ພຣະ​ຄຳ​ພີ
ຮີ​ລາ​ມັນ 13


ຄຳ​ທຳ​ນາຍ​ຂອງ​ຊາ​ມູ​ເອນ​ຄົນ​ເລມັນ​ທີ່​ໃຫ້​ໄວ້​ກັບ​ຊາວ​ນີໄຟ.

ມີ​ຢູ່​ໃນ​ບົດ​ທີ 13 ຈົນ​ເຖິງ​ບົດ​ທີ 15.

ບົດ​ທີ 13

ຊາ​ມູ​ເອນ​ຄົນ​ເລມັນ​ທຳ​ນາຍ​ເຖິງ​ການ​ທຳ​ລາຍ​ຂອງ​ຊາວ​ນີໄຟ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ—ພວກ​ເຂົາ ແລະ ຂອງ​ມີ​ຄ່າ​ຂອງ​ພວກ​ເຂົາ​ຖືກ​ສາບ​ແຊ່ງ—ພວກ​ເຂົາ​ປະ​ຕິ​ເສດ ແລະ ແກວ່ງ​ກ້ອນ​ຫີນ​ໃສ່​ສາດ​ສະ​ດາ, ຖືກ​ຫຸ້ມ​ລ້ອມ​ໄວ້​ດ້ວຍ​ວິນ​ຍານ​ຮ້າຍ, ແລະ ສະແຫວງ​ຫາ​ຄວາມ​ສຸກ​ໃນ​ການ​ເຮັດ​ຄວາມ​ຊົ່ວ​ຮ້າຍ. ປະ​ມານ 6 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ແປດ​ສິບ​ຫົກ, ຊາວ​ນີໄຟ​ຍັງ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຢູ່, ແທ້​ຈິງ​ແລ້ວ, ຍັງ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ, ໃນ​ຂະນະ​ທີ່ ຊາວ​ເລມັນ​ໄດ້​ປະ​ຕິ​ບັດ​ຢ່າງ​ເຄັ່ງ​ຄັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕາມ​ກົດ​ຂອງ​ໂມເຊ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ນີ້​ມີ​ຊາວ​ເລມັນ​ຄົນ​ໜຶ່ງ​ຊື່​ວ່າ ຊາ​ມູ​ເອນ, ເຂົ້າ​ມາ​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ ແລະ ເລີ່ມ​ສັ່ງ​ສອນ​ຜູ້​ຄົນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ສັ່ງ​ສອນ​ກ່ຽວ​ກັບ​ການ​ກັບ​ໃຈ​ໃຫ້​ແກ່​ຜູ້​ຄົນ​ຢູ່​ຫລາຍ​ມື້, ແລະ ພວກ​ເຂົາ​ໄດ້​ຂັບ​ໄລ່​ເພິ່ນ​ອອກ​ໄປ, ແລະ ເພິ່ນ​ກຳ​ລັງ​ຈະ​ກັບ​ໄປ​ຫາ​ແຜ່ນ​ດິນ​ຂອງ​ເພິ່ນ​ເອງ.

3 ແຕ່​ຈົ່ງ​ເບິ່ງ, ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ເພິ່ນ, ວ່າ​ເພິ່ນ​ຄວນ​ກັບ​ຄືນ​ໄປ​ອີກ ແລະ ທຳ​ນາຍ​ແກ່​ຜູ້​ຄົນ​ເຖິງ​ເລື່ອງ​ອັນ​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າ​ມາ​ໃນ ໃຈ​ຂອງ​ເພິ່ນ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ບໍ່​ຍອມ​ໃຫ້​ເພິ່ນ​ເຂົ້າ​ເມືອງ; ສະນັ້ນ ເພິ່ນ​ຈຶ່ງ​ອອກ​ໄປ ແລະ ຂຶ້ນ​ເທິງ​ກຳ​ແພງ​ເມືອງ​ນັ້ນ ແລະ ເດ່​ມື​ອອກ​ໄປ ແລະ ຮ້ອງ​ອອກ​ມາ​ດ້ວຍ​ສຽງ​ອັນ​ດັງ ແລະ ທຳ​ນາຍ​ແກ່​ຜູ້​ຄົນ​ເຖິງ​ເລື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໃສ່​ໄວ້​ໃນ​ໃຈ​ຂອງ​ເພິ່ນ.

5 ແລະ ເພິ່ນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ຊາ​ມູ​ເອນ​ເປັນ​ຊາວ​ເລມັນ, ຂໍ​ເວົ້າ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ອົງ​ໄດ້​ໃສ່​ໄວ້​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ; ແລະ ຈົ່ງ​ເບິ່ງ ພຣະ​ອົງ​ໄດ້​ໃສ່​ມັນ​ໄວ້​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ໃຫ້​ກ່າວ​ກັບ​ຜູ້​ຄົນ​ພວກ​ນີ້​ວ່າ ດາບ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ກຳ​ລັງ​ຫ້ອຍ​ຢູ່​ເທິງ​ຫົວ​ຂອງ​ຜູ້​ຄົນ​ພວກ​ນີ້; ແລະ ກ່ອນ​ສີ່​ຮ້ອຍ​ປີ​ຈະ​ຜ່ານ​ໄປ, ດາບ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຈະ​ຕົກ​ລົງ​ມາ​ໃສ່​ຜູ້​ຄົນ​ພວກ​ນີ້.

6 ແທ້​ຈິງ​ແລ້ວ, ຄວາມ​ພິນາດ​ຢ່າງ​ໃຫຍ່​ຫລວງ​ໄດ້​ຄອຍ​ຖ້າ​ຜູ້​ຄົນ​ພວກ​ນີ້​ຢູ່, ແລະ ມັນ​ຈະ​ມາ​ຫາ​ຜູ້​ຄົນ​ພວກ​ນີ້​ຢ່າງ​ແນ່​ນອນ ແລະ ຈະ​ບໍ່​ມີ​ສິ່ງ​ໃດ​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ພວກ​ນີ້​ລອດ​ໄດ້​ນອກ​ຈາກ​ການ​ກັບ​ໃຈ ແລະ ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ຜູ້​ຈະ​ສະ​ເດັດ​ມາ​ໃນ​ໂລກ​ຢ່າງ​ແນ່​ນອນ, ແລະ ຈະ​ທົນ​ທຸກ​ທໍ​ລະ​ມານ​ຫລາຍ​ຢ່າງ ແລະ ຈະ​ຖືກ​ຂ້າ​ເພື່ອ​ຜູ້​ຄົນ​ຂອງ​ພຣະ​ອົງ.

7 ແລະ ຈົ່ງ​ເບິ່ງ, ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ເລື່ອງ​ນີ້​ແກ່​ຂ້າ​ພະ​ເຈົ້າ, ແລະ ເພິ່ນ​ໄດ້​ນຳ​ຂ່າວ ອັນ​ໜ້າ​ຊື່ນ​ຊົມ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ. ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຖືກ​ສົ່ງ​ມາ​ຫາ​ພວກ​ທ່ານ ແລະ ປະ​ກາດ​ແກ່​ພວກ​ທ່ານ​ນຳ​ອີກ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮັບ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ນີ້; ແຕ່​ຈົ່ງ​ເບິ່ງ ພວກ​ທ່ານ​ບໍ່​ຍອມ​ຮັບ​ຂ້າ​ພະ​ເຈົ້າ​ເລີຍ.

8 ສະນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ຜູ້​ຄົນ​ຊາວ​ນີໄຟ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ເຮົາ​ຈະ​ເອົາ​ພຣະ​ຄຳ​ຂອງ​ເຮົາ​ໄປ​ຈາກ​ພວກ​ເຂົາ, ແລະ ເຮົາ​ຈະ ຖອນ​ພຣະ​ວິນ​ຍານ​ຂອງ​ເຮົາ​ອອກ​ຈາກ​ພວກ​ເຂົາ, ແລະ ເຮົາ​ຈະ​ບໍ່​ອົດ​ທົນ​ກັບ​ພວກ​ເຂົາ​ຕໍ່​ໄປ​ອີກ, ແລະ ເຮົາ​ຈະ​ຫັນ​ໃຈ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ມາ​ຕໍ່​ຕ້ານ​ພວກ​ເຂົາ.

9 ແລະ ກ່ອນ ສີ່​ຮ້ອຍ​ປີ​ຈະ​ຜ່ານ​ໄປ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຖືກ​ລົງ​ໂທດ; ແທ້​ຈິງ​ແລ້ວ, ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ດ້ວຍ​ດາບ ແລະ ດ້ວຍ​ຄວາມ​ອຶດ​ຢາກ ແລະ ດ້ວຍ​ພະ​ຍາດ​ໂລ​ຄາ.

10 ແທ້​ຈິງ​ແລ້ວ, ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ໃນ​ພຣະ​ພິ​ໂລດ​ອັນ​ຮ້າຍ​ແຮງ​ຂອງ​ເຮົາ, ແລະ ຄົນ​ລຸ້ນ ທີ​ສີ່ ຜູ້​ທີ່​ເປັນ​ສັດ​ຕູ​ຂອງ​ພວກ​ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່, ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຫັນ​ຄວາມ​ພິນາດ​ທັງ​ໝົດ​ຂອງ​ພວກ​ເຈົ້າ; ແລະ ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ​ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ກັບ​ໃຈ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ແລະ ຄົນ​ລຸ້ນ​ທີ​ສີ່​ຈະ​ເຫັນ​ຄວາມ​ພິນາດ​ຂອງ​ພວກ​ເຈົ້າ.

11 ແຕ່ຖ້າ​ຫາກ​ພວກ​ເຈົ້າ​ກັບ​ໃຈ ແລະ ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ ເຮົາ​ຈະ​ເອົາ​ພຣະ​ພິ​ໂລດ​ຂອງ​ເຮົາ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ຜູ້​ທີ່​ກັບ​ໃຈ ແລະ ຫັນ​ມາ​ຫາ​ເຮົາ​ຍ່ອມ​ເປັນ​ສຸກ, ແຕ່​ວິບັດ​ແກ່​ຜູ້​ທີ່​ບໍ່​ກັບ​ໃຈ.

12 ແທ້​ຈິງ​ແລ້ວ, ວິບັດ​ແກ່​ເມືອງ​ເຊຣາ​ເຮັມລາ​ທີ່​ຍິ່ງ​ໃຫຍ່​ນີ້; ເພາະ​ຈົ່ງ​ເບິ່ງ, ເພາະ​ຄົນ​ຊອບ​ທຳ​ມັນ​ຈຶ່ງ​ຖືກ​ຍົກ​ເວັ້ນ; ແທ້​ຈິງ​ແລ້ວ, ວິບັດ​ແກ່​ເມືອງ​ຍິ່ງ​ໃຫຍ່​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ເພາະ​ເຮົາ​ເຫັນ​ວ່າ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ, ແທ້​ຈິງ​ແລ້ວ, ຄົນ​ສ່ວນ​ຫລາຍ​ຂອງ​ເມືອງ​ຍິ່ງ​ໃຫຍ່​ນີ້​ທີ່​ຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

13 ແຕ່​ຄົນ​ທີ່​ຈະ​ກັບ​ໃຈ​ຍ່ອມ​ເປັນ​ສຸກ, ເປັນ​ຍ້ອນ​ພວກ​ເຂົາ ເຮົາ​ຈຶ່ງ​ຈະ​ຍົກ​ເວັ້ນ. ແຕ່​ຈົ່ງ​ເບິ່ງ, ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ຄົນ​ຊອບ​ທຳ​ທີ່​ຢູ່​ໃນ​ເມືອງ​ຍິ່ງ​ໃຫຍ່​ນີ້, ຈົ່ງ​ເບິ່ງ, ເຮົາ​ຈະ​ໃຫ້ ໄຟ​ລົງ​ມາ​ຈາກ​ສະຫວັນ ແລະ ທຳ​ລາຍ​ມັນ​ເສຍ.

14 ແຕ່​ຈົ່ງ​ເບິ່ງ, ເພື່ອ​ເຫັນ​ແກ່​ຄົນ​ຊອບ​ທຳ ມັນ​ຈຶ່ງ​ໄດ້​ຮັບ​ການ​ຍົກ​ເວັ້ນ. ແຕ່​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ວ່າ​ເວລາ​ຈະ​ມາ​ເຖິງ ເມື່ອ​ໃດ​ພວກ​ເຈົ້າ​ຈະ​ຂັບ​ໄລ່​ຄົນ​ຊອບ​ທຳ​ອອກ​ຈາກ​ບັນ​ດາ​ພວກ​ເຈົ້າ, ເມື່ອ​ນັ້ນ​ພວກ​ເຈົ້າ​ຈະ​ສຸກ​ເພື່ອ​ຄວາມ​ພິນາດ; ແທ້​ຈິງ​ແລ້ວ, ວິບັດ​ແກ່​ເມືອງ​ຍິ່ງ​ໃຫຍ່​ນີ້ ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຊຶ່ງ​ມີ​ຢູ່​ໃນ​ນັ້ນ.

15 ແທ້​ຈິງ​ແລ້ວ, ແລະ ວິບັດ​ແກ່​ເມືອງ​ກີເດໂອນ, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຊຶ່ງ​ມີ​ຢູ່​ໃນ​ນັ້ນ.

16 ແທ້​ຈິງ​ແລ້ວ, ແລະ ວິບັດ​ແກ່​ເມືອງ​ທັງ​ໝົດ ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ໂດຍ​ຮອບ, ທີ່​ຊາວ​ນີໄຟ​ເປັນ​ເຈົ້າ​ຂອງ ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ທີ່​ມີ​ຢູ່​ໃນ​ນັ້ນ.

17 ແລະ ຈົ່ງ​ເບິ່ງ, ແຜ່ນ​ດິນ​ຈະ​ຖືກ ສາບ​ແຊ່ງ, ຈອມ​ໂຍທາ​ໄດ້​ກ່າວ, ເພາະ​ເຫັນ​ແກ່​ຜູ້​ຄົນ​ທີ່​ຢູ່​ເທິງ​ແຜ່ນ​ດິນ, ແທ້​ຈິງ​ແລ້ວ, ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ.

18 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ, ຈອມ​ໂຍທາ​ໄດ້​ກ່າວ, ແທ້​ຈິງ​ແລ້ວ, ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່ ແລະ ແທ້​ຈິງ​ຂອງ​ພວກ​ເຮົາ​ໄດ້​ກ່າວ​ວ່າ ຜູ້​ທີ່ ເຊື່ອງ​ຊັບ​ສົມ​ບັດ​ໄວ້​ໃນ​ແຜ່ນ​ດິນ​ຈະ​ຫາ​ມັນ​ບໍ່​ພົບ​ອີກ​ເລີຍ ເພາະ​ການ​ສາບ​ແຊ່ງ​ອັນ​ໃຫຍ່​ຫລວງ​ທີ່​ມີ​ກັບ​ແຜ່ນ​ດິນ, ຍົກ​ເວັ້ນ​ແຕ່​ຄົນ​ຊອບ​ທຳ​ຜູ້​ທີ່​ເຊື່ອງ​ຊັບ​ສິນ​ຂອງ​ພວກ​ເຂົາ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ.

19 ເພາະ​ເຮົາ​ຈະ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ວ່າ​ເຮົາ​ຢາກ​ໃຫ້​ພວກ​ເຂົາ​ເຊື່ອງ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ໄວ້​ກັບ​ເຮົາ; ແລະ ຄົນ​ທີ່​ບໍ່​ເຊື່ອງ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ໄວ້​ກັບ​ເຮົາ​ຈະ​ຖືກ​ສາບ​ແຊ່ງ ເພາະ​ບໍ່​ມີ​ຜູ້​ໃດ​ທີ່​ຈະ​ເຊື່ອງ​ຊັບ​ສົມ​ບັດ​ຂອງ​ຕົນ​ໄວ້​ກັບ​ເຮົາ​ນອກ​ຈາກ​ຄົນ​ທີ່​ຊອບ​ທຳ​ເທົ່າ​ນັ້ນ; ແລະ ຄົນ​ທີ່​ບໍ່​ໄດ້​ເຊື່ອງ​ຊັບ​ສົມ​ບັດ​ຂອງ​ເຂົາ​ໄວ້​ກັບ​ເຮົາ​ຈະ​ຖືກ​ສາບ​ແຊ່ງ ແລະ ຊັບ​ສົມ​ບັດ​ກໍ​ຄື​ກັນ, ແລະ ບໍ່​ມີ​ຜູ້​ໃດ​ຈະ​ໄຖ່​ມັນ​ຄືນ​ມາ​ເພາະ​ຄຳ​ສາບ​ແຊ່ງ​ທີ່​ມີ​ກັບ​ແຜ່ນ​ດິນ.

20 ແລະ ມື້​ນັ້ນ​ຈະ​ມາ​ເຖິງ​ຄື ພວກ​ເຂົາ​ຈະ​ເຊື່ອງ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ໄວ້ ເພາະ​ພວກ​ເຂົາ​ມີ​ແຕ່​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ; ແລະ ເພາະ​ພວກ​ເຂົາ​ມີ​ແຕ່​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ​ຂອງ​ພວກ​ເຂົາ, ແລະ ຈະ​ເຊື່ອງ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ໄວ້​ໃນ​ເວລາ​ທີ່​ພວກ​ເຂົາ​ຫລົບ​ໜີ​ໄປ​ຈາກ​ສັດ​ຕູ​ຂອງ​ພວກ​ເຂົາ; ເພາະ​ພວກ​ເຂົາ​ຈະ​ບໍ່​ໄດ້​ເຊື່ອງ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ໄວ້​ກັບ​ເຮົາ, ພວກ​ເຂົາ​ຈະ​ຖືກ​ສາບ​ແຊ່ງ ແລະ ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ກໍ​ຄື​ກັນ, ແລະ ໃນ​ມື້​ນັ້ນ ພວກ​ເຂົາ​ຈະ​ຖືກ​ລົງ​ໂທດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

21 ຈົ່ງ​ເບິ່ງ ພວກ​ທ່ານ​ຜູ້​ເປັນ​ຜູ້​ຄົນ​ຂອງ​ເມືອງ​ຍິ່ງ​ໃຫຍ່​ນີ້, ແລະ ຈົ່ງ ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ເຖີດ; ແທ້​ຈິງ​ແລ້ວ, ຈົ່ງ​ເຊື່ອ​ຟັງ​ພຣະ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້; ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ກ່າວ​ວ່າ ພວກ​ທ່ານ​ຈະ​ຖືກ​ສາບ​ແຊ່ງ ເພາະ​ຂອງ​ມີ​ຄ່າ​ຂອງ​ພວກ​ທ່ານ, ແລະ ຂອງ​ມີ​ຄ່າ​ຂອງ​ພວກ​ທ່ານ​ຈະ​ຖືກ​ສາບ​ແຊ່ງ​ນຳ​ອີກ ເພາະ​ພວກ​ທ່ານ​ໝົກ​ໝຸ້ນ​ຢູ່​ກັບ​ມັນ, ແລະ ບໍ່​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ​ຜູ້​ປະທານ​ມັນ​ໃຫ້​ແກ່​ພວກ​ທ່ານ.

22 ພວກ​ທ່ານບໍ່​ຈື່​ຈຳ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໃນ​ສິ່ງ​ທີ່​ພຣະ​ອົງ​ປະທານ​ໃຫ້​ແກ່​ພວກ​ທ່ານ, ແຕ່​ພວກ​ທ່ານ​ຈື່​ຈຳ ຂອງ​ມີ​ຄ່າ​ຂອງ​ພວກ​ທ່ານ​ຢູ່​ຕະຫລອດ​ເວລາ ແລະ ບໍ່​ຖວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ສຳ​ລັບ​ສິ່ງ​ເຫລົ່າ​ນັ້ນ; ແທ້​ຈິງ​ແລ້ວ, ໃຈ​ຂອງ​ພວກ​ທ່ານ​ບໍ່​ໄດ້​ອອກ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ມັນ​ໄດ້​ພອງ​ຂຶ້ນ​ດ້ວຍ ຄວາມ​ທະນົງ​ຕົວ​ອັນ​ໃຫຍ່​ຫລວງ, ຈົນ​ເຖິງ​ການ​ອວດ​ອ້າງ ແລະ ຈົນ​ເຖິງ​ການ​ທະ​ເຍີ​ທະ​ຍານ, ການ​ອິດ​ສາ​ບັງ​ບຽດ, ການ​ຜິດ​ຖຽງ​ກັນ, ການ​ມີ​ເຈດ​ຕະ​ນາ​ຮ້າຍ, ການ​ກົດ​ຂີ່​ຂົ່ມ​ເຫັງ, ແລະ ການ​ຄາດ​ຕະກຳ, ແລະ ການ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ.

23 ດ້ວຍ​ເຫດ​ນີ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໃຫ້​ການ​ສາບ​ແຊ່ງ​ມາ​ສູ່​ແຜ່ນ​ດິນ ແລະ ມາ​ສູ່​ຂອງ​ມີ​ຄ່າ​ຂອງ​ພວກ​ທ່ານ​ນຳ​ອີກ, ແລະ ນີ້​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ.

24 ແທ້​ຈິງ​ແລ້ວ, ວິບັດ​ແກ່​ຜູ້​ຄົນ​ພວກ​ນີ້, ເພາະ​ເວລາ​ນີ້​ຊຶ່ງ​ມາ​ເຖິງ​ແລ້ວ, ທີ່​ພວກ​ທ່ານ​ໄດ້ ຂັບ​ໄລ່​ສາດ​ສະ​ດາ​ອອກ​ໄປ, ແລະ ເຍາະ​ເຍີ້ຍ​ພວກ​ເພິ່ນ, ແລະ ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເພິ່ນ, ແລະ ໄລ່​ຂ້າ​ພວກ​ເພິ່ນ, ແລະ ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ຕໍ່​ພວກ​ເພິ່ນ ຄື​ກັນ​ກັບ​ຜູ້​ຄົນ​ໃນ​ສະ​ໄໝ​ບູຮານ​ເຮັດ​ໄປ​ນັ້ນ.

25 ແລະ ບັດ​ນີ້​ເວລາ​ພວກ​ທ່ານ​ເວົ້າ​ອອກ​ມາ, ພວກ​ທ່ານ​ເວົ້າ​ວ່າ: ຖ້າ​ຫາກ​ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ສະ​ໄໝ​ຂອງ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈະ​ບໍ່​ຂ້າ​ສາດ​ສະ​ດາ; ພວກ​ເຮົາ​ຈະ​ບໍ່​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເພິ່ນ, ແລະ ຂັບ​ໄລ່​ພວກ​ເພິ່ນ​ອອກ​ໄປ.

26 ຈົ່ງ​ເບິ່ງ ພວກ​ທ່ານ​ຍິ່ງ​ຊົ່ວ​ຮ້າຍ​ຫລາຍ​ກວ່າ​ພວກ​ເຂົາ​ອີກ​ຊ້ຳ; ເພາະ​ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ຖ້າ​ຫາກ ສາດ​ສະ​ດາ​ຄົນ​ໃດ​ມາ​ໃນ​ບັນ​ດາ​ພວກ​ທ່ານ ແລະ ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ພວກ​ທ່ານ, ຊຶ່ງ​ໃຫ້​ຖ້ອຍ​ຄຳ​ເຖິງ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ, ແລ້ວ​ພວກ​ທ່ານ​ກໍ ໂມ​ໂຫ​ຮ້າຍ​ຂຶ້ນ, ແລະ ຂັບ​ໄລ່​ເພິ່ນ​ອອກ​ໄປ, ແລະ ຊອກ​ຫາ​ທຸກ​ວິ​ທີ​ທາງ​ທີ່​ຈະ​ທຳ​ລາຍ​ເພິ່ນ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ​ເວົ້າ​ວ່າ ເພິ່ນ​ເປັນ ສາດ​ສະ​ດາ​ປອມ, ແລະ ວ່າ​ເພິ່ນ​ເປັນ​ຄົນ​ບາບ, ແລະ ເປັນ​ຂອງ​ມານ, ເພາະ​ເພິ່ນ​ໄດ້ ໃຫ້​ຖ້ອຍ​ຄຳ​ວ່າ ການ​ກະ​ທຳ​ຂອງ​ພວກ​ທ່ານ​ຊົ່ວ.

27 ແຕ່​ຈົ່ງ​ເບິ່ງ, ຖ້າ​ຫາກ​ມີ​ຄົນ​ໜຶ່ງ​ເຂົ້າ​ມາ​ໃນ​ບັນ​ດາ​ພວກ​ທ່ານ ແລະ ເວົ້າ​ວ່າ: ເຮັດ​ແນວ​ນີ້; ແລະ ຈະ​ບໍ່​ມີ​ຄວາມ​ຊົ່ວ​ຮ້າຍ; ເຮັດ​ແນວ​ນັ້ນ ແລ້ວ​ພວກ​ທ່ານ​ຈະ​ບໍ່​ຕ້ອງ​ທົນ​ທຸກ; ແທ້​ຈິງ​ແລ້ວ, ລາວ​ຈະ​ເວົ້າ​ວ່າ: ຈົ່ງ​ດຳ​ເນີນ​ໄປ​ຕາມ​ຄວາມ​ຈອງ​ຫອງ​ຂອງ​ໃຈ​ຂອງ​ພວກ​ທ່ານ​ເອງ; ແທ້​ຈິງ​ແລ້ວ, ຈົ່ງ​ດຳ​ເນີນ​ໄປ​ຕາມ​ຄວາມ​ຈອງ​ຫອງ​ຂອງ​ຕາ​ຂອງ​ພວກ​ທ່ານ​ເອງ, ແລະ ຈົ່ງ​ເຮັດ​ສິ່ງ​ໃດ​ກໍ​ຕາມ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ທ່ານ—ແລະ ຖ້າ​ຫາກ​ມີ​ຄົນ​ໃດ​ເຂົ້າ​ມາ​ໃນ​ບັນ​ດາ​ພວກ​ທ່ານ ແລະ ເວົ້າ​ແບບ​ນີ້ ພວກ​ທ່ານ​ກໍ​ຈະ​ຮັບ​ເອົາ​ລາວ ແລະ ເວົ້າ​ວ່າ​ລາວ​ເປັນ ສາດ​ສະ​ດາ.

28 ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ​ຍົກ​ລາວ​ຂຶ້ນ, ແລະ ພວກ​ທ່ານ​ຈະ​ມອບ​ເຂົ້າ​ຂອງ ຂອງ​ພວກ​ທ່ານ​ໃຫ້​ລາວ; ພວກ​ທ່ານ​ຈະ​ມອບ​ຄຳ​ຂອງ​ພວກ​ທ່ານ​ໃຫ້​ລາວ, ແລະ ເງິນ​ຂອງ​ພວກ​ທ່ານ​ໃຫ້​ລາວ, ແລະ ພວກ​ທ່ານ​ຈະ​ຕົກ​ແຕ່ງ​ລາວ​ດ້ວຍ​ເສື້ອ​ຜ້າ​ທີ່​ມີ​ລາ​ຄາ​ແພງ ເພາະ​ລາວ​ໄດ້ ຍ້ອງ​ຍໍ​ພວກ​ທ່ານ, ແລະ ຍ້ອນ​ວ່າ​ລາວ​ເວົ້າ​ໃນ​ທາງ​ທີ່​ພວກ​ທ່ານ​ພໍ​ໃຈ, ເວລາ​ນັ້ນ​ພວກ​ທ່ານ​ຈະ​ບໍ່​ພົບ​ຄວາມ​ຜິດ​ໃນ​ລາວ.

29 ໂອ້ ພວກ​ທ່ານ​ຜູ້​ຄົນ​ລຸ້ນ​ທີ່​ຊົ່ວ ແລະ ເສຍ​ຄົນ​ເອີຍ; ພວກ​ທ່ານ​ເປັນ​ຄົນ​ແຂງ​ກະ​ດ້າງ ແລະ ພວກ​ທ່ານ​ເປັນ​ຄົນ​ແຂງ​ຄໍ, ພວກ​ທ່ານ​ຄິດ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອົດ​ທົນ​ກັບ​ພວກ​ທ່ານ​ໄດ້​ດົນ​ປານ​ໃດ? ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ​ປ່ອຍ​ຕົວ​ໃຫ້ ຄົນ​ໂງ່ ແລະ ຕາ​ບອດ​ນຳ​ພາ​ພວກ​ທ່ານ​ໄປ​ດົນ​ປານ​ໃດ? ແທ້​ຈິງ​ແລ້ວ, ພວກ​ທ່ານ​ຈະ ເລືອກ​ເອົາ​ຄວາມ​ມືດ​ແທນ ຄວາມ​ສະ​ຫວ່າງ​ໄປ​ດົນ​ປານ​ໃດ?

30 ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ພຣະ​ພິ​ໂລດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເກີດ​ກັບ​ພວກ​ທ່ານ​ແລ້ວ; ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ສາບ​ແຊ່ງ​ແຜ່ນ​ດິນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ.

31 ແລະ ຈົ່ງ​ເບິ່ງ, ເວລາ​ມາ​ເຖິງ​ແລ້ວ​ທີ່​ພຣະ​ອົງ​ຈະ​ສາບ​ແຊ່ງ​ຂອງ​ມີ​ຄ່າ​ຂອງ​ພວກ​ທ່ານ, ເພື່ອ​ໃຫ້​ມັນ ມື່ນ​ຫລຸດ​ໄປ, ເພື່ອ​ພວກ​ທ່ານ​ຈະ​ຍຶດ​ມັນ​ໄວ້​ບໍ່​ໄດ້; ແລະ ໃນ​ມື້​ແຫ່ງ​ຄວາມ​ຍາກ​ຈົນ​ຂອງ​ພວກ​ທ່ານ, ພວກ​ທ່ານ​ຈະ​ບໍ່​ສາ​ມາດ​ຮັກ​ສາ​ມັນ​ໄວ້​ໄດ້.

32 ແລະ ໃນ​ມື້​ແຫ່ງ​ຄວາມ​ຍາກ​ຈົນ​ຂອງ​ພວກ​ທ່ານ, ພວກ​ທ່ານ​ຈະ​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ທ່ານ​ຈະ​ຮ້ອງ​ໄປ​ໂດຍ​ບໍ່​ມີ​ປະ​ໂຫຍດ, ເພາະ​ຄວາມ​ເປົ່າ​ປ່ຽວ​ໄດ້​ມາ​ຫາ​ພວກ​ທ່ານ​ແລ້ວ, ແລະ ຄວາມ​ພິນາດ​ຂອງ​ພວກ​ທ່ານ​ນັ້ນ​ກໍ​ຈະ​ມີ​ຂຶ້ນ​ຢ່າງ​ແນ່​ນອນ; ແລະ ໃນ​ມື້​ນັ້ນ​ພວກ​ທ່ານ​ຈະ​ຮ້ອງ​ໄຫ້ ແລະ ຄວນ​ຄາງ, ຈອມ​ໂຍທາ​ໄດ້​ກ່າວ. ເວລາ​ນັ້ນ​ພວກ​ທ່ານ​ຈະ​ຄວນ​ຄາງ ແລະ ເວົ້າ​ວ່າ:

33 ໂອ້ ຖ້າ​ຫາກ​ພວກ​ເຮົາ​ໄດ້​ກັບ​ໃຈ, ແລະ ບໍ່​ໄດ້​ຂ້າ​ສາດ​ສະ​ດາ, ແລະ ບໍ່​ໄດ້ ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເພິ່ນ, ແລະ ບໍ່​ໄດ້​ຂັບ​ໄລ່​ພວກ​ເພິ່ນ​ອອກ​ໄປ. ແທ້​ຈິງ​ແລ້ວ, ໃນ​ມື້​ນັ້ນ ພວກ​ທ່ານ​ຈະ​ກ່າວ​ວ່າ: ໂອ້ ຖ້າ​ຫາກ​ພວກ​ເຮົາ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ໃນ​ມື້​ທີ່​ພຣະ​ອົງ​ປະທານ​ຂອງ​ມີ​ຄ່າ​ໃຫ້​ແກ່​ພວກ​ເຮົາ, ມັນ​ກໍ​ຄົງ​ຈະ​ບໍ່​ມື່ນ​ຫລຸດ​ໄປ​ຈົນ​ພວກ​ເຮົາ​ຕ້ອງ​ສູນ​ເສຍ​ມັນ; ເພາະ​ຈົ່ງ​ເບິ່ງ, ຂອງ​ມີ​ຄ່າ​ຂອງ​ພວກ​ເຮົາ​ໄປ​ຈາກ​ພວກ​ເຮົາ​ແລ້ວ.

34 ຈົ່ງ​ເບິ່ງ, ພວກ​ເຮົາ​ວາງ​ເຄື່ອງ​ມື​ໄວ້​ບ່ອນ​ນີ້ ແລະ ໃນ​ມື້​ຕໍ່​ມາ ມັນ​ໄດ້​ຫາຍ​ໄປ; ແລະ ຈົ່ງ​ເບິ່ງ, ດາບ​ຂອງ​ພວກ​ເຮົາ​ກໍ​ຫາຍ​ໄປ​ໃນ​ມື້​ທີ່​ພວກ​ເຮົາ​ຊອກ​ຫາ​ມັນ​ເພື່ອ​ການ​ສູ້​ຮົບ.

35 ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ເຊື່ອງ​ຊັບ​ສົມ​ບັດ​ຂອງ​ພວກ​ເຮົາ​ໄວ້ ແລະ ມັນ​ໄດ້​ມື່ນ​ຫລຸດ​ໄປ​ຈາກ​ພວກ​ເຮົາ ເພາະ​ຄວາມ​ສາບ​ແຊ່ງ​ທີ່​ມີ​ກັບ​ແຜ່ນ​ດິນ.

36 ໂອ້ ຖ້າ​ຫາກ​ພວກ​ເຮົາ​ໄດ້​ກັບ​ໃຈ​ໃນ​ມື້​ທີ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ພວກ​ເຮົາ; ເພາະ​ຈົ່ງ​ເບິ່ງ ແຜ່ນ​ດິນ​ໄດ້​ຖືກ​ສາບ​ແຊ່ງ​ແລ້ວ, ແລະ ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ມື່ນ​ຫລຸດ​ໄປ, ແລະ ພວກ​ເຮົາ​ບໍ່​ສາ​ມາດ​ຈະ​ຍຶດ​ຖື​ມັນ​ໄວ້​ເລີຍ.

37 ຈົ່ງ​ເບິ່ງ, ພວກ​ເຮົາ​ຖືກ​ປິດ​ລ້ອມ​ໄວ້​ດ້ວຍ​ວິນ​ຍານ​ຮ້າຍ, ແທ້​ຈິງ​ແລ້ວ, ພວກ​ເຮົາ​ຖືກ​ປິດ​ລ້ອມ​ໄວ້​ດ້ວຍ​ບໍ​ລິ​ວານ​ຂອງ​ຜູ້​ທີ່​ພະ​ຍາ​ຍາມ​ຈະ​ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ. ຈົ່ງ​ເບິ່ງ, ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ​ນັ້ນ​ໃຫຍ່​ຫລວງ​ທີ່​ສຸດ. ໂອ້ ພຣະຜູ້​ເປັນເຈົ້າ, ພຣະ​ອົງ​ຈະ​ບໍ່​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ໄປ​ຈາກ​ພວກ​ຂ້າ​ນ້ອຍ​ແດ່​ບໍ? ແລະ ນີ້​ຈະ​ເປັນ​ຄຳ​ເວົ້າ​ຂອງ​ພວກ​ທ່ານ​ໃນ​ມື້​ນັ້ນ.

38 ແຕ່​ຈົ່ງ​ເບິ່ງ, ວັນ​ເວລາ​ແຫ່ງ​ການ​ທົດ​ລອງ​ຂອງ​ພວກ​ທ່ານ​ໄດ້​ຜ່ານ​ໄປ​ແລ້ວ; ພວກ​ທ່ານ​ໄດ້ ເລື່ອນ​ວັນ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ທ່ານ ຈົນ​ວ່າ​ມັນ​ສາຍ​ເກີນ​ໄປ​ຢ່າງ​ເປັນ​ນິດ, ແລະ ຄວາມ​ພິນາດ​ຂອງ​ພວກ​ທ່ານ​ກໍ​ແນ່​ນອນ​ແລ້ວ; ແທ້​ຈິງ​ແລ້ວ, ເພາະ​ຕະຫລອດ​ຊີ​ວິດ​ຂອງ​ພວກ​ທ່ານ, ພວກ​ທ່ານ​ມີ​ແຕ່​ສະແຫວງ​ຫາ​ສິ່ງ​ທີ່​ພວກ​ທ່ານ​ບໍ່​ສາ​ມາດ​ຍຶດ​ຖື​ມັນ​ໄວ້; ແລະ ພວກ​ທ່ານ​ສະແຫວງ​ຫາ ຄວາມ​ສຸກ​ໃນ​ການ​ສ້າງ​ຄວາມ​ຊົ່ວ​ຮ້າຍ, ຊຶ່ງ​ສິ່ງ​ເຫລົ່າ​ນີ້​ກົງ​ກັນ​ຂ້າມ​ກັບ​ທຳ​ມະ​ຊາດ​ຂອງ​ຄວາມ​ຊອບ​ທຳ ຊຶ່ງ​ມີ​ຢູ່​ໃນ​ທັງ​ສາມ​ພຣະ​ອົງ​ຜູ້​ຍິ່ງ​ໃຫຍ່ ແລະ ເປັນ​ນິ​ລັນ​ດອນ​ຂອງ​ພວກ​ເຮົາ.

39 ໂອ້ ຜູ້​ຄົນ​ຂອງ​ແຜ່ນ​ດິນ​ເອີຍ, ຂໍ​ໃຫ້​ພວກ​ທ່ານ​ຈົ່ງ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພຣະ​ພິ​ໂລດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຫັນ​ໜີ​ໄປ​ຈາກ​ພວກ​ທ່ານ, ແລະ ວ່າ​ພວກ​ທ່ານ​ຈະ​ກັບ​ໃຈ ແລະ ລອດ.