ພຣະ​ຄຳ​ພີ
ອີເທີ 11


ບົດ​ທີ 11

ສົງ​ຄາມ, ການ​ແຕກ​ແຍກ, ແລະ ຄວາມ​ຊົ່ວ​ຮ້າຍ​ຄອບ​ງຳ​ຊີ​ວິດ​ຂອງ​ຊາວ​ຢາເຣັດ—ສາດ​ສະ​ດາ​ໃຫ້​ຖ້ອຍ​ຄຳ​ເຖິງ​ການ​ທຳ​ລາຍ​ຂອງ​ຊາວ​ຢາເຣັດ​ເວັ້ນ​ເສຍ​ແຕ່​ພວກ​ເຂົາ​ຈະ​ກັບ​ໃຈ​ເສຍ​ກ່ອນ—ຜູ້​ຄົນ​ບໍ່​ຍອມ​ຮັບ​ຟັງ​ຄຳ​ຂອງ​ສາດ​ສະ​ດາ.

1 ແລະ ໃນ​ວັນ​ເວລາ​ຂອງ​ຄອມ ໄດ້​ມີ​ສາດ​ສະ​ດາ​ຫລາຍ​ທ່ານ​ອີກ, ແລະ ໄດ້​ທຳ​ນາຍ​ເຖິງ​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ຂອງ​ຜູ້​ຄົນ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ, ແລະ ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ປະ​ຖິ້ມ​ການ​ຄາດ​ຕະ​ກຳ, ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ບໍ່​ຍອມ​ຮັບ​ຟັງ​ຄຳ​ຂອງ​ສາດ​ສະ​ດາ, ແລະ ພວກ​ເພິ່ນ​ໄດ້​ໜີ​ໄປ​ຫາ​ຄອມ​ເພື່ອ​ຄວາມ​ປອດ​ໄພ, ເພາະ​ວ່າ​ຜູ້​ຄົນ​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ພວກ​ເພິ່ນ.

3 ແລະ ພວກ​ເພິ່ນ​ໄດ້​ທຳ​ນາຍ​ຫລາຍ​ເລື່ອງ​ແກ່​ຄອມ; ແລະ ລາວ​ໄດ້​ຮັບ​ພອນ​ຕະຫລອດ​ວັນ​ເວລາ​ທີ່​ເຫລືອ​ຢູ່​ຂອງ​ລາວ.

4 ແລະ ລາວ​ໄດ້​ມີ​ຊີ​ວິດ​ຢູ່​ຢ່າງ​ດົນ​ນານ, ແລະ ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ຊິບ​ລຳ; ແລະ ຊິບ​ລຳ​ໄດ້​ຂຶ້ນ​ປົກ​ຄອງ​ແທນ. ແລະ ນ້ອງ​ຊາຍ​ຂອງ​ຊິບ​ລຳ​ໄດ້​ກະ​ບົດ​ຕໍ່​ລາວ, ແລະ ເລີ່ມ​ມີ​ສົງ​ຄາມ​ໃຫຍ່​ທີ່​ສຸດ​ທົ່ວ​ແຜ່ນ​ດິນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ຊິບ​ລຳ​ໃຫ້​ຂ້າ​ສາດ​ສະ​ດາ​ທັງ​ໝົດ​ຊຶ່ງ​ໄດ້​ທຳ​ນາຍ​ເຖິງ​ຄວາມ​ພິນາດ​ຂອງ​ຜູ້​ຄົນ;

6 ແລະ ມັນ​ໄດ້​ມີ​ຄວາມ​ສູນ​ເສຍ​ອັນ​ໃຫຍ່​ຫລວງ​ທົ່ວ​ແຜ່ນ​ດິນ, ເພາະ​ພວກ​ເພິ່ນ​ໄດ້​ໃຫ້​ຖ້ອຍ​ຄຳ​ວ່າ ຄຳ​ສາບ​ແຊ່ງ​ອັນ​ໃຫຍ່​ຫລວງ​ຈະ​ມາ​ສູ່​ແຜ່ນ​ດິນ, ແລະ ມາ​ສູ່​ຜູ້​ຄົນ​ນຳ​ອີກ, ແລະ ວ່າ​ມັນ​ຈະ​ມີ​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຜືນ​ແຜ່ນ​ດິນ​ໂລກ​ເລີຍ, ແລະ ວ່າ​ກະ​ດູກ​ຂອງ​ພວກ​ເຂົາ​ກະ​ຈາຍ ກອງ​ກັນ​ຂຶ້ນ​ເທິງ​ແຜ່ນ​ດິນ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເສຍ​ກ່ອນ.

7 ແລະ ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ, ຍ້ອນ​ວ່າ​ການ​ມົ້ວ​ສຸມ​ລັບ​ອັນ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ດັ່ງ​ນັ້ນ ມັນ​ຈຶ່ງ​ເລີ່ມ​ມີ​ສົງ​ຄາມ ແລະ ມີ​ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ທົ່ວ​ແຜ່ນ​ດິນ, ແລະ ມັນ​ມີ​ຄວາມ​ອຶດ​ຢາກ ແລະ ພະ​ຍາດ​ໂລ​ຄາ​ຢ່າງ​ຫລວງ​ຫລາຍ​ນຳ​ອີກ ເຖິງ​ຂະ​ໜາດ​ທີ່​ມັນ​ໄດ້​ມີ​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ຢ່າງ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ໃນ​ຜືນ​ແຜ່ນ​ດິນ​ໂລກ; ແລະ ທັງ​ໝົດ​ນີ້​ເກີດ​ຂຶ້ນ​ໃນ​ວັນ​ເວລາ​ຂອງ​ຊິບ​ລຳ.

8 ແລະ ຜູ້​ຄົນ​ເລີ່ມ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ກັບ​ໃຈ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ມີ ເມດ​ຕາ​ຕໍ່​ພວກ​ເຂົາ​ຢູ່​ສະເໝີ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊິບ​ລຳ​ຖືກ​ຂ້າ, ແລະ ເຊດ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ, ແລະ ໄດ້​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ຫາ ລູກ​ຊາຍ​ຂອງ​ລາວ​ໄດ້​ຮັບ​ອາ​ນາ​ຈັກ​ມາ​ປົກ​ຄອງ​ແທນ; ແລະ ລາວ​ໄດ້​ປົກ​ຄອງ​ຜູ້​ຄົນ​ຕະຫລອດ​ວັນ​ເວລາ​ຂອງ​ລາວ. ແລະ ລາວ​ໄດ້​ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ໃນ​ວັນ​ເວລາ​ຂອງ​ລາວ, ຊຶ່ງ​ດ້ວຍ​ເຫດ​ນີ້ ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ເກີດ​ການ​ຂ້າ​ຟັນ​ກັນ​ຢ່າງ​ໜັກ​ໃນ​ເວລາ​ອັນ​ສັ້ນໆ​ຂອງ​ລາວ.

11 ແລະ ອີ​ເທັມ, ໂດຍ​ທີ່​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ເອ​ຫາ, ຈຶ່ງ​ໄດ້​ຮັບ​ອາ​ນາ​ຈັກ​ມາ​ປົກ​ຄອງ; ແລະ ລາວ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ວັນ​ເວລາ​ຂອງ​ລາວ​ຄື​ກັນ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ວັນ​ເວລາ​ຂອງ​ອີ​ເທັມ, ໄດ້​ມີ​ສາດ​ສະ​ດາ​ຫລາຍ​ທ່ານ​ມາ​ທຳ​ນາຍ​ແກ່​ຜູ້​ຄົນ​ອີກ; ແທ້​ຈິງ​ແລ້ວ, ພວກ​ເພິ່ນ​ໄດ້​ທຳ​ນາຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ລາຍ​ພວກ​ເຂົາ​ໃຫ້​ໝົດ​ສິ້ນ​ໄປ​ຈາກ​ຜືນ​ແຜ່ນ​ດິນ​ໂລກ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເສຍ​ກ່ອນ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ, ແລະ ບໍ່​ຍອມ ເຊື່ອ​ຟັງ​ຄຳ​ຂອງ​ພວກ​ເພິ່ນ​ເລີຍ; ແລະ ສາດ​ສະ​ດາ​ໂສກ​ເສົ້າ ແລະ ໄດ້​ອອກ​ໄປ​ຈາກ​ບັນ​ດາ​ຜູ້​ຄົນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອີ​ເທັມ​ໄດ້​ດຳ​ເນີນ​ການ​ຕັດ​ສິນ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ຕະຫລອດ​ວັນ​ເວລາ​ທັງ​ໝົດ​ຂອງ​ລາວ; ແລະ ລາວ​ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ໂມ​ຣັນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ຣັນ​ໄດ້​ຂຶ້ນ​ປົກ​ຄອງ​ແທນ ແລະ ໂມ​ຣັນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນຄື ໄດ້​ເກີດ​ມີ ການ​ກະ​ບົດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ, ຍ້ອນ​ວ່າ​ການ​ມົ້ວ​ສຸມ​ລັບ​ນັ້ນ​ຊຶ່ງ​ສ້າງ​ຂຶ້ນ​ເພື່ອ​ຫາ​ອຳນາດ ແລະ ຫາ​ຜົນ​ປະ​ໂຫຍດ; ແລະ ເກີດ​ມີ​ຜູ້​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ໃນ​ຄວາມ​ຊົ່ວ​ຮ້າຍ​ໃນ​ບັນ​ດາ​ພວກ​ເຂົາ, ແລະ ໄດ້​ສູ້​ຮົບ​ກັບ​ໂມ​ຣັນ, ຊຶ່ງ​ດ້ວຍ​ເຫດ​ນີ້​ລາວ​ຈຶ່ງ​ໄດ້​ໂຄ່ນ​ລົ້ມ​ອາ​ນາ​ຈັກ​ໄປ​ເຄິ່ງ​ໜຶ່ງ; ແລະ ລາວ​ໄດ້​ປົກ​ຄອງ​ອາ​ນາ​ຈັກ​ເຄິ່ງ​ນັ້ນ​ເປັນ​ເວລາ​ຫລາຍ​ປີ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ຣັນ​ໄດ້​ໂຄ່ນ​ລົ້ມ​ຄືນ, ແລະ ໄດ້​ຍຶດ​ເອົາ​ອາ​ນາ​ຈັກ​ຄືນ​ມາ​ອີກ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຄົນ​ໜຶ່ງ​ອີກ​ທີ່​ຍິ່ງ​ໃຫຍ່; ແລະ ລາວ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ໂຄ່ນ​ລົ້ມ​ໂມ​ຣັນ ແລະ ຍຶດ​ເອົາ​ອາ​ນາ​ຈັກ; ດັ່ງ​ນັ້ນ, ໂມ​ຣັນ​ຈຶ່ງ​ໄດ້​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ທີ່​ເຫລືອ​ຢູ່​ຂອງ​ລາວ; ແລະ ລາວ​ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ໂຄ​ຣິ​ອານ​ທໍ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທໍ​ໄດ້​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ.

20 ແລະ ໃນ​ວັນ​ເວລາ​ຂອງ​ໂຄ​ຣິ​ອານ​ທໍ ໄດ້​ມີ​ສາດ​ສະ​ດາ​ຫລາຍ​ທ່ານ​ມາ​ທຳ​ນາຍ​ເຖິງ​ເລື່ອງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ອີກ, ແລະ ໄດ້​ປ່າວ​ປະ​ກາດ​ການ​ກັບ​ໃຈ​ຕໍ່​ຜູ້​ຄົນ, ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ດຳ​ເນີນ ການ​ພິ​ພາກ​ສາ​ພວກ​ເຂົາ ຈົນ​ເຖິງ​ຄວາມ​ພິນາດ​ທັງ​ໝົດ​ຂອງ​ພວກ​ເຂົາ;

21 ແລະວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ ຫລື ນຳ​ເອົາ ຄົນ​ອື່ນ​ມາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂດຍ​ອຳນາດ​ຂອງ​ພຣະ​ອົງ, ຕາມ​ວິ​ທີ​ທີ່​ພຣະ​ອົງ​ນຳ​ເອົາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ມາ​ນັ້ນ.

22 ແລະ ພວກ​ເຂົາ​ບໍ່​ໄດ້​ຍອມ​ຮັບ​ຄຳ​ທັງ​ໝົດ​ຂອງ​ສາດ​ສະ​ດາ​ເລີຍ, ຍ້ອນ​ວ່າ​ສັງ​ຄົມ​ລັບ ແລະ ຄວາມ​ໜ້າ​ກຽດ​ຊັງ​ອັນ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນຄື ໂຄ​ຣິ​ອານ​ທໍ​ໄດ້​ມີ​ລູກ​ຊາຍ​ຊື່​ວ່າ ອີເທີ, ແລະ ລາວ​ໄດ້​ສິ້ນ​ຊີ​ວິດ​ໄປ, ໂດຍ​ຢູ່​ໃນ​ຄວາມ​ເປັນ​ຊະ​ເລີຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ.