ່ງ​ຊາວ​ນີໄຟ​ຕ້ອງ​ຮັບ​ແທນ​ຕົນ ພວກ​ເຂົາ​ກໍ​ເກີດ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ຂຶ້ນ​ມາ ແລະ ປາດ​ຖະ​ໜາ​ທີ່​ຈະ​ຈັບ​ອາ​ວຸດ​ເພື່ອ​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ຕົນ.

14 ແຕ່​ຈົ່ງ​ເບິ່ງ, ເວລາ​ພວກ​ເຂົາ​ກຳ​ລັງ​ຈະ​ຈັບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ​ຂຶ້ນ, ພວກ​ເຂົາ​ກໍ​ຖືກ​ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ຊັກ​ຊວນ​ບໍ່​ໃຫ້​ເຮັດ​ເຊັ່ນ​ນັ້ນ, ເພາະ​ວ່າ​ພວກ​ເຂົາ​ກຳ​ລັງ​ຈະ ເຮັດ​ຜິດ ຄຳ​ສາບານ​ຂອງ​ພວກ​ເຂົາ​ທີ່​ໄດ້​ເຮັດ​ໄວ້.

15 ແລະ ຮີ​ລາ​ມັນ​ຢ້ານ​ວ່າ ຖ້າ​ຂືນ​ເຮັດ, ພວກ​ເຂົາ​ຈະ​ສູນ​ເສຍ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ໄປ; ສະນັ້ນ ທຸກ​ຄົນ​ທີ່​ໄດ້​ເຂົ້າ​ຢູ່​ໃນ​ພັນທະ​ສັນ​ຍາ​ນີ້​ຈຶ່ງ​ຕ້ອງ​ທົນ​ເບິ່ງ​ພີ່​ນ້ອງ​ຂອງ​ຕົນ​ລຸຍ​ໄປ​ກັບ​ຄວາມ​ທຸກ​ຂອງ​ພວກ​ເຂົາ, ໃນ​ສະພາບ​ທີ່​ເປັນ​ອັນ​ຕະ​ລາຍ​ຢູ່​ໃນ​ຂະນະ​ນີ້.

16 ແຕ່​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ພວກ​ເຂົາ​ມີ​ລູກ​ຊາຍ​ຫລາຍ​ຄົນ, ຜູ້​ຊຶ່ງ​ບໍ່​ໄດ້​ເຂົ້າ​ຢູ່​ໃນ​ພັນທະ​ສັນ​ຍາ​ວ່າ​ຈະ​ບໍ່​ຍອມ​ຈັບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ເພື່ອ​ປ້ອງ​ກັນ​ຕົນ​ໃຫ້​ພົ້ນ​ຈາກ​ສັດ​ຕູ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຈັບ​ອາ​ວຸດ, ແລະ ມາ​ເຕົ້າ​ໂຮມ​ກັນ​ໃນ​ຕອນ​ນີ້, ແລະ ພວກ​ເຂົາ​ເອີ້ນ​ຕົວ​ເອງ​ວ່າ ຊາວ​ນີໄຟ.

17 ແລະ ພວກ​ເຂົາ​ໄດ້​ໃຫ້​ພັນທະ​ສັນ​ຍາ​ວ່າ ພວກ​ເຂົາ​ຈະ​ຕໍ່​ສູ້​ເພື່ອ​ເສ​ລີ​ພາບ​ຂອງ​ຊາວ​ນີໄຟ, ແທ້​ຈິງ​ແລ້ວ, ເພື່ອ​ປ້ອງ​ກັນ​ແຜ່ນ​ດິນ​ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ຕາຍ​ກໍ​ຕາມ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ໃຫ້​ພັນທະ​ສັນ​ຍາ​ວ່າ ພວກ​ເຂົາ​ຈະ​ບໍ່​ຍອມ​ເສຍ ເສ​ລີ​ພາບ​ຂອງ​ພວກ​ເຂົາ​ໄປ, ແຕ່​ວ່າ​ຈະ​ຕໍ່​ສູ້​ທຸກ​ວິ​ທີ​ທາງ​ເພື່ອ​ຈະ​ໄດ້​ປ້ອງ​ກັນ​ຊາວ​ນີໄຟ ແລະ ປ້ອງ​ກັນ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ.

18 ບັດ​ນີ້​ຈົ່ງ​ເບິ່ງ, ມີ​ຊາຍ​ໜຸ່ມ​ທັງ​ໝົດ​ນຳ​ກັນ​ສອງ​ພັນ​ຄົນ, ຊຶ່ງ​ໄດ້​ເຂົ້າ​ຢູ່​ໃນ​ພັນທະ​ສັນ​ຍາ​ນີ້ ແລະ ຈັບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ​ຂຶ້ນ​ເພື່ອ​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ຕົນ.

19 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຂົາ​ບໍ່​ເຄີຍ​ເຮັດ​ໃຫ້​ຊາວ​ນີໄຟ​ເສຍ​ຫາຍ​ມາ​ກ່ອນ​ເລີຍ, ແລະ ໃນ​ເວລາ​ນີ້ ພວກ​ເຂົາ​ກໍ​ມາ​ເປັນ​ຝ່າຍ​ສະ​ໜັບ​ສະ​ໜູນ​ອັນ​ກວ້າງ​ຂວາງ​ອີກ. ເພາະ​ພວກ​ເຂົາ​ໄດ້​ຈັບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ​ຂຶ້ນ, ແລະ ພວກ​ເຂົາ​ຢາກ​ໃຫ້​ຮີ​ລາ​ມັນ​ເປັນ​ຜູ້​ນຳ​ຂອງ​ພວກ​ເຂົາ.

20 ແລະ ພວກ​ເຂົາ​ເປັນ​ຊາຍ​ໜຸ່ມ​ທຸກ​ຄົນ, ແລະ ພວກ​ເຂົາ​ເປັນ​ຄົນ ກ້າ​ຫານ​ທີ່​ສຸດ, ທັງ​ດ້ານ​ກຳ​ລັງ ແລະ ຄວາມ​ວ່ອງ​ໄວ; ແຕ່​ຈົ່ງ​ເບິ່ງ, ນີ້​ຍັງ​ບໍ່​ໝົດ—ພວກ​ເຂົາ​ເປັນ​ຄົນ​ທີ່ ເອົາ​ການ​ເອົາ​ງານ​ຢູ່​ຕະຫລອດ​ວັນ​ເວລາ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ໄດ້​ຮັບ​ມອບ​ໝາຍ.

21 ແທ້​ຈິງ​ແລ້ວ, ພວກ​ເຂົາ​ເປັນ​ຄົນ​ຊື່​ສັດ ແລະ ມີ​ສະ​ຕິ​ປັນ​ຍາ​ຫລາຍ, ເພາະ​ວ່າ​ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ໃຫ້ ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

22 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຮີ​ລາ​ມັນ​ໄດ້​ເດີນ​ທັບ​ເປັນ​ຜູ້​ນຳ​ກອງ​ທະ​ຫານ​ໜຸ່ມ ສອງ​ພັນ​ຄົນ​ຂອງ​ເພິ່ນ​ໄປ​ຊ່ວຍ​ຜູ້​ຄົນ​ທີ່​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ທາງ​ໃຕ້​ໃກ້​ທະເລ​ທາງ​ຕາ​ເວັນ​ຕົກ.

23 ແລະ ປີ​ທີ​ຊາວ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.