ບົດ​ທີ 1

ເອ​ໂນດ​ອະທິຖານ​ຢ່າງສຸດ​ກຳລັງ ແລະ ໄດ້​ຮັບ​ການ​ປົດ​ບາບ​ຂອງ​ລາວ—ສຸ​ລະ​ສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ ໄດ້​ເຂົ້າສູ່​ຈິດ​ໃຈ​ຂອງ​ລາວ ແລະ ໄດ້​ໃຫ້​ສັນ​ຍາ​ຄວາມ​ລອດ​ແກ່​ຊາວ​ເລ​ມັນ​ໃນ​ອະ​ນາ​ຄົດ—ຊາວ​ນີ​ໄຟ​ຊອກ​ຫາ​ເພື່ອ​ກູ້​ຊາວ​ເລ​ມັນ​ກັບ​ຄືນ—ເອ​ໂນດ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ພຣະຜູ້​ໄຖ່​ຂອງລາວ. ປະມານ 420 ປີ ກ່ອນ ຄ.ສ.

 ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ເອ​ໂນດ​ໂດຍ​ທີ່​ຮູ້ຈັກ​ບິດາ​ຂອງ​ຂ້າພະ​ເຈົ້າວ່າເປັນ​ຄົນ​ທ່ຽງ​ທຳ—​ເພາະ​ເພິ່ນ​ໄດ້​ສອນ​ຂ້າພະ​ເຈົ້າ​ໃນ​ພາສາ​ຂອງ​ເພິ່ນ, ແລະ ໃນ​ການ​ລ້ຽງ​ດູ ແລະ ການ​ຕັກ​ເຕືອນ​ຂອງ​ພຣະຜູ້​ເປັນ​ນຳ​ອີກ—​ແລະ ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າພະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳລານ​ເພາະ​ການ​ນີ້​ເຖີດ—

 ແລະ ຂ້າພະ​ເຈົ້າ​ຈະ​ບອກ​ພວກ​ທ່ານ​ເຖິງ​ປະສົບ​ການ ຊຶ່ງ​ຂ້າພະ​ເຈົ້າ​ມີ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ກ່ອນ​ທີ່​ຂ້າພະ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ຂ້າພະ​ເຈົ້າ.

 ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ໄດ້​ໄປ​ລ່າ​ສັດ​ຢູ່​ໃນ​ປ່າ; ແລະ ຄຳ​ເວົ້າ​ຊຶ່ງຂ້າພະ​ເຈົ້າ​ໄດ້​ຍິນ​ຈາກ​ບິດາ​ເລື້ອຍໆ​ກ່ຽວ​ກັບ​ຊີວິດ​ນິລັນດອນ, ແລະ ຄວາມສຸກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຝັງ​ເລິກ​ຢູ່​ໃນໃຈ​ຂອງ​ຂ້າພະ​ເຈົ້າ.

 ແລະ ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າຫິວ​ໂຫຍ; ແລະ ຂ້າພະ​ເຈົ້າ​ໄດ້ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະຜູ້​ສ້າງ​ຂອງຂ້າພະ​ເຈົ້າ, ແລະ ຂ້າພະ​ເຈົ້າ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ອົງ​ດ້ວຍ​ຄຳ​ອ້ອນວອນ​ຢ່າງ​ສຸດ​ກຳລັງ ແລະ ດ້ວຍ​ການ​ອະທິຖານ​ເພື່ອ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ເອ​ງ; ແລະ ຕະຫລອດ​ທັງວັນ​ຂ້າພະ​ເຈົ້າ​ໄດ້ຮ້ອງທູນ​ພຣະ​ອົງ; ແລະ ເມື່ອ​ເຖິງ​ຕອນ​ກາງຄືນ ຂ້າພະ​ເຈົ້າກໍ​ຍັງ​ເປັ່ງສຽງ​ຂອງ​ຂ້າພະ​ເຈົ້າຂຶ້ນ​ເຖິງ​ທ້ອງຟ້າ​ສະຫວັນ.

 ແລະ ສຸລະສຽງ​ມາ​ເຖິງ​ຂ້າພະ​ເຈົ້າ, ມີ​ຄວາມ​ວ່າ: ເອ​ໂນດ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພໃຫ້​ແລ້ວ, ແລະ ເຈົ້າຈະ​ໄດ້​ຮັບ​ພອນ.

 ແລະ ຂ້າພະ​ເຈົ້າ​ເອ​ໂນດ​ຮູ້​ວ່າ​ພຣະ​ເຈົ້າຈະ​ບໍ່​ເວົ້າຕົວະ; ດັ່ງນັ້ນ, ຄວາມ​ຜິດ​ຂອງ​ຂ້າພະ​ເຈົ້າຈຶ່ງ​ຖືກ​ກວາດ​ລ້າງ​ໄປ.

 ແລະ ຂ້າພະ​ເຈົ້າ​ໄດ້​ທູນ​ຖາມ​ວ່າ: ຂ້າ​ແດ່​ພຣະ​ອົງ​ເຈົ້າ, ມັນ​ເປັນ​ໄປ​ໄດ້​ແນວ​ໃດ?

 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າວ່າ: ເພາະ​ສັດທາ​ຂອງ​ເຈົ້າ​ໃນ​ພຣະ​ຄຣິດ, ຜູ້​ທີ່​ເຈົ້າບໍ່​ເຄີຍ​ໄດ້​ຍິນ ຫລື ໄດ້​ເຫັນ​ມາ​ກ່ອນ. ແລະ ຫລາຍ​ປີ​ຈະ​ຜ່ານ​ໄປ​ກ່ອນ​ທີ່​ພຣະ​ອົງ​ຈະ​ມາ​ປະກົດ​ຕົວ​ໃນ​ເນື້ອໜັງ; ດັ່ງນັ້ນ, ຈົ່ງ​ໄປ​ເຖີດ, ສັດທາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າບໍລິບູນ​ແລ້ວ.

 ບັດ​ນີ້, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ຂ້າພະ​ເຈົ້າ​ໄດ້​ຍິນຄຳ​ນີ້ ຂ້າພະ​ເຈົ້າ​ເລີ່ມ​ຮູ້ສຶກ​ມີ​ຄວາມ​ປາ​ຖະໜາ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຊາວ​ນີ​ໄຟ, ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ; ດັ່ງນັ້ນ, ຂ້າພະ​ເຈົ້າຈຶ່ງ​ໄດ້​ທຸ້ມ​ເທ​ຈິດ​ວິນ​ຍານທັງໝົດຂອງ​ຂ້າພະ​ເຈົ້າ​ໃຫ້​ແກ່​ພຣະ​ເຈົ້າ​ເພື່ອ​ພວກ​ເຂົາ.

 10 ແລະ ຂະນະ​ທີ່​ຂ້າພະ​ເຈົ້າກຳລັງ​ດີ້ນຮົນ​ຢູ່​ໃນ​ວິນ​ຍານ, ຈົ່ງ​ເບິ່ງ, ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຂົ້າສູ່ຈິດ​ໃຈ​ຂ້າພະ​ເຈົ້າອີກ, ໂດຍ​ກ່າວ​ວ່າ: ເຮົາ​ຈະ​ມາ​ຢ້ຽມຢາມ​ພີ່ນ້ອງ​ຂອງ​ເຈົ້າຕາມ​ຄວາມ​ພາກ​ພຽນ​ຂອງ​ພວກ​ເຂົາ​ໃນ​ການ​ຮັກສາ​ບັນຍັດ​ຂອງ​ເຮົາ. ເຮົາ​ໃຫ້​ແຜ່ນດິນ​ນີ້​ແກ່​ພວກ​ເຂົາ, ແລະ ມັນ​ເປັນ​ແຜ່ນດິນ​ອັນ​ສັກສິດ, ແລະ ເຮົາ​ບໍ່​ໄດ້​ສາບ​ແຊ່ງ​ມັນ​ນອກ​ຈາກ​ເພາະ​ຄວາມ​ຊົ່ວ​ຮ້າຍ; ດັ່ງນັ້ນ, ເຮົາ​ຈະ​ມາ​ຢ້ຽມຢາມ​ພີ່ນ້ອງ​ຂອງ​ເຈົ້າຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້; ແລະ ເຮົາ​ຈະ​ນຳ​ການ​ລ່ວງ​ລະ​ເມີດ​ຂອງ​ພວກ​ເຂົາ​ພ້ອມ​ກັບ​ຄວາມ​ເສົ້າສະຫລົດ​ໃຈ​ມາ​ລົງ​ໃສ່​ຫົວ​ຂອງ​ພວກ​ເຂົາ​ເອງ.

 11 ແລະ ຫລັງ​ຈາກ​ຂ້າພະ​ເຈົ້າ​ເອ​ໂນດ​ໄດ້​ຍິນຄຳ​ເຫລົ່າ​ນີ້​ແລ້ວ, ສັດທາ​ຂອງ​ຂ້າພະ​ເຈົ້າບໍ່​ຫວັ່ນ​ໄຫວ​ໃນ​ພຣະຜູ້​ເປັນ​ເຈົ້າ; ແລະ ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຕໍ່​ພຣະ​ອົງ​ເພື່ອ​ຊາວ​ເລ​ມັນ, ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ, ດ້ວຍ​ຄວາມ​ດີ້ນຮົນ​ຢູ່​ດົນ​ນານ​ຫລາຍ​ເທື່ອ.

 12 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງຈາກ​ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຈົນ​ສຸດ​ຄວາມ​ພາກ​ພຽນ​ແລ້ວ, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າວ່າ: ເຮົາ​ຈະ​ໃຫ້​ເຈົ້າຕາມ​ຄວາມ​ປາ​ຖະໜາ​ຂອງ​ເຈົ້າເພາະ​ສັດທາ​ຂອງ​ເຈົ້າ.

 13 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ຄື​ຄວາມ​ປາ​ຖະໜາ​ທີ່​ຂ້າພະ​ເຈົ້າ​ປາ​ຖະໜາ​ຈາກ​ພຣະ​ອົງ—ຄື​ຖ້າ​ຫາກ​ເປັນ​ໄປ​ວ່າ ຊາວ​ນີ​ໄຟ​ຜູ້​ຄົນ​ຂອງ​ຂ້າພະ​ເຈົ້າຈະ​ຕົກ​ຢູ່​ໃນ​ການ​ລ່ວງ​ລະ​ເມີດ, ແລະ ຖືກ​ທຳລາຍ​ດ້ວຍ​ວິທີ​ໃດ​ກໍ​ຕາມ ແລະ ຊາວ​ເລ​ມັນ​ບໍ່​ຖືກ​ທຳລາຍ​ແລ້ວ, ຂໍ​ໃຫ້​ອົງ​ພຣະຜູ້​ເປັນ​ເຈົ້າຈົ່ງ​ຮັກສາ​ບັນທຶກ​ຂອງ​ຊາວ​ນີ​ໄຟ, ຜູ້​ຄົນ​ຂອງ​ຂ້າພະ​ເຈົ້າ; ເຖິງ​ແມ່ນ​ຖ້າ​ຫາກ​ເປັນ​ໄປ​ໂດຍ​ອຳນາດ​ຂອງ​ພຣະຫັດ​ອັນ​ສັກສິດ​ຂອງ​ພຣະ​ອົງ, ເພື່ອ​ຈະ​ໄດ້​ນຳ​ບັນທຶກ​ອອກ​ມາ​ໃຫ້​ຊາວ​ເລ​ມັນ​ໃນ​ເວລາ​ໃດ​ເວລາ​ໜຶ່ງ​ໃນ​ອະນາຄົດ, ເພື່ອມັນ​ອາດ​ຈະ​ນຳ​ພວກ​ເຂົາ​ມາ​ສູ່ຄວາມ​ລອດ—

 14 ເພາະ​ປະຈຸ​ບັນ​ນີ້ ການ​ດີ້ນຮົນ​ຂອງ​ພວກ​ເຮົາ​ບໍ່​ມີ​ປະ​ໂຫຍດ​ໃນ​ການ​ນຳພາ​ເຂົາ​ກັບ​ຄືນ​ມາ​ຫາ​ສັດທາ​ອັນ​ແທ້​ຈິງ. ແລະ ພວກ​ເຂົາ​ສາບານ​ໄວ້​ໃນ​ຄວາມ​ຄຽດ​ແຄ້ນ​ຂອງ​ພວກ​ເຂົາ​ວ່າ, ຖ້າ​ຫາກ​ເປັນ​ໄປ​ໄດ້, ພວກ​ເຂົາ​ຈະ​ທຳລາຍ​ບັນທຶກ​ຂອງ​ພວກ​ເຮົາ​ກັບ​ພວກ​ເຮົາ, ແລະ ທັງ​ຮີດຄອງ​ປະ​ເພນີ​ທັງ​ໝົດ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົານຳ​ອີກ.

 15 ດັ່ງນັ້ນ, ຂ້າພະ​ເຈົ້າ​ໂດຍ​ຮູ້​ວ່າ​ອົງ​ພຣະຜູ້​ເປັນ​ເຈົ້າສາມາດ​ຮັກສາ​ບັນທຶກ​ຂອງ​ພວກ​ເຮົາ​ໄວ້​ໄດ້, ຂ້າພະ​ເຈົ້າຈຶ່ງ​ຮ້ອງ​ທູນ​ພຣະ​ອົງ​ຢູ່​ຕະຫລອດ​ເວລາ, ເພາະ​ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າວ່າ: ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າຈະ​ຂໍ​ດ້ວຍ​ສັດທາ, ໂດຍ​ເຊື່ອ​ວ່າ​ເຈົ້າຈະ​ໄດ້​ຮັບ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ແລ້ວ​ເຈົ້າຈະ​ໄດ້ຮັບ.

 16 ແລະ ຂ້າພະ​ເຈົ້າມີ​ສັດທາ, ແລະ ຂ້າພະ​ເຈົ້າ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ເພື່ອ​ພຣະ​ອົງ​ຈະ​ຮັກສາ​ບັນທຶກ​ໄວ້; ແລະ ພຣະ​ອົງໄດ້​ໃຫ້​ພັນທະ​ສັນຍາ​ກັບ​ຂ້າພະ​ເຈົ້າວ່າ ພຣະ​ອົງ​ຈະ​ນຳ​ມັນ​ອອກ​ມາ​ໃຫ້​ຊາວ​ເລ​ມັນ​ໃນ​ວັນ​ເວລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ອົງ.

 17 ແລະ ຂ້າພະ​ເຈົ້າ​ເອ​ໂນດ​ຮູ້​ວ່າມັນ​ຈະ​ເປັນ​ໄປ​ຕາມ​ພັນທະ​ສັນຍາຊຶ່ງພຣະ​ອົງ​ໄດ້​ໃຫ້​ໄວ້; ດັ່ງນັ້ນ ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າຈຶ່ງ​ເຊົາ​ເປັນ​ຫ່ວງ.

 18 ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າວ່າ: ບັນພະບຸລຸດ​ຂອງ​ເຈົ້າ​ໄດ້​ຂໍ​ຮ້ອງ​ເລື່ອງ​ນີ້​ຈາກ​ເຮົາ​ແລ້ວ; ແລະ ມັນ​ຈະ​ເປັນ​ໄປ​ໃຫ້​ພວກ​ເຂົາ​ຕາມ​ສັດທາ​ຂອງ​ພວກ​ເຂົາ; ເພາະ​ສັດທາ​ຂອງ​ພວກ​ເຂົາ​ເໝືອນ​ກັບ​ຂອງ​ເຈົ້າ.

 19 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ເອ​ໂນດ​ໄດ້​ອອກ​ໄປ​ທົ່ວ​ໃນ​ບັນດາ​ຜູ້​ຄົນ​ຂອງ​ນີ​ໄຟ, ທຳນາຍ​ເຖິງ​ເລື່ອງ​ທີ່​ຈະ​ມາ​ເຖິງ, ແລະ ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ທີ່​ຂ້າພະ​ເຈົ້າ​ໄດ້​ຍິນ ແລະ ໄດ້​ເຫັນ​ມາ.

 20 ແລະ ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ພະຍາຍາມ​ຢ່າງ​ພາກ​ພຽນ​ທີ່​ຈະ​ນຳ​ເອົາ​ຊາວ​ເລ​ມັນ ກັບ​ຄືນ​ມາສູ່​ສັດທາ​ອັນ​ແທ້​ຈິງ​ໃນ​ພຣະ​ເຈົ້າ. ແຕ່​ວຽກງານ​ຂອງ​ພວກ​ເຮົາ​ບໍ່​ມີ​ປະ​ໂຫຍດ; ເພາະ​ຄວາມ​ກຽດ​ຊັງ​ຂອງ​ພວກ​ເຂົາ​ຍັງ​ຝັງ​ແໜ້ນ, ແລະ ພວກ​ເຂົາ​ຖືກ​ນຳ​ໄປ​ໂດຍ​ສັນດານ​ຊົ່ວ​ຂອງ​ພວກ​ເຂົາ, ຈົນ​ກັບ​ປ່າ​ເຖື່ອນ ແລະ ຮ້າຍ​ກາດ, ແລະ ເປັນ​ຄົນ​ກະຫາຍ​ເລືອດ, ຊຶ່ງ​ເຕັມ​ໄປ​ດ້ວຍ​ການ​ນັບຖື​ຮູບ​ບູຊາ ແລະ ຄວາມ​ສົກກະປົກ; ກິນ​ສັດ​ທີ່​ກິນ​ສັດ​ອື່ນໆ; ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ, ແລະ ຊັດ​ເຊ​ພະ​ເນ​ຈອນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ນຸ່ງ​ແຕ່​ແຜ່ນ​ໜັງສັ້ນໆ​ຄາດ​ແອວ ແລະ ແຖ​ຫົວ​ໂລ້ນ; ຄວາມ​ຊຳນານ​ຂອງ​ພວກ​ເຂົາ​ຢູ່​ກັບ​ການ​ໃຊ້​ທະນູ, ແລະ ດາບ​ສອງ​ຄົມ, ແລະ ຂວານ. ແລະ ພວກ​ເຂົາ​ສ່ວນ​ຫລາຍ​ບໍ່​ກິນ​ຫຍັງ​ນອກ​ຈາກ​ຊີ້ນ​ດິບ; ແລະ ພວກ​ເຂົາ​ພະຍາຍາມ​ທຳລາຍ​ພວກ​ເຮົາ​ຢູ່​ຕະຫລອດ.

 21 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ໄຖ​ດິນ, ແລະ ປູກ​ພືດ ແລະ ຕົ້ນໝາກ​ໄມ້​ຫລາຍ​ຊະນິດ, ແລະ ລ້ຽງ​ຝູງ​ສັດ​ຫລາຍ​ຊະນິດ, ທັງ​ແພະ​ບ້ານ ແລະ ແພະ​ປ່າ, ທັງ​ມ້າ​ເປັນ​ຈຳນວນ​ຫລວງຫລາຍ​ອີກ.

 22 ແລະ ມີ​ສາດສະດາ​ເປັນ​ຈຳນວນ​ຫລວງຫລາຍ​ໃນ​ບັນດາ​ພວກ​ເຮົາ. ແລະ ຜູ້​ຄົນ​ເປັນ​ຄົນ​ແຂງຄໍ, ແລະ ຍາກ​ທີ່​ຈະ​ເຂົ້າ​ໃຈ.

 23 ແລະ ບໍ່​ມີ​ຫຍັງ​ເລີຍ​ນອກ​ຈາກ​ຄວາມ​ຮຸນ​ແຮງ, ການ​ສັ່ງສອນ ແລະ ການ​ທຳນາຍ​ເຖິງ​ສົງຄາມ, ແລະ ການ​ຂັດ​ແຍ້ງ, ແລະ ການ​ທຳລາຍ, ແລະ ການ​ເຕືອນ​ພວກ​ເຂົາ​ຢູ່​ຕະຫລອດ​ເວລາ​ເຖິງ​ຄວາມ​ຕາຍ, ແລະ ໄລຍະ​ເວລາ​ຂອງ​ຊົ່ວ​ນິລັນດອນ, ແລະ ການ​ພິພາກສາ, ແລະ ອຳນາດ​ຂອງ​ພຣະ​ເຈົ້າ, ແລະ ເລື່ອງ​ທັງໝົດ​ນີ້—​ໂດຍ​ກະ​ຕຸ້ນ​ພວກ​ເຂົາ​ຢູ່​ຕະຫລອດ​ວັນ​ເວລາ​ໃຫ້​ພວກ​ເຂົາ​ຢູ່​ໃນ​ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າພະ​ເຈົ້າກ່າວ​ວ່າ ບໍ່​ມີ​ຫຍັງ​ເລີຍ​ນອກ​ຈາກ​ສິ່ງ​ເຫລົ່າ​ນີ້, ແລະ ຄວາມ​ແຈ່ມ​ແຈ້ງ​ທີ່​ສຸດ​ຂອງ​ຄຳ​ເວົ້າທີ່​ຈະ​ກັນ​ບໍ່​ໃຫ້​ພວກ​ເຂົາ​ລົງ​ໄປ​ຫາ​ຄວາມ​ພິນາດ​ຢ່າງ​ໄວ. ແລະ ຕາມ​ນີ້ ຂ້າພະ​ເຈົ້າຈຶ່ງ​ບັນທຶກ​ກ່ຽວ​ກັບ​ພວກ​ເຂົາ.

 24 ແລະ ຂ້າພະ​ເຈົ້າ​ເຫັນ​ສົງຄາມ​ລະຫວ່າງ​ຊາວ​ນີ​ໄຟ​ກັບ​ຊາວ​ເລ​ມັນ​ໃນ​ວັນ​ເວລາ​ຂອງ​ຂ້າພະ​ເຈົ້າ.

 25 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ໄດ້​ເຖົ້າ​ແກ່​ລົງ, ແລະ ເວລາໜຶ່ງ​ຮ້ອຍ​ເຈັດ​ສິບ​ເກົ້າ​ປີ​ໄດ້​ຜ່ານ​ໄປນັບ​ຕັ້ງ​ແຕ່​ເວລາ​ທີ່​ພໍ່​ລີ​ໄຮ​ຂອງ​ພວກ​ເຮົາ​ໄດ້​ອອກ​ຈາກ​ເຢຣູ​ຊາເລັມ​ມາ.

 26 ແລະ ຂ້າພະ​ເຈົ້າຮູ້​ວ່າ​ໃນ​ບໍ່​ຊ້າ​ນີ້ ຂ້າພະ​ເຈົ້າຕ້ອງ​ລົງ​ໄປ​ຫາ​ຫລຸມ​ສົບ​ຂອງ​ຂ້າພະ​ເຈົ້າ, ໂດຍ​ທີ່​ຖືກ​ກະທຳ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າຊຶ່ງ​ໃຫ້​ຂ້າພະ​ເຈົ້າສັ່ງສອນ ແລະ ທຳນາຍ​ຕໍ່​ຜູ້ຄົນ​ພວກ​ນີ້, ແລະ ປະກາດ​ພຣະ​ຄຳ ຕາມ​ຄວາມ​ຈິງ​ທີ່​ມີ​ຢູ່​ໃນ​ພຣະ​ຄຣິດ. ແລະ ຂ້າພະ​ເຈົ້າ​ໄດ້​ປະກາດ​ມາ​ຕະຫລອດ​ວັນ​ເວລາ​ຂອງ​ຂ້າພະ​ເຈົ້າ, ແລະ ປິ​ຕິ​ຍິນ​ດີ​ໃນສິ່ງ​ເຫລົ່າ​ນີ້​ເໜືອ​ກວ່າ​ສິ່ງ​ໃດໆ​ໃນ​ໂລກ.

 27 ແລະ ໃນ​ບໍ່​ຊ້າ​ຂ້າພະ​ເຈົ້າຈະ​ໄປ​ຫາ​ບ່ອນ​ພັກຜ່ອນ​ຂອງ​ຂ້າພະ​ເຈົ້າ ຊຶ່ງຢູ່​ກັບ​ພຣະຜູ້​ໄຖ່ຂອງ​ຂ້າພະ​ເຈົ້າ; ເພາະ​ຂ້າພະ​ເຈົ້າຮູ້​ວ່າ ໃນ​ພຣະ​ອົງ​ຂ້າພະ​ເຈົ້າ​ຈະ​ໄດ້​ພັກ​ຜ່ອນ. ແລະ ຂ້າພະ​ເຈົ້າ​ປິ​ຕິ​ຍິນ​ດີ​ໃນ​ວັນ​ເມື່ອ​ຄວາມ​ເປັນ​ມະຕະ​ຂອງ​ຂ້າພະ​ເຈົ້າ​ຈະ​ສວມ​ໃສ່​ຄວາມ​ເປັນ​ອະ​ມະຕະ, ແລະ ຈະ​ຢືນ​ຢູ່​ຕໍ່​ໜ້າ​ຂອງ​ພຣະ​ອົງ; ເພາະ​ໃນ​ເວລາ​ນັ້ນ ຂ້າພະ​ເຈົ້າ​ຈະ​ເຫັນ​ໜ້າ​ຂອງ​ພຣະ​ອົງ​ດ້ວຍ​ຄວາມສຸກ​ໃຈ, ແລະ ພຣະ​ອົງ​ຈະ​ກ່າວ​ກັບ​ຂ້າພະ​ເຈົ້າ​ວ່າ: ມາ​ຫາ​ເຮົາ​ເຖີດ, ເຈົ້າ​ຜູ້​ເປັນ​ສຸກ, ເຮົາ​ມີ​ບ່ອນ​ຕຽມ​ໄວ້​ໃຫ້​ເຈົ້າ​ແລ້ວ​ຢູ່​ໃນ​ຜາສາດ​ຂອງ​ພຣະ​ບິດາ​ຂອງ​ເຮົາ. ອາ​ແມນ.