ພຣະ​ຄຳ​ພີ
ແອວມາ 56


ບົດ​ທີ 56

ຮີ​ລາ​ມັນ​ສົ່ງ​ສານ​ໄປ​ຫາ​ໂມ​ໂຣ​ໄນ, ເລົ່າ​ເຖິງ​ສະພາບ​ແຫ່ງ​ສົງ​ຄາມ​ກັບ​ຊາວ​ເລມັນ—ອານທິ​ພັດ ແລະ ຮີ​ລາ​ມັນ​ໄດ້​ຮັບ​ໄຊ​ຊະນະ​ຈາກ​ຊາວ​ເລມັນ—ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ຂອງ​ຮີ​ລາ​ມັນ​ຕໍ່​ສູ້​ດ້ວຍ​ອຳນາດ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ ແລະ ບໍ່​ມີ​ຜູ້​ໃດ​ຖືກ​ຂ້າ​ຕາຍ​ເລີຍ. ຂໍ້​ທີ 1, ປະ​ມານ 62 ປີ ກ່ອນ ຄ.ສ.; ຂໍ້​ທີ 2–19, ປະ​ມານ 66 ປີ ກ່ອນ ຄ.ສ.; ແລະ ຂໍ້​ທີ 20–57, ປະ​ມານ 65–64 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ສາມ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ ໃນ​ມື້​ທີ​ສອງ​ຂອງ​ເດືອນ​ໜຶ່ງ, ໂມ​ໂຣ​ໄນ​ໄດ້​ຮັບ​ສານ​ຈາກ​ຮີ​ລາ​ມັນ​ກ່າວ​ເຖິງ​ການ​ງານ​ຂອງ​ຜູ້​ຄົນ​ໃນ​ແຜ່ນ​ດິນ​ສ່ວນ​ນັ້ນ.

2 ແລະ ນີ້​ຄື​ຄຳ​ເວົ້າ​ທີ່​ເພິ່ນ​ໄດ້​ຂຽນ​ມາ, ມີ​ຄວາມ​ວ່າ: ໂມ​ໂຣ​ໄນ ອ້າຍ​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ທັງ​ໃນ​ຄວາມ​ຍາກ​ລຳ​ບາກ​ຈາກ​ສົງ​ຄາມ​ຂອງ​ພວກ​ເຮົາ​ນີ້; ຈົ່ງ​ເບິ່ງ, ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ມີ​ເລື່ອງ​ຈະ​ບອກ​ໃຫ້​ທ່ານ​ຮູ້​ຈັກ​ກ່ຽວ​ກັບ​ສົງ​ຄາມ​ຂອງ​ພວກ​ເຮົາ​ໃນ​ແຜ່ນ​ດິນ​ພາກ​ນີ້.

3 ຈົ່ງ​ເບິ່ງ, ຊາວ​ໜຸ່ມ ສອງ​ພັນ​ຄົນ​ເຫລົ່າ​ນີ້ ຊຶ່ງ​ອຳໂມນ​ພາ​ລົງ​ມາ​ຈາກ​ແຜ່ນ​ດິນ​ນີໄຟ—ບັດ​ນີ້​ທ່ານ​ຮູ້​ຈັກ​ແລ້ວ​ວ່າ ພວກ​ເຂົາ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ເລມັນ​ຜູ້​ເປັນ​ລູກ​ຊາຍ​ກົກ​ຂອງ​ລີໄຮ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ.

4 ບັດ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ທວນ​ຄືນ​ແກ່​ທ່ານ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ພວກ​ເຂົາ ຫລື ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ, ເພາະ​ທ່ານ​ເອງ​ກໍ​ຮູ້​ຈັກ​ເລື່ອງ​ທັງ​ໝົດ​ນີ້​ຢູ່​ແລ້ວ—

5 ສະນັ້ນ ມັນ​ເປັນ​ການ​ພຽງ​ພໍ​ແລ້ວ​ທີ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ວ່າ ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ນີ້​ໄດ້​ຈັບ​ອາ​ວຸດ​ແຫ່ງ​ສົງ​ຄາມ, ແລະ ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ນຳ​ຂອງ​ພວກ​ເຂົາ; ແລະ ພວກ​ເຮົາ​ໄດ້​ຍົກ​ອອກ​ໄປ​ເພື່ອ​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ພວກ​ເຮົາ.

6 ແລະ ບັດ​ນີ້​ທ່ານ​ກໍ​ຮູ້​ຈັກ​ຢູ່​ແລ້ວ​ກ່ຽວ​ກັບ ພັນທະ​ສັນ​ຍາ​ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ໄດ້​ເຮັດ​ໄວ້​ວ່າ ພວກ​ເຂົາ​ຈະ​ບໍ່​ຈັບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ເພື່ອ​ຕໍ່​ສູ້​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ.

7 ແຕ່​ໃນ​ປີ​ທີ​ຊາວ​ຫົກ ເວລາ​ພວກ​ເຂົາ​ໄດ້​ເຫັນ​ຄວາມ​ທຸກ ແລະ ຄວາມ​ຍາກ​ລຳ​ບາກ​ທີ່​ພວກ​ເຮົາ​ໄດ້​ອົດ​ທົນ​ແທນ​ພວກ​ເຂົາ, ພວກ​ເຂົາ​ເກືອບ​ຈະ ທຳ​ລາຍ​ພັນທະ​ສັນ​ຍາ ຊຶ່ງ​ພວກ​ເຂົາ​ໄດ້​ເຮັດ​ໄວ້ ແລະ ວ່າ​ຈະ​ຈັບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ເພື່ອ​ປ້ອງ​ກັນ​ພວກ​ເຮົາ.

8 ແຕ່​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ຍອມ​ປ່ອຍ​ໃຫ້​ພວກ​ເຂົາ​ທຳ​ລາຍ​ພັນທະ​ສັນ​ຍາ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໄວ້, ຊຶ່ງ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ພຣະ​ເຈົ້າ​ຈະ​ເພີ່ມ​ກຳ​ລັງ​ໃຫ້​ພວກ​ເຮົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ທົນ​ທຸກ​ອີກ​ຕໍ່​ໄປ ຖ້າ​ຫາກ​ພວກ​ເຂົາ​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໄວ້.

9 ແຕ່​ຈົ່ງ​ເບິ່ງ, ນີ້​ເປັນ​ເລື່ອງ​ໜຶ່ງ​ທີ່​ພວກ​ເຮົາ​ຈະ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ​ທີ່​ສຸດ. ເພາະ​ຈົ່ງ​ເບິ່ງ, ໃນ​ປີ​ທີ​ຊາວ​ຫົກ, ຂ້າ​ພະ​ເຈົ້າ​ຮີ​ລາ​ມັນ​ໄດ້​ເດີນ​ທັບ​ນຳ​ໜ້າ​ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ໄປ​ຫາ​ເມືອງ​ຢູດາຍ, ເພື່ອ​ຊ່ວຍ​ເຫລືອ​ອານທິ​ພັດ, ຜູ້​ຊຶ່ງ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ດູ​ແລ​ຜູ້​ຄົນ​ໃນ​ແຜ່ນ​ດິນ​ພາກ​ນັ້ນ.

10 ແລະ ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ​ລູກ​ຊາຍ​ສອງ​ພັນ​ຄົນ​ຂອງ​ຂ້າ​ພະ​ເຈົ້າ, (ເພາະ​ວ່າ​ພວກ​ເຂົາ​ມີ​ຄ່າ​ຄວນ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ລູກ​ຊາຍ) ໄປ​ຮ່ວມ​ກັບ​ກອງ​ທັບ​ຂອງ​ອານທິ​ພັດ, ຊຶ່ງ​ດ້ວຍ​ກຳ​ລັງ​ນີ້ ອານທິ​ພັດ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ; ເພາະ​ຈົ່ງ​ເບິ່ງ, ຊາວ​ເລມັນ​ໄດ້​ລົດ​ກຳ​ລັງ​ທັບ​ຂອງ​ລາວ​ລົງ ແລະ ທະ​ຫານ​ຂອງ​ລາວ​ຖືກ​ຂ້າ​ຕາຍ​ຢ່າງ​ຫລວງ​ຫລາຍ, ດ້ວຍ​ເຫດ​ນີ້ ພວກ​ເຮົາ​ຈຶ່ງ​ເປັນ​ທຸກ.

11 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຍັງ​ປອບ​ໃຈ​ຕົວ​ເອງ​ໃນ​ເລື່ອງ​ນີ້​ວ່າ ພວກ​ເຂົາ​ໄດ້​ຕາຍ​ໄປ​ເພື່ອ​ອຸ​ດົມ​ການ​ຂອງ​ປະເທດ​ຊາດ​ຂອງ​ຕົນ ແລະ ເພື່ອ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ພວກ​ເຂົາ ເປັນ​ສຸກ​ແລ້ວ.

12 ແລະ ຊາວ​ເລມັນ​ໄດ້​ກັກ​ຂັງ​ຊະ​ເລີຍ​ເສິກ​ຫລາຍ​ຄົນ​ໄວ້​ອີກ, ຊຶ່ງ​ລ້ວນ​ແຕ່​ເປັນ​ຫົວ​ໜ້າ​ນາຍ​ທະ​ຫານ, ເພາະ​ບໍ່​ມີ​ຜູ້​ໃດ​ອື່ນ​ເລີຍ​ທີ່​ພວກ​ນັ້ນ​ຈະ​ໄວ້​ຊີ​ວິດ. ແລະ ພວກ​ເຮົາ​ຄິດ​ວ່າ ຂະນະ​ນີ້​ນາຍ​ທະ​ຫານ​ເຫລົ່າ​ນີ້​ອາດ​ຈະ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ແຜ່ນ​ດິນ​ນີໄຟ; ຖ້າ​ຫາກ​ພວກ​ເຂົາ​ຍັງ​ບໍ່​ທັນ​ຖືກ​ຂ້າ​ເທື່ອ.

13 ແລະ ບັດ​ນີ້ ນີ້​ແມ່ນ​ເມືອງ​ທີ່​ຊາວ​ເລມັນ​ຍຶດ​ເອົາ​ໄປ​ໂດຍ​ການ​ເສຍ​ເລືອດ​ເນື້ອ​ຂອງ​ຜູ້​ກ້າ​ຫານ​ຂອງ​ພວກ​ເຮົາ​ຫລາຍ​ຄົນ:

14 ແຜ່ນ​ດິນ​ແມນທາຍ, ຫລື ເມືອງ​ແມນທາຍ, ແລະ ເມືອງ​ຊີເອສ​ຣອມ, ແລະ ເມືອງ​ຄູມະໄນ, ແລະ ເມືອງ​ອານທິ​ພາຣາ.

15 ແລະ ເມືອງ​ເຫລົ່າ​ນີ້​ຖືກ​ພວກ​ເລມັນ​ຍຶດ​ເອົາ​ໄປ ເວລາ​ຂ້າ​ພະ​ເຈົ້າ​ໄປ​ຮອດ​ເມືອງ​ຢູດາຍ; ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ອານທິ​ພັດ ພ້ອມ​ດ້ວຍ​ທະ​ຫານ​ຂອງ​ລາວ​ທີ່​ກຳ​ລັງ​ເຮັດ​ວຽກ​ຢູ່​ຢ່າງ​ໜັກ​ສຸດ​ກຳ​ລັງ​ຢູ່​ເພື່ອ​ເສີມ​ສ້າງ​ເມືອງ​ໃຫ້​ແໜ້ນ​ໜາ​ຂຶ້ນ.

16 ແທ້​ຈິງ​ແລ້ວ, ພວກ​ເຂົາ​ມີ​ຄວາມ​ອ່ອນ​ເພຍ​ຫລາຍ​ທັງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ, ເພາະ​ວ່າ​ພວກ​ເຂົາ​ໄດ້​ຕໍ່​ສູ້​ຢ່າງ​ອາດ​ຫານ​ໃນ​ເວລາ​ກາງ​ເວັນ ແລະ ເຮັດ​ວຽກ​ໜັກ​ໃນ​ເວລາ​ກາງ​ຄືນ​ເພື່ອ​ຮັກ​ສາ​ເມືອງ​ຂອງ​ພວກ​ເຂົາ​ໄວ້; ແລະ ພວກ​ເຂົາ​ຕ້ອງ​ທົນ​ທຸກ​ຢ່າງ​ສາ​ຫັດ​ຕໍ່​ທຸກ​ຢ່າງ.

17 ແລະ ບັດ​ນີ້​ພວກ​ເຂົາ​ຕັ້ງ​ໃຈ​ຈະ​ເອົາ​ຊະນະ ຫລື ຖືກ​ຂ້າ​ຢູ່​ໃນ​ບ່ອນ​ນີ້; ສະນັ້ນ ທ່ານ​ຈະ​ຄິດ​ວ່າ​ກຳ​ລັງ​ຂອງ​ຄົນ​ກຸ່ມ​ນ້ອຍໆ ຊຶ່ງ​ຂ້າ​ພະ​ເຈົ້າ​ນຳ​ມາ​ນີ້, ແທ້​ຈິງ​ແລ້ວ, ພວກ​ຊາຍ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ ຈະ​ໃຫ້​ຄວາມ​ຫວັງ ແລະ ຄວາມ​ສຸກ​ແກ່​ພວກ​ເຂົາ​ຫລາຍ​ຂະ​ໜາດ​ໃດ.

18 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຊາວ​ເລມັນ​ເຫັນ​ວ່າ​ອານທິ​ພັດ​ໄດ້​ຮັບ​ກຳ​ລັງ​ເພີ່ມ​ໃຫ້​ກອງ​ທັບ​ຂອງ​ລາວ​ຫລາຍ​ຂຶ້ນ, ອາມ​ໂມ​ຣອນ​ຈຶ່ງ​ສັ່ງ​ກອງ​ທັບ​ຂອງ​ລາວ​ວ່າ ບໍ່​ໃຫ້​ພວກ​ເຂົາ​ມາ​ໂຈມ​ຕີ​ເມືອງ​ຢູດາຍ, ຫລື ຍົກ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ.

19 ແລະ ພວກ​ເຮົາ​ຈຶ່ງ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ນີ້; ເພາະ​ຖ້າ​ຫາກ​ພວກ​ເຂົາ​ຍົກ​ມາ​ໂຈມ​ຕີ​ພວກ​ເຮົາ​ໃນ​ຂະນະ​ທີ່​ພວກ​ເຮົາ​ຍັງ​ອ່ອນ​ແອ​ຢູ່​ນັ້ນ ພວກ​ເຂົາ​ອາດ​ຈະ​ທຳ​ລາຍ​ກອງ​ທັບ​ນ້ອຍໆ​ຂອງ​ພວກ​ເຮົາ​ໄດ້; ແຕ່​ວ່າ​ພວກ​ເຮົາ​ໄດ້​ຖືກ​ປົກ​ປັກ​ຮັກ​ສາ​ໄວ້​ດັ່ງ​ນີ້.

20 ອາມ​ໂມ​ຣອນ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ລາວ​ຮັກ​ສາ​ເມືອງ​ເຫລົ່າ​ນັ້ນ ຊຶ່ງ​ພວກ​ເຂົາ​ໄດ້​ຍຶດ​ເອົາ​ມາ​ໄດ້. ແລະ ປີ​ທີ​ຊາວ​ຫົກ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້. ແລະ ໃນ​ຕົ້ນ​ປີ​ທີ​ຊາວ​ເຈັດ ພວກ​ເຮົາ​ໄດ້​ຕຽມ​ເມືອງ ແລະ ຕຽມ​ຕົວ​ທີ່​ຈະ​ສູ້​ຮົບ.

21 ບັດ​ນີ້​ພວກ​ເຮົາ​ປາດ​ຖະ​ໜາ​ຈະ​ໃຫ້​ຊາວ​ເລມັນ​ຍົກ​ມາ​ໂຈມ​ຕີ​ພວກ​ເຮົາ; ເພາະ​ພວກ​ເຮົາ​ບໍ່​ປາດ​ຖະ​ໜາ​ທີ່​ຈະ​ຍົກ​ໄປ​ໂຈມ​ຕີ​ພວກ​ເຂົາ​ໃນ​ທີ່​ໝັ້ນ​ຂອງ​ພວກ​ເຂົາ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຈັດ​ວາງ​ນັກ​ສືບ​ໄວ້​ທົ່ວ​ໄປ​ເພື່ອ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ເລມັນ, ວ່າ​ພວກ​ເຂົາ​ຈະ​ບໍ່​ຍົກ​ທັບ​ຜ່ານ​ພວກ​ເຮົາ​ໄປ​ໃນ​ເວລາ​ກາງ​ຄືນ ຫລື ໃນ​ເວລາ​ກາງ​ເວັນ ເພື່ອ​ໄປ​ໂຈມ​ຕີ​ເມືອງ​ອື່ນໆ​ຂອງ​ພວກ​ເຮົາ​ຢູ່​ທາງ​ເໜືອ.

23 ເພາະ​ພວກ​ເຮົາ​ຮູ້​ຈັກ​ວ່າ​ເມືອງ​ເຫລົ່າ​ນັ້ນ​ຍັງ​ບໍ່​ທັນ​ມີ​ກຳ​ລັງ​ພຽງ​ພໍ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ສັດ​ຕູ​ເທື່ອ; ສະນັ້ນ ພວກ​ເຮົາ​ຈຶ່ງ​ປາດ​ຖະ​ໜາ​ທີ່​ຈະ​ເຂົ້າ​ໂຈມ​ຕີ​ພວກ​ເຂົາ​ທາງ​ຂ້າງ​ຫລັງ ຖ້າ​ຫາກ​ພວກ​ເຂົາ​ຜ່ານ​ພວກ​ເຮົາ​ໄປ, ແລະ ໂດຍ​ວິ​ທີ​ນີ້ ພວກ​ເຮົາ​ກໍ​ຈະ​ໄດ້​ໂຈມ​ຕີ​ພວກ​ເຂົາ​ທາງ​ຂ້າງ​ຫລັງ ແລະ ໃນ​ຂະນະ​ດຽວ​ກັນ ພວກ​ເຂົາ​ຈະ​ຖືກ​ໂຈມ​ຕີ​ທາງ​ດ້ານ​ໜ້າ. ພວກ​ເຮົາ​ຄິດ​ວ່າ ພວກ​ເຮົາ​ຈະ​ເອົາ​ຊະນະ​ສັດ​ຕູ​ໄດ້; ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ຕ້ອງ​ຜິດ​ຫວັງ​ໃນ​ຄວາມ​ຕັ້ງ​ໃຈ​ເທື່ອ​ນີ້.

24 ພວກ​ເຂົາ​ບໍ່​ກ້າ​ຍົກ​ກອງ​ທັບ​ທັງ​ໝົດ​ຂອງ​ພວກ​ເຂົາ​ຜ່ານ​ໄປ, ທັງ​ບໍ່​ກ້າ​ຍົກ​ກອງ​ທັບ​ບາງ​ສ່ວນ​ຜ່ານ​ໄປ ເພາະ​ຢ້ານ​ວ່າ​ຕົນ​ເອງ​ບໍ່​ມີ​ກຳ​ລັງ​ພຽງ​ພໍ, ແລະ ຢ້ານ​ວ່າ​ຈະ​ເສຍ​ໄຊ.

25 ແລະ ພວກ​ເຂົາ​ກໍ​ບໍ່​ກ້າ​ເດີນ​ທັບ​ລົງ​ໄປ​ຕີ​ເມືອງ​ເຊຣາ​ເຮັມລາ; ທັງ​ບໍ່​ກ້າ​ຂ້າມ​ຫົວ​ແມ່​ນ້ຳ​ຊີໂດນ​ໄປ​ຫາ​ເມືອງ​ນີໄຟ​ຮາ​ຄື​ກັນ.

26 ແລະ ດ້ວຍ​ກຳ​ລັງ​ທັບ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ຮັກ​ສາ​ເມືອງ​ຕ່າງໆ​ທີ່​ພວກ​ເຂົາ​ຍຶດ​ໄດ້​ດັ່ງ​ນີ້.

27 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ເດືອນ​ທີ​ສອງ​ຂອງ​ປີ​ນີ້, ພວກ​ເຮົາ​ໄດ້​ຮັບ​ສະ​ບຽງ​ອາຫານ​ຫລາຍ​ຢ່າງ​ຈາກ​ພວກ​ພໍ່​ຂອງ​ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

28 ແລະ ມີ​ຄົນ​ອີກ​ສອງ​ພັນ​ຄົນ​ທີ່​ຖືກ​ສົ່ງ​ມາ​ໃຫ້​ພວກ​ເຮົາ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ. ແລະ ພວກ​ເຮົາ​ຈຶ່ງ​ມີ​ຄົນ​ພ້ອມ​ແລ້ວ​ຢູ່​ສະເໝີ​ໜຶ່ງ​ໝື່ນ​ຄົນ, ແລະ ມີ​ທັງ​ສະ​ບຽງ​ອາຫານ​ສຳ​ລັບ​ພວກ​ເຂົາ, ແລະ ສຳ​ລັບ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ.

29 ແລະ ຊາວ​ເລມັນ​ຈຶ່ງ​ເຫັນ​ວ່າ​ກຳ​ລັງ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ​ດັ່ງ​ນີ້ ແລະ ສະ​ບຽງ​ອາຫານ​ກໍ​ຖືກ​ສົ່ງ​ມາ​ຄ້ຳ​ຊູ​ພວກ​ເຮົາ, ພວກ​ເຂົາ​ກໍ​ເລີ່ມ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ຂຶ້ນ, ແລະ ໄດ້​ຍົກ​ທັບ​ໄປ​ທັນ​ທີ ເພື່ອ​ຈະ​ໄດ້​ຢັບ​ຢັ້ງ​ບໍ່​ໃຫ້​ພວກ​ເຮົາ​ໄດ້​ຮັບ​ສະ​ບຽງ​ອາຫານ ແລະ ກຳ​ລັງ​ເພີ່ມ​ເຕີມ.

30 ບັດ​ນີ້​ເວລາ​ພວກ​ເຮົາ​ເຫັນ​ວ່າ​ຊາວ​ເລມັນ​ເລີ່ມ​ກະ​ວົນ​ກະ​ວາຍ​ກ່ຽວ​ກັບ​ເລື່ອງ​ນີ້, ພວກ​ເຮົາ​ຈຶ່ງ​ຄິດ​ຈະ​ໃຊ້​ກົນ​ອຸ​ບາຍ​ກັບ​ພວກ​ເຂົາ; ສະນັ້ນ ອານທິ​ພັດ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ພະ​ເຈົ້າ​ເດີນ​ທັບ​ໄປ​ພ້ອມ​ດ້ວຍ​ພວກ​ລູກ​ຊາຍ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ໄປ​ຫາ​ເມືອງ​ທີ່​ຢູ່​ໃກ້​ຄຽງ​ໃຫ້​ເຮັດ​ຄື​ກັບ​ວ່າ ພວກ​ເຮົາ​ກຳ​ລັງ​ຂົນ​ສະ​ບຽງ​ອາຫານ​ໄປ​ຫາ​ເມືອງ​ທີ່​ຢູ່​ໃກ້​ຄຽງ​ນັ້ນ.

31 ແລະ ພວກ​ເຮົາ​ໄດ້​ເດີນ​ທັບ​ໄປ​ໃກ້​ເມືອງ​ອານທິ​ພາ​ຣາ, ຄ້າຍ​ຄື​ກັບ​ວ່າ​ຈະ​ກາຍ​ເມືອງ​ນັ້ນ​ໄປ​ຫາ​ອີກ​ເມືອງ​ໜຶ່ງ​ທີ່​ຢູ່​ໃນ​ຊາຍ​ແດນ​ໃກ້​ແຄມ​ທະເລ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເດີນ​ທັບ​ໄປ​ຄ້າຍ​ຄື​ກັບ​ວ່າ ພວກ​ເຮົາ​ຈະ​ໄປ​ຫາ​ເມືອງ​ນັ້ນ​ພ້ອມ​ດ້ວຍ​ສະ​ບຽງ​ອາຫານ​ຂອງ​ພວກ​ເຮົາ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອານທິ​ພັດ​ໄດ້​ເດີນ​ທັບ​ໄປ​ພ້ອມ​ດ້ວຍ​ກອງ​ທັບ​ສ່ວນ​ໜຶ່ງ​ຂອງ​ລາວ, ໂດຍ​ໄດ້​ປະ​ສ່ວນ​ທີ່​ເຫລືອ​ໄວ້​ເພື່ອ​ຮັກ​ສາ​ຕົວ​ເມືອງ. ແຕ່​ວ່າ​ລາວ​ບໍ່​ໄດ້​ຍົກ​ໄປ​ຈົນ​ກວ່າ​ຂ້າ​ພະ​ເຈົ້າ​ຈະ​ຍົກ​ໄປ​ກ່ອນ​ພ້ອມ​ດ້ວຍ​ກອງ​ທັບ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ ແລະ ມາ​ຮອດ​ໃກ້​ເມືອງ​ອານທິ​ພາ​ຣາ.

34 ແລະ ບັດ​ນີ້, ຢູ່​ໃນ​ເມືອງ​ອານທິ​ພາ​ຣາ​ນັ້ນ​ມີ​ກອງ​ທັບ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ຊາວ​ເລມັນ​ຕັ້ງ​ຢູ່; ແທ້​ຈິງ​ແລ້ວ, ຢູ່​ທີ່​ນັ້ນ​ມີ​ກຳ​ລັງ​ພົນ​ຫລາຍ​ທີ່​ສຸດ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເລມັນ​ໄດ້​ຮັບ​ແຈ້ງ​ຄວາມ​ຈາກ​ນັກ​ສືບ, ພວກ​ເຂົາ​ກໍ​ໄດ້​ຍົກ​ທັບ​ມາ​ພ້ອມ​ດ້ວຍ​ກຳ​ລັງ​ທັບ​ຂອງ​ພວກ​ເຂົາ ແລະ ເຂົ້າ​ມາ​ໂຈມ​ຕີ​ພວກ​ເຮົາ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ໜີ​ໄປ​ທາງ​ໜ້າ​ພວກ​ເຂົາ​ໄປ​ທາງ​ເໜືອ. ແລະ ພວກ​ເຮົາ​ໄດ້​ນຳ​ເອົາ​ກອງ​ທັບ​ທີ່​ມີ​ກຳ​ລັງ​ຫລາຍ​ທີ່​ສຸດ​ຂອງ​ຊາວ​ເລມັນ​ອອກ​ໄປ​ຈາກ​ທີ່​ໝັ້ນ​ດັ່ງ​ນີ້;

37 ແທ້​ຈິງ​ແລ້ວ, ແມ່ນ​ໄລ​ຍະ​ໄກ​ບໍ່​ໜ້ອຍ, ເຖິງ​ຂະ​ໜາດ​ທີ່​ເມື່ອ​ພວກ​ເຂົາ​ເຫັນ​ກອງ​ທັບ​ຂອງ​ອານທິ​ພັດ​ຕິດ​ຕາມ​ມາ​ດ້ວຍ​ສຸດ​ກຳ​ລັງ, ພວກ​ເຂົາ​ບໍ່​ໄດ້​ຫັນ​ຂວາ ຫລື ຊ້າຍ, ແຕ່​ໄດ້​ຍົກ​ທັບ​ຕິດ​ຕາມ​ພວກ​ເຮົາ​ມາ​ໃນ​ເສັ້ນ​ທາງ​ຊື່; ແລະ ດັ່ງ​ທີ່​ພວກ​ເຂົາ​ຄິດ​ໄວ້, ມັນ​ເປັນ​ເຈດ​ຕະ​ນາ​ຂອງ​ພວກ​ເຂົາ​ທີ່​ຈະ​ຂ້າ​ພວກ​ເຮົາ​ເສຍ ກ່ອນ​ທີ່​ອານທິ​ພັດ​ຈະ​ຍົກ​ທັບ​ມາ​ທັນ​ພວກ​ເຂົາ, ແລະ ນີ້​ກໍ​ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ຖືກ​ທະ​ຫານ​ຂອງ​ພວກ​ເຮົາ​ລ້ອມ​ໄວ້.

38 ແລະ ບັດ​ນີ້​ເວລາ​ອານທິ​ພັດ​ເຫັນ​ວ່າ​ພວກ​ເຮົາ​ມີ​ອັນ​ຕະ​ລາຍ, ຈຶ່ງ​ຟ້າວ​ເດີນ​ທັບ​ຂອງ​ລາວ​ມາ​ຢ່າງ​ວ່ອງ​ໄວ. ແຕ່​ຈົ່ງ​ເບິ່ງ, ມັນ​ເປັນ​ເວລາ​ກາງ​ຄືນ; ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ສາ​ມາດ​ຕິດ​ຕາມ​ພວກ​ເຮົາ​ມາ​ທັນ, ທັງ​ອານທິ​ພັດ​ກໍ​ຕິດ​ຕາມ​ພວກ​ເຂົາ​ບໍ່​ທັນ​ຄື​ກັນ; ສະນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ຕັ້ງ​ຄ້າຍ​ພັກ​ຂຶ້ນ​ໃນ​ຄືນ​ນັ້ນ.

39 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຕອນ​ເຊົ້າ​ມືດ​ຂອງ​ມື້​ນັ້ນ, ຈົ່ງ​ເບິ່ງ, ຊາວ​ເລມັນ​ໄດ້​ອອກ​ໄລ່​ຕາມ​ພວກ​ເຮົາ​ມາ​ອີກ​ແລ້ວ. ບັດ​ນີ້​ພວກ​ເຮົາ​ບໍ່​ມີ​ກຳ​ລັງ​ພຽງ​ພໍ​ທີ່​ຈະ​ຕໍ່​ສູ້​ກັບ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ທົນ​ບໍ່​ໄດ້​ທີ່​ຈະ​ໃຫ້​ລູກ​ຊາຍ​ໜຸ່ມ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ​ຕ້ອງ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ເຂົາ; ສະນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ເດີນ​ທັບ​ຕໍ່​ໄປ, ແລະ ພວກ​ເຮົາ​ໄດ້​ເດີນ​ທັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

40 ບັດ​ນີ້​ພວກ​ເຂົາ​ບໍ່​ກ້າ​ຫັນ​ຂວາ ຫລື ຊ້າຍ ເພາະ​ພວກ​ເຂົາ​ຢ້ານ​ວ່າ​ພວກ​ເຂົາ​ຈະ​ຖືກ​ອ້ອມ​ໄວ້; ທັງ​ຂ້າ​ພະ​ເຈົ້າ​ເອງ​ກໍ​ບໍ່​ກ້າ​ຫັນ​ຂວາ ຫລື ຊ້າຍ ເພາະ​ຢ້ານ​ວ່າ​ພວກ​ເຂົາ​ຈະ​ຕາມ​ມາ​ທັນ, ແລະ ພວກ​ເຮົາ​ຈະ​ຕ້ານ​ທານ​ພວກ​ເຂົາ​ບໍ່​ໄດ້, ແຕ່​ຈະ​ຖືກ​ຂ້າ, ແລ້ວ​ພວກ​ເຂົາ​ກໍ​ຈະ​ໜີ​ໄປ​ໄດ້; ແລະ ດ້ວຍ​ເຫດ​ນີ້ ພວກ​ເຮົາ​ຈຶ່ງ​ໄດ້​ປົບ​ໜີ​ໄປ​ເລື້ອຍໆ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໝົດ​ມື້​ນັ້ນ​ຈົນ​ຮອດ​ຕອນ​ຄ່ຳ​ມືດ.

41 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ອີກ​ຄື, ຕອນ​ເຊົ້າ​ມື້​ໃໝ່​ມາ ພວກ​ເຮົາ​ກໍ​ເຫັນ​ຊາວ​ເລມັນ​ຕິດ​ຕາມ​ມາ​ອີກ, ແລະ ພວກ​ເຮົາ​ກໍ​ໄດ້​ໜີ​ໄປ​ທາງ​ໜ້າ​ພວກ​ເຂົາ​ຕໍ່​ໄປ.

42 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຢຸດ​ໄລ່ ຫລັງ​ຈາກ​ຕາມ​ມາ​ບໍ່​ໄກ​ເທົ່າ​ໃດ; ແລະ ມັນ​ເປັນ​ຕອນ​ເຊົ້າ​ຂອງ​ວັນທີ​ສາມ​ຂອງ​ເດືອນ​ເຈັດ.

43 ແລະ ບັດ​ນີ້, ພວກ​ເຮົາ​ບໍ່​ຮູ້​ວ່າ​ອານທິ​ພັດ​ໄດ້​ໄລ່​ຕາມ​ພວກ​ນັ້ນ​ມາ​ທັນ​ຫລື​ບໍ່, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ສັດ​ຕູ​ຈຶ່ງ​ຢຸດ​ໄລ່​ຕາມ​ພວກ​ເຮົາ ມັນ​ອາດ​ຈະ​ເປັນ​ຈຸດ​ປະສົງ​ຂອງ​ພວກ​ເຂົາ​ທີ່​ຈະ​ໃຫ້​ພວກ​ເຮົາ​ເຂົ້າ​ໂຈມ​ຕີ, ເພື່ອ​ວ່າ​ພວກ​ເຮົາ​ຈະ​ຖືກ​ບ້ວງ​ຂອງ​ພວກ​ເຂົາ;

44 ສະນັ້ນ ພວກ​ເຈົ້າ​ຈະ​ວ່າ​ແນວ​ໃດ, ລູກ​ຂອງ​ພໍ່, ພວກ​ເຈົ້າ​ຈະ​ອອກ​ໄປ​ສູ້​ຮົບ​ກັບ​ພວກ​ເຂົາ​ບໍ?

45 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ, ອ້າຍ​ນ້ອງ​ໂມ​ໂຣ​ໄນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ວ່າ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ ຄວາມ​ກ້າ​ຫານ​ແບບ​ນີ້​ມາ​ກ່ອນ​ເລີຍ, ບໍ່​ເຄີຍ​ເລີຍ, ບໍ່​ເຄີຍ​ເຫັນ​ຜູ້​ໃດ​ເລີຍ​ແມ່ນ​ແຕ່​ໃນ​ບັນ​ດາ​ຊາວ​ນີໄຟ​ທັງ​ໝົດ.

46 ເພາະ​ຂ້າ​ພະ​ເຈົ້າ​ຈົນ​ເຖິງ​ຂັ້ນ​ເອີ້ນ​ພວກ​ເຂົາ​ວ່າ​ລູກ​ຊາຍ (ເພາະ​ວ່າ​ພວກ​ເຂົາ​ຍັງ​ໜຸ່ມ​ນ້ອຍ​ຫລາຍ) ຈົນ​ວ່າ​ພວກ​ເຂົາ​ເອີ້ນ​ຂ້າ​ພະ​ເຈົ້າ​ວ່າ: ພໍ່​ເອີຍ, ຈົ່ງ​ເບິ່ງ ພຣະ​ເຈົ້າ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ, ແລະ ພຣະ​ອົງ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຮົາ​ຖືກ​ຂ້າ​ດອກ; ຂໍ​ໃຫ້​ພວກ​ເຮົາ​ອອກ​ໄປ​ເທາະ; ພວກ​ເຮົາ​ຈະ​ບໍ່​ຂ້າ​ພີ່​ນ້ອງ​ຊາວ​ເລມັນ​ຂອງ​ພວກ​ເຮົາ ຖ້າ​ຫາກ​ພວກ​ເຂົາ​ຈະ​ປ່ອຍ​ພວກ​ເຮົາ​ໃຫ້​ຢູ່​ຕາມ​ລຳ​ພັງ; ສະນັ້ນ ຂໍ​ໃຫ້​ພວກ​ເຮົາ​ອອກ​ໄປ​ເທາະ ຢ້ານ​ວ່າ​ພວກ​ສັດ​ຕູ​ຈະ​ເອົາ​ຊະນະ​ກອງ​ທັບ​ຂອງ​ອານທິ​ພັດ.

47 ບັດ​ນີ້​ພວກ​ເຂົາ​ບໍ່​ເຄີຍ​ຕໍ່​ສູ້​ມາ​ກ່ອນ, ແຕ່​ພວກ​ເຂົາ​ບໍ່​ຢ້ານ​ຄວາມ​ຕາຍ​ເລີຍ; ແລະ ພວກ​ເຂົາ​ໄດ້​ຄິດ​ເຖິງ ເສ​ລີ​ພາບ​ຂອງ​ພໍ່​ຂອງ​ພວກ​ເຂົາ​ຫລາຍ​ກວ່າ​ຊີ​ວິດ​ຂອງ​ຕົນ​ເອງ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ຈາກ ແມ່​ຂອງ​ພວກ​ເຂົາ, ວ່າ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ສົງ​ໃສ, ແລ້ວ​ພຣະ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຂົາ.

48 ແລະ ພວກ​ເຂົາ​ໄດ້​ທົບ​ທວນ​ຄຳ​ເວົ້າ​ຂອງ​ແມ່​ຂອງ​ພວກ​ເຂົາ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ກ່າວ​ວ່າ: ພວກ​ເຮົາ​ບໍ່​ສົງ​ໃສ​ເລີຍ​ວ່າ ແມ່​ຂອງ​ພວກ​ເຮົາ​ຮູ້​ຈັກ​ເລື່ອງ​ນີ້.

49 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ທະ​ຫານ​ສອງ​ພັນ​ຄົນ​ໄດ້​ຫັນ​ກັບ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ​ທີ່​ໄດ້​ໄລ່​ຕາມ​ພວກ​ເຮົາ​ມາ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ກອງ​ທັບ​ຂອງ​ອານທິ​ພັດ​ໄດ້​ຍົກ​ມາ​ທັນ ແລະ ການ​ສູ້​ຮົບ​ອັນ​ດຸ​ເດືອດ​ກໍ​ເລີ່ມ​ຕົ້ນ.

50 ໂດຍ​ທີ່​ກອງ​ທັບ​ຂອງ​ອານທິ​ພັດ​ຍັງ​ມີ​ຄວາມ​ອ່ອນ​ເພຍ​ຫລາຍ​ຢູ່​ຍ້ອນ​ການ​ເດີນ​ທັບ​ມາ​ໄກ​ພາຍ​ໃນ​ໄລ​ຍະ​ເວລາ​ອັນ​ສັ້ນໆ​ແບບ​ນີ້, ພວກ​ເຂົາ​ຈຶ່ງ​ເກືອບ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລມັນ; ແລະ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ບໍ່​ກັບ​ຄືນ​ມາ​ພ້ອມ​ດ້ວຍ​ສອງ​ພັນ​ຄົນ​ນີ້​ແລ້ວ ພວກ​ເຂົາ​ຄົງ​ຈະ​ໄດ້​ບັນ​ລຸ​ຕາມ​ຈຸດ​ປະສົງ​ຂອງ​ພວກ​ເຂົາ​ໄປ​ແລ້ວ.

51 ເພາະ​ອານທິ​ພັດ ແລະ ຜູ້​ນຳ​ທະ​ຫານ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ ຍ້ອນ​ວ່າ​ຄວາມ​ອິດ​ເມື່ອຍ​ຂອງ​ພວກ​ເຂົາ ຊຶ່ງ​ເກີດ​ມາ​ຈາກ​ການ​ເດີນ​ທັບ​ຢ່າງ​ວ່ອງ​ໄວ—ສະນັ້ນ ທະ​ຫານ​ຂອງ​ອານທິ​ພັດ​ຈຶ່ງ​ມີ​ຄວາມ​ສັບ​ສົນ​ຍ້ອນ​ການ​ຕາຍ​ຂອງ​ພວກ​ຜູ້​ນຳ​ຂອງ​ພວກ​ເຂົາ, ແລ້ວ​ພວກ​ເຂົາ​ກໍ​ເລີ່ມ​ແຕກ​ໜີ​ໄປ​ຈາກ​ຊາວ​ເລມັນ.

52 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ຈຶ່ງ​ມີ​ກຳ​ລັງ​ໃຈ​ຂຶ້ນ, ແລະ ເລີ່ມ​ໄລ່​ຕາມ​ພວກ​ເຂົາ​ໄປ; ແລະ ຊາວ​ເລມັນ​ໄດ້​ໄລ່​ພວກ​ເຂົາ​ໄປ​ຢ່າງ​ເອົາ​ຈິງ​ເອົາ​ຈັງ ເມື່ອ​ຮີ​ລາ​ມັນ​ພ້ອມ​ດ້ວຍ​ສອງ​ພັນ​ຄົນ​ຂອງ​ເພິ່ນ​ເຂົ້າ​ຕີ​ທາງ​ດ້ານ​ຫລັງ, ແລະ ເລີ່ມ​ຂ້າ​ພວກ​ເຂົາ​ລົງ​ຢ່າງ​ຫລວງ​ຫລາຍ, ເຖິງ​ຂະ​ໜາດ​ທີ່​ກອງ​ທັບ​ຂອງ​ຊາວ​ເລມັນ​ທັງ​ໝົດ​ຕ້ອງ​ຢຸດ ແລະ ຫັນ​ກັບ​ມາ​ສູ້​ກັບ​ຮີ​ລາ​ມັນ.

53 ບັດ​ນີ້​ເວລາ​ຄົນ​ຂອງ​ອານທິ​ພັດ​ເຫັນ​ວ່າ​ຊາວ​ເລມັນ​ຫວນ​ກັບ​ຄືນ​ໄປ, ພວກ​ເຂົາ​ຈຶ່ງ​ໄດ້​ເຕົ້າ​ໂຮມ​ກັນ​ເຂົ້າ ແລະ ເຂົ້າ​ໄປ​ໂຈມ​ຕີ​ທາງ​ດ້ານ​ຫລັງ​ຂອງ​ຊາວ​ເລມັນ​ອີກ.

54 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື​ພວກ​ເຮົາ, ຜູ້​ຄົນ​ຂອງ​ນີໄຟ, ທະ​ຫານ​ຂອງ​ອານທິ​ພັດ, ແລະ ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ສອງ​ພັນ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ລ້ອມ​ຊາວ​ເລມັນ​ໄວ້ ແລະ ໄດ້​ຂ້າ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຖືກ​ບັງ​ຄັບ​ໃຫ້​ມອບ​ອາ​ວຸດ​ແຫ່ງ​ສົງ​ຄາມ ແລະ ມອບ​ຕົວ​ໃຫ້​ເປັນ​ຊະ​ເລີຍ​ເສິກ.

55 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ຍອມ​ມອບ​ຕົວ​ໃຫ້​ກັບ​ພວກ​ເຮົາ​ແລ້ວ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ນັບ​ຈຳນວນ​ຊາຍ​ໜຸ່ມ​ທັງ​ໝົດ​ທີ່​ໄດ້​ຕໍ່​ສູ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ, ຢ້ານ​ວ່າ​ຈະ​ມີ​ຫລາຍ​ຄົນ​ຖືກ​ຂ້າ​ຕາຍ.

56 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ​ທີ່​ສຸດ ເພາະ​ວ່າ ບໍ່​ມີ​ຈັກ​ຄົນ​ເລີຍ​ທີ່​ລົ້ມ​ຕາຍ​ກັບ​ພື້ນ​ດິນ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຕໍ່​ສູ້​ຄື​ກັນ​ກັບ​ວ່າ​ພວກ​ເຂົາ​ຕໍ່​ສູ້​ດ້ວຍ​ພະ​ລັງ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ບໍ່​ເຄີຍ​ມີ​ຜູ້​ໃດ​ເຄີຍ​ເຫັນ​ການ​ຕໍ່​ສູ້​ດ້ວຍ​ພະ​ລັງ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ແບບ​ນີ້​ມາ​ກ່ອນ​ເລີຍ; ແລະ ດ້ວຍ​ພະ​ລັງ​ອັນ​ຍິ່ງ​ໃຫຍ່​ນີ້ ພວກ​ເຂົາ​ຈຶ່ງ​ໄດ້​ໂຈມ​ຕີ​ຊາວ​ເລມັນ, ຈົນ​ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມ​ຢ້ານ​ກົວ​ຫລາຍ; ແລະ ດ້ວຍ​ເຫດ​ນີ້​ຊາວ​ເລມັນ​ຈຶ່ງ​ໄດ້​ຍອມ​ມອບ​ຕົວ​ເປັນ​ຊະ​ເລີຍ​ເສິກ.

57 ແລະ ເນື່ອງ​ຈາກ​ວ່າ​ພວກ​ເຮົາ​ບໍ່​ມີ​ບ່ອນ​ສຳ​ລັບ​ໄວ້​ຊະ​ເລີຍ​ເສິກ, ທີ່​ຈະ​ໃຫ້​ພວກ​ເຮົາ​ຮັກ​ສາ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກອງ​ທັບ​ຂອງ​ຊາວ​ເລມັນ, ສະນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ຈັດ​ສົ່ງ​ພວກ​ເຂົາ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ, ຊຶ່ງ​ມີ​ທະ​ຫານ​ສ່ວນ​ໜຶ່ງ​ຂອງ​ອານທິ​ພັດ​ຜູ້​ທີ່​ບໍ່​ໄດ້​ຖືກ​ຂ້າ​ນຳ​ພາ​ໄປ, ແລະ ສ່ວນ​ທີ່​ເຫລືອ​ຢູ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ພາ​ພວກ​ເຂົາ​ໄປ​ຮ່ວມ​ກັບ​ຊາຍ​ໜຸ່ມ ຊາວ​ອຳໂມນ​ຂອງ​ຂ້າພະ​ເຈົ້າ, ແລະ ເດີນ​ທັບ​ກັບ​ຄືນ​ໄປ​ຫາ​ເມືອງ​ຢູດາຍ.