ພຣະ​ຄຳ​ພີ
ແອວມາ 57


ບົດ​ທີ 57

ຮີ​ລາ​ມັນ​ທົບ​ທວນ​ເຖິງ​ການ​ຍຶດ​ເອົາ​ເມືອງ​ອານທິ​ພາ​ຣາ ແລະ ເຖິງ​ການ​ຍອມ​ຈຳ​ນົນ ແລະ ພາຍ​ຫລັງ​ມາ​ໄດ້​ເປັນ​ກຳ​ລັງ​ປ້ອງ​ກັນ​ເມືອງ​ຄູ​ມະ​ໄນ—ຊາຍ​ໜຸ່ມ​ຊາວ​ອຳໂມນ​ຕໍ່​ສູ້​ຢ່າງ​ອົງ​ອາດ​ກ້າ​ຫານ ແລະ ບໍ່​ມີ​ຜູ້​ໃດ​ຖືກ​ຂ້າ​ຕາຍ​ເລີຍ; ມີ​ແຕ່​ໄດ້​ຮັບ​ບາດ​ເຈັບ​ເທົ່າ​ນັ້ນ—ກິດ​ລາຍ​ງານ​ເຖິງ​ການ​ຂ້າ​ຟັນ ແລະ ການ​ໂຕນ​ໜີ​ຂອງ​ຊະ​ເລີຍ​ເສິກ​ຊາວ​ເລມັນ. ປະ​ມານ 63 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສານ​ສະບັບ​ໜຶ່ງ​ຈາກ​ກະສັດ​ອາມ​ໂມ​ຣອນ, ທີ່​ມີ​ຄວາມ​ວ່າ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ສົ່ງ​ຊະ​ເລີຍ​ເສິກ​ທີ່​ພວກ​ເຮົາ​ຈັບ​ໄດ້​ຄືນ​ໃຫ້​ລາວ ແລ້ວ​ລາວ​ຈະ​ມອບ​ເມືອງ​ອານທິ​ພາ​ຣາ​ໃຫ້​ພວກ​ເຮົາ.

2 ແຕ່​ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ສານ​ຕອບ​ກະສັດ, ວ່າ​ພວກ​ເຮົາ​ແນ່​ໃຈ​ວ່າ ກຳ​ລັງ​ຄົນ​ຂອງ​ພວກ​ເຮົາ​ມີ​ພຽງ​ພໍ​ທີ່​ຈະ​ຕີ​ເອົາ​ເມືອງ​ອານທິ​ພາ​ຣາ​ໄດ້​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຮົາ; ແລະ ການ​ສົ່ງ​ຊະ​ເລີຍ​ເພື່ອ​ແລກ​ປ່ຽນ​ກັບ​ເມືອງ​ນັ້ນ ພວກ​ເຮົາ​ຄິດ​ວ່າ​ມັນ​ບໍ່​ເປັນ​ການ​ສະຫລາດ​ເລີຍ, ແລະ ວ່າ​ພວກ​ເຮົາ​ຈະ​ສົ່ງ​ຊະ​ເລີຍ​ເສິກ​ຄືນ​ເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບ​ຊະ​ເລີຍ​ເສິກ​ເທົ່າ​ນັ້ນ.

3 ແລະ ອາມ​ໂມ​ຣອນ​ປະ​ຕິ​ເສດ​ສານ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ວ່າ​ລາວ​ບໍ່​ຍອມ​ແລກ​ປ່ຽນ​ຊະ​ເລີຍ​ເສິກ; ສະນັ້ນ ພວກ​ເຮົາ​ຈຶ່ງ​ຕຽມ​ພ້ອມ​ເພື່ອ​ຈະ​ໄປ​ຕີ​ເອົາ​ເມືອງ​ອານທິ​ພາ​ຣາ.

4 ແຕ່​ຜູ້​ຄົນ​ເມືອງ​ອານທິ​ພາ​ຣາ​ໄດ້​ປະ​ຖິ້ມ​ເມືອງ ແລະ ອອກ​ໜີ​ໄປ​ຫາ​ເມືອງ​ຕ່າງໆ ຊຶ່ງ​ພວກ​ເຂົາ​ເປັນ​ເຈົ້າ​ຂອງ​ຢູ່, ເພື່ອ​ເສີມ​ກຳ​ລັງ​ເມືອງ​ເຫລົ່າ​ນັ້ນ; ແລະ ດ້ວຍ​ເຫດ​ນີ້ ເມືອງ​ອານທິ​ພາ​ຣາ​ຈຶ່ງ​ຕົກ​ຢູ່​ໃນ​ມື​ຂອງ​ພວກ​ເຮົາ​ດັ່ງ​ນີ້.

5 ແລະ ປີ​ທີ​ຊາວ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຕົ້ນ​ປີ​ທີ​ຊາວ​ເກົ້າ ພວກ​ເຮົາ​ໄດ້​ສະ​ບຽງ​ອາຫານ​ຊຸດ​ໜຶ່ງ ແລະ ກຳ​ລັງ​ພົນ​ມາ​ເພີ່ມ​ເຕີມ​ກອງ​ທັບ​ອີກ, ຊຶ່ງ​ໄດ້​ມາ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ມາ​ຈາກ​ແຜ່ນ​ດິນ​ອ້ອມ​ແອ້ມ​ເປັນ​ຈຳນວນ​ຫົກ​ພັນ​ຄົນ, ນອກ​ນັ້ນ​ຍັງ​ມີ ຊາຍ​ໜຸ່ມ​ຊາວ​ອຳໂມນ​ອີກ​ຫົກ​ສິບ​ຄົນ ຜູ້​ທີ່​ມາ​ເຂົ້າ​ຮ່ວມ​ກັບ​ກອງ​ທັບ​ນ້ອຍ​ສອງ​ພັນ​ຄົນ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເອງ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ມີ​ກຳ​ລັງ​ເພີ່ມ​ຂຶ້ນ, ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ຮັບ​ສະ​ບຽງ​ອາຫານ​ຢ່າງ​ເຫລືອ​ເຟືອ​ຕື່ມ​ອີກ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ເປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຮົາ​ທີ່​ຈະ​ສູ້​ຮົບ​ກັບ​ກອງ​ທັບ​ທີ່​ຖືກ​ວາງ​ໄວ້​ເພື່ອ​ປ້ອງ​ກັນ​ເມືອງ​ຄູ​ມະ​ໄນ.

8 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ບອກ​ໃຫ້​ທ່ານ​ຮູ້​ວ່າ ຈາກ​ນັ້ນ​ໄປ​ບໍ່​ດົນ​ພວກ​ເຮົາ​ກໍ​ໄດ້​ສຳ​ເລັດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ດ້ວຍ​ກຳ​ລັງ​ອັນ​ເຂັ້ມ​ແຂງ​ຂອງ​ພວກ​ເຮົາ, ຫລື​ດ້ວຍ​ສ່ວນ​ໜຶ່ງ​ຂອງ​ກຳ​ລັງ​ອັນ​ເຂັ້ມ​ແຂງ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ລ້ອມ​ເມືອງ​ຄູ​ມະ​ໄນ​ໄວ້​ໃນ​ຕອນ​ກາງ​ຄືນ, ໃກ້​ເວລາ​ທີ່​ພວກ​ເຂົາ​ຈະ​ໄດ້​ຮັບ​ສະ​ບຽງ​ອາຫານ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຕັ້ງ​ຄ້າຍ​ຢູ່​ຮອບ​ເມືອງ​ເປັນ​ເວລາ​ຫລາຍ​ຄືນ; ແຕ່​ວ່າ​ພວກ​ເຮົາ​ໄດ້​ນອນ​ກັບ​ດາບ ແລະ ຈັດ​ເວນ​ຍາມ​ໄວ້​ເພື່ອ​ຊາວ​ເລມັນ​ຈະ​ບໍ່​ໄດ້​ມາ​ໂຈມ​ຕີ​ພວກ​ເຮົາ​ໃນ​ເວລາ​ກາງ​ຄືນ ແລະ ຂ້າ​ພວກ​ເຮົາ​ຖິ້ມ ຊຶ່ງ​ພວກ​ເຂົາ​ເຄີຍ​ພະ​ຍາ​ຍາມ​ມາ​ກ່ອນ​ແລ້ວ​ຫລາຍ​ເທື່ອ; ແຕ່​ທຸກໆ​ເທື່ອ​ທີ່​ພວກ​ເຂົາ​ພະ​ຍາ​ຍາມ​ແບບ​ນີ້ ພວກ​ເຂົາ​ຕ້ອງ​ໄດ້​ເສຍ​ເລືອດ​ເນື້ອ​ໄປ.

10 ຫລັງ​ຈາກ​ນັ້ນ​ບໍ່​ດົນ​ສະ​ບຽງ​ອາຫານ​ຂອງ​ພວກ​ເຂົາ​ກໍ​ມາ​ຮອດ ແລະ ກຳ​ລັງ​ທີ່​ຈະ​ເຂົ້າ​ເມືອງ​ໃນ​ເວລາ​ກາງ​ຄືນ. ແລະ ສະນັ້ນ, ພວກ​ເຮົາ, ຊາວ​ນີໄຟ ແທນ​ທີ່​ຈະ​ເປັນ​ຊາວ​ເລມັນ ຈຶ່ງ​ໄດ້​ຈັບ​ພວກ​ເຂົາ ແລະ ຍຶດ​ເອົາ​ສະ​ບຽງ​ອາຫານ​ຂອງ​ພວກ​ເຂົາ​ໄວ້.

11 ແລະ ເຖິງ​ແມ່ນ​ວ່າ​ຊາວ​ເລມັນ​ຖືກ​ຕັດ​ອອກ​ຈາກ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພວກ​ເຂົາ​ຕາມ​ວິ​ທີ​ນີ້, ແຕ່​ພວກ​ເຂົາ​ຍັງ​ຕັ້ງ​ໃຈ​ທີ່​ຈະ​ຮັກ​ສາ​ເມືອງ​ນັ້ນ​ໄວ້​ຢູ່; ສະນັ້ນ ມັນ​ຈຶ່ງ​ເປັນ​ການ​ສົມ​ຄວນ​ທີ່​ພວກ​ເຮົາ​ຈະ​ຍຶດ​ເອົາ​ສະ​ບຽງ​ອາຫານ​ເຫລົ່າ​ນີ້ ແລະ ສົ່ງ​ມັນ​ໄປ​ຫາ​ເມືອງ​ຢູດາຍ, ແລະ ສົ່ງ​ຊະ​ເລີຍ​ເສິກ​ຂອງ​ພວກ​ເຮົາ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຜ່ານ​ໄປ​ບໍ່​ເທົ່າ​ໃດ​ມື້ ກ່ອນ​ທີ່​ຊາວ​ເລມັນ​ຈະ​ໝົດ​ຫວັງ​ທີ່​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ; ສະນັ້ນ ພວກ​ເຂົາ​ຈຶ່ງ​ຍອມ​ມອບ​ເມືອງ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ພວກ​ເຮົາ; ແລະ ພວກ​ເຮົາ​ຈຶ່ງ​ສຳ​ເລັດ​ຜົນ​ດັ່ງ​ນີ້ ຕາມ​ແຜນ​ການ​ຂອງ​ພວກ​ເຮົາ​ທີ່​ຈະ​ຍຶດ​ເອົາ​ເມືອງ​ຄູ​ມະ​ໄນ​ໄວ້.

13 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊະ​ເລີຍ​ເສິກ​ຂອງ​ພວກ​ເຮົາ​ມີ​ເປັນ​ຈຳນວນ​ຫລວງ​ຫລາຍ, ຊຶ່ງ​ຫລາຍ​ກວ່າ​ຈຳນວນ​ທະ​ຫານ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໃຊ້​ກຳ​ລັງ​ທັງ​ໝົດ​ຂອງ​ພວກ​ເຮົາ​ເພື່ອ​ເຝົ້າ​ຍາມ ແລະ ໄດ້​ຂ້າ​ຈຳນວນ​ໜຶ່ງ​ຖິ້ມ.

14 ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ພະ​ຍາ​ຍາມ​ໂຕນ​ໜີ ແລະ ຕໍ່​ສູ້​ດ້ວຍ​ກ້ອນ​ຫີນ, ຫລື ດ້ວຍ​ໄມ້​ຄ້ອນ, ຫລື ດ້ວຍ​ອັນ​ໃດ​ກໍ​ແລ້ວ​ແຕ່​ທີ່​ພວກ​ເຂົາ​ຈະ​ຫາ​ມາ​ໄດ້, ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ໄດ້​ຂ້າ​ພວກ​ເຂົາ​ຖິ້ມ​ເຖິງ​ສອງ​ພັນ​ຄົນ ຫລັງ​ຈາກ​ທີ່​ພວກ​ເຂົາ​ຍອມ​ມອບ​ຕົວ​ເປັນ​ຊະ​ເລີຍ​ເສິກ​ແລ້ວ.

15 ສະນັ້ນ ມັນ​ຈຶ່ງ​ສົມ​ຄວນ​ສຳ​ລັບ​ພວກ​ເຮົາ​ທີ່​ຈະ​ຂ້າ​ພວກ​ເຂົາ, ຫລື ຕ້ອງ​ຍາມ​ພວກ​ເຂົາ​ດ້ວຍ​ດາບ​ໃນ​ມື, ແລະ ພວກ​ເຮົາ​ຈຶ່ງ​ໄດ້​ພາ​ພວກ​ເຂົາ​ລົງ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ; ແລະ ເພາະ​ສະ​ບຽງ​ອາຫານ​ຂອງ​ພວກ​ເຮົາ​ລວມ​ທັງ​ເຄື່ອງ​ທີ່​ຍຶດ​ມາ​ໄດ້​ຈາກ​ຊາວ​ເລມັນ​ກໍ​ຍັງ​ບໍ່​ພໍ​ສຳ​ລັບ​ທະ​ຫານ​ຂອງ​ພວກ​ເຮົາ​ເອງ​ຢູ່​ແລ້ວ.

16 ແລະ ບັດ​ນີ້, ໃນ​ສະພາບ​ອັນ​ໜ້າ​ວິ​ຕົກ​ເຊັ່ນ​ນີ້, ມັນ​ຈຶ່ງ​ເປັນ​ເລື່ອງ​ໜັກ​ທີ່​ສຸດ​ທີ່​ຈະ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ຊະ​ເລີຍ​ເສິກ​ເຫລົ່າ​ນີ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຍັງ​ໄດ້​ຕົກ​ລົງ​ໃຈ​ທີ່​ຈະ​ສົ່ງ​ພວກ​ເຂົາ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ; ສະນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ເລືອກ​ເອົາ​ຄົນ​ຂອງ​ພວກ​ເຮົາ​ສ່ວນ​ໜຶ່ງ, ແລະ ມອບ​ໜ້າ​ທີ່​ໃຫ້​ພວກ​ເຂົາ​ເຝົ້າ​ຍາມ​ຊະ​ເລີຍ​ເສິກ​ໃນ​ຂະນະ​ທີ່​ກຳ​ລັງ​ພາ​ພວກ​ເຂົາ​ລົງ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ.

17 ແຕ່​ວ່າ​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ ພວກ​ເຂົາ​ໄດ້​ກັບ​ຄືນ​ມາ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ໄດ້​ສອບ​ຖາມ​ພວກ​ເຂົາ​ກ່ຽວ​ກັບ​ຊະ​ເລີຍ​ເສິກ​ເຫລົ່າ​ນັ້ນ​ເລີຍ; ເພາະ​ຈົ່ງ​ເບິ່ງ, ຊາວ​ເລມັນ​ໄດ້​ມາ​ໂຈມ​ຕີ​ພວກ​ເຮົາ, ແລະ ພວກ​ເຂົາ​ມາ​ທັນ​ເວລາ​ພໍ​ດີ​ເພື່ອ​ຊ່ວຍ​ເຫລືອ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ການ​ຕົກ​ໄປ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ຊາວ​ເລມັນ. ເພາະ​ຈົ່ງ​ເບິ່ງ, ອາມ​ໂມ​ຣອນ​ໄດ້​ສົ່ງ​ສະ​ບຽງ​ອາຫານ​ມາ​ຊ່ວຍ​ພວກ​ເຂົາ​ພ້ອມ​ດ້ວຍ​ກຳ​ລັງ​ພົນ​ເປັນ​ຈຳນວນ​ຫລວງ​ຫລາຍ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ຜູ້​ຊາຍ​ຊຶ່ງ​ພວກ​ເຮົາ​ໄດ້​ສົ່ງ​ໄປ​ກັບ​ຊະ​ເລີຍ​ເສິກ​ນັ້ນ​ໄດ້​ມາ​ຮອດ​ທັນ​ເວລາ​ເພື່ອ​ຢັບ​ຢັ້ງ​ສັດ​ຕູ​ໄວ້, ຂະນະ​ທີ່​ພວກ​ເຂົາ​ກຳ​ລັງ​ຈະ​ຊະນະ​ພວກ​ເຮົາ​ຢູ່​ແລ້ວ.

19 ແຕ່​ຈົ່ງ​ເບິ່ງ, ກອງ​ທັບ​ນ້ອຍ​ຈຳນວນ​ສອງ​ພັນ​ຫົກ​ສິບ​ຄົນ​ນັ້ນ ໄດ້​ຕໍ່​ສູ້​ຢ່າງ​ດຸ​ເດືອດ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ເຂັ້ມ​ແຂງ​ໃນ​ການ​ສູ້​ຮົບ ແລະ ຕໍ່​ຕ້ານ​ກັບ​ຊາວ​ເລມັນ, ແລະ ໄດ້​ຂ້າ​ທຸກ​ຄົນ​ທີ່​ຂັດ​ຂວາງ​ພວກ​ເຂົາ.

20 ແລະ ເວລາ​ກອງ​ທັບ​ທີ່​ເຫລືອ​ຢູ່​ຂອງ​ພວກ​ເຮົາ​ກຳ​ລັງ​ຈະ​ຍອມ​ແພ້​ໃຫ້​ແກ່​ຊາວ​ເລມັນ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ທະ​ຫານ​ສອງ​ພັນ​ຫົກ​ສິບ​ຄົນ​ນັ້ນ​ຍັງ​ເຂັ້ມ​ແຂງ ແລະ ບໍ່​ຫວັ່ນ​ໄຫວ​ເລີຍ.

21 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ເຊື່ອ​ຟັງ ແລະ ຕັ້ງ​ໃຈ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ທຸກ​ຄຳ​ຢ່າງ​ເຄັ່ງ​ຄັດ; ແທ້​ຈິງ​ແລ້ວ, ມັນ​ເປັນ​ໄປ​ເຊັ່ນ​ນີ້​ຕາມ​ສັດທາ​ຂອງ​ພວກ​ເຂົາ; ແລະ ຂ້າ​ພະ​ເຈົ້າ​ໄດ້​ຈື່​ຈຳ​ຄຳ​ເວົ້າ​ທີ່​ພວກ​ເຂົາ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ ແມ່​ຂອງ​ພວກ​ເຂົາ​ໄດ້​ສິດ​ສອນ​ພວກ​ເຂົາ.

22 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ເປັນ​ໜີ້​ຊີ​ວິດ​ຕໍ່​ພວກ​ລູກ​ຊາຍ​ເຫລົ່າ​ນີ້​ກັບ​ພວກ​ທີ່​ຖືກ​ເລືອກ​ໃຫ້​ໄປ​ສົ່ງ​ຊະ​ເລີຍ​ເສິກ​ເຫລົ່າ​ນັ້ນ​ສຳ​ລັບ​ໄຊ​ຊະນະ​ເທື່ອ​ນີ້; ເພາະ​ພວກ​ເຂົາ​ເປັນ​ຜູ້​ທີ່​ຕີ​ຊາວ​ເລມັນ​ໃຫ້​ແຕກ​ຜ່າຍ​ໄປ; ສະນັ້ນ ພວກ​ນັ້ນ​ຈຶ່ງ​ຖືກ​ຂັບ​ໄລ່​ກັບ​ໄປ​ຫາ​ເມືອງ​ແມນທາຍ.

23 ແລະ ພວກ​ເຮົາ​ໄດ້​ຍຶດ​ເອົາ​ເມືອງ​ຄູ​ມະ​ໄນ​ໄວ້; ແລະ ບໍ່​ໄດ້​ຖືກ​ທຳ​ລາຍ​ທັງ​ໝົດ​ດ້ວຍ​ດາບ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ກໍ​ຍັງ​ໄດ້​ຮັບ​ການ​ເສຍ​ຫາຍ​ຢ່າງ​ຫລວງ​ຫລາຍ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຊາວ​ເລມັນ​ໄດ້​ໜີ​ໄປ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ອອກ​ຄຳ​ສັ່ງ​ທັນ​ທີ​ວ່າ ໃຫ້​ຍ້າຍ​ທະ​ຫານ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ອອກ​ຈາກ​ຜູ້​ທີ່​ຕາຍ, ແລະ ສັ່ງ​ໃຫ້​ປິ່ນ​ປົວ​ບາດ​ແຜ​ຂອງ​ພວກ​ເຂົາ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ມີ​ຢູ່​ສອງ​ຮ້ອຍ​ຄົນ​ໃນ​ສອງ​ພັນ​ຫົກ​ສິບ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ໄດ້​ໝົດ​ສະ​ຕິ​ໄປ ເພາະ​ການ​ເສຍ​ເລືອດ​ຢ່າງ​ໜັກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ, ແລະ ຕໍ່​ຄວາມ​ແປກ​ປະ​ຫລາດ​ໃຈ​ຫລາຍ​ທີ່​ສຸດ​ແກ່​ພວກ​ເຮົາ, ແລະ ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ​ແກ່​ກອງ​ທັບ​ທັງ​ໝົດ​ຂອງ​ພວກ​ເຮົາ, ເພາະ​ວ່າ ບໍ່​ມີ​ຜູ້​ໃດ​ເລີຍ​ໃນ​ພວກ​ເຮົາ​ທີ່​ຖືກ​ຂ້າ; ແທ້​ຈິງ​ແລ້ວ, ແລະ ບໍ່​ມີ​ເທົ່າ​ໃດ​ຄົນ​ໃນ​ບັນ​ດາ​ພວກ​ເຮົາ​ທີ່​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ບ່ອນ.

26 ແລະ ບັດ​ນີ້, ການ​ຮັກ​ສາ​ທີ່​ພວກ​ເຂົາ​ໄດ້​ຮັບ​ນັ້ນ​ເປັນ​ການ​ແປກ​ປະ​ຫລາດ​ໃຈ​ແກ່​ທົ່ວ​ກອງ​ທັບ​ຂອງ​ພວກ​ເຮົາ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮັບ​ການ​ໄວ້​ຊີ​ວິດ​ໃນ​ຂະນະ​ທີ່​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຫລາຍ​ພັນ​ຄົນ​ຖືກ​ຂ້າ​ຕາຍ. ແລະ ພວກ​ເຮົາ​ເຊື່ອ​ຢ່າງ​ແນ່​ນອນ​ວ່າ​ມັນ​ເປັນ ອຳນາດ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ເຈົ້າ, ຍ້ອນ​ວ່າ ສັດທາ​ຂອງ​ພວກ​ເຂົາ​ມີ​ຫລາຍ​ທີ່​ສຸດ ແລະ ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້​ເຊື່ອ—ວ່າ​ມັນ​ມີ​ພຣະ​ເຈົ້າ​ຜູ້​ທ່ຽງ​ທຳ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ສົງ​ໃສ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້​ໂດຍ​ອຳນາດ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ.

27 ບັດ​ນີ້ ນີ້​ຄື​ສັດທາ​ຂອງ​ພວກ​ເຂົາ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມາ​ແລ້ວ; ພວກ​ເຂົາ​ຍັງ​ໜຸ່ມ​ນ້ອຍ, ແລະ ຈິດ​ໃຈ​ຂອງ​ພວກ​ເຂົາ​ເຂັ້ມ​ແຂງ, ແລະ ພວກ​ເຂົາ​ມີ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຕະຫລອດ​ເວລາ.

28 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ພວກ​ເຮົາ​ໄດ້​ພະ​ຍາ​ບານ​ຜູ້​ຄົນ​ຂອງ​ພວກ​ເຮົາ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ, ແລະ ໄດ້​ຝັງ​ສົບ​ຄົນ​ຂອງ​ພວກ​ເຮົາ ແລະ ຊາວ​ເລມັນ ຊຶ່ງ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ຖາມ​ກິດ​ກ່ຽວ​ກັບ​ຊະ​ເລີຍ​ເສິກ ຊຶ່ງ​ພວກ​ເຂົາ​ໄດ້​ພາ​ລົງ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ.

29 ບັດ​ນີ້​ກິດ​ເປັນ​ຫົວ​ໜ້າ​ນາຍ​ທະ​ຫານ​ຄວບ​ຄຸມ​ກຸ່ມ​ທະ​ຫານ​ຜູ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ຄຸມ​ພວກ​ຊະ​ເລີຍ​ເສິກ​ໄປ​ຫາ​ແຜ່ນ​ດິນ​ນັ້ນ.

30 ແລະ ບັດ​ນີ້ ນີ້​ຄື​ຄຳ​ເວົ້າ​ຂອງ​ກິດ​ທີ່​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ເລີ່ມ​ເດີນ​ທາງ​ລົງ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ​ພ້ອມ​ດ້ວຍ​ຊະ​ເລີຍ​ເສິກ​ຂອງ​ພວກ​ເຮົາ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ພົບ​ກັບ​ພວກ​ນັກ​ສືບ​ຂອງ​ກອງ​ທັບ​ຂອງ​ພວກ​ເຮົາ ຜູ້​ຊຶ່ງ​ໄດ້​ຖືກ​ສົ່ງ​ໃຫ້​ໄປ​ຕິດ​ຕາມ​ເບິ່ງ​ຄ້າຍ​ຂອງ​ຊາວ​ເລມັນ.

31 ແລະ ພວກ​ນັ້ນ​ໄດ້​ຮ້ອງ​ບອກ​ພວກ​ເຮົາ, ໂດຍ​ກ່າວ​ວ່າ—ຈົ່ງ​ເບິ່ງ, ກອງ​ທັບ​ຂອງ​ຊາວ​ເລມັນ​ກຳ​ລັງ​ຍົກ​ທັບ​ໄປ​ທາງ​ເມືອງ​ຄູ​ມະ​ໄນ; ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເຂົ້າ​ໂຈມ​ຕີ​ພວກ​ທີ່​ຢູ່​ໃນ​ເມືອງ​ນັ້ນ, ແທ້​ຈິງ​ແລ້ວ, ແລະ ຈະ​ທຳ​ລາຍ​ຜູ້​ຄົນ​ຂອງ​ພວກ​ເຮົາ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ຊະ​ເລີຍ​ເສິກ​ຂອງ​ພວກ​ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ບອກ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ມີ​ກຳ​ລັງ​ໃຈ​ຂຶ້ນ; ແລະ ພວກ​ເຂົາ​ໄດ້​ລຸກ​ຂຶ້ນ​ໃນ​ການ​ກະ​ບົດ​ຕໍ່​ພວກ​ເຮົາ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເປັນ​ຍ້ອນ​ການ​ກະ​ບົດ​ຂອງ​ພວກ​ເຂົາ ຈຶ່ງ​ເປັນ​ເຫດ​ໃຫ້​ພວກ​ເຮົາ​ຕ້ອງ​ຟາດ​ຟັນ​ພວກ​ເຂົາ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ແລ່ນ​ເຂົ້າ​ມາ​ຫາ​ດາບ​ຂອງ​ພວກ​ເຮົາ​ເປັນ​ໝູ່, ມັນ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ສ່ວນ​ຫລາຍ​ຖືກ​ຂ້າ​ຕາຍ ແລະ ພວກ​ທີ່​ເຫລືອ​ຕາຍ​ນັ້ນ​ໄດ້​ແລ່ນ​ຜ່າຍ​ໜີ​ໄປ.

34 ແລະ ຈົ່ງ​ເບິ່ງ, ເວລາ​ພວກ​ເຂົາ​ໄດ້​ໜີ​ໄປ​ແລ້ວ ແລະ ພວກ​ເຮົາ​ບໍ່​ສາ​ມາດ​ໄລ່​ຕາມ​ພວກ​ເຂົາ​ທັນ, ພວກ​ເຮົາ​ຈຶ່ງ​ໄດ້​ເດີນ​ທັບ​ຢ່າງ​ວ່ອງ​ໄວ​ກັບ​ມາ​ເມືອງ​ຄູ​ມະ​ໄນ; ແລະ ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ມາ​ເຖິງ​ທັນ​ເວລາ ເພື່ອ​ຈະ​ໄດ້​ຊ່ວຍ​ເຫລືອ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ໃນ​ການ​ປ້ອງ​ກັນ​ເມືອງ​ໄວ້.

35 ແລະ ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຮົາ​ອີກ. ແລະ ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ; ເພາະ​ຈົ່ງ​ເບິ່ງ, ມັນ​ແມ່ນ​ພຣະ​ອົງ​ທີ່​ປົດ​ປ່ອຍ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ທີ່​ເຮັດ​ການ​ອັນ​ຍິ່ງ​ໃຫຍ່​ນີ້​ແກ່​ພວກ​ເຮົາ.

36 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຂ້າ​ພະ​ເຈົ້າ​ຮີ​ລາ​ມັນ​ໄດ້​ຍິນ​ຂໍ້​ຄວາມ​ຂອງ​ກິດ​ແລ້ວ, ຂ້າ​ພະ​ເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ຢ່າງ​ລົ້ນ​ເຫລືອ, ຍ້ອນ​ວ່າ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ປົກ​ປັກ​ຮັກ​ສາ​ພວກ​ເຮົາ​ໄວ້, ເພື່ອ​ວ່າ​ພວກ​ເຮົາ​ທັງ​ໝົດ​ຈະ​ບໍ່​ໄດ້​ຖືກ​ຂ້າ; ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ຈິດ​ວິນ​ຍານ​ຂອງ​ຜູ້​ທີ່​ຕາຍ​ໄປ​ນັ້ນ​ໄດ້ ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ແລ້ວ.