ພຣະ​ຄຳ​ພີ
ແອວມາ 7


ຄຳ​ເວົ້າ​ຂອງ​ແອວມາ ຊຶ່ງ​ເພິ່ນ​ໄດ້​ກ່າວ​ກັບ​ຜູ້​ຄົນ​ໃນ​ເມືອງ​ກີເດໂອນ​ຕາມ​ບັນ​ທຶກ​ຂອງ​ເພິ່ນ​ເອງ.

ມີ​ບັນ​ທຶກ​ໄວ້​ໃນ​ບົດ​ທີ 7.

ບົດ​ທີ 7

ພຣະ​ຄຣິດ​ຈະ​ກຳເນີດ​ຈາກ​ນາງ​ມາຣີ—ພຣະ​ອົງ​ຈະ​ແກ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ ແລະ ຮັບ​ເອົາ​ບາບ​ແທນ​ຜູ້​ຄົນ​ຂອງ​ພຣະ​ອົງ—ຜູ້​ທີ່​ກັບ​ໃຈ, ຮັບ​ບັບຕິ​ສະມາ, ແລະ ຮັກ​ສາ​ພຣະ​ບັນ​ຍັດ ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ—ຄວາມ​ສົກ​ກະ​ປົກ​ບໍ່​ສາ​ມາດ​ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ເປັນ​ມູນ​ມໍ​ລະ​ດົກ​ໄດ້—ຄວາມ​ຖ່ອມ​ຕົວ, ສັດທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ​ເປັນ​ສິ່ງ​ຈຳ​ເປັນ. ປະ​ມານ 83 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເວລາ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ມາ​ຫາ​ພວກ​ທ່ານ, ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ພະ​ຍາ​ຍາມ​ທີ່​ຈະ ເວົ້າ​ກັບ​ພວກ​ທ່ານ​ໃນ​ພາ​ສາ​ຂອງ​ຂ້າ​ພະ​ເຈົ້າ​ເອງ; ແທ້​ຈິງ​ແລ້ວ, ໂດຍ​ປາກ​ຂອງ​ຂ້າ​ພະ​ເຈົ້າ​ເອງ, ເວລາ​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ດ້ວຍ​ຕົວ​ເອງ, ຂ້າ​ພະ​ເຈົ້າ​ເອງ​ໄດ້​ຖືກ​ກັກ​ຕົວ​ໄວ້​ກັບ ບັນ​ລັງ​ຕັດ​ສິນ, ໂດຍ​ມີ​ທຸ​ລະ​ກິດ​ອັນ​ຈຳ​ເປັນ​ຊຶ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ຫາ​ພວກ​ທ່ານ​ບໍ່​ໄດ້.

2 ແລະ ແມ່ນແຕ່​ຕອນ​ນີ້​ຂ້າ​ພະ​ເຈົ້າ​ກໍ​ຄົງ​ມາ​ຫາ​ພວກ​ທ່ານ​ບໍ່​ໄດ້ ຖ້າ​ຫາກ​ຂ້າ​ພະ​ເຈົ້າບໍ່​ໄດ້ ມອບ​ບັນ​ລັງ​ຕັດ​ສິນ​ໄວ້​ກັບ​ຜູ້​ອື່ນ​ເພື່ອ​ປົກ​ຄອງ​ແທນ; ແລະ ດ້ວຍ​ພຣະ​ເມດ​ຕາ​ອັນ​ຫລວງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ຫາ​ພວກ​ທ່ານ.

3 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມາ​ໂດຍ​ມີ​ຄວາມ​ຫວັງ​ອັນ​ໃຫຍ່​ຫລວງ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ​ວ່າ ຂ້າ​ພະ​ເຈົ້າ​ຈະ​ເຫັນ​ພວກ​ທ່ານ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ວ່າ​ພວກ​ທ່ານ​ໄດ້​ທູນ​ຂໍ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຢູ່​ສະເໝີ, ວ່າ​ຂ້າ​ພະ​ເຈົ້າ​ຈະ​ເຫັນ​ພວກ​ທ່ານ​ບໍ່​ມີ​ຂໍ້​ຕຳ​ນິ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ວ່າ​ຂ້າ​ພະ​ເຈົ້າ​ຈະ​ເຫັນ​ພວກ​ທ່ານ​ບໍ່​ໄດ້​ຕົກ​ຢູ່​ໃນ​ສະຖານະ​ການ​ອັນ​ເປັນ​ຕາ​ຢ້ານ​ດັ່ງ​ທີ່​ພີ່​ນ້ອງ​ຂອງ​ພວກ​ເຮົາ​ເປັນ​ຢູ່​ໃນ​ເຊຣາ​ເຮັມລາ.

4 ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ, ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ຈັກ, ແທ້​ຈິງ​ແລ້ວ, ໄດ້​ປະທານ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ​ໃຫ້​ແກ່​ຂ້າ​ພະ​ເຈົ້າ​ທີ່​ຮູ້​ຈັກ​ວ່າ ພວກ​ເຂົາ​ໄດ້​ສະຖາ​ປະນາ​ຂຶ້ນ​ຢູ່​ໃນ​ທາງ​ແຫ່ງ​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ​ອີກ.

5 ແລະ ຂ້າ​ພະ​ເຈົ້າ​ວາງ​ໃຈ​ຕາມ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຢູ່​ກັບ​ຂ້າ​ພະ​ເຈົ້າ, ວ່າ​ຂ້າ​ພະ​ເຈົ້າ​ຈະ​ມີ​ຄວາມ​ຊື່ນ​ຊົມ​ໃນ​ພວກ​ທ່ານ​ນຳ​ອີກ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າ​ພະ​ເຈົ້າ​ບໍ່​ປາດ​ຖະ​ໜາ​ວ່າ ຄວາມ​ຊື່ນ​ຊົມ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພວກ​ທ່ານ​ຈະ​ເກີດ​ຂຶ້ນ​ໂດຍ​ສາ​ເຫດ​ຈາກ​ຄວາມ​ທຸກ ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ທີ່​ສຸດ ຊຶ່ງ​ຂ້າ​ພະ​ເຈົ້າ​ເຄີຍ​ມີ​ກັບ​ພີ່​ນ້ອງ​ທີ່​ເຊຣາ​ເຮັມລາ, ເພາະ​ຈົ່ງ​ເບິ່ງ, ຄວາມ​ຊື່ນ​ຊົມ​ຂອງ​ຂ້າ​ພະ​ເຈົ້າ​ເກີດ​ກັບ​ພວກ​ເຂົາ​ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ທ່ອງ​ທ່ຽວ​ໄປ​ດ້ວຍ​ຄວາມ​ທຸກ ແລະ ເສົ້າ​ສະ​ຫລົດ​ໃຈ​ມາ​ຫລາຍ​ແລ້ວ.

6 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ວາງ​ໃຈ​ວ່າ ພວກ​ທ່ານ​ບໍ່​ຢູ່​ໃນ​ສະພາບ​ບໍ່​ເຊື່ອ​ຖື​ດັ່ງ​ທີ່​ພີ່​ນ້ອງ​ຂອງ​ພວກ​ທ່ານ​ໄດ້​ເປັນ​ມາ​ແລ້ວ; ຂ້າ​ພະ​ເຈົ້າ​ວາງ​ໃຈ​ວ່າ ພວກ​ທ່ານ​ບໍ່​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ໃຈ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ວາງ​ໃຈ​ວ່າ ພວກ​ທ່ານ​ບໍ່​ໄດ້​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ ແລະ ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ວາງ​ໃຈ​ວ່າ ພວກ​ທ່ານ​ບໍ່​ໄດ້​ກາບ​ໄຫວ້ ຮູບ​ບູຊາ, ແຕ່​ພວກ​ທ່ານ​ໄດ້​ກາບ​ໄຫວ້ ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່, ແລະ ວ່າ​ພວກ​ທ່ານ​ມຸ້ງ​ຫາ​ການ​ປົດ​ບາບ​ຂອງ​ພວກ​ທ່ານ​ດ້ວຍ​ສັດທາ​ອັນ​ເປັນ​ນິດ, ຊຶ່ງ​ຈະ​ມາ​ເຖິງ.

7 ເພາະຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈະ​ມາ​ເຖິງ; ແລະ ຈົ່ງ​ເບິ່ງ, ມີ​ຢ່າງ​ໜຶ່ງ​ທີ່​ສຳ​ຄັນ​ກວ່າ​ໝູ່​ໝົດ—ເພາະ​ຈົ່ງ​ເບິ່ງ, ເວລາ​ຢູ່​ບໍ່​ໄກ​ທີ່​ພຣະ​ຜູ້​ໄຖ່​ຈະ​ມີ​ຊີ​ວິດ ແລະ ຈະ​ສະ​ເດັດ​ມາ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ອົງ.

8 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກ່າວ​ວ່າ ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ບັນ​ດາ​ພວກ​ເຮົາ​ໃນ​ເວລາ​ທີ່​ພຣະ​ອົງ​ຢູ່​ໃນ​ຮ່າງ​ກາຍ​ທີ່​ເປັນ​ມະຕະ​ຂອງ​ພຣະ​ອົງ; ເພາະ​ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ບໍ່​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ເລື່ອງ​ລາວ​ຈະ​ເປັນ​ໄປ​ແນວ​ນີ້. ບັດ​ນີ້​ສຳ​ລັບ​ເລື່ອງ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ, ແຕ່​ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຄື ອົງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ອຳນາດ​ທີ່​ຈະ​ກະ​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ຊຶ່ງ​ເປັນ​ໄປ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ.

9 ແຕ່​ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າ​ພຽງ​ເທົ່າ​ນີ້, ມີ​ຄວາມ​ວ່າ: ຈົ່ງ​ຮ້ອງ​ບອກ​ຜູ້​ຄົນ​ພວກ​ນີ້​ວ່າ—​ເຈົ້າ​ຈົ່ງ ກັບ​ໃຈ​ເຖີດ, ແລະ ຕຽມ​ທາງ​ຂອງພຣະ​ຜູ້​ເປັນ​ເຈົ້າ, ແລະ ເດີນ​ໃນ​ທາງ​ຂອງ​ພຣະ​ອົງ​ທີ່​ຊື່​ຕົງ; ເພາະ​ຈົ່ງ​ເບິ່ງ, ອາ​ນາ​ຈັກ​ສະຫວັນ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ, ແລະ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະສະ​ເດັດ ມາ​ຍັງ​ຜືນ​ແຜ່ນ​ດິນ​ໂລກ.

10 ແລະ ຈົ່ງ​ເບິ່ງ, ພຣະ​ອົງ​ຈະ ກຳເນີດ​ຈາກ ນາງ​ມາຣີ​ທີ່​ເຢຣູ​ຊາເລັມ ຊຶ່ງ​ເປັນ ແຜ່ນ​ດິນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ນາງ​ເປັນ ຍິງ​ບໍ​ລິ​ສຸດ, ເປັນ​ພາ​ຊະນະ​ທີ່​ປະ​ເສີດ ແລະ ຖືກ​ເລືອກ​ໄວ້​ແລ້ວ, ຜູ້​ທີ່​ຈະ ຕັ້ງ​ທ້ອງ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ໃຫ້​ກຳເນີດ​ລູກ​ຊາຍ​ຜູ້​ໜຶ່ງ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

11 ແລະ ພຣະ​ອົງ​ຈະ​ສະ​ເດັດ​ອອກ​ໄປ, ທົນ​ຕໍ່​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ ແລະ ການ​ລໍ້​ລວງ​ທຸກ​ຢ່າງ; ແລະ ນີ້​ກໍ​ເພື່ອ​ຄຳ​ເວົ້າຈະ​ໄດ້​ສຳ​ເລັດຊຶ່ງ​ໄດ້​ກ່າວ​ໄວ້​ວ່າ ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ.

12 ແລະ ພຣະ​ອົງ​ຈະ​ຮັບ​ເອົາ ຄວາມ​ຕາຍ ເພື່ອ​ພຣະ​ອົງ​ຈະ​ໄດ້​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຊຶ່ງ​ຜູກ​ມັດ​ຜູ້​ຄົນ​ຂອງ​ພຣະ​ອົງ​ຫລຸດ​ອອກ; ແລະ ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ ເພື່ອ​ອຸ​ທອນ​ຂອງ​ພຣະ​ອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຕາມ​ທາງ​ຂອງ​ເນື້ອ​ໜັງ ເພື່ອ​ພຣະ​ອົງ​ຈະ​ຮູ້​ຈັກ​ຕາມ​ທາງ​ຂອງ​ເນື້ອ​ໜັງ​ວ່າ ຈະ ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ.

13 ບັດ​ນີ້​ພຣະ​ວິນ​ຍານ ຮູ້​ຈັກ​ທຸກ​ສິ່ງ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຍັງ​ຮັບ​ທຸກ​ທໍ​ລະ​ມານ​ຕາມ​ທາງ​ຂອງ​ເນື້ອ​ໜັງ ເພື່ອ​ພຣະ​ອົງ​ຈະ​ໄດ້ ຮັບ​ເອົາ​ບາບ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ລຶບ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ​ຕາມ​ອຳນາດ​ແຫ່ງ​ການ​ປົດ​ປ່ອຍ​ຂອງ​ພຣະ​ອົງ; ແລະ ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ຄື​ປະຈັກ​ພະຍານ​ທີ່​ມີ​ຢູ່​ໃນ​ຂ້າ​ພະ​ເຈົ້າ.

14 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ທ່ານ​ຕ້ອງ​ກັບ​ໃຈ, ແລະ ເກີດ​ໃໝ່; ເພາະ​ວ່າ​ພຣະ​ວິນ​ຍານ​ໄດ້​ກ່າວ​ໄວ້​ວ່າ ຖ້າ​ຫາກ​ພວກ​ທ່ານ​ບໍ່​ເກີດ​ໃໝ່ ພວກ​ທ່ານ​ຈະ​ບໍ່​ໄດ້​ຮັບ​ອາ​ນາ​ຈັກ​ສະຫວັນ​ມາ​ເປັນ​ມູນ​ມໍ​ລະ​ດົກ; ສະນັ້ນ ຈົ່ງ​ມາ​ເຖີດ ມາ​ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ, ເພື່ອ​ພວກ​ທ່ານ​ຈະ​ຖືກ​ລ້າງ​ຈາກ​ບາບ​ຂອງ​ພວກ​ທ່ານ, ເພື່ອ​ພວກ​ທ່ານ​ຈະ​ມີ​ສັດທາ​ໃນ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ຜູ້​ເອົາ​ບາບ​ຂອງ​ໂລກ​ໄປ, ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ຈະ​ຊ່ວຍ​ໃຫ້​ລອດ ແລະ ຈະ​ຊຳລະ​ລ້າງ​ຈາກ​ຄວາມ​ບໍ່​ຊອບ​ທຳ​ທັງ​ໝົດ.

15 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຈົ່ງ​ມາ​ເຖີດ, ຢ່າ​ສູ່​ຢ້ານ, ຈົ່ງ​ປະ​ຖິ້ມ​ບາບ​ທຸກ​ຢ່າງ​ທີ່ ກີດ​ກັນ​ພວກ​ທ່ານ​ໄວ້​ຢ່າງ​ງ່າຍ​ດາຍ, ຊຶ່ງ​ບາບ​ນັ້ນ​ຜູກ​ມັດ​ພວກ​ທ່ານ​ລົງ​ໄປ​ສູ່​ຄວາມ​ພິນາດ, ແທ້​ຈິງ​ແລ້ວ, ຈົ່ງ​ມາ​ເຖີດ, ແລະ ອອກ​ໄປ​ສະແດງ​ຕໍ່​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ວ່າ ພວກ​ທ່ານ​ເຕັມ​ໃຈ​ທີ່​ຈະ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ, ແລະ ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ກັບ​ພຣະ​ອົງ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ເປັນ​ພະຍານ​ເຖິງ​ສິ່ງ​ນັ້ນ​ຕໍ່​ພຣະ​ອົງ​ໃນ​ມື້​ນີ້​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ແຫ່ງ​ບັບຕິ​ສະມາ.

16 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ນີ້, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນັບ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ, ຜູ້​ນັ້ນ​ຈະ​ຈື່​ຈຳ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ເຂົາ, ແທ້​ຈິງ​ແລ້ວ, ເຂົາ​ຈະ​ຈື່​ຈຳ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ເຂົາ, ເຂົາ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ​ອີງ​ຕາມ​ປະຈັກ​ພະຍານ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ ຊຶ່ງ​ເປັນ​ພະຍານ​ໃນ​ຂ້າ​ພະ​ເຈົ້າ.

17 ແລະ ບັດ​ນີ້​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ເຊື່ອ​ໃນ​ເລື່ອງ​ເຫລົ່າ​ນີ້​ບໍ່? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພວກ​ທ່ານ​ເຊື່ອ​ສິ່ງ​ເຫລົ່າ​ນີ້ ແລະ ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ຮູ້ ວ່າ​ພວກ​ທ່ານ​ເຊື່ອ​ເພາະ​ໂດຍ​ການ​ສະແດງ​ໃຫ້​ປະຈັກ​ຂອງ​ພຣະ​ວິນ​ຍານ​ຊຶ່ງ​ຢູ່​ໃນ​ຂ້າ​ພະ​ເຈົ້າ. ແລະ ບັດ​ນີ້​ເພາະ​ວ່າ​ສັດທາ​ຂອງ​ພວກ​ທ່ານ​ເຂັ້ມ​ແຂງ​ກ່ຽວ​ກັບ​ເລື່ອງ​ນີ້, ແທ້​ຈິງ​ແລ້ວ, ກ່ຽວ​ກັບ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ, ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ຄວາມ​ສຸກ​ຢ່າງ​ລົ້ນ​ເຫລືອ.

18 ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ມາ​ແລ້ວ​ຕັ້ງ​ແຕ່​ຕົ້ນ, ວ່າ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ​ທີ່​ຈະ​ບໍ່​ໃຫ້​ພວກ​ທ່ານ​ຕົກ​ຢູ່​ໃນ​ສະຖານະ​ການ​ທີ່​ໜ້າ​ຢ້ານ​ກົວ​ດັ່ງ​ທີ່​ພີ່​ນ້ອງ​ຂອງ​ພວກ​ທ່ານ​ເປັນ​ຢູ່, ເຖິງ​ແມ່ນ​ດັ່ງ​ນີ້ ຂ້າ​ພະ​ເຈົ້າ​ກໍ​ເຫັນ​ວ່າ​ສົມ​ຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ.

19 ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ພວກ​ທ່ານ​ຢູ່​ໃນ​ທາງ​ອັນ​ຊອບ​ທຳ; ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ພວກ​ທ່ານ​ຢູ່​ໃນ​ທາງ​ຊຶ່ງ​ຈະ​ນຳ​ໄປ​ສູ່​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ພວກ​ທ່ານ​ກຳ​ລັງ​ເຮັດ​ໃຫ້ ທາງ​ຂອງ​ພຣະ​ອົງ​ຊື່​ຕົງ.

20 ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມັນ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ທ່ານ​ແລ້ວ, ໂດຍ​ປະຈັກ​ພະຍານ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ອົງ, ວ່າ​ພຣະ​ອົງ ດຳ​ເນີນ​ໄປ​ຕາມ​ທາງ​ຄົດ​ບໍ່​ໄດ້; ທັງ​ບໍ່​ປ່ຽນ​ແປງ​ຈາກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ໄວ້; ທັງ​ບໍ່​ມີ​ເງົາ​ຂອງ​ການ​ຫັນ​ເຫ​ຈາກ​ຂວາ​ຫາ​ຊ້າຍ, ຫລື ຈາກ​ສິ່ງ​ທີ່​ຖືກ​ຕ້ອງ​ໄປ​ຫາ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ; ສະນັ້ນ, ເສັ້ນ​ທາງ​ເດີນ​ຂອງ​ພຣະ​ອົງ​ຈຶ່ງ​ເປັນ​ຮອບ​ໜຶ່ງ​ທີ່​ເປັນ​ນິ​ລັນ​ດອນ.

21 ແລະ ພຣະ​ອົງ​ຈະ​ບໍ່​ສະ​ຖິດ​ຢູ່​ໃນ​ວິຫານ​ທີ່ ບໍ່​ສັກ​ສິດ; ທັງ​ບໍ່​ຮັບ​ເອົາ​ຄວາມ​ສົກ​ກະ​ປົກ ຫລື ວ່າ​ຫຍັງ​ກໍ​ຕາມ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເລີຍ; ສະນັ້ນ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເວລາ​ຈະ​ມາ​ເຖິງ, ແທ້​ຈິງ​ແລ້ວ, ມັນ​ຈະ​ເປັນ​ໃນ​ວັນ​ສຸດ​ທ້າຍ​ທີ່​ຄົນ ສົກ​ກະ​ປົກ​ຈະ​ຄົງ​ຢູ່​ໃນ​ຄວາມ​ສົກ​ກະ​ປົກ​ຂອງ​ເຂົາ​ຕໍ່​ໄປ.

22 ແລະ ບັດ​ນີ້​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ເລື່ອງ​ເຫລົ່າ​ນີ້​ກັບ​ພວກ​ທ່ານ​ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ປຸກ​ພວກ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ໜ້າ​ທີ່​ຂອງ​ພວກ​ທ່ານ​ຕໍ່​ພຣະ​ເຈົ້າ, ເພື່ອ​ພວກ​ທ່ານ​ຈະ​ເດີນ​ໄປ​ໂດຍ​ບໍ່​ມີ​ຂໍ້​ຕຳ​ນິ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ເພື່ອ​ພວກ​ທ່ານ​ຈະ​ເດີນ​ໄປ​ຕາມ​ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ຕາມ​ທີ່​ພວກ​ທ່ານ​ຮັບ​ເອົາ​ໄວ້.

23 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ ຖ່ອມ​ຕົວ, ເປັນ​ຄົນ​ສອນ​ງ່າຍ, ແລະ ອ່ອນ​ໂຍນ; ເຮັດ​ຕາມ​ຄຳ​ຂໍ​ຮ້ອງ; ເຕັມ​ໄປ​ດ້ວຍ​ຄວາມ​ອົດ​ທົນ ແລະ ຄວາມ​ອົດ​ກັ້ນ; ຮູ້​ຈັກ​ຫ້າມ​ຕົນ​ເອງ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ; ພາກ​ພຽນ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕະຫລອດ​ເວລາ; ທູນ​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ​ຕ້ອງ​ການ​ທັງ​ທາງ​ວິນ​ຍານ ແລະ ທາງ​ໂລກ; ຈົ່ງ​ຖວາຍ​ຄຳ​ຂອບ​ພຣະ​ຄຸນ​ແດ່​ພຣະ​ເຈົ້າ​ສະເໝີ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ​ໄດ້​ຮັບ.

24 ແລະ ໃຫ້​ເບິ່ງ​ວ່າ​ພວກ​ທ່ານ​ມີ ສັດທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ, ແລະ ເມື່ອ​ນັ້ນ​ພວກ​ທ່ານ​ຈະ​ມີ​ວຽກ​ງານ​ດີ​ຫລວງ​ຫລາຍ​ສະເໝີ​ໄປ.

25 ແລະ ຂໍໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ໂປດ​ປະທານ​ພອນ​ແກ່​ພວກ​ທ່ານ, ແລະ ຮັກ​ສາອາພອນ​ຂອງ​ພວກ​ທ່ານ​ໃຫ້​ປາດ​ສະ​ຈາກ​ມົນ​ທິນ, ເພື່ອ​ໃນ​ທີ່​ສຸດ​ພວກ​ທ່ານ​ຈະ​ໄດ້​ຖືກ​ນຳ​ໄປ​ນັ່ງ​ຮ່ວມ​ກັບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາໂຄບ, ແລະ ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຜູ້​ເຄີຍ​ເປັນ​ຢູ່​ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ, ໂດຍ​ໃຫ້ອາພອນ​ຂອງ​ພວກ​ທ່ານ​ປາດ​ສະ​ຈາກ​ມົນ​ທິນ​ຄື​ກັບອາພອນ​ຂອງ​ພວກ​ເພິ່ນ​ທີ່ ປາດ​ສະ​ຈາກ​ມົນ​ທິນ, ຢູ່​ໃນ​ອາ​ນາ​ຈັກ​ສະຫວັນ ຊຶ່ງ​ຈະ​ບໍ່​ອອກ​ໄປ​ອີກ.

26 ແລະ ບັດ​ນີ້​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຂໍ້​ຄວາມ​ເຫລົ່າ​ນີ້​ກັບ​ພວກ​ທ່ານ​ຕາມ​ພຣະ​ວິນ​ຍານ​ຊຶ່ງ​ໃຫ້​ຖ້ອຍ​ຄຳ​ໃນ​ຂ້າ​ພະ​ເຈົ້າ; ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ເພາະ​ຄວາມ​ພາກ​ພຽນ ແລະ ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຍິ່ງ​ຂອງ​ພວກ​ທ່ານ​ຕໍ່​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ.

27 ແລະ ບັດ​ນີ້, ຂໍ​ໃຫ້ ສັນ​ຕິ​ສຸກ​ຂອງ​ພຣະ​ເຈົ້າ​ຈົ່ງ​ສະ​ຖິດ​ຢູ່​ກັບ​ພວກ​ທ່ານ​ດ້ວຍ​ເທີ້ນ, ແລະ ຢູ່​ກັບ​ເຮືອນ​ຊານ​ຂອງ​ພວກ​ທ່ານ ແລະ ຢູ່​ກັບ​ແຜ່ນ​ດິນ​ຂອງ​ພວກ​ທ່ານ, ແລະ ຢູ່​ກັບ​ຝູງ​ສັດ​ລ້ຽງ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ທ່ານ, ແລະ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ເປັນ​ເຈົ້າ​ຂອງ, ທັງ​ແມ່​ຍິງ​ຂອງ​ພວກ​ທ່ານ ແລະ ລູກໆ​ຂອງ​ພວກ​ທ່ານ​ອີງ​ຕາມ​ສັດທາ ແລະ ວຽກ​ງານ​ດີ​ຂອງ​ພວກ​ທ່ານ, ນັບ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ ແລະ ຕະຫລອດ​ການ. ແລະ ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ໄວ້​ດັ່ງ​ນີ້. ອາແມນ.