ພຣະ​ຄຳ​ພີ
ອີເທີ 2


ບົດ​ທີ 2

ຊາວ​ຢາເຣັດ​ຕຽມ​ພ້ອມ​ເພື່ອ​ການ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ—ມັນ​ເປັນ​ແຜ່ນ​ດິນ​ບ່ອນ​ທີ່​ມະນຸດ​ຈະ​ຕ້ອງ​ຮັບ​ໃຊ້​ພຣະ​ຄຣິດ ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຖືກ​ກວາດ​ອອກ​ໄປ—ພຣະ​ຜູ້​ເປັນ​ເຈົ້າ​ສົນ​ທະ​ນາ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ​ເປັນ​ເວລາ​ສາມ​ຊົ່ວ​ໂມງ—ຊາວ​ຢາເຣັດ​ສ້າງ​ເຮືອ​ຈຳນວນ​ໜຶ່ງ—ພຣະ​ຜູ້​ເປັນ​ເຈົ້າ​ຖາມ​ນ້ອງ​ຊາຍ​ຂອງ​ຢາເຣັດ​ວ່າ​ເຮັດ​ແນວ​ໃດ​ເຮືອ​ນັ້ນ​ຈຶ່ງ​ຈະ​ມີ​ແສງ​ສະ​ຫວ່າງ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຢາເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ພ້ອມ​ທັງ​ຄອບ​ຄົວ​ຂອງ​ພວກ​ເຂົາ, ພ້ອມ​ດ້ວຍ​ໝູ່​ເພື່ອນ​ຂອງ​ຢາເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ພ້ອມ​ທັງ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຫລົ່າ​ນັ້ນ, ລົງ​ໄປ​ຫາ​ຮ່ອມ​ພູ​ຊຶ່ງ​ຢູ່​ທາງ​ເໜືອ, (ແລະ ຮ່ອມ​ພູ​ນັ້ນ​ມີ​ຊື່​ວ່າ ນີມ​ໂຣດ, ຊຶ່ງ​ເອີ້ນ​ຕາມ​ຊື່​ນາຍ​ພານ​ທີ່​ມີ​ຊື່​ສຽງ​ຜູ້​ໜຶ່ງ) ພ້ອມ​ທັງ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ ຊຶ່ງ​ພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ໄວ້, ທັງ​ໂຕ​ຜູ້ ແລະ ໂຕ​ແມ່​ທຸກ​ຊະ​ນິດ.

2 ແລະ ພວກ​ເຂົາ​ໄດ້​ຫ້າງ​ແຮ້ວ​ຈັບ​ນົກ​ໃນ​ອາ​ກາດ; ແລະ ພວກ​ເຂົາ​ໄດ້​ຕຽມ​ພາ​ຊະນະ ຊຶ່ງ​ໃນ​ນັ້ນ​ພວກ​ເຂົາ​ຈະ​ໄດ້​ເອົາ​ປາ​ຈາກ​ນ້ຳ​ໄປ​ກັບ​ພວກ​ເຂົາ.

3 ແລະ ພວກ​ເຂົາ​ໄດ້​ເອົາ​ເດ​ເຊ​ເຣັດ​ໄປ​ນຳ ຊຶ່ງ​ແປ​ວ່າ ໂຕ​ເຜິ້ງ, ແລະ ພວກ​ເຂົາ​ໄດ້​ເອົາ​ຝູງ​ເຜິ້ງ​ໄປ​ນຳ​ດັ່ງ​ນັ້ນ; ແລະ ສິ່ງ​ທີ່​ມີ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ນາໆ​ຊະ​ນິດ, ເມັດ​ພືດ​ເຄື່ອງ​ປູກ​ຂອງ​ຝັງ​ທຸກ​ຊະ​ນິດ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ລົງ​ມາ​ຮອດ​ຮ່ອມ​ພູ​ນີມ​ໂຣດ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ ແລະ ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ; ແລະ ພຣະ​ອົງ​ໄດ້​ປະ​ທັບ​ຢູ່​ໃນ ກ້ອນ​ເມກ, ແລະ ນ້ອງ​ຊາຍ​ຂອງ​ຢາເຣັດ​ກໍ​ບໍ່​ໄດ້​ເຫັນ​ພຣະ​ອົງ​ເລີຍ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ພວກ​ເຂົາ​ໃຫ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແທ້​ຈິງ​ແລ້ວ, ໄປ​ຫາ​ສ່ວນ​ບ່ອນ​ທີ່​ບໍ່​ມີ​ຜູ້​ໃດ​ໄປ​ເຖິງ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ອອກ​ທາງ​ໜ້າ​ພວກ​ເຂົາ, ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ​ຂະນະ​ທີ່​ພຣະ​ອົງ​ປະ​ທັບ​ຢູ່​ໃນ ກ້ອນ​ເມກ, ແລະ ຊີ້​ທາງ​ທີ່​ພວກ​ເຂົາ​ຄວນ​ຈະ​ໄປ​ຫາ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເດີນ​ທາງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ໄດ້​ສ້າງ​ເຮືອ​ບັນ​ທຸກ ຊຶ່ງ​ດ້ວຍ​ເຮືອ​ນັ້ນ​ພວກ​ເຂົາ​ຈະ​ໄດ້​ໃຊ້​ຂ້າມ​ແມ່​ນ້ຳ​ຫລາຍ​ສາຍ ແລະ ໄດ້​ຮັບ​ການ​ຊີ້​ທາງ​ຕະຫລອດ​ເວລາ ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

7 ແລະ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຍອມ​ໃຫ້​ພວກ​ເຂົາ​ຢຸດ​ພັກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເລີຍ​ທະເລ​ໄປ, ແຕ່​ພຣະ​ອົງ​ຢາກ​ໃຫ້​ພວກ​ເຂົາ​ເລີຍ​ໄປ​ຈົນ​ເຖິງ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ຊຶ່ງ​ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ທັງ​ສິ້ນ ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ໄວ້​ໃຫ້​ຄົນ​ຊອບ​ທຳ.

8 ແລະ ພຣະ​ອົງ​ໄດ້​ສາບານ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ​ດ້ວຍ​ພຣະ​ພິ​ໂລດ​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ນີ້ ນັບ​ແຕ່​ເວລາ​ນັ້ນ​ໄປ​ຕະຫລອດ​ການ, ຜູ້​ນັ້ນ​ຈະ​ຕ້ອງ ຮັບ​ໃຊ້​ພຣະ​ອົງ ຜູ້​ເປັນ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ແລະ ອົງ​ດຽວ​ເທົ່າ​ນັ້ນ, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ຖືກ ກວາດ​ອອກ​ໄປ​ເມື່ອ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ມາ​ຫາ​ພວກ​ເຂົາ.

9 ແລະ ບັດ​ນີ້, ພວກ​ເຮົາ​ເຫັນ​ໄດ້​ເຖິງ​ພຣະ​ດຳ​ລັດ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ແຜ່ນ​ດິນ​ນີ້, ຄື​ເປັນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ຊາດ​ໃດ​ກໍ​ຕາມ​ທີ່​ເປັນ​ເຈົ້າ​ຂອງ ຊາດ​ນັ້ນ​ຈະ​ຕ້ອງ​ຮັບ​ໃຊ້​ພຣະ​ເຈົ້າ, ຖ້າ​ບໍ່​ດັ່ງ​ນັ້ນ ເຂົາ​ຈະ​ຖືກ​ກວາດ​ອອກ​ໄປ​ເວລາ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ມາ​ຫາ​ພວກ​ເຂົາ. ແລະ ຄວາມ​ສົມ​ບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຈະ​ມາ​ຫາ​ພວກ​ເຂົາ​ໃນ​ເວລາ​ພວກ​ເຂົາ​ສຸກ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ.

10 ເພາະ​ຈົ່ງ​ເບິ່ງ, ນີ້​ເປັນ​ແຜ່ນ​ດິນ​ທີ່​ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ທັງ​ສິ້ນ; ດັ່ງ​ນັ້ນ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ຈະ​ຕ້ອງ​ຮັບ​ໃຊ້​ພຣະ​ເຈົ້າ; ຖ້າ​ບໍ່​ດັ່ງ​ນັ້ນ ຈະ​ຖືກ​ກວາດ​ອອກ​ໄປ ເພາະ​ວ່າ​ມັນ​ເປັນ​ພຣະ​ດຳ​ລັດ​ອັນ​ເປັນ​ນິດ​ຂອງ​ພຣະ​ເຈົ້າ. ແລະ ມັນ​ຈະ​ບໍ່​ເກີດ​ຂຶ້ນ​ຈົນ​ກວ່າ​ຈະ​ຮອດ ຄວາມ​ສົມ​ບູນ​ຂອງ​ຄວາມ​ຊົ່ວ​ຮ້າຍ​ໃນ​ບັນ​ດາ​ລູກ​ຫລານ​ຂອງ​ແຜ່ນ​ດິນ ທີ່​ພວກ​ເຂົາ​ຈະ​ຖືກ ກວາດ​ອອກ​ໄປ.

11 ແລະ ມັນ​ຈະ​ມາ​ຫາ​ທ່ານ, ໂອ້ ທ່ານ ຄົນ​ຕ່າງ​ຊາດ, ເພື່ອ​ທ່ານ​ຈະ​ໄດ້​ຮູ້​ຈັກ​ພຣະ​ດຳ​ລັດ​ຂອງ​ພຣະ​ເຈົ້າ—ເພື່ອ​ທ່ານ​ຈະ​ກັບ​ໃຈ, ແລະ ບໍ່​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ທ່ານ​ຕໍ່​ໄປ​ຈົນ​ກວ່າ​ຄວາມ​ສົມ​ບູນ​ນັ້ນ​ມາ​ຮອດ, ເພື່ອ​ທ່ານ​ຈະ​ບໍ່​ໄດ້​ນຳ​ເອົາ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ລົງ​ມາ​ຫາ​ທ່ານ​ຄື​ກັນ​ກັບ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ເຄີຍ​ເຮັດ​ມາ​ແລ້ວ.

12 ຈົ່ງ​ເບິ່ງ, ນີ້​ເປັນ​ແຜ່ນ​ດິນ​ທີ່​ປະ​ເສີດ​ເລີດ​ລ້ຳ, ແລະ ປະ​ຊາດ​ຊາດ​ໃດ​ກໍ​ຕາມ​ທີ່​ຈະ​ມາ​ເປັນ​ເຈົ້າ​ຂອງ​ມັນ ຈະ​ເປັນ ອິດສະ​ລະ​ຈາກ​ຄວາມ​ເປັນ​ທາດ, ແລະ ຈາກ​ການ​ເປັນ​ຊະ​ເລີຍ ແລະ ຈາກ​ປະ​ຊາ​ຊາດ​ອື່ນ​ທັງ​ໝົດ​ພາຍ​ໃຕ້​ສະຫວັນ​ຊັ້ນ​ຟ້າ​ນີ້, ຖ້າ​ຫາກ​ເຂົາ​ພຽງ​ແຕ່​ຈະ ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ແຜ່ນ​ດິນ, ຄື​ພຣະ​ເຢຊູ​ຄຣິດ, ຜູ້​ຊຶ່ງ​ໄດ້​ສະແດງ​ໃຫ້​ປະຈັກ​ມາ​ແລ້ວ​ໂດຍ​ເລື່ອງ​ທີ່​ພວກ​ເຮົາ​ຂຽນ​ໄວ້.

13 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ເລີ່ມ​ເຮັດ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ໄປ; ເພາະ​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ເອົາ​ຢາເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ມາ​ຈົນ​ຮອດ​ທະເລ​ໃຫຍ່​ແບ່ງ​ແຍກ​ແຜ່ນ​ດິນ. ແລະ ເມື່ອ​ພວກ​ເຂົາ​ມາ​ຮອດ​ທະເລ​ແລ້ວ ພວກ​ເຂົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ; ແລະ ພວກ​ເຂົາ​ເອີ້ນ​ບ່ອນ​ນັ້ນ​ວ່າ ໂມ​ຣິ​ອານ​ຄູ​ເມີ; ແລະ ພວກ​ເຂົາ​ໄດ້​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ​ນັ້ນ​ຢູ່​ແຄມ​ຝັ່ງ​ທະເລ​ແຫ່ງ​ນັ້ນ​ເປັນ​ເວລາ​ສີ່​ປີ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ທ້າຍ​ປີ​ທີ​ສີ່ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ​ຫາ​ນ້ອງ​ຊາຍ​ຂອງ​ຢາເຣັດ​ອີກ, ແລະ ປະ​ທັບ​ຢູ່​ໃນ​ກ້ອນ​ເມກ ແລະ ໄດ້​ກ່າວ​ກັບ​ລາວ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ​ເປັນ​ເວລາ​ສາມ​ຊົ່ວ​ໂມງ, ແລະ ຕີ​ສອນ​ລາວ ຍ້ອນ​ວ່າ​ລາວ​ບໍ່​ໄດ້​ຈື່​ຈຳ​ທີ່​ຈະ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ.

15 ແລະ ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ທີ່​ລາວ​ໄດ້​ເຮັດ​ໄປ​ນັ້ນ, ແລະ ໄດ້​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ພີ່​ນ້ອງ​ຂອງ​ລາວ​ຜູ້​ທີ່​ຢູ່​ນຳ​ລາວ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລາວ​ວ່າ: ເຮົາ​ຈະ​ຍົກ​ໂທດ​ໃຫ້​ເຈົ້າ ແລະ ພີ່​ນ້ອງ​ຂອງ​ເຈົ້າ​ກ່ຽວ​ກັບ​ບາບ​ຂອງ​ພວກ​ເຂົາ; ແຕ່​ວ່າ​ເຈົ້າ​ຢ່າ​ໄດ້​ເຮັດ​ບາບ​ອີກ​ຕໍ່​ໄປ, ແລະ ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ ວິນ​ຍານ​ຂອງ​ເຮົາ​ຈະ​ບໍ່ ພະ​ຍາ​ຍາມ​ຢູ່​ກັບ​ມະນຸດ​ສະເໝີ​ໄປ; ດັ່ງ​ນັ້ນ, ຖ້າ​ຫາກ​ເຈົ້າ​ເຮັດ​ບາບ​ອີກ​ຕໍ່​ໄປ​ຈົນ​ສຸກ​ເຕັມ​ທີ່​ແລ້ວ, ເຈົ້າ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ນີ້​ຄື​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ກ່ຽວ​ກັບ​ແຜ່ນ​ດິນ ຊຶ່ງ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ​ເພື່ອ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ເຈົ້າ; ເພາະ​ວ່າ​ມັນ​ຈະ​ເປັນ​ແຜ່ນ​ດິນ​ທີ່ ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ທັງ​ສິ້ນ.

16 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ຈົ່ງ​ລົງ​ມື​ເຮັດ​ວຽກ, ແລະ ສ້າງ​ເຮືອ​ຕາມ​ແບບ​ຊຶ່ງ​ເຮົາ​ເຮັດ​ໄວ້​ກ່ອນ​ນັ້ນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ລົງ​ມື​ສ້າງ​ເຮືອ​ພ້ອມ​ທັງ​ພີ່​ນ້ອງ​ຂອງ​ລາວ, ແລະ ໄດ້​ສ້າງ​ເຮືອ​ຕາມ​ແບບ​ທີ່​ພວກ​ເຂົາ​ໄດ້​ເຮັດ​ມາ​ແລ້ວ​ຕາມ ຄຳ​ແນະນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ມັນ​ນ້ອຍ ແລະ ເບົາ​ຢູ່​ເທິງ​ໜ້າ​ນ້ຳ​ຄື​ກັນ​ກັບ​ຄວາມ​ເບົາ​ຂອງ​ນົກ​ທີ່​ຢູ່​ເທິງ​ໜ້າ​ນ້ຳ.

17 ແລະ ເຮືອ​ເຫລົ່າ​ນັ້ນ​ຖືກ​ສ້າງ​ຂຶ້ນ​ຕາມ​ວິ​ທີ​ອັນ ແໜ້ນ​ໜາ​ທີ່​ສຸດ, ຈົນ​ວ່າ​ມັນ​ສາ​ມາດ​ບັນ​ຈຸ​ນ້ຳ​ໄດ້​ຄື​ກັນ​ກັບ​ຊາມ; ແລະ ທ້ອງ​ຂອງ​ມັນ​ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ; ແລະ ຂ້າງ​ຂອງ​ມັນ​ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ, ແລະ ທ້າຍ​ທັງ​ສອງ​ເບື້ອງ​ສ້ວຍ​ແຫລມ; ແລະ ທາງ​ເທິງ​ຂອງ​ມັນ​ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ; ແລະ ຄວາມ​ຍາວ​ຂອງ​ມັນ​ຄື​ກັນ​ກັບ​ຄວາມ​ຍາວ​ຂອງ​ຕົ້ນ​ໄມ້; ແລະ ປະຕູ​ຂອງ​ມັນ, ເວລາ​ປິດ​ແລ້ວ, ມັນ​ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ມີ​ຄວາມ​ວ່າ: ໂອ້ ພຣະຜູ້​ເປັນເຈົ້າ, ຂ້າ​ນ້ອຍ​ໄດ້​ເຮັດ​ວຽກ​ຊຶ່ງ​ພຣະ​ອົງ​ບັນ​ຊາ​ຂ້າ​ນ້ອຍ​ແລ້ວ, ແລະ ຂ້າ​ນ້ອຍ​ໄດ້​ເຮັດ​ເຮືອ​ຕາມ​ທີ່​ພຣະ​ອົງ​ແນະນຳ​ໃຫ້​ຂ້າ​ນ້ອຍ​ເຮັດ.

19 ແລະ ຈົ່ງ​ທອດ​ພຣະ​ເນດ​ເບິ່ງ, ໂອ້ ພຣະຜູ້​ເປັນເຈົ້າ, ມັນ​ບໍ່​ມີ​ແສງ​ສະ​ຫວ່າງ​ຢູ່​ໃນ​ເຮືອ​ເລີຍ? ແລະ ຂ້າ​ນ້ອຍ​ຈະ​ບັງ​ຄັບ​ເຮືອ​ໄປ​ທາງ​ໃດ? ພວກ​ຂ້າ​ນ້ອຍ​ຈະ​ຕ້ອງ​ຕາຍ​ເພາະ​ວ່າ​ພວກ​ຂ້າ​ນ້ອຍ​ຫາຍ​ໃຈ​ບໍ່​ໄດ້​ໃນ​ເຮືອ, ນອກ​ຈາກ​ດ້ວຍ​ອາ​ກາດ​ທີ່​ຢູ່​ໃນ​ນັ້ນ; ສະນັ້ນ​ພວກ​ຂ້າ​ນ້ອຍ​ຈະ​ຕ້ອງ​ຕາຍ.

20 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ​ວ່າ: ຈົ່ງ​ເບິ່ງ, ໃຫ້​ເຈົ້າ​ເຈາະ​ຮູ​ຂ້າງ​ເທິງ​ຮູ​ໜຶ່ງ ແລະ ເຈາະ​ທ້ອງ​ເຮືອ​ອີກ​ຮູ​ໜຶ່ງ. ແລະ ເມື່ອ​ເຈົ້າ​ຈະ​ຕ້ອງ​ທົນ​ທຸກ​ເພາະ​ຂາດ​ອາ​ກາດ ໃຫ້​ເຈົ້າ​ເປີດ​ຮູ ແລະ ຮັບ​ອາ​ກາດ. ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ນ້ຳ​ໄຫລ​ເຂົ້າ​ມາ​ຫາ​ເຈົ້າ, ຈົ່ງ​ເບິ່ງ, ໃຫ້​ເຈົ້າ​ປິດ​ຮູ​ເພື່ອ​ເຈົ້າ​ຈະ​ບໍ່​ຕາຍ​ດ້ວຍ​ນ້ຳ​ຖ້ວມ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ເຮັດ​ຕາມ​ນັ້ນ, ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ໃຫ້​ເຮັດ.

22 ແລະ ລາວ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ມີ​ຄວາມ​ວ່າ: ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ຈົ່ງ​ໂປດ​ທອດ​ພຣະ​ເນດ​ເຖີດ, ຂ້າ​ນ້ອຍ​ໄດ້​ເຮັດ​ຕາມ​ທີ່​ພຣະ​ອົງ​ໄດ້​ບັນ​ຊາ​ຂ້າ​ນ້ອຍ​ແລ້ວ, ແລະ ຂ້າ​ນ້ອຍ​ໄດ້​ຕຽມ​ພາ​ຊະນະ​ໄວ້​ສຳ​ລັບ​ຜູ້​ຄົນ​ຂອງ​ຂ້າ​ນ້ອຍ​ແລ້ວ, ແລະ ຈົ່ງ​ທອດ​ພຣະ​ເນດ​ເຖີດ, ມັນ​ບໍ່​ມີ​ແສງ​ສະ​ຫວ່າງ​ເລີຍ​ຢູ່​ໃນ​ນັ້ນ. ຈົ່ງ​ທອດ​ພຣະ​ເນດ​ເຖີດ, ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ຈະ​ປ່ອຍ​ໃຫ້​ພວກ​ຂ້າ​ນ້ອຍ​ຂ້າມ​ນ້ຳ​ອັນ​ກວ້າງ​ໃຫຍ່​ດ້ວຍ​ຄວາມ​ມືດ​ບໍ?

23 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ​ວ່າ: ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ສິ່ງ​ໃດ​ໃຫ້​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ມີ​ແສງ​ສະ​ຫວ່າງ​ຢູ່​ໃນ​ພາ​ຊະນະ​ຂອງ​ເຈົ້າ? ເພາະ​ຈົ່ງ​ເບິ່ງ, ເຈົ້າ​ບໍ່​ສາ​ມາດ​ມີ​ປ່ອງ​ຢ້ຽມ​ເພາະ​ວ່າ​ມັນ​ຈະ​ແຕກ​ອອກ​ເປັນ​ປ່ຽງໆ, ທັງ​ເຈົ້າ​ບໍ່​ສາ​ມາດ​ເອົາ​ໄຟ​ໄປ​ກັບ​ເຈົ້າ ເພາະ​ວ່າ​ເຈົ້າ​ຈະ​ບໍ່​ໄດ້​ໄປ​ດ້ວຍ​ແສງ​ໄຟ.

24 ເພາະ​ຈົ່ງ​ເບິ່ງ, ເຈົ້າ​ຈະ​ເປັນ​ຄື​ກັບ​ປາ​ວານ​ຢູ່​ໃນ​ກາງ​ທະເລ; ເພາະ​ວ່າ​ຄື້ນ​ທະເລ​ຈະ​ມາ​ກະ​ທົບ​ຖ້ວມ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ຈະ​ຂຶ້ນ​ມາ​ອີກ​ຈາກ​ຄວາມ​ເລິກ​ຂອງ​ທະເລ; ເພາະ​ວ່າ ລົມ​ນັ້ນ​ພັດ​ອອກ​ຈາກ​ປາກ​ຂອງ​ເຮົາ, ແລະ ເຮົາ​ຈະ​ສົ່ງ ຝົນ ແລະ ນ້ຳ​ຖ້ວມ​ໄປ​ນຳ​ອີກ.

25 ແລະ ຈົ່ງ​ເບິ່ງ, ເຮົາ​ຕຽມ​ເຈົ້າ​ໄວ້​ຕໍ່​ສູ້​ສິ່ງ​ເຫລົ່າ​ນີ້; ເພາະ​ວ່າ​ເຈົ້າ​ຈະ​ຂ້າມ​ຄວາມ​ເລິກ​ອັນ​ກວ້າງ​ໃຫຍ່​ນີ້​ໄປ​ບໍ່​ໄດ້​ນອກ​ຈາກ​ວ່າ​ເຮົາ​ຈະ​ຕຽມ​ເຈົ້າ​ຕໍ່​ສູ້​ກັບ​ຄື້ນ​ທະເລ ແລະ ລົມ​ທີ່​ພັດ​ມາ ແລະ ນ້ຳ​ຖ້ວມ​ທີ່​ຈະ​ມາ​ຫາ​ເຈົ້າ​ເສຍ​ກ່ອນ. ສະນັ້ນ ເຈົ້າ​ຢາກ​ໃຫ້​ເຮົາ​ຕຽມ​ສິ່ງ​ໃດ​ໃຫ້​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ມີ​ແສງ​ສະ​ຫວ່າງ​ເວລາ​ເຈົ້າ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ເລິກ​ທີ່​ສຸດ​ຂອງ​ທະເລ?