ພຣະ​ຄຳ​ພີ
ແອວມາ 9


ຄຳ​ເວົ້າ​ຂອງ​ແອວມາ, ແລະ ຄຳ​ເວົ້າ​ຂອງ​ແອມ​ມິວເລັກ​ນຳ​ອີກ, ຊຶ່ງ​ໄດ້​ປະ​ກາດ​ແກ່​ຜູ້​ຄົນ​ທີ່​ຢູ່​ໃນ​ແຜ່ນ​ດິນ​ອຳໂມນ​ໄນ​ຮາ. ແລະ ພວກ​ເພິ່ນ​ຖືກ​ຈັບ​ເຂົ້າ​ຄຸກ​ນຳ​ອີກ, ແລະ ຖືກ​ປົດ​ປ່ອຍ​ໂດຍ​ອຳນາດ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຢູ່​ກັບ​ພວກ​ເພິ່ນ, ຕາມ​ບັນ​ທຶກ​ຂອງ​ແອວມາ.

ມີ​ຢູ່​ໃນ​ບົດ​ທີ 9 ຈົນ​ເຖິງ​ບົດ​ທີ 14.

ບົດ​ທີ 9

ແອວມາ​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ອຳໂມນ​ໄນ​ຮາ​ກັບ​ໃຈ—ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ຕໍ່​ຊາວ​ເລມັນ​ໃນ​ຍຸກ​ສຸດ​ທ້າຍ—ຖ້າ​ຫາກ​ຊາວ​ນີໄຟ​ປະ​ຖິ້ມ​ຄວາມ​ສະ​ຫວ່າງ, ແລ້ວ​ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ​ໂດຍ​ຊາວ​ເລມັນ—ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ​ໃນ​ບໍ່​ດົນ—ພຣະ​ອົງ​ຈະ​ໄຖ່​ຜູ້​ທີ່​ກັບ​ໃຈ, ຮັບ​ບັບຕິ​ສະມາ, ແລະ ມີ​ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ປະ​ມານ 82 ປີ ກ່ອນ ຄ.ສ.

1 ແລະ ອີກ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ແອວມາ​ໂດຍ​ທີ່​ໄດ້​ຮັບ​ບັນ​ຊາ​ຈາກ​ພຣະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ຄວນ​ພາ​ແອມ​ມິວເລັກ​ອອກ​ໄປ​ສັ່ງ​ສອນ​ຜູ້​ຄົນ​ພວກ​ນີ້​ອີກ ຫລື ຜູ້​ຄົນ​ທີ່​ຢູ່​ໃນ​ເມືອງ​ອຳໂມນ​ໄນ​ຮາ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ເມື່ອ​ຂ້າ​ພະ​ເຈົ້າ​ເລີ່ມ​ຕົ້ນ​ສັ່ງ​ສອນ​ພວກ​ເຂົາ, ພວກ​ເຂົາ​ກໍ​ຂັດ​ແຍ້ງ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ກ່າວ​ວ່າ:

2 ທ່ານ​ແມ່ນ​ໃຜ? ທ່ານ​ຄິດ​ບໍ​ວ່າ​ພວກ​ເຮົາ​ຈະ​ເຊື່ອ​ປະຈັກ​ພະຍານ​ຂອງ​ຄົນ ຜູ້​ດຽວ, ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ສັ່ງ​ສອນ​ພວກ​ເຮົາ​ວ່າ ແຜ່ນ​ດິນ​ໂລກ​ຈະ​ຜ່ານ​ໄປ?

3 ບັດ​ນີ້​ຄົນ​ພວກ​ນີ້​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ​ທີ່​ພວກ​ເຂົາ​ເວົ້າ​ໄປ​ນັ້ນ​ເລີຍ; ເພາະ​ວ່າ​ພວກ​ເຂົາ​ບໍ່​ຮູ້​ວ່າ ແຜ່ນ​ດິນ​ໂລກ​ຈະ​ຜ່ານ​ໄປ.

4 ແລະ ພວກ​ເຂົາ​ເວົ້າ​ອີກ​ວ່າ: ພວກ​ເຮົາ​ຈະ​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ທ່ານ​ເຖິງ​ແມ່ນ​ທ່ານ​ຈະ​ທຳ​ນາຍ​ວ່າ ເມືອງ​ໃຫຍ່​ຈະ​ຖືກ​ທຳ​ລາຍ​ໄປ​ໃນ​ມື້ ດຽວ.

5 ບັດ​ນີ້​ພວກ​ເຂົາ​ບໍ່​ຮູ້​ວ່າ ພຣະ​ເຈົ້າ​ຈະ​ກະ​ທຳ​ສິ່ງ​ອັດ​ສະ​ຈັນ​ເຊັ່ນ​ນີ້​ໄດ້, ເພາະ​ວ່າ​ພວກ​ເຂົາ​ເປັນ​ຄົນ​ທີ່​ມີ​ໃຈ​ແຂງ​ກະ​ດ້າງ ແລະ ແຂງ​ຄໍ.

6 ແລະ ພວກ​ເຂົາ​ເວົ້າ​ວ່າ: ພຣະ​ເຈົ້າ ແມ່ນ​ໃຜ, ເປັນ​ຫຍັງ​ເພິ່ນ​ຈຶ່ງ ບໍ່​ສົ່ງ​ສິດ​ອຳນາດ​ຂອງ​ເພິ່ນ​ມາ​ໃນ​ບັນ​ດາ​ຜູ້​ຄົນ ພວກ​ນີ້, ຊຶ່ງ​ມີ​ຫລາຍ​ກວ່າ​ຄົນ​ຜູ້​ດຽວ​ເພື່ອ​ປະ​ກາດ​ຄວາມ​ຈິງ​ຂອງ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້​ແກ່​ພວກ​ເຂົາ?

7 ແລະ ພວກ​ເຂົາ​ຢືນ​ຂຶ້ນ​ເພື່ອ​ຫວັງ​ທີ່​ຈະ​ຈັບ​ຂ້າ​ພະ​ເຈົ້າ; ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ຈັບ​ບໍ່​ໄດ້. ແລະ ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຂຶ້ນ​ຢ່າງ​ອາດ​ຫານ​ເພື່ອ​ປະ​ກາດ​ແກ່​ພວກ​ເຂົາ, ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຖ້ອຍ​ຄຳ​ຢ່າງ​ກ້າ​ຫານ​ແກ່​ພວກ​ເຂົາ, ໂດຍ​ກ່າວ​ວ່າ:

8 ຈົ່ງ​ເບິ່ງ, ໂອ້ ພວກ​ເຈົ້າ ລຸ້ນ​ທີ່​ຊົ່ວ ແລະ ເສຍ​ຄົນ​ເອີຍ, ພວກ​ເຈົ້າ​ລືມ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ​ໄດ້​ແນວ​ໃດ; ແທ້​ຈິງ​ແລ້ວ, ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ລືມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

9 ພວກ​ເຈົ້າ​ຈື່​ບໍ່​ໄດ້​ບໍ​ວ່າ ລີໄຮ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ຖືກ​ນຳ​ພາ​ອອກ​ຈາກ​ເຢຣູ​ຊາເລັມ​ໂດຍ ພຣະ​ຫັດ ຂອງ​ພຣະ​ເຈົ້າ? ພວກ​ເຈົ້າ​ຈື່​ບໍ່​ໄດ້​ບໍ​ວ່າ ຄົນ​ພວກ​ນັ້ນ​ຖືກ​ນຳ​ເອົາ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ມາ​ທັງ​ໝົດ​ໂດຍ​ພຣະ​ອົງ?

10 ພວກ​ເຈົ້າ​ຫລົງ​ລືມ​ກັນ​ຢ່າງ​ວ່ອງ​ໄວ​ໄດ້​ແນວ​ໃດ​ວ່າ ຕັ້ງ​ຫລາຍ​ເທື່ອ​ທີ່​ພຣະ​ອົງ​ໄດ້​ປົດ​ປ່ອຍ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ ແລະ ປົກ​ປັກ​ຮັກ​ສາ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ການ​ຖືກ​ທຳ​ລາຍ​ຈາກ​ກຳ​ມື​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ?

11 ແທ້​ຈິງ​ແລ້ວ, ແລະ ຖ້າ​ຫາກ​ບໍ່​ແມ່ນ​ຍ້ອນ​ອຳນາດ ແລະ ຄວາມ​ເມດ​ຕາ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ພວກ​ເຮົາ​ແລ້ວ, ພວກ​ເຮົາ​ກໍ​ຈະ​ຖືກ​ຕັດ​ອອກ​ຈາກ​ຜືນ​ແຜ່ນ​ດິນ​ໂລກ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້​ແຕ່​ດົນ​ແລ້ວ​ກ່ອນ​ເຖິງ​ໄລ​ຍະ​ນີ້, ແລະ ອາດ​ຖືກ​ສົ່ງ​ໄປ​ສູ່​ສະພາບ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຈິບ​ຫາຍ​ອັນ ບໍ່​ມີ​ບ່ອນ​ຈົບ.

12 ຈົ່ງ​ເບິ່ງ, ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ພວກ​ເຈົ້າ​ກັບ​ໃຈ; ແລະ ພວກ​ເຈົ້າ​ກໍ​ຈະ​ບໍ່​ມີ​ທາງ​ໃດ​ທີ່​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ເປັນ​ມູນ​ມໍ​ລະ​ດົກ​ເລີຍ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ກັບ​ໃຈ. ແຕ່​ຈົ່ງ​ເບິ່ງ, ນີ້​ຍັງ​ບໍ່​ໝົດ—ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ພວກ​ເຈົ້າ​ກັບ​ໃຈ, ຖ້າ​ບໍ່​ດັ່ງ​ນັ້ນ ພຣະ​ອົງ​ຈະ ທຳ​ລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ຈາກ​ຜືນ​ແຜ່ນ​ດິນ​ໂລກ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ຢ້ຽມ​ຢາມ​ພວກ​ເຈົ້າ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ຂອງ​ພຣະ​ອົງ, ແລະ ໃນ​ຄວາມ​ຄຽດ​ແຄ້ນ ທີ່​ສຸດ​ນັ້ນ ພຣະ​ອົງ​ຈະ​ບໍ່​ຫັນ​ໜີ​ເລີຍ.

13 ຈົ່ງ​ເບິ່ງ, ພວກ​ເຈົ້າ​ຈື່​ຈຳ​ພຣະ​ຄຳ​ທີ່​ພຣະ​ອົງ​ຮັບ​ສັ່ງ​ກັບ​ລີໄຮ​ໄດ້​ບໍ​ວ່າ: ຕາບ​ໃດ​ທີ່​ເຈົ້າ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ເຈົ້າ​ຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ? ແລະ ໄດ້​ກ່າວ​ໄວ້​ອີກ​ວ່າ: ແລະ ຕາບ​ໃດ​ທີ່​ເຈົ້າ​ຈະ​ບໍ່​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

14 ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ຈື່​ໄວ້​ວ່າ ຕາບ​ໃດ​ທີ່​ຊາວ​ເລມັນ​ບໍ່​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ພວກ​ເຂົາ​ຈຶ່ງ​ໄດ້​ຖືກ ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບັດ​ນີ້ ພວກ​ເຮົາ​ຈຶ່ງ​ເຫັນ​ວ່າ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຄວາມ​ຈິງ​ແລ້ວ​ໃນ​ເລື່ອງ​ນີ້, ແລະ ຊາວ​ເລມັນ​ໄດ້​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ, ນັບ​ຕັ້ງ​ແຕ່​ຕົ້ນ​ຂອງ​ການ​ລ່ວງ​ລະເມີດ​ຄັ້ງ​ທຳ​ອິດ​ຂອງ​ພວກ​ເຂົາ​ໃນ​ແຜ່ນ​ດິນ​ນີ້.

15 ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ພວກ​ເຈົ້າ​ວ່າ, ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ ພຣະ​ອົງ​ຈະ ທົນ​ກັບ​ພວກ​ເຂົາ​ໄດ້​ຫລາຍ​ກວ່າ​ທົນ​ກັບ​ພວກ​ເຈົ້າ ຖ້າ​ຫາກ​ວ່າ​ພວກ​ເຈົ້າ​ຍັງ​ຄົງ​ຢູ່​ໃນ​ບາບ​ຂອງ​ພວກ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ໃນ​ຊີ​ວິດ​ນີ້ ພຣະ​ອົງ​ຈະ​ທົນ​ກັບ​ພວກ​ເຂົາ​ໄດ້​ຫລາຍ​ກວ່າ​ທົນ​ກັບ​ພວກ​ເຈົ້າ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ກັບ​ໃຈ.

16 ເພາະ​ມີ​ສັນ​ຍາ​ຢູ່​ຫລາຍ​ຂໍ້​ທີ່ ໃຫ້​ໄວ້​ກັບ​ຊາວ​ເລມັນ; ເປັນ​ຍ້ອນ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ຢູ່​ໃນ​ສະພາບ​ຂອງ ຄວາມ​ໂງ່​ຈ້າ; ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ພວກ​ເຂົາ ແລະ ຕໍ່​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ໃຫ້ ຍາວ​ນານ​ອອກ​ໄປ​ໃນ​ແຜ່ນ​ດິນ.

17 ແລະ ໃນ​ໄລ​ຍະ​ເວລາ​ໜຶ່ງ ພວກ​ເຂົາ​ຈະ​ຖືກ ນຳ​ມາ​ໃຫ້​ເຊື່ອ​ຖື​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ​ໃຫ້​ຮູ້​ເຖິງ​ຄວາມບໍ່​ຖືກ​ຕ້ອງ​ຂອງ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ; ແລະ ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ຂອງ​ພວກ​ເຂົາ​ຈະ​ລອດ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ທຸກ​ຄົນ​ທີ່ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ.

18 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ເຈົ້າ​ຂຶ້ນ​ຢູ່​ກັບ​ຄວາມ​ຊົ່ວ​ຮ້າຍ ວັນ​ເວລາ​ຂອງ​ພວກ​ເຈົ້າ​ກໍ​ຈະ​ບໍ່​ຍືນ​ນານ​ໃນ​ແຜ່ນ​ດິນ​ນີ້, ເພາະ ຊາວ​ເລມັນ​ຈະ​ຖືກ​ສົ່ງ​ມາ​ຫາ​ພວກ​ເຈົ້າ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ກັບ​ໃຈ ພວກ​ເຂົາ​ຈະ​ມາ​ໃນ​ເວລາ​ທີ່​ພວກ​ເຈົ້າ​ບໍ່​ຮູ້ ແລະ ຈະ​ມາ​ຢ້ຽມ​ຢາມ​ພວກ​ເຈົ້າ​ດ້ວຍ​ຄວາມ​ພິນາດ ສິ້ນ ແລະ ມັນ​ຈະ​ເປັນ​ໄປ​ຕາມ ພຣະ​ພິ​ໂລດ​ອັນ​ຮຸນ​ແຮງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

19 ເພາະ​ພຣະ​ອົງ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຈົ້າ​ມີ​ຊີ​ວິດ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຈົ້າ, ເພື່ອ​ທຳ​ລາຍ​ຜູ້​ຄົນ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ບໍ່​ເລີຍ; ພຣະ​ອົງ​ຈະ​ຍອມ​ໃຫ້​ຊາວ​ເລມັນ ທຳລາຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ທັງ​ໝົດ​ທີ່​ມີ​ຊື່​ວ່າ​ຊາວ​ນີໄຟ​ເສຍ​ດີ​ກວ່າ, ຖ້າ​ຫາກ​ເປັນ​ໄປ​ໄດ້​ວ່າ​ພວກ​ເຂົາ​ຈະ ຕົກ​ຢູ່​ໃນ​ບາບ ແລະ ໃນ​ການ​ລ່ວງ​ລະເມີດ, ເຖິງ​ແມ່ນ​ພວກ​ເຂົາ​ໄດ້​ຮັບ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮູ້​ຫລາຍ​ຢ່າງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ແລ້ວ;

20 ແທ້​ຈິງ​ແລ້ວ, ຫລັງ​ຈາກ​ທີ່​ເປັນ​ຜູ້​ຄົນ​ທີ່​ໂປດ​ປານ​ທີ່​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຫລັງ​ຈາກ​ທີ່​ເປັນ​ຜູ້​ຄົນ​ທີ່​ໂປດ​ປານ​ທີ່​ສຸດ​ກວ່າ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ຫລື ທຸກ​ຜູ້​ຄົນ​ທັງ​ປວງ; ຫລັງ​ຈາກ​ທີ່​ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ໃຫ້​ເປັນ ທີ່​ປະກົດ​ແຈ້ງ​ແກ່​ພວກ​ເຂົາ​ແລ້ວ​ຕາມ​ຄວາມ​ປາດ​ຖະ​ໜາ ແລະ ສັດທາ​ຂອງ​ພວກ​ເຂົາ ແລະ ຄຳ​ອະ​ທິ​ຖານ​ກ່ຽວ​ກັບ​ເລື່ອງ​ທີ່​ເປັນ​ມາ ແລະ ທີ່​ເປັນ​ຢູ່ ແລະ ທີ່​ຈະ​ມາ​ເຖິງ.

21 ໂດຍ​ທີ່​ໄດ້​ຮັບ​ການ​ຢ້ຽມ​ຢາມ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ; ໂດຍ​ທີ່​ໄດ້​ສົນ​ທະ​ນາ​ກັບ​ເຫລົ່າ​ທູດ, ແລະ ໂດຍ​ທີ່​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ນຳ​ອີກ; ແລະ ໂດຍ​ທີ່​ມີ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ, ແລະ ມີ​ຂອງ​ປະທານ​ຫລາຍ​ຢ່າງ​ນຳ​ອີກ, ຂອງ​ປະທານ​ແຫ່ງ​ການ​ເວົ້າ​ພາ​ສາ, ແລະ ຂອງ​ປະທານ​ແຫ່ງ​ການ​ສັ່ງ​ສອນ, ແລະ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຂອງ​ປະທານ​ແຫ່ງ ການ​ແປ;

22 ແທ້​ຈິງ​ແລ້ວ, ຫລັງ​ຈາກ​ທີ່​ໄດ້​ຮັບ​ການ ປົດ​ປ່ອຍ​ໂດຍ​ພຣະ​ເຈົ້າ​ໃຫ້​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ໂດຍ​ໄດ້​ຮັບ​ການ​ໂຜດ​ໃຫ້​ພົ້ນ​ຈາກ​ຄວາມ​ອຶດ​ຢາກ, ແລະ ໃຫ້​ພົ້ນ​ຈາກ​ຄວາມ​ເຈັບ​ປ່ວຍ, ແລະ ໃຫ້​ພົ້ນ​ຈາກ​ພະ​ຍາດ​ຕ່າງໆ; ແລະ ພວກ​ເຂົາ​ໄດ້​ເຂັ້ມ​ແຂງ​ຂຶ້ນ​ໃນ​ການ​ສູ້​ຮົບ​ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ຖືກ​ທຳ​ລາຍ; ແລະ ໂດຍ​ທີ່​ໄດ້​ຖືກ​ນຳ​ພາ​ອອກ​ມາ​ຈາກ ຄວາມ​ເປັນ​ທາດ​ຫລາຍ​ຕໍ່ຫລາຍ​ເທື່ອ, ແລະ ໂດຍ​ທີ່​ໄດ້​ຮັບ​ການ​ດູ​ແລ ແລະ ປົກ​ປັກ​ຮັກ​ສາ​ຈົນ​ກະ​ທັ້ງ​ດຽວ​ນີ້; ແລະ ພວກ​ເຂົາ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ຈົນ​ວ່າ​ຮັ່ງ​ມີ​ເປັນ​ດີ​ໃນ​ສິ່ງ​ຂອງ​ຫລາຍ​ຢ່າງ—

23 ແລະ ບັດ​ນີ້​ຈົ່ງ​ເບິ່ງ ຂ້າພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າວ່າ ຖ້າ​ຫາກຜູ້​ຄົນ​ພວກ​ນີ້ ຊຶ່ງ​ໄດ້​ຮັບ​ພອນ​ມາ​ຢ່າງ​ຫລວງຫລາຍ​ຈາກ​ພຣະຫັດ​ຂອງ​ພຣະຜູ້​ເປັນ​ເຈົ້າຍັງ​ລ່ວງ​ລະເມີດ, ແລະ ເຮັດ​ສິ່ງ​ກົງກັນຂ້າມ​ກັບ​ຄວາມ​ສະຫວ່າງ ແລະ ຄວາມ​ຮູ້​ທີ່​ພວກ​ເຂົາ​ມີ​ຢູ່​ແລ້ວ, ຂ້າພະ​ເຈົ້າ​ກໍ​ກ່າວ​ກັບ​ພວກ​ເຈົ້າຖ້າ​ຫາກ​ເປັນ​ໄປ​ແບບ​ນີ້, ພວກ​ເຂົາ​ຈະ​ຕົກໄປ​ສູ່​ການ​ລ່ວງ​ລະເມີດ, ແລະ ພຣະ​ອົງ​ຈະ ທົນ​ກັບ​ຊາວ​ເລມັນ​ໄດ້​ຫລາຍ​ກວ່າ​ທົນ​ກັບ​ພວກ​ເຂົາ.

24 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕໍ່ ສັນຍາ​ອອກ​ໃຫ້​ຊາວ​ເລມັນ, ແຕ່​ບໍ່​ໄດ້​ຕໍ່​ໃຫ້​ພວກ​ເຈົ້າ ຖ້າ​ຫາກ​ພວກ​ເຈົ້າ​ລ່ວງ​ລະເມີດ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ສັນ​ຍາ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ບໍ ແລະ ກຳ​ນົດ​ໄວ້​ຢ່າງ​ແນ່​ນອນ​ບໍ​ວ່າ​ຖ້າ​ຫາກ​ພວກ​ເຈົ້າ​ຈະ​ກະ​ບົດ​ຕໍ່​ພຣະ​ອົງ​ແລ້ວ ພວກ​ເຈົ້າ​ຈະ​ຖືກ​ທຳ​ລາຍ​ໃຫ້​ໝົດ​ໄປ​ຈາກ​ຜືນ​ແຜ່ນ​ດິນໂລກ?

25 ແລະ ບັດ​ນີ້​ດ້ວຍ​ເຫດ​ນີ້, ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ທຳ​ລາຍ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ​ທູດ​ຂອງ​ພຣະ​ອົງ​ລົງ​ມາ​ຢ້ຽມ​ຢາມ​ຜູ້​ຄົນ​ຂອງ​ພຣະ​ອົງ​ຫລາຍ​ຄົນ, ປະ​ກາດ​ແກ່​ພວກ​ເຂົາ​ວ່າ​ພວກ​ເຂົາ​ຈະ​ຕ້ອງ​ອອກ​ໄປ​ປ່າວ​ເຕືອນ​ຢ່າງ​ສຸດ​ກຳ​ລັງ​ຕໍ່​ຜູ້​ຄົນ​ພວກ​ນີ້, ໂດຍ​ກ່າວ​ວ່າ: ພວກ​ເຈົ້າ​ຈົ່ງ ກັບ​ໃຈ​ເຖີດ, ເພາະ​ວ່າ​ອາ​ນາ​ຈັກ​ສະຫວັນ​ໃກ້​ຈະ​ມາ​ເຖິງ​ແລ້ວ;

26 ແລະ ຍັງ​ອີກ ບໍ່​ເທົ່າ​ໃດ​ມື້​ຈາກ​ມື້​ນີ້​ໄປ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ; ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຈະ​ເປັນ​ລັດ​ສະ​ໝີ​ພາບ​ຂອງ ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ, ເຕັມ​ປ່ຽມ​ໄປ​ດ້ວຍ ພຣະ​ຄຸນ, ຄວາມ​ທ່ຽງ​ທຳ, ແລະ ຄວາມ​ຈິງ, ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ອົດ​ທົນ, ຄວາມ​ເມດ​ຕາ, ແລະ ຄວາມ​ອົດ​ກັ້ນ, ໄດ້​ຍິນ​ສຽງ​ຮ້ອງ​ຫາ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ຢ່າງ​ວ່ອງ​ໄວ ແລະ ທີ່​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ.

27 ແລະ ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ເພື່ອ ໄຖ່​ຜູ້​ທີ່​ໄດ້​ຮັບ ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ, ຜ່ານ​ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

28 ສະນັ້ນ, ພວກ​ເຈົ້າ​ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ, ເພາະ​ວ່າ​ເວລາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ​ທີ່​ມະນຸດ​ທັງ​ປວງ​ຈະ​ເກັບ​ກ່ຽວ​ລາງ​ວັນ​ຂອງ ຜົນງານ​ຂອງ​ຕົນ​ເອງ​ຕາມ​ສິ່ງ​ທີ່​ພວກ​ເຂົາ​ກະ​ທຳ​ມາ—ຖ້າ​ຫາກ​ພວກ​ເຂົາ​ຊອບ​ທຳ ພວກ​ເຂົາ​ກໍ​ຈະ ເກັບ​ກ່ຽວ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ, ອັນ​ເປັນ​ໄປ​ຕາມ​ອຳນາດ ແລະ ການ​ປົດ​ປ່ອຍ​ຂອງ​ພຣະ​ເຢຊູ​ຄຣິດ; ແລະ ຖ້າ​ຫາກ​ພວກ​ເຂົາ​ຊົ່ວ, ພວກ​ເຂົາ​ກໍ​ຈະ​ເກັ​ບ​ກ່ຽວ ຄວາມ​ອັບ​ປະ​ໂຫຍດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ, ອັນ​ເປັນ​ໄປ​ຕາມ​ອຳນາດ ແລະ ການ​ຈັບ​ກຸມ​ຂອງ​ມານ.

29 ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ຄື​ສຽງ​ຂອງ​ທູດ, ປ່າວ​ເຕືອນ​ຕໍ່​ຜູ້​ຄົນ.

30 ແລະ ບັດ​ນີ້, ພີ່ນ້ອງ ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ວ່າ​ພວກ​ເຈົ້າ​ເປັນ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ພວກ​ເຈົ້າ​ຄວນ​ເປັນ​ທີ່​ຮັກ​ຫອມ, ແລະ ພວກ​ເຈົ້າ​ຄວນ​ນຳ​ເອົາ​ວຽກ​ງານ​ອັນ​ເໝາະ​ສົມ​ເພື່ອ​ການ​ກັບ​ໃຈ​ອອກ​ມາ, ເຫັນ​ວ່າ​ໃຈ​ຂອງ​ພວກ​ເຈົ້າ​ຖືກ​ເຮັດ​ໃຫ້​ແຂງ​ກະ​ດ້າງ​ທີ່​ສຸດ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ເຫັນ​ວ່າ​ພວກ​ເຈົ້າ​ເປັນ​ຄົນ ຫລົງ​ທາງ ແລະ ຕົກ​ໄປ.

31 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຂ້າ​ພະ​ເຈົ້າ​ແອວມາ​ກ່າວ​ຄຳ​ເຫລົ່າ​ນີ້​ແລ້ວ, ຈົ່ງ​ເບິ່ງ, ປະ​ຊາ​ຊົນ​ກໍ​ຄຽດ​ແຄ້ນ​ໃຫ້​ຂ້າ​ພະ​ເຈົ້າ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ເຂົາ​ວ່າ ພວກ​ເຂົາ​ເປັນ​ຄົນ​ທີ່​ມີ​ໃຈ​ແຂງ​ກະ​ດ້າງ ແລະ ແຂງ​ຄໍ.

32 ແລະ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ເຂົາ​ອີກ​ວ່າ ພວກ​ເຂົາ​ເປັນ​ຄົນ​ຫລົງ​ທາງ ແລະ ຕົກ​ໄປ ພວກ​ເຂົາ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ຂ້າ​ພະ​ເຈົ້າ ແລະ ພະ​ຍາ​ຍາມ​ທີ່​ຈະ​ຈັບ​ເອົາ​ຂ້າ​ພະ​ເຈົ້າ​ເຂົ້າ​ຄຸກ.

33 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຍອມ​ໃຫ້​ພວກ​ເຂົາ​ຈັບ​ຂ້າ​ພະ​ເຈົ້າ​ເຂົ້າ​ຄຸກ​ໃນ​ເວລາ​ນັ້ນ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອມ​ມິວເລັກ​ໄດ້​ອອກ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເຂົາ, ແລະ ເລີ່ມ​ສັ່ງ​ສອນ​ພວກ​ເຂົາ​ອີກ. ແລະ ບັດ​ນີ້ ຄຳ​ເວົ້າ​ຂອງ​ແອມ​ມິວເລັກ​ບໍ່​ໄດ້​ຖືກ​ຂຽນ​ໄວ້​ທັງ​ໝົດ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາກ​ສ່ວນ​ໜຶ່ງ​ຂອງ​ຄຳ​ເວົ້າ​ຂອງ​ລາວ​ໄດ້​ມີ​ຂຽນ​ໄວ້​ຢູ່​ໃນ​ໜັງ​ສື​ເຫລັ້ມ​ນີ້.