ພຣະ​ຄຳ​ພີ
ແອວມາ 59


ບົດ​ທີ 59

ໂມ​ໂຣ​ໄນ​ຮ້ອງ​ຂໍ​ເພ​ໂຮ​ຣັນ​ໃຫ້​ເພີ່ມ​ກຳ​ລັງ​ກອງ​ທັບ​ຂອງ​ຮີ​ລາ​ມັນ—ຊາວ​ເລມັນ​ຍຶດ​ເອົາ​ເມືອງ​ນີໄຟ​ຮາ—ໂມ​ໂຣ​ໄນ​ໃຈ​ຮ້າຍ​ໃຫ້​ຝ່າຍ​ຜູ້​ປົກ​ຄອງ. ປະ​ມານ 62 ປີ ກ່ອນ ຄ.ສ.

1 ບັດ​ນີ້ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ຫລັງ​ຈາກ​ໂມ​ໂຣ​ໄນ​ໄດ້​ຮັບ ສານ​ຂອງ​ຮີລາ​ມັນ ແລະ ອ່ານ​ມັນ​ແລ້ວ, ເພິ່ນ​ກໍ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ, ແທ້​ຈິງ​ແລ້ວ, ເພິ່ນ​ມີ​ຄວາມ​ຊື່ນ​ຊົມ​ກັບ​ຄວາມ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ຮີ​ລາ​ມັນ​ໄດ້​ຮັບ​ໃນ​ການ​ຍຶດ​ເອົາ​ແຜ່ນ​ດິນ​ຕ່າງໆ​ທີ່​ເສຍ​ໄປ​ກັບ​ຄືນ​ມາ.

2 ແທ້​ຈິງ​ແລ້ວ, ແລະ ເພິ່ນ​ໄດ້​ປະ​ກາດ​ໃຫ້​ຜູ້​ຄົນ​ທຸກ​ຄົນ​ຂອງ​ເພິ່ນ​ຮູ້​ຈັກ, ແລະ ເພິ່ນ​ໄດ້​ປະ​ກາດ​ໃຫ້​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ອ້ອມ​ແອ້ມ​ນັ້ນ​ຮູ້​ຈັກ​ນຳ​ອີກ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ປິ​ຕິ​ຍິນ​ດີ​ນຳ​ກັນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ສົ່ງ​ສານ ສະບັບ​ໜຶ່ງ​ໄປ​ຫາ ເພ​ໂຮ​ຣັນ​ໂດຍ​ທັນ​ທີ, ໂດຍ​ປາດ​ຖະ​ໜາ​ໃຫ້​ເພິ່ນ​ເກນ​ທະ​ຫານ ເພື່ອ​ເພີ່ມ​ກຳ​ລັງ​ໃຫ້​ຮີ​ລາ​ມັນ, ຫລື ກອງ​ທັບ​ຂອງ​ຮີ​ລາ​ມັນ, ເຖິງ​ຂະ​ໜາດ​ທີ່​ເພິ່ນ​ຈະ​ສາ​ມາດ​ຮັກ​ສາ​ແຜ່ນ​ດິນ​ສ່ວນ​ນັ້ນ​ໄວ້​ໄດ້​ຢ່າງ​ສະ​ບາຍ ຊຶ່ງ​ເພິ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງ​ແປກ​ປະ​ຫລາດ​ໃນ​ການ​ຍຶດ​ເອົາ​ມັນ​ຄືນ​ມາ​ໄດ້.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ເວລາ​ໂມ​ໂຣ​ໄນ​ສົ່ງ​ສານ​ນີ້​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ​ແລ້ວ, ເພິ່ນ​ໄດ້​ເລີ່ມ​ວາງ​ແຜນ​ອີກ ເພື່ອ​ເພິ່ນ​ຈະ​ໄດ້​ສິ່ງ​ຂອງ​ທັງ​ໝົດ ແລະ ຫົວ​ເມືອງ​ຕ່າງໆ​ທີ່​ເຫລືອ​ຢູ່​ນັ້ນ​ຄືນ​ມາ ຊຶ່ງ​ຊາວ​ເລມັນ​ໄດ້​ຍຶດ​ເອົາ​ໄປ​ຈາກ​ພວກ​ເຂົາ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂະນະ​ທີ່​ໂມ​ໂຣ​ໄນ​ກຳ​ລັງ​ຕຽມ​ຕົວ​ທີ່​ຈະ​ໄປ​ສູ້​ຮົບ​ກັບ​ຊາວ​ເລມັນ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ຜູ້​ຄົນ​ຂອງ​ນີໄຟ​ຮາ​ທີ່​ມາ​ເຕົ້າ​ໂຮມ​ກັນ​ຈາກ​ເມືອງ​ໂມ​ໂຣ​ໄນ ແລະ ຈາກ​ເມືອງ​ລີໄຮ ແລະ ຈາກ​ເມືອງ​ໂມ​ຣິ​ອານ​ທັນ​ກຳ​ລັງ​ຖືກ​ຊາວ​ເລມັນ​ໂຈມ​ຕີ.

6 ແທ້​ຈິງ​ແລ້ວ, ພວກ​ທີ່​ຖືກ​ບັງ​ຄັບ​ໃຫ້​ໜີ​ຈາກ​ແຜ່ນ​ດິນ​ແມນທາຍ, ແລະ ຈາກ​ແຜ່ນ​ດິນ​ອ້ອມ​ແອ້ມ​ນັ້ນ​ໄດ້​ຂ້າມ​ມາ​ເຂົ້າ​ຮ່ວມ​ກັບ​ຊາວ​ເລມັນ​ໃນ​ແຜ່ນ​ດິນ​ສ່ວນ​ນີ້.

7 ແລະ ພວກ​ເຂົາ​ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ, ແທ້​ຈິງ​ແລ້ວ, ແຕ່​ລະ​ມື້​ພວກ​ເຂົາ​ໄດ້​ຮັບ​ກຳ​ລັງ​ເພີ່ມ​ຂຶ້ນ, ໂດຍ​ຄຳ​ສັ່ງ​ຂອງ​ອາມ​ໂມ​ຣອນ, ພວກ​ເຂົາ​ຈຶ່ງ​ໄດ້​ຍົກ​ມາ​ສູ້​ຮົບ​ກັບ​ຜູ້​ຄົນ​ຂອງ​ນີໄຟ​ຮາ, ແລະ ພວກ​ເຂົາ​ໄດ້​ເລີ່ມ​ຂ້າ​ພວກ​ເຂົາ​ຈົນ​ວ່າ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ຖືກ​ຂ້າ​ຕາຍ.

8 ແລະ ກອງ​ທັບ​ຂອງ​ພວກ​ເຂົາ​ມີ​ກຳ​ລັງ​ຢ່າງ​ຫລວງ​ຫລາຍ ຈົນ​ວ່າ​ຜູ້​ຄົນ​ຂອງ​ນີໄຟ​ຮາ​ທີ່​ເຫລືອ​ຢູ່​ຈຳ​ເປັນ​ຕ້ອງ​ໜີ​ໄປ; ແລະ ພວກ​ເຂົາ​ໄດ້​ເຂົ້າ​ມາ​ຮ່ວມ​ກັບ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ.

9 ແລະ ບັດ​ນີ້​ຕາມ​ຄວາມ​ຄິດ​ຂອງ​ໂມ​ໂຣ​ໄນ​ນັ້ນ ເພິ່ນ​ຄວນ​ສົ່ງ​ຄົນ​ໄປ​ເມືອງ​ນີໄຟ​ຮາ, ເພື່ອ​ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້​ຮັກ​ສາ​ເມືອງ​ນີ້, ແລະ ໂດຍ​ທີ່​ຮູ້​ວ່າ​ການ​ທີ່​ຈະ​ຮັກ​ສາ​ເມືອງ​ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລມັນ​ນັ້ນ​ແມ່ນ​ງ່າຍ​ກວ່າ​ຈະ​ໄປ​ຕີ​ເອົາ​ຄືນ, ເພິ່ນ​ຄິດ​ວ່າ​ຜູ້​ຄົນ​ໃນ​ເມືອງ​ນີ້​ຈະ​ຮັກ​ສາ​ເມືອງ​ໄວ້​ໄດ້​ຢ່າງ​ງ່າຍ​ດາຍ.

10 ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ກຳ​ລັງ​ທັງ​ໝົດ​ຂອງ​ເພິ່ນ​ຢູ່​ຮັກ​ສາ​ບ່ອນ​ຕ່າງໆ​ຊຶ່ງ​ເພິ່ນ​ໄດ້​ຍຶດ​ຄືນ​ມາ​ໄດ້.

11 ແລະ ບັດ​ນີ້, ເມື່ອ​ໂມ​ໂຣ​ໄນ​ຮູ້​ວ່າ ເມືອງ​ນີໄຟ​ຮາ​ຖືກ​ຍຶດ​ເອົາ​ໄປ​ແລ້ວ, ເພິ່ນ​ກໍ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ທີ່​ສຸດ ແລະ ເກີດ​ມີ​ຄວາມ​ສົງ​ໃສ​ຂຶ້ນ​ມາ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ, ຖ້າ​ຫາກ​ພວກ​ເຂົາ​ຄວນ​ຕົກ​ໄປ​ຢູ່​ໃນ​ກຳ​ມື​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຫລື​ບໍ່.

12 ບັດ​ນີ້​ເລື່ອງ​ນີ້​ກໍ​ເກີດ​ຂຶ້ນ​ກັບ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ເພິ່ນ​ທັງ​ໝົດ. ເຂົາ​ເຈົ້າ​ກໍ​ສົງ​ໃສ ແລະ ແປກ​ປະ​ຫລາດ​ໃຈ​ຄື​ກັນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ, ແລະ ມັນ​ແປກ​ປະ​ຫລາດ​ໃຈ​ຫລາຍ​ກ່ຽວ​ກັບ​ຊາວ​ເລມັນ​ທີ່​ມີ​ອຳນາດ​ເໜືອ​ກວ່າ​ພວກ​ເຂົາ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ຄຽດ​ແຄ້ນ​ໃຫ້​ຝ່າຍ​ຜູ້​ປົກ​ຄອງ, ຍ້ອນ​ວ່າ​ເຂົາ​ເຈົ້າ ບໍ່​ເອົາ​ຫົວ​ຊາ​ກ່ຽວ​ກັບ​ອິດສະ​ລະ​ພາບ​ຂອງ​ປະເທດ​ຊາດ​ຂອງ​ຕົນ.