ໜັງສື​ແອວ​ມາ​
ລູກ​ຊາຍ​ຂອງ​ແອວ​ມາ

ບົດ 

ເລື່ອງ​ລາວ​ຂອງ​ແອວ​ມາ, ຜູ້​ເປັນ​ລູກ​ຊາຍ​ຂອງ​ແອວມາ, ຜູ້​ເປັນ​ຫົວໜ້າ​ຜູ້​ຕັດສິນ​ຄົນ​ທຳ​ອິດ​ຂອງ​ຜູ້ຄົນ​ຂອງ​ນີ​ໄຟ, ແລະ ທັງ​ເປັນ​ມະຫາ​ປະ​ໂລຫິດ​ດູ​ແລ​ສາດສະໜາ​ຈັກ​ນຳ​ອີກ. ເລື່ອງ​ລາວ​ກ່ຽວ​ກັບ​ການ​ປົກຄອງ​ຂອງ​ຜູ້​ຕັດສິນ, ແລະ ສົງຄາມ ແລະ ການ​ຂັດ​ແຍ້ງ​ໃນ​ບັນດາ​ຜູ້ຄົນ. ແລະ ເລື່ອງລາວ​ຕ່າງໆ​ກ່ຽວ​ກັບ​ສົງຄາມ​ລະຫວ່າງ​ຊາວ​ນີ​ໄຟ​ກັບ​ຊາວ​ເລ​ມັນ​ນຳ​ອີກ, ຊຶ່ງ​ເປັນ​ໄປ​ຕາມ​ບັນທຶກ​ຂອງ​ແອວ​ມາ, ຜູ້​ເປັນ​ຫົວໜ້າ​ຜູ້​ຕັດສິນ​ຄົນ​ທຳ​ອິດ.
ບົດ​ທີ 1
ນີຮໍ​ສິດສອນ​ຄຳ​ສອນ​ທີ່​ຜິດ, ສ້າງ​ຕັ້ງ​ສາດສະໜາ​ຈັກ​ຂຶ້ນ, ແນະນຳ​ອຳນາດ​ຈອມ​ປອມ, ແລະ ຂ້າ​ກີ​ເດ​ໂອນ—ລາວຖືກ​ປະຫານ​ຊີວິດ​ຕາມ​ໂທດ​ຂອງ​ຄວາມ​ຜິດ​ລາວ—ອຳນາດ​ຈອມ​ປອມ ແລະ ການ​ກົດ​ຂີ່​ຂົ່ມ​ເຫັງ​ແຜ່​ຂະຫຍາຍ​ອອກ​ໄປ​ໃນ​ບັນດາ​ຜູ້ຄົນ—ພວກ​ປະ​ໂລຫິດ​ທັງ​ຫລາຍ​ທຳ​ງານ​ຫາ​ລ້ຽງ​ຕົນ​ເອງ, ຜູ້ຄົນ​ເບິ່ງ​ແຍງ​ຄົນ​ຍາກ​ຈົນ, ແລະ ສາດສະໜາ​ຈັກ​ຈະເລີນ​ຮຸ່ງ​ເຮືອງ​ຂຶ້ນ. ປະມານ 91–88 ປີ ກ່ອນ ຄ.ສ.
ບົດ​ທີ 2
ອາມ​ລິ​ໄຊ​ພະຍາ​ຍາມ​ຈະ​ເປັນ​ກະສັດ ແລະ ຖືກ​ປະຕິ​ເສດ​ໂດຍ​ສຽງ​ຂອງ​ຜູ້ຄົນ—ຜູ້​ຕິດຕາມ​ຂອງ​ລາວ​ໄດ້​ແຕ່ງຕັ້ງລາວ​ໃຫ້​ເປັນ​ກະສັດ—ຊາວ​ອາມ​ລິ​ໄຊ​ກໍ່ສົງຄາມ​ກັບ​ຊາວ​ນີ​ໄຟ ແລະ ໄດ້​ເສຍ​ໄຊ​ໄປ—ຊາວ​ເລ​ມັນ​ກັບ​ຊາວ​ອາມ​ລິ​ໄຊ​ຮວມກຳ​ລັງ​ເຂົ້າກັນ ແລະ ໄດ້​ເສຍ​ໄຊ​ໄປ—ແອວ​ມາ​ຂ້າ​ອາມ​ລິ​ໄຊ. ປະມານ 87 ປີ ກ່ອນ ຄ.ສ.
ບົດ​ທີ 3
ຊາວ​ອາມລິ​ໄຊ​ມີ​ເຄື່ອງ​ໝາຍ​ຂອງ​ຕົນ​ເອງ​ຕາມ​ຄຳ​ທີ່​ໄດ້​ທຳນາຍ​ໄວ້—ຊາວ​ເລ​ມັນ​ຖືກ​ສາບ​ແຊ່ງ​ເພາະ​ການ​ທໍລະ​ຍົດຂອງ​ພວກ​ເຂົາ—ມະນຸດ​ນຳ​ການ​ສາບ​ແຊ່ງ​ມາສູ່ຕົນ​ເອງ—ຊາວ​ນີ​ໄຟ​ຊະນະ​ກອງທັບ​ຂອງ​ຊາວ​ເລ​ມັນອີກ​ກອງທັບ​ໜຶ່ງ. ປະມານ 87–86 ປີ ກ່ອນ ຄ.ສ.
ບົດ​ທີ 4
ແອວ​ມາ​ໃຫ້​ບັບຕິ​ສະມາ​ແກ່​ຄົນ​ເປັນ​ຈຳນວນ​ຫລາຍ​ພັນ​ຄົນ​ທີ່​ເຫລື້ອມ​ໃສ—ຄວາມ​ອະທຳ​ເຂົ້າ​ມາ​ໃນ​ສາດສະ​ໜາ​ຈັກ, ແລະ ຄວາມ​ກ້າວ​ໜ້າ​ຂອງ​ສາດສະໜາ​ຈັກ​ຖືກ​ຂັດ​ຂວາງ—ນີ​ໄຟ​ຮາ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຫົວໜ້າ​ຜູ້​ຕັດສິນ—ແອວ​ມາ, ຊຶ່ງ​ເປັນ​ມະຫາ​ປະ​ໂລຫິດ, ໄດ້​ອຸທິດ​ຕົນ​ເພື່ອ​ປະຕິບັດ​ສາດສະ​ໜາ​ກິດ. ປະມານ 86–83 ປີ ກ່ອນ ຄ.ສ.
ຄຳ​ເວົ້າຂອງ​ແອວ​ມາ​ຜູ້​ເປັນ​ມະຫາ​ປະ​ໂລຫິດ​ຕາມ​ຖານະອັນ​ສັກສິດ​ຂອງ​ພຣະ​ເຈົ້າ​ໄດ້​ປະກາດ​ຕໍ່​ຜູ້ຄົນ​ຢູ່​ໃນ​ເມືອງ ແລະ ໝູ່​ບ້ານ​ຕ່າງໆ​ທົ່ວ​ແຜ່ນດິນ.
ມີ​ບັນທຶກ​ໄວ້​ໃນ​ບົດ​ທີ 5.
ບົດ​ທີ 5
ກ່ອນ​ຈະ​ໄດ້ຮັບຄວາມ​ລອດ, ມະນຸດ​ຕ້ອງ​ກັບ​ໃຈ ແລະ ຮັກສາ​ພຣະ​ບັນຍັດ, ເກີດ​ໃໝ່, ຊຳລະ​ອາພອນ​ໃຫ້ສະອາດ​ໂດຍ​ໂລຫິດ​ຂອງ​ພຣະ​ຄຣິດ, ເປັນ​ຄົນ​ຖ່ອມຕົວ ແລະ ຖອດ​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ອິດສາ​ບັງ​ບຽດ ອອກ​ຈາກ​ຕົນ, ແລະ ກະທຳ​ໃນ​ສິ່ງ​ທີ່​ຊອບ​ທຳ—ຜູ້​ລ້ຽງ​ແກະ​ທີ່​ດີ​ຮ້ອງຫາ​ຜູ້​ຄົນ​ຂອງ​ພຣະ​ອົງ—ຜູ້​ທີ່​ເຮັດ​ຄວາມ​ຊົ່ວ​ເປັນ​ລູກ​ຫລານ​ຂອງ​ມານ—ແອວ​ມາ​ໃຫ້​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ຄຳ​ສອນ​ຂອງ​ເພິ່ນ ແລະ ສັ່ງ​ໃຫ້​ຜູ້​ຄົນ​ກັບ​ໃຈ—ຊື່​ຂອງ​ຜູ້​ທີ່​ຊອບ​ທຳ​ຈະ​ຖືກ​ບັນທຶກ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ. ປະມານ 83 ປີ ກ່ອນ ຄ.ສ.
ບົດ​ທີ 6
ສາດສະໜາ​ຈັກ​ໃນ​ເຊ​ລາ​ເຮັມລາ​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ແລະ ເຮັດ​ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ—ແອວ​ມາ​ໄປ​ຫາ​ເມືອງ​ກີ​ເດ​ໂອນ​ເພື່ອ​ສັ່ງສອນ. ປະມານ 83 ປີ ກ່ອນ ຄ.ສ.
ຄຳ​ເວົ້າ​ຂອງ​ແອວ​ມາ ຊຶ່ງ​ເພິ່ນ​ໄດ້​ກ່າວ​ກັບ​ຜູ້ຄົນ​ໃນ​ເມືອງ​ກີ​ເດ​ໂອນ​ຕາມ​ບັນທຶກ​ຂອງ​ເພິ່ນ​ເອງ.
ມີ​ບັນທຶກ​ໄວ້​ໃນ​ບົດ​ທີ 7.
ບົດ​ທີ 7
ພຣະ​ຄຣິດ​ຈະ​ກຳເນີດ​ຈາກ​ນາງ​ມາຣີ—ພຣະ​ອົງ​ຈະ​ແກ້​ສາຍຮັດ​ແຫ່ງ​ຄວາມ​ຕາຍ ແລະ ຮັບ​ເອົາ​ບາບ​ແທນ​ຜູ້ຄົນຂອງພຣະ​ອົງ—ຜູ້​ທີ່​ກັບ​ໃຈ, ຮັບ​ບັບຕິ​ສະມາ, ແລະ ຮັກສາ​ພຣະ​ບັນຍັດ ຈະ​ມີ​ຊີວິດ​ນິລັນດອນ—ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່​ສາມາດ​ຮັບ​ເອົາ​ອານາຈັກ​ຂອງ​ພຣະ​ເຈົ້າມາ​ເປັນ​ມູນ​ມໍລະດົກ​ໄດ້—ຄວາມ​ຖ່ອມຕົວ, ສັດທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ​ເປັນ​ສິ່ງ​ຈຳ​ເປັນ. ປະມານ 83 ປີ ກ່ອນ ຄ.ສ.
ບົດ​ທີ 8
ແອວ​ມາ​ສິດສອນ ແລະ ໃຫ້​ບັບຕິ​ສະມາ​ຢູ່​ໃນ​ເມືອງ​ມີ​ເລັກ—ເພິ່ນ​ຖືກ​ປະຕິ​ເສດ​ຢູ່​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ ແລະ ໄດ້​ໜີ​ໄປ—ທູດ​ອົງ​ໜຶ່ງ​ສັ່ງ​ໃຫ້​ເພິ່ນ​ກັບ​ຄືນ​ໄປ ແລະ ປ່າວ​ຮ້ອງ​ເລື່ອງ​ການ​ກັບ​ໃຈ​ຕໍ່​ຜູ້ຄົນ—ເພິ່ນ​ໄດ້​ຮັບ​ຕ້ອນ​ໂດຍ​ແອມ​ມິວ​ເລັກ, ແລະ ທັງ​ສອງ​ໄດ້​ສິດສອນ​ຢູ່​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ. ປະມານ 82 ປີ ກ່ອນ ຄ.ສ.
ຄຳ​ເວົ້າຂອງ​ແອວ​ມາ, ແລະ ຄຳ​ເວົ້າຂອງ​ແອມ​ມິວ​ເລັກ​ນຳ​ອີກ, ຊຶ່ງ​ໄດ້​ປະກາດ​ແກ່​ຜູ້ຄົນ​ທີ່ຢູ່​ໃນ​ແຜ່ນດິນ​ອຳ​ໂມນ​ໄນ​ຮາ. ແລະ ພວກ​ເພິ່ນຖືກ​ຈັບ​ເຂົ້າຄຸກນຳ​ອີກ, ແລະ ຖືກ​ປົດ​ປ່ອຍ​ໂດຍ​ອຳນາດ​ອັນ​ໜ້າ​ອັດສະຈັນ​ໃຈ​ຂອງ​ພຣະ​ເຈົ້າ​ຊຶ່ງຢູ່​ກັບ​ພວກເພິ່ນ, ຕາມ​ບັນທຶກ​ຂອງ​ແອວ​ມາ.
ບົດ​ທີ 9
ແອວ​ມາ​ສັ່ງ​ໃຫ້​ຜູ້ຄົນ​ອຳ​ໂມນ​ໄນ​ຮາ​ກັບ​ໃຈ—ພຣະຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ຕໍ່​ຊາວ​ເລ​ມັນ​ໃນ​ຍຸກສຸດ​ທ້າຍ—ຖ້າ​ຫາກ​ຊາວ​ນີ​ໄຟ​ປະ​ຖິ້ມ​ຄວາມ​ສະຫວ່າງ, ແລ້ວພວກ​ເຂົາ​ຈະ​ຖືກ​ທຳລາຍ​ໂດຍ​ຊາວ​ເລ​ມັນ—ພຣະ​ບຸດ​ຂອງ​ພຣະ​ເຈົ້າຈະ​ສະ​ເດັດ​ມາ​ໃນ​ບໍ່​ດົນ—ພຣະ​ອົງ​ຈະ​ໄຖ່​ຜູ້​ທີ່​ກັບ​ໃຈ, ຮັບ​ບັບຕິ​ສະມາ, ແລະ ມີ​ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ປະມານ 82 ປີ ກ່ອນ ຄ.ສ.
ບົດ​ທີ 10
ລີ​ໄຮ​ເປັນ​ເຊື້ອສາຍ​ຂອງ​ມາ​ນາ​ເຊ—ແອມ​ມິວ​ເລັກ​ທວນຄືນ​ຄຳ​ສັ່ງ​ຂອງ​ທູດ​ທີ່​ສັ່ງ​ໃຫ້​ລາວ​ເບິ່ງ​ແຍງ​ແອວ​ມາ—ຄຳ​ອະທິຖານ​ຂອງ​ຄົນ​ຊອບ​ທຳ​ເປັນ​ເຫດ​ໃຫ້​ຜູ້ຄົນ​ໄດ້​ຮັບ​ການ​ໄວ້​ຊີວິດ—ທະນາຍຄວາມ ແລະ ຜູ້​ຕັດສິນ​ທີ່​ບໍ່​ຊອບ​ທຳ​ວາງ​ຮາກ​ຖານ​ແຫ່ງ​ການ​ທຳລາຍ​ຕໍ່​ຜູ້ຄົນ. ປະມານ 82 ປີ ກ່ອນ ຄ.ສ.
ບົດ​ທີ 11
ເງິນ​ຫລຽນ ແລະ ກາ​ນວັດ​ແທກ​ຂອງ​ຊາວ​ນີ​ໄຟ​ຖືກ​ກຳນົດ​ຂຶ້ນ—ແອມ​ມິວ​ເລັກ​ໄດ້​ໂຕ້​ຖຽງ​ກັບ​ຊີ​ເອ​ສຣອມ—ພຣະ​ຄຣິດ​ຈະ​ບໍ່​ຊ່ອຍ​ຄົນ​ໃຫ້​ລອດ​ໃນ​ບາບ​ຂອງ​ເຂົາ—ມີ​ພຽງ​ແຕ່​ຜູ້​ທີ່​ຖືກ​ຮັບ​ເຂົ້າ​ໃນ​ອານາຈັກ​ສະຫວັນ​ເທົ່າ​ນັ້ນທີ່​ຈະ​ລອດ—ມະນຸດ​ທຸກ​ຄົນ​ຈະ​ລຸກ​ຂຶ້ນ​ໃນ​ຄວາມ​ອະ​ມະຕະ—ຈະ​ບໍ່​ມີ​ຄວາມ​ຕາຍ​ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີວິດ. ປະມານ 82 ປີ ກ່ອນ ຄ.ສ.
ບົດ​ທີ 12
ແອວ​ມາ​ໂຕ້​ຖຽງ​ກັບ​ຊີ​ເອ​ສຣອມ—ຄວາມ​ລຶກລັບ​ຂອງ​ພຣະ​ເຈົ້າຈະ​ເກີດ​ຂຶ້ນກັບ​ຜູ້​ທີ່​ມີ​ສັດທາ​ຢ່າງ​ຈິງ​ໃຈ—ມະນຸດ​ຖືກຕັດສິນ​ດ້ວຍ​ຄວາມ​ຄິດ, ຄວາມ​ເຊື່ອ, ຄຳ​ເວົ້າ, ແລະ ວຽກ​ງານ​ຂອງ​ຕົນ—ຄົນ​ຊົ່ວ​ຈະ​ໄດ້​ຮັບ​ທຸກທໍລະມານ​ໂດຍ​ຄວາມ​ຕາຍ​ທາງ​ວິນ​ຍານ—ຊີວິດ​ທີ່​ເປັນ​ມະຕະ​ນີ້​ເປັນ​ພຽງ​ແຕ່​ຂັ້ນທົດ​ສອບ—ແຜນ​ແຫ່ງ​ການ​ໄຖ່​ພາ​ໃຫ້​ການ​ຟື້ນ​ຄືນ​ຊີວິດ​ເກີດ​ຂຶ້ນ ແລະ, ຜ່ານ​ທາງ​ສັດທາ, ພາ​ໃຫ້ການ​ປົດ​ບາບເກີດ​ຂຶ້ນ—ຜູ້​ທີ່​ກັບ​ໃຈ​ຈະ​ໄດ້​ຮັບ​ຄວາມ​ເມດ​ຕາ​ຜ່ານພຣະ​ບຸດ​ອົງ​ດຽວທີ່​ຖື​ກຳເນີດ. ປະມານ 82 ປີ ກ່ອນ ຄ.ສ.
ບົດ​ທີ 13
ພວກ​ຜູ້​ຊາຍຖືກ​ເອີ້ນ​ໃຫ້​ເປັນ​ມະຫາ​ປະ​ໂລຫິດຍ້ອນ​ສັດທາ​ອັນ​ຍິ່ງ​ໃຫຍ່ ແລະ ວຽກ​ງານ​ດີ​ຂອງ​ເຂົາ​ເຈົ້າ—ເຂົາ​ເຈົ້າສິດສອນ​ພຣະ​ບັນຍັດ—ຜ່ານ​ຄວາມ​ຊອບ​ທຳ ເຂົາ​ເຈົ້າຖືກ​ເຮັດ​ໃຫ້​ສັກສິດ ແລະ ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະຜູ້​ເປັນ​ເຈົ້າ—ເມນ​ຄີ​ເສ​ເດັກ​ເປັນ​ຜູ້​ໜຶ່ງ​ໃນ​ພວກ​ນີ້—ເຫລົ່າທູດ​ປະກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ທົ່ວ​ແຜ່ນດິນ—ພວກ​ເພິ່ນ​ຈະ​ເປີດ​ເຜີຍ​ການສະ​ເດັດ​ມາ​ອັນ​ແທ້​ຈິງ​ຂອງ​ພຣະ​ຄຣິດ. ປະມານ 82 ປີ ກ່ອນ ຄ.ສ.
ບົດ​ທີ 14
ແອວ​ມາ​ກັບ​ແອມ​ມິວ​ເລັກ​ຖືກ​ຄຸມ​ຂັງ ແລະ ຖືກ​ຂ້ຽນ​ຕີ—ຜູ້​ທີ່​ເຊື່ອ​ຖື ແລະ ພຣະ​ຄຳ​ພີ​ອັນ​ສັກສິດ​ຂອງ​ພວກ​ເຂົາຖືກ​ເຜົາ​ດ້ວຍ​ໄຟ—ຄົນ​ທີ່​ຕາຍ​ຍ້ອນ​ຄວາມ​ເຊື່ອ​ເຫລົ່ານັ້ນຖືກ​ພຣະຜູ້​ເປັນ​ເຈົ້າຮັບ​ໄວ້ໃນ​ລັດ​ສະໝີ​ພາບ—ຝາ​ຄຸກ​ແຍກ​ອອກ ແລະ ພັງລົງ—ແອວ​ມາ​ກັບ​ແອມ​ມິວ​ເລັກ​ຖືກ​ປົດ​ປ່ອຍ, ແລະ ພວກ​ທີ່​ກົດ​ຂີ່​ຂົ່ມ​ເຫັງ​ພວກ​ເພິ່ນ​ໄດ້​ຖືກ​ຂ້າ​ຕາຍ. ປະມານ 82–81 ປີ ກ່ອນ ຄ.ສ.
ບົດ​ທີ 15
ແອວ​ມາ​ກັບ​ແອມ​ມິວ​ເລັກ​ໄປ​ຫາ​ເມືອງ​ໄຊ​ດຳ ແລະ ໄດ້​ຈັດ​ຕັ້ງ​ສາດສະ​ໜາ​ຈັກ​ຂຶ້ນ—ແອວ​ມາ​ໄດ້​ປິ່ນປົວ​ຊີ​ເອ​ສຣອມ​ຜູ້​ໄດ້​ເຂົ້າ​ຮ່ວມ​ສາດສະ​ໜາ​ຈັກ—ຫລາຍ​ຄົນ​ໄດ້​ຮັບ​ບັບຕິ​ສະມາ, ແລະ ສາດສະ​ໜາ​ຈັກ​ກໍ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ—ແອວ​ມາ​ກັບ​ແອມ​ມິວ​ເລັກ​ໄດ້​ກັບ​ໄປ​ຫາ​ເຊ​ລາ​ເຮັມລາ. ປະມານ 81 ປີ ກ່ອນ ຄ.ສ.
ບົດ​ທີ 16
ຊາວ​ເລ​ມັນ​ທຳ​ລາຍ​ຜູ້ຄົນ​ອຳ​ໂມນ​ໄນ​ຮາ—ໂຊ​ລຳ​ນຳພາ​ຊາວ​ນີ​ໄຟ​ເພື່ອ​ເອົາ​ຊະນະ​ຊາວ​ເລ​ມັນ—ແອວ​ມາ​ກັບ​ແອມ​ມິວ​ເລັກ ແລະ ຜູ້​ອື່ນໆ​ສິດສອນ​ພຣະ​ຄຳ—ພວກ​ເພິ່ນ​ສອນ​ວ່າ ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ຄຣິດ​ແລ້ວ ພຣະ​ອົງ​ຈະ​ມາ​ປະກົດ​ຕໍ່​ຊາວ​ນີ​ໄຟ. ປະມານ 81–77 ປີ ກ່ອນ ຄ.ສ.
ເລື່ອງ​ລາວ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ຜູ້​ທີ່​ປະຕິ​ເສດ​ບໍ່​ຍອມຮັບ​ສິດທິ​ຂອງ​ຕົນ​ເພື່ອ​ປົກຄອງ​ລາຊາ​ອານາຈັກ​ເພາະ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ໄດ້​ຂຶ້ນ​ໄປ​ຫາ​ແຜ່ນດິນ​ຂອງ​ນີ​ໄຟ​ເພື່ອ​ສິດສອນ​ຊາວ​ເລ​ມັນ; ຄວາມ​ທຸກທໍລະມານ ແລະ ການ​ປົດ​ປ່ອຍ​ຂອງ​ພວກ​ເຂົາ—ຕາມ​ບັນທຶກ​ຂອງ​ແອວ​ມາ.
ບົດ​ທີ 17
ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາມິ​ວິນ​ຍານ​ແຫ່ງ​ການ​ທຳນາຍ ແລະ ການ​ເປີດ​ເຜີຍ—ພວກ​ເຂົາ​ໄດ້​ແຍກ​ກັນ​ໄປ​ຫລາຍ​ເສັ້ນທາງເພື່ອ​ປະກາດ​ພຣະ​ຄຳ​ແກ່​ຊາວ​ເລມັນ—ອຳ​ໂມນ​ໄປ​ຫາ​ແຜ່ນດິນ​ອິດ​ຊະ​ມາ​ເອນ ແລະ ກາຍ​ເປັນ​ຂ້າ​ໃຊ້​ຂອງ​ກະສັດ​ລາ​ໂມ​ໄນ—ອຳ​ໂມນ​ປົກ​ປັກ​ຮັກສາ​ຝູງ​ແກະ​ຂອງ​ກະສັດ ແລະ ໄດ້​ເຂັ່ນຂ້າ​ສັດຕູ​ຂອງ​ລາວ​ທີ່​ນ້ຳຊີ​ບັດ. ຂໍ້​ທີ 1–3, ປະມານ 77 ປີ ກ່ອນ ຄ.ສ.; ຂໍ້​ທີ 4, ປະມານ 91–77 ປີ ກ່ອນ ຄ.ສ.; ແລະ ຂໍ້​ທີ 5–39, ປະມານ 91 ປີ ກ່ອນ ຄ.ສ.
ບົດ​ທີ 18
ກະສັດ​ລາ​ໂມ​ໄນ​ຄິດ​ວ່າ​ອຳ​ໂມນ​ເປັນວິນ​ຍານ​ທີ່​ຍິ່ງ​ໃຫຍ່—ອຳ​ໂມນ​ສິດສອນ​ກະສັດ​ເຖິງ​ການ​ສ້າງ, ເຖິງ​ການ​ກະທຳ​ຂອງ​ພຣະ​ເຈົ້າຕໍ່​ມະນຸດ, ແລະ ເຖິງ​ການ​ໄຖ່​ຊຶ່ງມາ​ໂດຍ​ຜ່າ​ນທາງ​ພຣະ​ຄຣິດ—ລາ​ໂມ​ໄນ​ເຊື່ອ ແລະ ລົ້ມລົງ​ຢູ່ກັບ​ພື້ນ​ດິນ​ຄື​ກັບວ່າ​ຕາຍ​ແລ້ວ. ປະມານ 90 ປີ ກ່ອນ ຄ.ສ.
ບົດ​ທີ 19
ລາ​ໂມ​ໄນ​ໄດ້​ຮັບ​ແສງ​ສະຫວ່າງ​ແຫ່ງ​ຊີວິດອັນ​ເປັນນິດ ແລະ ເຫັນ​ພຣະ​ຜູ້​ໄຖ່—ຄົນ​ໃນ​ວັງ​ຂອງ​ເພິ່ນ​ຕົກສະ​ເງີ້ ແລະ ຫລາຍ​ຄົນ​ເຫັນ​ເຫລົ່າ​ທູດ—ອຳ​ໂມນ​ໄດ້​ຖືກ​ໄວ້​ຊີວິດ​ຢ່າງ​ມະຫັດ​ສະຈັນ—ລາວ​ໄດ້​ບັບຕິ​ສະມາ​ຫລາຍ​ຄົນ ແລະ ໄດ້​ຈັດ​ຕັ້ງ​ສາດສະໜາ​ຈັກຂຶ້ນ​ໃນ​ບັນດາ​ພວກ​ເຂົາ. ປະມານ 90 ປີ ກ່ອນ ຄ.ສ.
ບົດ​ທີ 20
ພຣະຜູ້​ເປັນ​ເຈົ້າສົ່ງ​ອຳ​ໂມນ​ໄປ​ຫາ​ເມືອງ​ມິດ​ໂດ​ໄນ ເພື່ອ​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ລາວ​ທີ່​ຖືກ​ກັກ​ຂັງ—ອຳ​ໂມນ ແລະ ລາ​ໂມ​ໄນ​ພົບ​ກັບ​ບິດາ​ຂອງ​ລາ​ໂມ​ໄນ ຜູ້​ເປັນ​ກະສັດ​ປົກຄອງ​ທົ່ວ​ແຜ່ນດິນ—ອຳ​ໂມນ​ບັງຄັບ​ໃຫ້​ກະສັດ​ຜູ້​ແກ່​ຊະລາອະນຸ​ຍາດ​ໃຫ້​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ລາວ. ປະມານ 90 ປີ ກ່ອນ ຄ.ສ.
ເລື່ອງ​ລາວ​ຂອງ​ການ​ສິດສອນ​ຂອງ​ອາ​ໂຣນ, ແລະ ມິວ​ໂລ​ໄຄ, ແລະ ອ້າ​ຍນ້ອງ​ຂອງ​ລາວໃຫ້​ແກ່​ຊາວ​ເລ​ມັນ.
ບົດ​ທີ 21
ອາ​ໂຣນ​ສິດສອນ​ຊາວ​ອາ​ມາ​ລະ​ໄຄ​ກ່ຽວ​ກັບ​ພຣະ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ—ອາ​ໂຣນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ຖືກ​ຂັງ​ຄຸກ​ຢູ່​ທີ່​ມິດ​ໂດ​ໄນ—ຫລັງ​ຈາກ​ພວກ​ເຂົາ​ຖືກ​ປົດ​ປ່ອຍ, ພວກ​ເຂົາ​ໄດ້​ສິດສອນ​ໃນ​ທຳ​ມະ​ສາ​ລາ ແລະ ເຮັດ​ໃຫ້​ຫລາຍ​ຄົນ​ປ່ຽນ​ໃຈ​ເຫລື້ອມ​ໃສ—ລາ​ໂມ​ໄນ​ອະນຸຍາດ​ໃຫ້​ຜູ້ຄົນ​ໃນ​ແຜ່ນດິນ​ອິດ​ຊະ​ມາ​ເອນ​ມີ​ສິດ​ເສລີພາບ​ໃນ​ການ​ນັບຖື​ສາດສະໜາ. ປະມານ 90–77 ປີ ກ່ອນ ຄ.ສ.
ບົດ​ທີ 22
ອາ​ໂຣນ​ສິດສອນ​ບິດາ​ຂອງ​ລາ​ໂມ​ໄນ​ກ່ຽວ​ກັບ​ການ​ສ້າງ, ການ​ຕົກ​ຂອງ​ອາ​ດາມ, ແລະ ແຜນ​ແຫ່ງ​ການ​ໄຖ່​ໂດຍ​ຜ່ານ​ພຣະ​ຄຣິດ—ກະສັດ​ລາ​ໂມ​ໄນ ແລະ ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ—ການ​ອະທິບາຍ​ກ່ຽວ​ກັບ​ແຜ່ນ​ດິນ​ທີ່​ແບ່ງ​ແຍກ​ລະຫວ່າງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ. ປະມານ 90–77 ປີ ກ່ອນ ຄ.ສ.
ບົດ​ທີ 23
ສິດ​ເສລີພາບ​ທາງ​ສາດສະໜາ​ໄດ້​ຖືກ​ປະ​ກາດ—ຊາວ​ເລ​ມັນ​ໃນ​ເຈັດ​ແຜ່ນດິນ ແລະ ຫົວ​ເມືອງ​ຕ່າງໆ​ປ່ຽນ​ໃຈເຫລື້ອມ​ໃສ—ພວກ​ເຂົາ​ເອີ້ນ​ຕົວ​ເອງ​ວ່າ​ຊາວ ອານ​ໄທ-ນີ​ໄຟ-ລີ​ໄຮ ແລະ ຫລຸດ​ພົ້ນຈາກ​ການ​ສາບ​ແຊ່ງ—ຊາວ​ອາ​ມາ​ລະ​ໄຄ ແລະ ຊາວ​ອະ​ມິວລອນ​ປະຕິ​ເສດ​ຄວາມ​ຈິງ. ປະ​ມານ 90–77 ປີ ກ່ອນ ຄ.ສ.
ບົດ​ທີ 24
ຊາວ​ເລ​ມັນ​ມາ​ຕໍ່ສູ້​ກັບ​ຜູ້ຄົນ​ຂອງ​ພຣະ​ເຈົ້າ—ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ ແລະ ເຫລົ່າ​ທູດ​ໄດ້​ມາ​ຢ້ຽມຢາມ​ພວກ​ເຂົາ—ພວກ​ເຂົາ​ເລືອກ​ເອົາຄວາມ​ຕາຍ​ແທນ​ທີ່​ຈະ​ປົກ​ປ້ອງ​ຕົນ​ເອງ—ຊາວ​ເລ​ມັນຫລາຍ​ຄົນ​ຕື່ມ​ອີກ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ປະມານ 90–77 ປີ ກ່ອນ ຄ.ສ.
ບົດ​ທີ 25
ຄວາມ​ຮຸກຮານ​ຂອງ​ຊາວ​ເລ​ມັນ​ແຜ່​ຂະຫຍາຍ​ອອກ​ໄປ—ລູກ​ຫລານ​ຂອງ​ພວກ​ປະ​ໂລຫິດ​ຂອງ​ກະສັດ​ໂນ​ອາ​ຖືກ​ຂ້າ​ຕາຍ​ດັ່ງ​ທີ່​ອະ​ບີ​ນາ​ໄດ​ໄດ້​ທຳນາຍ​ໄວ້—ຊາວ​ເລ​ມັນ​ຫລາຍ​ຄົນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ເຂົ້າມາ​ຮ່ວມ​ກັບ​ຜູ້ຄົນ​ຂອງ​ອານ​ໄທ-ນີ​ໄຟ-ລີ​ໄຮ—ພວກ​ເຂົາ​ເຊື່ອ​ໃນ​ພຣະ​ຄຣິດ ແລະ ຮັກສາ​ກົດ​ຂອງ​ໂມ​ເຊ. ປະມານ 90–77 ປີ ກ່ອນ ຄ.ສ.
ບົດ​ທີ 26
ອຳ​ໂມນ​ພາກພູມ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ—ສັດທາ​ໄດ້​ເຂັ້ມແຂງ​ຂຶ້ນ​ໂດຍ​ພຣະຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ຄວາມ​ຮູ້—ໂດຍ​ສັດທາມະນຸດ​ຈະ​ຊ່ອຍ​ນຳ​ເອົາ​ຈິດ​ວິນ​ຍານ​ຫລາຍ​ພັນ​ດວງ​ມາ​ສູ່​ການ​ກັບ​ໃຈ—ພຣະ​ເຈົ້າມີ​ອຳນາດ ແລະ ເຂົ້າ​ໃຈ​ທຸກ​ສິ່ງ​ທຸກ​ຢ່າງ. ປະມານ 90–77 ປີ ກ່ອນ ຄ.ສ.
ບົດ​ທີ 27
ພຣະຜູ້​ເປັນ​ເຈົ້າບັນຊາ​ໃຫ້​ອຳ​ໂມນ​ນຳພາ​ຜູ້ຄົນ​ຂອງ​ອານ​ໄທ-ນີ​ໄຟ-ລີ​ໄຮ ໄປ​ຫາ​ບ່ອນ​ປອດ​ໄພ—ອຳ​ໂມນ​ມີ​ຄວາມ​ປິຕິ​ຍິນ​ດີ​ຫລາຍ​ເມື່ອ​ໄດ້​ພົບ​ກັບ​ແອວ​ມາຈົນ​ວ່າ​ຮ່າງກາຍ​ຂອງ​ລາວໝົດ​ແຮງ—ຊາວ​ນີ​ໄຟ​ໄດ້​ມອບ​ແຜ່ນດິນ​ເຈີ​ຊອນ​ໃຫ້​ພວກ​ເຂົາ—ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້ຄົນ​ຂອງ​ອຳ​ໂມນ. ປະມານ 90–77 ປີ ກ່ອນ ຄ.ສ.
ບົດ​ທີ 28
ຊາວ​ເລ​ມັນ​ໄດ້​ເສຍ​ໄຊ​ໃນ​ການ​ສູ້​ຮົບ​ຄັ້ງຍິ່ງ​ໃຫຍ່—ຄົນ​ເປັນ​ຈຳນວນ​ຫລາຍ​ສິບ​ພັນຄົນ​ຖືກ​ຂ້າ​ຕາຍ—ຄົນ​ຊົ່ວ​ໄດ້​ຖືກ​ສົ່ງ​ໄປ​ຫາ​ສະພາບ​ທີ່​ຈິບຫາຍ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ; ສ່ວນ​ຄົນ​ຊອບ​ທຳນັ້ນ​ໄດ້​ຮັບ​ຄວາມ​ຜາ​ສຸກ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ. ປະມານ 77–76 ປີ ກ່ອນ ຄ.ສ.
ບົດ​ທີ 29
ແອວ​ມາ​ປາ​ຖະໜາ​ທີ່ຈະ​ຮ້ອງ​ປ່າວ​ເຖິງ​ການ​ກັບ​ໃຈ​ດ້ວຍ​ສຽງ​ຂອງ​ທູດ—ພຣະ​ຜູ້​ເປັນ​ເຈົ້າອະນຸຍາດໃຫ້​ມີ​ຜູ້​ສອນ​ແກ່​ທຸກໆ​ປະຊາ​ຊາດ—ແອວ​ມາ​ພາກພູມ​ໃຈ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ ແລະ ໃນ​ຄວາມ​ສຳ​ເລັດ​ຂອງ​ອຳ​ໂມນ ແລະ ພີ່ນ້ອງ​ຂອງ​ລາວ. ປະມານ 76 ປີ ກ່ອນ ຄ.ສ.
ບົດ​ທີ 30
ໂຄ​ຣິ​ຫໍ, ການ​ຕໍ່ຕ້ານ​ພຣະ​ຄຣິດ, ການ​ຫົວ​ເຍາະ​ເຍີ້ຍ​ພຣະ​ຄຣິດ, ການ​ຊົດ​ໃຊ້, ແລະ ວິນ​ຍານ​ແຫ່ງ​ການ​ທຳນາຍ—ລາວ​ສອນ​ວ່າ​ມັນ​ບໍ່​ມີ​ພຣະ​ເຈົ້າ, ມະນຸດ​ຈະ​ຕົກ​ບໍ່​ໄດ້, ມັນ​ຈະ​ບໍ່​ມີ​ການ​ລົງ​ໂທດ​ສຳລັບ​ບາບ, ແລະ ມັນ​ຈະ​ບໍ່​ມີ​ພຣະ​ຄຣິດ—ແອວ​ມາ​ໃຫ້​ຖ້ອຍ​ຄຳ​ວ່າ​ພຣະ​ຄຣິດ​ຈະ​ສະ​ເດັດ​ມາ ແລະ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຊີ້​ໃຫ້​ເຫັນ​ວ່າ​ມີ​ພຣະ​ເຈົ້າ—ໂຄ​ຣິ​ຫໍຂົ່ມຂູ່​ເພື່ອ​ຢາກ​ເຫັນ​ເຄື່ອງໝາຍ ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ໄບ້—ມານ​ມາ​ປະກົດ​ຕໍ່​ໂຄ​ຣິ​ຫໍ​ໃນ​ລັກສະນະ​ຂອງ​ທູດ ແລະ ໄດ້​ສອນ​ລາວ​ວິທີ​ທີ່​ຈະ​ເວົ້າ—ໂຄ​ຣິ​ຫໍໄດ້​ຖືກ​ຢຽບ​ຍ່ຳ ແລະ ໄດ້​ຕາຍ​ໄປ. ປະມານ 76–74 ປີ ກ່ອນ ຄ.ສ.
ບົດ​ທີ 31
ແອວ​ມາ​ນຳພາ​ການ​ສອນ​ສາດສະໜາ​ເພື່ອ​ກູ້​ຊາວ​ໂຊ​ລຳ​ທີ່​ຫລົງ​ຜິດ​ກັບ​ຄືນ​ມາ—ຊາວ​ໂຊ​ລຳ​ປະຕິ​ເສດ​ພຣະຄຣິດ, ເຊື່ອ​ໃນ​ການ​ເລືອກ ແລະ ອະທິຖານ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ—ຜູ້​ສອນ​ສາດສະໜາ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍລິສຸດ—ຄວາມທຸກ​ທໍລະມານ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ຄຣິດ. ປະມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 32
ແອວ​ມາ​ສິດສອນຄົນ​ຍາກຈົນ​ຜູ້​ຊຶ່ງ​ຄວາມທຸກທໍລະມານ​ເຮັດ​ໃຫ້​ພວກ​ເຂົາ​ຖ່ອມຕົວ—ສັດທາ​ແມ່ນ​ຄວາມ​ຫວັງ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ ຊຶ່ງ​ເປັນຄວາມ​ຈິງ—ແອວ​ມາ​ໃຫ້​ຖ້ອຍ​ຄຳ​ວ່າ ເຫລົ່າ​ທູດ​ປະ​ຕິບັດ​ສາດສະໜາ​ກິດ​ແກ່ຜູ້​ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ—ແອວ​ມາ​ປຽບທຽບ​ພຣະ​ທຳ​ໃສ່​ກັບ​ເມັດ​ພືດ—ມັນ​ຕ້ອງ​ຖືກ​ເອົາ​ໄປ​ປູກ ແລະ ບຳລຸງ​ລ້ຽງ—ແລ້ວ​ມັນ​ຈະ​ເຕີບ​ໂຕ​ເປັນ​ກົກ​ໃຫຍ່ ເພື່ອ​ຈະ​ໄດ້​ປິດ​ເອົາ​ໝາກ​ໄມ້​ນິລັນ​ດອນ​ຈາກ​ຕົ້ນນັ້ນ. ປະ​ມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 33
ຊີ​ນັດໄດ້​ສອນ​ວ່າ​ມະນຸດ​ຄວນອະທິຖານ ແລະ ນະມັດສະການ​ໃນ​ທຸກ​ສະຖານ​ທີ່, ແລະ ເປັນ​ຍ້ອນ​ພຣະ​ບຸດ ການ​ພິພາກສາ​ຈະ​ຖືກ​ເອົາ​ໜີ​ໄປ—ຊີ​ໂນກ​ໄດ້​ສອນ​ວ່າ ເປັນ​ຍ້ອນ​ພຣະ​ບຸດ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ເມດ​ຕາ—ໂມ​ເຊ​ໄດ້ຍົກ​ແບບ​ສະບັບ​ຂອງພຣະ​ບຸດ​ຂອງ​ພຣະ​ເຈົ້າຂຶ້ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ. ປະມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 34
ແອມ​ມິວ​ເລັກ​ໃຫ້​ຖ້ອຍ​ຄຳ​ວ່າ ຄຳ​ສອນ​ຂອງ​ພຣະ​ຄຣິດ​ຈະ​ນຳ​ມະນຸດ​ໄປ​ສູ່​ຄວາມ​ລອດ—ມະນຸດ​ທຸກ​ຄົນ​ຈະ​ຕ້ອງ​ຕາຍ​ເວັ້ນ​ເສຍ​ແຕ່​ຈະ​ມີ​ການ​ຊົດ​ໃຊ້​ເກີດ​ຂຶ້ນ—ກົດ​ທັງ​ໝົດ​ຂອງ​ໂມ​ເຊ​ຊີ້ໄປ​ຫາ​ການ​ເສຍ​ສະ​ລະ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ—ແຜນ​ແຫ່ງການ​ໄຖ່​ນິລັນດອນ​ຂຶ້ນຢູ່​ກັບ​ສັດທາ ແລະ ການ​ກັບ​ໃຈ—ຈົ່ງ​ອະທິຖານ​ສຳລັບ​ພອນ​ທາງ​ໂລກ ແລະ ທາງ​ວິນ​ຍານ—ຊີວິດ​ນີ້​ເປັນ​ເວລາ​ຂອງ​ມະນຸດ​ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ—ຈົ່ງ​ທຳ​ງານ​ເພື່ອ​ຄວາມ​ລອດ​ຂອງ​ພວກ​ທ່ານ​ດ້ວຍ​ຄວາມ​ຢ້ານ​ກົວຢູ່ຕໍ່​ພຣະ​ພັກ​ຂອງພຣະ​ເຈົ້າ. ປະມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 35
ການ​ສິດສອນ​ພຣະ​ຄຳ​ໄດ້​ທຳລາຍ​ເລ້​ຫລ່ຽມ​ຂອງ​ຊາວ​ໂຊ​ລຳ—ພວກ​ເຂົາ​ໄດ້​ເນລະ​ເທດ​ຜູ້​ທີ່​ກັບ​ໃຈ, ຜູ້​ຊຶ່ງຈາກ​ນັ້ນ​ໄດ້​ມາ​ລວມກັບ​ຜູ້ຄົນ​ຂອງ​ອຳ​ໂມນ​ທີ່​ເຈີ​ຊອນ—ແອວ​ມາ​ເສົ້າສະຫລົດ​ໃຈ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ປະຊາ​ຊົນ. ປະມານ 74 ປີ ກ່ອນ ຄ.ສ.
ຄຳ​ສັ່ງ​ຂອງ​ແອວ​ມາ​ແກ່​ຮີ​ລາມັນລູກ​ຊາຍ​ຂອງ​ເພິ່ນ.
ມີ​ຢູ່​ໃນ​ບົດ​ທີ 36 ແລະ 37.
ບົດ​ທີ 36
ແອວ​ມາ​ບອກ​ຮີ​ລາມັນ​ໃຫ້​ຮູ້​ວ່າ ເພິ່ນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລັງ​ຈາກ​ໄດ້​ເຫັນທູດ—ເພິ່ນ​ໄດ້​ທົນ​ຕໍ່​ຄວາມ​ເຈັບ​ປວດ​ຂອງ​ຈິດ​ວິນ​ຍານ​ທີ່​ອັບ​ປະ​ໂຫຍດ; ເພິ່ນ​ໄດ້​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ເຢຊູ ແລະ ໄດ້ເກີດໃໝ່ຈາກ​ພຣະ​ເຈົ້າ—ຈິດ​ວິນ​ຍານ​ຂອງ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ອັນ​ຫວານ​ຊື່ນ—ເພິ່ນ​ໄດ້​ເຫັນ​ເຫລົ່າ​ທູດ​ສັນລະ​ເສີນ​ພຣະ​ເຈົ້າ—ຜູ້ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ຫລວງຫລາຍ​ໄດ້​ຊີມ​ລົດ​ຊາດ ແລະ ໄດ້​ເຫັນ​ຄື​ກັນ​ກັບ​ເພິ່ນ​ໄດ້​ຊີມ ແລະ ໄດ້​ເຫັນ. ປະມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 37
ແຜ່ນ​ຈາລຶກ​ທອງ​ເຫລືອງ ແລະ ພຣະ​ຄຳ​ພີ​ອື່ນໆ​ໄດ້​ຖືກ​ປົກ​ປັກ​ຮັກສາ​ໄວ້​ເພື່ອ​ນຳ​ເອົາ​ຈິດ​ວິນ​ຍານ​ທັງຫລາຍ​ມາ​ຫາ​ຄວາມ​ລອດ—ຊາວ​ຢາ​ເຣັດ​ຖືກ​ທຳລາຍ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ—ຄຳ​ສາບານ​ລັບ ແລະ ຄຳ​ສັນຍາ​ຂອງ​ພວກ​ເຂົາ​ຈະ​ຕ້ອງ​ຖືກ​ຮັກສາໄວ້​ບໍ່​ໃຫ້​ໃຜ​ຮູ້—ຈົ່ງ​ປຶກສາ​ກັບ​ພຣະຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ເຮັດ—ດັ່ງ​ທີ່ເລຍ​ໂຮ​ນາ​ໄດ້​ນຳພາ​ຊາວ​ນີ​ໄຟ​ໄປ​ແນວ​ໃດ, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ກໍ​ຈະ​ນຳພາ​ຜູ້​ຄົນ​ໄປ​ຫາ​ຊີວິດ​ນິລັນດອນ​ແນວນັ້ນ. ປະມານ 74 ປີ ກ່ອນ ຄ.ສ.
ຄຳ​ສັ່ງ​ຂອງ​ແອວ​ມາ​ໃຫ້​ແກ່​ຊິບ​ລັນລູກ​ຊາຍ​ຂອງ​ເພິ່ນ.
ມີ​ບັນທຶກ​ໄວ້​ໃນ​ບົດ​ທີ 38.
ບົດ​ທີ 38
ຊິບລັນ​ຖືກ​ຂົ່ມ​ເຫັງ​ເພາະ​ເຫັນ​ແກ່​ຄວາມ​ຊອບ​ທຳ—ຄວາມ​ລອດ​ມາ​ຈາກ​ພຣະ​ຄຣິດ, ຜູ້​ຊຶ່ງ​ເປັນ​ຊີວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ໂລກ—ຄວບ​ຄຸມ​ກິ​ເລດ​ຕັນ​ຫາ​ທັງ​ໝົດ. ປະມານ 74 ປີ ກ່ອນ ຄ.ສ.
ຄຳ​ສັ່ງ​ຂອງ​ແອວ​ມາ​ໃຫ້​ແກ່​ໂຄ​ຣິ​ອານ​ທັນ​ລູກ​ຊາຍ​ຂອງ​ເພິ່ນ.
ບົດ​ທີ 39
ບາບ​ຂອງ​ກາມ​ມະ​ລົມ​ເປັນ​ສິ່ງ​ທີ່​ໜ້າ​ກຽດ​ຊັງ—ບາບ​ຂອງ​ໂຄ​ຣິ​ອານ​ທັນ​ໄດ້​ກີດ​ກັນຊາວ​ໂຊ​ລຳ​ຈາກ​ການ​ໄດ້​ຮັບ​ພຣະ​ຄຳ—ການ​ໄຖ່​ຂອງ​ພຣະ​ຄຣິດ​ມີ​ຜົນ​ສະທ້ອນ​ຄືນ​ຫລັງ​ເພື່ອ​ໄຖ່​ຜູ້​ຄົນ​ທີ່​ຊອບ​ທຳຜູ້​ໄດ້​ເສຍ​ຊີວິດ​ໄປ​ກ່ອນ. ປະມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 40
ພຣະ​ຄຣິດ​ນຳ​ເອົາ​ການ​ຟື້ນ​ຄືນ​ຊີວິດ​ມາ​ໃຫ້​ມະນຸດ​ທຸກ​ຄົນ—ຄົນ​ຕາຍ​ທີ່​ຊອບ​ທຳ​ໄປ​ຫາ​ທີ່​ສຸຂະ​ເສີມ ແລະ ຄົນ​ຊົ່ວໄປ​ຫາ​ຄວາມ​ມືດ​ພາຍ​ນອກ​ເພື່ອ​ລໍຖ້າ​ມື້​ແຫ່ງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພວກ​ເຂົາ—ທຸກ​ສ່ວນ​ຈະ​ຖືກ​ປະກອບ​ເຂົ້າ​ກັນໃນ​ລັກ​ສະນະ​ອັນ​ສົມບູນ​ຂອງ​ມັນ​ໃນ​ວັນ​ແຫ່ງ​ການ​ຟື້ນ​ຄືນ​ຊີວິດ. ປະມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 41
ໃນ​ການ​ຟື້ນ​ຄືນ​ຊີວິດ​ນີ້ ມະນຸດ​ຈະ​ມາ​ສູ່​ສະພາບ​ຂອງ​ຄວາມ​ສຸກ ຫລື ຄວາມ​ທຸກ​ທໍລະມານ​ຕະຫລອດ​ການ—ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ​ຄວາມ​ສຸກ—ມະນຸດ​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ​ຈະ​ດຳ​ເນີນ​ຊີວິດ​ຢູ່​ໃນ​ໂລກ​ນີ້​ໂດຍ​ປາ​ດສະ​ຈາກ​ພຣະ​ເຈົ້າ—ທຸກໆ​ຄົນ​ຈະ​ໄດ້​ຮັບ​ບຸກ​ຄະ​ລິກ​ລັກສະນະ ແລະ ຄຸນ​ສົມບັດ​ທີ່​ເຄີຍ​ມີ​ໃນ​ຊີວິດ​ມະຕະ​ຄືນ​ອີກ. ປະມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 42
ຊີວິດ​ທີ່​ເປັນ​ມະຕະ​ເປັນ​ເວລາ​ແຫ່ງ​ການ​ທົດ​ລອງ​ເພື່ອ​ໃຫ້​ມະນຸດ​ສາມາດ​ກັບ​ໃຈ ແລະ ຮັບ​ໃຊ້​ພຣະ​ເຈົ້າ—ການ​ຕົກ​ໄດ້​ນຳ​ເອົາ​ຄວາມ​ຕາຍ​ທາງ​ໂລກ ແລະ ທາງ​ວິນ​ຍານ​ມາ​ຫາ​ມະນຸດ​ທຸກ​ຄົນ—ການ​ໄຖ່​ມາ​ເຖິງ​ຜ່ານ​ການກັບ​ໃຈ—ພຣະ​ເຈົ້າ​ເອງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ—ຄວາມ​ເມດ​ຕາ​ແມ່ນ​ສຳລັບ​ຜູ້​ທີ່​ກັບ​ໃຈ—ສ່ວນ​ຄົນ​ອື່ນໆ​ແມ່ນ​ຂຶ້ນ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ—ຄວາມ​ເມດ​ຕາ​ເກີດ​ຂຶ້ນ​ເພາະ​ການ​ຊົດ​ໃຊ້—ຜູ້​ທີ່ກັບ​ໃຈ​ຢ່າງ​ແທ້​ຈິງ​ເທົ່ານັ້ນທີ່​ຈະ​ລອດ. ປະມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 43
ແອວ​ມາ ແລະ ລູກ​ຊາຍ​ໄດ້​ສິດສອນ​ພຣະ​ຄຳ—ຊາວ​ໂຊ​ລຳ ແລະ ຊາວ​ນີ​ໄຟ​ຄົນ​ອື່ນໆ​ທີ່​ແຍກ​ອອກ​ໄປ ກາຍ​ເປັນ​ຊາວ​ເລ​ມັນ—ຊາວ​ເລ​ມັນ​ມາ​ກໍ່​ສົງຄາມ​ກັບ​ຊາວ​ນີ​ໄຟ—ໂມໂຣ​ໄນ​ປະ​ກອບ​ອາວຸດ​ໃຫ້​ຊາວ​ນີ​ໄຟ​ດ້ວຍ​ເຄື່ອງ​ປ້ອງ​ກັນ​ຕ່າງໆ—ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ແຜນການ​ຍຸດ​ທະ​ສາດ​ຂອງ​ຊາວ​ເລ​ມັນ​ຕໍ່​ແອວ​ມາ—ຊາວ​ນີ​ໄຟ​ປ້ອງ​ກັນ​ບ້ານ​ເຮືອນ, ເສລີພາບ, ຄອບຄົວ, ແລະ ສາ​ດສະ​ໜາ​ຂອງ​ພວກ​ເຂົາ—ກອງທັບ​ຂອງ​ໂມ​ໂຣ​ໄນ​ກັບ​ລີ​ໄຮ​ປິດ​ລ້ອມ​ຊາວ​ເລ​ມັນ. ປະ​ມານ 74 ປີ ກ່ອນ ຄ.ສ.
ບົດ​ທີ 44
ໂມ​ໂຣ​ໄນ​ອອກ​ຄຳ​ສັ່ງ​ໃຫ້​ຊາວ​ເລ​ມັນ​ເຮັດ​ຄຳ​ໝັ້ນສັນຍາ​ແຫ່ງ​ສັນຕິພາບ ຖ້າ​ບໍ່​ດັ່ງນັ້ນພວກ​ເຂົາ​ຈະ​ຖືກ​ທຳລາຍ—ເຊ​ລາ​ເຮັມນາ​ປະຕິ​ເສດ​ຄຳ​ສັ່ງ​ນັ້ນ, ແລະ ການ​ສູ້​ຮົບ​ເລີ່ມ​ຕົ້ນ​ອີກ—ກອງທັບ​ຂອງ​ໂມ​ໂຣ​ໄນ​ຊະນະ​ຊາວ​ເລ​ມັນ. ປະມານ 74–73 ປີ ກ່ອນ ຄ.ສ.
​ເລື່ອງ​ລາວ​ຂອງ​ຜູ້ຄົນ​ຂອງ​ນີ​ໄຟ, ແລະ ລາຍ​ລະອຽດ​ຂອງ​ສົງຄາມ ແລະ ການ​ແຕກ​ແຍກ​ກັນ​ຂອງ​ພວກ​ເຂົາ, ໃນ​ວັນ​ເວລາ​ຂອງ​ຮີ​ລາມັນ, ອີງ​ຕາມ​ບັນທຶກ​ຂອງ​ຮີ​ລາມັນ, ຊຶ່ງ​ເພິ່ນ​ໄດ້​ເຮັດ​ໄວ້​ໃນ​ວັນ​ເວລາ​ຂອງ​ເພິ່ນ.
ບົດ​ທີ 45
ຮີ​ລາມັນ​ເຊື່ອ​ຄຳ​ເວົ້າຂອງ​ແອວ​ມາ—ແອວ​ມາ​ທຳນາຍ​ເຖິງ​ການ​ທຳລາຍ​ທີ່​ຈະ​ມາ​ເຖິງ​ຊາວ​ນີ​ໄຟ—ເພິ່ນ​ໃຫ້​ພອນ ແລະ ສາບ​ແຊ່ງ​ແຜ່ນດິນ—ແອວ​ມາອາດ​ຖືກ​ພຣະ​ວິນ​ຍານພາ​ຂຶ້ນ​ໄປ​ເໝືອນ​ກັນ​ກັບ​ໂມ​ເຊ—ການ​ແຕກ​ແຍກ​ເຕີບ​ໂຕ​ຂຶ້​ນ​ໃນ​ສາດສະ​ໜາ​ຈັກ. ປະມານ 73 ປີ ກ່ອນ ຄ.ສ.
ບົດ​ທີ 46
ອະ​ມາ​ລີ​ໄຄ​ຢາ​ກະບົດ​ຢາກ​ຈະ​ເປັນ​ກະ​ສັດ—ໂມ​ໂຣ​ໄນ​ຍົກ​ປ້າຍ​ແຫ່ງ​ເສລີພາບ​ຂຶ້ນ—ເພິ່ນ​ຊຸມນຸມ​ກັບ​ຜູ້ຄົນ​ເພື່ອ​ໃຫ້​ປ້ອງ​ກັນ​ສາ​ດສະ​ໜ​າ​ຂອງ​ພວກ​ເຂົາ—ຜູ້​ເຊື່ອ​ຖື​ຢ່າງ​ຈິງ​ໃຈ​ຖືກ​ເອີ້ນ​ວ່າ​ຄຣິດ​ສະ​ຕຽນ—ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ທີ່​ເຫລືອ​ຢູ່​ຈະຖືກ​ປົກ​ປັກ​ຮັກສາ​ໄວ້—ອະ​ມາ​ລີ​ໄຄ​ຢາ ແລະ ຜູ້​ທີ່​ແຍກ​ອອກ​ໄປ​ນັ້ນ​ໜີ​ໄປ​ຫາ​ແຜ່ນດິນ​ນີ​ໄຟ—ຜູ້​ທີ່​ບໍ່​ອູ້ມຊູ​ອຸດົມ​ການ​ແຫ່ງອິດ​ສະລະ​ພາບ​ຖືກ​ປະຫານ​ຊີວິດ. ປະມານ 73–72 ປີ ກ່ອນ ຄ.ສ.
ບົດ​ທີ 47
ອະ​ມາ​ລີ​ໄຄ​ຢາ​ໃຊ້​ເລ້​ຫລ່ຽມ, ຄາດ​ຕະກຳ, ແລະ ກົນອຸບາຍ​ເພື່ອ​ຈະ​ໄດ້​ກາຍ​ເປັນ​ກະສັດ​ຂອງ​ຊາວ​ເລ​ມັນ—ຊາວ​ນີ​ໄຟ​ຜູ້​ທີ່​ແຍກ​ອອກ​ໄປ​ນັ້ນ​ເປັນ​ຄົນ​ຊົ່ວ ແລະ ປ່າ​ເຖື່ອນ​ຫລາຍ​ກວ່າ​ຊາວ​ເລ​ມັນ. ປະມານ 72 ປີ ກ່ອນ ຄ.ສ.
ບົດ​ທີ 48
ອະ​ມາ​ລີ​ໄຄ​ຢາ​ຍຸຍົງ​ໃຫ້​ຊາວ​ເລ​ມັນ​ຕໍ່ສູ້​ກັບ​ຊາວ​ນີ​ໄຟ—ໂມ​ໂຣ​ໄນ​ຕຽມ​ຜູ້ຄົນ​ຂອງ​ເພິ່ນ​ໃຫ້​ປ້ອງ​ກັນ​ອຸດົມ​ການ​ແຫ່ງ​ຄຣິດ​ສະ​ຕຽນ—ເພິ່ນ​ປິ​ຕິ​ຍິນ​ດີ​ໃນ​ເສລີພາບ ແລະ ອິດສະ​ລະ​ພາບ ແລະ ເປັນ​ຜູ້​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ. ປະມານ 72 ປີ ກ່ອນ ຄ.ສ.
ບົດ​ທີ 49
ການ​ຮຸກ​ຮານ​ຂອງ​ຊາວ​ເລ​ມັນ​ບໍ່​ສາມາດ​ທີ່​ຈະ​ຍຶດ​ເອົາ​ເມືອງ​ອຳ​ໂມນ​ໄນ​ຮາ ແລະ ເມືອງ​ໂນ​ອາ​ທີ່​ເປັນ​ດ່ານ​ປ້ອງ​ກັນ​ໄປ​ໄດ້—ອະ​ມາ​ລີ​ໄຄ​ຢາ​ສາບ​ແຊ່ງ​ພຣະ​ເຈົ້າ ແລະ ສາບານ​ວ່າ​ຈະ​ກິນ​ເລືອດ​ຂອງ​ໂມ​ໂຣ​ໄນ—ຮີ​ລາມັນ ແລະ ພີ່ນ້ອງ​ຂອງ​ເພິ່ນ​ຮັກສາ​ສາດສະໜາ​ຈັກ​ໃຫ້​ເຂັ້ມ​ແຂງ​ຕໍ່​ໄປ. ປະມານ 72 ປີ ກ່ອນ ຄ.ສ.
ບົດ​ທີ 50
ໂມ​ໂຣ​ໄນ​ສ້າງ​ປ້ອມ​ຍາມ​ປ້ອງ​ກັນ​ແຜ່ນດິນ​ຂອງ​ຊາວ​ນີ​ໄຟ—ພວກ​ເຂົາ​ໄດ້​ສ້າງ​ເມືອງ​ໃໝ່​ຂຶ້ນຫລາຍ​ເມືອງ—ສົງຄາມ ແລະ ການ​ທຳລາຍ​ໄດ້​ເກີດ​ຂຶ້ນກັບ​ຊາວ​ນີ​ໄຟໃນ​ວັນ​ເວລາ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ—ໂມ​ຣິ​ອານ​ທັນ ແລະ ຜູ້​ທີ່​ແຍກ​ອອກ​ໄປ​ເຂົ້າຮ່ວມ​ກັບ​ລາວ​ໄດ້​ເສຍ​ໄຊ​ໃຫ້​ທີ​ອານ​ຄຳ—ນີ​ໄຟ​ຮາ​ໄດ້​ສິ້ນ​ຊີວິດ​ໄປ, ແລະ ເພ​ໂຮ​ຣັນລູກ​ຊາຍ​ຂອງ​ເພິ່ນ​ໄດ້​ຮັບ​ຕຳ​ແໜ່ງ​ຂຶ້ນນັ່ງ​ບັນລັງ​ຕັດສິນ​ແທນ. ປະ​ມານ 72–67 ປີ ກ່ອນ ຄ.ສ.
ບົດ​ທີ 51
ກຸ່ມ​ນິຍົມ​ກະສັດ​ໄດ້​ຊອກ​ຫາ​ວິທີ​ທາງ​ທີ່​ຈະ​ປ່ຽນ​ແປງ​ກົດໝາຍ ແລະ ສະຖາປະນາ​ໃຫ້​ມີ​ກະສັດ​ຂຶ້ນ—ເພ​ໂຮ​ຣັນ ແລະ ກຸ່ມ​ອິດ​ສະລະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສຽງ​ຂອງ​ຜູ້ຄົນ—ໂມ​ໂຣ​ໄນ​ບັງຄັບ​ໃຫ້​ກຸ່ມ​ນິຍົມ​ກະສັດ​ປ້ອງ​ກັນ​ເສລີພາບ​ຂອງ​ຕົນ ຖ້າ​ບໍ່​ດັ່ງນັ້ນພວກ​ເຂົາ​ຈະ​ຖືກ​ປະຫານ​ຊີວິດ—ອະ​ມາ​ລີ​ໄຄ​ຢາ ແລະ ຊາວ​ເລ​ມັນ​ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ​ທີ່​ເປັນ​ເຂດ​ດ່ານ​ໄປ—ທີ​ອານ​ຄຳ​ຂັບ​ໄລ່​ຊາວ​ເລ​ມັນ​ຜູ້​ທີ່​ມາ​ຮຸກ​ຮານອອກ​ໄປ ແລະ ໄດ້​ຂ້າ​ອະ​ມາ​ລີ​ໄຄ​ຢາ​ຢູ່​ໃນ​ຜ້າ​ເຕັ້ນ​ຂອງ​ລາວ. ປະມານ 67–66 ປີ ກ່ອນ ຄ.ສ.
ບົດ​ທີ 52
ອາມ​ໂມ​ຣອນ​ຂຶ້ນ​ແທນ​ອະ​ມາ​ລີ​ໄຄ​ຢາ​ໃນ​ຖານະ​ເປັນ​ກະສັດ​ຂອງ​ຊາວ​ເລ​ມັນ—ໂມ​ໂຣ​ໄນ, ທີ​ອານ​ຄຳ, ແລະ ລີ​ໄຮ ນຳພາ​ຊາວ​ນີ​ໄຟ​ເພື່ອ​ເອົາ​ຊະນະ​ສົງຄາມ​ກັບ​ຊາວ​ເລ​ມັນ—ເມືອງ​ມິວ​ເລັກ​ຖືກ​ຍຶດກັບ​ຄືນ​ມາ, ແລະ ຢາ​ໂຄບ​ຄົນ​ເລ​ມັນ​ຖືກ​ຂ້າ​ຕາຍ. ປະມານ 66–64 ປີ ກ່ອນ ຄ.ສ.
ບົດ​ທີ 53
ຊະ​ເລີຍ​ເສິກ​ຊາວ​ເລ​ມັນ​ຖືກ​ໃຊ້​ໃຫ້​ສ້າງ​ຄ້າຍ​ປ້ອງ​ກັນ​ເມືອງ​ອຸດົມ​ສົມບູນ—ການ​ແຕກ​ແຍກ​ໃນ​ບັນດາ​ຊາວ​ນີ​ໄຟ​ໄດ້​ເຮັດ​ໃຫ້​ຊາວ​ເລ​ມັນ​ໄດ້​ຮັບ​ໄຊຊະນະ—ຮີ​ລາມັນ​ບັງຄັບ​ບັນຊາ​ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ຜູ້​ທີ່ເປັນ​ພວກ​ລູກ​ຊາຍ​ຂອງ​ຜູ້ຄົນ​ຂອງ​ອຳ​ໂມນ. ປະມານ 64–63 ປີ ກ່ອນ ຄ.ສ.
ບົດ​ທີ 54
ອາມ​ໂມ​ຣອນ ແລະ ໂມ​ໂຣ​ໄນ​ເຈລະຈາ​ກັນ​ເພື່ອ​ແລກປ່ຽນ​ຊະ​ເລີຍ​ເສິກ—ໂມ​ໂຣ​ໄນ​ສັ່ງ​ໃຫ້​ຊາວ​ເລ​ມັນ​ຖອນ​ອອກ​ໄປ ແລະ ຢຸດຕິ​ການ​ໂຈມ​ຕີ​ອັນ​ປ່າ​ເຖື່ອນ​ລົງ—ອາມ​ໂມ​ຣອນ​ສັ່ງ​ໃຫ້​ຊາວ​ນີ​ໄຟ​ວາງ​ອາວຸດ​ຂອງ​ພວກ​ເຂົາ ແລະ ໃຫ້​ມາ​ຂຶ້ນກັບ​ຊາວ​ເລມັນ. ປະມານ 63 ປີ ກ່ອນ ຄ.ສ.
ບົດ​ທີ 55
ໂມ​ໂຣ​ໄນ​ປະຕິ​ເສດ​ບໍ່​ແລກປ່ຽນ​ຊະ​ເລີຍ​ເສິກ—ທະຫານ​ຍາມ​ຊາວ​ເລ​ມັນ​ຖືກ​ຫລອກ​ໃຫ້​ມຶນ​ເມົາ, ແລະ ຊະ​ເລີຍ​ເສິກ​ຊາວ​ນີ​ໄຟ​ໄດ້​ຮັບ​ການ​ປົດ​ປ່ອຍ—ຊາວ​ນີ​ໄຟ​ໄດ້​ຍຶດ​ເອົາ​ເມືອງ​ກິດ​ໂດຍ​ບໍ່​ໄດ້​ເສຍ​ເລືອດ​ເນື້ອ​ເລີຍ. ປະມານ 63–62 ປີ ກ່ອນ ຄ.ສ.
ບົດ​ທີ 56
ຮີ​ລາມັນ​ສົ່ງ​ສານ​ໄປ​ຫາ​ໂມ​ໂຣ​ໄນ, ເລົ່າ​ເຖິງ​ສະພາບ​ແຫ່ງ​ສົງ​ຄາມ​ກັບ​ຊາວ​ເລ​ມັນ—ອານ​ທິ​ພັດ ແລະ ຮີ​ລາມັນ​ໄດ້​ຮັບ​ໄຊຊະນະ​ຈາກ​ຊາວ​ເລ​ມັນ—ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ຂອງ​ຮີ​ລາມັນ​ຕໍ່ສູ້​ດ້ວຍ​ອຳ​ນາດ​ອັນ​ໜ້າ​ອັດສະຈັນ​ໃຈ ແລະ ບໍ່​ມີ​ຜູ້​ໃດ​ຖືກ​ຂ້າ​ຕາຍ​ເລີຍ. ຂໍ້​ທີ 1, ປະມານ 62 ປີ ກ່ອນ ຄ.ສ.; ຂໍ້​ທີ 2–19, ປະມານ 66 ປີ ກ່ອນ ຄ.ສ.; ແລະ ຂໍ້​ທີ 20–57, ປະມານ 65–64 ປີ ກ່ອນ ຄ.ສ.
ບົດ​ທີ 57
ຮີ​ລາມັນ​ທົບ​ທວນ​ເຖິງ​ການ​ຍຶດ​ເອົາ​ເມືອງ​ອານ​ທິພາ​ຣາ ແລະ ເຖິງ​ການ​ຍອມ​ຈຳນົນ ແລະ ພາຍຫລັງ​ມາ​ໄດ້​ເປັນ​ກຳລັງ​ປ້ອງ​ກັນ​ເມືອງ​ຄູ​ມະ​ໄນ—ຊາຍ​ໜຸ່ມ​ຊາວ​ອຳ​ໂມນ​ຕໍ່ສູ້​ຢ່າງ​ອົງອາດ​ກ້າຫານ ແລະ ບໍ່​ມີ​ຜູ້​ໃດ​ຖືກ​ຂ້າ​ຕາຍ​ເລີຍ; ມີ​ແຕ່​ໄດ້​ຮັບ​ບາດ​ເຈັບ​ເທົ່ານັ້ນ—ກິດ​ລາຍ​ງານ​ເຖິງ​ການ​ຂ້າ​ຟັນ ແລະ ການ​ໂຕນ​ໜີ​ຂອງຊະ​ເລີຍ​ເສິກ​ຊາວ​ເລ​ມັນ. ປະມານ 63 ປີ ກ່ອນ ຄ.ສ.
ບົດ​ທີ 58
ຮີ​ລາມັນ, ກິດ, ແລະ ທີ​ອອມ​ເນີ ຍຶດ​ເອົາ​ເມືອງ​ແມນ​ທາຍ​ຄືນ​ມາ​ດ້ວຍ​ກົນ​ອຸບາຍ—ຊາວ​ເລ​ມັນ​ຖອນ​ອອກ​ໄປ—ພວກ​ລູກ​ຊາຍ​ຂອງ​ຜູ້ຄົນ​ຂອງ​ອຳ​ໂມນ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ໄວ້ ຊຶ່ງພວກ​ເຂົາ​ໝັ້ນຄົງ​ຢູ່​ໃນ​ການ​ປ້ອງ​ກັນ​ເສລີພາບ ແລະ ໝັ້ນຄົງ​ຢູ່​ກັບ​ສັດທາ​ຂອງ​ພວ​ກ​ເຂົາ. ປະມານ 63–62 ປີ ກ່ອນ ຄ.ສ.
ບົດ​ທີ 59
ໂມ​ໂຣ​ໄນ​ຮ້ອງ​ຂໍ​ເພ​ໂຮ​ຣັນ​ໃຫ້​ເພີ່ມ​ກຳລັງ​ກອງທັບ​ຂອງ​ຮີ​ລາມັນ—ຊາວ​ເລ​ມັນ​ຍຶດ​ເອົາເມືອງ​ນີ​ໄຟ​ຮາ—ໂມ​ໂຣ​ໄນ​ໃຈ​ຮ້າຍ​ໃຫ້​ຝ່າຍ​ຜູ້​ປົກຄອງ. ປະມານ 62 ປີ ກ່ອນ ຄ.ສ.
ບົດ​ທີ 60
ໂມ​ໂຣ​ໄນ​ຕໍ່​ວ່າ​ກັບ​ເພ​ໂຮ​ຣັນ​ພ້ອມ​ທັງ​ຝ່າຍ​ຜູ້​ປົກຄອງ​ໃນ​ການ​ບໍ່​ເອົາ​ຫົວຊາ​ຕໍ່​ກອງທັບ—ພຣະຜູ້​ເປັນ​ເຈົ້າ​ໄດ້​ຍອມ​ໃຫ້​ຄົນ​ຊອບ​ທຳ​ຖືກ​ຂ້າ—ຊາວ​ນີ​ໄຟ​ຕ້ອງ​ໃຊ້​ອຳນາດ, ແລະ ໃຊ້​ທຸກ​ວິທີ​ເພື່ອ​ປົດ​ປ່ອຍ​ຕົນ​ເອງ​ໃຫ້​ພົ້ນຈາກ​ສັດຕູ​ຂອງ​ພວກ​ເຂົາ—ໂມ​ໂຣ​ໄນ​ຂູ່​ວ່າ​ຈະຕໍ່ສູ້​ກັບ​ຝ່າຍ​ຜູ້​ປົກຄອງ ເວັ້ນ​ເສຍ​ແຕ່​ຝ່າຍ​ຜູ້​ປົກຄອງ​ຈະ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ແກ່​ກອງທັບ​ຂອງເພິ່ນ. ປະມານ 62 ປີ ກ່ອນ ຄ.ສ.
ບົດ​ທີ 61
ເພ​ໂຮ​ຣັນ​ບອກ​ໂມ​ໂຣ​ໄນ​ເຖິງ​ການ​ຕໍ່ຕ້ານ ແລະ ການ​ກະບົດ​ຕໍ່​ຝ່າຍຜູ້​ປົກຄອງ—ກຸ່ມ​ນິຍົມ​ກະສັດ​ຍຶດ​ເອົາ​ເມືອງ​ເຊ​ລາ​ເຮັມລາ​ໄປ ແລະ ສ້າງມິດຕະພາບ​ກັບ​ຊາວ​ເລ​ມັນ—ເພ​ໂຮ​ຣັນ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ທາງ​ທະຫານ​ເພື່ອ​ຈະ​ໄດ້​ຕໍ່ສູ້​ກັບ​ພວກ​ກະບົດ. ປະມານ 62 ປີ ກ່ອນ ຄ.ສ.
ບົດ​ທີ 62
ໂມ​ໂຣ​ໄນ​ເດີນ​ທັບ​ໄປ​ຊ່ອຍ​ເພ​ໂຮ​ຣັນ​ໃນ​ແຜ່ນດິນ​ກີ​ເດ​ໂອນ—ຜູ້​ທີ່​ນິຍົມ​ກະສັດ ແລະ ປະຕິ​ເສດ​ບໍ່​ປ້ອງ​ກັນ​ປະ​ເທດ​ຊາດ​ຖືກ​ປະຫານ​ຊີວິດ—ເພ​ໂຮ​ຣັນ ແລະ ໂມ​ໂຣ​ໄນ​ໄດ້​ຍຶດ​ເອົາ​ເມືອງ​ນີ​ໄຟ​ຮາ​ຄືນ​ມາ—ຊາວ​ເລ​ມັນ​ຢ່າງ​ຫລວງຫລາຍ​ເຂົ້າຮ່ວມ​ກັບ​ຜູ້ຄົນ​ຂອງ​ອຳ​ໂມນ—ທີ​ອານ​ຄຳ​ຂ້າ​ອາມ​ໂມ​ຣອນ ແລະ ລາວ​ກໍ​ຖືກ​ຂ້າ​ຕາຍ​ຄື​ກັນ—ຊາວ​ເລມັນ​ຖືກຂັບ​ໄລ່​ອອກ​ຈາກ​ແຜ່ນດິນ​ໄປ, ແລະ ສັນ​ຕິ​ພາບ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນ—ຮີ​ລາມັນ​ກັບ​ຄືນ​ມາ​ປະຕິບັດ​ສາດສະໜາ​ກິດ​ຄື​ເກົ່າ ແລະ ຈັດ​ຕັ້ງ​ສາດສະໜາຈັກ​ຂຶ້ນ. ປະມານ 62–57 ປີ ກ່ອນ ຄ.ສ.
ບົດ​ທີ 63
ຊິບລັນ ແລະ ຕໍ່​ມາຮີ​ລາມັນ​ໄດ້​ຄອບ​ຄອງ​ບັນທຶກ​ສັກສິດ​ໄວ້—ຊາວ​ນີ​ໄຟ​ຈຳນວນ​ຫລວງຫລາຍ​ເດີນທາງ​ໄປ​ຫາ​ແຜ່ນດິນ​ທາງ​ເໜືອ—ເຮ​ກອດ​ສ້າງ​ເຮືອ​ໃຫຍ່​ລຳ​ໜຶ່ງ, ຊຶ່ງປ່ອຍມັນ​ລົງ​ສູ່​ທະ​ເລ​ທາງຕາ​ເວັນ​ຕົກ—ໂມ​ໂຣ​ໄນ​ຮາ​ເອົາ​ຊະນະ​ຊາວ​ເລ​ມັນ​ໃນ​ສະໜາມ​ຮົບ. ປະມານ 56–52 ປີ ກ່ອນ ຄ.ສ.