ບົດ​ວິ​ເຄາະ​ໂດຍ​ຫຍໍ້ກ່ຽວ​ກັບ​​ພຣະ​ຄຳ​ພີ​ມໍ​ມອນ

 ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ບັນທຶກ​ທີ່​ສັກສິດ​ຂອງ​ຊາວ​ອາ​ເມ​ຣິ​ກາສະ​ໄໝ​ໂບຮານ ແລະ ໄດ້​ບັນທຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ທີ່​ເປັນ​ໂລຫະ​ຕ່າງໆ. ແຜ່ນ​ບັນທຶກ​ສີ່​ປະ​ເພດ​ລະບຸ​ໄວ້​ໃນ​ໜ້າ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ຄື:

  1. ແຜ່ນ​ຈາລຶກ​ຂອງ​ນີ​ໄຟ ຊຶ່ງມີ​ຢູ່​ສອງ​ແບບ. ແຜ່ນ​ຈາລຶກ​ນ້ອຍ​ກັບ​ແຜ່ນ​ຈາລຶກ​ໃຫຍ່. ແບບ​ທຳ​ອິດ​ແມ່ນ​ເຈາະ​ຈົງ​ໃສ່​ສິ່ງ​ສັກສິດ ແລະ ການ​ຮັບ​ໃຊ້ ແລະ ການ​ສິດສອນ​ຂອງ​ສາດສະດາ​ທັງຫລາຍ ຊຶ່ງສ່ວນ​ຖັດກັນ​ໄປ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ປະຫວັດສາດ​ຂອງ​ຝູງ​ຊົນ​ທີ່​ກ່ຽວຂ້ອງ (1 ນີ​ໄຟ 9:2–4). ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ວັນ​ເວລາ​ຂອງ​ໂມ​ໄຊ​ຢາ, ແຜ່ນ​ຈາລຶກ​ໃຫຍ່​ໄດ້​ມີ​ຂໍ້ຄວາມ​ອັນ​ສັກສິດ​ຮວມຢູ່​ດ້ວຍ.
  2. ແຜ່ນ​ຈາລຶກ​ຂອງ​ມໍ​ມອນ ຊຶ່ງມີ​ຂໍ້ຄວາມ​ຫຍໍ້ມາ​ຈາກ​ແຜ່ນ​ຈາລຶກ​ໃຫຍ່​ຂອງ​ນີ​ໄຟ, ຈັດຂຶ້ນ​ໂດຍ​ມໍ​ມອນ ມີ​ຄຳ​ອະທິບາຍ​ຫລາຍ​ຢ່າງ. ແຜ່ນ​ຈາລຶກ​ເຫລັ້ມນີ້​ໄດ້​ບັນຈຸ​ປະຫວັດສາດ​ສະ​ໄໝ​ຕໍ່​ມາ​ທີ່​ເພິ່ນ​ຂຽນ​ໄວ້ ຮວມທັງ​ຂໍ້ຄວາມ​ເພີ່ມ​ເຕີມ​ໂດຍ​ໂມ​ໂຣ​ໄນ​ຜູ້​ເປັນ​ລູກ​ຊາຍ​ຂອງ​ມໍມອນ.
  3. ແຜ່ນ​ຈາລຶກ​ຂອງ​ອີ​ເທີ ຊຶ່ງ​ເປັນ​ປະຫວັດສາດ​ຂອງ​ຊາວ​ຢາ​ເຣັດ. ການ​ບັນທຶກ​ສ່ວນ​ນີ້​ຖືກ​ຫຍໍ້​ໂດຍ​ໂມ​ໂຣ​ໄນ, ຜູ້​ຊຶ່ງ​ໄດ້​ເພີ່ມ​ເຕີມ​ເນື້ອ​ຄວາມ​ອະທິບາຍ​ຂອງ​ຕົນ​ເອງ​ໃສ່​ໃນ​ນັ້ນ ແລະ ໄດ້​ຮວມ​ບັນທຶກ​ໄວ້​ໃນ​ຫົວ​ຂໍ້​ຂອງ​ໜັງສື​ອີ​ເທີ.
  4. ແຜ່ນ​ຈາລຶກ​ທອງ​ເຫລືອງ ທີ່​ໄດ້​ນຳ​ມາ​ໂດຍ​ຜູ້​ຄົນ​ຂອງ​ລີ​ໄຮ ຊຶ່ງ​ອອກ​ຈາກ​ເຢຣູ​ຊາເລັມ 600 ປີ ກ່ອນ​ຄິດ​ຕະສັກ​ກະ​ລາດ. ແຜ່ນ​ຈາລຶກ​ນີ້​ໄດ້​ບັນທຶກ “ໜັງສື​ຫ້າ​ເຫລັ້ມຂອງ​ໂມ​ເຊ, … ແລະ ພ້ອມ​ດ້ວຍ​ບັນທຶກ​ຂອງ​ຊາວ​ຢິວຕັ້ງ​ແຕ່​ຕົ້ນ, … ລົງ​ມາ​ເຖິງ​ຄຳ​ອະທິບາຍ​ຂອງ​ການ​ປົກ​ຄອງຂອງ​ເຊ​ເດ​ກີຢາ ກະສັດ​ຂອງ​ຊາວ​ຢູດາ ແລະ ຄຳ​ທຳນາຍ​ຂອງ​ສາດສະດາ​ຜູ້​ສັກສິດ” (1 ນີ​ໄຟ 5:11–13). ໄດ້​ມີ​ຄຳ​ກ່າວ​ອ້າງ​ມາ​ຈາກ​ແຜ່ນ​ຈາລຶກ​ເຫລົ່າ​ນີ້, ກ່າວ​ເຖິງ​ເອຊາ​ຢາ ແລະ ສາດສະດາ​ຜູ້​ທີ່​ຢູ່​ໃນ​ພຣະ​ຄຳ​ພີ ຫລື ບໍ່​ໄດ້​ຢູ່​ໃນພຣະ​ຄຳ​ພີ ໄດ້​ປະກົດ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ.

 ພຣະ​ຄຳ​ພີ​ມໍ​ມອນ​ປະກອບ​ດ້ວຍ​ພາກ​ໃຫຍ່ 15 ພາກ ຫລື ໝວດ ຍົກ​ເວັ້ນພາກ​ດຽວ ຊຶ່ງ​ເອີ້ນ​ກັນ​ວ່າ ໜັງສື​ຕາມ​ຊື່​ຂອງ​ຜູ້​ຂຽນ​ເລື່ອງ​ເປັນ​ສ່ວນ​ໃຫຍ່. ພາກສ່ວນ​ທຳ​ອິດ (ໜັງສື 6 ສະບັບ​ທຳ​ອິດ​ສິ້ນ​ສຸດ​ດ້ວຍ​ອອມ​ໄນ) ແມ່ນ​ການ​ແປ​ຈາກ​ແຜ່ນ​ຈາລຶກ​ນ້ອຍ​ຂອງ​ນີ​ໄຟ. ຄຳ​ຂອງ​ມໍ​ມອນ​ໄດ້​ຖືກ​ສອດໃສ່​ຂັ້ນກາງ​ໜັງສື​ອອມ​ໄນ​ກັບ​ໜັງສື​ໂມ​ໄຊ​ຢາ​ເພື່ອ​ຄຳ​ຂອງ​ມໍ​ມອນ​ຈະ​ໄດ້​ຕໍ່​ບັນທຶກ​ໃນ​ແຜ່ນ​ຈາລຶກ​ນ້ອຍ​ເຂົ້າກັບ​ການ​ຫຍໍ້ຂອງ​ມໍ​ມອນ ທີ່​ເອົາ​ມາ​ຈາກ​ແຜ່ນ​ຈາລຶກ​ໃຫຍ່.

 ພາກ​ທີ່​ຍາວ​ທີ່​ສຸດ​ແມ່ນ​ເລີ່ມ​ຕັ້ງ​ແຕ່​ໂມ​ໄຊ​ຢາ​ຈົນ​ເຖິງ​ມໍ​ມອນ ບົດ​ທີ 7 ຮວມທັງ​ການ​ແປ​ຄວາມ​ຫຍໍ້ຂອງ​ມໍ​ມອນ ຈາກ​ແຜ່ນ​ຈາລຶກ​ໃຫຍ່​ຂອງ​ນີ​ໄຟ. ພາກ​ສະ​ຫລຸບ ຈາກ​ມໍ​ມອນ ບົດ​ທີ 8 ໄປ​ຈົນ​ຈົບ​ເຫລັ້ມ​ແມ່ນ​ໂມ​ໂຣ​ໄນ ຜູ້​ເປັນ​ລູກ​ຊາຍ​ຂອງ​ມໍ​ມອນ​ໄດ້​ຈາລຶກ​ໄວ້​ຫລັງ​ຈາກ​ສິ້ນ​ສຸດ​ການ​ບັນທຶກ​ຊີ​ວະ​ປະຫວັດ​ຂອງ​ບິດາ​ຂອງ​ເພິ່ນ. ແລ້ວ​ໄດ້​ເຮັດ​ຄວາມ​ຫຍໍ້​ຂອງ​ບັນທຶກ​ຂອງ​ຊາວ​ຢາ​ເຣັດ​ໄວ້ (ເປັນ​ໜັງສື​ອີ​ເທີ). ຕໍ່​ມາ​ເພິ່ນ​ໄດ້​ເພີ່ມ​ເຕີມ​ພາກ​ທີ່​ຮູ້ຈັກ​ກັນ​ວ່າ ໜັງສື​ໂມ​ໂຣ​ໄນ.

 ໃນ ຫລື ປະມານ ຄ.ສ. 421, ໂມ​ໂຣ​ໄນ, ຜູ້​ເປັນ​ສາດສະດາ-ນັກ​ປະຫວັດສາດ​ຂອງ​ຊາວ​ນີ​ໄຟ​ຄົນ​ສຸດ​ທ້າຍ​ໄດ້​ຜະ​ນຶກ​ບັນທຶກ​ອັນ​ສັກສິດ​ນັ້ນ ແລະ ໄດ້​ເຊື່ອງ​ມັນ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ນຳ​ອອກ​ມາ​ໃນຍຸກ​ສຸດ​ທ້າຍ, ດັ່ງ​ທີ່ທຳນາຍ​ໄວ້​ໂດຍສຸລະ​ສຽງ​ຂອງ​ພຣະ​ເຈົ້າ ຜ່ານ​ສາດສະດາ​ສະ​ໄໝ​ໂບຮານ​ຂອງ​ພຣະ​ອົງ. ໃນ ຄ.ສ. 1823, ໂມ​ໂຣ​ໄນ​ຜູ້​ດຽວ​ກັນ​ນີ້ ຜູ້​ທີ່​ຟື້ນ​ຄືນ​ຊີວິດ​ແລ້ວ, ໄດ້​ມາ​ຢ້ຽມຢາມ​ສາດສະດາ​ໂຈ​ເຊັບ ສະ​ມິດ ແລ້ວ​ມອບ​ແຜ່ນ​ຈາລຶກ ຊຶ່ງມີ​ອັກຂະ​ລະ​ໃຫ້​ເພິ່ນ.

 ກ່ຽວ​ກັບ​ສະບັບ​ນີ້: ຄວາມ​ຜິດ​ພາດ​ເລັກ​ນ້ອຍ​ທີ່​ມີ​ຢູ່​ໃນ​ປຶ້ມຖືກ​ເກັບ​ໄວ້​ສະ​ເໝີ​ມາໃນ​ພຣະ​ຄຳ​ພີມໍ​ມອນ​ສະ​ບັບທີ່​ໄດ້​ພິມ​ຜ່ານ​ມາ​ເປັນ​ພາສາ​ອັງກິດ. ສະບັບ​ນີ້​ບັນຈຸ​ການ​ດັດ​ແປງ​ທີ່​ເໝາະ​ສົມ ເພື່ອ​ເຮັດ​ໃຫ້​ເນື້ອ​ຫາ​ສອດຄ່ອງ​ກັບຕົ້ນສະບັບ​ກ່ອນ​ການຈັດ​ພິມ ແລະ ກັບ​ການ​ພິມຊຸດ​ທຳ​ອິດ ຊຶ່ງ​ຮຽບຮຽງໂດຍ​ສາດສະດາ​ໂຈ​ເຊັບ ສະ​ມິດ.