ພຣະ​ຄຳ​ພີ
ອີເທີ 14


ບົດ​ທີ 14

ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ນຳ​ຄວາມ​ສາບ​ແຊ່ງ​ມາ​ສູ່​ແຜ່ນ​ດິນ—ໂຄ​ຣິ​ອານ​ທະ​ເມີ​ເຂົ້າ​ຮ່ວມ​ເຮັດ​ສົງ​ຄາມ​ຕໍ່​ຕ້ານ​ກີ​ເລ​ອາດ, ແລ້ວ​ຕໍ່​ຕ້ານ​ລິບ, ແລະ ຫລັງ​ຈາກ​ນັ້ນ​ຕໍ່​ຕ້ານ​ຊີດ—ເລືອດ ແລະ ການ​ຂ້າ​ຟັນ​ກັນ​ມີ​ຢູ່​ທົ່ວ​ແຜ່ນ​ດິນ.

1 ແລະ ບັດ​ນີ້​ມັນ​ເລີ່ມ​ມີ​ຄຳ ສາບ​ແຊ່ງ​ອັນ​ໃຫຍ່​ຫລວງ​ທົ່ວ​ແຜ່ນ​ດິນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ, ຊຶ່ງ​ໃນ​ຄຳ​ສາບ​ແຊ່ງ​ນັ້ນ, ຖ້າ​ຫາກ​ຜູ້​ໃດ​ຈະ​ວາງ​ອາ​ວຸດ ຫລື ດາບ​ໄວ້​ເທິງ​ຮ້ານ ຫລື ເກັບ​ມ້ຽນ​ໄວ້​ບ່ອນ​ທີ່​ຕົນ​ເຄີຍ​ເອົາ​ໄວ້, ຈົ່ງ​ເບິ່ງ, ໃນ​ມື້​ຕໍ່​ມາ, ພວກ​ເຂົາ​ຈະ​ຫາ​ມັນ​ບໍ່​ພົບ, ເພາະ​ວ່າ​ຄຳ​ສາບ​ແຊ່ງ​ທົ່ວ​ແຜ່ນ​ດິນ​ນັ້ນ​ໃຫຍ່​ຫລວງ​ທີ່​ສຸດ.

2 ດັ່ງ​ນັ້ນ ທຸກໆ​ຄົນ​ຈຶ່ງ​ເກັບ​ກຳ​ສິ່ງ​ທີ່​ຕົນ​ເປັນ​ເຈົ້າ​ຂອງ​ໄວ້​ໃກ້​ມື, ແລະ ຈະ​ບໍ່​ຢືມ​ຂອງ​ຜູ້​ໃດ, ທັງ​ບໍ່​ເອົາ​ໃຫ້​ຜູ້​ໃດ​ຢືມ; ທຸກໆ​ຄົນ​ໄດ້​ຈັບ​ດ້າມ​ດາບ​ຂອງ​ຕົນ​ໄວ້​ໃນ​ມື​ຂວາ, ເພື່ອ​ປ້ອງ​ກັນ​ຊັບ​ສົມ​ບັດ​ຂອງ​ຕົນ, ແລະ ຊີ​ວິດ​ຂອງ​ຕົນ ພ້ອມ​ທັງ​ເມຍ​ຂອງ​ຕົນ ແລະ ລູກ​ຂອງ​ຕົນ.

3 ແລະ ບັດ​ນີ້, ຫລັງ​ຈາກ​ສອງ​ປີ​ຜ່ານ​ໄປ, ແລະ ຫລັງ​ຈາກ​ການ​ຕາຍ​ຂອງ​ເຊ​ເຣັດ, ຈົ່ງ​ເບິ່ງ, ນ້ອງ​ຊາຍ​ຂອງ​ເຊ​ເຣັດ​ໄດ້​ຍົກ​ທັບ​ມາ ແລະ ລາວ​ໄດ້​ສູ້​ຮົບ​ກັບ​ໂຄ​ຣິ​ອານ​ທະ​ເມີ, ຊຶ່ງ​ເປັນ​ເຫດ​ໃຫ້​ໂຄ​ຣິ​ອານ​ທະ​ເມີ​ໄດ້​ຮັບ​ໄຊ​ຊະນະ ແລະ ໄດ້​ໄລ່​ຕິດ​ຕາມ​ລາວ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເອ​ຄິດ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ເຊ​ເຣັດ​ໄດ້​ສູ້​ຮົບ​ກັບ​ລາວ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເອ​ຄິດ, ແລະ ການ​ສູ້​ຮົບ​ນັ້ນ​ຮ້າຍ​ແຮງ​ທີ່​ສຸດ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພັນ​ຄົນ​ໄດ້​ລົ້ມ​ຕາຍ​ໄປ​ດ້ວຍ​ດາບ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ປິດ​ລ້ອມ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໄວ້; ແລະ ນ້ອງ​ຊາຍ​ຂອງ​ເຊ​ເຣັດ​ໄດ້​ຍົກ​ທັບ​ອອກ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃນ​ເວລາ​ກາງ​ຄືນ, ແລະ ໄດ້​ຂ້າ​ຄົນ​ໃນ​ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ສ່ວນ​ໜຶ່ງ, ໃນ​ຂະນະ​ທີ່​ພວກ​ເຂົາ​ເມົາ​ເຫລົ້າ​ຢູ່.

6 ແລະ ລາວ​ໄດ້​ຍົກ​ທັບ​ມາ​ຮອດ​ແຜ່ນ​ດິນ​ໂມຣັນ, ແລະ ໄດ້​ຂຶ້ນ​ນັ່ງ​ບັນ​ລັງ​ແທນ​ໂຄ​ຣິ​ອານ​ທະ​ເມີ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ອາ​ໄສ​ຢູ່​ນຳ​ກອງ​ທັບ​ຂອງ​ລາວ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວລາ​ສອງ​ປີ, ຊຶ່ງ​ເປັນ​ເຫດ​ໃຫ້​ລາວ​ໄດ້​ຮັບ​ກຳ​ລັງ​ມາ​ໃຫ້​ກອງ​ທັບ​ຂອງ​ລາວ​ຫລາຍ​ຂຶ້ນ.

8 ບັດ​ນີ້​ນ້ອງ​ຊາຍ​ຂອງ​ເຊ​ເຣັດ, ຊຶ່ງ​ມີ​ຊື່​ວ່າ ກີ​ເລ​ອາດ, ກໍ​ໄດ້​ຮັບ​ກຳ​ລັງ​ມາ​ໃຫ້​ກອງ​ທັບ​ຂອງ​ລາວ​ຫລາຍ​ຂຶ້ນ, ຍ້ອນ​ວ່າ​ການ​ມົ້ວ​ສຸມ​ລັບ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມະຫາ​ປະ​ໂລ​ຫິດ​ຂອງ​ລາວ​ເອງ​ໄດ້​ລອບ​ຂ້າ​ລາວ​ໃນ​ຂະນະ​ທີ່​ລາວ​ກຳ​ລັງ​ນັ່ງ​ຢູ່​ໃນ​ບັນ​ລັງ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ຜູ້​ໜຶ່ງ​ຂອງ​ພວກ​ມົ້ວ​ສຸມ​ລັບ​ໄດ້​ລອບ​ຂ້າ​ຄົນ​ນັ້ນ​ໃນ​ທາງ​ລັບ; ແລະ ໄດ້​ຍຶດ​ເອົາ​ອາ​ນາ​ຈັກ​ມາ​ເປັນ​ຂອງ​ຕົນ; ແລະ ລາວ​ມີ​ຊື່​ວ່າ ລິບ; ແລະ ລິບ​ເປັນ​ຄົນ​ຮ່າງ​ໃຫຍ່​ກວ່າ​ຄົນ​ອື່ນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທຳ​ອິດ​ຂອງ​ລິບ, ໂຄ​ຣິ​ອານ​ທະ​ເມີ​ໄດ້​ຍົກ​ທັບ​ມາ​ຫາ​ແຜ່ນ​ດິນ​ໂມຣັນ ແລະ ໄດ້​ສູ້​ຮົບ​ກັບ​ລິບ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ສູ້​ຮົບ​ກັບ​ລິບ, ຊຶ່ງ​ໃນ​ການ​ສູ້​ຮົບ​ນັ້ນ​ລິບ​ໄດ້​ຟັນ​ແຂນ​ຂອງ​ລາວ ຈົນ​ລາວ​ໄດ້​ຮັບ​ບາດ​ເຈັບ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ຍັງ​ໄດ້​ມຸ້ງ​ໜ້າ​ເຂົ້າ​ຫາ​ລິບ​ອີກ, ຈົນ​ວ່າ​ລາວ​ໄດ້​ປົບ​ໜີ​ໄປ​ເຖິງ​ຊາຍ​ແດນ​ແຄມ​ຝັ່ງ​ທະເລ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ໄລ່​ຕາມ​ລາວ​ໄປ; ແລະ ລິບ​ກໍ​ໄດ້​ຕໍ່​ສູ້​ກັບ​ລາວ​ໃນ​ແຄມ​ຝັ່ງ​ທະເລ​ນັ້ນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລິບ​ໄດ້​ຟາດ​ຟັນ​ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ, ຈົນ​ວ່າ​ພວກ​ເຂົາ​ໄດ້​ໜີ​ໄປ​ຫາ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເອ​ຄິດ​ອີກ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລິບ​ໄດ້​ໄລ່​ຕາມ​ໂຄ​ຣິ​ອານ​ທະ​ເມີ​ໄປ​ອີກ​ຈົນ​ຮອດ​ທົ່ງ​ພຽງ​ອາ​ກົດ. ແລະ ໂຄ​ຣິ​ອານ​ທະ​ເມີ​ໄດ້​ເອົາ​ທຸກ​ຄົນ​ໄປ​ນຳ​ລາວ ຂະນະ​ທີ່​ລາວ​ກຳ​ລັງ​ປົບ​ໜີ​ໄປ​ທາງ​ໜ້າ​ລິບ ໄປ​ຍັງ​ແຜ່ນ​ດິນ​ສ່ວນ​ນັ້ນ​ບ່ອນ​ທີ່​ລາວ​ໜີ​ໄປ.

16 ແລະ ເວລາ​ລາວ​ໄດ້​ມາ​ຮອດ​ທົ່ງ​ພຽງ​ອາ​ກົດ​ແລ້ວ, ລາວ​ກໍ​ໄດ້​ສູ້​ຮົບ​ກັບ​ລິບ, ແລະ ລາວ​ໄດ້​ຟາດ​ຟັນ​ລິບ​ຈົນ​ເຖິງ​ແກ່​ຄວາມ​ຕາຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ນ້ອງ​ຊາຍ​ຂອງ​ລິບ​ກໍ​ໄດ້​ຍົກ​ມາ​ສູ້​ຮົບ​ກັບ​ໂຄ​ຣິ​ອານ​ທະ​ເມີ​ເປັນ​ການ​ແກ້​ແຄ້ນ, ແລະ ການ​ສູ້​ຮົບ​ນັ້ນ​ຮ້າຍ​ແຮງ​ທີ່​ສຸດ, ຈົນ​ເຮັດ​ໃຫ້​ໂຄ​ຣິ​ອານ​ທະ​ເມີ​ໜີ​ໄປ​ທາງ​ໜ້າ​ກອງ​ທັບ​ຂອງ​ນ້ອງ​ຊາຍ​ຂອງ​ລິບ​ອີກ.

17 ບັດ​ນີ້​ນ້ອງ​ຊາຍ​ຂອງ​ລິບ​ມີ​ຊື່​ວ່າ ຊີດ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊີດ​ໄດ້​ໄລ່​ຕາມ​ໂຄ​ຣິ​ອານ​ທະ​ເມີ​ໄປ, ແລະ ລາວ​ໄດ້​ໂຄ່ນ​ລົ້ມ​ຫລາຍ​ຫົວ​ເມືອງ, ແລະ ລາວ​ໄດ້​ຂ້າ​ທັງ​ພວກ​ແມ່​ຍິງ ແລະ ເດັກ​ນ້ອຍ, ແລະ ໄດ້​ເຜົາ​ບ້ານ​ເມືອງ​ຖິ້ມ.

18 ແລະ ຜູ້​ຄົນ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ມີ​ຄວາມ​ຢ້ານ​ກົວ​ຊີດ; ແທ້​ຈິງ​ແລ້ວ, ມີ​ສຽງ​ຮ້ອງ​ໄປ​ທົ່ວ​ແຜ່ນ​ດິນ​ວ່າ—ຜູ້​ໃດ​ຈະ​ສາ​ມາດ​ຢືນ​ຢູ່​ຕໍ່​ໜ້າ​ກອງ​ທັບ​ຂອງ​ຊີດ​ໄດ້? ຈົ່ງ​ເບິ່ງ, ລາວ​ໄດ້​ກວາດ​ລ້າງ​ແຜ່ນ​ດິນ​ທີ່​ຢູ່​ຕໍ່​ໜ້າ​ລາວ​ຈົນ​ໝົດ​ສິ້ນ!

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ເລີ່ມ​ເຕົ້າ​ໂຮມ​ເຂົ້າ​ກັນ​ເປັນ​ກອງ​ທັບ​ຕະຫລອດ​ທົ່ວ​ຜືນ​ແຜ່ນ​ດິນ.

20 ແລະ ພວກ​ເຂົາ​ໄດ້​ແບ່ງ​ແຍກ​ກັນ​ອອກ; ແລະ ສ່ວນ​ໜຶ່ງ​ໄດ້​ໜີ​ໄປ​ຫາ​ກອງ​ທັບ​ຂອງ​ຊີດ, ແລະ ອີກ​ສ່ວນ​ໜຶ່ງ​ໄດ້​ໜີ​ໄປ​ຫາ​ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ.

21 ແລະ ສົງ​ຄາມ​ນັ້ນ​ຮ້າຍ​ແຮງ ແລະ ຍືດ​ເຍື້ອ​ຍາວ​ນານ​ທີ່​ສຸດ, ແລະ ພາບ​ຂອງ​ການ​ນອງ​ເລືອດ ແລະ ການ​ຂ້າ​ຟັນ​ກັນ​ນັ້ນ​ມີ​ຢູ່​ຢ່າງ​ດົນ​ນານ​ທີ່​ສຸດ, ຈົນ​ວ່າ​ທັງ​ຜືນ​ແຜ່ນ​ດິນ​ເຕັມ​ໄປ​ດ້ວຍ ຊາກ​ສົບ​ຂອງ​ຄົນ​ຕາຍ.

22 ແລະ ສົງ​ຄາມ​ໄດ້​ເກີດ​ຂຶ້ນ​ຢ່າງ​ວ່ອງ​ໄວ ແລະ ຮີບ​ດ່ວນ​ທີ່​ສຸດ ຈົນ​ວ່າ​ບໍ່​ມີ​ຜູ້​ໃດ​ຢຸດ​ຝັງ​ຊາກ​ສົບ​ເລີຍ, ມີ​ແຕ່​ເດີນ​ທັບ​ຕໍ່​ໄປ​ຈາກ​ການ​ຂ້າ​ຟັນ​ບ່ອນ​ນີ້​ໄປ​ຫາ​ການ​ຂ້າ​ຟັນ​ບ່ອນ​ນັ້ນ, ໂດຍ​ປະ​ຖິ້ມ​ຊາກ​ສົບ​ໄວ້​ທັງ​ຊາຍ ແລະ ຍິງ, ແລະ ເດັກ​ນ້ອຍ ໃຫ້​ກ່າຍ​ກອງ​ຢູ່​ຕາມ​ຜືນ​ແຜ່ນ​ດິນ ເພື່ອ​ໃຫ້ ໂຕ​ໜອນ​ເຈາະ​ກິນ.

23 ແລະ ຊາກ​ສົບ​ໄດ້​ສົ່ງ​ກິ່ນ​ເໝັນ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ ເຖິງ​ແມ່ນ​ຕະຫລອດ​ທົ່ວ​ຜືນ​ແຜ່ນ​ດິນ; ດັ່ງ​ນັ້ນ ຜູ້​ຄົນ​ຈຶ່ງ​ຖືກ​ລົບ​ກວນ​ທັງ​ກາງ​ເວັນ ແລະ ກາງ​ຄືນ​ເພາະ​ກິ່ນ​ເໝັນ​ນັ້ນ.

24 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊີດ​ຍັງ​ບໍ່​ຢຸດ​ໃນ​ການ​ໄລ່​ຕາມ​ໂຄ​ຣິ​ອານ​ທະ​ເມີ​ໄປ; ເພາະ​ວ່າ​ລາວ​ສາບານ​ວ່າ ຈະ​ແກ້​ແຄ້ນ​ໂຄ​ຣິ​ອານ​ທະ​ເມີ​ເອງ, ເພື່ອ​ເລືອດ​ຂອງ​ອ້າຍ​ລາວ​ທີ່​ຖືກ​ຂ້າ​ຕາຍ, ແລະ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຫາ​ອີເທີ​ວ່າ ໂຄ​ຣິ​ອານ​ທະ​ເມີ​ຈະ​ບໍ່​ຖືກ​ຂ້າ.

25 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ເຫລົ່າ​ນັ້ນ​ໃນ​ຄວາມ​ບໍ​ລິ​ບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ, ແລະ ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ນັ້ນ​ໄດ້​ຕຽມ​ທາງ​ໄວ້​ໃຫ້​ຄວາມ​ພິນາດ​ອັນ​ເປັນ​ນິດ​ຂອງ​ພວກ​ເຂົາ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊີດ​ໄດ້​ໄລ່​ຕາມ​ໂຄ​ຣິ​ອານ​ທະ​ເມີ​ໄປ​ທາງ​ຕາ​ເວັນ​ອອກ ຈົນ​ມາ​ຮອດ​ຊາຍ​ແດນ​ແຄມ​ຝັ່ງ​ທະເລ, ແລະ ບ່ອນ​ນັ້ນ​ລາວ​ໄດ້​ສູ້​ຮົບ​ກັບ​ຊີດ​ເປັນ​ເວລາ​ສາມ​ມື້.

27 ແລະ ຄວາມ​ພິນາດ​ໃນ​ບັນ​ດາ​ກອງ​ທັບ​ຂອງ​ຊີດ​ເປັນ​ໜ້າ​ຢ້ານ​ກົວ​ທີ່​ສຸດ ຈົນ​ວ່າ​ພວກ​ທະ​ຫານ​ຂອງ​ຊີດ​ເລີ່ມ ຢ້ານ​ຕົກ​ໃຈ, ແລະ ເລີ່ມ​ປົບ​ໜີ​ໄປ​ທາງ​ໜ້າ​ຂອງ​ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ; ແລະ ພວກ​ເຂົາ​ໄດ້​ແຕກ​ໜີ​ໄປ​ຫາ​ແຜ່ນ​ດິນ​ໂຄ​ຣິ​ຮໍ, ແລະ ໄດ້​ກວາດ​ລ້າງ​ຜູ້​ອາ​ໄສ​ຢູ່​ທັງ​ໝົດ​ທີ່​ບໍ່​ຍອມ​ເຂົ້າ​ຮ່ວມ​ກັບ​ພວກ​ເຂົາ​ໄປ​ຕໍ່​ໜ້າ​ພວກ​ເຂົາ.

28 ແລະ ພວກ​ເຂົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ​ໃນ​ຮ່ອມ​ພູ​ໂຄ​ຣິ​ຮໍ; ແລະ ໂຄ​ຣິ​ອານ​ທະ​ເມີ​ກໍ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ລາວ​ຂຶ້ນ​ໃນ​ຮ່ອມ​ພູ​ເຊີ. ບັດ​ນີ້​ຮ່ອມ​ພູ​ເຊີ​ນັ້ນ​ຕັ້ງ​ຢູ່​ໃກ້​ກັບ​ເນີນ​ພູ​ຄອມ​ນໍ; ດັ່ງ​ນັ້ນ ໂຄ​ຣິ​ອານ​ທະ​ເມີ​ຈຶ່ງ​ໄດ້​ເຕົ້າ​ໂຮມ​ກອງ​ທັບ​ຂອງ​ລາວ​ຢູ່​ເທິງ​ເນີນ​ພູ​ຄອມ​ນໍ, ແລະ ໄດ້​ເປົ່າ​ແກ​ດັງ​ກ້ອງ​ໄປ​ຫາ​ກອງ​ທັບ​ຂອງ​ຊີດ ເພື່ອ​ເຊື້ອ​ເຊີນ​ພວກ​ເຂົາ​ອອກ​ມາ​ສູ້​ຮົບ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ອອກ​ມາ, ແຕ່​ຖືກ​ຂັບ​ໄລ່​ຄືນ​ໄປ; ແລະ ພວກ​ເຂົາ​ໄດ້​ຍົກ​ທັບ​ມາ​ເປັນ​ເທື່ອ​ທີ​ສອງ, ແລະ ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ຄືນ​ໄປ​ອີກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຍົກ​ທັບ​ມາ​ອີກ​ເປັນ​ເທື່ອ​ທີ​ສາມ, ແລະ ການ​ສູ້​ຮົບ​ນັ້ນ​ຮ້າຍ​ແຮງ​ທີ່​ສຸດ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊີດ​ໄດ້​ຟັນ​ໂຄ​ຣິ​ອານ​ທະ​ເມີ ຈົນ​ວ່າ​ລາວ​ມີ​ບາດ​ແຜ​ເລິກ​ຫລາຍ​ບ່ອນ; ແລະ ໂຄ​ຣິ​ອານ​ທະ​ເມີ, ໂດຍ​ທີ່​ໄດ້​ເສຍ​ເລືອດ​ຫລາຍ​ຈົນ​ວ່າ​ໄດ້​ສະ​ຫລົບ​ໄປ, ແລະ ຖືກ​ຫາມ​ໄປ​ຖິ້ມ​ຄື​ກັບ​ວ່າ​ລາວ​ຕາຍ​ແລ້ວ.

31 ບັດ​ນີ້​ການ​ສູນ​ເສຍ​ທັງ​ຜູ້​ຊາຍ, ຜູ້​ຍິງ ແລະ ເດັກ​ນ້ອຍ​ຂອງ​ສອງ​ຝ່າຍ​ນັ້ນ​ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ ຈົນ​ວ່າ​ຊີດ​ຕ້ອງ​ສັ່ງ​ໃຫ້​ກອງ​ທັບ​ຂອງ​ລາວ​ບໍ່​ໃຫ້​ໄລ່​ຕາມ​ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ໄປ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ກັບ​ຄືນ​ໄປ​ຫາ​ຄ້າຍ​ຂອງ​ພວກ​ເຂົາ.