ພຣະ​ຄຳ​ພີ
ແອວມາ 58


ບົດ​ທີ 58

ຮີ​ລາ​ມັນ, ກິດ, ແລະ ທີ​ອອມເນີ ຍຶດ​ເອົາ​ເມືອງ​ແມນທາຍ​ຄືນ​ມາ​ດ້ວຍ​ກົນ​ອຸ​ບາຍ—ຊາວ​ເລມັນ​ຖອນ​ອອກ​ໄປ—ພວກ​ລູກ​ຊາຍ​ຂອງ​ຜູ້​ຄົນ​ຂອງ​ອຳໂມນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້ ຊຶ່ງ​ພວກ​ເຂົາ​ໝັ້ນ​ຄົງ​ຢູ່​ໃນ​ການ​ປ້ອງ​ກັນ​ເສ​ລີ​ພາບ ແລະ ໝັ້ນ​ຄົງ​ຢູ່​ກັບ​ສັດທາ​ຂອງ​ພວກ​ເຂົາ. ປະ​ມານ 63–62 ປີ ກ່ອນ ຄ.ສ.

1 ແລະ ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈຸດ​ປະສົງ​ຕໍ່​ໄປ​ຂອງ​ພວກ​ເຮົາ​ແມ່ນ​ຈະ​ເອົາ​ເມືອງ​ແມນທາຍ​ໃຫ້​ໄດ້; ແຕ່​ຈົ່ງ​ເບິ່ງ, ບໍ່​ມີ​ທາງ​ທີ່​ພວກ​ເຮົາ​ຈະ​ສາ​ມາດ​ເຮັດ​ໃຫ້​ພວກ​ເຂົາ​ອອກ​ຈາກ​ເມືອງ​ດ້ວຍ​ກຳ​ລັງ​ທັບ​ນ້ອຍ​ຂອງ​ພວກ​ເຮົາ​ນີ້. ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ຈື່​ກົນ​ອຸ​ບາຍ​ທີ່​ພວກ​ເຮົາ​ເຄີຍ​ໄດ້​ເຮັດ​ມາ​ກ່ອນ​ແລ້ວ; ສະນັ້ນ ພວກ​ເຮົາ​ຈະ ຫລອກ​ໃຫ້​ພວກ​ເຂົາ​ອອກ​ມາ​ຈາກ​ທີ່​ໝັ້ນ​ຂອງ​ພວກ​ເຂົາ​ບໍ່​ໄດ້​ອີກ​ແລ້ວ.

2 ແລະ ພວກ​ເຂົາ​ມີ​ຈຳນວນ​ພົນ​ຢ່າງ​ຫລວງ​ຫລາຍ, ຫລາຍ​ກວ່າ​ກອງ​ທັບ​ຂອງ​ພວກ​ເຮົາ ຈົນ​ວ່າ​ພວກ​ເຮົາ​ບໍ່​ກ້າ​ອອກ​ໄປ​ໂຈມ​ຕີ​ພວກ​ເຂົາ​ໃນ​ທີ່​ໝັ້ນ​ຂອງ​ພວກ​ເຂົາ.

3 ແທ້​ຈິງ​ແລ້ວ, ມັນ​ສົມ​ຄວນ​ທີ່​ພວກ​ເຮົາ​ຈະ​ໃຫ້​ຄົນ​ຂອງ​ພວກ​ເຮົາ​ຮັກ​ສາ​ແຜ່ນ​ດິນ​ພາກ​ຕ່າງໆ​ທີ່​ພວກ​ເຮົາ​ໄດ້​ຍຶດ​ກັບ​ຄືນ​ມາ​ເປັນ​ເຈົ້າ​ຂອງ​ອີກ; ສະນັ້ນ ມັນ​ຈຶ່ງ​ສົມ​ຄວນ​ທີ່​ພວກ​ເຮົາ​ຕ້ອງ​ລໍ​ຖ້າ​ຈົນ​ກວ່າ​ພວກ​ເຮົາ​ຈະ​ໄດ້​ຮັບ​ກຳ​ລັງ​ເພີ່ມ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ ແລະ ໄດ້​ຮັບ​ສະ​ບຽງ​ອາຫານ​ຕື່ມ​ອີກ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ນາຍ​ທູດ​ໄປ​ຫາ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ຂອງ​ພວກ​ເຮົາ, ເພື່ອ​ໃຫ້​ເພິ່ນ​ຮູ້​ຈັກ​ການ​ງານ​ຂອງ​ຜູ້​ຄົນ​ຂອງ​ພວກ​ເຮົາ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຄອຍ​ຖ້າ​ຮັບ​ສະ​ບຽງ​ອາຫານ ແລະ ກຳ​ລັງ​ເພີ່ມ​ເຕີມ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ.

5 ແຕ່​ຈົ່ງ​ເບິ່ງ, ການ​ລໍ​ຄອຍ​ນີ້​ບໍ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ພວກ​ເຮົາ​ເລີຍ ເພາະ​ວ່າ​ແຕ່​ລະ​ມື້​ຊາວ​ເລມັນ​ໄດ້​ຮັບ​ກຳ​ລັງ​ເພີ່ມ​ຂຶ້ນ​ພ້ອມ​ທັງ​ສະ​ບຽງ​ອາຫານ​ເປັນ​ຈຳນວນ​ຫລວງ​ຫລາຍ; ແລະ ນີ້​ຄື​ສະພາບ​ຂອງ​ພວກ​ເຮົາ​ໃນ​ໄລ​ຍະ​ນີ້.

6 ແລະ ຊາວ​ເລມັນ​ກໍ​ໄດ້​ອອກ​ມາ​ໂຈມ​ຕີ​ພວກ​ເຮົາ​ເປັນ​ບາງ​ຄັ້ງ, ໂດຍ​ຕັ້ງ​ໃຈ​ທີ່​ຈະ​ທຳ​ລາຍ​ພວກ​ເຮົາ​ດ້ວຍ​ກົນ​ອຸ​ບາຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ບໍ່​ສາ​ມາດ​ອອກ​ຕໍ່​ສູ້​ກັບ​ພວກ​ເຂົາ ເພາະ​ກຳ​ລັງ ແລະ ທີ່​ໝັ້ນ​ຂອງ​ພວກ​ເຂົາ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຄອຍ​ຖ້າ​ຢູ່​ໃນ​ສະພາບ​ອັນ​ທຸກ​ຍາກ​ລຳ​ບາກ​ເປັນ​ເວລາ​ຫລາຍ​ເດືອນ, ຈົນ​ວ່າ​ພວກ​ເຮົາ​ເກືອບ​ຈະ​ຕາຍ ຍ້ອນ​ການ​ຂາດ​ອາຫານ.

8 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຮັບ​ອາຫານ​ພ້ອມ​ກັບ​ກອງ​ທະ​ຫານ​ສອງ​ພັນ​ຄົນ ຊຶ່ງ​ພວກ​ເຂົາ​ເຫລົ່າ​ນີ້​ເປັນ​ຜູ້​ທີ່​ຄຸ້ມ​ກັນ​ອາຫານ​ມາ​ເພື່ອ​ຊ່ວຍ​ເຫລືອ​ພວກ​ເຮົາ; ແລະ ນີ້​ຄື​ຄວາມ​ຊ່ວຍ​ເຫລືອ​ທັງ​ໝົດ​ທີ່​ພວກ​ເຮົາ​ໄດ້​ຮັບ, ເພື່ອ​ຈະ​ໄດ້​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ພວກ​ເຮົາ​ຈາກ​ການ​ຕົກ​ໄປ​ສູ່​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຮົາ, ແທ້​ຈິງ​ແລ້ວ, ເພື່ອ​ຈະ​ໄດ້​ຕໍ່​ສູ້​ກັບ​ສັດ​ຕູ​ຂອງ​ພວກ​ເຮົາ ຊຶ່ງ​ມີ​ຈຳນວນ​ຈົນ​ນັບ​ບໍ່​ຖ້ວນ.

9 ແລະ ບັດ​ນີ້​ສາ​ເຫດ​ຂອງ​ຄວາມ​ກັງ​ວົນ​ໃຈ​ເຫລົ່າ​ນີ້​ຂອງ​ພວກ​ເຮົາ, ຫລື ສາ​ເຫດ​ວ່າ​ເປັນ​ດ້ວຍ​ເຫດ​ໃດ​ພວກ​ເພິ່ນ​ຈຶ່ງ​ບໍ່​ສົ່ງ​ກຳ​ລັງ​ມາ​ໃຫ້​ພວກ​ເຮົາ​ຫລາຍ​ກວ່າ​ນີ້, ພວກ​ເຮົາ​ບໍ່​ຮູ້​ຈັກ; ສະນັ້ນ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ໂສກ​ເສົ້າ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ, ຢ້ານ​ວ່າ​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ຈະ​ເກີດ​ກັບ​ແຜ່ນ​ດິນ​ຂອງ​ພວກ​ເຮົາ, ຈົນ​ເຖິງ​ການ​ລົບ​ລ້າງ ແລະ ເຖິງ​ຄວາມ​ພິນາດ​ຈົນ​ໝົດ​ສິ້ນ.

10 ສະນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ທຸ້ມ​ເທ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ໃນ​ການ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ, ເພື່ອ​ວ່າ​ພຣະ​ອົງ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ມີ​ກຳ​ລັງ​ຂຶ້ນ ແລະ ປົດ​ປ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຮົາ, ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພວກ​ເຮົາ​ມີ​ກຳ​ລັງ​ເພີ່ມ​ຂຶ້ນ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັກ​ສາ​ເມືອງ​ຂອງ​ພວກ​ເຮົາ, ແລະ ແຜ່ນ​ດິນ​ຂອງ​ພວກ​ເຮົາ, ແລະ ຊັບ​ສິນ​ຂອງ​ພວກ​ເຮົາ​ໄວ້​ເພື່ອ​ຄ້ຳ​ຊູ​ຜູ້​ຄົນ​ຂອງ​ພວກ​ເຮົາ.

11 ແທ້​ຈິງ​ແລ້ວ, ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ໄດ້​ມາ​ຢ້ຽມ​ຢາມ​ພວກ​ເຮົາ​ໂດຍ​ໃຫ້​ຄວາມ​ໝັ້ນ​ໃຈ​ວ່າ ພຣະ​ອົງ​ຈະ​ປົດ​ປ່ອຍ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພຣະ​ອົງ​ໄດ້​ກ່າວ​ຄວາມ​ສະຫງົບ​ແກ່​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ, ແລະ ໄດ້​ປະທານ​ສັດທາ​ອັນ​ແຮງ​ກ້າ​ໃຫ້​ແກ່​ພວກ​ເຮົາ, ແລະ ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຫວັງ​ໃນ​ຄວາມ​ລອດ​ພົ້ນ​ຂອງ​ພວກ​ເຮົາ​ຈາກ​ພຣະ​ອົງ.

12 ແລະ ພວກ​ເຮົາ​ກໍ​ໄດ້​ມີ​ກຳ​ລັງ​ໃຈ​ຂຶ້ນ​ກັບ​ກຳ​ລັງ​ອັນ​ເລັກ​ນ້ອຍ​ຊຶ່ງ​ພວກ​ເຮົາ​ໄດ້​ຮັບ​ນັ້ນ, ແລະ ພວກ​ເຮົາ​ເຈາະ​ຈົງ​ຢູ່​ກັບ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເອົາ​ຊະນະ​ສັດ​ຕູ​ຂອງ​ພວກ​ເຮົາ, ແລະ ເພື່ອ ຮັກ​ສາ​ແຜ່ນ​ດິນ​ຂອງ​ພວກ​ເຮົາ, ແລະ ຊັບ​ສິນ​ຂອງ​ພວກ​ເຮົາ, ແລະ ເມຍ​ຂອງ​ພວກ​ເຮົາ, ແລະ ລູກ​ຂອງ​ພວກ​ເຮົາ, ແລະ ອຸ​ດົມ​ການ​ແຫ່ງ ເສ​ລີ​ພາບ​ຂອງ​ພວກ​ເຮົາ​ໄວ້.

13 ແລະ ພວກ​ເຮົາ​ໄດ້​ຍົກ​ກຳ​ລັງ​ອອກ​ໄປ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ພວກ​ເຮົາ ເພື່ອ​ຕໍ່​ສູ້​ກັບ​ຊາວ​ເລມັນ ຊຶ່ງ​ຢູ່​ໃນ​ເມືອງ​ແມນທາຍ; ແລະ ພວກ​ເຮົາ​ໄດ້​ຕັ້ງ​ຄ້າຍ​ຂຶ້ນ​ທາງ​ຂ້າງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຊຶ່ງ​ຢູ່​ໃກ້​ເມືອງ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ, ເວລາ​ຊາວ​ເລມັນ​ເຫັນ​ວ່າ​ພວກ​ເຮົາ​ຢູ່​ຂ້າງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຊຶ່ງ​ຢູ່​ໃກ້​ເມືອງ, ພວກ​ເຂົາ​ຈຶ່ງ​ໄດ້​ສົ່ງ​ນັກ​ສືບ​ມາ​ສອດ​ແນມ​ເບິ່ງ​ພວກ​ເຮົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ຈັກ​ເຖິງ​ຈຳນວນ ແລະ ກຳ​ລັງ​ທັບ​ຂອງ​ພວກ​ເຮົາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ເຫັນ​ວ່າ​ພວກ​ເຮົາ​ບໍ່​ມີ​ກຳ​ລັງ​ຫລາຍ​ຕາມ​ຈຳນວນ​ຂອງ​ພວກ​ເຮົາ, ແລະ ໂດຍ​ຢ້ານ​ວ່າ​ພວກ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຕັດ​ຂາດ​ຈາກ​ການ​ຊ່ວຍ​ເຫລືອ ຖ້າ​ຫາກ​ພວກ​ເຂົາ​ບໍ່​ຍົກ​ກຳ​ລັງ​ອອກ​ມາ​ສູ້​ຮົບ ແລະ ຂ້າ​ພວກ​ເຮົາ​ເສຍ, ແລະ ໂດຍ​ຄິດ​ອີກ​ວ່າ​ພວກ​ເຂົາ​ຈະ​ທຳ​ລາຍ​ພວກ​ເຮົາ​ໄດ້​ຢ່າງ​ງ່າຍ​ດາຍ​ດ້ວຍ​ກຳ​ລັງ​ທະ​ຫານ​ອັນ​ຫລວງ​ຫລາຍ​ຂອງ​ພວກ​ເຂົາ, ສະນັ້ນ ພວກ​ເຂົາ​ຈຶ່ງ​ເລີ່ມ ຕຽມ​ຕົວ​ເພື່ອ​ອອກ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ.

16 ແລະ ເມື່ອ​ພວກ​ເຮົາ​ເຫັນ​ວ່າ​ພວກ​ເຂົາ​ກຳ​ລັງ​ຕຽມ​ຕົວ​ເພື່ອ​ຈະ​ອອກ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈຶ່ງ​ໃຫ້​ກິດ​ພ້ອມ​ດ້ວຍ​ທະ​ຫານ​ສ່ວນ​ໜຶ່ງ​ໄປ​ລີ້​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ທີ​ອອມເນີ​ກັບ​ຄົນ​ຂອງ​ລາວ​ສ່ວນ​ໜຶ່ງ​ກໍ​ໄປ​ລີ້​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຄື​ກັນ.

17 ບັດ​ນີ້​ກິດ​ກັບ​ຄົນ​ຂອງ​ລາວ​ໄດ້​ຢູ່​ທາງ​ເບື້ອງ​ຂວາ ແລະ ອີກ​ພວກ​ໜຶ່ງ​ຢູ່​ທາງ​ເບື້ອງ​ຊ້າຍ; ແລະ ເວລາ​ທີ່​ພວກ​ເຂົາ​ກຳ​ລັງ​ລີ້​ຢູ່​ນັ້ນ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ກອງ​ທັບ​ທີ່​ເຫລືອ​ຢູ່​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ຄົງ​ຢູ່​ບ່ອນ​ເກົ່າ, ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ເຮົາ​ໄດ້​ຕັ້ງ​ຄ້າຍ​ຂຶ້ນ ແລະ ໄດ້​ຄອຍ​ຖ້າ​ເວລາ​ທີ່​ຊາວ​ເລມັນ​ຈະ​ຍົກ​ທັບ​ອອກ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ກໍ​ໄດ້​ອອກ​ມາ​ຕໍ່​ສູ້​ກັບ​ພວກ​ເຮົາ​ດ້ວຍ​ກຳ​ລັງ​ທັບ​ອັນ​ມະຫາ​ສານ​ຂອງ​ພວກ​ເຂົາ. ແລະ ເວລາ​ທີ່​ພວກ​ເຂົາ​ຍົກ​ມາ ແລະ ກຳ​ລັງ​ຈະ​ເຂົ້າ​ໂຈມ​ຕີ​ພວກ​ເຮົາ​ດ້ວຍ​ດາບ, ຂ້າ​ພະ​ເຈົ້າ​ກໍ​ໃຫ້​ທະ​ຫານ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຖອຍ​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ຕິດ​ຕາມ​ພວກ​ເຮົາ​ມາ​ດ້ວຍ​ຄວາມ​ວ່ອງ​ໄວ ເພາະ​ວ່າ​ພວກ​ເຂົາ​ປາດ​ຖະ​ໜາ​ທີ່​ຈະ​ຕິດ​ຕາມ​ໃຫ້​ທັນ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຂ້າ​ພວກ​ເຮົາ; ສະນັ້ນ ພວກ​ເຂົາ​ຈຶ່ງ​ຕິດ​ຕາມ​ພວກ​ເຮົາ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ພວກ​ເຮົາ​ໄດ້​ຜ່ານ​ໄປ​ທາງ​ກາງ​ຂອງ​ກິດ ແລະ ທີ​ອອມເນີ, ເຖິງ​ຂະ​ໜາດ​ທີ່​ຊາວ​ເລມັນ​ບໍ່​ເຫັນ​ພວກ​ເຂົາ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຊາວ​ເລມັນ​ໄດ້​ຜ່ານ​ໄປ, ຫລື ວ່າ​ກອງ​ທັບ​ໄດ້​ຜ່ານ​ໄປ​ແລ້ວ ກິດ ແລະ ທີ​ອອມເນີ​ໄດ້​ຍົກ​ທັບ​ອອກ​ມາ​ຈາກ​ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ເຂົາ, ແລະ ໄດ້​ກັ້ນ​ພວກ​ນັກ​ສືບ​ຂອງ​ຊາວ​ເລມັນ​ໄວ້ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ກັບ​ຄືນ​ໄປ​ຫາ​ເມືອງ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ກັ້ນ​ພວກ​ເລມັນ​ໄວ້​ແລ້ວ, ພວກ​ເຂົາ​ຈຶ່ງ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ ແລະ ເຂົ້າ​ໂຈມ​ຕີ ແລະ ທຳ​ລາຍ​ທະ​ຫານ​ຍາມ​ທີ່​ປະ​ໄວ້​ເຝົ້າ​ເມືອງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ທຳ​ລາຍ​ພວກ​ເຂົາ ແລະ ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ນັ້ນ.

22 ບັດ​ນີ້​ມັນ​ເປັນ​ໄປ​ເຊັ່ນ​ນີ້​ຍ້ອນ​ວ່າ​ຊາວ​ເລມັນ​ໄດ້​ຍອມ​ໃຫ້​ກອງ​ທັບ​ທັງ​ໝົດ​ຂອງ​ພວກ​ເຂົາ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຍົກ​ເວັ້ນ​ແຕ່​ທະ​ຫານ​ຍາມ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂດຍ​ວິ​ທີ​ນີ້ ກິດ ແລະ ທີ​ອອມເນີ ຈຶ່ງ​ໄດ້​ຍຶດ​ເອົາ​ທີ່​ໝັ້ນ​ຂອງ​ພວກ​ເຂົາ​ໄດ້. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ໄດ້​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ດົນ​ພໍ​ສົມ​ຄວນ, ພວກ​ເຮົາ​ຈຶ່ງ​ໄດ້​ອອກ​ໄປ​ຕາມ​ເສັ້ນ​ທາງ​ຂອງ​ພວກ​ເຮົາ​ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ.

24 ແລະ ເວລາ​ຊາວ​ເລມັນ​ເຫັນ​ວ່າ​ພວກ​ເຂົາ​ກຳ​ລັງ​ເດີນ​ທັບ​ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ, ພວກ​ເຂົາ​ຈຶ່ງ​ເກີດ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ທີ່​ສຸດ, ຢ້ານ​ວ່າ​ຈະ​ມີ​ແຜນ​ການ​ວາງ​ໄວ້​ເພື່ອ​ຈະ​ພາ​ພວກ​ເຂົາ​ໄປ​ສູ່​ຄວາມ​ພິນາດ; ສະນັ້ນ ພວກ​ເຂົາ​ຈຶ່ງ​ເລີ່ມ​ຖອຍ​ຄືນ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ໄດ້​ຖອຍ​ກັບ​ໄປ​ທາງ​ເກົ່າ​ຊຶ່ງ​ພວກ​ເຂົາ​ໄດ້​ຍົກ​ມາ.

25 ແລະ ຈົ່ງ​ເບິ່ງ, ມັນ​ເປັນ​ເວລາ​ກາງ​ຄືນ ແລະ ພວກ​ເຂົາ​ຈຶ່ງ​ໄດ້​ຕັ້ງ​ຄ້າຍ​ຂຶ້ນ, ເພາະ​ວ່າ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ຊາວ​ເລມັນ​ຄິດ​ວ່າ ຊາວ​ນີໄຟ​ຈະ​ອ່ອນ​ເພຍ ຍ້ອນ​ການ​ເດີນ​ທັບ​ຂອງ​ພວກ​ເຂົາ; ແລະ ໂດຍ​ຄິດ​ວ່າ​ຕົນ​ເອງ​ໄດ້​ຂັບ​ໄລ່​ກອງ​ທັບ​ທັງ​ໝົດ​ຂອງ​ຊາວ​ນີໄຟ​ໄປ​ແລ້ວ ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ຄິດ​ອັນ​ໃດ​ເລີຍ​ກ່ຽວ​ກັບ​ເມືອງ​ແມນທາຍ​ນັ້ນ.

26 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຮອດ​ຕອນ​ກາງ​ຄືນ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໃຫ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ນອນ, ແຕ່​ວ່າ​ໃຫ້​ເດີນ​ທັບ​ຕໍ່​ໄປ​ຕາມ​ເສັ້ນ​ທາງ​ອື່ນ​ມຸ້ງ​ໜ້າ​ໄປ​ຫາ​ເມືອງ​ແມນທາຍ.

27 ແລະ ຍ້ອນ​ວ່າ​ການ​ເດີນ​ທັບ​ຂອງ​ພວກ​ເຮົາ​ໃນ​ຕອນ​ກາງ​ຄືນ, ຈົ່ງ​ເບິ່ງ, ໃນ​ມື້​ຕໍ່​ມາ ພວກ​ເຮົາ​ກໍ​ເລີຍ​ໜ້າ​ຊາວ​ເລມັນ​ໄປ, ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ໄດ້​ມາ​ຮອດ​ເມືອງ​ແມນທາຍ​ກ່ອນ​ພວກ​ເຂົາ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ມາ​ຕາມ​ນີ້​ແລ້ວ, ເປັນ​ຍ້ອນ​ກົນ​ອຸ​ບາຍ, ພວກ​ເຮົາ​ຈຶ່ງ​ໄດ້​ຍຶດ​ເອົາ​ເມືອງ​ແມນທາຍ​ໄດ້​ໂດຍ​ບໍ່​ໄດ້​ເສຍ​ເລືອດ​ເນື້ອ​ເລີຍ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ກອງ​ທັບ​ຂອງ​ຊາວ​ເລມັນ​ໄດ້​ກັບ​ມາ​ໃກ້​ເມືອງ, ແລະ ເຫັນ​ວ່າ​ພວກ​ເຮົາ​ຕຽມ​ພ້ອມ​ທີ່​ຈະ​ພົບ​ກັບ​ພວກ​ເຂົາ​ຢູ່, ພວກ​ເຂົາ​ກໍ​ແປກ​ປະ​ຫລາດ​ໃຈ​ຫລາຍ​ທີ່​ສຸດ ແລະ ເກີດ​ຄວາມ​ຢ້ານ​ກົວ​ຢ່າງ​ໃຫຍ່​ຫລວງ​ຂຶ້ນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

30 ແທ້​ຈິງ​ແລ້ວ, ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທັບ​ຂອງ​ຊາວ​ເລມັນ​ໄດ້​ໜີ​ອອກ​ຈາກ​ແຜ່ນ​ດິນ​ສ່ວນ​ນີ້​ທັງ​ໝົດ. ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເອົາ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ​ເປັນ​ຈຳນວນ​ຫລວງ​ຫລາຍ​ຈາກ​ແຜ່ນ​ດິນ​ໄປ​ນຳ​ພວກ​ເຂົາ.

31 ແລະ ໃນ​ເວລາ​ນີ້ ເມືອງ ຕ່າງໆ​ທີ່​ຊາວ​ເລມັນ​ໄດ້​ຍຶດ​ເອົາ​ໄປ ໄດ້​ຕົກ​ຢູ່​ໃນ​ຄວາມ​ຄອບ​ຄອງ​ຂອງ​ພວກ​ເຮົາ​ແລ້ວ; ແລະ ບິດາ​ຂອງ​ພວກ​ເຮົາ ແລະ ຜູ້​ຍິງ​ຂອງ​ພວກ​ເຮົາ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຮົາ ກໍ​ກຳ​ລັງ​ກັບ​ຄືນ​ໄປ​ຫາ​ເຮືອນ​ຊານ​ຂອງ​ຕົນ, ຍົກ​ເວັ້ນ​ແຕ່​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ເສິກ ແລະ ຖືກ​ຊາວ​ເລມັນ​ພາ​ໄປ​ເທົ່າ​ນັ້ນ.

32 ແຕ່​ຈົ່ງ​ເບິ່ງ, ກອງ​ທັບ​ຂອງ​ພວກ​ເຮົາ​ມີ​ກຳ​ລັງ​ບໍ່​ຫລາຍ​ທີ່​ຈະ​ຮັກ​ສາ​ຫລາຍ​ຫົວ​ເມືອງ ແລະ ຊັບ​ສິນ​ຢ່າງ​ຫລວງ​ຫລາຍ​ເຊັ່ນ​ນີ້​ໄວ້​ໄດ້.

33 ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ປະທານ​ໄຊ​ຊະນະ​ເໜືອ​ແຜ່ນ​ດິນ​ໃຫ້​ແກ່​ພວກ​ເຮົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ໄດ້​ເມືອງ ແລະ ແຜ່ນ​ດິນ​ເຫລົ່າ​ນັ້ນ​ຊຶ່ງ​ເປັນ​ຂອງ​ພວກ​ເຮົາ​ຄືນ​ມາ.

34 ບັດ​ນີ້​ພວກ​ເຮົາ​ບໍ່​ຮູ້​ຈັກ​ເຖິງ​ສາ​ເຫດ​ວ່າ​ດ້ວຍ​ເຫດ​ໃດ​ຝ່າຍ​ຜູ້​ປົກ​ຄອງ​ຈຶ່ງ​ບໍ່​ສົ່ງ​ກຳ​ລັງ​ມາ​ໃຫ້​ພວກ​ເຮົາ; ແລະ ພວກ​ຜູ້​ຊາຍ​ທີ່​ມາ​ຊ່ວຍ​ພວກ​ເຮົາ​ກໍ​ບໍ່​ຮູ້​ວ່າ​ດ້ວຍ​ເຫດ​ໃດ​ພວກ​ເຮົາ​ຈຶ່ງ​ບໍ່​ໄດ້​ຮັບ​ກຳ​ລັງ​ເພີ່ມ​ເຕີມ.

35 ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ຮູ້​ວ່າ ທ່ານ​ກຳ​ລັງ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ, ແລະ ທ່ານ​ໄດ້​ນຳ​ກຳ​ລັງ​ໄປ​ຊ່ວຍ​ເຫລືອ​ແຜ່ນ​ດິນ​ສ່ວນ​ນັ້ນ; ຖ້າ​ຫາກ​ເປັນ​ເຊັ່ນ​ນີ້ ພວກ​ເຮົາ​ກໍ​ຈະ​ບໍ່​ຈົ່ມ​ເລີຍ.

36 ແລະ ຖ້າ​ຫາກ​ມັນ​ບໍ່​ເປັນ​ເຊັ່ນ​ນີ້, ຈົ່ງ​ເບິ່ງ, ພວກ​ເຮົາ​ຢ້າ​ນ​ວ່າ​ມັນ​ຈະ​ມີ ການ​ແຕກ​ແຍກ​ໃນ​ຝ່າຍ​ຜູ້​ປົກ​ຄອງ, ເຂົາ​ເຈົ້າ​ຈຶ່ງ​ບໍ່​ສົ່ງ​ຄົນ​ມາ​ເພີ່ມ​ອີກ; ເພາະ​ພວກ​ເຮົາ​ຮູ້​ຈັກ​ວ່າ ມັນ​ມີ​ຜູ້​ຄົນ​ຢູ່​ຢ່າງ​ຫລວງ​ຫລາຍ, ຫລາຍ​ກວ່າ​ທີ່​ໄດ້​ສົ່ງ​ມາ​ແລ້ວ.

37 ແຕ່​ຈົ່ງ​ເບິ່ງ, ມັນ​ບໍ່​ສຳ​ຄັນ​ເລີຍ—ພວກ​ເຮົາ​ໄວ້​ວາງ​ໃຈ​ວ່າ​ພຣະ​ເຈົ້າ​ຈະ ປົດ​ປ່ອຍ​ພວກ​ເຮົາ, ທັງໆ​ທີ່​ກອງ​ທັບ​ຂອງ​ພວກ​ເຮົາ​ອ່ອນ​ເພຍ, ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຮົາ.

38 ຈົ່ງ​ເບິ່ງ, ຕອນ​ນີ້​ຄື​ທ້າຍ​ປີ​ທີ​ຊາວ​ເກົ້າ, ແລະ ພວກ​ເຮົາ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຂອງ​ພວກ​ເຮົາ; ແລະ ຊາວ​ເລມັນ​ໄດ້​ໜີ​ກັບ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ແລ້ວ.

39 ແລະ ພວກ​ລູກ​ຊາຍ​ຂອງ​ຜູ້​ຄົນ​ຂອງ​ອຳໂມນ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ເຖິງ​ດ້ວຍ​ຄວາມ​ຍ້ອງ​ຍໍ​ນັ້ນ, ກໍ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຢູ່​ເມືອງ​ແມນທາຍ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຄ້ຳ​ຊູ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ແລະ ໄດ້​ຄຸ້ມ​ຄອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ການ​ຖືກ​ຂ້າ​ດ້ວຍ​ດາບ, ເຖິງ​ຂະ​ໜາດ​ທີ່​ບໍ່​ມີ ຜູ້​ໃດ​ຖືກ​ຂ້າ​ຕາຍ​ເລີຍ.

40 ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ບ່ອນ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ໝັ້ນ​ຄົງ​ຢູ່​ໃນ ເສ​ລີ​ພາບ ເປັນ​ດ້ວຍ​ເຫດ​ນີ້​ພຣະ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ອິດສະ​ລະ; ແລະ ນັບ​ມື້​ນັບ​ວັນ​ພວກ​ເຂົາ​ຍິ່ງ​ໝັ້ນ​ຢູ່​ໃນ​ການ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຫລາຍ​ຂຶ້ນ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຍຶດ​ຖື ທີ່​ຈະ​ຮັກ​ສາ​ຂໍ້​ກຳ​ນົດ​ຂອງ​ພຣະ​ອົງ, ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ, ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຕະຫລອດ​ເວລາ; ແລະ ພວກ​ເຂົາ​ມີ​ສັດທາ​ຢ່າງ​ລົ້ນ​ເຫລືອ​ໃນ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ.

41 ແລະ ບັດ​ນີ້, ອ້າຍ​ນ້ອງ​ໂມ​ໂຣ​ໄນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ຜູ້​ໄຖ່​ພວກ​ເຮົາ ແລະ ເຮັດ​ໃຫ້​ພວກ​ເຮົາ​ເປັນ​ອິດສະ​ລະ ຈົ່ງ​ໂປດ​ຄຸ້ມ​ຄອງ​ທ່ານ​ໄວ້​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ຕະຫລອດ​ໄປ​ດ້ວຍ​ເຖີດ; ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ໂປດ​ຄຸ້ມ​ຄອງ​ຜູ້​ຄົນ​ພວກ​ນີ້, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ສຳ​ເລັດ​ໃນ​ການ​ຍຶດ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຊາວ​ເລມັນ​ໄດ້​ຍຶດ​ໄປ​ຈາກ​ພວກ​ເຮົາ​ກັບ​ຄືນ​ມາ, ເພື່ອ​ຈະ​ໄດ້​ຄ້ຳ​ຊູ​ພວກ​ເຮົາ. ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ຂໍ​ຈົບ​ສານ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ນີ້. ຂ້າ​ພະ​ເຈົ້າ​ຄື​ຮີ​ລາ​ມັນ​ລູກ​ຊາຍ​ຂອງ​ແອວມາ.