ພຣະ​ຄຳ​ພີ
ແອວມາ 60


ບົດ​ທີ 60

ໂມ​ໂຣ​ໄນ​ຕໍ່​ວ່າ​ກັບ​ເພ​ໂຮ​ຣັນ​ພ້ອມ​ທັງ​ຝ່າຍ​ຜູ້​ປົກ​ຄອງ​ໃນ​ການ​ບໍ່​ເອົາ​ຫົວ​ຊາ​ຕໍ່​ກອງ​ທັບ—ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍອມ​ໃຫ້​ຄົນ​ຊອບ​ທຳ​ຖືກ​ຂ້າ—ຊາວ​ນີໄຟ​ຕ້ອງ​ໃຊ້​ອຳນາດ, ແລະ ໃຊ້​ທຸກ​ວິ​ທີ​ເພື່ອ​ປົດ​ປ່ອຍ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ສັດ​ຕູ​ຂອງ​ພວກ​ເຂົາ—ໂມ​ໂຣ​ໄນ​ຂູ່​ວ່າ​ຈະ​ຕໍ່​ສູ້​ກັບ​ຝ່າຍ​ຜູ້​ປົກ​ຄອງ ເວັ້ນ​ເສຍ​ແຕ່​ຝ່າຍ​ຜູ້​ປົກ​ຄອງ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ກອງ​ທັບ​ຂອງ​ເພິ່ນ. ປະ​ມານ 62 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ຂຽນ​ໜັງ​ສື​ໄປ​ຫາ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ອີກ​ຜູ້​ຊື່​ວ່າ​ເພ​ໂຮ​ຣັນ, ແລະ ນີ້​ຄື​ຂໍ້​ຄວາມ​ທີ່​ເພິ່ນ​ຂຽນ​ໄປ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ສານ​ນີ້​ມາ​ຫາ​ເພ​ໂຮ​ຣັນ​ທີ່​ຢູ່​ໃນ​ເມືອງ​ເຊຣາ​ເຮັມລາ, ຜູ້​ເປັນ ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ປົກ​ຄອງ​ແຜ່ນ​ດິນ​ທັງ​ໝົດ, ແລະ ມາ​ຫາ​ທຸກ​ຄົນ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂຶ້ນ​ໂດຍ​ສຽງ​ຂອງ​ຜູ້​ຄົນ​ພວກ​ນີ້​ເພື່ອ​ປົກ​ຄອງ ແລະ ດຳ​ເນີນ​ການ​ງານ​ກ່ຽວ​ກັບ​ສົງ​ຄາມ​ເທື່ອ​ນີ້.

2 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມີ​ສິ່ງ​ທີ່​ຈະ​ກ່າວ​ກັບ​ຜູ້​ຄົນ​ເຫລົ່າ​ນີ້ ເປັນ​ການ​ກ່າວ​ໂທດ; ເພາະ​ຈົ່ງ​ເບິ່ງ, ຕົວ​ພວກ​ທ່ານ​ເອງ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເຕົ້າ​ໂຮມ​ຜູ້​ຄົນ, ແລະ ຈັດ​ຫາ​ຫອກ ແລະ ດາບ, ແລະ ຫາ​ອາ​ວຸດ​ແຫ່ງ​ສົງ​ຄາມ​ທຸກ​ຊະ​ນິດ​ໃຫ້​ພວກ​ເຂົາ, ແລະ ສົ່ງ​ພວກ​ເຂົາ​ອອກ​ໄປ​ສູ້​ຮົບ​ກັບ​ຊາວ​ເລມັນ, ບໍ່​ວ່າ​ຈະ​ເປັນ​ບ່ອນ​ໃດ​ກໍ​ຕາມ ທີ່​ພວກ​ເຂົາ​ຈະ​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຮົາ.

3 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ໂດຍ​ກົງ​ວ່າ, ແລະ ຄົນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຮີ​ລາ​ມັນ​ກັບ​ຄົນ​ຂອງ​ເພິ່ນ​ນຳ​ອີກ, ຕ້ອງ​ທົນ​ທຸກ​ທໍ​ລະ​ມານ​ຢ່າງ​ແສນ​ສາ​ຫັດ; ແທ້​ຈິງ​ແລ້ວ, ຕ້ອງ​ທົນ​ຕໍ່​ຄວາມ​ຫິວ​ເຂົ້າ, ຫິວ​ນ້ຳ, ແລະ ຄວາມ​ອິດ​ເມື່ອຍ, ແລະ ຄວາມ​ທຸກ​ນາໆ​ປະ​ການ.

4 ແຕ່​ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ເຮົາ​ຕ້ອງ​ອົດ​ທົນ​ຢູ່​ກັບ​ສິ່ງ​ເຫລົ່າ​ນີ້​ເທົ່າ​ນັ້ນ ພວກ​ເຮົາ​ກໍ​ຈະ​ບໍ່​ຈົ່ມ​ວ່າ ແລະ ຮ້ອງ​ທຸກ​ເລີຍ.

5 ແຕ່​ຈົ່ງ​ເບິ່ງ, ຜູ້​ຄົນ​ຂອງ​ພວກ​ເຮົາ​ໄດ້​ຖືກ​ຂ້າ​ຕາຍ​ໄປ​ເປັນ​ຈຳນວນ​ຫລວງ​ຫລາຍ; ແທ້​ຈິງ​ແລ້ວ, ຫລາຍ​ພັນ​ຄົນ​ໄດ້​ລົ້ມ​ຕາຍ​ດ້ວຍ​ດາບ, ຊຶ່ງ​ມັນ​ບໍ່​ຄວນ​ເປັນ​ໄປ​ເລີຍ​ຖ້າ​ຫາກ​ພວກ​ທ່ານ​ໄດ້​ສົ່ງ​ກຳ​ລັງ ແລະ ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ກອງ​ທັບ​ຂອງ​ພວກ​ເຮົາ​ພຽງ​ພໍ. ແທ້​ຈິງ​ແລ້ວ, ພວກ​ທ່ານ​ບໍ່​ໄດ້​ເອົາ​ຫົວ​ຊາ​ກັບ​ພວກ​ເຮົາ​ເລີຍ.

6 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ຢາກ​ຮູ້​ຈັກ​ສາ​ເຫດ​ຂອງ​ການ​ບໍ່​ເອົາ​ຫົວ​ຊາ​ອັນ​ໃຫຍ່​ຫລວງ​ນີ້; ແທ້​ຈິງ​ແລ້ວ, ພວກ​ເຮົາ​ຢາກ​ຮູ້​ຈັກ​ວ່າ ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ບໍ່​ເອົາ​ໃຈ​ໃສ່.

7 ພວກ​ທ່ານ​ຄິດ​ບໍ​ວ່າ ພວກ​ທ່ານ​ຈະ​ນັ່ງ​ຢູ່​ໃນ​ບັນ​ລັງ​ຂອງ​ພວກ​ທ່ານ​ໄດ້​ຢ່າງ​ໂງ່​ຈ້າ ແລະ ບໍ່​ມີ​ຄວາມ​ຄິດ​ໃນ​ຂະນະ​ທີ່​ສັດ​ຕູ​ຂອງ​ພວກ​ທ່ານ​ກຳ​ລັງ​ແຜ່​ຂະ​ຫຍາຍ​ວຽກ​ງານ​ແຫ່ງ​ຄວາມ​ຕາຍ​ອ້ອມ​ຮອບ​ຕົວ​ຂອງ​ພວກ​ທ່ານ​ຢູ່? ແທ້​ຈິງ​ແລ້ວ, ໃນ​ເວລາ​ນີ້​ສັດ​ຕູ​ກຳ​ລັງ​ຂ້າ​ພີ່​ນ້ອງ​ຂອງ​ພວກ​ທ່ານ​ຢູ່​ເປັນ​ພັນໆ​ຄົນ—

8 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ລໍ​ຄອຍ​ຄວາມ​ຄຸ້ມ​ຄອງ​ຈາກ​ພວກ​ທ່ານ, ແທ້​ຈິງ​ແລ້ວ, ໄດ້​ເລືອກ​ພວກ​ທ່ານ​ໃຫ້​ຢູ່​ໃນ​ຖານະ​ນີ້ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຊ່ວຍ​ເຫລືອ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ສົ່ງ​ກອງ​ທັບ​ໄປ​ໃຫ້​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ມີ​ກຳ​ລັງ​ເພີ່ມ​ຂຶ້ນ, ແລະ ຊ່ວຍ​ເຫລືອ​ໃຫ້​ຫລາຍ​ພັນ​ຄົນ ພົ້ນ​ຈາກ​ການ​ຕາຍ​ດ້ວຍ​ດາບ.

9 ແຕ່​ຈົ່ງ​ເບິ່ງ, ນີ້​ຍັງ​ບໍ່​ໝົດ—ພວ​ກ​ທ່ານ​ໄດ້​ກັກ​ສະ​ບຽງ​ອາຫານ​ໄວ້ ບໍ່​ສົ່ງ​ໄປ​ໃຫ້​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ຄົນ​ຈຳນວນ​ຢ່າງ​ຫລວງ​ຫລາຍ​ໄດ້​ຕໍ່​ສູ້ ແລະ ຕ້ອງ​ເສຍ​ຊີ​ວິດ​ໄປ ຍ້ອນ​ວ່າ​ພວກ​ເຂົາ​ມີ​ຄວາມ​ປາດ​ຖະ​ໜາ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ໃຫ້​ຜູ້​ຄົນ​ພວກ​ນີ້​ມີ​ຄວາມ​ຜາ​ສຸກ; ແທ້​ຈິງ​ແລ້ວ, ແລະ ດ້ວຍ​ເຫດ​ນີ້​ພວກ​ເຂົາ​ຈຶ່ງ​ໄດ້​ຕໍ່​ສູ້ ແລະ ກຳ​ລັງ​ຈະ ຕາຍ​ດ້ວຍ​ຄວາມ​ອຶດ​ຫິວ, ເພາະ​ການ​ບໍ່​ເອົາ​ຫົວ​ຊາ​ຂອງ​ພວກ​ທ່ານ​ນີ້.

10 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ—ເພາະ​ວ່າ​ພວກ​ທ່ານ​ຄວນ​ຈະ​ເປັນ​ທີ່​ຮັກ​ຫອມ; ດັ່ງ​ນັ້ນ, ແລະ ພວກ​ທ່ານ​ຄວນ​ຈະ​ກະ​ຕຸ້ນ​ຕົວ​ເອງ​ໃຫ້​ພາກ​ພຽນ​ຫລາຍ​ຂຶ້ນ​ເພື່ອ​ຄວາມ​ຜາ​ສຸກ ແລະ ອິດສະ​ລະ​ພາບ​ຂອງ​ຜູ້​ຄົນ​ພວກ​ນີ້; ແຕ່​ຈົ່ງ​ເບິ່ງ, ພວກ​ທ່ານ​ບໍ່​ເອົາ​ຫົວ​ຊາ​ພວກ​ເຂົາ​ເລີຍ ເຖິງ​ຂະ​ໜາດ​ທີ່​ເລືອດ​ຂອງ​ຫລາຍ​ພັນ​ຄົນ​ຈະ​ໄຫລ​ລົງ​ມາ​ເທິງ​ພວກ​ທ່ານ​ເພື່ອ​ການ​ແກ້​ແຄ້ນ; ແທ້​ຈິງ​ແລ້ວ, ພຣະ​ເຈົ້າ​ຮູ້​ຈັກ​ການ​ຮ້ອງ​ໄຫ້ ແລະ ຄວາມ​ທຸກ​ທໍ​ລະ​ມານ​ທັງ​ໝົດ​ຂອງ​ພວກ​ເຂົາ​ແລ້ວ—

11 ຈົ່ງ​ເບິ່ງ, ພວກ​ທ່ານ​ຄິດ​ບໍ​ວ່າ ພວກ​ທ່ານ​ຈະ​ນັ່ງ​ຢູ່​ໃນ​ບັນ​ລັງ​ຂອງ​ພວກ​ທ່ານ​ໄດ້, ແລະ ກໍ​ຍ້ອນ​ວ່າ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ ພວກ​ທ່ານ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ ແລະ ພຣະ​ອົງ​ຈະ​ປົດ​ປ່ອຍ​ພວກ​ທ່ານ? ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ຄິດ​ແນວ​ນີ້, ພວກ​ທ່ານ​ກໍ​ຄິດ​ຜິດ​ໄປ​ແລ້ວ.

12 ພວກ​ທ່ານ ຄິດ​ບໍ​ວ່າ, ພີ່​ນ້ອງ​ຂອງ​ພວກ​ທ່ານ​ຖືກ​ຂ້າ​ຕາຍ ກໍ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຄິດ​ແບບ​ນີ້ ພວກ​ທ່ານ​ກໍ​ຄິດ​ຜິດ​ໄປ​ແລ້ວ; ເພາະ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ພວກ​ທ່ານ​ຈະ​ຖືກ​ລົງ​ໂທດ​ສຳ​ລັບ​ການ​ຕາຍ​ຂອງ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ນັ້ນ;

13 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍອມ​ໃຫ້ ຄົນ​ຊອບ​ທຳ​ຕ້ອງ​ຖືກ​ຂ້າ ເພື່ອ​ຄວາມ​ຍຸດ​ຕິ​ທຳ ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຈະ​ໄດ້​ມາ​ຫາ​ຄົນ​ຊົ່ວ; ສະນັ້ນ ພວກ​ທ່ານ​ບໍ່​ຕ້ອງ​ຄິດ​ວ່າ​ຄົນ​ຊອບ​ທຳ​ຕົກ​ໄປ ຍ້ອນ​ວ່າ​ພວກ​ເຂົາ​ຖືກ​ຂ້າ; ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ແລ້ວ.

14 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຂ້າ​ພະ​ເຈົ້າ​ຢ້ານ​ຫລາຍ​ທີ່​ສຸດ​ວ່າ ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ຈະ​ມາ​ຫາ​ຜູ້​ຄົນ​ພວກ​ນີ້, ຍ້ອນ​ວ່າ​ຄວາມ​ບໍ່​ເອົາ​ຫົວ​ຊາ, ແທ້​ຈິງ​ແລ້ວ, ແມ່ນ​ຄວາມ​ບໍ່​ເອົາ​ຫົວ​ຊາ​ຂອງ​ຝ່າຍ​ຜູ້​ປົກ​ຄອງ​ຂອງ​ພວກ​ເຮົາ​ທີ່​ບໍ່​ເອົາ​ໃຈ​ໃສ່​ເລີຍ​ກັບ​ພີ່​ນ້ອງ​ຂອງ​ຕົນ, ແທ້​ຈິງ​ແລ້ວ, ພວກ​ທ່ານ​ບໍ່​ເອົາ​ໃຈ​ໃສ່​ເລີຍ​ກັບ​ຜູ້​ທີ່​ຖືກ​ຂ້າ​ຕາຍ.

15 ເພາະ​ຖ້າ​ຫາກ ມັນ​ບໍ່​ແມ່ນ​ຍ້ອນ ຄວາມ​ຊົ່ວ​ຮ້າຍ ຊຶ່ງ​ເລີ່ມ​ຕົ້ນ​ມາ​ຈາກ​ພວກ​ຫົວ​ໜ້າ​ຂອງ​ພວກ​ເຮົາ​ກ່ອນ​ແລ້ວ, ພວກ​ເຮົາ​ກໍ​ຈະ​ຕ້ານ​ທານ​ສັດ​ຕູ​ຂອງ​ພວກ​ເຮົາ​ໄດ້ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ມີ​ອຳນາດ​ເໜືອ​ກວ່າ​ພວກ​ເຮົາ.

16 ແທ້​ຈິງ​ແລ້ວ, ຖ້າ​ຫາກ​ມັນ​ບໍ່​ແມ່ນ​ຍ້ອນ ສົງ​ຄາມ ຊຶ່ງ​ເກີດ​ຂຶ້ນ​ລະຫວ່າງ​ພວກ​ເຮົາ​ເອງ; ແທ້​ຈິງ​ແລ້ວ, ຖ້າ​ຫາກ​ບໍ່​ແມ່ນ​ຍ້ອນ ກຸ່ມ​ນິ​ຍົມ​ກະສັດ​ເຫລົ່າ​ນີ້ ຊຶ່ງ​ເປັນ​ເຫດ​ໃຫ້​ການ​ນອງ​ເລືອດ​ອັນ​ແສນ​ສາ​ຫັດ​ເຊັ່ນ​ນີ້​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຮົາ​ເອງ; ແທ້​ຈິງ​ແລ້ວ, ໃນ​ເວລາ​ທີ່​ພວກ​ເຮົາ​ກຳ​ລັງ​ຂັດ​ແຍ້ງ​ກັນ ຖ້າ​ຫາກ​ພວກ​ເຮົາ​ຮ່ວມ​ກຳ​ລັງ​ເຂົ້າ​ກັນ​ຄື​ກັນ​ກັບ​ພວກ​ເຮົາ​ເຄີຍ​ເຮັດ​ມາ​ແຕ່​ກ່ອນ​ແລ້ວ; ແທ້​ຈິງ​ແລ້ວ, ຖ້າ​ຫາກ​ບໍ່​ແມ່ນ​ຍ້ອນ​ຄວາມ​ຢາກ​ໄດ້​ອຳນາດ ແລະ ສິດ​ອຳນາດ​ຊຶ່ງ​ກຸ່ມ​ນິ​ຍົມ​ກະສັດ​ໄດ້​ກໍ່​ຄວາມ​ວຸ້ນ​ວາຍ​ກັບ​ພວກ​ເຮົາ​ຢູ່​ນີ້, ຖ້າ​ຫາກ​ພວກ​ເຂົາ​ຊື່​ສັດ​ຕໍ່​ອຸ​ດົມ​ການ​ແຫ່ງ​ອິດສະ​ລະ​ພາບ​ຂອງ​ພວກ​ເຂົາ, ແລະ ເຂົ້າ​ມາ​ຮ່ວມ​ກັບ​ພວກ​ເຮົາ, ແລະ ອອກ​ໄປ​ຕໍ່​ສູ້​ກັບ​ສັດ​ຕູ​ຂອງ​ພວກ​ເຮົາ ແທນ​ທີ່​ຈະ​ຍົກ​ດາບ​ຂຶ້ນ​ຕໍ່​ສູ້​ກັນ​ເອງ, ອັນ​ເປັນ​ເຫດ​ໃຫ້​ເກີດ​ການ​ນອງ​ເລືອດ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ພວກ​ເຮົາ​ເອງ; ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ເຮົາ​ອອກ​ໄປ​ສູ້​ຮົບ​ກັບ​ສັດ​ຕູ​ດ້ວຍ​ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພວກ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ສັດ​ຕູ​ຂອງ​ພວກ​ເຮົາ​ຜ່າຍ​ແພ້​ໄປ, ແລະ ມັນ​ຈະ​ເປັນ​ໄປ​ເພື່ອ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ສຳ​ເລັດ.

17 ແຕ່​ຈົ່ງ​ເບິ່ງ, ບັດ​ນີ້​ຊາວ​ເລມັນ​ກຳ​ລັງ​ມາ​ໂຈມ​ຕີ​ພວກ​ເຮົາ​ຢູ່, ກຳ​ລັງ​ຍຶດ​ເອົາ​ແຜ່ນ​ດິນ​ຂອງ​ພວກ​ເຮົາ​ໄປ, ແລະ ພວກ​ເຂົາ​ກຳ​ລັງ​ຂ້າ​ຜູ້​ຄົນ​ຂອງ​ພວກ​ເຮົາ​ດ້ວຍ​ດາບ, ແທ້​ຈິງ​ແລ້ວ, ພວກ​ແມ່​ຍິງ​ຂອງ​ພວກ​ເຮົາ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຮົາ, ແລະ ກໍ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ນຳ​ອີກ, ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ໄດ້​ຮັບ​ຄວາມ​ທຸກ​ນາໆ​ປະ​ການ, ແລະ ສິ່ງ​ນີ້​ເກີດ​ຂຶ້ນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ທີ່​ສຸດ​ຂອງ​ຜູ້​ທີ່​ສະແຫວງ​ຫາ​ອຳນາດ ແລະ ສິດ​ອຳນາດ, ແທ້​ຈິງ​ແລ້ວ, ແມ່ນ​ກຸ່ມ​ນິ​ຍົມ​ກະສັດ​ເຫລົ່າ​ນັ້ນ.

18 ແຕ່​ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຄວນ​ເວົ້າ​ຍືດ​ຍາວ​ກ່ຽວ​ກັບ​ເລື່ອງ​ນີ້? ເພາະ​ພວກ​ເຮົາ​ບໍ່​ຮູ້​ຈັກ​ວ່າ​ພວກ​ທ່ານ​ເອງ​ກຳ​ລັງ​ສະແຫວງ​ຫາ​ສິດ​ອຳນາດ​ຢູ່​ຫລື​ບໍ່. ພວກ​ເຮົາ​ບໍ່​ຮູ້​ຈັກ​ວ່າ​ພວກ​ທ່ານ​ເອງ​ກໍ​ເປັນ​ຜູ້​ທໍ​ລະ​ຍົດ​ຕໍ່​ປະເທດ​ຊາດ​ຂອງ​ພວກ​ທ່ານ​ຄື​ກັນ​ຫລື​ບໍ່.

19 ຫລື ວ່າ​ພວກ​ທ່ານ​ບໍ່​ເອົາ​ຫົວ​ຊາ​ຍ້ອນ​ວ່າ ພວກ​ທ່ານ​ຢູ່​ໃນ​ໃຈ​ກາງ​ຂອງ​ປະເທດ ແລະ ພວກ​ທ່ານ​ຖືກ​ຫຸ້ມ​ລ້ອມ​ດ້ວຍ​ກຳ​ລັງ​ອັນ​ແໜ້ນ​ໜາ​ຊັ້ນ​ບໍ, ຈົນ​ວ່າ​ພວກ​ທ່ານ​ບໍ່​ໄດ້​ຈັດ​ສົ່ງ​ອາຫານ​ໄປ​ໃຫ້​ພວກ​ເຮົາ, ແລະ ບໍ່​ສົ່ງ​ຄົນ​ໄປ​ເພີ່ມ​ກຳ​ລັງ​ກອງ​ທັບ​ຂອງ​ພວກ​ເຮົາ?

20 ພວກ​ທ່ານ​ລືມ​ພຣະ​ບັນ​ຍັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ແລ້ວ​ບໍ? ແທ້​ຈິງ​ແລ້ວ, ພວກ​ທ່ານ​ລືມ​ການ​ເປັນ​ຊະ​ເລີຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ແລ້ວ​ບໍ? ພວກ​ທ່ານ​ລືມ​ແລ້ວ​ບໍ​ວ່າ ພວກ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ມາ​ຫລາຍ​ເທື່ອ​ແລ້ວ?

21 ຫລື ວ່າ​ພວກ​ທ່ານ​ຄິດ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຮົາ​ຕໍ່​ໄປ​ຢູ່​ບໍ, ໃນ​ຂະນະ​ທີ່​ພວກ​ເຮົາ​ນັ່ງ​ຢູ່​ເທິງ​ບັນ​ລັງ ແລະ ບໍ່​ໃຊ້​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈັດ​ຫາ​ໄວ້​ໃຫ້​ເປັນ​ປະ​ໂຫຍດ?

22 ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ​ນັ່ງ​ຢູ່​ລ້າໆ​ໄດ້​ບໍ ໃນ​ຂະນະ​ທີ່​ພວກ​ທ່ານ​ຖືກ​ຫຸ້ມ​ລ້ອມ​ດ້ວຍ​ຄົນ​ຫລາຍ​ພັນ​ຄົນ, ແທ້​ຈິງ​ແລ້ວ, ນັບ​ເປັນ​ຫລາຍ​ໝື່ນ​ຄົນ​ຜູ້​ຊຶ່ງ​ນັ່ງ​ຢູ່​ລ້າໆ, ໃນ​ຂະນະ​ທີ່​ຜູ້​ຄົນ​ຫລາຍ​ພັນ​ຄົນ​ທີ່​ຢູ່​ທາງ​ຊາຍ​ແດນ​ກຳ​ລັງ​ລົ້ມ​ຕາຍ​ດ້ວຍ​ດາບ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮັບ​ບາດ​ເຈັບ ແລະ ເສຍ​ເລືອດ​ເນື້ອ​ໄປ?

23 ພວກ​ທ່ານ​ຄິດ​ບໍ​ວ່າ ພຣະ​ເຈົ້າ​ຈະ​ຖື​ວ່າ​ພວກ​ທ່ານ​ບໍ່​ມີ​ຄວາມ​ຜິດ​ຂະນະ​ທີ່​ພວກ​ທ່ານ​ນັ່ງ​ຢູ່​ຢ່າງ​ເສີຍ​ເມີຍ ແລະ ເບິ່ງ​ສິ່ງ​ເຫລົ່າ​ນີ້? ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ. ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຈື່​ຈຳ​ໄວ້​ວ່າ ພຣະ​ເຈົ້າ​ໄດ້​ກ່າວ​ວ່າ ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ພາ​ຊະນະ ຂ້າງ​ໃນ​ສະອາດ​ເສຍ​ກ່ອນ, ແລ້ວ​ຈຶ່ງ​ເຮັດ​ໃຫ້​ພາ​ຊະນະ​ຂ້າງ​ນອກ​ສະອາດ​ນຳ​ດ້ວຍ.

24 ແລະ ບັດ​ນີ້, ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ​ຈາກ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ເຮັດ​ມາ​ນັ້ນ, ແລະ ເລີ່ມ​ຕື່ນ​ທຳ​ງານ, ແລະ ສົ່ງ​ອາຫານ ແລະ ຄົນ​ມາ​ໃຫ້​ພວກ​ເຮົາ​ຢ່າງ​ໄວ, ແລະ ສົ່ງ​ໄປ​ໃຫ້​ຮີ​ລາ​ມັນ​ນຳ​ອີກ, ເພື່ອ​ເພິ່ນ​ຈະ​ໄດ້​ຄ້ຳ​ຊູ​ພາກ​ສ່ວນ​ເຫລົ່າ​ນັ້ນ​ຂອງ​ປະເທດ​ຂອງ​ພວກ​ເຮົາ​ໄວ້, ຊຶ່ງ​ເພິ່ນ​ຍຶດ​ຄືນ​ມາ​ໄດ້, ແລະ ເພື່ອ​ພວກ​ເຮົາ​ຈະ​ໄດ້​ແຜ່ນ​ດິນ​ໃນ​ຄວາມ​ຄອບ​ຄອງ​ຂອງ​ພວກ​ເຮົາ​ທີ່​ຍັງ​ເຫລືອ​ຢູ່​ໃນ​ສ່ວນ​ເຫລົ່າ​ນີ້​ຄືນ​ມາ, ຈົ່ງ​ເບິ່ງ ມັນ​ເປັນ​ການ​ສົມ​ຄວນ​ທີ່​ພວກ​ເຮົາ​ຈະ​ບໍ່​ລົບ​ກວນ​ຊາວ​ເລມັນ​ອີກ​ຕໍ່​ໄປ ຈົນ​ກວ່າ​ພວກ​ເຮົາ​ຈະ​ໃຫ້​ພາ​ຊະນະ​ຂ້າງ​ໃນ​ຂອງ​ພວກ​ເຮົາ​ສະອາດ​ເສຍ​ກ່ອນ, ແທ້​ຈິງ​ແລ້ວ, ແມ່ນ​ຫົວ​ໜ້າ​ຝ່າຍ​ຜູ້​ປົກ​ຄອງ​ຂອງ​ພວກ​ເຮົາ.

25 ແລະ ຖ້າ​ຫາກ​ພວກ​ທ່ານ​ບໍ່​ຍອມ​ເຮັດ​ຕາມ​ສານ​ນີ້, ແລະ ອອກ​ມາ​ສະແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ ວິນ​ຍານ​ແຫ່ງ​ອິດສະ​ລະ​ພາບ​ອັນ​ແທ້​ຈິງ, ແລະ ພະ​ຍາ​ຍາມ​ເສີມ​ກຳ​ລັງ​ກອງ​ທັບ​ຂອງ​ພວກ​ເຮົາ​ໃຫ້​ເຂັ້ມ​ແຂງ, ແລະ ສົ່ງ​ອາຫານ​ເພື່ອ​ມາ​ລ້ຽງ​ພວກ​ເຂົາ​ແລ້ວ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ປະ​ໃຫ້​ກຸ່ມ​ອິດສະ​ລະ​ສ່ວນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ຮັກ​ສາ​ແຜ່ນ​ດິນ​ສ່ວນ​ນີ້​ໄວ້, ແລະ ຂ້າ​ພະ​ເຈົ້າ​ຈະ​ປະ​ພະ​ລັງ ແລະ ພອນ​ຂອງ​ພຣະ​ເຈົ້າ​ໄວ້​ກັບ​ພວກ​ເຂົາ​ເພື່ອ​ບໍ່​ໃຫ້​ອຳນາດ​ອັນ​ໃດ​ມາ​ທຳ​ລາຍ​ພວກ​ເຂົາ​ໄດ້—

26 ແລະ ມັນ​ຈະ​ເປັນ​ໄປ​ຍ້ອນ​ວ່າ​ສັດທາ​ອັນ​ໃຫຍ່​ຫລວງ​ຂອງ​ພວກ​ເຂົາ, ແລະ ຄວາມ​ອົດ​ທົນ​ຕໍ່​ຄວາມ​ຍາກ​ລຳ​ບາກ​ນາໆ​ປະ​ການ​ຂອງ​ພວກ​ເຂົາ—

27 ແລະ ຂ້າ​ພະ​ເຈົ້າ​ຈະ​ມາ​ຫາ​ພວກ​ທ່ານ, ແລະ ຖ້າ​ຫາກ​ຈະ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ບັນ​ດາ​ພວກ​ທ່ານ​ປາດ​ຖະ​ໜາ​ຢາກ​ມີ​ອິດສະ​ລະ​ພາບ​ຢູ່, ແທ້​ຈິງ​ແລ້ວ, ຖ້າ​ຫາກ​ມັນ​ຈະ​ມີ​ແມ່ນ​ແຕ່​ແສງ​ແຫ່ງ​ອິດສະ​ລະ​ພາບ​ໜ້ອຍ​ໜຶ່ງ​ເຫລືອ​ຢູ່, ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ຈະ​ຍຸ​ຍົງ​ໃຫ້​ເກີດ​ການ​ກະ​ບົດ​ຂຶ້ນ​ໃນ​ບັນ​ດາ​ພວກ​ທ່ານ, ຈົນ​ວ່າ​ພວກ​ທີ່​ປາດ​ຖະ​ໜາ​ຈະ​ແຍ້ງ​ຊີງ​ເອົາ​ອຳນາດ ແລະ ສິດ​ອຳນາດ ຈະ​ໝົດ​ສິ້ນ​ໄປ.

28 ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ບໍ່​ຢ້ານ​ອຳນາດ ຫລື ສິດ​ອຳນາດ​ຂອງ​ພວກ​ທ່ານ​ເລີຍ, ແຕ່​ຄື ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຂ້າ​ພະ​ເຈົ້າ​ຢ້ານ​ກົວ; ແລະ ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈັບ​ດາບ​ເພື່ອ​ປ້ອງ​ກັນ​ອຸ​ດົມ​ການ​ຂອງ​ປະເທດ​ຊາດ​ຂອງ​ຂ້າ​ພະ​ເຈົ້າ​ໄວ້, ແລະ ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ ພວກ​ເຮົາ​ຈຶ່ງ​ຕ້ອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ເຊັ່ນ​ນີ້.

29 ຈົ່ງ​ເບິ່ງ ມັນ​ເຖິງ​ເວລາ​ແລ້ວ, ແທ້​ຈິງ​ແລ້ວ, ບັດ​ນີ້​ເວລາ​ມາ​ຮອດ​ແລ້ວ ຖ້າ​ຫາກ​ພວກ​ທ່ານ​ບໍ່​ຕື່ນ​ຕົວ​ໃນ​ການ​ປ້ອງ​ກັນ​ປະເທດ​ຊາດ ແລະ ລູກ​ຫລານ​ຂອງ​ພວກ​ທ່ານ​ແລ້ວ, ດາບ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຫ້ອຍ​ຢູ່​ເໜືອ​ຫົວ​ຂອງ​ພວກ​ທ່ານ; ແທ້​ຈິງ​ແລ້ວ, ມັນ​ຈະ​ຟັນ​ລົງ​ໃສ່​ພວກ​ທ່ານ ແລະ ມາ​ຢ້ຽມ​ຢາມ​ພວກ​ທ່ານ​ຈົນ​ເຖິງ​ຄວາມ​ພິນາດ.

30 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຍັງ​ລໍ​ຖ້າ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພວກ​ທ່ານ​ຢູ່; ແລະ ຖ້າ​ຫາກ​ພວກ​ທ່ານ​ບໍ່​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ພວກ​ເຮົາ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ມາ​ຫາ​ພວກ​ທ່ານ​ທີ່​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ຈະ​ຟັນ​ພວກ​ທ່ານ​ດ້ວຍ​ດາບ, ເຖິງ​ຂະ​ໜາດ​ທີ່​ພວກ​ທ່ານ​ບໍ່​ມີ​ອຳນາດ​ທີ່​ຈະ​ຂັດ​ຂວາງ​ຄວາມ​ກ້າວ​ໜ້າ​ຂອງ​ຜູ້​ຄົນ​ພວກ​ນີ້​ໃນ​ອຸ​ດົມ​ການ​ແຫ່ງ​ອິດສະ​ລະ​ພາບ​ຂອງ​ພວກ​ເຮົາ​ໄດ້​ອີກ​ຕໍ່​ໄປ.

31 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ປ່ອຍ​ໃຫ້​ພວກ​ທ່ານ​ມີ​ຊີ​ວິດ​ຢູ່ ແລະ ກ້າວ​ໜ້າ​ໃນ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ຂຶ້ນ​ເພື່ອ​ທຳ​ລາຍ​ຜູ້​ຄົນ​ທີ່​ຊອບ​ທຳ​ຂອງ​ພຣະ​ອົງ.

32 ຈົ່ງ​ເບິ່ງ, ພວກ​ທ່ານ​ຄິດ​ບໍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄວ້​ຊີ​ວິດ​ພວກ​ທ່ານ ແລະ ສະ​ເດັດ​ມາ​ລົງ​ໂທດ​ຊາວ​ເລມັນ, ຍ້ອນ​ວ່າ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ໜ້າ​ກຽດ​ຊັງ, ແທ້​ຈິງ​ແລ້ວ, ແລະ ຄວາມ​ໜ້າ​ກຽດ​ຊັງ​ນີ້​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ໂດຍ​ຜູ້​ທີ່​ແຍກ​ອອກ​ໄປ​ຈາກ​ພວກ​ເຮົາ, ແລະ ໃນ​ຂະນະ​ທີ່​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ​ເປັນ​ເຫດ​ຂອງ​ຄວາມ​ຮັກ​ຂອງ​ພວກ​ທ່ານ​ນຳ​ຄວາມ​ສັນ​ລະ​ເສີນ ແລະ ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ?

33 ພວກ​ທ່ານ​ຮູ້​ຈັກ​ແລ້ວ​ວ່າ ພວກ​ທ່ານ​ລະເມີດ​ກົດ​ຂອງ​ພຣະ​ເຈົ້າ, ແລະ ພວກ​ທ່ານ​ຮູ້​ຈັກ​ແລ້ວ​ວ່າ ພວກ​ທ່ານ​ໄດ້​ຢຽບ​ຍ່ຳ​ມັນ​ໄວ້​ໃຕ້​ຕີນ​ຂອງ​ພວກ​ທ່ານ. ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຖ້າ​ຫາກ​ຜູ້​ທີ່​ເຈົ້າ​ໄດ້​ເລືອກ​ໃຫ້​ເປັນ​ຜູ້​ປົກ​ຄອງ​ຂອງ​ເຈົ້າ​ບໍ່​ກັບ​ໃຈ​ຈາກ​ບາບ ແລະ ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ແລ້ວ, ເຈົ້າ​ຈົ່ງ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ພວກ​ເຂົາ.

34 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ພັນທະ​ສັນ​ຍາ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໄວ້ ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ; ສະນັ້ນ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຍຶດ​ໝັ້ນ​ຢູ່​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ສົ່ງ​ສະ​ບຽງ​ອາຫານ​ກັບ​ຄົນ​ຂອງ​ພວກ​ທ່ານ​ມາ​ໃຫ້​ຂ້າ​ພະ​ເຈົ້າ, ແລະ ຮີ​ລາ​ມັນ​ນຳ​ອີກ​ໂດຍ​ໄວ​ທີ່​ສຸດ.

35 ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ເຮັດ​ຕາມ​ນີ້ ຂ້າ​ພະ​ເຈົ້າ​ຈະ​ມາ​ຫາ​ພວກ​ທ່ານ​ຢ່າງ​ໄວ; ເພາະ​ຈົ່ງ​ເບິ່ງ, ພຣະ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຮົາ​ຕາຍ​ຍ້ອນ​ຄວາມ​ອຶດ​ຫິວ; ສະນັ້ນ, ພຣະ​ອົງ​ຈະ​ມອບ​ອາຫານ​ຂອງ​ພວກ​ທ່ານ​ໃຫ້​ແກ່​ພວກ​ເຮົາ, ເຖິງ​ແມ່ນ​ຈະ​ເປັນ​ໄປ​ດ້ວຍ​ດາບ​ກໍ​ຕາມ. ບັດ​ນີ້​ຈົ່ງ​ເບິ່ງ​ວ່າ​ພວກ​ທ່ານ​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ສຳ​ເລັດ.

36 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ພວກ​ທ່ານ. ຂ້າ​ພະ​ເຈົ້າ​ບໍ່​ໄດ້ ສະແຫວງ​ຫາ​ອຳນາດ, ແຕ່​ຈະ​ດຶງ​ມັນ​ລົງ​ມາ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສະແຫວງ​ຫາ​ກຽດ​ຕິ​ຍົດ​ຂອງ​ໂລກ, ແຕ່​ເພື່ອ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ, ແລະ ອິດສະ​ລະ​ພາບ ແລະ ຄວາມ​ຜາ​ສຸກ​ຂອງ​ປະເທດ​ຊາດ​ຂອງ​ຂ້າ​ພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ຂໍ​ຈົບ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ພຽງ​ເທົ່າ​ນີ້.