ພຣະ​ຄຳ​ພີ
ແອວມາ 55


ບົດ​ທີ 55

ໂມ​ໂຣ​ໄນ​ປະ​ຕິ​ເສດ​ບໍ່​ແລກ​ປ່ຽນ​ຊະ​ເລີຍ​ເສິກ—ທະ​ຫານ​ຍາມ​ຊາວ​ເລມັນ​ຖືກ​ຫລອກ​ໃຫ້​ມຶນ​ເມົາ, ແລະ ຊະ​ເລີຍ​ເສິກ​ຊາວ​ນີໄຟ​ໄດ້​ຮັບ​ການ​ປົດ​ປ່ອຍ—ຊາວ​ນີໄຟ​ໄດ້​ຍຶດ​ເອົາ​ເມືອງ​ກິດ​ໂດຍ​ບໍ່​ໄດ້​ເສຍ​ເລືອດ​ເນື້ອ​ເລີຍ. ປະ​ມານ 63–62 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ໂມ​ໂຣ​ໄນ​ຮັບ​ສານ​ສະບັບ​ນີ້​ແລ້ວ ເພິ່ນ​ກໍ​ໃຈ​ຮ້າຍ​ແຮງ​ຍິ່ງ​ຂຶ້ນ, ເພາະ​ເພິ່ນ​ຮູ້​ວ່າ​ອາມ​ໂມ​ຣອນ​ມີ​ຄວາມ​ຮູ້​ໂດຍ​ສົມ​ບູນ​ເຖິງ ກົນ​ອຸ​ບາຍ​ຂອງ​ຕົນ​ເອງ; ແທ້​ຈິງ​ແລ້ວ, ເພິ່ນ​ຮູ້​ວ່າ​ເຫດ​ຜົນ​ທີ່​ອາມ​ໂມ​ຣອນ​ຈະ​ເອົາ​ມາ​ເຮັດ​ສົງ​ຄາມ​ກັບ​ຊາວ​ນີໄຟ​ນັ້ນ​ບໍ່​ທ່ຽງ​ທຳ​ເລີຍ.

2 ແລະ ເພິ່ນ​ໄດ້​ກ່າວ​ວ່າ: ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ບໍ່​ແລກ​ປ່ຽນ​ຊະ​ເລີຍ​ເສິກ​ກັບ​ອາມ​ໂມ​ຣອນ ນອກ​ຈາກ​ວ່າ​ລາວ​ຈະ​ລົ້ມ​ເລີກ​ຈຸດ​ປະສົງ​ຂອງ​ລາວ​ຕາມ​ສານ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ; ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ໃຫ້​ລາວ​ມີ​ອຳນາດ​ຫລາຍ​ໄປ​ກວ່າ​ທີ່​ລາວ​ມີ​ຢູ່​ໃນ​ເວລາ​ນີ້.

3 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຮູ້​ຈັກ​ສະຖານ​ທີ່ ທີ່​ຊາວ​ເລມັນ​ກັກ​ຂັງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້ ຊຶ່ງ​ພວກ​ເຂົາ​ຈັບ​ເອົາ​ໄປ​ເປັນ​ຊະ​ເລີຍ; ແລະ ໂດຍ​ທີ່​ອາມ​ໂມ​ຣອນ​ບໍ່​ຍອມ​ຮັບ​ເງື່ອນ​ໄຂ​ຕາມ​ສານ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ໃຫ້​ລາວ​ຕາມ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ; ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ຕາມ​ຂ້າ​ພວກ​ເຂົາ​ຈົນ​ກວ່າ​ພວກ​ເຂົາ​ຈະ​ຕ້ອງ​ຂໍ​ສັນ​ຕິ​ພາບ.

4 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ໂມ​ໂຣ​ໄນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ເພິ່ນ​ສັ່ງ​ໃຫ້​ມີ​ການ​ກວດ​ຄົ້ນ​ໃນ​ບັນ​ດາ​ທະ​ຫານ​ຂອງ​ເພິ່ນ​ເພື່ອ​ເພິ່ນ​ຈະ​ໄດ້​ພົບ​ຜູ້​ໃດ​ຜູ້​ໜຶ່ງ​ຊຶ່ງ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ຊາວ​ເລມັນ​ຢູ່​ໃນ​ບັນ​ດາ​ພວກ​ຕົນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ພົບ ຄົນ​ໜຶ່ງ​ຊື່​ວ່າ ເລມັນ; ແລະ ລາວ​ເປັນ​ຂ້າ​ໃຊ້​ຂອງ​ກະສັດ ຜູ້​ຖືກ​ອະ​ມາ​ລີ​ໄຄ​ຢາ​ລອບ​ຂ້າ​ນັ້ນ.

6 ບັດ​ນີ້​ໂມ​ໂຣ​ໄນ​ສັ່ງ​ໃຫ້​ເລມັນ ແລະ ທະ​ຫານ​ຈຳນວນ​ໜ້ອຍ​ໜຶ່ງ​ອອກ​ໄປ​ຫາ​ທະ​ຫານ​ຍາມ ຊຶ່ງ​ເຝົ້າ​ຍາມ​ຊາວ​ນີໄຟ​ຢູ່.

7 ບັດ​ນີ້​ຊາວ​ນີໄຟ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ເມືອງ​ກິດ; ສະນັ້ນ ໂມ​ໂຣ​ໄນ​ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ເລມັນ​ໃຫ້​ເອົາ​ທະ​ຫານ​ຈຳນວນ​ໜ້ອຍ​ໜຶ່ງ​ໄປ​ກັບ​ລາວ.

8 ແລະ ເມື່ອ​ເຖິງ​ຕອນ​ຄ່ຳ​ມາ ເລມັນ​ໄດ້​ໄປ​ຫາ​ທະ​ຫານ​ຍາມ​ທີ່​ເຝົ້າ​ຍາມ​ຊາວ​ນີໄຟ​ຢູ່, ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ເຫັນ​ເລມັນ​ເຂົ້າ​ມາ ແລ້ວ​ພວກ​ທະ​ຫານ​ຍາມ​ກໍ​ຮ້ອງ​ຂຶ້ນ; ແຕ່​ລາວ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ບໍ່​ຕ້ອງ​ຢ້ານ; ຈົ່ງ​ເບິ່ງ, ຂ້ອຍ​ກໍ​ເປັນ​ຊາວ​ເລມັນ. ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ໂຕນ​ໜີ​ມາ​ຈາກ​ຊາວ​ນີໄຟ​ໃນ​ເວລາ​ທີ່​ພວກ​ເຂົາ​ກຳ​ລັງ​ນອນ​ຫລັບ​ຢູ່; ແລະ ຈົ່ງ​ເບິ່ງ ພວກ​ເຮົາ​ໄດ້​ລັກ​ເອົາ​ເຫລົ້າ​ອະງຸ່ນ​ຂອງ​ພວກ​ເຂົາ​ມາ​ນຳ​ອີກ.

9 ບັດ​ນີ້​ເວລາ​ຊາວ​ເລມັນ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ ພວກ​ເຂົາ​ກໍ​ຕ້ອນ​ຮັບ​ລາວ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ; ແລະ ພວກ​ເຂົາ​ໄດ້​ເວົ້າ​ກັບ​ລາວ​ວ່າ: ເອົາ​ເຫລົ້າ​ອະງຸ່ນ​ຂອງ​ເຈົ້າ​ມາ​ນີ້ ເພື່ອ​ພວກ​ເຮົາ​ຈະ​ໄດ້​ດື່ມ; ພວກ​ເຮົາ​ດີ​ໃຈ​ຫລາຍ​ທີ່​ເຈົ້າ​ໄດ້​ເຫລົ້າ​ອະງຸ່ນ​ມາ​ນຳ ເພາະ​ວ່າ​ພວກ​ເຮົາ​ມີ​ຄວາມ​ອິດ​ເມື່ອຍ​ຫລາຍ.

10 ແລະ ເລມັນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ໃຫ້​ພວກ​ເຮົາ​ເກັບ​ເຫລົ້າ​ອະງຸ່ນ​ນີ້​ໄວ້​ກ່ອນ​ຈົນ​ກວ່າ​ພວກ​ເຮົາ​ຈະ​ອອກ​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ. ແຕ່​ຄຳ​ເວົ້າ​ນີ້​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຢາກ​ດື່ມ​ເຫລົ້າ​ອະງຸ່ນ​ຫລາຍ​ກວ່າ​ເກົ່າ;

11 ເພາະ​ພວກ​ເຂົາ​ເວົ້າ​ວ່າ: ພວກ​ເຮົາ​ມີ​ຄວາມ​ອິດ​ເມື່ອຍ​ຫລາຍ, ສະນັ້ນ​ໃຫ້​ພວກ​ເຮົາ​ດື່ມ​ເຫລົ້າ​ອະງຸ່ນ​ຂອງ​ເຈົ້າ​ເສຍ​ເຖີດ, ແລະ ອີກ​ບໍ່​ດົນ​ພວກ​ເຮົາ​ຈະ​ໄດ້​ຮັບ​ເຫລົ້າ​ອະງຸ່ນ​ທີ່​ເປັນ​ສ່ວນ​ແບ່ງ​ຂອງ​ພວກ​ເຮົາ​ແລ້ວ, ຊຶ່ງ​ມັນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ມີ​ກຳ​ລັງ​ເພີ່ມ​ຂຶ້ນ​ເພື່ອ​ໄປ​ຕໍ່​ສູ້​ກັບ​ຊາວ​ນີໄຟ.

12 ແລະ ເລມັນ​ຈຶ່ງ​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຖ້າ​ພວກ​ເຈົ້າ​ຢາກ​ດື່ມ​ກໍ​ເຊີນ​ຕາມ​ສະ​ບາຍ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ດື່ມ​ເຫລົ້າ​ອະງຸ່ນ​ຢ່າງ​ສະ​ບາຍ; ແລະ ພວກ​ເຂົາ​ພໍ​ໃຈ​ໃນ​ລົດ​ຊາດ​ຂອງ​ມັນ, ສະນັ້ນ ພວກ​ເຂົາ​ຈຶ່ງ​ດື່ມ​ຕໍ່​ໄປ​ອີກ​ຢ່າງ​ລື້ນ​ເລີງ; ແລະ ເຫລົ້າ​ນັ້ນ​ປຸກ​ຫລາຍ, ເພາະ​ໄດ້​ເຮັດ​ມັນ​ໃຫ້​ປຸກ​ແບບ​ນັ້ນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ດື່ມ ແລະ ມ່ວນ​ຊື່ນ​ກັນ; ແລະ ບໍ່​ດົນ​ພວກ​ເຂົາ​ກໍ​ມຶນ​ເມົາ​ໝົດ.

15 ແລະ ບັດ​ນີ້​ເມື່ອ​ເລມັນ ແລະ ຄົນ​ຂອງ​ລາວ​ເຫັນ​ວ່າ​ພວກ​ນັ້ນ​ເມົາ​ເຫລົ້າ​ໝົດ ແລະ ກຳ​ລັງ​ນອນ​ຫລັບ​ສະ​ໜິດ​ຢູ່, ພວກ​ເຂົາ​ຈຶ່ງ​ໄດ້​ກັບ​ໄປ​ຫາ​ໂມ​ໂຣ​ໄນ ແລະ ເລົ່າ​ເລື່ອງ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ໃຫ້​ເພິ່ນ​ຟັງ.

16 ແລະ ບັດ​ນີ້​ມັນ​ໄດ້​ເປັນ​ໄປ​ຕາມ​ແຜນ​ການ​ຂອງ​ໂມ​ໂຣ​ໄນ. ແລະ ໂມ​ໂຣ​ໄນ​ຊຶ່ງ​ໄດ້​ຕຽມ​ທະ​ຫານ​ຂອງ​ເພິ່ນ​ໄວ້​ພ້ອມ​ດ້ວຍ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຢູ່​ແລ້ວ; ແລະ ເພິ່ນ​ໄດ້​ສົ່ງ​ທະ​ຫານ​ໄປ​ຫາ​ເມືອງ​ກິດ​ຂະນະ​ທີ່​ຊາວ​ເລມັນ​ກຳ​ລັງ​ນອນ​ຫລັບ​ສະ​ໜິດ ແລະ ມຶນ​ເມົາ​ຢູ່, ແລະ ເພິ່ນ​ໄດ້​ສົ່ງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ໄປ​ໃຫ້​ຊະ​ເລີຍ​ເສິກ​ນຳ​ອີກ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ມີ​ອາ​ວຸດ​ຄົບ​ມື;

17 ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ໃຫ້​ແກ່​ພວກ​ແມ່​ຍິງ​ຂອງ​ພວກ​ເຂົາ, ແລະ ເດັກ​ນ້ອຍ​ທັງ​ໝົດ​ຂອງ​ພວກ​ເຂົາ, ຕາມ​ແຕ່​ຄວາມ​ສາ​ມາດ​ທີ່​ຈະ​ໃຊ້​ອາ​ວຸດ​ໄດ້, ເມື່ອ​ໂມ​ໂຣ​ໄນ​ໄດ້​ມອບ​ອາ​ວຸດ​ໃຫ້​ແກ່​ຊະ​ເລີຍ​ເສິກ​ທຸກ​ຄົນ, ແລະ ທັງ​ໝົດ​ນີ້​ເຮັດ​ໄປ​ໃນ​ຄວາມ​ງຽບ​ທີ່​ສຸດ.

18 ແຕ່​ຖ້າ​ຫາກ​ພວກ​ເຂົາ​ເຮັດ​ໃຫ້​ພວກ​ເລມັນ​ຕື່ນ​ຂຶ້ນມາ, ຈົ່ງ​ເບິ່ງ ພວກ​ເຂົາ​ຍັງ​ມຶ​ນ​ເມົາ​ຢູ່ ແລະ ຊາວ​ນີໄຟ​ຕ້ອງ​ໄດ້​ຂ້າ​ພວກ​ເຂົາ​ຖິ້ມ.

19 ແຕ່​ຈົ່ງ​ເບິ່ງ, ນີ້​ບໍ່​ແມ່ນ​ຄວາມ​ປາດ​ຖະ​ໜາ​ຂອງ​ໂມ​ໂຣ​ໄນ​ເລີຍ; ເພິ່ນ​ບໍ່​ໄດ້​ເບີກ​ບານ​ຢູ່​ໃນ​ການ​ຂ້າ​ຟັນ ຫລື ການ​ນອງ​ເລືອດ, ແຕ່​ເພິ່ນ​ເບີກ​ບານ​ຢູ່​ໃນ​ການ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ພົ້ນ​ຈາກ​ຄວາມ​ພິນາດ; ແລະ ດ້ວຍ​ເຫດ​ນີ້ ເພິ່ນ​ຈະ​ບໍ່​ໄດ້​ນຳ​ຄວາມ​ບໍ່​ຍຸດ​ຕິ​ທຳ​ມາ​ຫາ​ເພິ່ນ​ເລີຍ, ເພິ່ນ​ຈຶ່ງ​ບໍ່​ຍອມ​ໂຈມ​ຕີ​ຊາວ​ເລມັນ ແລະ ທຳ​ລາຍ​ພວກ​ເຂົາ​ໃນ​ຂະນະ​ທີ່​ພວກ​ເຂົາ​ກຳ​ລັງມຶນ​ເມົາ​ຢູ່.

20 ແຕ່​ເພິ່ນ​ໄດ້​ຕາມ​ຄວາມ​ປະສົງ​ຂອງ​ເພິ່ນ​ແລ້ວ; ເພາະ​ວ່າ​ເພິ່ນ​ໄດ້​ມອບ​ອາ​ວຸດ​ໃຫ້​ຊະ​ເລີຍ​ເສິກ​ຊາວ​ນີໄຟ​ທຸກ​ຄົນ​ຢູ່​ພາຍ​ໃນ​ກຳ​ແພງ​ເມືອງ ແລະ ໃຫ້​ອຳນາດ​ແກ່​ພວກ​ເຂົາ​ທີ່​ຈະ​ໄດ້​ຄວາມ​ເປັນ​ເຈົ້າ​ຂອງ​ພາກ​ສ່ວນ​ຕ່າງໆ ຊຶ່ງ​ຢູ່​ພາຍ​ໃນ​ກຳ​ແພງ​ເມືອງ​ນັ້ນ.

21 ແລະ ຫລັງ​ຈາກ​ນັ້ນ ເພິ່ນ​ໄດ້​ໃຫ້​ທະ​ຫານ​ຂອງ​ເພິ່ນ​ຖອຍ​ອອກ​ໄປ, ແລະ ລ້ອມ​ກອງ​ທັບ​ຂອງ​ຊາວ​ເລມັນ​ໄວ້.

22 ບັດ​ນີ້​ຈົ່ງ​ເບິ່ງ ທຸກ​ສິ່ງ​ທຸກ​ຢ່າງ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ກາງ​ຄືນ, ເວລາ​ທີ່​ຊາວ​ເລມັນ​ຕື່ນ​ຂຶ້ນ​ມາ​ໃນ​ຕອນ​ເຊົ້າ ພວກ​ເຂົາ​ກໍ​ໄດ້​ເຫັນ​ວ່າ​ຕົນ​ເອງ​ກຳ​ລັງ​ຖືກ​ຊາວ​ນີໄຟ​ອ້ອມ​ໄວ້​ຢູ່​ຂ້າງ​ນອກ​ເມືອງ, ແລະ ເຫັນ​ຊະ​ເລີຍ​ເສິກ​ຂອງ​ຕົນ​ຖື​ອາ​ວຸດ​ຢູ່​ຂ້າງ​ໃນ.

23 ແລະ ພວກ​ເຂົາ​ຈຶ່ງ​ເຫັນ​ວ່າ ຊາວ​ນີໄຟ​ມີ​ກຳ​ລັງ​ຫລາຍ​ກວ່າ​ພວກ​ເຂົາ; ແລະ ໃນ​ສະພາບ​ນີ້ ພວກ​ເຂົາ​ຮູ້​ວ່າ ມັນ​ບໍ່​ສົມ​ຄວນ​ທີ່​ຈະ​ເຂົ້າ​ຕໍ່​ສູ້​ກັບ​ຊາວ​ນີໄຟ; ສະນັ້ນ ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ພວກ​ເຂົາ​ຈຶ່ງ​ໄດ້​ສັ່ງ​ເອົາ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ນຳ​ມັນ​ອອກ​ມາ ແລະ ໂຍນ​ມັນ​ລົງ​ທີ່​ຕີນ​ຂອງ​ຊາວ​ນີໄຟ, ວິງ​ວອນ​ຂໍ​ຄວາມ​ເມດ​ຕາ​ສົງ​ສານ.

24 ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ເປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ໂມ​ໂຣ​ໄນ. ເພິ່ນ​ຈຶ່ງ​ໄດ້​ເອົາ​ພວກ​ເຂົາ​ໄວ້​ເປັນ​ຊະ​ເລີຍ​ເສິກ, ແລະ ຍຶດ​ເອົາ​ເມືອງ​ນັ້ນ, ແລະ ໃຫ້​ພວກ​ເຂົາ​ປ່ອຍ​ຊະ​ເລີຍ​ທັງ​ໝົດ​ຊຶ່ງ​ເປັນ​ຊາວ​ນີໄຟ; ແລະ ພວກ​ເຂົາ​ໄດ້​ເຂົ້າ​ຮ່ວມ​ກັບ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ, ແລະ ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ກອງ​ທັບ​ຂອງ​ເພິ່ນ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ສັ່ງ​ໃຫ້​ຊາວ​ເລມັນ​ຊຶ່ງ​ເພິ່ນ​ຍຶດ​ໄວ້​ເປັນ​ຊະ​ເລີຍ​ເລີ່ມ​ເຮັດ ວຽກ​ງານ​ເພື່ອ​ດັດ​ແປງ​ປ້ອມ​ຍາມ​ທົ່ວ​ເມືອງ​ກິດ​ໃຫ້​ມັນ​ເຂັ້ມ​ແຂງ​ຂຶ້ນ​ຕື່ມ​ອີກ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເພິ່ນ​ໄດ້​ເສີມ​ສ້າງ​ເມືອງ​ກິດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ກໍ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ນຳ​ເອົາ​ຊະ​ເລີຍ​ເສິກ​ໄປ​ຫາ​ເມືອງ​ອຸ​ດົມ​ສົມ​ບູນ; ແລະ ເພິ່ນ​ໄດ້​ຄຸ້ມ​ກັນ​ເມືອງ​ນັ້ນ​ໄວ້​ດ້ວຍ​ກຳ​ລັງ​ທີ່​ເຂັ້ມ​ແຂງ​ທີ່​ສຸດ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທັງໆ​ທີ່​ຊາວ​ເລມັນ​ມີ​ກົນ​ອຸ​ບາຍ​ຫລາຍ​ຢ່າງ, ຊາວ​ນີໄຟ​ຍັງ​ໄດ້​ຮັກ​ສາ ແລະ ປ້ອງ​ກັນ​ຊະ​ເລີຍ​ເສິກ​ທັງ​ໝົດ​ທີ່​ພວກ​ເຂົາ​ຈັບ​ໄດ້, ແລະ ໄດ້​ຮັກ​ສາ​ແຜ່ນ​ດິນ ແລະ ສິ່ງ​ນີ້​ຊ່ວຍ​ໃຫ້​ໄດ້​ປຽບ​ທັງ​ໝົດ​ໃນ​ການ​ຍຶດ​ເອົາ​ເມືອງ​ຕ່າງໆ​ຂອງ​ພວກ​ເຂົາ​ຄືນ​ມາ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ເລີ່ມ​ໄດ້​ຮັບ​ໄຊ​ຊະນະ​ອີກ, ແລະ ກູ້​ເອົາ​ສິດ ແລະ ສິດ​ທິ​ພິ​ເສດ​ຂອງ​ພວກ​ເຂົາ​ຄືນ​ມາ.

29 ແລະ ຫລາຍ​ເທື່ອ​ທີ່​ຊາວ​ເລມັນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ລ້ອມ​ຊາວ​ນີໄຟ​ໃນ​ຕອນ​ກາງ​ຄືນ, ແຕ່​ໃນ​ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນັ້ນ ພວກ​ເຂົາ​ໄດ້​ເສຍ​ຊະ​ເລີຍ​ເສິກ​ໄປ​ຫລາຍ​ຄົນ.

30 ແລະ ຫລາຍ​ເທື່ອ​ທີ່​ຊາວ​ເລມັນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເກືອ​ເຫລົ້າ​ອະງຸ່ນ​ຊາວ​ນີໄຟ, ເພື່ອ​ຈະ​ໄດ້​ທຳ​ລາຍ​ພວກ​ເຂົາ​ເຫລົ່າ​ນັ້ນ​ດ້ວຍ​ຢາ​ພິດ ຫລື ວ່າ​ດ້ວຍ​ຄວາມ​ມຶນ​ເມົາ.

31 ແຕ່ຈົ່ງ​ເບິ່ງ, ຊາວ​ນີໄຟ​ບໍ່​ໄດ້​ຊັກ​ຊ້າ​ທີ່​ຈະ ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ໃນ​ເວລາ​ທີ່​ມີ​ຄວາມ​ທຸກ​ເລີຍ. ພວກ​ເຂົາ​ຈະ​ຖືກ​ນຳ​ໄປ​ຖືກ​ບ້ວງ​ຂອງ​ພວກ​ເລມັນ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ບໍ່​ດື່ມ​ເຫລົ້າ​ອະງຸ່ນ​ຂອງ​ພວກ​ສັດ​ຕູ ເວັ້ນ​ເສຍ​ແຕ່​ຈະ​ໃຫ້​ຊະ​ເລີຍ​ເສິກ​ຊາວ​ເລມັນ​ບາງ​ຄົນ​ດື່ມ​ເສຍ​ກ່ອນ.

32 ແລະ ພວກ​ເຂົາ​ລະ​ມັດ​ລະ​ວັງ​ຢູ່​ສະເໝີ ເພື່ອ​ບໍ່​ໃຫ້​ມີ​ການ​ຖືກ​ວາງ​ຢາ​ພິດ​ໃນ​ບັນ​ດາ​ພວກ​ເຂົາ; ເພາະ​ຖ້າ​ຫາກ​ເຫລົ້າ​ອະງຸ່ນ​ເປັນ​ພິດ​ແກ່​ຊາວ​ເລມັນ ມັນ​ກໍ​ຈະ​ເປັນ​ພິດ​ແກ່​ຊາວ​ນີໄຟ​ຄື​ກັນ; ແລະ ຊາວ​ນີໄຟ​ໄດ້​ລອງ​ຊີມ​ເຫລົ້າ​ຂອງ​ຊາວ​ເລມັນ​ແບບ​ນີ້.

33 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ເປັນ​ການ​ສົມ​ຄວນ​ທີ່​ໂມ​ໂຣ​ໄນ​ຈະ​ຕຽມ​ພ້ອມ​ເພື່ອ​ເຂົ້າ​ໂຈມ​ຕີ​ເມືອງ​ໂມ​ຣິ​ອານ​ທັນ; ເພາະ​ຈົ່ງ​ເບິ່ງ, ດ້ວຍ​ຜົນ​ງານ​ຂອງ​ພວກ​ເຂົາ, ຊາວ​ເລມັນ​ຈຶ່ງ​ເສີມ​ກຳ​ລັງ​ເມືອງ​ໂມ​ຣິ​ອານ​ທັນ​ຈົນ​ວ່າ​ມັນ​ເປັນ​ທີ່​ໝັ້ນ​ອັນ​ເຂັ້ມ​ແຂງ​ທີ່​ສຸດ.

34 ແລະ ພວກ​ເຂົາ​ໄດ້​ນຳ​ເອົາ​ກຳ​ລັງ​ໃໝ່​ເຂົ້າ​ມາ​ໃນ​ເມືອງ, ແລະ ສົ່ງ​ສະ​ບຽງ​ອາຫານ​ມາ​ເພີ່ມ​ອີກ.

35 ແລະ ປີ​ທີ​ຊາວ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ກໍ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.