ບົດ​ທີ 2

ຊາວ​ຢາ​ເຣັດ​ຕຽມ​ພ້ອມ​ເພື່ອ​ການ​ເດີນ​ທາງ​ໄປ​ຫາ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ—ມັນ​ເປັນ​ແຜ່ນດິນບ່ອນ​ທີ່​ມະນຸດ​ຈະ​ຕ້ອງ​ຮັບ​ໃຊ້​ພຣະ​ຄຣິດ ຖ້າ​ບໍ່​ດັ່ງນັ້ນຈະ​ຖືກ​ກວາດ​ອອກ​ໄປ—ພຣະຜູ້​ເປັນ​ເຈົ້າ​ສົນທະນາ​ກັບ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ເປັນ​ເວລາ​ສາມ​ຊົ່ວ​ໂມງ—ຊາວ​ຢາ​ເຣັດ​ສ້າງ​ເຮືອ​ຈຳ​ນວນ​ໜຶ່ງ—ພຣະຜູ້​ເປັນ​ເຈົ້າຖາມ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ວ່າເຮັດ​ແນວ​ໃດ​ເຮືອ​ນັ້ນ​ຈຶ່ງ​ຈະ​ມີ​ແສງ​ສະຫວ່າງ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຢາ​ເຣັດ ແລະ ນ້ອງ​ຊາຍຂອງ​ລາວ​ພ້ອມ​ທັງ​ຄອບຄົວ​ຂອງ​ພວກ​ເຂົາ, ພ້ອມດ້ວຍ​ໝູ່​ເພື່ອນ​ຂອງ​ຢາ​ເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວພ້ອມ​ທັງ​ຄອບຄົວ​ຂອງ​ພວກ​ເຂົາ​ເຫລົ່ານັ້ນ, ລົງ​ໄປ​ຫາ​ຮ່ອມ​ພູ​ຊຶ່ງຢູ່​ທາງ​ເໜືອ, (ແລະ ຮ່ອມ​ພູນັ້ນມີ​ຊື່ວ່າ ນີມ​ໂຣດ, ຊຶ່ງ​ເອີ້ນ​ຕາມ​ຊື່​ນາຍພານ​ທີ່​ມີ​ຊື່​ສຽງ​ຜູ້​ໜຶ່ງ) ພ້ອມ​ທັງ​ຝູງ​ສັດລ້ຽງ​ຂອງ​ພວກ​ເຂົາ ຊຶ່ງພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ໄວ້, ທັງ​ໂຕ​ຜູ້ ແລະ ໂຕ​ແມ່​ທຸກ​ຊະນິດ.

 ແລະ ພວກ​ເຂົາ​ໄດ້​ຫ້າງ​ແຮ້ວ​ຈັບ​ນົກ​ໃນ​ອາກາດ; ແລະ ພວກ​ເຂົາ​ໄດ້​ຕຽມ​ພາຊະນະ ຊຶ່ງ​ໃນ​ນັ້ນພວກ​ເຂົາ​ຈະ​ໄດ້​ເອົາ​ປາ​ຈາກ​ນ້ຳ​ໄປ​ກັບ​ພວກ​ເຂົາ.

 ແລະ ພວກ​ເຂົາ​ໄດ້​ເອົາ​ເດ​ເຊ​ເຣັດ​ໄປ​ນຳ ຊຶ່ງ​ແປ​ວ່າ ໂຕ​ເຜິ້ງ, ແລະ ພວກ​ເຂົາ​ໄດ້​ເອົາ​ຝູງ​ເຜິ້ງ​ໄປ​ນຳດັ່ງນັ້ນ; ແລະ ສິ່ງ​ທີ່​ມີ​ຢູ່​ໃນ​ຜືນ​ແຜ່ນດິນ​ນາໆ​ຊະນິດ, ເມັດ​ພືດ​ເຄື່ອງ​ປູກ​ຂອງ​ຝັງ​ທຸກ​ຊະນິດ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ພວກ​ເຂົາ​ລົງ​ມາ​ຮອດ​ຮ່ອມພູ​ນີມ​ໂຣດ​ແລ້ວ ພຣະຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ ແລະ ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ; ແລະ ພຣະ​ອົງ​ໄດ້​ປະ​ທັບ​ຢູ່​ໃນ​ກ້ອນ​ເມກ, ແລະ ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ກໍ​ບໍ່​ໄດ້​ເຫັນ​ພຣະ​ອົງ​ເລີຍ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ພວກ​ເຂົາ​ໃຫ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ, ແທ້​ຈິງ​ແລ້ວ, ໄປ​ຫາ​ສ່ວນ​ບ່ອນ​ທີ່​ບໍ່​ມີ​ຜູ້​ໃດ​ໄປ​ເຖິງ. ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ອອກ​ທາງ​ໜ້າ​ພວກ​ເຂົາ, ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ​ຂະນະ​ທີ່​ພຣະ​ອົງ​ປະ​ທັບ​ຢູ່​ໃນ​ກ້ອນ​ເມກ, ແລະ ຊີ້​ທາງ​ທີ່​ພວກ​ເຂົາ​ຄວນຈະ​ໄປ​ຫາ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ໄດ້​ເດີນທາງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ, ແລະ ໄດ້​ສ້າງ​ເຮືອ​ບັນທຸກ ຊຶ່ງດ້ວຍ​ເຮືອນັ້ນພວກ​ເຂົາ​ຈະ​ໄດ້​ໃຊ້​ຂ້າມ​ນ້ຳຫລາຍ​ສາຍ ແລະ ໄດ້​ຮັບ​ການ​ຊີ້ທາງ​ຕະຫລອດ​ເວລາ ໂດຍ​ພຣະຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

 ແລະ ພຣະຜູ້​ເປັນ​ເຈົ້າບໍ່​ຍອມ​ໃຫ້​ພວກ​ເຂົາ​ຢຸດ​ພັກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເລີຍທະ​ເລ​ໄປ, ແຕ່​ພຣະ​ອົງ​ຢາກໃຫ້​ພວກ​ເຂົາ​ເລີຍ​ໄປ​ຈົນເຖິງ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ ຊຶ່ງປະ​ເສີດ​ເລີດ​ລ້ຳກວ່າ​ແຜ່ນດິນ​ອື່ນໆ​ທັງ​ໝົດ ຊຶ່ງອົງພຣະ​ຜູ້​ເປັນເຈົ້າ​ໄດ້ຮັກສາ​ໄວ້​ໃຫ້​ຄົນ​ຊອບ​ທຳ.

 ແລະ ພຣະ​ອົງ​ໄດ້​ສາບານ​ກັບ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ດ້ວຍ​ພຣະ​ພິ​ໂລດ​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເປັນ​ເຈົ້າຂອງ​ແຜ່ນດິນ​ແຫ່ງ​ຄຳ​ສັນຍານີ້ ນັບ​ແຕ່​ເວລາ​ນັ້ນ​ໄປ​ຕະຫລອດ​ການ, ຜູ້ນັ້ນຈະ​ຕ້ອງ​ຮັບ​ໃຊ້​ພຣະ​ອົງ ຜູ້​ເປັນ​ພຣະ​ເຈົ້າອົງ​ທ່ຽງ​ແທ້ ແລະ ອົງ​ດຽວ​ເທົ່າ​ນັ້ນ, ຖ້າ​ບໍ່​ດັ່ງນັ້ນ ພວກ​ເຂົາ​ຈະ​ຖືກ​ກວາດ​ອອກ​ໄປ​ເມື່ອຄວາມ​ສົມບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ມາ​ຫາ​ພວກ​ເຂົາ.

 ແລະ ບັດ​ນີ້, ພວກ​ເຮົາ​ເຫັນ​ໄດ້​ເຖິງພຣະ​ດຳລັດ​ຂອງ​ພຣະ​ເຈົ້າກ່ຽວ​ກັບ​ແຜ່ນດິນ​ນີ້, ຄື​ເປັນ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ; ແລະ ຊາດ​ໃດ​ກໍ​ຕາມ​ທີ່​ເປັນ​ເຈົ້າຂອງ ຊາດ​ນັ້ນຈະ​ຕ້ອງ​ຮັບ​ໃຊ້​ພຣະ​ເຈົ້າ, ຖ້າ​ບໍ່​ດັ່ງນັ້ນ ເຂົາ​ຈະ​ຖືກ​ກວາດ​ອອກ​ໄປ​ເວລາ​ຄວາມ​ສົມບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ມາ​ຫາ​ພວກ​ເຂົາ. ແລະ ຄວາມ​ສົມບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຈະ​ມາ​ຫາ​ພວກ​ເຂົາ​ໃນ​ເວລາ​ພວກ​ເຂົາ​ສຸກ​ຢູ່ໃນຄວາມ​ຊົ່ວ​ຮ້າຍ.

 10 ເພາະ​ຈົ່ງ​ເບິ່ງ, ນີ້​ເປັນ​ແຜ່ນດິນ​ທີ່​ປະ​ເສີດ​ເລີດ​ລ້ຳກວ່າ​ແຜ່ນດິນ​ໃດໆ​ທັງ​ໝົດ; ສະນັ້ນຜູ້​ທີ່​ເປັນ​ເຈົ້າຂອງ​ຈະ​ຕ້ອງ​ຮັບ​ໃຊ້​ພຣະ​ເຈົ້າ; ຖ້າ​ບໍ່​ດັ່ງນັ້ນ ຈະ​ຖືກ​ກວາດ​ອອກ​ໄປ ເພາະວ່າ​ມັນ​ເປັນ​ພຣະດຳລັດ​ອັນ​ເປັນນິດ​ຂອງ​ພຣະ​ເຈົ້າ. ແລະ ມັນ​ຈະ​ບໍ່​ເກີດ​ຂຶ້ນຈົນ​ກວ່າ​ຈະ​ຮອດ​ຄວາມ​ສົມບູນ​ຂອງ​ຄວາມ​ຊົ່ວ​ຮ້າຍໃນ​ບັນດາ​ລູກ​ຫລານ​ຂອງ​ແຜ່ນດິນ ທີ່ພວກ​ເຂົາ​ຈະ​ຖືກ​ກວາດ​ອອກ​ໄປ.

 11 ແລະ ມັນ​ຈະ​ມາ​ຫາ​ທ່ານ, ໂອ້ ທ່ານ​ຄົນ​ຕ່າງ​ຊາດ, ເພື່ອ​ທ່ານ​ຈະ​ໄດ້​ຮູ້ຈັກ​ພຣະ​ດຳລັດ​ຂອງ​ພຣະ​ເຈົ້າ—ເພື່ອ​ທ່ານ​ຈະ​ກັບ​ໃຈ, ແລະ ບໍ່​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ທ່ານ​ຕໍ່​ໄປ​ຈົນ​ກວ່າ​ຄວາມ​ສົມ​ບູນ​ນັ້ນ​ມາ​ຮອດ, ເພື່ອ​ທ່ານ​ຈະ​ບໍ່​ໄດ້​ນຳ​ເອົາ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ລົງ​ມາ​ຫາ​ທ່ານ​ຄື​ກັນ​ກັບ​ຜູ້​ທີ່​ອາ​ໄສ​ໃນ​ນັ້ນ​ເຄີຍ​ເຮັດ​ມາ​ແລ້ວ.

 12 ຈົ່ງ​ເບິ່ງ, ນີ້​ເປັນ​ແຜ່ນດິນ​ທີ່​ປະ​ເສີດ​ເລີດ​ລ້ຳ, ແລະ ຊາດ​ໃດ​ກໍ​ຕາມ​ທີ່​ຈະ​ມາ​ເປັນ​ເຈົ້າຂອງມັນ ຈະ​ເປັນ​ອິດ​ສະລະ​ຈາກ​ການ​ເປັນ​ຂ້າ​ທາດ, ແລະ ຈາກ​ການ​ເປັນ​ຊະ​ເລີຍ ແລະ ຈາກ​ປະ​ເທດ​ອື່ນ​ທັງ​ໝົດ​ພາຍ​ໃຕ້​ສະຫວັນ​ຊັ້ນຟ້າ​ນີ້, ຖ້າ​ຫາກ​ເຂົາ​ພຽງ​ແຕ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າຂອງ​ແຜ່ນ​ດິນ, ຄື​ພຣະ​ເຢຊູ​ຄຣິດ, ຜູ້​ຊຶ່ງ​ໄດ້​ປະກົດ​ມາ​ແລ້ວ​ໂດຍ​ເລື່ອງ​ທີ່​ພວກ​ເຮົາ​ຂຽນ​ໄວ້.

 13 ແລະ ບັດ​ນີ້ຂ້າພະ​ເຈົ້າ​ເລີ່ມ​ເຮັດ​ບັນທຶກ​ຂອງ​ຂ້າພະ​ເຈົ້າຕໍ່​ໄປ; ເພາະ​ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະຜູ້​ເປັນ​ເຈົ້າ​ໄດ້​ນຳ​ເອົາ​ຢາ​ເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ມາ​ຈົນ​ຮອດ​ທະ​ເລ​ແບ່ງ​ແຍກ​ແຜ່ນດິນ. ແລະ ເມື່ອ​ພວກ​ເຂົາມາ​ຮອດ​ທະ​ເລ​ແລ້ວ ພວກ​ເຂົາ​ໄດ້​ຕັ້ງຜ້າ​ເຕັ້ນຂຶ້ນ; ແລະ ພວກ​ເຂົາເອີ້ນ​ບ່ອນ​ນັ້ນວ່າ ໂມ​ຣິ​ອານ​ຄູ​ເມີ; ແລະ ພວກ​ເຂົາ​ໄດ້​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ​ນັ້ນຢູ່​ແຄມ​ຝັ່ງ​ທະ​ເລ​ແຫ່ງ​ນັ້ນ​ເປັນ​ເວລາ​ສີ່​ປີ.

 14 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໃນ​ທ້າຍ​ປີ​ທີ​ສີ່ ພຣະຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ​ຫາ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ອີກ, ແລະ ປະ​ທັບ​ຢູ່​ໃນ​ກ້ອນ​ເມກ ແລະ ໄດ້​ກ່າວ​ກັບ​ລາວ. ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ເປັນ​ເວລາ​ສາມ​ຊົ່ວ​ໂມງ, ແລະ ຕຳ​ນິຕິ​ຕຽນ​ລາວ​ຍ້ອນ​ວ່າ​ລາວ​ບໍ່​ໄດ້​ຈື່​ຈຳ​ທີ່​ຈະ​ເອີ້ນ​ຫາ​ພຣະນາມຂອງ​ພຣະຜູ້​ເປັນ​ເຈົ້າ​ເລີຍ.

 15 ແລະ ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ທີ່​ລາວ​ໄດ້​ເຮັດ​ໄປ​ນັ້ນ, ແລະ ໄດ້​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເພື່ອ​ພີ່ນ້ອງ​ຂອງ​ລາວຜູ້​ທີ່ຢູ່​ນຳ​ລາວ. ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ລາວ​ວ່າ: ເຮົາ​ຈະ​ຍົກ​ໂທດ​ໃຫ້​ເຈົ້າ ແລະ ພີ່​ນ້ອງ​ຂອງ​ເຈົ້າກ່ຽວ​ກັບ​ບາບ​ຂອງ​ພວກ​ເຂົາ; ແຕ່​ວ່າ​ເຈົ້າ​ຢ່າ​ໄດ້​ເຮັດ​ບາບ​ອີກ​ຕໍ່​ໄປ, ແລະ ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ ວິນ​ຍານ​ຂອງ​ເຮົາ​ຈະ​ບໍ່​ພະຍາຍາມ​ຢູ່​ກັບ​ມະນຸດ​ສະ​ເໝີ​ໄປ; ດັ່ງນັ້ນ, ຖ້າ​ຫາກເຈົ້າ​ເຮັດ​ບາບ​ອີກ​ຕໍ່​ໄປ​ຈົນ​ສຸກ​ເຕັມທີ່ແລ້ວ, ເຈົ້າຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະຜູ້​ເປັນ​ເຈົ້າ. ແລະ ນີ້​ຄື​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ກ່ຽວ​ກັບ​ແຜ່ນດິນ ຊຶ່ງ​ເຮົາ​ຈະ​ໃຫ້​ແກ່​ເຈົ້​າ​ເພື່ອ​ເປັນ​ມູນ​ມໍລະດົກ​ຂອງ​ເຈົ້າ; ເພາະວ່າ​ມັນ​ຈະ​ເປັນ​ແຜ່ນດິນ​ທີ່​ປະ​ເສີດ​ເລີດ​ລ້ຳກວ່າ​ຜືນ​ແຜ່ນດິນ​ອື່ນໆ​ທັງ​ໝົດ.

 16 ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ຈົ່ງ​ລົງມື​ເຮັດ​ວຽກ, ແລະ ສ້າງ​ເຮືອ​ຕາມ​ແບບ​ຊຶ່ງ​ເຮົາ​ເຮັດ​ໄວ້​ກ່ອນ​ນັ້ນ. ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ລົງມື​ສ້າ​ງ​ເຮືອ​ພ້ອມ​ທັງ​ພີ່​ນ້ອງ​ຂອງ​ລາວ, ແລະ ໄດ້​ສ້າງ​ເຮືອ​ຕາມ​ແບບ​ທີ່​ພວກ​ເຂົາ​ໄດ້​ເຮັດ​ມາ​ແລ້ວຕາມ​ຄຳ​ແນະນຳ​ຂອງ​ພຣະຜູ້​ເປັນ​ເຈົ້າ, ແລະ ມັນ​ນ້ອຍ ແລະ ເບົາ​ຢູ່​ເທິງ​ໜ້ານ້ຳຄື​ກັນ​ກັບ​ຄວາມ​ເບົາ​ຂອງ​ນົກ​ທີ່ຢູ່​ເທິງ​ໜ້ານ້ຳ.

 17 ແລະ ເຮືອ​ເຫລົ່າ​ນັ້ນ​ຖືກ​ສ້າງ​ຂຶ້ນ​ຕາມ​ວິ​ທີ​ອັນ​ແໜ້ນ​ໜາ​ທີ່​ສຸດ, ຈົນ​ວ່າ​ມັນ​ສາມາດ​ບັນຈຸນ້ຳ​ໄດ້​ຄື​ກັນ​ກັບ​ຊາມ; ແລະ ທ້ອງ​ຂອງ​ມັນ​ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ; ແລະ ຂ້າງ​ຂອງ​ມັນ​ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ, ແລະ ທ້າຍ​ທັງ​ສອງ​ເບື້ອງ​ສ້ວຍ​ແຫລມ; ແລະ ທາງ​ເທິງ​ຂອງ​ມັນ​ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ; ແລະ ຄວາມ​ຍາວ​ຂອງ​ມັນ​ຄື​ກັນ​ກັບ​ຄວາມ​ຍາວ​ຂອງ​ຕົ້ນ​ໄມ້; ແລະ ປະຕູ​ຂອງ​ມັນ, ເວລາ​ປິດ​ແລ້ວ, ມັນ​ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ.

 18 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ມີ​ຄວາມ​ວ່າ: ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂ້ານ້ອຍ​ໄດ້​ເຮັດ​ວຽກ​ຊຶ່ງພຣະ​ອົງ​ບັນຊາ​ຂ້ານ້ອຍ​ແລ້ວ, ແລະ ຂ້ານ້ອ​ຍ​ໄດ້​ເຮັດ​ເຮືອ​ຕາມ​ທີ່​ພຣະ​ອົງ​ແນະນຳ​ໃຫ້​ຂ້ານ້ອຍ​ເຮັດ.

 19 ແລະ ຈົ່ງ​ທອດ​ພຣະ​ເນດ​ເບິ່ງ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ມັນ​ບໍ່​ມີ​ແສງ​ສະຫວ່າງ​ຢູ່​ໃນ​ເຮືອ​ເລີຍ? ແລະ ຂ້ານ້ອຍ​ຈະ​ບັງຄັບ​ເຮືອ​ໄປ​ທາງ​ໃດ? ພວກ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ເພາະວ່າ​ພວກ​ຂ້ານ້ອຍ​ຫາຍ​ໃຈບໍ່​ໄດ້​ໃນ​ເຮືອ, ນອກ​ຈາກ​ດ້ວຍ​ອາກາດ​ທີ່ຢູ່​ໃນ​ນັ້ນ; ດັ່ງນັ້ນພວກ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ.

 20 ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ວ່າ: ຈົ່ງ​ເບິ່ງ, ໃຫ້​ເຈົ້າ​ເຈາະ​ຮູ​ຂ້າງ​ເທິງ​ຮູ​ໜຶ່ງ ແລະ ເຈາະ​ທ້ອງ​ເຮືອ​ອີກ​ຮູ​ໜຶ່ງ. ແລະ ເມື່ອ​ເຈົ້າຈະ​ຕ້ອງ​ທົນ​ທຸກ​ເພາະ​ຂາດ​ອາກາດ ໃຫ້​ເຈົ້າ​ເປີດ​ຮູ ແລະ ຮັບ​ອາກາດ. ແລະ ຖ້າ​ຫາກ​ເປັນ​ໄປ​ວ່ານ້ຳ​ໄຫລ​ເຂົ້າມາ​ຫາ​ເຈົ້າ, ຈົ່ງ​ເບິ່ງ, ໃຫ້​ເຈົ້າ​ປິດ​ຮູ​ເພື່ອ​ເຈົ້າຈະ​ບໍ່​ຕາຍ​ດ້ວຍ​ນ້ຳຖ້ວມ.

 21 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ເຮັດ​ຕາມ​ນັ້ນ, ຕາມ​ທີ່​ພຣະຜູ້​ເປັນ​ເຈົ້າບັນຊາ​ໃຫ້​ເຮັດ.

 22 ແລະ ລາວ​ໄດ້​ຮ້ອງ​ທູນ​ຕໍ່​ພຣະຜູ້​ເປັນ​ເຈົ້າອີກ​ມີ​ຄວາມ​ວ່າ: ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍ​ຈົ່ງ​ໂປດ​ທອດ​ພຣະ​ເນດ​ເຖີດ, ຂ້ານ້ອຍ​ໄດ້​ເຮັດ​ຕາມ​ທີ່​ພຣະ​ອົງ​ໄດ້​ບັນຊາ​ຂ້ານ້ອຍ​ແລ້ວ, ແລະ ຂ້ານ້ອຍ​ໄດ້ຕຽມ​ເຮືອໄວ້​ສຳລັບ​ຜູ້​ຄົນ​ຂອງ​ຂ້ານ້ອຍ​ແລ້ວ ແລະ ຈົ່ງ​ທອດ​ພຣະ​ເນດ​ເຖີດ, ມັນ​ບໍ່​ມີ​ແສງ​ສະຫວ່າງ​ເລີຍ​ຢູ່​ໃນນັ້ນ. ຈົ່ງທອດ​ພຣະ​ເນດ​ເຖີດ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຈະ​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ຂ້າມ​ນ້ຳອັນ​ກວ້າງ​ໃຫຍ່​ດ້ວຍ​ຄວາມ​ມືດ​ບໍ?

 23 ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ວ່າ: ເຈົ້າຢາກ​ໃຫ້​ເຮົາ​ເຮັດສິ່ງ​ໃດ​ໃຫ້​ເຈົ້າ ເພື່ອ​ເຈົ້າຈະ​ໄດ້​ມີແສງ​ສະຫວ່າງ​ຢູ່​ໃນ​ເຮືອຂອງ​ເຈົ້າ? ເພາະ​ຈົ່ງ​ເບິ່ງ, ເຈົ້າບໍ່​ສາມາດ​ມີ​ປ່ອງຢ້ຽມ​ເພາະວ່າ​ມັນ​ຈະ​ແຕກ​ອອກ​ເປັນ​ປ່ຽງໆ, ທັງ​ເຈົ້າບໍ່​ສາມາດ​ເອົາ​ໄຟ​ໄປ​ກັບ​ເຈົ້າ ເພາະວ່າ​ເຈົ້າຈະ​ບໍ່​ໄດ້​ໄປ​ດ້ວຍ​ແສງ​ໄຟ.

 24 ເພາະ​ຈົ່ງ​ເບິ່ງ, ເຈົ້າຈະ​ເປັນ​ຄື​ກັບປາ​ວານຢູ່​ໃນ​ກາງ​ທະ​ເລ; ເພາະວ່າ​ຄື້ນທະ​ເລ​ຈະ​ມາ​ກະທົບ​ຖ້ວມ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າຈະ​ຂຶ້ນມາ​ອີກ​ຈາກຄວາມ​ເລິກ​ຂອງ​ທະ​ເລ; ເພາະວ່າ​ລົມ​ນັ້ນພັດ​ອອກ​ຈາກ​ປາກ​ຂອງ​ເຮົາ, ແລະ ເຮົາ​ຈະ​ສົ່ງ​ຝົນ ແລະ ນ້ຳຖ້ວມ​ໄປ​ນຳ​ອີກ.

 25 ແລະ ຈົ່ງ​ເບິ່ງ, ເຮົາ​ຕຽມ​ເຈົ້າ​ໄວ້​ຕໍ່ສູ້​ສິ່ງ​ເຫລົ່າ​ນີ້; ເພາະວ່າ​ເຈົ້າຈະ​ຂ້າມ​ຄວາມ​ເລິກ​ອັນ​ກວ້າງ​ໃຫຍ່​ນີ້​ໄປ​ບໍ່​ໄດ້​ນອກ​ຈາກ​ວ່າ​ເຮົາ​ຈະ​ຕຽມ​ເຈົ້າ​ຕໍ່ສູ້​ກັບ​ຄື້ນທະ​ເລ ແລະ ລົມ​ທີ່​ພັດ​ມາ ແລະ ນ້ຳຖ້ວມ​ທີ່​ຈະ​ມາ​ຫາ​ເຈົ້າ​ເສຍ​ກ່ອນ. ດັ່ງນັ້ນ ເຈົ້າຢາກ​ໃຫ້​ເຮົາ​ຕຽມ​ສິ່ງ​ໃດໃຫ້​ເຈົ້າ ເພື່ອ​ເຈົ້າຈະ​ໄດ້​ມີ​ແສງ​ສະຫວ່າງ​ເວລາ​ເຈົ້າຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ເລິກ​ທີ່​ສຸດ​ຂອງ​ທະ​ເລ?