ພຣະ​ຄຳ​ພີ
ຮີ​ລາ​ມັນ 11


ບົດ​ທີ 11

ນີໄຟ​ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ປ່ຽນ​ໃຫ້​ມີ​ຄວາມ​ອຶດ​ຢາກ​ແທນ​ສົງ​ຄາມ—ຫລາຍ​ຄົນ​ໄດ້​ຕາຍ​ໄປ—ພວກ​ເຂົາ​ກັບ​ໃຈ, ແລະ ນີໄຟ​ອ້ອນ​ວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຝົນ​ຕົກ​ລົງ​ມາ—ນີໄຟ ແລະ ລີໄຮ​ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ—ພວກ​ໂຈນ​ແກ​ດີ​ອານ​ທັນ​ສ້າງ​ທີ່​ໝັ້ນ​ຂອງ​ພວກ​ເຂົາ​ຢູ່​ໃນ​ແຜ່ນ​ດິນ. ປະ​ມານ 20–6 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ເຈັດ​ສິບ​ສອງ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ ມັນ​ໄດ້​ມີ​ການ​ຂັດ​ແຍ້ງ​ກັນ​ຫລາຍ​ຂຶ້ນ, ເຖິງ​ຂະ​ໜາດ​ທີ່​ມັນ​ມີ​ສົງ​ຄາມ​ເກີດ​ຂຶ້ນ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ​ທັງ​ໝົດ.

2 ແລະ ມັນ​ແມ່ນ​ພວກ​ໂຈນ ລັບ​ພັກ​ນີ້​ທີ່​ໄດ້​ສ້າງ​ວຽກ​ງານ​ແຫ່ງ​ຄວາມ​ພິນາດ ແລະ ຄວາມ​ຊົ່ວ​ຮ້າຍ. ແລະ ເຮັດ​ເສິກ​ຢູ່​ຕະຫລອດ​ປີ​ນັ້ນ; ແລະ ໃນ​ປີ​ທີ​ເຈັດ​ສິບ​ສາມ​ກໍ​ຍັງ​ມີ​ສົງ​ຄາມ​ຢູ່​ອີກ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ນີ້ ນີໄຟ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ມີ​ຄວາມ​ວ່າ:

4 ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ຢ່າ​ປ່ອຍ​ໃຫ້​ຜູ້​ຄົນ​ພວກ​ນີ້​ຖືກ​ທຳ​ລາຍ​ດ້ວຍ​ດາບ​ເລີຍ; ແຕ່ ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ແຕ່​ຂໍ​ໃຫ້​ມີ ຄວາມ​ອຶດ​ຢາກ​ແທນ​ທົ່ວ​ແຜ່ນ​ດິນ​ນີ້​ເຖີດ, ເພື່ອ​ຈະ​ໄດ້​ກະ​ຕຸ້ນ​ພວກ​ເຂົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ບາງ​ທີ​ພວກ​ເຂົາ​ອາດ​ຈະ​ກັບ​ໃຈ ແລະ ຫັນ​ມາ​ຫາ​ພຣະ​ອົງ.

5 ແລະ ມັນ​ກໍ​ໄດ້​ເປັນ​ໄປ​ຕາມ​ຄຳ​ອ້ອນ​ວອນ​ຂອງ​ນີໄຟ. ແລະ ມັນ​ຈຶ່ງ​ມີ​ຄວາມ​ອຶດ​ຢາກ​ຫລາຍ​ທີ່​ສຸດ​ໃນ​ແຜ່ນ​ດິນ ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ​ທັງ​ໝົດ. ແລະ ມັນ​ມີ​ຄວາມ​ອຶດ​ຢາກ​ຕິດ​ຕໍ່​ກັນ​ໄປ ຈົນ​ຮອດ​ປີ​ທີ​ເຈັດ​ສິບ​ສີ່ ກໍ​ຍັງ​ມີ​ຄວາມ​ອຶດ​ຢາກ​ຢູ່, ແລະ ວຽກ​ງານ​ແຫ່ງ​ຄວາມ​ພິນາດ​ດ້ວຍ​ດາບ​ໄດ້​ຢຸດ​ຕິ​ລົງ, ແຕ່​ວ່າ​ຄວາມ​ອຶດ​ຢາກ​ກັບ​ມາ​ຮ້າຍ​ແຮງ​ຂຶ້ນ.

6 ແລະ ຄວາມ​ອຶດ​ຢາກ​ນີ້​ໄດ້​ມີ​ຢູ່​ຕໍ່​ໄປ​ຈົນ​ຮອດ​ປີ​ທີ​ເຈັດ​ສິບ​ຫ້າ​ອີກ. ເພາະ​ແຜ່ນ​ດິນ​ຖືກ​ສາບ​ແຊ່ງ​ຈົນ​ວ່າ​ມັນ​ແຫ້ງ​ແລ້ງ ບໍ່​ໃຫ້​ພືດ​ພັນ​ອອກ​ໝາກ​ເກີດ​ຜົນ​ໃນ​ລະ​ດູ​ການ; ແລະ ທັງ​ແຜ່ນ​ດິນ​ໂລກ​ຖືກ​ສາບ​ແຊ່ງ ແມ່ນ​ແຕ່​ໃນ​ບັນ​ດາ​ຊາວ​ເລມັນ​ເຊັ່ນ​ດຽວ​ກັບ​ໃນ​ບັນ​ດາ​ຊາວ​ນີໄຟ ຈົນ​ພວກ​ເຂົາ​ເປັນ​ພັນໆ​ຖືກ​ລົງ​ໂທດ​ຈົນ​ຕາຍ​ໄປ​ໃນ​ແຜ່ນ​ດິນ​ສ່ວນ​ທີ່​ມີ​ຄົນ​ຊົ່ວ​ຢ່າງ​ຫລວງ​ຫລາຍ​ອາ​ໄສ​ຢູ່.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ເຫັນ​ວ່າ​ຕົນ​ເອງ​ກຳ​ລັງ​ຈະ​ຕາຍ​ໄປ​ເພາະ​ຄວາມ​ອຶດ​ຢາກ, ແລະ ພວກ​ເຂົາ​ຈຶ່ງ​ເລີ່ມ ສຳ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ເລີ່ມ​ຄິດ​ເຖິງ​ຄຳ​ເວົ້າ​ຂອງ​ນີໄຟ.

8 ແລະ ຜູ້​ຄົນ​ເລີ່ມ​ວິງ​ວອນ​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ຜູ້​ນຳ​ຂອງ​ພວກ​ເຂົາ​ເຫລົ່າ​ນັ້ນ​ໃຫ້​ເວົ້າ​ກັບ​ນີໄຟ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ຮູ້​ແລ້ວ​ວ່າ ທ່ານ​ເປັນ​ຄົນ​ຂອງ​ພຣະ​ເຈົ້າ, ແລະ ສະນັ້ນ ຂໍ​ໃຫ້​ທ່ານ​ຈົ່ງ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ແດ່​ທ້ອນ ເພື່ອ​ໃຫ້​ພຣະ​ອົງ​ເອົາ​ຄວາມ​ອຶດ​ຢາກ​ນີ້​ໄປ​ຈາກ​ພວກ​ເຮົາ, ຢ້ານ​ວ່າ ຄຳ​ທັງ​ໝົດ ຊຶ່ງ​ທ່ານ​ໄດ້​ເວົ້າ​ໄວ້​ກ່ຽວ​ກັບ​ຄວາມ​ພິນາດ​ຂອງ​ພວກ​ເຮົາ​ນັ້ນ​ຈະ​ເກີດ​ເປັນ​ຈິງ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ຜູ້​ຕັດ​ສິນ​ໄດ້​ເວົ້າ​ກັບ​ນີໄຟ​ຕາມ​ຄຳ​ທີ່​ຜູ້​ຄົນ​ຕ້ອງ​ການ​ໃຫ້​ເວົ້າ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ນີໄຟ​ເຫັນ​ວ່າ​ຜູ້​ຄົນ​ກັບ​ໃຈ​ແລ້ວ ແລະ ໄດ້​ຖ່ອມ​ຕົວ​ຢູ່​ໃນ​ຜ້າ​ກະ​ສອບ, ແລ້ວ​ເພິ່ນ​ຈຶ່ງ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ມີ​ຄວາມ​ວ່າ:

10 ໂອ້ ພຣະຜູ້​ເປັນເຈົ້າ, ຈົ່ງ​ທອດ​ພຣະ​ເນດ​ເຖີດ ຜູ້​ຄົນ​ພວກ​ນີ້​ໄດ້​ກັບ​ໃຈ​ແລ້ວ; ແລະ ພວກ​ເຂົາ​ໄດ້​ກວາດ​ລ້າງ​ພັກ​ພວກ​ຂອງ​ແກ​ດີ​ອານ​ທັນ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຂົາ​ແລ້ວ ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ສູນ​ສິ້ນ​ໄປ, ແລະ ພວກ​ເຂົາ​ໄດ້​ຝັງ​ແຜນ​ລັບ​ຂອງ​ພວກ​ເຂົາ​ໄວ້​ໃນ​ແຜ່ນ​ດິນ​ແລ້ວ.

11 ບັດ​ນີ້, ໂອ້ ພຣະຜູ້​ເປັນເຈົ້າ, ເພາະ​ຄວາມ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ​ເຫລົ່າ​ນີ້ ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ຖອນ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ໄປ​ເສຍ, ແລະ ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ຜ່ອນ​ຄາຍ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ກັບ​ຄວາມ​ພິນາດ​ຂອງ​ຄົນ​ຊົ່ວ​ເຫລົ່າ​ນີ້ ຊຶ່ງ​ພຣະ​ອົງ​ໄດ້​ທຳ​ລາຍ​ໄປ​ແລ້ວ.

12 ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ໃຫ້​ພຣະ​ອົງ​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ໄປ​ເຖີດ, ແທ້​ຈິງ​ແລ້ວ, ຈົ່ງ​ເອົາ​ພຣະ​ພິ​ໂລດ​ອັນ​ຮຸນ​ແຮງ​ຂອງ​ພຣະ​ອົງ​ໄປ, ແລະ ຈົ່ງ​ເຮັດ​ໃຫ້​ຄວາມ​ອຶດ​ຢາກ​ຢູ່​ໃນ​ແຜ່ນ​ດິນ​ນີ້​ຢຸດ​ລົງ​ດ້ວຍ​ເຖີດ.

13 ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ຈົ່ງ​ໂປດ​ເຊື່ອ​ຟັງ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ແລະ ຂໍ​ໃຫ້​ເປັນ​ໄປ​ຕາມ​ຄຳ​ເວົ້າ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ແລະ ຂໍ​ຈົ່ງ​ສົ່ງ ຝົນ​ລົງ​ມາ​ເທິງ​ຜືນ​ແຜ່ນ​ດິນ​ໂລກ​ດ້ວຍ​ເຖີດ ເພື່ອ​ມັນ​ຈະ​ອອກ​ໝາກ​ຂອງ​ມັນ, ແລະ ອອກ​ພືດ​ຂອງ​ມັນ​ໃນ​ລະ​ດູ​ຂອງ​ພືດ.

14 ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ໄດ້​ຍິນ ຖ້ອຍ​ຄຳ​ຂອງ​ຂ້າ​ນ້ອຍ ເວລາ​ຂ້າ​ນ້ອຍ​ທູນ​ວ່າ ຂໍ​ໃຫ້​ມີ​ຄວາມ​ອຶດ​ຢາກ​ເກີດ​ຂຶ້ນ​ເພື່ອ​ພະ​ຍາດ​ໂລ​ຄາ​ທີ່​ເກີດ​ມາ​ຈາກ​ດາບ​ຈະ​ໄດ້​ຢຸດ​ຕິ​ລົງ, ແລະ ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ອົງ​ໄດ້​ຍິນ​ຄຳ​ອ້ອນ​ວອນ​ຂອງ​ຂ້າ​ນ້ອຍ​ໃນ​ເວລາ​ນີ້ ເພາະ​ພຣະ​ອົງ​ໄດ້​ກ່າວ​ວ່າ: ຖ້າ​ຫາກ​ຜູ້​ຄົນ​ພວກ​ນີ້​ກັບ​ໃຈ, ແລ້ວ​ເຮົາ​ຈະ​ໄວ້​ຊີ​ວິດ​ຂອງ​ພວກ​ເຂົາ.

15 ແທ້​ຈິງ​ແລ້ວ, ໂອ້ ພຣະຜູ້​ເປັນເຈົ້າ, ແລະ ພຣະ​ອົງ​ເຫັນ​ວ່າ​ພວກ​ເຂົາ​ກັບ​ໃຈ​ແລ້ວ, ເພາະ​ຄວາມ​ອຶດ​ຢາກ ແລະ ພະ​ຍາດ​ໂລ​ຄາ ແລະ ຄວາມ​ພິນາດ ຊຶ່ງ​ເກີດ​ກັບ​ພວກ​ເຂົາ.

16 ແລະ ບັດ​ນີ້, ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ຈະ​ບໍ່​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ໄປ​ບໍ, ແລະ ຈະ​ບໍ່​ທົດ​ລອງ​ອີກ​ບໍ​ວ່າ ພວກ​ເຂົາ​ຈະ​ຮັບ​ໃຊ້​ພຣະ​ອົງ​ຫລື​ບໍ່? ແລະ ຖ້າ​ຫາກ​ເປັນ​ເຊັ່ນ​ນັ້ນ, ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ຈະ​ອວຍ​ພອນ​ພວກ​ເຂົາ​ໄດ້​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ກ່າວ​ໄວ້.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ເຈັດ​ສິບ​ຫົກ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ໄປ​ຈາກ​ຜູ້​ຄົນ, ແລະ ໄດ້​ເຮັດ​ໃຫ້ ຝົນ​ຕົກ​ລົງ​ມາ​ເທິງ​ແຜ່ນ​ດິນ, ເຖິງ​ຂະ​ໜາດ​ທີ່​ມັນ​ໄດ້​ອອກ​ໝາກ​ຂອງ​ມັນ​ໃນ​ລະ​ດູ​ທີ່​ມີ​ໝາກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ອອກ​ພືດ​ຂອງ​ມັນ​ໃນ​ລະ​ດູ​ທີ່​ມີ​ພືດ.

18 ແລະ ຈົ່ງ​ເບິ່ງ, ຜູ້​ຄົນ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ ໄດ້​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ, ແລະ ທັງ​ຜືນ​ແຜ່ນ​ດິນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ; ແລະ ພວກ​ເຂົາ​ບໍ່​ໄດ້​ພະ​ຍາ​ຍາມ​ທຳ​ລາຍ​ນີໄຟ​ອີກ​ຕໍ່​ໄປ, ແຕ່​ພວກ​ເຂົາ​ໄດ້​ນັບ​ຖື​ເພິ່ນ​ວ່າ​ເປັນ​ສາດ​ສະ​ດາ ຜູ້​ຍິ່ງ​ໃຫຍ່, ແລະ ເປັນ​ຄົນ​ຂອງ​ພຣະ​ເຈົ້າ, ໂດຍ​ທີ່​ໄດ້​ຮັບ​ອຳນາດ ແລະ ສິດ​ອຳນາດ​ອັນ​ຍິ່ງ​ໃຫຍ່​ຈາກ​ພຣະ​ເຈົ້າ.

19 ແລະ ຈົ່ງ​ເບິ່ງ, ລີໄຮ​ນ້ອງ​ຊາຍ​ຂອງ​ເພິ່ນ​ກໍ​ບໍ່​ໄດ້ ນ້ອຍ​ໜ້າ​ໄປ​ກວ່າ​ເພິ່ນ​ໃນ​ເລື່ອງ​ກ່ຽວ​ກັບ​ຄວາມ​ຊອບ​ທຳ​ນີ້​ເລີຍ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ດັ່ງ​ນີ້​ຄື ຜູ້​ຄົນ​ຂອງ​ນີໄຟ​ໄດ້​ເລີ່ມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ອີກ​ໃນ​ແຜ່ນ​ດິນ, ແລະ ເລີ່ມ​ເສີມ​ສ້າງ​ແຜ່ນ​ດິນ​ທີ່​ຮົກ​ຮ້າງ​ຂອງ​ພວກ​ເຂົາ​ຂຶ້ນ, ແລະ ເລີ່ມ​ມີ​ຜູ້​ຄົນ​ເພີ່ມ​ທະ​ວີ​ຂຶ້ນ ແລະ ໄດ້​ຂະ​ຫຍາຍ​ອອກ​ໄປ​ຈົນ​ວ່າ​ພວກ​ເຂົາ​ໄດ້​ປົກ​ຄຸມ​ທັງ​ຜືນ​ແຜ່ນ​ດິນ​ທັງ​ທາງ​ເໜືອ ແລະ ທາງ​ໃຕ້, ຈາກ​ທະເລ​ທາງ​ຕາ​ເວັນ​ຕົກ​ຫາ​ທະເລ​ທາງ​ຕາ​ເວັນ​ອອກ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ເຈັດ​ສິບ​ຫົກ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ສັນ​ຕິ​ສຸກ. ແລະ ປີ​ທີ​ເຈັດ​ສິບ​ເຈັດ​ກໍ​ເລີ່ມ​ຕົ້ນ​ດ້ວຍ​ສັນ​ຕິ​ສຸກ; ແລະ ສາດ​ສະ​ໜາ​ຈັກ​ກໍ​ໄດ້​ຂະ​ຫຍາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ; ແລະ ຜູ້​ຄົນ​ສ່ວນ​ຫລາຍ ທັງ​ຊາວ​ເລມັນ ແລະ ຊາວ​ນີໄຟ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ; ແລະ ພວກ​ເຂົາ​ໄດ້​ມີ​ສັນ​ຕິ​ສຸກ​ຫລາຍ​ທີ່​ສຸດ​ໃນ​ແຜ່ນ​ດິນ; ແລະ ປີ​ທີ​ເຈັດ​ສິບ​ເຈັດ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

22 ແລະ ພວກ​ເຂົາ​ໄດ້​ມີ​ສັນ​ຕິ​ສຸກ​ໃນ​ປີ​ທີ​ເຈັດ​ສິບ​ແປດ​ອີກ ນອກ​ຈາກ​ວ່າ​ມີ​ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ເລັກ​ໜ້ອຍ​ກ່ຽວ​ກັບ​ຫລັກ​ທຳ​ຂອງ​ຄຳ​ສອນ ຊຶ່ງ​ສາດ​ສະ​ດາ​ທັງ​ຫລາຍ​ໄດ້​ຂຽນ​ໄວ້.

23 ແລະ ໃນ​ປີ​ທີ​ເຈັດ​ສິບ​ເກົ້າ​ກໍ​ເລີ່ມ​ມີ​ການ​ຜິດ​ຖຽງ​ກັນ​ຂຶ້ນ. ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ​ກັບ​ລີໄຮ, ແລະ ພີ່​ນ້ອງ​ຂອງ​ພວກ​ເພິ່ນ​ຫລາຍ​ຄົນ ຜູ້​ທີ່​ຮູ້​ຈັກ​ກ່ຽວ​ກັບ​ຫລັກ​ທຳ​ອັນ​ແທ້​ຈິງ​ຂອງ​ຄຳ​ສອນ ໂດຍ​ທີ່​ໄດ້​ຮັບ ການ​ເປີດ​ເຜີຍ​ທຸກໆ​ມື້, ສະນັ້ນ ພວກ​ເພິ່ນ​ຈຶ່ງ​ໄດ້​ສັ່ງ​ສອນ​ຜູ້​ຄົນ, ເຖິງ​ຂະ​ໜາດ​ທີ່​ພວກ​ເພິ່ນ​ເຮັດ​ໃຫ້​ການ​ຜິດ​ຖຽງ​ກັນ​ຂອງ​ພວກ​ເຂົາ ສິ້ນ​ສຸດ​ລົງ​ໃນ​ປີ​ດຽວ​ກັນ​ນັ້ນ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ແປດ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ມັນ​ມີ​ຜູ້​ຄົນ​ຈຳນວນ​ໜຶ່ງ​ຜູ້​ທີ່​ແຍກ​ອອກ​ໄປ​ຈາກ​ຜູ້​ຄົນ​ຂອງ​ນີໄຟ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ໄດ້​ຂ້າມ​ໄປ​ຫາ​ຊາວ​ເລມັນ ແລະ ຮັບ​ເອົາ​ຊື່​ຊາວ​ເລມັນ, ແລະ ມີ​ຄົນ​ອີກ​ຈຳນວນ​ໜຶ່ງ ຊຶ່ງ​ເປັນ​ຜູ້​ສືບ​ຕະ​ກຸນ​ແທ້​ຈິງ​ຂອງ​ຊາວ​ເລມັນ​ຖືກ​ພວກ​ທີ່​ແຍກ​ອອກ​ໄປ​ນັ້ນ​ຍຸ​ຍົງ​ໃຫ້​ຄຽດ​ແຄ້ນ​ໃຫ້​ພີ່​ນ້ອງ​ຂອງ​ຕົນ, ສະນັ້ນ ພວກ​ເຂົາ​ຈຶ່ງ​ເລີ່ມ​ເຮັດ​ສົງ​ຄາມ​ກັບ​ພີ່​ນ້ອງ​ຂອງ​ຕົນ.

25 ແລະ ພວກ​ເຂົາ​ໄດ້​ເຮັດ​ການ​ຄາດ​ຕະ​ກຳ ແລະ ປຸ້ນ​ຈີ້; ຈາກ​ນັ້ນ​ພວກ​ເຂົາ​ກໍ​ຖອຍ​ກັບ​ເຂົ້າ​ໄປ​ໃນ​ພູ​ເຂົາ, ແລະ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ໃນ​ບ່ອນ​ລັບ​ຂອງ​ພວກ​ເຂົາ, ລີ້​ຊ່ອນ​ຕົວ​ຢູ່​ເພື່ອ​ບໍ່​ໃຫ້​ຜູ້​ໃດ​ພົບ​ເຫັນ, ໂດຍ​ມີ​ຈຳນວນ​ຄົນ​ເພີ່ມ​ທະ​ວີ​ຂຶ້ນ​ທຸກໆ​ວັນ, ຕາບ​ໃດ​ທີ່​ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ແຍກ​ອອກ​ໄປ​ຫາ​ພວກ​ເຂົາ.

26 ແລະ ໃນ​ເວລາ​ໜຶ່ງ, ແທ້​ຈິງ​ແລ້ວ, ໃນ​ເວລາ​ບໍ່​ເທົ່າ​ໃດ​ປີ, ພວກ​ເຂົາ​ໄດ້​ກັບ​ກາຍ​ມາ​ເປັນ​ໂຈນ​ພັກ​ໃຫຍ່​ທີ່​ສຸດ; ແລະ ພວກ​ເຂົາ​ໄດ້​ຄົ້ນ​ຫາ​ແຜນ​ລັບ​ທັງ​ໝົດ​ຂອງ​ແກ​ດີ​ອານ​ທັນ​ອອກ​ມາ; ແລະ ພວກ​ເຂົາ​ໄດ້​ກາຍ​ມາ​ເປັນ​ພວກ​ໂຈນ​ຂອງ​ແກ​ດີ​ອານ​ທັນ​ດັ່ງ​ນີ້.

27 ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ໂຈນ​ເຫລົ່າ​ນີ້​ໄດ້​ສ້າງ​ຄວາມ​ເດືອດ​ຮ້ອນ​ຢ່າງ​ໃຫຍ່​ຫລວງ, ແທ້​ຈິງ​ແລ້ວ, ໄດ້​ສ້າງ​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ, ແລະ ໃນ​ບັນ​ດາ​ຜູ້​ຄົນ​ຊາວ​ເລມັນ​ນຳ​ອີກ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ເປັນ​ການ​ສົມ​ຄວນ​ທີ່​ຈະ​ຢຸດ​ຕິ​ວຽກ​ງານ​ແຫ່ງ​ຄວາມ​ພິນາດ​ນີ້; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ສົ່ງ​ກອງ​ທັບ​ທີ່​ມີ​ກຳ​ລັງ​ຄົນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ເຂົ້າ​ໄປ​ໃນ​ພູ​ເຂົາ ເພື່ອ​ຊອກ​ຫາ​ພວກ​ໂຈນ​ພັກ​ນີ້, ເພື່ອ​ຈະ​ໄດ້​ທຳ​ລາຍ​ພວກ​ເຂົາ​ເສຍ.

29 ແຕ່​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ດຽວ​ກັນ​ນັ້ນ ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ຄື​ເກົ່າ. ແລະ ປີ​ທີ​ແປດ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ແປດ​ສິບ​ເອັດ​ຄື ພວກ​ເຂົາ​ໄດ້​ຍົກ​ອອກ​ໄປ​ຕໍ່​ສູ້​ກັບ​ພວກ​ໂຈນ​ພັກ​ນີ້​ອີກ, ແລະ ໄດ້​ທຳ​ລາຍ​ພວກ​ເຂົາ​ເປັນ​ຈຳນວນ​ຫລວງ​ຫລາຍ; ແລະ ພວກ​ເຂົາ​ກໍ​ໄດ້​ຮັບ​ການ​ເສຍ​ຫາຍ​ຢ່າງ​ໜັກ​ຄື​ກັນ.

31 ແລະ ພວກ​ເຂົາ​ໄດ້​ຖືກ​ບັງ​ຄັບ​ໃຫ້​ໜີ​ອອກ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ອອກ​ຈາກ​ພູ​ເຂົາ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ​ອີກ ເພາະ​ມັນ​ມີ​ພວກ​ໂຈນ​ເປັນ​ຈຳນວນ​ຫລວງ​ຫລາຍ​ຊຶ່ງ​ມີ​ຢູ່​ທົ່ວ​ໄປ​ໃນ​ພູ​ເຂົາ ແລະ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ນີ້​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້. ແລະ ພວກ​ໂຈນ​ໄດ້​ມີ​ກຳ​ລັງ​ເພີ່ມ​ຂຶ້ນ​ຕື່ມ​ອີກ, ແລະ ເຂັ້ມ​ແຂງ​ຂຶ້ນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ສາ​ມາດ​ຕໍ່​ຕ້ານ​ທັງ​ກອງ​ທັບ​ຂອງ​ຊາວ​ນີໄຟ ແລະ ຂອງ​ຊາວ​ເລມັນ​ນຳ​ອີກ; ແລະ ພວກ​ເຂົາ​ໄດ້​ນຳ​ເອົາ​ຄວາມ​ຢ້ານ​ກົວ​ຢ່າງ​ໃຫຍ່​ຫລວງ​ມາ​ໃຫ້​ຜູ້​ຄົນ​ທົ່ວ​ຜືນ​ແຜ່ນ​ດິນ.

33 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ພາກ​ສ່ວນ​ຕ່າງໆ​ຫລາຍ​ແຫ່ງ, ແລະ ໄດ້​ເຮັດ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫລວງ​ໃຫ້​ຄົນ​ທັງ​ຫລາຍ; ແທ້​ຈິງ​ແລ້ວ, ໄດ້​ຂ້າ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ ແລະ ໄດ້​ຈັບ​ເອົາ​ຫລາຍ​ຄົນ​ໄປ​ເປັນ​ຊະ​ເລີຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແທ້​ຈິງ​ແລ້ວ, ຍິ່ງ​ໄປ​ກວ່າ​ນັ້ນ ໂດຍ​ສະ​ເພາະ​ພວກ​ຜູ້​ຍິງ​ຂອງ​ພວກ​ເຂົາ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຂົາ.

34 ບັດ​ນີ້​ຄວາມ​ຊົ່ວ​ອັນ​ໃຫຍ່​ຫລວງ​ນີ້​ຊຶ່ງ​ມາ​ສູ່​ຜູ້​ຄົນ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ມັນ​ໄດ້​ປຸກ​ໃຫ້​ພວກ​ເຂົາ​ຕື່ນ​ອີກ ເພື່ອ​ໃຫ້​ພວກ​ເຂົາ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

35 ແລະ ປີ​ທີ​ແປດ​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

36 ແລະ ໃນ​ປີ​ທີ​ແປດ​ສິບ​ສອງ ພວກ​ເຂົາ​ໄດ້​ເລີ່ມ ລືມ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ. ແລະ ໃນ​ປີ​ທີ​ແປດ​ສິບ​ສາມ ພວກ​ເຂົາ​ກໍ​ຍິ່ງ​ເກັ່ງ​ກ້າ​ຫລາຍ​ຂຶ້ນ​ໃນ​ຄວາມ​ຊົ່ວ​ຮ້າຍ. ແລະ ໃນ​ປີ​ທີ​ແປດ​ສິບ​ສີ່ ພວກ​ເຂົາ​ບໍ່​ໄດ້​ແກ້​ໄຂ​ທິດ​ທາງ​ຂອງ​ພວກ​ເຂົາ​ເລີຍ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ແປດ​ສິບ​ຫ້າ ພວກ​ເຂົາ​ໄດ້​ແກ່​ກ້າ​ຫລາຍ​ຂຶ້ນ​ໃນ​ຄວາມ​ທະນົງ​ຕົວ ແລະ ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ກຳ​ລັງ​ສຸກ​ອີກ​ດັ່ງ​ນັ້ນ​ເພື່ອ​ຄວາມ​ພິນາດ.

38 ແລະ ປີ​ທີ​ແປດ​ສິບ​ຫ້າ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.