ພຣະ​ຄຳ​ພີ
ອີເທີ 6


ບົດ​ທີ 6

ເຮືອ​ຂອງ​ຊາວ​ຢາເຣັດ​ຖືກ​ລົມ​ພັດ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ—ຜູ້​ຄົນ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ—ໂອ​ໄຣ​ຮາ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ປົກ​ຄອງ​ພວກ​ເຂົາ—ຢາເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ໄດ້​ສິ້ນ​ຊີ​ວິດ​ໄປ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ເລີ່ມ​ຂຽນ​ບັນ​ທຶກ​ຂອງ​ຢາເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ຕໍ່​ໄປ.

2 ເພາະ​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ ກ້ອນ​ຫີນ​ເຫລົ່າ​ນັ້ນ ຊຶ່ງ​ນ້ອງ​ຊາຍ​ຂອງ​ຢາເຣັດ​ນຳ​ຂຶ້ນ​ໄປ​ເທິງ​ພູ​ເຂົາ​ແລ້ວ, ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ລົງ​ມາ​ຈາກ​ພູ​ນັ້ນ, ແລະ ລາວ​ໄດ້​ເອົາ​ກ້ອນ​ຫີນ​ໃສ່​ໄວ້​ໃນ​ພາ​ຊະນະ ຊຶ່ງ​ຕຽມ​ໄວ້​ແລ້ວ, ກ້ອນ​ໜຶ່ງ​ໄວ້​ແຕ່​ລະ​ສົ້ນ​ຂອງ​ເຮືອ; ແລະ ຈົ່ງ​ເບິ່ງ, ມັນ​ໄດ້​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ພາ​ຊະນະ​ເຫລົ່າ​ນັ້ນ.

3 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ໃຫ້​ກ້ອນ​ຫີນ​ສ່ອງ​ແສງ​ໃນ​ຄວາມ​ມືດ, ເພື່ອ​ໃຫ້​ຄວາມ​ແຈ້ງ​ແກ່​ພວກ​ຜູ້​ຊາຍ, ພວກ​ແມ່​ຍິງ, ແລະ ເດັກ​ນ້ອຍ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ຂ້າມ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່​ໃນ​ຄວາມ​ມືດ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ຕຽມ​ອາຫານ​ທຸກ​ຢ່າງ​ໄວ້​ຮຽບ​ຮ້ອຍ​ແລ້ວ ເພື່ອ​ພວກ​ເຂົາ​ຈະ​ໄດ້​ດຳ​ລົງ​ຄົງ​ຢູ່​ໄດ້​ໃນ​ທະເລ​ນ້ຳ​ນັ້ນ, ແລະ ອາຫານ​ສຳ​ລັບ​ສັດ​ລ້ຽງ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ, ພ້ອມ​ທັງ​ສັດ​ປ່າ ແລະ ນົກ​ນາໆ​ຊະ​ນິດ ທີ່​ພວກ​ເຂົາ​ຄວນ​ເອົາ​ໄປ​ນຳ​ອີກ—​ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ຈັດ​ແຈງ​ຮຽບ​ຮ້ອຍ​ແລ້ວ ພວກ​ເຂົາ​ໄດ້​ລົງ​ໄປ​ຫາ​ພາ​ຊະນະ ຫລື ເຮືອ​ຂອງ​ພວກ​ເຂົາ ແລະ ອອກ​ທະເລ​ໄປ, ໂດຍ​ມອບ​ຕົນ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ເກີດ ລົມ​ແຮງ​ພັດ​ຢູ່​ເທິງ​ໜ້າ​ນ້ຳ ພັດ​ໄປ​ທາງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ພວກ​ເຂົາ​ຈຶ່ງ​ຖືກ​ລົມ​ພັດ​ຍູ້​ໄປ​ເທິງ​ຄື້ນ​ຂອງ​ທະເລ​ດັ່ງ​ນັ້ນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຖືກ​ຝັງ​ຢູ່​ໃນ​ຄວາມ​ເລິກ​ຂອງ​ທະເລ​ຫລາຍ​ເທື່ອ ຍ້ອນ​ວ່າ​ຟອງ​ນ້ຳ​ຂະ​ໜາດ​ໃຫຍ່ ຊຶ່ງ​ພັດ​ພວກ​ເຂົາ ແລະ ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ໃຫຍ່ ແລະ ຮ້າຍ​ແຮງ ຊຶ່ງ​ເກີດ​ຂຶ້ນ​ຍ້ອນ​ຄວາມ​ຮ້າຍ​ກາດ​ຂອງ​ລົມ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ຖືກ​ຝັງ​ຢູ່​ໃນ​ຄວາມ​ເລິກ​ຂອງ​ທະເລ ນ້ຳ​ກໍ​ເຮັດ​ອັນ​ຕະ​ລາຍ​ໃຫ້​ພວກ​ເຂົາ​ບໍ່​ໄດ້​ເລີຍ, ເພາະ​ພາ​ຊະນະ​ຂອງ​ພວກ​ເຂົາ​ນັ້ນ ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ, ແລະ ພວກ​ມັນ​ແໜ້ນ​ໜາ​ຄື​ກັນ​ກັບ ເຮືອ​ຂອງ​ໂນອາ; ສະນັ້ນ​ເວລາ​ທີ່​ພວກ​ເຂົາ​ຈົມ​ລົງ​ນ້ຳ​ເລິກ ພວກ​ເຂົາ​ກໍ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ອົງ​ກໍ​ໄດ້​ນຳ​ພວກ​ເຂົາ​ຂຶ້ນ​ມາ​ໜ້າ​ນ້ຳ​ອີກ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລົມ​ບໍ່​ໄດ້​ຢຸດ​ພັດ​ໄປ​ທາງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ເລີຍ​ໃນ​ຂະນະ​ທີ່​ພວກ​ເຂົາ​ຢູ່​ເທິງ​ແຜ່ນ​ນ້ຳ; ແລະ ພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ຍູ້​ໄປ​ທາງ​ໜ້າ​ລົມ​ນັ້ນ.

9 ແລະ ພວກ​ເຂົາ​ໄດ້ ຮ້ອງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ຮ້ອງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ໝົດ​ມື້; ແລະ ລາວ​ໄດ້ ຂອບ​ພຣະ​ຄຸນ ແລະ ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ຕະຫລອດ​ທັງ​ວັນ; ແລະ ເມື່ອ​ຮອດ​ຕອນ​ກາງ​ຄືນ, ພວກ​ເຂົາ​ກໍ​ບໍ່​ໄດ້​ຢຸດ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ.

10 ແລະ ພວກ​ເຂົາ​ໄດ້​ຖືກ​ພັດ​ໄປ​ດັ່ງ​ນັ້ນ; ແລະ ບໍ່​ມີ​ຜີ​ສາດ​ທະເລ​ຕົວ​ໃດ​ສາ​ມາດ​ທຳ​ລາຍ​ພວກ​ເຂົາ​ໄດ້​ເລີຍ, ທັງ​ປາ​ວານ​ກໍ​ເຮັດ​ໃຫ້​ພວກ​ເຂົາ​ເສຍ​ຫາຍ​ບໍ່​ໄດ້; ແລະ ພວກ​ເຂົາ​ມີ​ແສງ​ສະ​ຫວ່າງ​ຢູ່​ຕະຫລອດ​ເວລາ​ເຖິງ​ແມ່ນ​ຈະ​ຢູ່​ເທິງ​ນ້ຳ ຫລື ໃຕ້​ນ້ຳ.

11 ແລະ ພວກ​ເຂົາ​ໄດ້​ຖືກ​ພັດ​ໄປ​ຢູ່​ເທິງ​ໜ້າ​ນ້ຳ​ເປັນ​ເວລາ​ສາມ​ຮ້ອຍ​ສີ່​ສິບ​ສີ່​ມື້.

12 ແລະ ພວກ​ເຂົາ​ໄດ້​ຂຶ້ນ​ຝັ່ງ​ຂອງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ແລະ ເວລາ​ພວກ​ເຂົາ​ກ້າວ​ຕີນ​ຂຶ້ນ​ຝັ່ງ​ຂອງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ແລ້ວ, ພວກ​ເຂົາ​ກໍ​ກົ້ມ​ຂາບ​ລົງ​ຢູ່​ກັບ​ພື້ນ​ດິນ, ແລະ ໄດ້​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຫລັ່ງ​ນ້ຳ​ຕາ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ຄວາມ​ສຸກ​ຍ້ອນ​ວ່າ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ພວກ​ເຂົາ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ອອກ​ໄປ​ຕາມ​ຜືນ​ແຜ່ນ​ດິນ ແລະ ເລີ່ມ​ໄຖ​ດິນ.

14 ແລະ ຢາເຣັດ​ມີ​ລູກ​ຊາຍ​ຢູ່​ສີ່​ຄົນ; ແລະ ພວກ​ເຂົາ​ມີ​ຊື່​ວ່າ ຢາ​ຄົມ, ແລະ ກຽວ​ກາ, ແລະ ເມ​ຮາ, ແລະ ໂອ​ໄຣ​ຮາ.

15 ແລະ ນ້ອງ​ຊາຍ​ຂອງ​ຢາເຣັດ​ກໍ​ມີ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ຄື​ກັນ.

16 ແລະ ໝູ່​ເພື່ອນ​ຂອງ​ຢາເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ມີ​ຈຳນວນ​ປະ​ມານ​ຊາວ​ສອງ​ຄົນ; ແລະ ພວກ​ເຂົາ​ເກີດ​ລູກ​ຊາຍ ແລະ ລູກ​ສາວ​ຫລາຍ​ຄົນ​ກ່ອນ​ທີ່​ຈະ​ມາ​ຮອດ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ນີ້; ແລະ ສະນັ້ນ​ພວກ​ເຂົາ​ຈຶ່ງ​ເລີ່ມ​ມີ​ຈຳນວນ​ຄົນ​ຫລາຍ​ຂຶ້ນ.

17 ແລະ ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້ ເດີນ​ໄປ​ຢ່າງ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເຂົາ​ໄດ້​ຮັບ​ການ ສິດ​ສອນ​ຈາກ​ເບື້ອງ​ບົນ​ນຳ​ອີກ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ເລີ່ມ​ແຜ່​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ແຜ່ນ​ດິນ ແລະ ເພີ່ມ​ທະ​ວີ​ຂຶ້ນ, ແລະ ໄດ້​ໄຖ​ດິນ; ແລະ ພວກ​ເຂົາ​ໄດ້​ໝັ້ນ​ຄົງ​ຫລາຍ​ຂຶ້ນ​ໃນ​ແຜ່ນ​ດິນ.

19 ແລະ ນ້ອງ​ຊາຍ​ຂອງ​ຢາເຣັດ​ເລີ່ມ​ເຖົ້າ​ແກ່​ລົງ, ແລະ ເຫັນ​ວ່າ​ໃນ​ບໍ່​ຊ້າ​ນີ້​ຕົນ​ເອງ​ກໍ​ຈະ​ຕ້ອງ​ລົງ​ໄປ​ສູ່​ຫລຸມ​ຝັງ​ສົບ​ແລ້ວ; ດັ່ງ​ນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ຢາເຣັດ​ວ່າ: ໃຫ້​ພວກ​ເຮົາ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພວກ​ເຮົາ ເພື່ອ​ພວກ​ເຮົາ​ຈະ​ໄດ້​ນັບ​ຈຳນວນ​ພວກ​ເຂົາ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮູ້​ຈັກ​ວ່າ ພວກ​ເຂົາ​ປາດ​ຖະ​ໜາ​ອັນ​ໃດ​ຈາກ​ພວກ​ເຮົາ​ກ່ອນ​ທີ່​ພວກ​ເຮົາ​ຈະ​ລົງ​ໄປ​ສູ່​ຫລຸມ​ຝັງ​ສົບ.

20 ແລະ ຜູ້​ຄົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຕາມ​ນັ້ນ. ບັດ​ນີ້​ຈຳນວນ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ​ມີ​ຊາວ​ສອງ​ຄົນ; ແລະ ຈຳນວນ​ລູກ​ສາວ ແລະ ລູກ​ຊາຍ​ຂອງ​ຢາເຣັດ​ມີ​ສິບ​ສອງ​ຄົນ, ລາວ​ມີ​ລູກ​ຊາຍ​ຢູ່​ສີ່​ຄົນ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຂົາ​ເຈົ້າ​ໄດ້​ນັບ​ຈຳນວນ​ຜູ້​ຄົນ​ຂອງ​ຕົນ; ແລະ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ນັບ​ຈຳນວນ​ແລ້ວ, ເຂົາ​ເຈົ້າ​ໄດ້​ສອບ​ຖາມ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ​ວ່າ ພວກ​ເຂົາ​ປາດ​ຖະ​ໜາ​ໃຫ້​ເຂົາ​ເຈົ້າ​ເຮັດ​ຫຍັງ​ໃຫ້​ພວກ​ເຂົາ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ລົງ​ໄປ​ສູ່​ຫລຸມ​ຝັງ​ສົບ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ປາດ​ຖະ​ໜາ​ຢາກ​ໃຫ້​ເຂົາ​ເຈົ້າ ເຈີມ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ເຂົາ​ເຈົ້າໃຫ້​ເປັນ​ກະສັດ​ປົກ​ຄອງ​ພວກ​ເຂົາ.

23 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ເປັນ​ການ​ໂສກ​ເສົ້າ​ຫລາຍ​ສຳ​ລັບ​ເຂົາ​ເຈົ້າ. ແລະ ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ເຫລົ່າ​ນັ້ນ​ວ່າ: ສິ່ງ​ນີ້​ຈະ ນຳ​ໄປ​ສູ່​ການ​ເປັນ​ຊະ​ເລີຍ​ຢ່າງ​ແນ່​ນອນ.

24 ແຕ່​ວ່າ​ຢາເຣັດ​ໄດ້​ເວົ້າ​ກັບ​ນ້ອງ​ຊາຍ​ວ່າ: ຈົ່ງ​ປ່ອຍ​ໃຫ້​ພວກ​ເຂົາ​ມີ​ກະສັດ​ເສຍ. ແລະ ສະນັ້ນ ລາວ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ພວກ​ເຈົ້າ​ຈົ່ງ​ເລືອກ​ເອົາ​ກະສັດ​ຈາກ​ບັນ​ດາ​ລູກ​ຊາຍ​ຂອງ​ພວກ​ເຮົາ​ຜູ້​ທີ່​ພວກ​ເຈົ້າ​ພໍ​ໃຈ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເລືອກ​ເອົາ​ລູກ​ກົກ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ ຜູ້​ທີ່​ມີ​ຊື່​ວ່າ ເພ​ແກກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພ​ແກກ​ປະ​ຕິ​ເສດ ແລະ ບໍ່​ຍອມ​ເປັນ​ກະສັດ​ຂອງ​ພວກ​ເຂົາ. ແລະ ຜູ້​ຄົນ​ຢາກ​ໃຫ້​ບິດາ​ຂອງ​ລາວ​ບັງ​ຄັບ​ລາວ​ໃຫ້​ເປັນ, ແຕ່​ບິດາ​ຂອງ​ລາວ​ບໍ່​ຍອມ; ແລະ ລາວ​ໄດ້​ບອກ​ພວກ​ເຂົາ​ວ່າ ບໍ່​ຄວນ​ບັງ​ຄັບ​ຜູ້​ໃດ​ໃຫ້​ເປັນ​ກະສັດ​ຂອງ​ພວກ​ເຂົາ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເລືອກ​ເອົາ​ນ້ອງ​ຊາຍ​ທັງ​ໝົດ​ຂອງ​ເພ​ແກກ, ແຕ່​ບໍ່​ມີ​ຜູ້​ໃດ​ຍອມ​ຮັບ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ລູກ​ຊາຍ​ຂອງ​ຢາເຣັດ​ກໍ​ບໍ່​ຍອມ​ຈັກ​ຄົນ​ນອກ​ຈາກ​ຜູ້​ດຽວ​ເທົ່າ​ນັ້ນ; ແລະ ໂອ​ໄຣ​ຮາ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ປົກ​ຄອງ​ຜູ້​ຄົນ.

28 ແລະ ລາວ​ໄດ້​ເລີ່ມ​ປົກ​ຄອງ ແລະ ຜູ້​ຄົນ​ກໍ​ເລີ່ມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ ແລະ ພວກ​ເຂົາ​ກັບ​ມາ​ເປັນ​ຄົນ​ຮັ່ງ​ມີ​ເປັນ​ດີ​ຢ່າງ​ຍິ່ງ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຢາເຣັດ​ໄດ້​ສິ້ນ​ຊີ​ວິດ​ໄປ, ແລະ ນ້ອງ​ຊາຍ​ຂອງ​ລາວ​ກໍ​ຄື​ກັນ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂອ​ໄຣ​ຮາ​ໄດ້​ເດີນ​ໄປ​ຢ່າງ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຈື່​ຈຳ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ເພື່ອ​ບິດາ​ຂອງ​ລາວ, ແລະ ລາວ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ລາວ​ອີກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່​ແນວ​ໃດ​ເພື່ອ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.