ພຣະ​ຄຳ​ພີ
ແອວມາ 61


ບົດ​ທີ 61

ເພ​ໂຮ​ຣັນ​ບອກ​ໂມ​ໂຣ​ໄນ​ເຖິງ​ການ​ຕໍ່​ຕ້ານ ແລະ ການ​ກະ​ບົດ​ຕໍ່​ຝ່າຍ​ຜູ້​ປົກ​ຄອງ—ກຸ່ມ​ນິ​ຍົມ​ກະສັດ​ຍຶດ​ເອົາ​ເມືອງ​ເຊຣາ​ເຮັມລາ​ໄປ ແລະ ສ້າງ​ມິດ​ຕະ​ພາບ​ກັບ​ຊາວ​ເລມັນ—ເພ​ໂຮ​ຣັນ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ທາງ​ທະ​ຫານ​ເພື່ອ​ຈະ​ໄດ້​ຕໍ່​ສູ້​ກັບ​ພວກ​ກະ​ບົດ. ປະ​ມານ 62 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບໍ່​ດົນ​ຫລັງ​ຈາກ​ທີ່​ໂມ​ໂຣ​ໄນ​ສົ່ງ​ສານ​ຂອງ​ເພິ່ນ​ໄປ​ຫາ​ຫົວ​ໜ້າ​ຜູ້​ປົກ​ຄອງ, ແລ້ວ​ເພິ່ນ​ກໍ​ໄດ້​ຮັບ​ສານ​ຈາກ ເພ​ໂຮ​ຣັນ​ຫົວ​ໜ້າ​ຜູ້​ປົກ​ຄອງ ແລະ ນີ້​ຄື​ເນື້ອ​ຄວາມ​ທີ່​ເພິ່ນ​ໄດ້​ຮັບ:

2 ຂ້າ​ພະ​ເຈົ້າ​ເພ​ໂຮ​ຣັນ​ຜູ້​ເປັນ​ຫົວ​ໜ້າ​ຜູ້​ປົກ​ຄອງ​ແຜ່ນ​ດິນ, ໄດ້​ສົ່ງ​ຂໍ້​ຄວາມ​ເຫລົ່າ​ນີ້​ມາ​ຫາ​ໂມ​ໂຣ​ໄນ, ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ກອງ​ທັບ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ໂມ​ໂຣ​ໄນ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຊື່ນ​ຊົມ​ໃນ ຄວາມ​ທຸກ​ຂອງ​ທ່ານ​ເລີຍ, ແທ້​ຈິງ​ແລ້ວ, ມັນ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ຫລາຍ.

3 ແຕ່​ຈົ່ງ​ເບິ່ງ, ມັນ​ມີ​ບາງ​ຄົນ​ທີ່​ຊື່ນ​ຊົມ​ໃນ​ຄວາມ​ທຸກ​ຂອງ​ທ່ານ, ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ລຸກ​ຂຶ້ນ​ໃນ​ການ​ກະ​ບົດ​ຕໍ່​ຂ້າ​ພະ​ເຈົ້າ, ແລະ ຕໍ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ເປັນ ກຸ່ມ​ອິດສະ​ລະ, ແທ້​ຈິງ​ແລ້ວ, ມັນ​ມີ​ຄົນ​ຫລວງ​ຫລາຍ​ທີ່​ລຸກ​ຂຶ້ນ​ກະ​ບົດ.

4 ແລະ ມັນ​ແມ່ນ​ຜູ້​ທີ່​ພະ​ຍາ​ຍາມ​ຈະ​ເອົາ​ບັນ​ລັງ​ຕັດ​ສິນ​ໄປ​ຈາກ​ຂ້າ​ພະ​ເຈົ້າ ທີ່​ເປັນ​ສາ​ເຫດ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ນີ້​ເກີດ​ຂຶ້ນ; ເພາະ​ວ່າ​ພວກ​ເຂົາ​ໃຊ້​ຄຳ​ຍົກ​ຍ້ອງ ແລະ ຊັກ​ຈູງ​ໃຈ​ຂອງ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄປ​ນຳ, ຊຶ່ງ​ໄດ້​ເປັນ​ສາ​ເຫດ​ໃຫ້​ມີ​ຄວາມ​ທຸກ​ຢ່າງ​ສາ​ຫັດ​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຮົາ; ພວກ​ເຂົາ​ກໍ​ໄດ້​ກັກ​ສະ​ບຽງ​ອາຫານ​ຂອງ​ພວກ​ເຮົາ​ໄວ້, ແລະ ໄດ້​ຂົ່ມ​ຂູ່​ກຸ່ມ​ອິດສະ​ລະ​ຈົນ​ວ່າ​ພວກ​ເຂົາ​ບໍ່​ກ້າ​ມາ​ຫາ​ທ່ານ.

5 ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ໄລ່​ຂ້າ​ພະ​ເຈົ້າ​ອອກ​ຈາກ​ບັນ​ລັງ​ຕັດ​ສິນ, ແລະ ຂ້າ​ພະ​ເຈົ້າ​ໄດ້​ໜີ​ໄປ​ຫາ​ແຜ່ນ​ດິນ​ກີເດໂອນ​ພ້ອມ​ດ້ວຍ​ຄົນ​ຈຳນວນ​ໜຶ່ງ ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຫາ​ໄດ້.

6 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ໃບ​ປະ​ກາດ​ໄປ​ທົ່ວ​ແຜ່ນ​ດິນ​ພາກ​ນີ້; ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ກຳ​ລັງ​ພາ​ກັນ​ມາ​ຫາ​ພວກ​ເຮົາ​ແຕ່​ລະ​ມື້, ແລະ ຮັບ​ເອົາ​ອາ​ວຸດ​ເພື່ອ​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ພວກ​ເຂົາ ແລະ ອິດສະ​ລະ​ພາບ​ຂອງ​ພວກ​ເຂົາ ແລະ ເພື່ອ​ຕໍ່​ສູ້​ກັບ​ຄວາມ​ບໍ່​ຖືກ​ຕ້ອງ​ທີ່​ພວກ​ເຂົາ​ໄດ້​ຮັບ​ມາ.

7 ແລະ ພວກ​ເຂົາ​ໄດ້​ມາ​ຫາ​ພວກ​ເຮົາ, ເຖິງ​ຂະ​ໜາດ​ທີ່​ພວກ​ທີ່​ລຸກ​ຂຶ້ນ​ໃນ​ການ​ກະ​ບົດ​ຕໍ່​ພວກ​ເຮົາ​ຕ້ອງ​ຢຸດ​ສະ​ຫງັກ​ໃນ​ການ​ຕໍ່​ຕ້ານ, ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ມີ​ຄວາມ​ຢ້ານ​ກົວ​ພວກ​ເຮົາ ແລະ ບໍ່​ກ້າ​ອອກ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ.

8 ພວກ​ເຂົາ​ໄດ້​ເຂົ້າ​ໄປ​ຄອບ​ຄອງ​ແຜ່ນ​ດິນ ຫລື ເມືອງ​ເຊຣາ​ເຮັມລາ; ພວກ​ເຂົາ​ໄດ້​ສະຖາ​ປະນາ​ໃຫ້​ມີ​ກະສັດ​ຂຶ້ນ​ປົກ​ຄອງ​ພວກ​ເຂົາ​ເອງ, ແລະ ກະສັດ​ໄດ້​ຂຽນ​ຈົດ​ໝາຍ​ໄປ​ຫາ​ກະສັດ​ຊາວ​ເລມັນ, ຊຶ່ງ​ໃນ​ນັ້ນ​ໄດ້​ສັນ​ຍາ​ຮ່ວມ​ສຳ​ພັນທະ​ໄມ​ຕີ​ກັບ​ຊາວ​ເລມັນ; ຊຶ່ງ​ໃນ​ຄຳ​ສັນ​ຍາ​ສຳ​ພັນທະ​ໄມ​ຕີ​ນັ້ນ ລາວ​ຕົກ​ລົງ​ວ່າ​ຈະ​ຮັກ​ສາ​ເມືອງ​ເຊຣາ​ເຮັມລາ​ໄວ້, ລາວ​ຄິດ​ວ່າ ການ​ຮັກ​ສາ​ນັ້ນ ຈະ​ເຮັດ​ໃຫ້​ຊາວ​ເລມັນ​ສາ​ມາດ​ຍຶດ​ເອົາ​ແຜ່ນ​ດິນ​ຕ່າງໆ ທີ່​ຍັງ​ເຫລືອ​ຢູ່, ແລະ ເມື່ອ​ພວກ​ເຂົາ​ໄດ້​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ຊາວ​ເລມັນ​ແລ້ວ, ລາວ​ເອງ​ຈະ​ໄດ້​ເປັນ​ກະສັດ​ປົກ​ຄອງ​ຜູ້​ຄົນ​ພວກ​ນີ້.

9 ແລະ ບັດ​ນີ້, ໃນ​ສານ​ຂອງ​ທ່ານ​ນັ້ນ ທ່ານ​ຕຳ​ນິ​ຂ້າ​ພະ​ເຈົ້າ, ແຕ່​ກໍ​ບໍ່​ເປັນ​ຫຍັງ; ຂ້າ​ພະ​ເຈົ້າ​ບໍ່​ໃຈ​ຮ້າຍ​ເລີຍ, ແຕ່​ໄດ້​ປິ​ຕິ​ຍິນ​ດີ​ໃນ​ນ້ຳ​ໃຈ​ອັນ​ປະ​ເສີດ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ເພ​ໂຮ​ຣັນ​ບໍ່​ໄດ້​ສະແຫວງ​ຫາ​ອຳນາດ​ອັນ​ໃດ​ເລີຍ​ນອກ​ຈາກ​ບັນ​ລັງ​ຕັດ​ສິນ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ ແລະ ເສ​ລີ​ພາບ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ເທົ່າ​ນັ້ນ. ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໝັ້ນ​ຄົງ​ຢູ່​ໃນ​ເສ​ລີ​ພາບ​ສະເໝີ​ມາ ຊຶ່ງ​ໃນ​ນັ້ນ​ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ເປັນ ອິດສະ​ລະ.

10 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ພວກ​ເຮົາ​ຈະ​ຕໍ່​ຕ້ານ​ຄວາມ​ຊົ່ວ​ຮ້າຍ​ຈົນ​ເຖິງ​ການ​ນອງ​ເລືອດ. ພວກ​ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຊາວ​ເລມັນ​ເສຍ​ເລືອດ​ເນື້ອ​ເລີຍ ຖ້າ​ຫາກ​ພວກ​ເຂົາ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ.

11 ພວກ​ເຮົາ​ຈະ​ບໍ່​ເຮັດ​ໃຫ້​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຕ້ອງ​ເສຍ​ເລືອດ​ເນື້ອ​ເລີຍ ຖ້າ​ຫາກ​ພວກ​ເຂົາ​ບໍ່​ລຸກ​ຂຶ້ນ​ໃນ​ການ​ກະ​ບົດ ແລະ ຈັບ​ດາບ​ຂຶ້ນ​ຕໍ່​ສູ້​ກັບ​ພວກ​ເຮົາ.

12 ພວກ​ເຮົາ​ຈະ​ຍອມ​ຕົວ​ຂຶ້ນ​ຢູ່​ກັບ​ແອກ​ແຫ່ງ​ຄວາມ​ເປັນ​ທາດ ຖ້າ​ຫາກ​ມັນ​ເປັນ​ສິ່ງ​ຈຳ​ເປັນ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ, ຫລື ຖ້າ​ຫາກ​ພຣະ​ອົງ​ຈະ​ບັນ​ຊາ​ພວກ​ເຮົາ​ໃຫ້​ເຮັດ​ເຊັ່ນ​ນີ້.

13 ແຕ່​ຈົ່ງ​ເບິ່ງ ພຣະ​ອົງ​ບໍ່​ໄດ້​ບັນ​ຊາ​ພວກ​ເຮົາ​ໃຫ້​ຍອມ​ຕົວ​ຂຶ້ນ​ຢູ່​ກັບ​ສັດ​ຕູ​ຂອງ​ພວກ​ເຮົາ​ເລີຍ, ແຕ່​ໃຫ້​ພວກ​ເຮົາ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ປົດ​ປ່ອຍ​ພວກ​ເຮົາ.

14 ສະນັ້ນ, ໂມ​ໂຣ​ໄນ​ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຕໍ່​ຕ້ານ​ຄວາມ​ຊົ່ວ ແລະ ຄວາມ​ຊົ່ວ​ໃດ​ກໍ​ຕາມ​ທີ່​ພວກ​ເຮົາ​ບໍ່​ອາດ ຕ້ານ​ທານ​ໄດ້​ດ້ວຍ​ຄຳ​ເວົ້າ​ຂອງ​ພວກ​ເຮົາ, ແທ້​ຈິງ​ແລ້ວ, ເຊັ່ນ​ດຽວ​ກັບ​ການ​ກະ​ບົດ ແລະ ການ​ແຕກ​ແຍກ​ນັ້ນ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຕໍ່​ຕ້ານ​ມັນ​ດ້ວຍ​ດາບ​ຂອງ​ພວກ​ເຮົາ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັກ​ສາ​ອິດສະ​ລະ​ພາບ​ຂອງ​ພວກ​ເຮົາ​ໄວ້, ເພື່ອ​ພວກ​ເຮົາ​ຈະ​ໄດ້​ປິ​ຕິ​ຍິນ​ດີ​ໃນ​ສິດ​ທິ​ອັນ​ຍິ່ງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ, ແລະ ໃນ​ອຸ​ດົມ​ການ​ຂອງ​ພຣະ​ຜູ້​ໄຖ່ ແລະ ພຣະ​ເຈົ້າ​ຂອງ​ພວກ​ເຮົາ.

15 ສະນັ້ນ, ຂໍ​ໃຫ້​ທ່ານ​ມາ​ຫາ​ຂ້າ​ພະ​ເຈົ້າ​ໂດຍ​ໄວ, ພ້ອມ​ດ້ວຍ​ຄົນ​ຂອງ​ທ່ານ​ຈຳນວນ​ໜຶ່ງ, ແລະ ໃຫ້​ຄົນ​ທີ່​ເຫລືອ​ຢູ່​ນັ້ນ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ຂອງ​ລີໄຮ ແລະ ຂອງ​ທີ​ອານ​ຄຳ; ໃຫ້​ເຂົາ​ເຈົ້າ​ມີ​ອຳນາດ​ທີ່​ຈະ​ດຳ​ເນີນ​ສົງ​ຄາມ​ໃນ​ແຜ່ນ​ດິນ​ສ່ວນ​ນັ້ນ​ຕາມ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ​ພຣະ​ວິນ​ຍານ​ແຫ່ງ​ອິດສະ​ລະ​ພາບ​ທີ່​ມີ​ຢູ່​ກັບ​ເຂົາ​ເຈົ້າ.

16 ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ສະ​ບຽງ​ອາຫານ​ເລັກ​ໜ້ອຍ​ມາ​ໃຫ້​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ຫິວ​ຕາຍ ຈົນ​ກວ່າ​ທ່ານ​ຈະ​ມາ​ເຖິງ​ຂ້າ​ພະ​ເຈົ້າ.

17 ຈົ່ງ​ເຕົ້າ​ໂຮມ​ກຳ​ລັງ​ທະ​ຫານ​ເທົ່າ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ແລະ ໃຫ້​ເດີນ​ທັບ​ມາ​ທີ່​ນີ້, ແລະ ພວກ​ເຮົາ​ຈະ​ໄປ​ຕໍ່​ສູ້​ທັນ​ທີ​ກັບ​ພວກ​ທີ່​ແຕກ​ແຍກ​ອອກ​ໄປ ດ້ວຍ​ພະ​ລັງ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຕາມ​ສັດທາ​ທີ່​ພວກ​ເຮົາ​ມີ.

18 ແລະ ພວກ​ເຮົາ​ຈະ​ຍຶດ​ເອົາ​ເມືອງ​ເຊຣາ​ເຮັມລາ​ນັ້ນ​ຄືນ​ມາ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ມີ​ອາຫານ​ເພີ່ມ​ຂຶ້ນ ເພື່ອ​ສົ່ງ​ໄປ​ໃຫ້​ລີໄຮ ແລະ ທີ​ອານ​ຄຳ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ອອກ​ໄປ​ຕໍ່​ສູ້​ກັບ​ພວກ​ເຂົາ​ດ້ວຍ​ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພວກ​ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ນີ້​ສິ້ນ​ສຸດ​ລົງ.

19 ແລະ ບັດ​ນີ້, ໂມ​ໂຣ​ໄນ, ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ​ທີ່​ໄດ້​ຮັບ​ສານ​ຂອງ​ທ່ານ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ກຳ​ລັງ​ກຸ້ມ​ໃຈ​ຫລາຍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ດີ, ວ່າ​ມັນ​ເປັນ​ການ​ຖືກ​ຕ້ອງ​ຫລື​ບໍ່​ທີ່​ພວກ​ເຮົາ​ຈະ​ອອກ​ໄປ​ສູ້​ຮົບ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ເອງ.

20 ແຕ່​ທ່ານ​ໄດ້​ເວົ້າ​ວ່າ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃຫ້​ທ່ານ​ໄປ​ສູ້​ຮົບ​ກັບ​ພວກ​ເຂົາ.

21 ຈົ່ງ​ຊ່ວຍ​ໃຫ້​ລີໄຮ ແລະ ທີ​ອານ​ຄຳ ເຂັ້ມ​ແຂງ​ຂຶ້ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ຈົ່ງ​ບອກ​ເຂົາ​ເຈົ້າ​ບໍ່​ໃຫ້​ຢ້ານ​ກົວ, ເພາະ​ວ່າ​ພຣະ​ເຈົ້າ​ຈະ​ປົດ​ປ່ອຍ​ເຂົາ​ເຈົ້າ, ແທ້​ຈິງ​ແລ້ວ, ພ້ອມ​ທັງ​ທຸກ​ຄົນ​ທີ່​ໝັ້ນ​ຄົງ​ຢູ່​ໃນ​ເສ​ລີ​ພາບ ຊຶ່ງ​ພຣະ​ເຈົ້າ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ອິດສະ​ລະ. ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຈົບ​ສານ​ຂອງ​ຂ້າ​ພະ​ເຈົ້າ​ຫາ​ໂມ​ໂຣ​ໄນ​ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ພຽງ​ເທົ່າ​ນີ້.